ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ຄົນທີ່ບອກວ່າຕົວເອງມີ "ຮັກແທ້" ຄືຄົນທີ່ບໍ່ຮູ້ຈັກ ຄຳວ່າ “ຮັກ"


2. ທຸກຄັ້ງທີ່ເຈົ້າດ່າ ຄົນທີ່ແອບຮັກເຈົ້າວ່າ "ໂງ່" ຮູ້ບໍ່ວ່າ ເຈົ້າ ໂງ່ ກວ່າເຂົາ 10 ເທົ່າ


3. ຄົນທີ່ເຈົ້າຮັກ ອາດຈະບໍ່ແມ່ນ ຄົນທີ່ຮັກເຈົ້າຫລາຍທີ່ສຸດໃນໂລກ


4. ໃນຊ່ວງເວລາ 1 ວິນາທີ່ ທີ່ເຈົາຄິດນອກໃຈແຟນ... ເທົ່າກັບເຈົ້າກັບລັງເຮັດໃຫ້ ຄົນທີ່ຮັກເຈົ້າເສຍໃຈ 1 ປີ


5. ຄວາມຮັກບໍ່ມີນິຍາມ ແຕ່ມີຄວາມຫມາຍ ຫລາຍຮ້ອຍ ຫລາຍພັນ Species


6. 99.99% ຂອງຜູ້ຊາຍໃນໂລກນີ້ ຮັກຜູ້ຍີ່ງທີ່ພາບລວມ ບໍ່ແມ່ນຄວາມຮູ້ສືກ ແລະ ນິໄສ ຫລຼື ຮູປຮ່າງພາຍນອກ


7. 99.99% ຂອງຜູ້ຍີ່ງໃນໂລກນີ້ ຈະບໍ່ຮັກຜູ້ຊາຍທີ່ບໍ່ມີຫຍັງເລີຍ     (ໃຫ້ລາວ)


8. ຄວາມຮັກ ກັບ Sex ກໍ່ຄືກັບເຈ້ຍ 1 ແຜ່ນ ທີ່ດ້ານຫນື່ງ ຄື "ຄວາມຮັກ" ແລະອີກດ້ານຫນື່ງ ຄື "Sex" ເຊີ່ງຈະເຮັດໃຫ້ເຈົ້າຮູ້ວ່າ ມັນບໍ່ແມ່ນເລື້ອງດຽວກັນ  ແຕ່ເປັນເລື້ອງທີ່ຢູ່ໃກ້ກັນທີ່ສຸດນັ້ນເອງ


9. ຈຸດອ່ອນທີ່ສຸດ ຂອງຜູ້ຍີ່ງ ໃນເລື້ອງ ຄວາມຮັກ  ຄື "ຄິດຫລາຍໂພດ"


10. ຈຸດອ່ອນທີ່ສຸດ ຂອງຜູ້ຊາຍ ໃນເລື້ອງ ຄວາມຮັກ  ຄື "ບໍ່ມັກຄິດ"


11. ສຳລັບຜູ້ຍີ່ງ ໃສ່ແຫວນນິ້ວນາງຂ້າງຊ້າຍ ຄືຄວາມຫມາຍຂອງຄວາມ ຜູກພັນ


12. ສຳລັບຜູ້ຊາຍ ໃສ່ແຫວນນິ້ວນາງຂ້າງຊ້າຍ ຄືຄວາມຫມາຍຂອງການ ຜູກຫມັດ


13. ບໍ່ມີຄຳວ່າ "ຊ້າເກີນໄປ" ສຳລັບຄວາມຮັກ ມີແຕ່ຄຳວ່າ "ມັນບໍ່ມີທາງຄືເກົ່າແລ້ວ" ເທົ່ານັ້ນລະ


14. ຢ່າສົນໃຈວ່າ "ເຮົາຈະຮັກກັນດົນປານໃດ ?" ແຕ່ຈົງຄິດວ່າ "ເຮົາຈະຮັກກັນແບບໃດ ?"


15. ຈົ່ງຢ່າຖາມວ່າ "ຮັກຂ້ອຍບໍ່ ?" ແຕ່ຈົ່ງຖາມວ່າ "ຮັກຫລາຍປານໃດ ?"


16. ທຸກຄັ້ງທີ່ຈະຖາມ ສີ່ງທີ່ຕິດໃນໃຈເຮົາ ຈາກຄົນຮັກ ຈົ່ງເຂົ້າໃຈ ແລະ ຍອມຮັບ ໃນສີ່ງທີ່ເຂົາຈະຕອບ ໃຫ້ໄດ້ກ່ອນ

 

                    --------------------------------------------------------------------------------------------------------------------------------------------------------------------------

17.  ຄວາມຮັກ ຂອງ ພໍ່ ແມ່ມີໃຫ້ເຮົາ ຢູ່ທຸກຫົນແຫ່ງ .. ແລ້ວຄວາມຮັກຂອງເຮົາລະ ມີໃຫ້ແລ້ວບໍ່ ?

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2010 | ມີ 16 ຄຳເຫັນ ແລະ 0 trackback(s)

ຊ່ວຍເລີກກັບແຟນ ແລ້ວເອົາເຮົາໄປແທນໄດ້ບໍ່


ຜູ່ຍີ່ງບໍ່ເຈົ້າຊູ້ ຖ້າຜູ້ຊາຍບໍ່ເຮັດໃຫ້ເຫັນກ່ອນ


ກູບໍ່ແມ່ນ ຂອງຕາຍ ຖ້າມືງຍາກໄດ້ ມືງຕ້ອງຈີ່ງຈັງ


ສົງໄສເນື້ອຄູ່ກູ ບໍ່ມີບ່ອນເກີດ


ຜູ້ຊາຍບໍ່ແມ່ນ ແປບຊີ່ ບໍ່ຕ້ອງເຕັມທີ່ກັບມັນຫລາຍ


ຜູ້ຊາຍຊະນະ ສິບທິດ ແຕ່ຖືກພິສິດດ້ວຍ ເມຍ ຄົນດຽວ


ຢາກອົກຫັກ ແຕ່ອຸປະສັກຢູ່ທີ່ ຫນ້າຕາ


ເຖືງກູຈະເຈົ້າຊູ້ ແຕ່ກະຮູ້ວ່າໃຜ ສຳຄັນ


ເມຍກູມີຊູ້ ທີ່ຄົນບໍ່ຮູ້ ຄືກູກໍ່ມີ

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ການຄົບຄົນກໍ່ຄືກັບໄສ້ອົ່ວ ເບີ່ງຈາກພາຍນອກອາດຈະບ່ອນນ່າກີນ

ແຕ່ເມື່ອໄດ້ຊິມແລ້ວ ຈະຮູ້ວ່າຮົດຊາດ ບໍ່ເປັນຄືທີຄິດ


ຈິດໃຈຂອງຄົນກໍ່ຄືກັບໄຂ່ 1 ຟອງ ເບີ່ງຈາກພາຍນອກ ອາດຈະແຂງ

ແຕ່ຖ້າລອງທັບມັນອອກ ກໍ່ຈະຮູ້ວ່າຄົນໆ ນັ້ນບໍ່ໄດ້ເຂັ້ມແຂງໄປກ່ວາ ຕົວເອງເລີຍ


ຮ່າງກາຍເຮົາກະຄືກັບ ນ້ຳກ້ອນ

ມື້ຫນື່ງມັນກໍ່ຕ້ອງ ລະລາຍໄປ


ນິໄສຄົນ ກໍ່ຄືກັບເຂົ້ານີ້ລະ ຖ້າບໍ່ຫຸ່ງກໍ່ກີນບໍ່ໄດ້

ຄວາມຮັກທີ່ມີອົກຫັກ ກໍ່ຄືກັບຕົ້ມຍຳທີ່ມີຫລາຍຮົດຊາດ ຍົກເວັ້ນ ຄວາມຫວານ


ຄວາມຮັກກໍ່ຄືກັບໄຂ່ດາວ ຈະກີນທຸກມື້ແຕ່ກໍ່ຍັງ ບໍ່ຮູ້ເບື່ອ

ຊິວີດ ໄວລຸ້ນ ກໍ່ແບບດຽວກັບ pepsi ແຕ່ຖ້າເປີດໄວ້ດົນໆ ມັນກໍ່ຈະຫາຍຊ້າເອງ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ການວາງແຜນບໍ່ແມ່ນເລື້ອງຍາກ

ແຕ່ທີ່ຍາກແທ້ ໆ ຄືການລົງມືເຮັດໃຫ້ໄດ້

ຕາມແຜນທີ່ວາງໄວ້ຕ່າງຫາກ

 


Live as if you were to die tomorrow.

Learn as if you were to live forever

 

ໃຊ້ຊີວິດໃຫ້ສະເຫມືອນວ່າ ມື້ຕໍ່ໄປຈະບໍ່ມີຊີວິດຢູ່ແລ້ວ

 

ຮຽນຮູ້ໃຫ້ສະເຫມືອນວ່າ ທ່ານຈະຢູ່ໃນໂລກນີ້ຕະຫລອດໄປ

 

 ບໍ່ເຄີຍມີໃຜທີ່

 ບໍ່ກ້າຄິດ ບໍ່ກ້າເຮັດ

 

ແຕ່ປະສົບຜົນສຳເລັດໄດ້

 

  * ພໍ * ຄຳສັ້ນ ໆ ທີ່ເຮັດໃຫ້ເຮົາ

 ໃຊ້ຊີວິດ ຢ່າງມີຄວາມສຸກ

 

 Action speak

 louder than words.

 

ການກະທຳ

 ດັງກ່ວາຄຳເວົ້າ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ນ້ອຍໃຈ
ອາການອ່ອນແອຂອງຈິດໃຈ ເມື່ອບໍ່ໄດ້ຮັບການຕອບສະຫນອງ ຍາມທີ່ເກີດຄວາມຕ້ອງການໃຫ້ຄົນເອົາໃຈ
ວິທີແກ້  ຢ່າເອົາແຕ່ໃຈ

ເຈັບໃຈ
ອາການເປັນຜິດຂອງຈິດໃຈ ທີ່ລາມມາຈາກ ຫາງ ເວລາມີໃຜຢຽບມັນ
ວິທີແກ້ ຕັດຫາງຖິ້ງສະ ຢ່າຍົກຫາງຕົວເອງ

ລະອາຍໃຈ
ເປັນອາການໄຝ່ດີຂອງ ຈິດໃຈ ທີ່ອອກມາຊີ້ຫນ້າດ່າເຮົາ
ຂໍ້ແນະນຳ ເມື່ອລະຄວາມຊົ່ວໄດ້ ກໍ່ຈະບໍ່ລະອາຍໃຈ

ເສຍໃຈ
ອາການ ວູບທາງຈິດໃຈ ເກີດຈາກຄວາມບໍ່ຫມັ້ນຄົງ ເພາະມັກເອົາໃຈ ໄປຍືດຕິດກັບສິ່ງອື່ນ
ວິທີແກ້ ຕັດໃຈຊະ ຢ່າໄປຍືດຕິດ

ໃຈຫາຍ
ອາການນີ້ຊື່ ກະບອກຢູ່ແລ້ວ
ວິທີແກ້ ຫາຍໃຈເຂົ້າໄວ້ ຫາຍໃຈລືກ ໆ  ແລ້ວຈະເລີກໃຈຫາຍ

ຫລາຍ ໃຈ
ອາການສືບພັນຂອງຈິດໃຈ ໂດຍການແບ່ງຕົວ ນຳໄປສູ່ອາການນ້ອຍໃຈ ຂອງຄົນຮອບຂ້າງໃນເວລາຕໍ່ມາ
ວິທີແກ້ ສຳນືກໄວ້ ມີແຕ່ພວກບໍ່ຈີ່ງໃຈ ມັກໃຊ້ວິທີນີ້

ທຳໃຈ
ເປັນອາການທີ່ແປກທີ່ສຸດຂອງໃຈ ແຮງເຮັດເທົ່າໃດ ໃຈເຮັດຫວ່າງເທົ່ານັ້ນ
ຂໍ້ແນະນຳ ເຮັດທຸກຄັ້ງ ເຮັດເລື້ອຍ ໆ ຄ່ອຍ ໆ ເຮັດ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

1,  ເມື່ອເກີດບັນຫາ ຜູ້ຊາຍຈະເກັບຕົວເພື່ອຫາທາງອອກ      ຜູ້ຍີ່ງຈະຫາໃຜຄົນຫນື່ງທີ່ໄວໃຈ  ແລະຈົ່ມບັນຫາ108ໃຫ້ຟັງ

2, ຈາກສະທິຕິພົບວ່າ ຜູ້ຊາຍມີອາຍຸສັ້ນກ່ວາຜູ້ຍີ່ງ    ເພາະຜູ້ຊາຍໃຈຮ້ອນແລະຄືກຄະນອງກ່ວາ

3, ຜູ້ຊາຍມັກມຸ້ງຫາຄວາມສຳເລັດ ໃນຫນ້າທີ່ການງານ  ແຕ່ຄວາມສຳເລັດຂອງຜູ້ຍີ່ງຄື ມີຄອບຄົວທີ່ອົບອຸ່ນ ແລະ ມີຄວາມສຸກ

4, ເມື່ອເຮັດບາງຢ່າງບໍ່ໄດ້ ຜູ້ຍີ່ງຈະຂໍຄວາມຊ່ວຍເຫລືອ ໃນຂະນະທີ່ຜູ້ຊາຍຈະບໍ່ຂໍຄວາມຊ່ວຍເຫລືອ ເພາະຄິດວ່ານັ້ນເປັນການສະແດງ ຄວາມອ່ອນແອຂອງຕົວເອງ

5, ຜູ້ຍີ່ງມີສະຫມອງທີ່ນ້ອຍກ່ວາຜູ້ຊາຍ ແຕ່ສະຫມອງທັງສອງເບື້ອງນັ້ນກັບເຮັດວຽກ ປະສານກັນໄດ້ດີກ່ວາຂອງຜູ້ຊາຍ

6, ຜູ້ຊາຍຖືກກະຕຸ້ນ ຄວາມຕ້ອງການທາງເພດດ້ວຍສາຍຕາ ເຊັ່ນ ຮູບໂປ້ ຫນັງໂປ້    ແຕ່ຜູ້ຍີ່ງຖືກກະຕຸ້ນຄວາມຕ້ອງການທາງເພດໂດຍ ສຳພັດທີ່ອ່ອນໂຍນຈາກຄົນຮັກ

7, ຜູ້ຊາຍເມື່ອຫລົງຮັກໃຜຄົນຫນື່ງ ມັກຈະຖືກກະຕຸ້ນໃຫ້ເຮັດດີທີ່ສຸດເທົ່າທີ່ເຮັດໄດ້   ແຕ່ຖ້າຈີບບໍ່ຕິດ ຜູ້ຊາຍ ກໍ່ມັກຈະກັບມາເປັນຄົນເຫັນແກ່ຕົວຄືເກົ່າ

8, ຜູ້ຍີ່ງ ເມົາງ່າຍ  ກ່ວາ ຜູ້ຊາຍ

9, ຜູ້ຍີ່ງຢ້ານທີ່ຈະເປັນຝ່າຍຮັບ  ໃນຂະນະທີ່ຜູ້ຊາຍຢ້ານທີ່ຈະເປັນຝ່າຍໃຫ້

10, ຜູ້ຍີ່ງພະຍາຍາມ ຂ້າຕົວຕາຍ ຫລາຍກ່ວາຜູ້ຊາຍ ແຕ່ຜູ້ຊາຍເຮັດສຳເລັດ ໄດ້ຫລາຍກ່ວາ ຜູ້ຍີ່ງ

11, ຜູ້ຍີ່ງຈະບໍ່ຖິ້ມ ຫມູ່ ເພື່ອນ ໃນເວລາທີ່ເຂົາມີບັນຫາ ໃນຂະນະທີ່ຜູ້ຊາຍ ຈະປ່ອຍໃຫ້ເຂົາ ແກ້ບັນຫາດ້ວຍ ຕົວເອງ

12, ທັ້ງທີ່ຜູ້ຍີ່ງ ແລະ ຜູ້ຊາຍ ໃຊ້ຄຳເວົ້າດຽວກັນ ແຕ່ຄວາມຫມາຍຂອງຄຳນັ້ນ ກັບບໍ່ຄືກັນ

ເຊັ່ນ ເມື່ອຜູ້ຍີ່ງບອກວ່າ "ເຮົາເລີກກັນເນາະ" ແປວ່າ ຂ້ອຍຕ້ອງການໃຫ້ເຈົ້າເຫັນຄວາມສຳຄັນ ຂອງຂ້ອຍຫລາຍກ່ວານີ້

      ເມື່ອຜູ້ຊາຍບອກວ່າ "ເຮົາເລີກກັນເນາະ" ແປວ່າ ຂ້ອຍບໍ່ຂໍທົນເຈົ້າອີກຕໍ່ໄປ ເພາະຂ້ອຍມີຄົົນໃຫມ່ແລ້ວ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2010 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ຊື່ວັດຖຸ : WOMAN

ສັນຍາລັກ Wo

ຜູ້ຄົ້ນພົບ Man
ມວນອາຕອມ : ມາດຕະຖານ 50 ກກ.ແຕ່ອາດປ່ຽນແປງໄດ້ຈາກ 40-80 ກກ.
ລັກສະນະທົ່ວໄປ : ຄ້າຍກັນຫມົດຫາກຢູ່ໃນເຂດເມືອງ

ຄຸນສົມບັດທາງ ຟິສິກ
1. ພື້ນຜິວສ່ວນໃຫຍ່ ເຄືອກດ້ວຍສານ ຫອມລະເຫລີຍ ແລະນ້ຳມັນບຳລຸງຜິວ
2. ເດືອດທີ່ອຸນະພູມຕ່າງ ໆ ເອົາແນ່ບໍ່ໄດ້
3. ເຖືງຈຸດເຍືອກແຂງໄດ້ງ່າຍ ໂດຍບໍ່ມີສາເຫດ ແລະອາດຈະຢູ່ຈຸດເຍືອກແຂງໄດ້ ເປັນອາທິດ
4. ຫລອມລະລາຍໄດ້ ຫາກໄດ້ຮັບການເອົາໃຈຖືກວິທີ
5. ມີຮົດເພັດ ແລະ ຂົມຫາກໃຊ້ຜິດວິທີ
6. ປ່ຽນແປງໄດ້ຫລາຍສະຖານນະ ຕັ້ງແຕ່ແຂງເປັນຫີນ ຈົນອ່ອນປວກປຽກເປັນຂີ້ຜື້ງລົນໄຟ
7. ບໍ່ທົນຕໍ່ການສຽດສີ ກະແທກແດກດັນ

ຄຸນສົມບັດທາງເຄມີ
1. ບາງຕົວມີລິດເປັນກົດ ບາງຕົວຫວານກ່ວານ້ຳຕານ ບາງຕົວກະສົ້ມປົນຫວານ
2. ເຮັດປະຕິກິລິຍາຢ່າງໄວກັບ ເພັດ ຄຳ ເງີນ ທັກທິມ ລົດ ມືຖື ດອກໄມ້ ແລະສີ່ງສວຍງາມ ທຸກຊະນິດ
3. ດູດຊືມຂໍ້ມູມຂ່າວສານຮອບຕົວ ໄດ້ຢ່າງມະຫາສານ
4. ອາດຈະມີການລະເບີດໄດ້ທຸກເມື່ອ ໂດຍບໍ່ມີການແຈ້ງເຕືອນລ່ວງຫນ້າ
5. ມີຄຸນສົມບັດ ລະລາຍເງີນ ໃນກະເປົ່າໄດ້ ເມື່ອຢ່າງຜ່ານຮ້ານສີນຄ້າ
6. ເຂົ້າເປັນເນື້ອດຽວໄດ້ງ່າຍກັບ ຫມາກໄມ່ດອງ ຕຳສົ້ມ ຂອງກີນຈຸກຈິກ ແລະ ບໍ່ເຂົ້າກັບໄຂມັນທຸກຊະນິດ

ການທົດສອບ
1. ວັດຖຸຕົວຢ່າງຈະປ່ຽນເປັນສີ ຊົມພູ ເມື່ອຖືກສຳພັດ
2. ວັດຖຸຕົວຢ່າງຈະປ່ຽນເປັນສີ ຂຽວ ເມື່ອຖືກວາງໃກ້ກັບວັດຖຸທີ່ ງາມກ່ວາ
3. ວັດຖຸຕົວຢ່າງຈະສົ່ງສຽງບໍ່ຫຍຸດ ເມື່ອຢູ່ລວມກັນເປັນກຸ່ມ

ປະໂຫຍດ
1. ແບກໂລກໄວ້ເຄີ່ງຫນື່ງ
2. ດຳລົງເຜົ່າພັນມະນຸດ
3. ເຮັດໃຫ້ໂລກສົດໃສ
4. ສ້າງຄວາມອ່ອນໂຍນໃຫ້ເກີດ ໃນສັງຄົມມະນຸດ

ຂໍ້ຄວນລະວັງ
1. ສະພັດດ້ວຍຄວາມປານີດ ບໍ່ຊັ້ນອາດໄດ້ຮັບອັນຕະລາຍ
2. ຄອບຄອງໄດ້ພຽງຊີ້ນດຽວ ໃຜຟ່າຝືນອາເກີດອາການ “ສາມເສົ້າ” ເຮັດໃຫ້ທຸກໃຈ ຢາກຕາຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2010 | ມີ 20 ຄຳເຫັນ ແລະ 0 trackback(s)

ເມຍຫລວງ
ຄື ພັນລະຍາ ທີ່ເຄີຍດີທີ່ສຸດໃນໂລກ ແຕ່ການເວລາ ແລະ ສີ່ງແວດລ້ອມທຳລາຍ ຄວາມດີລາວໄປຫມົດ ໃນເວລາອັນສັ້ນ
ແລະຖິ້ງຄວາມໂຫດຮ້າຍໄວ້ໃຫ້ ຄື ຄວາມຈຸກຈິກ ຈູ້ຈິ້ ຂີ້ຈົ່ມ ແກ່ງ່າຍ ຕາຍຍາກ ເວົ້າຫລາຍ ກີນຫລາຍ ຕຸ້ຍຄືຫມູ ຂູ່ຮ້າຍຄືເສືອ

ເມຍເກັບ
ຄື ອາຫານພິເສດ ມີຮົດຊາດທີ່ຕ່າງຈາກອາຫານທຳມາດາ ເຫມາະທີ່ຈະກິນເປັນຄັ້ງ ເປັນຄາວ
ເປັນສີນຄ້າຍອດນິຍົມ ແລະ ມີລາຄາແພງ ເງື່ອນໄຂຫລາຍ

ເມຍນ້ອຍ
ຄື ຜູ້ຍີ່ງທີ່ດີທີ່ສຸດທີ່ຜູ້ຊາຍຫາມາຄົ້ນພົບພາຍຫລັງ ທີ່ແຕ່ງງານແລ້ວ

ເມຍແຕ່ງ
ຄື ຜູ້ຍີ່ງທີ່ຊົງຄຸນຄ່າ ແລະ ຜູ້ຊາຍຢາກປະທັບຮອຍຮັກສຸດໃຈຂາດດິ້ນ

ເມຍເຊົ່າ
ຄື ຜູ້ຍີ່ງຜິວເຂັ້ມ ຂີ້ຮ້ອນ ໃສ່ເສື້ອຜ້າໜ້ອຍ ສູບຢາ ກີນເຫລ້າເປັນງານປະຈຳ ຮົດສະນິຍົມສູງ ນິຍົມບໍລິໂພກຂອງນອກ

ມີປະລິມານຄວາມຮັກ ຂື້ນລົງຕາມກະແສເງີນສົດ


ເມຍກູ
ຄື ຜູ້ຍີ່ງງາມ ຂາວ ສູງ ຄີງບາງຮ່າງນ້ອຍ ຫນ້າຕາຫນ້າຮັກ ເພາະຍັງບໍ່ມີການ ລວມຕົວຂອງໄຂມັນ ແລະ ຕີນກາ ເວົ້າຈາອ່ອນຫວານ

ຜູ້ຊາຍທີ່ພົບເຫັນຈະເກີດອາການ ເຂື່ອນກັ້ນນ້ຳລາຍແຕກ ເຮັດໃຫ້ເປັນອາການທີ່ເອີ້ນວ່າ ງາມຈົນນ້ຳລາຍໄຫລ ສະແດງອາການຫືງຫວງ

ກິດກັນບໍ່ໃຫ້ຊາຍອື່ນເຂົ້າໃກ້ ສະແດງຄວາມເປັນເຈົ້າຂອງ ແມ້ບາງຄັ້ງຍັງບໍ່ມີຄວາມສຳພັດທີ່ລືກຊື້ງກໍ່ຕາມ

ເພື່ມເຕືມ

ຄວາມຫມາຍຂອງຄຳວ່າ ເມຍ (WIFE)

W = without = ປາສະຈາກ

I = Information = ແຈ້ງໃຫ້ຮູ້

F = Fighting = ຕໍ່ສູ້ (ຜິດຖຽງ)

E = Every Day = ທຸກ ໆ ມື້

ລວມຄວາມກະຄື

Without Information Fighting Every day

ແປເປັນລາວ

ຫາເລື້ອງ ຜິດໄດ້ ທຸກ ໆ ມື້ ໂດຍ ປາສະຈາກ ການ ແຈ້ງໃຫ້ຮູ້ ລ່ວງຫນ້າ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2010 | ມີ 24 ຄຳເຫັນ ແລະ 0 trackback(s)

 

ເພື່ອທະນຸທະຫນອມອາຍຸການໃຊ້ງານ ເມຍຂອງທ່ານໃຫ້ຍາວນານ

ແລະເປັນການຮັກສາ ຊິວີດ ຂອງທ່ານເອງ ດ້ວຍ ເຮົາຂໍແນະນຳຂໍ້ປະຕິບັດ 9 ຂໍ້ໃຫ້ກັບທ່ານ

ເພື່ອໃຊ້ ແລະ ບຳລຸງຮັກສາ ເມຍ ອໍໂຕ້ເມຕິກ  ດັງຕໍ່ໄປນີ້



ຂໍ້ທີ່ 1. ເມື່ອຈະເລີມໃຊ້ງານນັ້ນ ຄວນອຸ່ນເຄື່ອງກ່ອນທຸກຄັ້ງ  >ເພາະການໃຊ້ງານ ທັນທີ ທັນໃດ
ໃນຂະນະທີ່ນ້ຳມັນເຄື່ອງ ຍັງບໍ່ທັນລໍ່ລື່ນ >ໄປທົ່ວຫ້ອງເຄື່ອງນັ້ນອາຈະເຮັດໃຫ້ລູກສູບ ຕິດ  ຫັກ ຫລຼື ງໍ ໄດ້

 

ຂໍ້ທີ່ 2. ໃນຕອນອອກສະຕາດໃຫມ່ ໆ ຢ່າເລັ່ງເຄື່ອງທັນທີ ເພາະການເລັ່ງເຄື່ອງທັນທີ ນັ້ນ >ອາດຈະເຮັດໃຫ້
ຜູ້ຂັບເກີດອາການ ອ່ອນເພຍ ຂັບບໍ່ໄດ້ດົນ >ອາການຕອບສະຫນອງຂອງເຄື່ອງບໍ່ດີ ເຄື່ອງກະຕຸກ ນອນຈາກນັ້ນ

ເຄື່ອງອາດຈະງຸດງິດ >ເກີດອາການສຳລັກນ້ຳມັນໄດ້ງ່າຍ ແລະການເດີນທາງຈະບໍ່ເຖືງທີ່ຫມາຍ

 

ຂໍ້ທີ່ 3. ສຳລັບເຄື່ອງທີ່ມີອາຍຸການ ໃຊ້ງານມາດົນ ການຂັບຂີ່ອາດຈະນຸ່ມນວນ >ແຕ່ຮູ້ສືກວ່າການຕອບສະຫນອງບໍ່ໄດ້ໃຈ
ເນື່ອງຈາກເກີດຄວາມຊິນເຄີຍ >ຜູ້ຊ່ຽວຊານກ່າວວ່າທ່ານອາດຈະປ່ຽນແປງວິທີຂັບ ເຊັ່ນ  >ຮູ້ຈັງເຂົ້າໂຄ້ງໃຫ້ ນິມນວນ
ຫລຼືໃນທາງກົງກັນຂ້າມ ເຂົ້າໂຄ້ງຮຸນແຮງ ຂັບຖອຍຫລັງ >ຂັບອອກຂ້າງ ຂັບຂື້ນເຂົາ ຂັບລົງເຂົາ ຂັບ ໆ  ຫຍຸດ ໆ
ໄຖ ໆ ໄປ >ບໍ່ມີຄວາມເຮົ້າໃຈ ເຄື່ອງ ແລະ ລົດ ກໍ່ອາດຢາກໄດ້ຄົນຂັບ ໃຫມ່
>ຢ່າໄດ້ຄິດວ່າ ປ່ຽນລົດຈະງ່າຍກ່ວາຝ່າຍດຽວ

 

ຂໍ້ທີ່ 4 . ສຳລັບມືໃຫມ່ຫັດຂັບນັ້ນ ຄວນທະນຸທະຫນອມ
>ເພາະການຂັບຢ່າງຮຸນແຮງນັ້ນ ອາດຈະເຮັດໃຫ້ເຄື່ອງຍົນນັ້ນເກີດຄວາມເຂັ້ນ
>ແລະບໍ່ໃຫ້ຄວາມຮ່ວມມືໃນການເດີນທາງອີກຕໍ່ໄປ

>ເນື່ອງຈາກອາດເກີດການເສຍຫາຍຂອງ ຫ້ອງເຄື່ອງໄດ້ງ່າຍຄວນຄ່ອຍເປັນຄ່ອຍໄປ

>ເມື່ອໃຊ້ງານໄດ້ໄລຍະຫນື່ງ ຈີ່ງຄວນປ່ຽນວິທີການຂັບເປັນ ໂລດໂຜນ

>ສ່ຽງຕາຍ ຂັບຄວງສະວ່ານ ຂັບລົງນ້ຳ ຂັບກາງສາຍຝົນ ຂັບຫງາຍທ້ອງ ແລ້ວແຕ່ຈະດັດແປງ

ຂໍ້ທີ່5. ສຳລັບຜູ້ໃຊ້ລົດເກົ່າ ເມື່ອອາຍຸໃຊ້ງານດົນພໍສົມຄວນ

>ຫລຼືອາຍຸເຄື່ອງເຖືງ 30 ປີຄວນນຳເຂົ້າສູນເຊັກຊ່ວງລ່າງ ແລະກັນຊົນຫນ້າສະເຫມື

>ເພາະອາເກີດການປ່ຽນແປງທາງເຄມີ
>ຂໍໃຫ້ນຳໄປກວດເປັນປະຈຳ ຮັກລົດຕ້ອງ ຮູ້ຈັກເບີ່ງແຍງ
>ສ່ວນຈະແປງຫຍັງນັ້ນແລ້ວແຕ່ຕົກລົງກັນ 

 

ຂໍ້ທີ່6. ລະຫວ່າງການຂັບຂີ່ບໍ່ວ່າລົດມີອາຍຸການໃຊ້ງານເທົ່າໃດ ຂໍ້ຄວນລະວັງຄື

>ຫ້າມຈົ່ມເດັດຂາດ ວ່າເຄື່ອງບໍ່ຟິດ ຫລຼືວ່າ ແຮງມ້າຫລຸດລົງ

>ຂັບບໍ່ຕື່ນເຕັ້ນຫລຼືຍ້ອງວ່າ  ຄັນນັ້ນ ຄັນນີ້ ເປັນຕ່ານັ່ງ ເປັນຕາຂັບ
>ເພາະອາດຈະເກີດອຸປະຕິເຫດເຖືງຊິວີດໄດ້ ສະຖານເບົາອາດຈະມີຮອຍຂຽວຕາມຕົວ 

 

ຂໍ້ທີ່7. ເທັກນິກເລັກ ໆ ນ້ອຍ ໆ ໃນການຂັບຂີ່ : ຈະໃຊ້ງານໃຫ້ໄດ້ດີນັ້ນ

>ອາດຕ້ອງປ່ຽນບັນຍາກາດການຂັບ ປ່ຽນສະຖານທີ່ ຂັບຂີ່ (ຢ່າປ່ຽນຄັນ >ອັນຕະລາຍຫລາຍ ເຕືອນແລ້ວ!!) ສຳລັບທ່ານທີ່ໃຊ້ລົດຄອບຄົວ
>ໃຫ້ເບີ່ງແຍງລູກເຕົ້າ ໃຫ້ນອນຫລັບ ເປັນທີ່ເປັນ ທາງ ຮຽບຮ້ອຍກ່ອນ

>ເພາະການຂັບຂີ່ອາດຈະຫຍຸດສະງັກ ເນື່ອງຈາກພົບບັນຫາເດັກ ຂ້າມທາງຕັດຫນ້າ

>ເດັກເປີດປະຕູເຂົ້າມາ ບໍ່ຂ້າມທາງມ້າລາຍ ຈົນທ່ານຕ້ອງອຸທານວ່າ “ມາຫຍັງຕອນນີ້?”
>ອໍ້ ບໍ່ຄວນສູບຢາ ກ່ອນຂັບ ຫລຼື ລະຫວ່າງຕອນຂັບ

>ເນື່ອງຈາກ ຢາສູບ ຈະເຮັດໃຫ້ລົດເກີດຄວາມ ສົກກະປົກ ເຄື່ອງຍົນຈະຕອບສະຫນອງບໍ່ດີ

>ຄວນສີແຂ້ວກ່ອນຂັບ ກະດີ ຖ້າກີນເຂົ້າກີນປາມາຫາແລ້ວ ຄວນຈະພັກຜ່ອນກ່ອນ ເພາະດຽວຈະຈຸກ ລະຫວ່າງການຂັບ 

 

ຂໍ້ທີ່8. ຄວາມຮູ້ທາງດ້ານ ຊ່າງ ເບື້ອງຕົ້ນ: ລະວັງຮັກສາ ທໍ່ອາຍດີ ແລະອາຍເສຍ

>ແລະທໍ່ນ້ຳມັນ ໃຫ້ເຮັດວຽກໄດ້ດີຕະຫລອດເວລາການ ໃຊ້ງານຢ່າສັບສົນ ຜິດທໍ່ ຜິດທາງ ນັ້ນ

>ອາດເກີດຄວາມຕື່ນເຕັ້ນ ເປັນບາງຄັ້ງຄາວ ແຕ່ທັ້ງນີ້
>ອາດເກີດຜົນເສຍກັບເຄື່ອງໃນໄລຍະຍາວ ຮັກສາຄວາມສະອາດ ທັ້ງຫົວຈ່າຍນ້ຳມັນ

>ແລະທໍ່ຕ່າງ ໆໃຫ້ຢູ່ໃນສະພາບພ້ອມໃຊ້ງານ ຫມັ່ນກວດເຄື່ອງຍົນ ຍ້ອງໄດ້

>ຫ້າມຕິ ໂດຍສະເພາະ  ກັນຊົນນ້ອຍໄປ ນຸ່ມໄປ ເຫລວໄປ ຍົ້ນໄປ ເຄື່ອງຫລວມ ເຄື່ອງສັ່ນ

>ບໍ່ຟິດ ເລັ່ງບໍ່ແຮງ ແຊງບໍ່ພົ້ນ

ຂໍ່ທີ່9. ຄວາມປອດໄພ ແລະ ວິໄນການຈາລະຈອນ: ເມົາບໍ່ຂັບ ເນື່ອງຈາກ ຫາກເມົາຫລາຍເກີນໄປ

>ແມ້ມີຄວາມເຊື່ອວ່າ ຈະເຮັດໃຫ້ຂັບໄດ້ດົນກະຕາມ

>ແລະຄວາມສາມາດໃນການຕອບສະຫນອງ ອື່ນ ໆ ອາດເກີດການ ຜິດທີ່ ຜິດທາງ ລືມຄາດເຂັມຂັດນິລະໄພ

>ຂັບຜິດຄັນ ລ້ວນເປັນເຫດແຫ່ງຄວາມສ່ຽງຕໍ່ຊີວິດທັ້ງສີ້ນ

>ຫມາຍເຫດ: ສຳລັບທ່ານທີ່ຈ່າຍເງີນດາວມາດົນແລ້ວນັ້ນ

>ໄດ້ຈັດພິທີສະຫລອງຕ່າງ ໆ  ໃນການໄດ້ລົດມາໃຊ້ຫລາຍປີ
>ແລະໄດ້ຈ່າຍເງີນສົດໃຫ້ຄົນຜະລິດກໍ່ຕາມ ຫາກຍັງມີຂໍ້ສົງໄສວ່າ

>ເປັນຫຍັງເງີນດາວຂອງທ່ານນັ້ນ ດາວບໍ່ຫມົດຈັກເທື່ອແລະສູງຂື້ນເລື້ອຍ

>ຢ່າສົງໄສເລີຍ ກົ້ມຫນ້າ ກົ້ມຕາເຮັດວຽກຕໍ່ໄປ
>ຢ່າຄິດຫລາຍ..ມັນເປັນກຳຂອງສັດໂລກ..ໃຫ້ຄິດສະວ່າ ໄດ້ລົດຄູ່ໃຈຂັບຂີ່ຮູ້ໃຈ 

>ຄ່ອງແຄ້ວ ບາງເທື່ອກະເບື່ອ ບາງເທື່ອກະເຊັງ ກະໃຫ້ຄິດຄວາມດີຫົນຫລັງ

>ຕອນທີ່ເຫັນລົດໃນ ໂຊຮຸມ ໃຫມ່ ໆ ຈື່ຄວາມຕື່ນເຕັ້ນ ໃນຄັ້ງນັ້ນໄວ

>ຄິດເຖືງຕອນໄດ້ມາເປັນເຈົ້າຂອງລົດ ແລະຈົ່ງຈຳໄວ້ວ່າ ໃນສະໄຫມນີ້ ມີໂປລໂມ່ຊັນ ໃຫ້ລອງຂັບຫລາຍຮຸ້ນ ແນວໃດກະຕາມ
>ຢ່າຫລົງຕົວໄປຂັບ..ອັນຕະລາຍ..ຄັນເກົ່າເອົາຕາຍ…ເຮົາເຕືອນທ່ານລະ

*ຫວັງວ່າທ່ານຈະໄດ້ໃຊ້ຄວາມຮູ້ ເພື່ອຄວາມປອດໄພ ໃນການເດີນທາງໃຫ້ຕະຫລອດຮອດຝັ່ງ*…ດ້ວຍຄວາມປາຖະຫນາດີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມີເລື້ອງເລົ່າຂອງຍີງຄົນຫນື່ງ

ທີ່ລາວຮັກເພື່ອນຂອງລາວແລະໄດ້ແຕ່ເກັບຄວາມຮູ້ສືກນັ້ນເອົາໄວ້

ຈົນກະທັ້ງວັນທີ່ເພື່ອນຄົນນັ້ນແຕ່ງງານ

ແລະລາວກະຕັດສີນໃຈບອກຄວາມຈີງໃຫ້ເພື່ອນຄົນນັ້ນຮູ້

...ແຕ່ຫມູ່ລາວກັບຄິດວ່າເປັນເລື້ອງຕາລົກທີ່ແຕ່ງໃຫ້ໃນມື້ແຕ່ງງານ...
 


ແລະຍັງມີເລື້ອງເລົ່າຂອງຊາຍຄົນຫນື່ງ

ທີ່ບໍ່ເຄີຍບອກພັນລະຍາລາວວ່າ ຮັກຫລາຍປານໃດ

ຈົນກະທັ້ງ ພັນລະຍາລາວໄດ້ຕາຍຈາກໄປ ຈົນບັດນີ້

ລາວຍັງຄົງວາງອດກໄມ້ໄວ້ເທີ່ງລຸມສົບ ພັນລະຍາ ທຸກມື້

ພ້ອມຮອຍຈູບນັບພັນເທີ່ງ card ທີ່ຂຽນໄວ້ 'I love you'

...ພັນລະຍາລາວຈະມີໂອກາດໄດ້ຮັບຮູ້ບໍ່..

 


ແລະຍັງມີເລື້ອງເລົ່າເດັກຜູ້ຍີງຄົນຫນື່ງ

ເຊື່ງຕ້ອງການອ້ອມກອດອັນອົບອຸ່ນ ຈາກພໍ່ຂອງລາວສະເຫມີ

ແຕ່ເດັກນ້ອຍນັ້ນກັບເຂີນອາຍ ເກີນກ່ວາຈະເອີຍປາກບອກອອກໄປ

..ຈົນກະທັ້ງມື້ທີ່ພໍ່ລາວ ບໍ່ສາມາດກອດລາວໄດ້ອີກຕໍ່ໄປ...
 


ທຸກມື້ມີເລື້ອງຕ່າງ ໆ ຫລາກຫລາຍທີ່ເກີດຂື້ນ ເຮົາອາດຈະຮູ້ວ່າ

ມື້ວານເກີດຫຍັງຂື້ນ

ແຕ່ຈະແນ່ໃຈໄດ້ຈັງໃດວ່າ ຈະເກີດຫຍັງຂື້ນໃນ ມື້ອື່ນ

ລອງຄິດເຖືງບາງສີ່ງທີ່ເຮົາບໍ່ເຄີຍເວົ້າ

ຈະຕ້ອງຖ້າຮອດມື້ໃດທີ່ຈະບອກຄຳວ່າ

'ຮັກ '
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2010 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂຽນໃຫ້ຄົນ ໆ ຫນື່ງ ແລະ ອີກຫລາຍຄົນທີ່ເປັນແບບນີ້ ...

ຄວາມຈີງກໍ່ຄື


ໃນຄະນະທີ່ເຮົາກໍ່ລັງຄິດເຖື່ງໃຜຄົນຫນື່ງ

ເຂົາຄົນນັ້ນອາດຈະກຳລັງຄິດເຖື່ງອີກຄົນຫນື່ງ

ແລະບາງຄັ້ງກໍ່ອາດຈະມີໃຜຄົນຫນື່ງທີ່ຄິດຮອດເຮົາ

ໂດຍທີ່ເຮົາບໍ່ເຄີຍສົນໃຈເຂົາເລີຍ




ບາງຄັ້ງການທີ່ໄດ້ຝັນໄປຄົນດຽວ

ມັນກໍ່ດີກ່່ວາໄດ້ຮູ້ຄວາມຈີ່ງທີ່ວ່າ...

"ສີ່ງທີ່ເຮົາຄິດທັ້ງຫມົດນັ້ນ ເປັນຄວາມຝັນຂອງເຮົາຄົນດຽວ"

ເພາະສະນັ້ນຢ່າແປກໃຈທີ່ຄົນສ່ວນໃຫຍ່ ເລືອກທີ່ຈະຈົມຢູ່ກັບຄວາມຝັນ ຫລາຍກ່ວາຄວາມຈີ່ງ



ການທີ່ບໍ່ໄດ້ເປັນທີ່ຫນື່ງໃນໃຈເຂົາ ບໍ່ແມ່ນເລື້ອງນ່າເສົ້າ

ເຮົາອາດຈະໄດ້ເປັນທີ່ 2 ເຊື່ງມັນກະຍັງດີກ່ວາ 3 ຫລື 4...

ແລະຫາກເຮົາໄດ້ເປັນທີ່ 10 ໃນໃຈເຂົາ .....

ກໍ່ໃຫ້ຄິດສະວ່າກໍ່ຍັງດີກວ່າ ບໍ່ສຳຄັນຫຍັງເລີຍໃນໃຈເຂົາ .....

ມັນອາດຈະມີນ້ຳຕາໃນບາງຄັ້ງ ໃນການຍອມຮັບວ່າເຮົາບໍ່ແມ່ນ 1...

ແຕ່ໃຫ້ຈື່ໄວ້ວ່າ

ຫາກໃຈນັ້ນ ຍັງບໍ່ຮ້ອງໄຫ້ອອກມາດັງ ໆ ພ້ອມກັບເວົ້າກັບຕົວເອງວ່າ ...

"ພໍແລ້ວ ເມື່ອຍພໍແລ້ວ ບໍ່ຢາກເຈັບຫລາຍໄປກ່ວານີ້ ຢາກຫຍຸດທຸກຢ່າງໄວ້ນີ້...."

ກໍ່ຈົງຮັກເຂົາຄົນນັ້ນຕໍ່ໄປ



ການຮັກໃຜຄົນຫນື່ງ .. ບໍ່ຕ້ອງການຄວາມພະຍາຍາມ...

ການຕັດໃຈຕ່າງຫາກ .. ທີ່ຕ້ອງໃຊ້ຄວາມພະຍາຍາມສູງ ..

ລອງຊັ່ງນ້ຳຫນັກໃຈເຮົາເບີ່ງວ່າ



"ຄວາມສຸກເວລາທີ່ໄດ້ສົບຕາກັບເຂົາຄົນນັ້ນ" ກັບ "ຄວາມທຸກເວລາທີ່ຕ້ອງລົບຕາເຂົາຄົນນັ້ນ"

ອັນໃດຈະຫນັກກ່ວາກັນ

ຢ່າໂທດຕົວເອງທີ່ມາພົບເຂົາຊ້າເກີນໄປ...

ຢ່າໂທດເຂົາທີ່ບໍ່ມີໃຈໃຫ້ເຮົາ ...

ຢ່າໂທດໂຊກຊະຕາທີ່ເຮັດໃຫ້ພົບກັນ ແຕ່ເປັນຫຍັງບໍ່ເຮັດໃຫ້ໃຈນັ້ນຕົງກັນ ...

ແຕ່ຈົງຍິ້ມໃຫ້ກັບຕົວເອງ

ທີ່ຢ່າງນ້ອຍ ເຖື່ງຈະພົບເຂົາຄົນນັ້ນຊ້າເກີນໄປ ແຕ່ກໍ່ຍັງໄດ້ພົບ ...

ຍິ້ມໃຫ້ເຂົາຄົນນັ້ນ ທັ້ງທີ່ບໍ່ມີໃຈໃຫ້ເຮົາ

ແຕ່ກໍ່ຍັງຮັບຫົວໃຈເຮົາໄປ .... ຍິ້ມໃຫ້ໂຊກຊະຕາ ທີ່ເຖື່ງວ່າຈະບໍ່ໄດ້ເຮັດໃຫ້ເຮົາຮັກກັນ

ແຕ່ກໍ່ຍັງດີທີ່ເຮັດໃຫ້ເຮົາຮູ້ຈັກກັນ ...


ເຮົາຄວນຈະດີໃຈຊ້ຳ ທີ່ຄັ້ງຫນື່ງ ...

ຄົນທີ່ເຮົາຢາກເກັບຮອຍຍິ້ມເຂົາຄົນນັ້ນໄວ້ຄົນດຽວ  ຄົນທີ່ເຮົາໃສ່ໃຈຫລາຍກ່ວາຕົວເອງ ...

ຄົນທີ່ເຮັດໃຫ້ເຮົາ ມີຮອຍຍິ້ມ ຮ້ອງໄຫ້ ມີຄວາມສຸກ ເສຍນ້ຳຕາ ແລະ ເວລາຂອງຄວາມຮູ້ສືກດີ ໆ ...

ຄົນທີ່ຮອຍຍິ້ມຂອງເຂົາປຽ່ນແປງວັນທີ່ເຮົາຮູ້ສືກທໍ້ແທ້ ໃຫ້ເປັນວັນທີ່ສົດໃສ ...


ເທົ່ານີ້ກໍ່ພຽງພໍແລ້ວບໍ່ແມ່ນຫວ່າ ?

ແມ້ເຫັນຄົນທີ່ເຮົາຮັກ ມີຄວາມສຸກ ມີຮອຍຍິ້ມ ກັບໃຜຄົນຫນື່ງທີ່ເຂົາຄົນນັ້ນ ຮັກຫລາຍທີ່ສຸດ


ນັ້ນແຫລະ ... ຄວາມສຸກຂອງການໄດ້ຮັກ ...ຢ່າງຈີ່ງໃຈ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2010 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ສິ່ງຫນື່ງທີ່ຄວນທ່ອງ ຄວນຈື່ໄວ້ສະເຫມືກໍ່ຄື

ຄົນ” ເປັນສີ່ງທີ່ມີຊີວິດ ທີ່ມີທັ້ງດ້ານບວກ ແລະ ດ້ານລົບ ຢູ່ໃນນັ້ນ

 

ຢ່າຕັ້ງໃຈກັບ ຄົນ 1 ຄົນຫລາຍ ເກີນໄປ

ເພາະຖ້າບໍ່ເປັນດັງທີ່ ຫວັງ ແລ້ວຄົນທີ່ເຈັບ ຄືຕົວເອງ


ຢ່າຄາດຫວັງກັບ ຄົນ 1 ຄົນຫລາຍເກີນໄປ
ເພາະບໍ່ມີໃຜສາມາດ ເປັນທຸກຢ່າງ ທີ່ເຈົ້າຕ້ອງການໄດ້

ຢ່າໃຫ້ເວລາກັບຄົນ 1 ຄົນຫລາຍ ເກີນໄປ
ເພາະໃຜກໍ່ຢາກມີຊ່ວງເວລາທີ່ເປັນສ່ວນຕົວ....ຄົນດຽວ....

ຢ່າພະຍາຍາມປຽ່ນແປງຄົນ 1 ຄົນຫລາຍ ເກີນໄປ
ເພາະນັ້ນຈະເຮັດໃຫ້ເຂົາ ບໍ່ເຫລືອຄວາມເປັນ ຕົວຂອງຕົວເອງ

ຢ່າຄວມຄຸມຊີວິດຄົນ 1 ຄົນຫລາຍ ເກີນໄປ
ເພາະມະນຸດມາກຈະຫາວິທີ ເອົາຕົວເອງອອກມາຈາກ ສິ່ງທີ່ເຮົາກຳນົດໄວ້

ຢ່າບີບບັງຄັບຄົນ 1 ຄົນຫລາຍ ເກີນໄປ
ເພາະຖ້າຄົນ ໆ ນັ້ນ ຫລຸດຈາກການຖືກບັງຄັບ ເຈົ້າຈະກາຍເປັນຄົນທີ່ຖືກ ຫັກຫລັງທັນທີ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2010 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

                                                                    

ເຮົາຕ່າງຊອກຫາໃຜຄົນຫນື່ງ ທີ່ເຮົາຈະໃຊ້ຊີວິດຮ່ວມ,,,,,

ແຕ່ເຮົາອາດຈະລືມໄປວ່າ ,,,,,ຕະຫລອດຊີວິດນັ້ນດົນປານໃດ
ຖ້າມື້ຫນື່ງ, , , , , , , ,ເຮົາບັງເອີນພົບອີກຄົນຫນື່ງລະຫວ່າງທາງ , , ,
ແລ້ວຢາກຊວນໃຫ້ເຂົາເດີນໄປກັບຊີວິດເຮົາ, , , , ເຮົາຕ້ອງທຳຮ້າຍຄົນອີກຄົນຫນື່ງຂອງເຮົາຫລືບໍ່, , ,
ຄົນທີ່ເຮົາ ,,,,,ຢາກຢູ່ນຳຕະຫລອດຊີວິດຄົນນັ້ນ
,
,
,
ຊີວິດມັກປຽ່ນແປງຕະລອດເວລາ ,,,,ບໍ່ມີຫຍັງແນ່ນອນ,,,
ແມ້ແຕ່ຫົວໃຈ ຂອງຄົນເຮົາ
ກວ່າຈະເຖຶ່ງ ວັນສຸດທ້າຍຂອງຊີວິດ
ເຮົາອາດຈະປຽ່ນເກີບ ໄປແລ້ວເປັນຮ້ອຍຄູ່
ແລະປຽ່ນເສັ້ນທາງຊີວິດ ເຮົາໄປແລ້ວເປັນຮ້ອຍຄັ້ງ
,
,
,
ຢ່າທຳຮ້າຍໃຜ ,,,,,,ດ້ວຍການຜູກມັດເລີຍ
ເພາະຕະຫລອດຊີວິດນັ້ນ,,,,
ເຮົາຕ້ອງຕັດສີນໃຈອີກເປັນ ,,,ແສນ,,,ເປັນ,,,ລ້ານ,,,ຄັ້ງ,,,
ຄົງຈະບໍ່ແມ່ນນ້ອຍຄັ້ງ ທີ່ເຮົາຈະເຮັດໃຫ້ຄົນທີ່ເຮົາຮັກນັ້ນ ເສຍນ້ຳຕາ,,,,
,
,
,
ເສັ້ນທາງຊີວິດຄູ່ນັ້ນ ມັກບໍ່ງ່າຍຄືທີ່ຄິດ ຄືໃນລະຄອນ ແຕ່ກໍ່ບໍ່ຢາກເກີນທີ່ເຮົາຈະເດີນໄປ,,,,,,
ຂໍພຽງທຸກກ້າວທີ່ເຮົາເດີນນັ້ນ ຫມັ້ນຄົງ,,,,,
,
,
,
ຄິດແລ້ວຄ່ອຍເຮັດ ບໍ່ແມ່ນເຮັດແລ້ວຄ່ອຍຄິດ , , , ,
ເພາະທຸກຄັ້ງທີ່ເຮົາຫລົງຜິດ ຈະມີອີກຫລາຍຄົນທີ່ຕ້ອງເສຍນ້ຳຕາ,,,

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2010 | ມີ 40 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ


 ມີຜູ້ຍີ່ງຄົນຫນື່ງກຳລັງນັ່ງ ຮ້ອງໄຫ້ ..
ແລະເລົ່າເລື້ອງລາວຕ່າງ ໆ ໃຫ້ກັບຜູ້ຊາຍທາງຂ້າງລາວຟັງ
ເລົ່າເລື້ອງຫນ້າເສົ້າໄປພ້ອມກັບ ນ້ຳຕາ


ຜູ້ຊາຍທີ່ ນັ່ງຢູ່ຂ້າງ ໆ ຜູ້ຍີ່ງຄົນນັ້ນ ..

ຮັບຟັງເລື້ອງລາວຕ່າງ ໆ ແລ້ວກໍ່ມິດໄປ ..

ຍີ່ງຄົນນັ້ນ ກໍ່ຮ້ອງໄຫ້ ຫລາຍຂື້ນເລື້ອຍ ໆ ເລື້ອຍ ໆ 

ຈົນຜູ້ຊາຍຄົນນັ້ນເວົ້າຂື້ນມາວ່າ ຈະຮ້ອງໄຫ້ໃຫ້ມັນໄດ້ຫຍັງ ປັນຍາອ່ອນຫວ່າ

ເລື້ອງເລັກນ້ອຍເທົ່ານີ້ ເຈົ້າເຖຶ່ງກັບຕ້ອງມາເສຍນ້ຳຕາ ປານນີ້ເລີຍຫວ່າ

ຍີ່ງຄົນນັ້ນ ເລີຍເວົ້າຂື້ນວ່າ ..
ກໍ່ເຈົ້າມັນຄົນໃຈດຳ ບໍ່ມີຫົວໃຈ ເຈົ້າຈະໄປເຂົ້າໃຈຫຍັງ ..
ເວລາທີ່ ຂ້ອຍມີບັນຫາ ..ເວລາທີ່ຂ້ອຍເສຍໃຈ .. 
ພໍຂ້ອຍເວົ້າໃຫ້ເຈົ້າຟັງ ເຈົ້າກໍ່ວ່າຂ້ອຍບ້າ ວ່າຂ້ອຍປັນຍາອ່ອນ
..
ເຈົ້າບໍ່ເຄີຍເຂົ້າໃຈ ຂ້ອຍເລີຍ ..
ເຈົ້າມັນເປັນຜູ້ຊາຍທີ່ ບໍ່ມີຄວາມອ່ອນໂຍນ  ..

ເປັນຫຍັງ ເວລາຂ້ອຍຫ້ອງໄຫ້ .. ເປັນຫຍັງ 
ເປັນຫຍັງ ເຈົ້າບໍ່ເຄີຍເວົ້າປອບໃຈຂ້ອຍເລີຍ ຈັກຄັ້ງ ..
ເປັນຫຍັງເຈົ້າຈີ່ງ ມັກເວົ້າໃຫ້ຕອກຍ້ຳ ຂ້ອຍແທ້ ..
ຫຼືວ່າ ເທົ່ານີ້ ຍັງເຫັນຂ້ອຍເສຍໃຈບໍ່ພໍ ..
ຕ້ອງໃຫ້ເຈົ້າມາເຮັດ ໃຫ້ຂ້ອຍເສຍໃຈຫລາຍກ່ວາເກົ່າ ແມ່ນບໍ່
..



ຜູ້ຊາຍຄົນນັ້ນໄດ້ແຕ່ .. ນັ່ງມິດ ..
ໃນໃຈຜູ້ຊາຍຄົນນັ້ນໄດ້ແຕ່ຄິດວ່າ .. ເຈົ້າມັນບ້າ ເຈົ້າມັນໂງ່ .. 
ໃນໃຈ ຂອງຂາຍຄົນນັ້ນ ມີຄຳຖາມເປັນຮ້ອຍ ເປັນພັນ ..

ຄຳຖາມ ທີ່ຢາກຈະຖາມຜູ້ຍີ່ງຄົນນັ້ນ 

ແຕ່ຊາຍຄົນນັ້ນ ກໍ່ບໍ່ເຄີຍທີ່ຈະຖາມເລີຍແມ້ ຈັກຄຳ..

ເຈົ້າບໍ່ຮູ້ດອກວ່າ ເວລາທີ່ເຈົ້າຮ້ອງໄຫ້ .. ເຮັດໃຫ້ຂ້ອຍຈະບ້າຕາຍ ..
ເຈົ້າບໍ່ເຄີຍຮູ້ດອກວ່າ .. ເວລາເຈົ້າເສົ້າ ຂ້ອຍເສົ້າຫລາຍກວ່າເຈົ້າ ..
ແລ້ວເຈົ້າບໍ່ຮູ້ດອກວ່າ .. ຄົນທີ່ເຮັດໃຫ້ເຈົ້າຮ້ອງໄຫ້ ມີນ້ຳຕານັ້ນ ຂ້ອຍຢາກຈະ ຂ້າມັນໃຫ້ຕາຍເທົ່າໃດ ..
ນີ້ເຈົ້າ ບໍ່ເຄີຍຮູ້ເລີຍຫວ່າ .. ວ່າຂ້ອຍຮັກເຈົ້າຫລາຍເທົ່າໃດ
..

ເຈົ້າບໍ່ເຄີຍຮູ້ຫວ່າ .. ວ່າຂ້ອຍບໍ່ຮູ້ຈະປອບໃຈເຈົ້າແນວໃດ
ຂ້ອຍຮູ້ .. ຖ້າຂ້ອຍປອບໃຈເຈົ້າ ເຈົ້າຈະດີຂື້ນ
ແຕ່ .. ຂ້ອຍກໍ່ບໍ່ເຮັດ ເຫດຜົນພຽງເພາະວ່າ .. 
ຂ້ອຍ ບໍ່ຢາກເຫັນເຈົ້ານັ້ນ ອ່ອນແອ
..
ຂ້ອຍຢາກເຫັນເຈົ້າ ເຂັ້ມແຂງ ລຸກຂື້ນ .. ສູ້ກັບບັນຫາດ້ວຍຕົວເຈົ້າເອງ ..


ເຖຶ່ງແມ້ວ່າເຈົ້າ .. ຈະວ່າຂ້ອຍ ເປັນຄົນໃຈດຳ ບໍ່ມີຫົວໃຈ .. ຂ້ອຍກໍ່ຍອມ
ຂ້ອຍອາດຈະບໍ່ແມ່ນ ຜູ້ຊາຍ ອ່ອນໂຍນ .. ແສນດີ ..
ຂ້ອຍອາດຈະ ບໍ່ແມ່ນຄົນທີ່ເຈົ້າຕ້ອງການ ຍາມເຈົ້າເສົ້າ
..
ຂ້ອຍອາດຈະບໍ່ແມ່ນ
.. ຄົນ ໆ ນັ້ນ .. ສຳລັບເຈົ້າ ..

ແລະເຖຶ່ງເຈົ້າຈະ ບໍ່ມັກ .. ຈະຊັງຂ້ອຍ ..

ແຕ່ ຢາກໃຫ້ເຈົ້າຮູ້ໄວ້ວ່າ .. ຜູ້ຊາຍທີ່ບໍ່ອ່ອນໂຍນຄົນນີ້ ຮັກເຈົ້າ .. ເທົ່າລົມຫາຍໃຈຕົວເອງ ..

ຫນ້າເສົ້າໃຈ ທີ່ຜູ້ຍີ່ງຄົນນັ້ນ  ..
ບໍ່ມີທາງຮູ້ເລີຍວ່າ .. ຄວາມບໍ່ອ່ອນໂຍນ ທີ່ຜູ້ຊາຍຄົນຫນື່ງມີໃຫ້ ..  
.. ກັບແຝງໄດ້ດ້ວຍ ຄວາມອ່ອນໂຍນ ..
ຖ້າຜູ້ຍີ່ງຄົນນັ້ນຮູ້ສຶກຈັກນ້ອຍວ່າ
..
ຜູ້ຊາຍຄົນນັ້ນ ຮັກລາວເທົ່າໃດ ..
ເລື້ອງນີ້ຄົງບໍ່ເປັນແບບນີ້
.


ຢ່າເບີ່ງຄົນແຕ່ພຽງ ການກະທຳ ພາຍນອກຂອງເຂົາ
ແຕ່ໃຫ້ລອງເບີ່ງເຂົ້າໄປຮອດຫົວໃຈ
..
ແລ້ວເຈົ້າຈະຮູ້ວ່າ ຄົນຫນື່ງຄົນ ທີ່ເຈົ້າຄິດວ່າ
..
ບໍ່ເຄີຍອ່ອນໂຍນເລີຍ
.. ເຂົາຄົນນັ້ນອາດຈະ ..
ເຕັມໄປດ້ວຍຄວາມອ່ອນໂຍນ ທີ່ພ້ອມໃຫ້ເຈົ້າ ໂດຍເຈົ້າບໍ່ຮູ້ຕົວ


ຈົ່ງຢ່າເບີ່ງດ້ວຍຕາ ແຕ່ເບີ່ງດ້ວຍໃຈ
ເພາະສີ່ງທີ່ດີ ໆ ໃນໂລກນີ້ມີຢູ່ ທຸກຫົນແຫ່ງ
ຂື້ນຢູ່ກັບວ່າເຈົ້າຈະ ຊອກເຫັນມັນຫຼືບໍ່
..