ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

1.

ເປົາວຸ້ນຈິ້ນ ເປັນເລື້ອງຮາວ ສືບສວນຄະດີຄາດຕະກຳ ໂດຍມີເນື້ອຫາທີ່ບໍ່ຊັບຊ້ອນເທົ່າກັບ ໂຄນັນ (ໄປໃສ່ມີແຕ່ ຄາດຕະກຳໃນຫ້ອງປິດຕາຍຕະຫລອດ) ແລະອາດບໍ່ແມ່ນການສືບສວນແບບ CSI (ເພາະເທົ່າທີ່ເບີ່ງມາ ຍັງບໍ່ເຫັນ ທ່ານ ກົງຊຸນ ກວດພິສູດ DNA) ແຕ່ລະຄະດີບໍ່ຊັບຊ້ອນ ຜ່ານໄປ 4 - 5 ຕອນ ກໍ່ຈະມີ ຫລັກຖານຈັບຕົວຜູ້ຮ້າຍໄດ້ສະເຫມີ (ແຕ່ເປົາວຸ້ນຈີ້ນ ສາມາດລົງ ໄປຫາຍົມມະບານໄດ້ ໂຄນັນ ກັບ CSI ເຮັດບໍ່ໄດ້ )

 

2.

ພະຈັນເຄີ່ງສ້ຽວ ຢູ່ຫນ້າຜາກ ເປົາວຸ້ນຈີ້ນ "ເປັນພະຈັນ ແຮມຂື້ນ" ສາເຫດທີ່ຕ້ອງເປັນ "ພະຈັນເຄີ່ງສ້ຽວ" ກໍ່ເພາະວ່າຖ້າເປັນຮູບ "ສາຍຟ້າ" ກໍ່ຈະໄປຊ້ຳກັບ "ແຮ່ຣິ້ ພໍເຕີ້" ເຊິ່ງອາດເກີດບັນຫາຄື ເວລາທີ່ ວ່ອນເດີ້ມໍ ອາລົມສາຍ ເປົາວຸ້ນຈີ້ນອາດຈະ ປວດຫົວໃນເວລາ ສືບສວນຄະດີ ຈົນທ່ານ ກົງ ຊຸນ ຕ້ອງຝັງເຂັດໃຫ້ ( ອັນນີ້ຫນ້າຄິດ )

 

3.

"ຫວັງເຊົາ" ຕ້ອງເຮັດວຽກຮ່ວມກັບ "ຫມ່າຫັ້ນ" ສ່ວນ "ຈາງຫລົ່ງ" ຕ້ອງໄປກັບ "ເຈົ້າຫູ່" ສະເຫມີ ເປົ່າເຄີຍໄດ້ຍີນ ທ່ານ ເປົາ ເອີ້ນວ່າ "ຫວັງເຊົາ ເຈົ້າຫູ່" ຫຮຼື "ຫມ່າຫັ້ນ ຈາງຫລົ່ງ" ແຕ່ຢ່າງໃດກໍ່ຕາມ ຄາດວ່າ ອາດຈະເຮັດວຽກ ບໍ່ເຂົ້າຂາກັນລອງອ່ານ ( ໃຫ້ເປັນອອກສຽງເປັນພາສາໄທຈະໄດ້ຄືກັບເລື້ອງ )

 

4.

ຕອນທີ່ ທ່ານ ເປົາ ສັ່ງ "ເບີກຜູ້ຕ້ອງຫາາາາ" ລູກນ້ອງຕ້ອງຮັບຄຳພ້ອມກັນວ່າ "ເວ.............ວູ" ເຄີຍຖາມຫມູ່ທີ່ມີເຊື້ອສາຍຈີນວ່າ "ສຽວ 'ເວ...ວູ' ແປວ່າຫຍັງ" ມັນຕອບວ່າ "ບໍ່ຮູ້"

ໃນບາງຄັ້ງຜູ້ຕ້ອງສົງໄສ ອາດເຮັດຫຍັງລ່ວງເກີນ ທ່ານ ເປົາ ທ່ານ ເປົາ ຈະຕະຄອກສຽງດັງວ່າ "ບັງອາດ" ພວກລູກນ້ອງຈະແຄ້ນໃຈໄປນຳ ແລະຮ້ອງໄປວ່າ "ເວ.................ວູ" ເຊັ່ນກັນ (ເຊິ່ງຍັງບໍ່ຮູ້ຈົນທຸກມື້ນນີ້ ວ່າມັນແປວ່າຫຍັງ)

 

5.

ຈັນເຈົ່າ ແມວຫລວງແຫ່ງລາດສະສຳນັກ ສາມາດປາບຈອມຍຸດ ທຸກຄົນໃນຍຸດຕະພົບ ບໍ່ວ່າຄົນນັ້ນຈະເປັນໃຜ ຝືກວິທະຍາຍຸດມາ ຈັກສິບປີກໍ່ຕາມ ບໍ່ວ່າມາດ່ຽວ ຫຮຼື ມາຫມູ່ ຈັນເຈົ່າຮັບມືໄດ້ຫມົດດດດ ນັບວ່າເກັ່ງຫລາຍ ຂ້ານ້ອຍນັບຖືກ (ຮຽນວິຊາມາແຕ່ໃສ່ຫວ່າາາ)

 

6.

ຖ້າ ທ່ານ ເປົາ ຖອດຫມວກ ລາອອກ ລູກນ້ອງອີກ 6 ຈະຖອດຫມວກ ລາອອກຕາມທັນທີ ສານໄຄຟົງ ຈະມິດງຽບໄປໃນພິບຕາ (ແຕ່ເຊື່ອໂລດ ດຽວກະກັບມາເປີດໃຫມ່)

 

7.

ຖ້າຂ້ອຍເປັນ ຫ້ອງເຕ້ ຂ້ອຍຄົງຈະເຊັງຢ່າງແຮງ ເພາະຊ່ວງນີ້ ທ່ານ ເປົາ ຫລີ້ນປະຫານຄົນໃນ ລາດສະສຳນັກ ຕະຫລອດ ໄທເຮົາ ຮອງເຮົາ ລາດຊະບຸດເຂີຍ ເຄືອຍາດ ຂຸນນາງນ້ອຍໃຫຍ່ ທ່ານ ເປົາ ປະຫານຮຽບ

 

8.

ເວລາຈະສອບເຂົ້າຈອມຫງວນ ຕ້ອງເລີ່ມທ່ອງຫນັງສື ໃນບ້ານ ທີ່ຊົນນະບົດກ່ອນ ໂດຍການທ່ອງຫນັງສືນັ້ນ ຕ້ອງເອົາມືຊ້າຍຈັບຫນັງສື ມືຂົວຄັດຫລັງ ທີ່ສຳຄັດຕ້ອງຕອດຫົວໄປນຳ ບໍ່ຊັ້ນຄວາມຮູ້ຈະບໍ່ລະລາຍເຂົ້າໃນຫົວ ສ່ວນການສອບກະບໍ່ມີຫຍັງຫລາຍ ເພາະພຽງແຕ່ທ່ອງກອນໄດ້ ກະສອບເປັນຈອມຫງວນ ເປັນ ຂຸນນາງໄດ້ແລ້ວ ບໍ່ຕ້ອງຮຽນວິຊາອື່ນ (ແລ້ວມັນຈະທ່ອງຫນັງສືໄປເຮັດຫຍັງວ່າ)

 

9.

ຕາມສະທິຕິ 80 ເປີເຊັນ ພໍສອບເຂົ້າ ຈອມຫງວນໄດ້ແລ້ວ ມັກຈະຫລົງອຳນາດ ແລະ ລືມບ້ານເກີດ ເຮັດໃຫ້ ພໍ່ ແມ່ ລູກເມຍ ຕ້ອງມາ ຕີກອງຮ້ອນທຸກລົບກວນ ທ່ານ ເປົາ ເປັນປະຈຳ (ແລ້ວຈະມີການປະຫານຕາມມາ)

 

10.

ກົງກົງ (ຂັນທີ ໃນວັງ) ແທ້ແລ້ວສຽງເຂົາເຈົ້າ ອຸບາດແບບນັ້ນແທ້ຫວ່າ ?? (ສຽງນ້ອຍ ສຽງໃຫຍ່)

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2008 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ
ເລື້ອງມີຢູ່ວ່າລາວຫາຍໄປມື້ວານນີ້ ຈີ່ງຢາກລົບກວນ

ພີ່ນ້ອງພັນລາວ ຊ່ວຍຫາໃຫ້

ຮູບຫ່າງ ລັກສະນະ ຫນ້າຕາລາວ ຈະບອກໃຫ້ຟັງ

ຜິວຂາວ ຂາວຫລາຍ

ເປັນຄົນໄທແທ້

ອາຍຸຍັງນ້ອຍ

ມື້ທີ່ລາວຫາຍໄປ

ລາວໃສ່ເສື້ອ ສາຍດ່ຽວ ສີຟ້າ

ອືມ ເອົາຮູບມາລົງໃຫ້ເບີ່ງພ້ອມ

ເພື່ອມີຄົນເຫັນຈະໄດ້ແຈ້ງໃຫ້ ຂ້າພະເຈົ້າຮູ້

ປລ, ຖ້າມີຄົນພົບເຫັນກະລຸນາບອກດ່ວນ ລາວຢູ່ກັບຂ້າພະເຈົ້າມາດົນແລ້ວ

ບໍ່ຢາກໃຫ້ລຸດມືໄປ....ຊ່ວຍແດ່ເດີ້ ພີ່ນ້ອງພັນລາວ
.
.
.
.
.
.
.
.
.
.
.
.
.
.
.
.
.
.


ประกาศหาคู่