ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

ມາເບີ່ງຂໍ້ສົງໄສ ທີ່ຄວນຮູ້ໄວ້ ວ່າ ແມ່ນແນວທີ່ທ່ານຄິດບໍ່ ຫຼີວ່າຜິດ

 

1-ກີນນ້ຳໝາກນາວສົ້ມໆ ສາມາດແກ້ເມົາຄ້າງໄດ້ແມ່ນຫຼືບໍ່?

  ຄຳຕອບ- ບໍ່ແມ່ນ ແຕ່ການແກ້ເມົາຄ້າງນັ້ນແມ່ນ ການດື່ມນ້ຳໝາກກ້ວຍປັ່ນກິບນົມແລະນ້ຳເຜີ້ງ

ເພາະກ້ວຍສາມາດເຮັດໃຫ້ກະເພາະເຮົາຜ່ອນການເຣັດວຽກລົງ ສ່ວນນ້ຳເຜີ້ງສາມາດເປັນໂຕຊ່ວຍເສີມປະລິມານນ້ຳຕານໃນເສັ້ນເລືອດທີ່ໝົດໄປແລະນົມສາມາດຊ່ວຍປັບລະດັບຂອງແຫຼວໃນຮ່າງກາຍຂອງເຮົາ ເຮັດໃຫ້ຫາຍເມົາຄ້າງໄດ້.

2-ເມື່ອເປັນໄຂ້ບໍ່ຄວນກີນໝາກສີດາແມ່ນຫຼືບໍ່?

  ຄຳຕອບ-ແມ່ນ ເພາະໃນໝາກສີດາມີທາດໂປຕາຊີອອມສູງ ເມື່ອເວລາເປັນໄຂ້ຮ່າງກາຍເຮົາຈະມີອຸນຫະພູມສູງຂື້ນ ການກີນອາຫານທີ່ມີທາດໂປຕາຊີອອມສູງຈະເຮັດໃຫ້ເກີດອາການຊັກໄດ້

3-ກີນມັນຝະລັ່ງຈະຊ່ວຍເຮັດໃຫ້ຄວາມດັນເລືອດຕ່ຳລົງໄດ້ ແມ່ນຫຼືບໍ່?

  ຄຳຕອບ-ແມ່ນ ເພາະໃນມັນຝະລັ່ງມີສານເຄມີທີ່ເກີດຂື້ນຕາມທຳມະຊາດທີ່ຊື່ວ່າ ຄູຄົວໄມສ ທີ່ສາມາດຄວບຄຸມຄວາມດັນເລືອດໃຫ້ຕ່ຳລົງໄດ້

4-ການດື່ມນມອຸ່ນກ່ອນນອນຈະຊ່ວຍກະຕຸ້ນໃຫ້ມີອາລົມທາງເພດໄດ້ ແມ່ນຫຼືບໍ່?

  ຄຳຕອບ-ບໍ່ແມ່ນ ແຕ່ການດື່ມນົມອຸ່ນກ່ອນນອນຈະຊ່ວຍໃຫ້ນອນຫຼັບສະບາຍຫຼາຍຂື້ນ

5-ການກີນເນີຍ(butter)ກ່ອນນອນເຮັດໃຫ້ນອນຫຼັບສະນິດຂື້ນ ແມ່ນຫຼືບໍ່?

  ຄຳຕອບ-ແມ່ນ ເພາະໃນເນີຍມີກົດໂດມີໂນ ທີ່ມີຊື່ວ່າ ທຼີບໂຕພັນ ເຊີ່ງສາມາດເຮັດໃຫ້ເກີດຄວາມຮູ້ສືກຜ່ອນຄາຍ ແລະສະກົດໃຫ້ຫຼັບໄດ້ສະໜິດດີຂື້ນ

6-ກີນໝາກກ້ຽງສາມາດແກ້ເຊັງ ແມ່ນຫຼືບໍ່?

  ຄຳຕອບ-ແມ່ນ ການກີນໝາກກ້ຽງໂດຍປອກເປືອກເອງ ຈະເຮັດໃຫ້ມີກີ່ນເປືອກໝາກກ້ຽງຊ່ວຍໃຫ້ຮູ້ສືກຜ່ອນຄາຍ ແລະວິຕາມີ່ນຊີ່ທີ່ຮ່າງກາຍເຮົາໄດ້ຣັບໃນຈຳນວນທີ່ພຽງພໍຈະເຮັດໃຫ້ສະໝອງລັ່ງຮອກໂມ່ນທີ່ຊ່ວຍໃຫ້ຜ່ອຍຄາຍໄດ້ດີ

7-ການກີນຊອກໂກແລັດຈະຊ່ວຍແກ້ອາການໄອໄດ້ ແມ່ນຫຼືບໍ່?

  ຄຳຕອບ-ແມ່ນ ເພາະໂກໂກທີ່ຜະລິດຊອກໂກແລັດນັ້ນ ມີສານທີ່ຊື່ວ່າທິໂອໂບຣໄມ ທີ່ຈະໄປອອກລິດທີ່ເສັ້ນປະສາດທີ່ຊື່ ເວກິສເນີຟ ທີ່ເຮັດໜ້າທີ່ກ່ຽວກັບການໄອ ເຮັດໃຫ້ສາມາດຢຸດການໄອ

8-ການກີນອາຫານເຊົ້າຊ່ວຍປ້ອງກັນຄວາມຈຳເສື່ອມໄດ້ ແມ່ນຫຼືບໍ່?

  ຄຳຕອບ- ແມ່ນເພາະເລືອດໃນຕອນເຊົ້າຈະແຂງຕົວງ່າຍ ຈື່ງມີໂອກາດທີ່ຫຼອດເລືອດອຸດຕັນ ສານອາຫານຈະໄປລ້ຽງສະໝອງນ້ອຍລົງສະໝອງຈື່ງຄ່ອຍໆເສື່ອມ ສະນັ້ນກີນທຸກໆເຊົ້າ

  ແຫຼ່ງຂໍ້ມູນມາຈາກ Yahoo Ask

ເພື່ອສຸຂະພາບພີ່ນ້ອງພັນລາວທຸກຄົນ ອິອິ

Delicious Digg Fark Twitter