ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ແບບທົດສອບມີສີ່ຂໍ້ ໃຫ້ເລືອກເອົາຂໍ້ລະອັນ

1 ຖ້າເຈົ້າຄິດຈະຕົກແຕ່ງ ສວນຫນ້າບ້ານ ເຈົ້າຈະໃຫ້ຄວາມສຳຄັນ ກັບອັນໃດເປັນສິ່ງທຳອິດ?

1 ຕົ້ນໄມ້ໃຫ້ຮົ່ມເງົາ

2 ບໍ່ນ້ຳ

3 ດອກໄມ້ສີສັນຕ່າງໆ

4 ທົ່ງຫຍ້າ

2 ຢາກເຫັນວິວຈາກປ່ອງຢ້ຽມຫ້ອງນອນເຈົ້າເປັນແນວໃດ໋

1 ເຫັນທ້ອງຟ້າ

2 ເຫັນທະເລ

3 ເຫັນຕົ້ນໄມ້ ປ່າໄມ້

4 ເຫັນອາຄານບ້ານເຮືອນ

3 ຖ້າເຈົ້າຈະຊື້ສິ່ງຂອງດັ່ງຕໍ່ໄປນີ້ເຈົ້າຈະເລືອກອັນໃດ໋ດົນທີ່ສຸດ

1 ເກີບ

2 ເສື້ອຜ້າ

3 ຫນັ່ງສື

4 ໂມງ

4 ຜ້າເຊັດຫນ້າທີ່ເຈົ້າມັກເກັບໄວ້ຕິດໂຕເປັນແບບໃດ໋ ກໍລະນີບໍ່ມີຈະເລືອກຈະອັນໃດ໋

1 ສີສົດໃສ

2 ສີອ່ອນ

3 ລາຍດອກໄມ້ ລາຍຈຸດ

4 ລາຍເສັ້ນ ຫຼືລາຍສະກ໋ອດ

 

 

ສະເຫຼີຍ

1 ບ້ານ ສື່ເຖິງບຸກຄົນທຳອິດທີ່ເຈົ້າຄິດຮອດເມື່ອປະສົບຜົນສຳເລັດ

1 ຕົ້ນໄມ້ສື່ເຖິງພໍ່ແມ່ ຫຼືຍາດຜູ້ໃຫຍ່ ອາວຸດໂສ

2 ບໍ່ນ້ຳ ສື່ເຖິງໂຕເຈົ້າເອງ

3 ດອກໄມ້ສື່ເຖິງຄົນຮັກ

4 ທົ່ງຫຍ້າ ສື່ເຖິງ ຫມູ່ເພື່ອນ

2 ວິວທີ່ຢາກເຫັນຈາກປ່ອງຢ້ຽມ ຫມາຍເຖິງອາຊີບການງານທີ່ຢາກເຮັດໃນອະນາຄົດ

1 ທ້ອງຟ້າ ອາຊີບອິດສະຫຼະ ເປັນໂຕຂອງໂຕເອງ ໃຊ້ຄວາມສາມາດພິເສດຂອງໂຕເອງ

2 ທະເລ ອາຊີບທີ່ຕ້ອງໃຊ້ອາລົມ ຈິນຕະນາການຂອງຕົນໃນການສ້າງສັນຜົນງານ

3 ຕົ້ນໄມ້ ທຸລະກິດສ່ວນຕົວ ທີ່ມີບຸກຄົນພາຍໃນຄອບຄວາມເປັນຫຸ້ນສ່ວນ ແລະຮ່ວມງານ

4 ອາຄານບ້ານເຮືອນ

3 ສິ່ງຂອງທີ່ໃຊ້ເວລາເລືອກຊື້ດົນ ຫມາຍເຖິງສິ່ງທີ່ເຈົ້າປ່ຽນແປງໄດ້ຍາກ

1 ເກືບ ສື່ເຖິງນິໄສຫຼືບາງສິ່ງໃນໂຕເຈົ້າ

2 ເສື້ອຜ້າ ສື່ເຖິງຄົນຮັກຫຼືຄວາມສຳພັນຂອງຄົນໃກ້ຊິດ

3 ຫນັ່ງສື ສື່ເຖິງຄວາມຄິດຂອງເຈົ້າ

4 ໂມງ ສື່ເຖິງກົດເກນຕ່າງໆທີ່ໂຕເອງກຳນົດຂື້ນ

4 ຜ້າເຊັດຫນ້າຫມາຍເຖິງເລື່ອງບາງສິ່ງທີ່ເຮັດໃຫ້ເຈົ້າເສຍນ້ຳຕາ

1 ສີສົດໃສ ສື່ເຖິງເລື່ອງຕ່າງໆທີກ່ຽວກັບຫມູ່ເພື່ອນ

2 ສີອ່ອນ ສື່ເຖິງເຈົ້າເປັນຄົນຂີ້ເຫງົາ ມັກເສຍນ້ຳຕາໃຫ້ກັບຄວາມໂດດດ່ຽວ

3 ລາຍດອກໄມ້ ລາຍຈຸດ ສື່ເຖິງເສຍນ້ຳຕາໃຫ້ຄົນຮັກ ຄວາມຮັກ

4 ລາຍສະກອດ ລາຍເສັ້ນ ສື່ເຖິງເສຍນ້ຳຕາໃຫ້ກັບການຮຽນ ການງານ

 

ເປັນຈັ່ງໃດ໋ ກະຖືກຢູ່ຫວ໋າລະ ອິອິ

Delicious Digg Fark Twitter