ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2010 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ຊື່ວັດຖຸ : WOMAN

ສັນຍາລັກ Wo

ຜູ້ຄົ້ນພົບ Man
ມວນອາຕອມ : ມາດຕະຖານ 50 ກກ.ແຕ່ອາດປ່ຽນແປງໄດ້ຈາກ 40-80 ກກ.
ລັກສະນະທົ່ວໄປ : ຄ້າຍກັນຫມົດຫາກຢູ່ໃນເຂດເມືອງ

ຄຸນສົມບັດທາງ ຟິສິກ
1. ພື້ນຜິວສ່ວນໃຫຍ່ ເຄືອກດ້ວຍສານ ຫອມລະເຫລີຍ ແລະນ້ຳມັນບຳລຸງຜິວ
2. ເດືອດທີ່ອຸນະພູມຕ່າງ ໆ ເອົາແນ່ບໍ່ໄດ້
3. ເຖືງຈຸດເຍືອກແຂງໄດ້ງ່າຍ ໂດຍບໍ່ມີສາເຫດ ແລະອາດຈະຢູ່ຈຸດເຍືອກແຂງໄດ້ ເປັນອາທິດ
4. ຫລອມລະລາຍໄດ້ ຫາກໄດ້ຮັບການເອົາໃຈຖືກວິທີ
5. ມີຮົດເພັດ ແລະ ຂົມຫາກໃຊ້ຜິດວິທີ
6. ປ່ຽນແປງໄດ້ຫລາຍສະຖານນະ ຕັ້ງແຕ່ແຂງເປັນຫີນ ຈົນອ່ອນປວກປຽກເປັນຂີ້ຜື້ງລົນໄຟ
7. ບໍ່ທົນຕໍ່ການສຽດສີ ກະແທກແດກດັນ

ຄຸນສົມບັດທາງເຄມີ
1. ບາງຕົວມີລິດເປັນກົດ ບາງຕົວຫວານກ່ວານ້ຳຕານ ບາງຕົວກະສົ້ມປົນຫວານ
2. ເຮັດປະຕິກິລິຍາຢ່າງໄວກັບ ເພັດ ຄຳ ເງີນ ທັກທິມ ລົດ ມືຖື ດອກໄມ້ ແລະສີ່ງສວຍງາມ ທຸກຊະນິດ
3. ດູດຊືມຂໍ້ມູມຂ່າວສານຮອບຕົວ ໄດ້ຢ່າງມະຫາສານ
4. ອາດຈະມີການລະເບີດໄດ້ທຸກເມື່ອ ໂດຍບໍ່ມີການແຈ້ງເຕືອນລ່ວງຫນ້າ
5. ມີຄຸນສົມບັດ ລະລາຍເງີນ ໃນກະເປົ່າໄດ້ ເມື່ອຢ່າງຜ່ານຮ້ານສີນຄ້າ
6. ເຂົ້າເປັນເນື້ອດຽວໄດ້ງ່າຍກັບ ຫມາກໄມ່ດອງ ຕຳສົ້ມ ຂອງກີນຈຸກຈິກ ແລະ ບໍ່ເຂົ້າກັບໄຂມັນທຸກຊະນິດ

ການທົດສອບ
1. ວັດຖຸຕົວຢ່າງຈະປ່ຽນເປັນສີ ຊົມພູ ເມື່ອຖືກສຳພັດ
2. ວັດຖຸຕົວຢ່າງຈະປ່ຽນເປັນສີ ຂຽວ ເມື່ອຖືກວາງໃກ້ກັບວັດຖຸທີ່ ງາມກ່ວາ
3. ວັດຖຸຕົວຢ່າງຈະສົ່ງສຽງບໍ່ຫຍຸດ ເມື່ອຢູ່ລວມກັນເປັນກຸ່ມ

ປະໂຫຍດ
1. ແບກໂລກໄວ້ເຄີ່ງຫນື່ງ
2. ດຳລົງເຜົ່າພັນມະນຸດ
3. ເຮັດໃຫ້ໂລກສົດໃສ
4. ສ້າງຄວາມອ່ອນໂຍນໃຫ້ເກີດ ໃນສັງຄົມມະນຸດ

ຂໍ້ຄວນລະວັງ
1. ສະພັດດ້ວຍຄວາມປານີດ ບໍ່ຊັ້ນອາດໄດ້ຮັບອັນຕະລາຍ
2. ຄອບຄອງໄດ້ພຽງຊີ້ນດຽວ ໃຜຟ່າຝືນອາເກີດອາການ “ສາມເສົ້າ” ເຮັດໃຫ້ທຸກໃຈ ຢາກຕາຍ