ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

10. Sudan ມີພື້ນທີ່ກວ້າງ 2,505,810 ຕາລາງຕິໂລແມັດ ຫຼື 1,7ເປີເຊັນຂອງພື້ນທີ່ໂລກ

9. Kazakhstan ມີພື້ນທີ່ກວ້າງ 2,717,300 ຕາລາງຕິໂລແມັດ ຫຼື 1,9ເປີເຊັນຂອງພື້ນທີ່ໂລກ

8. Argentina ມີພື້ນທີ່ກວ້າງ 2,766,890 ຕາລາງຕິໂລແມັດ ຫຼື 2,1ເປີເຊັນຂອງພື້ນທີ່ໂລກ

7. India ມີພື້ນທີ່ກວ້າງ 3,287,590 ຕາລາງຕິໂລແມັດ ຫຼື 2,2ເປີເຊັນຂອງພື້ນທີ່ໂລກ

6. Australia ມີພື້ນທີ່ກວ້າງ 7,686,850 ຕາລາງຕິໂລແມັດ ຫຼື 5,2ເປີເຊັນຂອງພື້ນທີ່ໂລກ

5. Brazil ມີພື້ນທີ່ກວ້າງ 8,511,965 ຕາລາງຕິໂລແມັດ ຫຼື 5,7ເປີເຊັນຂອງພື້ນທີ່ໂລກ

4. China ມີພື້ນທີ່ກວ້າງ 9,596,960 ຕາລາງຕິໂລແມັດ ຫຼື 6,4ເປີເຊັນຂອງພື້ນທີ່ໂລກ

3. USA ມີພື້ນທີ່ກວ້າງ 9,631,420 ຕາລາງຕິໂລແມັດ ຫຼື 6,5ເປີເຊັນຂອງພື້ນທີ່ໂລກ

2. Canada ມີພື້ນທີ່ກວ້າງ 9,984,670 ຕາລາງຕິໂລແມັດ ຫຼື 6,7ເປີເຊັນຂອງພື້ນທີ່ໂລກ

1. Russia ມີພື້ນທີ່ກວ້າງ 17,075,200 ຕາລາງຕິໂລແມັດ ຫຼື 11,5ເປີເຊັນຂອງພື້ນທີ່ໂລກ

 

ຄວາມຮູ້ຮອບຕົວມາແບ່ງປັນ ອິອິ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

1, ຍອມຮັບຄວາມຈິງ

     ບໍ່ມີໃຜທີ່ຈະຮູ້ພາສາທີ່ສອງໄດ້ຕັ້ງແຕ່ເກີດ ທຸກໆຄົນຕ້ອງໃຊ້ເວລາໃນການຮຽນຮູ້ ສະນັ້ນຢ່າຄາດຫວັງວ່າຈະເຂົ້າໃຈທຸກສີ່ງທຸກຢ່າງຕັ້ງແຕ່ເລີ່ມຕົ້ນ

2, ຮຽນຮູ້ເທື່ອລະໜ້ອຍ

     ການທົບທວນຄືນໃນໄລຍະສັ້ນ ເຊັ່ນວ່າ ຕອນກີນເຂົ້າເຊົ້າ ຕອນອາບນ້ຳ ຫຼືຕອນເດີນທາງ ຈະເຮັດໃຫ້ເຮົາຈົດຈຳໄດ້ດີ

3, ທ່ອງຄຳສັບ

    ຖ້າຮູ້ຈັກຄຳສັບຫຼາຍເທົ່າໃດ໋ ເຈົ້າກໍ່ຈະສາມາດເວົ້າແລະເຂົ້າໃຈໄດ້ຫຼາຍເທົ່ານັ້ນ ເຕັກນິກໃນການຈື່ຈຳຄຳສັບ ຄື ພົກປື້ມຫົວນ້ອຍໆ ທີ່ຂຽນຄຳສັບ ມີຄຳແປພ້ອມ ໄປນຳທຸກບ່ອນ

4, ຝຶກຝົນຢ່າງແທ້ຈິງ

    ຢ່າທ່ອງໄວ້ແຕ່ໃນໃຈ ເວົ້າຫຼືອ່ານອອກມາດັງໆ ໃນທຸກເທື່ອທີ່ມີໂອກາດ ເພື່ອຝືກຝົນປາກຂອງເຈົ້າໃຫ້ມີຄວາມຊີນເຄີຍກັບການອອກສຽງ

5, ເຮັດວຽກບ້ານ

    ການເຮັດວຽກບ້ານແມ່ນການຝືກຝົນທັກສະໃນການໃຊ້ພາສາໃຫ້ຖືກຕ້ອງ ຈົນກໍ່ໃຫ້ເກີດຄວາມຊຳນິຊຳນານ ແລະສາມາດເວົ້າຫຼືຂຽນອອກມາໄດ້ໂດຍອັດຕະໂນມັດ

6, ຈັບກຸ່ມຮຽນ

     ຊອກເວລາທວນຄືນ ເຮັດວຽກບ້ານ ຫຼືຝຶກເວົ້າພາສານຳໝູ່ເພື່ອນເປັນປະຈຳ(ອັນນີ້ຂ້ອຍເຮັດປະຈຳ ອິອິ) ເຮົາສາມາດແກ້ຂໍ້ບົກຜ່ອງໃຫ້ກັນແລະກັນໄດ້ ແລະຍັງສາມາດຈົດຈຳໄດ້ແມ່ນຂື້ນອີກ

7, ຊອກຈຸດອ່ອນຂອງໂຕເອງ

    ເຈົ້າຄວນຊອກຫາຈຸດອ່ອນຂອງໂຕເອງໃຫ້ໄດ້ ເພື່ອທີ່ຈະໄດ້ເພີ່ມປະສິດຕິພາບໃນການຮຽນຮູ້ ເຊັ່ນວ່າ ເຈົ້າເປັນຄົນມິດງຽບ ແລະບໍ່ຄ່ອຍມີສ່ວນຮ່ວມໃນເວລາຮຽນ ກໍ່ຄວນຈະປ່ຽນທີ່ນັ່ງຂອງເຈົ້າໄປນັ່ງທາງຫນ້າຈະດີກວ່າ

8, ຊອກໂອກາດໃນການໃຊ້ພາສາ

     ເພື່ອສ້າງຄວາມຄຸ້ນເຄີຍກັບພາສານັ້ນໆ ໃຫ້ໄດ້ຫຼາຍທີ່ສຸດ ບໍ່ວ່າຈະເປັນການສົນທະນາກັບຄົນທີ່ເປັນເຈົ້າຂອງພາສາທີ່ເຮົາຮຽນ, ເຊົ່າຫນັງທີ່ເວົ້າພາສານັ້ນມາເບີ່ງ, ຟັງເພງພາສານັ້ນ ຫຼືຈິໃຫ້ດີກະຊອກແຟນທີ່ເປັນຄົນປະເທດນັ້ນເລີຍແຮງດີ ອິອິ

9, ທຸ້ມໃຫ້ກັບພາສາທີ່ຮຽນ

     ງ່າຍໆ ຫາຍໃຈເຂົ້າກະໃຫ້ເປັນພາສາສັ້ນ ຮຽນຮູ້ພາສານັ້ນທາງໃນຫ້ອງແລະນອກຫ້ອງຮຽນຢ່າງເຕັມທີ່

10, ປືກສາຜູ້ຮູ້

     ຫ້າມີບັນຫາຫຼືຂັດຂ້ອງບ່ອນໃດ ກໍ່ຕ້ອງຖາມຄູສອນຫຼືເຈົ້າຂອງພາສາທີ່ຮຽນັ້ນທັນທີ ເພື່ອທະລາຍກຳແພງທີ່ເປັນອຸປະສັກໃນການຮຽນອອກໄປໃຫ້ໄວທີ່ສຸດ ເຈົ້າຈື່ງຈະບໍ່ສະດຸດກັບອຸປະສັກດັ່ງກ່າວດົນຫຼາຍເກີນໄປ ເຊີ່ງບາງທີມັນອາດຈະເຮັດໃຫເຈົ້າເກີດຄວາມເບື່ອໄດ້

 

 

ແນວໃດ໋ກະເອົາໄປລອງເບີ່ງເດີ່

ຈອມມານຮັບຮອງວ່າໄດ້ຜົນສຸດໆ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

 

1-ທະວີບທີ່ໃຫຍ່ທີ່ສຸດໃນໂລກແມ່ນ ທະວີບ Asia

2-ທະວີບທີ່ນ້ອຍທີ່ສຸດໃນໂລກແມ່ນ ທະວີບ Australia

3-ມະຫາສະໝຸດທີ່ໃຫຍ່ທີ່ສຸດໃນໂລກແມ່ນ ມະຫາສະໝຸດ Pacific

4-ມະຫາສະໝຸດທີ່ນ້ອຍທີ່ສຸດໃນໂລກແມ່ນ ມະຫາສະໝຸດ Antarctic

5-ທະເລທີ່ໃຫຍ່ທີ່ສຸດແມ່ນ ທະເລຈີນໃຕ້

6-ທະເລສ່ວນທີເລີກທີ່ສຸດແມ່ນ ບໍລິເວນChallengerໃກ້ເກາະMarianaໃນມະຫາສະໝຸດPacific

7-ທະເລສາບນ້ຳຈຶດທີ່ໃຫຍ່ທີ່ສຸດໃນໂລກແມ່ນ ທະເລສາບສຸພີເຣີຍ ຢູ່ລະຫວ່າງສະຫະຣັດອາເມລິກາ ກັບ ແຄນນາດາ

8-ທະເລສາບນ້ຳເຄັມທີ່ໃຫຍ່ທີ່ສຸດໃນໂລກແມ່ນ ທະເລສາບແຄສປ່ຽນ ຢູ່ສະຫວ່າງທາງໃຕ້ຂອງຣັດເຊຍກັບອີ່ຣ່ານ

9-ທະເລສາບທີ່ມີນ້ຳທີ່ເຄັມທີ່ສຸດໃນໂລກແມ່ນ ທະເລສາບເດດຊີ ຢູ່ລະຫວ່າງອີສະລາເອລກັບຈໍແດນ

 

ແລ່ງຂໍ່ມູນແມ່ນມາຈາກ Guinness Book of Record

ບາງທີພາສາທີ່ຂຽນອາດບໍ່ຖືກຕ້ອງ ກະຂໍອາໄພ

 

ເປັນຈິງໃດ໋ ກະພໍເປິນຄວາມຮູ້ຢູ່ບໍ໋ ອິອິ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

1-ແມງສາບທີ່ຫົວຂາດ ສາມາດມີຊີວິດຢູ່ຕໍ່ໄປໄດ້ຮອດ9ມື້ ກ່ອນທີ່ມັນຈະອົດອາຫານຕາຍ

2-ຖ້າທ່ານຂີດສໍ່ຂາວຂວາງທາງມົດກຳລັງຍ່າງ ມັນຈະບໍ່ຍອມຍ່າງຜ່ານໄປ

3-ຄົນເຮົາທຸກຄົນບໍ່ສາມາດເລຍປາຍແຂນສອກຂອງໂຕເອງໄດ້

4-ເຜີ້ງຈະຫັດກາຍະບໍລິຫານກ່ອນຈະບິນ

5-ເຈ້ຍແຜ່ນໜື່ງ ບໍ່ວ່າຈະໃຫຍ່ສ່ຳໃດ໋ ກໍ່ບໍ່ສາມາດພັບຣອດ7ທົບໄດ້..

6-ເປັນໄປບໍ່ໄດ້ທີ່ທ່ານຈະຈາມໂດຍບໍ່ຫຼັບຕາ

7-ລູກຕາຂອງຄົນເຮົາຄົງຂະໜາດເທົ່າເດີມມາແຕ່ເກີດ ແຕ່ດັງກັບຫູນັ້ນບໍ່ເຄີຍຢຸດການເຕີບໃຫຍ່

8-ໂຄສະນາໂມງທຸກໜ່ວຍ ມັກຈະໃຫ້ເຂັມໂມງຊີ້ໄປເລກ10:10ເພາະຈະໄດ້ເບີ່ງເປັນຮູບໃບໜ້າຍີ້ມ

9-ລາຍເສືອເກີດຈາກໜັງຂອງມັນ ບໍ່ແມ່ນຈາກຂົນ

10-ຮ້ອຍລະ 80ຂອງບົດເລື່ງນີ້ພະຍາຍາມເລຍແຂນສອກໂຕເອງ...ອິອິ ແມ່ນນະ