ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ມື້ນີ້ບັງເອີນວ່າໄປເຈິກັບເລື່ອງຫນ້າສົນໃຈ ກະເລີຍຢາກເອົາມາຂຽນໃຫ້ຫມູ່ເພື່ອນອ່ານນຳກັນ

ມັນເປັນເລື່ອງກ່ຽວກັບສີ ມາເບີ່ງກັນເລີຍວ່າສີກັບວັນເກີດຂອງແຕ່ລະວັນບົ່ງບອກຫຍັງແດ່

 

ວັນອາທິດ ສີປະຈຳວັນແມ່ນ ສີແດງ ສີ່ທີ່ໃຫ້ໂຊກໃຫ້ລາບແມ່ນ ສີຂຽວ ສີບົວໃສ່ແລ້ວຈະເຮັດໃຫ້ຮູ້ສືກຫນ້ານັບຖື ສີທີ່ອັບປະມຸງຄຸນຂອງວັນອາທິດແມ່ນສີຟ້າ

ວັນຈັນ ສີປະຈຳວັນແມ່ນ ສີເຫຼືອງ ສີທີ່ໃຫ້ໂຊກໃຫ້ລາບແມ່ນ ສີມ່ວງ ໃນຕອນເຊົ້າວັນຈັນຄວນໃສ່ເສື້ອຜ້າສີຂາວປົນມ່ວງ ສ່ວນສີຂຽວຈະແມ່ນສີແຫ່ງກຽດສັກສີ ສີທີ່ອັບປະມຸງຄຸນແມ່ນສີແດງ

ວັນອັງຄານ ສີປະຈຳວັນແມ່ນ ສີບົວ ສີທີ່ທີ່ໃຫ້ໂຊກໃຫ້ລາບ ແລະສົ່ງເສີມໃຫ້ມີຄົນຮັກ ເພີ່ມສະເຫນ່ແມ່ນ ສີສົ້ມ ສີທອງ  ສີ່ທີ່ສົ່ງເສີມກຽດສັກສີແມ່ນສີມ່ວງ ສີອັບປະມຸງຄຸນແມ່ນ ສີເຫຼືອງ ສີຂາວ

ວັນພຸດ ສີປະຈຳວັນແມ່ນ ສີຂຽວ ສີທີ່ໃຫ້ໂຊກໃຫ້ລາບແມ່ນ ສີຂຽວ ສີຫມາກຄໍ້ ສີດຳ ສີເທົາ ສີນ້ຳຕານ ສີທີ່ສົ່ງເສີມກຽດສັກສີແມ່ນ ສີສົ້ມແກ່ ສີອັບປະມຸງຄຸນແມ່ນ ສີບົວ

ວັນພະຫັດ ສີປະຈຳວັນແມ່ນ ສີສົ້ມ ສີທີ່ໃສ່ແລ້ວເປັນມຸງຄຸນແມ່ນສີແດງ ຕັ້ງແຕ່ແດງສົດໄປຮອດແດງອ່ອນ ສີ່ທີ່ສົງເສີມກຽດສັກສີມີຄົນນັບຖືແມ່ນ ສີຟ້າ ສີຫມາກຄໍ້ ສີອັບປະມຸງຄຸນແມ່ນ ສີມ່ວງ

ວັນສຸກ ສີປະຈຳວັນແມ່ນ ສີຟ້າ ສີທີ່ເປັນສິຣິມຸງຄຸນແມ່ນ ສີບົວ  ຖ້າໃສ່ ສີເຫຼືອງ ສີຂາວ ຈະເຮັດໃຫ້ມີຄົນຮັກຄົນມັກ ສີທີ່ອັບປະມຸງຄຸນແມ່ນສີ່ ດຳ ຫຼືສີເຂັ້ມໆ ເຊັ່ນສີຫມາກຄໍ້

ວັນເສົາ ສີປະຈຳວັນແມ່ນ ສີມ່ວງ ສີທີ່ເປັນມຸງຄຸນແມ່ນ ສີຟ້າຫຼືສີຫມາກຄໍ້ ສີແຫ່ງອຳນາດແລະກຽດສັກສີແມ່ນ ສີດຳ ສີເທົາແກ່ ສີອັບປະມຸງຄຸນແມ່ນສີຂຽວ

 

ບໍ່ຮູ້ວ່າແມ່ນແທ້ຫຼືບໍ່ ແຫະແຫະ ແຕ່ກະຢາກຂຽນມາໃຫ້ອ່ານເດີ່ ອິອິ

ຂໍອະໄພຖ້າມີຄຳຜິດ

Delicious Digg Fark Twitter