ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

1, ຍອມຮັບຄວາມຈິງ

     ບໍ່ມີໃຜທີ່ຈະຮູ້ພາສາທີ່ສອງໄດ້ຕັ້ງແຕ່ເກີດ ທຸກໆຄົນຕ້ອງໃຊ້ເວລາໃນການຮຽນຮູ້ ສະນັ້ນຢ່າຄາດຫວັງວ່າຈະເຂົ້າໃຈທຸກສີ່ງທຸກຢ່າງຕັ້ງແຕ່ເລີ່ມຕົ້ນ

2, ຮຽນຮູ້ເທື່ອລະໜ້ອຍ

     ການທົບທວນຄືນໃນໄລຍະສັ້ນ ເຊັ່ນວ່າ ຕອນກີນເຂົ້າເຊົ້າ ຕອນອາບນ້ຳ ຫຼືຕອນເດີນທາງ ຈະເຮັດໃຫ້ເຮົາຈົດຈຳໄດ້ດີ

3, ທ່ອງຄຳສັບ

    ຖ້າຮູ້ຈັກຄຳສັບຫຼາຍເທົ່າໃດ໋ ເຈົ້າກໍ່ຈະສາມາດເວົ້າແລະເຂົ້າໃຈໄດ້ຫຼາຍເທົ່ານັ້ນ ເຕັກນິກໃນການຈື່ຈຳຄຳສັບ ຄື ພົກປື້ມຫົວນ້ອຍໆ ທີ່ຂຽນຄຳສັບ ມີຄຳແປພ້ອມ ໄປນຳທຸກບ່ອນ

4, ຝຶກຝົນຢ່າງແທ້ຈິງ

    ຢ່າທ່ອງໄວ້ແຕ່ໃນໃຈ ເວົ້າຫຼືອ່ານອອກມາດັງໆ ໃນທຸກເທື່ອທີ່ມີໂອກາດ ເພື່ອຝືກຝົນປາກຂອງເຈົ້າໃຫ້ມີຄວາມຊີນເຄີຍກັບການອອກສຽງ

5, ເຮັດວຽກບ້ານ

    ການເຮັດວຽກບ້ານແມ່ນການຝືກຝົນທັກສະໃນການໃຊ້ພາສາໃຫ້ຖືກຕ້ອງ ຈົນກໍ່ໃຫ້ເກີດຄວາມຊຳນິຊຳນານ ແລະສາມາດເວົ້າຫຼືຂຽນອອກມາໄດ້ໂດຍອັດຕະໂນມັດ

6, ຈັບກຸ່ມຮຽນ

     ຊອກເວລາທວນຄືນ ເຮັດວຽກບ້ານ ຫຼືຝຶກເວົ້າພາສານຳໝູ່ເພື່ອນເປັນປະຈຳ(ອັນນີ້ຂ້ອຍເຮັດປະຈຳ ອິອິ) ເຮົາສາມາດແກ້ຂໍ້ບົກຜ່ອງໃຫ້ກັນແລະກັນໄດ້ ແລະຍັງສາມາດຈົດຈຳໄດ້ແມ່ນຂື້ນອີກ

7, ຊອກຈຸດອ່ອນຂອງໂຕເອງ

    ເຈົ້າຄວນຊອກຫາຈຸດອ່ອນຂອງໂຕເອງໃຫ້ໄດ້ ເພື່ອທີ່ຈະໄດ້ເພີ່ມປະສິດຕິພາບໃນການຮຽນຮູ້ ເຊັ່ນວ່າ ເຈົ້າເປັນຄົນມິດງຽບ ແລະບໍ່ຄ່ອຍມີສ່ວນຮ່ວມໃນເວລາຮຽນ ກໍ່ຄວນຈະປ່ຽນທີ່ນັ່ງຂອງເຈົ້າໄປນັ່ງທາງຫນ້າຈະດີກວ່າ

8, ຊອກໂອກາດໃນການໃຊ້ພາສາ

     ເພື່ອສ້າງຄວາມຄຸ້ນເຄີຍກັບພາສານັ້ນໆ ໃຫ້ໄດ້ຫຼາຍທີ່ສຸດ ບໍ່ວ່າຈະເປັນການສົນທະນາກັບຄົນທີ່ເປັນເຈົ້າຂອງພາສາທີ່ເຮົາຮຽນ, ເຊົ່າຫນັງທີ່ເວົ້າພາສານັ້ນມາເບີ່ງ, ຟັງເພງພາສານັ້ນ ຫຼືຈິໃຫ້ດີກະຊອກແຟນທີ່ເປັນຄົນປະເທດນັ້ນເລີຍແຮງດີ ອິອິ

9, ທຸ້ມໃຫ້ກັບພາສາທີ່ຮຽນ

     ງ່າຍໆ ຫາຍໃຈເຂົ້າກະໃຫ້ເປັນພາສາສັ້ນ ຮຽນຮູ້ພາສານັ້ນທາງໃນຫ້ອງແລະນອກຫ້ອງຮຽນຢ່າງເຕັມທີ່

10, ປືກສາຜູ້ຮູ້

     ຫ້າມີບັນຫາຫຼືຂັດຂ້ອງບ່ອນໃດ ກໍ່ຕ້ອງຖາມຄູສອນຫຼືເຈົ້າຂອງພາສາທີ່ຮຽນັ້ນທັນທີ ເພື່ອທະລາຍກຳແພງທີ່ເປັນອຸປະສັກໃນການຮຽນອອກໄປໃຫ້ໄວທີ່ສຸດ ເຈົ້າຈື່ງຈະບໍ່ສະດຸດກັບອຸປະສັກດັ່ງກ່າວດົນຫຼາຍເກີນໄປ ເຊີ່ງບາງທີມັນອາດຈະເຮັດໃຫເຈົ້າເກີດຄວາມເບື່ອໄດ້

 

 

ແນວໃດ໋ກະເອົາໄປລອງເບີ່ງເດີ່

ຈອມມານຮັບຮອງວ່າໄດ້ຜົນສຸດໆ

Delicious Digg Fark Twitter