ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

ມາເບີ່ງຂໍ້ສົງໄສ ທີ່ຄວນຮູ້ໄວ້ ວ່າ ແມ່ນແນວທີ່ທ່ານຄິດບໍ່ ຫຼີວ່າຜິດ

 

1-ກີນນ້ຳໝາກນາວສົ້ມໆ ສາມາດແກ້ເມົາຄ້າງໄດ້ແມ່ນຫຼືບໍ່?

  ຄຳຕອບ- ບໍ່ແມ່ນ ແຕ່ການແກ້ເມົາຄ້າງນັ້ນແມ່ນ ການດື່ມນ້ຳໝາກກ້ວຍປັ່ນກິບນົມແລະນ້ຳເຜີ້ງ

ເພາະກ້ວຍສາມາດເຮັດໃຫ້ກະເພາະເຮົາຜ່ອນການເຣັດວຽກລົງ ສ່ວນນ້ຳເຜີ້ງສາມາດເປັນໂຕຊ່ວຍເສີມປະລິມານນ້ຳຕານໃນເສັ້ນເລືອດທີ່ໝົດໄປແລະນົມສາມາດຊ່ວຍປັບລະດັບຂອງແຫຼວໃນຮ່າງກາຍຂອງເຮົາ ເຮັດໃຫ້ຫາຍເມົາຄ້າງໄດ້.

2-ເມື່ອເປັນໄຂ້ບໍ່ຄວນກີນໝາກສີດາແມ່ນຫຼືບໍ່?

  ຄຳຕອບ-ແມ່ນ ເພາະໃນໝາກສີດາມີທາດໂປຕາຊີອອມສູງ ເມື່ອເວລາເປັນໄຂ້ຮ່າງກາຍເຮົາຈະມີອຸນຫະພູມສູງຂື້ນ ການກີນອາຫານທີ່ມີທາດໂປຕາຊີອອມສູງຈະເຮັດໃຫ້ເກີດອາການຊັກໄດ້

3-ກີນມັນຝະລັ່ງຈະຊ່ວຍເຮັດໃຫ້ຄວາມດັນເລືອດຕ່ຳລົງໄດ້ ແມ່ນຫຼືບໍ່?

  ຄຳຕອບ-ແມ່ນ ເພາະໃນມັນຝະລັ່ງມີສານເຄມີທີ່ເກີດຂື້ນຕາມທຳມະຊາດທີ່ຊື່ວ່າ ຄູຄົວໄມສ ທີ່ສາມາດຄວບຄຸມຄວາມດັນເລືອດໃຫ້ຕ່ຳລົງໄດ້

4-ການດື່ມນມອຸ່ນກ່ອນນອນຈະຊ່ວຍກະຕຸ້ນໃຫ້ມີອາລົມທາງເພດໄດ້ ແມ່ນຫຼືບໍ່?

  ຄຳຕອບ-ບໍ່ແມ່ນ ແຕ່ການດື່ມນົມອຸ່ນກ່ອນນອນຈະຊ່ວຍໃຫ້ນອນຫຼັບສະບາຍຫຼາຍຂື້ນ

5-ການກີນເນີຍ(butter)ກ່ອນນອນເຮັດໃຫ້ນອນຫຼັບສະນິດຂື້ນ ແມ່ນຫຼືບໍ່?

  ຄຳຕອບ-ແມ່ນ ເພາະໃນເນີຍມີກົດໂດມີໂນ ທີ່ມີຊື່ວ່າ ທຼີບໂຕພັນ ເຊີ່ງສາມາດເຮັດໃຫ້ເກີດຄວາມຮູ້ສືກຜ່ອນຄາຍ ແລະສະກົດໃຫ້ຫຼັບໄດ້ສະໜິດດີຂື້ນ

6-ກີນໝາກກ້ຽງສາມາດແກ້ເຊັງ ແມ່ນຫຼືບໍ່?

  ຄຳຕອບ-ແມ່ນ ການກີນໝາກກ້ຽງໂດຍປອກເປືອກເອງ ຈະເຮັດໃຫ້ມີກີ່ນເປືອກໝາກກ້ຽງຊ່ວຍໃຫ້ຮູ້ສືກຜ່ອນຄາຍ ແລະວິຕາມີ່ນຊີ່ທີ່ຮ່າງກາຍເຮົາໄດ້ຣັບໃນຈຳນວນທີ່ພຽງພໍຈະເຮັດໃຫ້ສະໝອງລັ່ງຮອກໂມ່ນທີ່ຊ່ວຍໃຫ້ຜ່ອຍຄາຍໄດ້ດີ

7-ການກີນຊອກໂກແລັດຈະຊ່ວຍແກ້ອາການໄອໄດ້ ແມ່ນຫຼືບໍ່?

  ຄຳຕອບ-ແມ່ນ ເພາະໂກໂກທີ່ຜະລິດຊອກໂກແລັດນັ້ນ ມີສານທີ່ຊື່ວ່າທິໂອໂບຣໄມ ທີ່ຈະໄປອອກລິດທີ່ເສັ້ນປະສາດທີ່ຊື່ ເວກິສເນີຟ ທີ່ເຮັດໜ້າທີ່ກ່ຽວກັບການໄອ ເຮັດໃຫ້ສາມາດຢຸດການໄອ

8-ການກີນອາຫານເຊົ້າຊ່ວຍປ້ອງກັນຄວາມຈຳເສື່ອມໄດ້ ແມ່ນຫຼືບໍ່?

  ຄຳຕອບ- ແມ່ນເພາະເລືອດໃນຕອນເຊົ້າຈະແຂງຕົວງ່າຍ ຈື່ງມີໂອກາດທີ່ຫຼອດເລືອດອຸດຕັນ ສານອາຫານຈະໄປລ້ຽງສະໝອງນ້ອຍລົງສະໝອງຈື່ງຄ່ອຍໆເສື່ອມ ສະນັ້ນກີນທຸກໆເຊົ້າ

  ແຫຼ່ງຂໍ້ມູນມາຈາກ Yahoo Ask

ເພື່ອສຸຂະພາບພີ່ນ້ອງພັນລາວທຸກຄົນ ອິອິ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

 

1-ທະວີບທີ່ໃຫຍ່ທີ່ສຸດໃນໂລກແມ່ນ ທະວີບ Asia

2-ທະວີບທີ່ນ້ອຍທີ່ສຸດໃນໂລກແມ່ນ ທະວີບ Australia

3-ມະຫາສະໝຸດທີ່ໃຫຍ່ທີ່ສຸດໃນໂລກແມ່ນ ມະຫາສະໝຸດ Pacific

4-ມະຫາສະໝຸດທີ່ນ້ອຍທີ່ສຸດໃນໂລກແມ່ນ ມະຫາສະໝຸດ Antarctic

5-ທະເລທີ່ໃຫຍ່ທີ່ສຸດແມ່ນ ທະເລຈີນໃຕ້

6-ທະເລສ່ວນທີເລີກທີ່ສຸດແມ່ນ ບໍລິເວນChallengerໃກ້ເກາະMarianaໃນມະຫາສະໝຸດPacific

7-ທະເລສາບນ້ຳຈຶດທີ່ໃຫຍ່ທີ່ສຸດໃນໂລກແມ່ນ ທະເລສາບສຸພີເຣີຍ ຢູ່ລະຫວ່າງສະຫະຣັດອາເມລິກາ ກັບ ແຄນນາດາ

8-ທະເລສາບນ້ຳເຄັມທີ່ໃຫຍ່ທີ່ສຸດໃນໂລກແມ່ນ ທະເລສາບແຄສປ່ຽນ ຢູ່ສະຫວ່າງທາງໃຕ້ຂອງຣັດເຊຍກັບອີ່ຣ່ານ

9-ທະເລສາບທີ່ມີນ້ຳທີ່ເຄັມທີ່ສຸດໃນໂລກແມ່ນ ທະເລສາບເດດຊີ ຢູ່ລະຫວ່າງອີສະລາເອລກັບຈໍແດນ

 

ແລ່ງຂໍ່ມູນແມ່ນມາຈາກ Guinness Book of Record

ບາງທີພາສາທີ່ຂຽນອາດບໍ່ຖືກຕ້ອງ ກະຂໍອາໄພ

 

ເປັນຈິງໃດ໋ ກະພໍເປິນຄວາມຮູ້ຢູ່ບໍ໋ ອິອິ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

1-ແມງສາບທີ່ຫົວຂາດ ສາມາດມີຊີວິດຢູ່ຕໍ່ໄປໄດ້ຮອດ9ມື້ ກ່ອນທີ່ມັນຈະອົດອາຫານຕາຍ

2-ຖ້າທ່ານຂີດສໍ່ຂາວຂວາງທາງມົດກຳລັງຍ່າງ ມັນຈະບໍ່ຍອມຍ່າງຜ່ານໄປ

3-ຄົນເຮົາທຸກຄົນບໍ່ສາມາດເລຍປາຍແຂນສອກຂອງໂຕເອງໄດ້

4-ເຜີ້ງຈະຫັດກາຍະບໍລິຫານກ່ອນຈະບິນ

5-ເຈ້ຍແຜ່ນໜື່ງ ບໍ່ວ່າຈະໃຫຍ່ສ່ຳໃດ໋ ກໍ່ບໍ່ສາມາດພັບຣອດ7ທົບໄດ້..

6-ເປັນໄປບໍ່ໄດ້ທີ່ທ່ານຈະຈາມໂດຍບໍ່ຫຼັບຕາ

7-ລູກຕາຂອງຄົນເຮົາຄົງຂະໜາດເທົ່າເດີມມາແຕ່ເກີດ ແຕ່ດັງກັບຫູນັ້ນບໍ່ເຄີຍຢຸດການເຕີບໃຫຍ່

8-ໂຄສະນາໂມງທຸກໜ່ວຍ ມັກຈະໃຫ້ເຂັມໂມງຊີ້ໄປເລກ10:10ເພາະຈະໄດ້ເບີ່ງເປັນຮູບໃບໜ້າຍີ້ມ

9-ລາຍເສືອເກີດຈາກໜັງຂອງມັນ ບໍ່ແມ່ນຈາກຂົນ

10-ຮ້ອຍລະ 80ຂອງບົດເລື່ງນີ້ພະຍາຍາມເລຍແຂນສອກໂຕເອງ...ອິອິ ແມ່ນນະ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 30, 2009 | ມີ 26 ຄຳເຫັນ ແລະ 0 trackback(s)

ຕົ້ມໄຂ່...ທຸກຕົນອາດເວົ້າໄດ້ວ່າເປັນເລື່ອງງ່າຍແລະມີຂັ້ນຕອນທີ່ບໍ່ຫຍຸ້ງຍາກ ພຽງແຕ່ຕົ້ມນ້ຳແລ້ວໃສ່ໄຂລົງໄປຈາກນັ້ນກໍ່ຖ້າແຕ່ໄຂ່ສຸກແມ່ນບໍ່ ແຕ່ການທີ່ຈະຕົ້ມໄຂໃຫ້ເນື້ອນຸ້ມແລະໜ້າແຊບນັ້ນຄົງຈະບໍ່ແມ່ນເລື່ອງງ່າຍເລີຍທີ່ທຸກຄົນຈະເຣັດໄດ້ ແລະເຄັດລັບໃນການຕົ້ມໄຂ່ ທີ່ຈະເຣັດໃຫ້ພວກທ່ານສາມາດປອກເປືອກໄດ້ງ່າຍ ໂດຍທີ່ບ່ອເຮັດໃຫ້ເນື້ອໄຂ່ບໍ່ຕິດກັບເປືອກ ຫຼືໄຂ່ເລະ ແບະເນື້ອແຕກ ກໍ່ຄົງຈະເປັນສື່ງທີ່ໃຜໆຫຣາຍຄົນອາດຈະຍັງບໍ່ຮູ້ແມ່ນບໍ່ ມື້ນີ້ຂ້ອຍມີເຄັດລັບດີໆມາຝາກທຸກທ່ານ

ໂດຍເວສາຕົ້ມໄຂ່ໃຫ້ພວກທ່ານໃສ່ນ້ຳສົ້ມສາຍຊູ ຫຼືໝາກນາວລງົໄປໃນນ້ຳທີ່ຈະຕົ້ມໜ້ອຍໜື່ງ ຈາກນັ້ນໃຫ້ໃສ່ໄຂ່ລົງໄປພ້ອມນ້ຳ ແລ້ວຈື່ງນຳຂື້ນຕົ້ມ (ແຕ່ບາງທ່ານອາດເຄີຍຊີນກັບການຕົ້ມນ້ຳໃຫ້ຟົດກ່ອນ ແລ້ວຈື່ງໃສ່ໄຂ່ລົງໄປຕົ້ມຊື່ງວຶທີການນີ້ແມ່ນຈະເຮັດໃຫ້ໄຂ່ທີ່ໄດ້ນັ້ນມີເນື້ອແຂງກະດ້າງ ບໍ່ນຸ້ມໜ້າກີນປານໃດ໋) ການຕົ້ມຄວນໃຊ້ໄຟອ່ອນ ເມື່ອຕົ້ມສຸກແລ້ວຄວນຕັກໄປແຊ່ນ້ຳທັນທີ ຊື່ງຈະເຮັດໃຫ້ໄຂ່ຕົ້ມທີ່ໄດ້ນັ້ນນຸ້ມແລະໜ້າແຊບຫຼາຍຂື້ນ...ງ່າຍໆແມ່ນນະ

ເອົາໄປລອງເຮັດເບີ່ງເດີ