ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ທອງກັບພັນເປັນໝູ່ຮັກກັນ ແຕ່ບໍ່ໄດ້ພົບກັນຫຼາຍປີ ແລະ ບັງເອີນມື້ໜຶ່ງ ພວກເຂົາໄດ້ມາພົບກັນ!

ທອງ: "ສະບາຍດີສ່ຽວພັນ! ບໍ່ໄດ້ເຫັນໂຕດົນແລ້ວ ເບິ່ງຄືວ່າຫົວໂຕຫງອກຫຼາຍເຕີບເນາະ!"

  ພັນ: "ຫົວເຮົາມັນຫງອກກະຍ້ອນເຮົາຄິດຫຼາຍຫັ້ນແລ້ວ"

ທອງ: "ແມ່ນໂຕຄິດເລື່ອງຫັຍງກະດັດກະດໍ້ ຈົນວ່າຫົວຫງອກ?"

  ພັນ: "ເຮົາກໍຄິດເລື່ອງຜົມທີ່ມັນຫງອກນີ້ແຫຼະສ່ຽວ!"

ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ໃນຊົ່ວໂມງຮຽນຄະນິດສາດສາວຄູໄດ້ສອນໃຫ້ນັກຮຽນ ຮຽນຮູ້ກ່ຽວກັບການຊັ່ງຕາຊິງ.

"ເຈົ້າຄິດວ່າ ລະຫວາງຝ້າຍ 2 ກິໂລ ກັບ ຫີນ 2 ກິໂລ ອັນໃດໜັກກ່ວາກັນ"

ທ້າວ ສຸພາບ: "ຮຽນສາວຄູນ້ອງຂໍຕອບ: ຫີນໜັກກ່ວາ"

   ສາວຄູ: "ຜິດ! ມັນກໍຕ້ອງໜັກເທົ່າກັນຊັ້ນຕົ໋ວ ແນວວ່າມັນມີ 2 ກິໂລຄືກັນ"

ທ້າວ ສຸພາບ: "ຄັນຊັ້ນສາວຄູຈະເລືອກເອົາອັນໃດ ຖ້ານ້ອງຈະເອົາຫີນ ກັບ ຝ້າຍແບ່ນໃສ່ສາວຄູ?"

ຂຽນເມື່ອ ຂຽນເມື່ອ: ພ.ພ.. 18, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ຮັກຜົວ ຕ້ອງຍອມຜົວ ທັງກາຍ ແລະໃຈ

ຮັກຜົວ ຕ້ອງອ່ອນໄຫວ ຜົວວ່າ ຈັ່ງໃດ ຕ້ອງເຮັດຕາມ

ຮັກຜົວ ຕ້ອງເຄົາລົບ ຢ່າລວນລາມ

ຮັກຜົວ ຕ້ອງເຮັດຕາມ ຢ່າວູ່ວາມເດັດຂາດ

ຮັກຜົວ ຕ້ອງອົດທົນ ເພາະວ່າຜົວເປັນຄົນ ບໍ່ຍອມໃຜ

ຮັກຜົວ ຕ້ອງທຳໃຈ ບໍ່ແມ່ນຜົວຂອງໃຜ ກໍຈະແມ່ນຜົວຂອງເຮົາ

ຮັກຜົວ ຕ້ອງໝັ່ນແຕ່ງຕົວ ເພາະຈະຊວຍ ຜົວບໍ່ເອົາ

ຮັກຜົວ ຕ້ອງຄອຍເຝົ້າ ຜົວເມົາກໍຕາມໃຈ

ຮັກຜົວ ຕ້ອງຝືກຝົນ ຜົວເປັນຄົນມັກຂອງໃໝ່

ຮັກຜົວ ຕ້ອງເຂົ້າໃຈ ຜົວໄປທາງໃດບໍ່ຕ້ອງຫ້າມ

ຮັກຜົວ ຕ້ອງທຸກຍາມ ບໍ່ຊັກຖາມໃຫ້ລົບກວນໃຈ

ຮັກຜົວ ຕ້ອງກ້າເສຍ ຍົກນ້ອງເມຍໃຫ້ຜົວພາໄປທ່ຽວ

ຮັກຜົວ ຕ້ອງເອົາໃຈ ຫາສາວໃໝ່ໆມາເອົາໃຈ

ຮັກຜົວ ຕ້ອງເຊື່ອຟັງ ຜົວສຽງດັງຕ້ອງທົນໄດ້

ຮັກຜົວ ຕ້ອງຮູ້ໃຈ ຜົວຢາກໄດ້ຕ້ອງໄປຫາມາໃຫ້

ຮັກຜົວ ຕ້ອງໃຈເຢັນ ເພາະຜົວຄືດັ່ງເທວະດາ

ຮັກຜົວ ຕ້ອງບູຊາ ຜົວມີຄ່າກ່ວາສິ່ງໃດ

ຮັກຜົວ ຕ້ອງຮັກດຽວ ຢ່າໄດ້ໄປທ່ຽວຮັກຜົວຄົນອື່ນ

ຮັກຜົວ ຕ້ອງແນ່ໃຈ ຜົວຮັກຍິງອື່ນ ກໍຕ້ອງຍອມ

ຮັກຜົວ ຕ້ອງຮັກແທ້ໆ ຜົວຂອງຂ້ອຍ

ຮັກຜົວ ຕ້ອງຈື່ຈຳໝັ້ນ ທຸກໆຂໍ້ຂ້າງເທິງນັ້ນ ສຳຄັນໝົດ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 17, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ຮັກເມຍ ຕ້ອງອົດທົນ ຕ້ອງເປັນຄົນເຄົາລົບເມຍ

ຮັກເມຍ ຕ້ອງຍອມເສຍເງີນ ແຕ່ຢ່າໃຫ້ເມຍສົງໄສ

ຮັກເມຍ ຕ້ອງຮັກດຽວ ຢ່າໄດ້ທ່ຽວໄປຫາສາວນ້ອຍ

ຮັກເມຍ ຕ້ອງທຳໃຈ ເຖິງແນວໃດ ກໍແມ່ນເມຍຂອງເຮົາ

ຮັກເມຍ ຢ່າດື່ມເຫຼົ້າ ຖ້າເມຍເຫງົາ ເຮົາຈະເສຍໃຈ

ຮັກເມຍ ຢ່າອ່ອນເພຍ ຄົນຮັກເມຍຕ້ອງແຂງແຮງ

ຮັກເມຍ ຢ່າທ່ຽວເດີກ ມັນຈະເກີດເສີກກາງເມືອງ

ຮັກເມຍ ຢ່າຮຸນແຮງ ຄ່ອຍໆແຊງ ຢ່າຂັບໄວ

ຮັກເມຍ ຕ້ອງຍອມເມຍ ເພາະວ່າເມຍບໍ່ຍອມໃຜ

ຮັກເມຍ ຕ້ອງເຂົ້າໃຈ ເພາະວ່າບໍ່ມີໃຜຍິ່ງໃຫຍ່ເທົ່າເມຍ

ຮັກເມຍ ຮັກເມຍຢ່າຖຽງເມຍ ຄຳເວົ້າຂອງເມຍສຳຄັນກ່ວາສິ່ງໃດ

ຈື່ຈຳໄວ້  ຊາດໜ້າຫຼືຊາດໃດ ຢ່າມີເມຍ ^_^

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2009 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຍ້ອນຮັກຈຶ່ງຍອມເຈົ້າທຸກຢ່າງ

ຍ້ອນຮັກຈຶ່ງຍອມໃຫ້ເຈົ້າຫຼອກໃຊ້

ຍ້ອນຮັກຈຶ່ງຍອມໃຫ້ເຈົ້າໄປມີຄົນໃຫມ່

ຍ້ອນຮັກຂ້ອຍຈຶ່ງຍອມເສຍເຈົ້າໄປ

ຍ້ອນຮັກຂ້ອຍຈຶ່ງເປັນແບບນີ້

ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກແມ່ນຫຍັງ

ເປັນຫຍັງຄືສັບສົນແບບນີ້

ບາງຄັ້ງ ຕ້ອງເສຍໃຈກັບຄວາມຮັກ

ແລະ ຮ້ອງໄຫ້ເພາະຜິດຫວັງ

ທຸກຄົນກະຄືຈະເຄີຍເຈີຄືກັນ

ພາະຄວາມຮັກບໍ່ເຂົ້າໃຜອອກໃຜ

ຮັກ ມີທັງສຸກ ແລະ ທຸກປົນເປກັນໄປ

ມີເສົ້າ ແລະ ມີທັງ ດີໃຈ

ພາະຄວາມ ຮັກ ມັນບໍ່ແນ່ນອນ