ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2010 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

          ຂໍເປັນແຮງໃຈ

                         ແຕ່ງໂດຍ: ວັນວານ

                         ທຳນອງ , ດົນຕຣີ ແລະ ຮ້ອງໂດຍ: ບ່າວໄຊຍະບູລີ^^

   ສົ່ງຄຳຂໍເພງ ...................ເຖິງອ້າຍດີເຈໃຈດີ
ຝາກເພງໆນີ້ ..................ແດ່ຄົນທີ່ມີທຸກໃຈ
ຂໍສົ່ງມອບສຽງ ...............ສຳນຽງເປັນກຳລັງໃຈ
ໃຫ້ຄົນທັງຫຼາຍ ...............ຢ່າໄດ້ເສຍໃຈເຖີດໜາ

   ຝາກເພງໄປຫາ ..............ບັນດາເພື່ອນໆທຸກຄົນ
ທີ່ຍັງສັບສົນ ...................ວົກວົນຊີວິດຕົນເອງ
ຢ່າໄດ້ທໍ້ແທ້ ...................ສູ້ໄປບໍ່ມີກົວເກງ
ຫາກໃຈຂອງ.................ເຮົາຍັງເກັ່ງ ຢ່າເກງຢ່າກົວອີກເລີຍ

*   ອົກຫັກຄັ້ງນີ້ ....................ເຮົາມີໄວ້ເປັນບົດຮຽນ
ຈັບປາກກາຂຽນ................ ຮ່ຳຮຽນຊອກເອົາວິຊາ
ຢ່າໄປສົນໃຈ....................... ກັບຮັກທີ່ມັນໄຮ້ຄ່າ
ຕັດໃຈໃຫ້ໄດ້ເຖີດໜາ ...........ອະນາຄົດເຮົາຍັງໄກ

** ຈະຂໍເປັນແຮງໃຈ.............ທັງຫຼາຍຢ່າໄດ້ທໍ້ຖອຍ
ຍັງມີຄົນຄອຍ ...................ເບິ່ງແຍງດູແລຫ່ວງໄຍ
ອົກຫັກພຽງຄັ້ງ ..................ບໍ່ເຖິງກັບຈະຕ້ອງຕາຍ
ຮັກແທ້ຍັງມີມອບໃຫ້ ...........ຈາກໃຈພໍ່ແມ່ຂອງເຮົາ

*** ເຊົາເຖີດເພື່ອນເອີຍ ........ກັບຮັກທີ່ປວດອຸລາ
ຢຸດໂສກເຖີດໜາ ................ນ້ຳຕາຢ່າໄດ້ລິນໄຫຼ
ຂໍເອົາເພງນີ້ ..............ມອບໄວ້ເພື່ອເປັນແຮງໃຈ
ວັນໜຶ່ງຕົວເຮົາຄົງໄດ້ .........ພົບຄົນທີ່ເຂົາຮັກຈິງ

  ວັນໜຶ່ງຕົວເຮົາຄົງໄດ້ .........ສຸກໃຈກັບຮັກແທ້ຈິງ

 

  ຟັງເພງໄດ້  ທີ່ນີ້        

    ໃຫ້ຄຳຕຳນິຕິຊົມແດ່ເດີ່ ຜິດພາດປະການໃດກະຂໍອະໄພ

                                ຂໍຂອບໃຈ