ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

1/ ເຮັດດີໄດ້ດີ ເຮັດອັບປີ ແລ້ວຈະໄດ້ຫຍັງ

 

2/ ບາງສີ່ງເຮົາກໍ່ບໍ່ຄວນຈື່ ... ຖ້າມັນເຮັດໃຫ້ໃຈເຈັບ  ແຕ່ບາງສີ່ງທີ່ເຮົາຄວນເກັບ ... ຖ້າມັນເປັນຄວາມເຈັບທີ່ນ່າຈື່ຈຳ

 

3/ ຢ່າມີຫົວໄວ້ໃຫ້ແຕ່ຜົມຂື້ນເທົ່ານັ້ນ

 

4/ ເຈັບແລ້ວຈົດຈຳ ຄືຄົນ ເຈັບແລ້ວທົນ ຄືຄວາຍ

 

5/ ພໍໃຈເທົ່າທີ່ມີ ຍີນດີເທົ່າທີ່ໄດ້ ສີ່ງທີ່ສອນຄົນເຮົາບໍ່ໄດ້ຄື * ສາມັນສຳນຶກ *

 

6/ ໄປໃຫ້ໄກສຸດ........ແລ້ວຫຍຸດບ່ອນຄຳວ່າພໍ........


7/ ສົງຄາມຍັງບໍ່ຈົບ ຢ່າຟ້າວນັບຊົບທະຫານ

 

8/ ຈົງຊື່ສັດກັບແຟນຕົວເອງ ແລ້ວຄລື້ງເຄລັງກັບແຟນຄົນອື່ນ ///ອັນນີ້ຕ້ອງເອົາຕົວໃຜ ຕົວມັນລະກັນ ຫ້າ ຫ້າ ຫ້າ///

 

9/ ຫາກຍ່າງຕາມຮອຍຕີນຄົນອື່ນ ກໍ່ບໍ່ມີມື້ທີ່ມີຮອຍຕີນຂອງຕົວເອງ

 

10/ ສຸຣາ ບໍ່ໄດ້ສ້າງວິລະບູລຸດ ........ ແຕ່ວິລະບູລຸດກໍ່ຂາດ ສຸຣາ ບໍ່ໄດ້ ///ເຮີ້ ເຮີ້ ເຮີ້///

 

11/ ຄວາມພະຍາຍາມຄັ້ງທີ່ 100 ດີກ່ວາຖອຍກ່ອນທີ່ຈະເຮັດ

12/ ເຮັດຄືນນີ້ໃຫ້ດີທີ່ສຸດ ແລ້ວຢ່າຫຍຸດ ຖ້າບໍ່ຮອດຈຸດສຸດຍອດ /// ອັນນີ້ຢ່າຄິດໄກເດີ້ ///

 

13/ ຄົນໂງ່ຍ່ອມຕົກເປັນເຫຍື່ອຂອງຄົນສະຫລາດ....ຄົນສະຫລາດຍ່ອມຕົກເປັນເຫຍື່ອຂອງ....ຄົນສະຫລາດທີ່ແກ້ງໂງ່

 

14/ ການດື່ມເຫລົ້າໃຫ້ເມົາ ບໍ່ແມ່ນຍີ່ຫໍ້ຂອງເຫລົ້າ ..... ການສືກສາຄືຄວາມຮູ້ທີ່ໄດ້ມາ ບໍ່ແມ່ນສະຖາບັນ

15/  We can't dip into the future =
ແມ່ນຫຍັງຈະເກີດ ມັນກໍ່ຕ້ອງເກີດ

 

16/ ອ່ອນຍົນ ອ່ອນຫວານ ........ ແຕ່ບໍ່ອ່ອນແອ

17/ ເມຍຊື້ເງີນສົດ ລົດຊື້ເງີ່ນຜ່ອນ /// ເຮີ້ ເຮີ້ ເຮີ້ ເອົາແມະຖ້າຜູ້ຊາຍວ່າບໍ່ແມ່ນ ///


18/ ຖ້າເຮົາບໍ່ຮູ້ປ່ອຍວາງອາດີດ ກໍ່ຄືຈະບໍ່ຮູ້ຈັກອານາຄົດ

 

19/ ມະນຸດ ທີ່ແທ້ຈີ່ງແລ້ວບໍ່ໄດ້ໃຫຍ່ມາດ້ວຍອາຫານ ແຕ່ໃຫຍ່ມາດ້ວຍຄວາມລຳບາກ


20/ ເພື່ອນກີນ ເພື່ອນກັນ ເພື່ອນກີນບໍ່ທັນ ເພື່ອນກັນເອົາໄປກີນຫມົດ

 

21/ ຊະຕາຟ້າລີ້ຄິດ ........ ແຕ່ຊີວິດ ກູລີ້ຄິດເອງ


22/ ຮັກແທ້ຕ້ອງແຍ່ງຊິງ
.... ຮັກຈີ່ງຕ້ອງປ່ອຍໄປ


23/ ຕັດເຈ້ຍຕ້ອງໃຊ້ມີດຕັດ
..... ແຕ່ຕັດໃຈຕ້ອງໃຊ້ເວລາ

 

24/ ຮັກດີກິນຖົ່ວ ຮັກຊົ່ວກິນເຫລົ້າ ..... ຮັກດີ ຮັກຊົ່ວ ກິນຖົ່ວແກ້ມເຫລົ້າ ເຮີ້ ເຮີ້ ເຮີ້


25/ ກຳຂີ້ດີກວ່າກຳຕົດ ແຕ່ຖ້າກຳຂີ້ສົດ ໆ ກຳຕົດຈະດີກວ່າກຳຂີ້ /// ເນາະແມ່ນບໍ່ ///


26/ ເຮັດແລ້ວເສຍໃຈ ຍັງດີກ່ວາເສຍໃຈທີ່ບໍ່ໄດ້ເຮັດ


27/
ຈຸດຢືນຂອງຄົນເຮົາທຸກຄົນຄື
" ສົ້ນຕີນ " /// ເອົາແມະໃຜຖຽງວ່າບໍ່ແມ່ນ ///


28/ ເຫັນວຽກເປັນລົມ ເຫັນນົມ ສູ້ຕາຍ ສູ້ໂວ້ຍຍຍຍຍຍຍ

 

29/ ຕົວຢ່າງທີ່ດີ ..... ມີຄ່າກ່ວາຄຳສອນ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຄົນທີ່ຍອມເຮົາ ທຸກຢ່າງ ບໍ່ແມ່ນ... "ຄົນທີ່ດີທີ່ສຸດ"

ແຕ່... ຄົນທີ່ມີເຮົາ ແລ້ວພ້ອມຈະຫຍຸດ ຄື... "ທີ່ສຸດຂອງຄົນດີ"


ຢ່າທ່ຽວບອກຄົນໄປທົ່ວ ວ່າຮັກ

ຖ້າຍັງສະກົດຄຳວ່າ ຊື່ສັດ ຍັງບໍ່ເປັນ


99% ຂອງຄົນນອນເດີກ

ເລີກ ໆ ແລ້ວເປັນຄົນ ຫນ້າຕາດີ


ຢ່າເອົາແຕ່ຊອກກຫາ ເທວະດາ ຫລຼື ນາງຟ້າ

ລອງຫາຄົນ ທຳມາດາ ທີ່ອາດຈະ ບໍ່ເຂົ້າຕາ

ແຕ່ພ້ອມທີ່ຈະ ເຂົ້າໃຈ


ຫນາວນີ້ ກອດຟຣື ບໍ່ຄິດເງີນ

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໃນວັນທີ່ ຂ້ອຍ "ຮັກ" ເຈົ້າ ແຕ່ເຈົ້າເລືກ " ຈາກໄປ"
ແລ້ວມື້ນີ້
ເຈົ້າ ຈະກັບມາເຮັດຫຍັງ ໃນເມື່ອທຸກຢ່າງ "ມັນຫມົດແລ້ວ"


ຄວາມຮັັກ...ຄືສີ່ງທີ່ ເຈົ້າ ໄດ້ໄປ

ຄວາມເສຍໃຈ...ຄືສີ່ງທີ່ ເຈົ້າ ໃຫ້ມາ


ເຈົ້າຊູ້  ເປັນການໂປລໂຫມດ
ແຕ່ເປັນໂສດ  ກູ  ຢູ່ຕາມກະແສ !


 ພຽງຝັນທີ່ກັ້ນໄວ້
ບໍ່ອາດຈະຂວາງໃຈ ທີ່ໃກ້ກວ່າ

ແມ້ບໍ່ໄດ້ຄິດຮອດທຸກຄັ້ງທີ່ຫລັບຕາ
ແຕ່ກໍ່ຄິດຮອດຕະຫລອດເວລາທີ່ຫາຍໃຈ


ຮັກຫລາຍກໍ່ເຈັບຫລາຍ  ຮັກບໍ່ຫລາຍກໍ່ເຈັບບໍ່ນ້ອຍ
ຮັກທີ່ຕ້ອງຄອຍ  ເຈັບບໍ່ນ້ອຍ  ແຕ່ເຈັບດົນຫລາຍ


 

ຖ້າມົວແຕ່ຢືນ "ຢູ່ກັບທີ່" ອາດເສຍ "ໂອກາດ" ທີ່ໄດ້ພົບ "ສີ່ງທີ່ດີກວ່າ"
"ກ້າ" ທີ່ຈະເດີນຈາກມາ ແມ້ເສຍ "ນ້ຳຕາ" ... ແຕ່ສີ່ງທີ່ຖ້າຂ້າງຫນ້າ ອາດຈະ "ງົດງາມ" !!!


ບາງຄົນ ບອກວ່າ "ຮັກຫມົດໃຈ" .. ທັ້ງ ໆ ທີ່ "ໃຈຫມົດຮັກ" ?? ..

ແຕ່ ! ບາງຄົນກໍ່ "ຍອມອົກຫັກ" .. ທັ້ງ ໆ ທີ່ຍັງ  "ຮັກຫມົດໃຈ" !!! ..

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2011 | ມີ 20 ຄຳເຫັນ ແລະ 0 trackback(s)
ເຂົາວ່າກັນວ່າ ຄົນເຮົາ...ຖ້າເຂົາຈະ " ນອກໃຈກັນ" ບໍ່ວ່າທາງໃດ ເຂົາກໍ່ເຮັດໄດ້ທັ້ງນັ້ນ
ແຕ່ສຳລັບ " ຄົນທີ່ເຂົາຮັກກັນ " ຕໍ່ໃຫ້ມີ ຫົນທາງຈັກ ຮ້ອຍພັນ ເຂົາກໍ່...ເຮັດບໍ່ລົງ..

 

ຄົນດີ ຄິດຊົ່ວໄດ້ ແຕ່ເຮັດບໍ່ໄດ້... ຄົນຊົ່ວ ນອກຈາກ ຄິດບໍ່ດີແລ້ວ ຍັງເຮັດຊົ່ວໄດ້ ໂດຍບໍ່ຕ້ອງຄິດ


ສາເຫດທີ່ "ນ້ຳຕາໄຫລ" ເພາະ "ຕາ" ກ່ຳລັງລະບາຍສີ່ງທີ່"ປາກເວົ້າ" ບໍ່ໄດ້...

 

ຄວາມຮັກມີໃຫ້ "ຄັ້ງລະຄົນ"
ແຕ່ຄວາມເຊື່ອໃຈມີໃຫ້ "ພຽງຄົນລະຄັ້ງ
"

 

"ຄົບຄົນ" ຄວນເບີ່ງທີ່ພາຍໃນ..ບໍ່ແມ່ນພຽງພາຍນອກ ເພາະຖ້າສັນດານ ຍັງບໍ່ອອກ...ຢ່າຟ້າວບອກວ່າ "ນິດໄສດີ"

 

ຄວາມເຊື່ອໃຈ ແມ່ນແນວໃດ ??? ຄື ນັ່ງຊືມ ເປັນ ກົບໃນກາລາ  ຫລຼື ຢືນ ເລມຫຍ້າ ບໍ່ຮູ້ສືກ ຮູ້ສາ ໄປວັນ ໆ !!!

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

          ກົມອຸຕຸໂລກເຕືອນ ປະຊາຊົນ ຕຽມຮັບມືລັງສີ ຢູວີ ເພີ່ມຂື້ນໃນລະດັບສູງ ລະດູຮ້ອນນີ້ ຫລັງການກວດພົບຊັ້ນ ໂອ່ໂຊ່ນ ລົດລົງກວ່າ 40%

          ເມື່ອວັນທີ່ 6 ເມສາທີ່ຜ່ານມາ ເວັບໄຊ ເດລິເມວ ຂອງອັງກິດ ລາຍງານວ່າ ກົມອຸຕຸວິທະຍາໂລກ ຫລຼື WMO ເປີດເຜີຍຂໍ້ມູມທີ່ຫນ້າຕົກໃຈ ສະພາບອາກາດໂລກວ່າ ຂະນະນີ້ຊັ້ນ ໂອ່ໂຊ່ນ ທີ່ເຮັດຫນ້າທີ່ເປັນເກາະປ້ອງກັນລັງສີ UV ລະດັບອັນຕະລາຍຈາກດວງອາທິດ ມີປະລິມານລົງລົດກວ່າ 40% ເຊິ່ງຈະມີຜົນໃຫ້ຄົນເຮົາຮັບລັງສີ UV ເພີ່ມຫລາຍຂື້ນ ແລະ ສ່ຽງໃນການເປັນ ມະເຮັງ ຜິວຫນັງ ຜິວໄຫມ້ ແລະ ບັນຫາກ່ຽວກັບດວງຕາ

          ລາຍງານລະບຸວ່າ ຕອນນີ້ຊັ້ນ ໂອ່ໂຊ່ນ ໃນບໍລິເວັນແທບ ອາກຕິກ ຫລຼື ຂົ້ວໂລກເຫນືອ ລົດລົງໃນລະດັບທີ່ບໍ່ເຄີຍເປັນມາກ່ອນ ເນື່ອງຈາກມີການກໍ່ຕົວຂື້ນຂອງ ສະສານ ໃນຊັ້ນບັນຍາກາດ ທີ່ທຳລາຍຊັ້ນ ໂອ່ໂຊ່ນ ປະກອບກັບອາກາດທີ່ເຍັນຈັດໃນຊັ້ນບັນຍາກາດ ສະຕ່າໂທສເຟຍ ເຮັດໃຫ້ນ້ຳແຂງ ຂົ້ວໂລກ ລະລາຍໄວຂື້ນ ແລະ ຖ້າບໍລິເວັນຊັ້ນ ໂອ່ໂຊ່ນ ຕ່ຳນີ້ ເຄື່ອນຕົວມາໃນຈຸດທີ່ຕ່ຳກວ່ານີ້ ກໍ່ຈະສົ່ງຜົນໃຫ້ບໍລິເວັນປະເທດ ແຄນນ່າດ່າ ລັດເຊຍ ອາລັສກ້າ ສາຫະລັດ ແລະ ຫລາຍປະເທດໃນແຖມ ສະເກນດີເນຫວຽນ ໄດ້ຮັບຜົນກະທົບຈາກປະລິມານລັງສີ ອຸຕ້າໄວໂອເລັດ ທີ່ເພີ່ມຂື້ນຫລາຍກ່ວາທີ່ເຄີຍເປັນ ສະພາບອາກາດຈະຮ້ອນຂື້ນ ເຮັດໃຫ້ເປັນມະເຮັງຜິວຫນັງ ມະເຮັງຕໍ້ກະຈົກຕາ ລວມທັ້ງພຶດບາງສະນິດໄດ້ຮັບຜົນກະທົບ

          ນອກຈາກນີ້ WMO ຍັງເຜີຍວ່າ ຕະຫລອດເວລາທີ່ຜ່ານມາ ການລົດລົງຂອງຊັ້ນ ໂອ່ໂຊ່ນ ໃນບໍລິເວັນຂົ້ວໂລກເຫນືອ ສຸດສູງແມ່ນ ປະມານ 30% ໃນຊ່ວງ 15 ທີ່ຜ່ານມາ ແຕ່ລ່າສຸດນີ້ ຊັ້ນ ໂອ່ໂຊ້ນ ລົດລົງເຖິ່ງ 40% ດັ່ງນັ້ນ ປະຊາຊົນທີ່ອາດຢູ່ໃນບໍລິເວັນນີ້ ກໍ່ຄວນຕຽມຮັບມືກັບລັງສີ UV ທີ່ເພີ່ມສູງຂື້ນ ເພາະກວ່າຈະຟື້ນຕົວໄດ້ກໍ່ຄົງໃຊ້ເວລາຫລາຍປີ ໂດຍ WMO ຊັ້ນ ໂອ່ໂຊ່ນ ນອກເຂດຂົ້ວໂລກຈະຟື້ນຕົວໄດ້ພາຍໃນປີ 2030-2040 ຫລຼືອີກ 20 ປີຂ້າງຫນ້າ

          ທັ້ງນີ້ ກ່ອນຫນ້ານີ້ ນັກວິທະຍາສາດໄດ້ມີລາຍງານວ່າ ຂະນະນີ້ ນ້ຳແຂງຂົ້ວໂລກລະລາຍໄວເຖິ່ງ 100 ເທົ່າ ເມື່ອທຽບກັບຕະຫລອດ 350 ປີທີ່ຜ່ານມາ ເຊິ່ງການທີ່ນ້ຳແຂງປ່ຽນສະພາບເປັນນ້ຳເຍັນນີ້ ໄດ້ສົ່ງຜົນເຮັດໃຫ້ການປ່ຽນແປງ ສະພາບອາກາດທົ່ວໂລກໃນຂະນະນີ້

ຂຽນເມື່ອ ຂຽນເມື່ອ: ມ.ນ.. 30, 2011 | ມີ 11 ຄຳເຫັນ ແລະ 0 trackback(s)


1. ບໍ່ເຄີຍຊອບປິ້ງ ແລະ ບໍ່ຈຳເປັນໃຫ້ເງີນໃຊ້

2. ເປັນການງ່າຍທີ່ຈະຄົບກັບ ສຸຣາ ນານາຊາດ ໂດຍບໍ່ມີບັນເລື້ອງພາສາ ບໍ່ວ່າ ວາຍຝຣັ່ງເສດ ສາເກ ເຫລົ້າໄຫຈີນ.. ແຕ່ການຈະຫາເມຍ ນານາຊາດ ນີ້ ອາດເປັນເລື້ອງທີ່ຕ້ອງພະຍາຍາມກັນເປັນ ປີໆ

3. ສຸຣາ ຮ້ອນເຮັດໃຫ້ເຢັນໄດ້ ດ້ວຍການຈັບນ້ຳກ້ອນໃສ່ ຫລຼື ຍັດເຂົ້າຕູ້ເຍັນ ເສຍເງີນບໍ່ເກີນ ຫ້າພັນກີບ ແຕ່ເມື່ອ ເມຍ ອາຮົມຮ້ອນ ກວ່າຈະເຢັນໄດ້ ຕ້ອງເສຍເງີນຊື້ດອກໄມ້ ບໍ່ຕ່ຳກວ່າແສນ ນ້ຳຫອມຂອດລະຫລາຍແສນ ຫລຼື ຄ່າໂທລະສັບອີກ ນັບນາທີບໍ່ທັນເລີຍລະ

4. ສາມາດປ່ຽນແກ້ວເຫລົ້າທີ່ຢູ່ຂ້າງ ໆ ໄດ້ຫລາຍເທົ່າທີ່ຕ້ອງການ ແຕ່ຖ້າຈະປ່ຽນຄົນທີ່ນອນກອດ ຂ້າງ ໆ .. ເຫີ້.... ຖືກອີໂຕ້ ແນ່ນອນ!!

5. ນັ່ງເບີ່ງແບະເຕະ ກັບ ສຸຣາ ໄດ້ດົນເທົ່າທີ່ຕ້ອງການ

6. ສຸຣາ ບໍ່ເຄີຍສັ່ງໃຫ້ໄປ ຊັກເຄື່ອງ ລ້າງລົດ ຕັດຫຍ້າສະຫນາມ ຖູເຮືອນ ແປງຫ້ອງນ້ຳ ຍ້າຍຕູ້ ຕອກຕະປູແຂວນຮູບຫ້ອງຮັບແຂກ

7. ສຸຣາ ເຮັດໃຫ້ປ່ຽນ ນິໄສຊົ່ວຄາວ ຫລັງການດື່ມ ແຕ່ ເມຍ ນີ້ພະຍາຍາມ ປ່ຽນນິໄສ ແບບຖາວອນ ດ້ວຍກຳລັງ

8. ສາມາດນອນໂກນດັງ ໆ ກັບ ສຸຣາ ໂດຍບໍ່ຖືກ ຈົ່ມວ່າສຽງດັງ ຫລຼື ຕາຂຽວໃສ່

9. ສາມາດ ຊື້ ສຸຣາ ໄດ້ຕາມໃຈກະເປົ່າທີ່ຈະຈ່າຍ ແຕ່ບໍ່ສາມາດຫາ ເມຍ ໄດ້ເທົ່າທີ່ກະເປົ່າເຕັມໃຈໃຫ້ ແຖມປ່ຽນບໍ່ໄດ້ງ່າຍ ໆ ອີກ

10. ສຸຣາ ບໍ່ເຄີຍຍາດກິນຂອງແກ້ມ ແລະ ເຂົ້າກັບເພື່ອນຮ່ວມວົງໄດ້ຫມົດທຸກຄົນ

11. ສາມາດຕີຕົວອອກຫ່າງ ສຸຣາ ໄດ້ເມື່ອຕ້ອງການ ແລະ ເມື່ອໃດທີ່ກັບໄປຫາ.. ສຸຣາ ກໍ່ຍິນດີຕ້ອນຮັບທຸກຄັ້ງ

12. ສາມາດເວົ້າເທົ່າທີ່ຕ້ອງການກັບ ສຸຣາ ຈະບໍ່ມີສຽງຈົ່ມວ່າ 'ຫຍຸດດຽວນີ້' - 'ພໍໄດ້ແລ້ວ' - 'ຫຸບປາກ' ຢ່າໃຫ້ໄດ້ຍີນອີກເດັດຂາດ

13. ສຸຣາ ທຸກແກ້ວບໍ່ເຄີຍ ຫວງວ່າຈະຮັກ ແກ້ວອື່ນຫລາຍກວ່າ

14. ສຸຣາ ແຮງເກົ່າ ແຮງດີ ມີລາຄາເພີມຂື້ນຕາມເວລາ ແຕ່ເມຍນີ້ຕິ້...ແຮງເກົ່າ ແຮງແກ່ ແຮງຫນັງຫນຽວ ຫ້າ ຫ້າ ຫ້າ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 30, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມ ຮັກ ນັ້ນ ຕ້ອງ ການ ເວ ລາ


ທຳອິດ ມີອາການຄື ຄວາມຮັກ ຫນ້າຈະເອີ້ນວ່າ ຄວາມຫລົງ ຫລາຍກວ່າ

ຖ້າຍັງຮັກສາໄລຍະຂອງ ຄວາມສຳພັນ ເອົາໄວ້ໄດ້ ກໍ່ຈະເຫັນຄຸນຄ່າຂອງ ຄວາມຮັກ

ບາງຄູ່ລົງເອີຍດ້ວຍການແຕ່ງງານ ບາງຄູ່ກໍ່ແຍກທາງກັນ


ຄວາມ ຮັກ ຕາມ ອຸ ດົມ ຄະ ຕິ


ຄືການ ໃຫ້ ແລະ ຮຽກຮ້ອງ ແຕ່ຄວາມຮັກປົກກະຕິ ມັກຈະຮຽກຮ້ອງ ແລະ ຖ້າຮັບ
ແບ່ງປັນ ຄວາມສຸກ ແລະ ຄວາມທຸກ

ຮັກທີ່ມີແຕ່ຄວາມ ເຫັນແກ່ຕົວ ມັກຈະໄປບໍ່ຫລອດ ທີ່ຫລອດກໍ່ຢູ່ດ້ວຍຄວາມຝຶນໃຈ ແຕ່ບາງຄູ່ຜິດກັນ ແຕ່ກໍ່ຍັງຢູ່ນຳກັນໄດ້

ນີ້ລະເຂົາວ່າເນື້ອຄູ່


ແລ່ນ ຕາມ ຄວາມ ຮັກ ມັກ ເມື່ອຍ


ພໍ ແລ່ນຫາດົນ ໆ ໄປ ເຮົາອາດຈະບໍ່ຮູ້ວ່າ ກຳລັງຕາມຫາຫຍັງ ລໍຖ້າຄວາມຮັກ ມັນລໍເກີ້ ຕ່າງຄົນ ຕ່າງເຂົ້າຫາກັນດີກວ່າ

ໃຊ້ເວລາຮຽນຮູ້ກັນ ແຕ່ຕ້ອງເຂົ້າໃຈວ່າ ໂລກນີ້ ບໍ່ມີໃຜສົມບູນແບບ ແມ້ແຕ່ຕົວເຮົາເອງ ເລືອກເບີ່ງແຕ່ດ້ານ ດີ ໆ ຂອງ ກັນ


ຮັກ ແທ້ ແພ້ ໃກ້ ຊິດ


ອາດຈະເຊີຍ ແຕ່ກໍ່ຍັງເປັນຈີ່ງ ແລະ ເຮັດປາຕິຫານໄດ້ ໄລຍະທາງ ກັບ ສະຖານທີ່ ຈິ່ງເປັນຕົວແປ ທີ່ສຳຄັນ ຄວາມຮັກຈະ ອ່ອນແອ ຫລຼື ເຂັ້ມແຂງ

ກໍ່ວັດໄດ້ຈາກບ່ອນນີ້

ເສຍໃຈໄດ້ ແຕ່ ຢ່າເສຍໃຈເກີນ ເພາະໂລກຍັງມີ ສິ່ງສົດງາມອີກຫລາຍ ເພື່ອນຝູງ ຄອບຄົວ ພໍ່ແມ່

ຢ່າປ່ອຍໃຫ້ຄວາມຮັກທີ່ລົ້ມເຫລວ ມາທຳຮ້າຍຕົວເອງ



ຄວາມ ຮັກ ທີ່ ດີ ນຳ ທາງ ໄດ້


ເປັນທັ້ງເຂັມທິດ ແລະ ແສງສະຫວ່າງ ໃຫ້ກັບຜູ້ຄົນໄດ້

ຂາດຄວາມຮັກ - ຫົວໃຈຈະແຫ້ງແລ້ງ ຕ້ອງການຫລາຍໃນຄວາມຮັກ ຊິວິດຈະ ຄວາມສຸກ ຄວາມສຸກ ລະກໍ່ ຄວາມທຸກ ແລະ ຄວາມທຸກ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

ວິທີ ເບິ່ງເຫັນຜີ

ວິທີ່ ຂ້ອງຂ້າງຍາກນ້ອຍຫນື່ງ ແຕ່ຮັບປະກັນເຫັນຜົນ100% ຢ່າງແນ່ນອນ
ຖ້າທ່ານໃດຢາກພິສູດ ຢ່າງຊັກຊ້າເຂົ້າມາອ່ານວິທີກັນເລີຍ

ສິ່ງທີ່ຕ້ອງກະກຽມ

1. ຂີ້ເທົ່າຈາກ ຂ້າງເຕົາຫລໍ່ ( ບ່ອນຈູດຄົນຕາຍ ) 1 ບ່ວງກາງ ຫໍ່ດ້ວຍຜ້າສີດຳ

2. ໃບບອນດຳ 1 ໃບ

3. ນ້ຳບໍ່ ( ນ້ຳສ້າງ ) 7 ວັດ ເອົາວັດລະ 1 ບ່ວງກາເຟ

ສະຖານທີ່ ແລະ ເວລາເຮັດພິທີ

1. ຕ້ອງເຮັດໃນວັດຮ້າງ ຫລຼື ວັດທີ່ມີອາຍຸ 100 ປີ ຂື້ນໄປ

2. ເວລາທີ່ເຮັດພິທີ ຕ້ອງເຮັດວັນຂື້ນ ແລະ ແຮມ 8,14,15 ໃນເວລາ 10 ໂມງຄ່ຳ ເຖິ່ງ 2 ໂມງ

ຜູ້ເຂົ້າຮ່ວມພິທີ

1. ຜູ້ພາເຮັດພິທີ ຕ້ອງເຄີຍບວດເປັນຫມ່ອມບໍ່ຕ່ຳກ່ວາ 3 ພັນສາ

2. ຜູ້ເຂົ້າພິທີບໍ່ໃຫ້ເກີນ 3-6 ຄົນ ໃຫ້ທຸກຄົນໃສ່ຊຸດສີດຳ

ຈຸດເລີ່ມເຮັດພິທີ

ໃຫ້ດັບໄຟທຸກດວງໃນວັດ ເປີດປະຕູຫນ້າຂອງ ອາຣາມ ຈຸດທຽນໄວ້ຫນ້າພະໃຫຍ່ 1 ເລັ່ມ ຈາກນັ້ນມາຢືນກັນຢູ່ຫນ້າອາຣາມ
ແລ້ວທຳການປະສົມ ໂດຍຫງາຍ ໃບບອນຂື້ນ ເທຂີ້ເທົ່າລົງໄປພໍປະມານ ແລ້ວເອົານ້ຳທີ່ໄດ້ມາປະສົມລົງໄປພໍປະມານ ແລ້ວທ່ອງຄາຖາ ມະ ມະ  ມາ ມາ 3 ຈົບ ພ້ອມກັນທຸກຄົນ

ວິທີການໃຊ້

ໃຫ້ເອົານິ້ວມືຂ້າງທີ່ທະນັດ ຈູ່ມລົງໄປໃນນ້ຳທີ່ປະສົມ ແລ້ວເອົາມາທາ ຫນ້າຜາກ ຫລຼື ຄິ້ວສອງຂ້າງ
ຈາກນັ້ນໃຫ້ຜູ້ທຳພິທີ ຍ່າງນຳຫນ້າ ຖືໃບບອນໄປນຳ ຍ່າງອ້ອມ ອາຣາມ ໄປທາງຊ້າຍມື  2 ຮອບ ມາຫຍຸດຢູ່ບ່ອນເລີມຕົ້ນ
ຫັນຫນ້າເຂົ້າ ອາຣາມ ແລ້ວທ່ານຈະເຫັນສິ່ງທີ່ບໍ່ຄວນເຫັນ

ຂໍ້ຫ້າມ

1.ເມື່ອເຫັນຜີແລ້ວ ຫ້າມໃຜຄົນໃດ ຄົນຫນື່ງ ໃນກຸ່ມແລ່ນເດັດຂາດ

2. ຫ້າມກິນເຫລ້າ

3. ຫ້າມນຳຂີ້ເທົ່າ ກັບທີ່ພັກອາໄສເດັດຂາດ ຈະນຳໄພມາສູ່ຄອບຄົວ ບໍ່ເສຍຂິວິດ ກໍ່ບ້າ ໄປເລີຍ ບໍ່ມີທາງແກ້ໃຫ້ດີຄືນໄດ້

4. ຫ້າມຄົນພາຍນອກມາວຸ້ຍວາຍ ກັບການເຮັດ ພິທີ ເດັດຂາດ ເພາະຈະເຮັດໃຫ້ ວິຍານ ບໍ່ປະກົດ

5.ໃນຂະນະທີ່ ຜິ ປະກົດຕົວຂື້ນ ຫ້າມຖາມ ຫ້າມລົມກັນ ຫ້າມເຂື່ອໄຫວ ບໍ່ວ່າກໍລະນີໃດກ່ອນຕາມ
ຍົກເວັ້ນບໍ່ຢາກເບີ່ງຕໍ່ແລ້ວ ໃຫ້ຖ່ອງຄາຖາ ວະວະວະຕັງວະວະວະນັງ 3 ຈົບ
ແລ້ວລັບຕາລົງ ຫລັງຈາກນັ້ນທ່ານຈະບໍ່ເຫັນ ຜີ ອີກ ແຕ່ຫ້າມອອກຈາກບ່ອນເຮັດ ພິທີເດັດຂາດ

ເວລາຈະເລີກ ໃຫ້ທ່ານໃຊ້ ຄາຖາ ໃນຂໍ້ທີ່ 5 ຈາກນັ້ນໃຫ້ຜູ້ພາເຮັດພິທີ
ຖົ່ມນ້ຳລາຍລົງພື້ນ 3 ຄັ້ງ ແລ້ວໃຫ້ພ້າວໄປລ້າງຫນ້າດ້ວຍ ນ້ຳສົມປອຍ
ຈິ່ງເປັນການຈົບພິທີ ແລ້ວໃຫ້ເອົາຂີ້ເທົ່າກັບຂອງທີ່ເຫລືອ ປະໄວ້ໃນບໍລິເວັນວັດ

 

ບໍ່ເຊື່ອຢ່າລົບລູ່ ເຮົາເຕືອນທ່ານແລ້ວ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 22, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ


ຫນ້າຕາຄ້າຍກັນ .. ຄື ຊ້າຍ - ຂວາ
ແຕ່ຖ້າຕອນໃດທີ່ ...

ຮູ້ສືກວ່າ .. ຄິດເຖິ່ງ .. ແລ້ວມາຫາ ຄື .. ຮັກ
ຮູ້ສືກວ່າ.. ເຄີຍມາຫາ.. ເລີຍມາຫາ ຄື.. ຜູກພັນ
ຮູ້ສືກວ່າ.. ຫິວ.. ແຕ່ກໍ່ຢາກຖ້າ ຄື.. ຮັກ
ຮູ້ສືກວ່າ.. ອິ່ມແລ້ວ .. ຢາກເອົາມາຝາກ ຄື.. ຜູກພັນ
ຮູ້ສືກວ່າ.. ຢາກໃຫ້ເວລາ ກັນ ແລະ ກັນ ຄື.. ຮັກ
ຮູ້ສືກວ່າ.. ຢາກໃຊ້ເວລານຳກັນ ຄື.. ຜູກພັນ
ຮູ້ສືກວ່າ.. ຫງຸດງິດ ເຮັດໃຫ້ອີກຄົນ ບໍ່ສະບາຍໃຈ ຄື.. ຮັກ
ຮູ້ສືກວ່າ.. ຄຽດເຮັດໃຫ້ອີກຄົນ ສຳນຶກຜິດ ຄື.. ຜູກພັນ
ຮູ້ສືກວ່າ.. ບໍ່ມີນາທີໃດ ບໍ່ຄິດເຖິ່ງ ຄື.. ຮັກ
ຮູ້ສືກວ່າ.. ນາທີໃດຫວ້າງ ຈະຄິດເຖິ່ງ ຄື.. ຜູກພັນ

ມີພຽງເສັ້ນບາງ ໆ ທີ່ກັ້ນລະຫວ່າ ຮັກ ກັບ ຜູກພັນ ໃຊ້ຫົວໃຈເບິ່ງແທນດວງຕາ ແລ້ວເຈົ້າຈະເຫັນ.....

ຂອບໃຈເຫລືອເກີນ .. ຄວາມຜູກພັນ .. ທີ່ເຮັດໃຫ້ຮັກ
ຂອບໃຈເຫລືອເກີນ .. ກັບຮັກທີ່ເປັນຫລາຍກວ່າ  .. ຄວາມຜູກພັນ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 22, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ເຮືອທີ່ຈອດຢູ່ໃນທ່າ ຈະປອດໄພທີ່ສຸດ
ແຕ່ເຮືອບໍ່ໄດ້ສ້າງຂື້ນມາ ເພື່ອຈອດຢູ່ໃນທ່າ
********************** 
ເຈົ້າຈະເຫັນຄວາມສວຍງາມຂອງ ມະຫາສະຫມຸດ ໄດ້ຈັງໃດ
ຖ້າເຈົ້າບໍ່ກ້າພໍ ຈະກ້າວອອກໄປຈາກຝັ່ງ

********************** 
ສຳລັບຄົນທີ່ມີຄວາມອົດທົນ
ແມ້ຊົ່ວໂມງທີ່ຍາກລຳບາກທີ່ສຸດ ກໍ່ຍາວນານພຽງ 60 ນາທີ

********************** 
ມື້ທີ່ຍາວນານທີ່ສຸດ
ຄືມື້ທີ່ຫົວໃຈເຈົ້າ ບໍ່ມີຮອຍຍິ້ມ ແລະ ສຽງຫົວ

********************** 
ຂ້ອຍເປັນຄົນມັ່ງມີ ບໍ່ແມ່ນເພາະມີຫລາຍ
ແຕ່ເປັນເພາະຂ້ອຍມີພໍ

********************** 
ບາງຄັ້ງ ເຮົາອາດບໍ່ເຂົ້າໃຈການກະທຳຂອງຕົວເອງ
ສະນັ້ນ ຈິ່ງບໍ່ຄວນຕັດສິນໃຈການກະທຳ ຂອງຄົນອື່ນ

**********************
ຖ້າເບີ່ງແຕ່ຄວາມຜິດຂອງຄົນອື່ນ ເຈົ້າຈະມີແຕ່ຄວາມຊັງ
ຖ້າເບີ່ງຄວາມດີຂອງຄົນອື່ນ ເຈົ້າຈະມີແຕ່ຄວາມສຸກ

**********************
ເມື່ອມີຄວາມຜິດພາດເກີດຂື້ນ ຢ່າມົວແຕ່ຄິດວ່າໃຜເຮັດ
ແຕ່ຈົ່ງຄິດວ່າຈະແກ້ໄຂແນວໃດ

********************** 
ຄວາມສຳເລັດ ຂື້ນຢູ່ກັບການກະທຳ
ບໍ່ແມ່ນ ອະທິຖານ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

1.

ເປົາວຸ້ນຈິ້ນ ເປັນເລື້ອງຮາວ ສືບສວນຄະດີຄາດຕະກຳ ໂດຍມີເນື້ອຫາທີ່ບໍ່ຊັບຊ້ອນເທົ່າກັບ ໂຄນັນ (ໄປໃສ່ມີແຕ່ ຄາດຕະກຳໃນຫ້ອງປິດຕາຍຕະຫລອດ) ແລະອາດບໍ່ແມ່ນການສືບສວນແບບ CSI (ເພາະເທົ່າທີ່ເບີ່ງມາ ຍັງບໍ່ເຫັນ ທ່ານ ກົງຊຸນ ກວດພິສູດ DNA) ແຕ່ລະຄະດີບໍ່ຊັບຊ້ອນ ຜ່ານໄປ 4 - 5 ຕອນ ກໍ່ຈະມີ ຫລັກຖານຈັບຕົວຜູ້ຮ້າຍໄດ້ສະເຫມີ (ແຕ່ເປົາວຸ້ນຈີ້ນ ສາມາດລົງ ໄປຫາຍົມມະບານໄດ້ ໂຄນັນ ກັບ CSI ເຮັດບໍ່ໄດ້ )

 

2.

ພະຈັນເຄີ່ງສ້ຽວ ຢູ່ຫນ້າຜາກ ເປົາວຸ້ນຈີ້ນ "ເປັນພະຈັນ ແຮມຂື້ນ" ສາເຫດທີ່ຕ້ອງເປັນ "ພະຈັນເຄີ່ງສ້ຽວ" ກໍ່ເພາະວ່າຖ້າເປັນຮູບ "ສາຍຟ້າ" ກໍ່ຈະໄປຊ້ຳກັບ "ແຮ່ຣິ້ ພໍເຕີ້" ເຊິ່ງອາດເກີດບັນຫາຄື ເວລາທີ່ ວ່ອນເດີ້ມໍ ອາລົມສາຍ ເປົາວຸ້ນຈີ້ນອາດຈະ ປວດຫົວໃນເວລາ ສືບສວນຄະດີ ຈົນທ່ານ ກົງ ຊຸນ ຕ້ອງຝັງເຂັດໃຫ້ ( ອັນນີ້ຫນ້າຄິດ )

 

3.

"ຫວັງເຊົາ" ຕ້ອງເຮັດວຽກຮ່ວມກັບ "ຫມ່າຫັ້ນ" ສ່ວນ "ຈາງຫລົ່ງ" ຕ້ອງໄປກັບ "ເຈົ້າຫູ່" ສະເຫມີ ເປົ່າເຄີຍໄດ້ຍີນ ທ່ານ ເປົາ ເອີ້ນວ່າ "ຫວັງເຊົາ ເຈົ້າຫູ່" ຫຮຼື "ຫມ່າຫັ້ນ ຈາງຫລົ່ງ" ແຕ່ຢ່າງໃດກໍ່ຕາມ ຄາດວ່າ ອາດຈະເຮັດວຽກ ບໍ່ເຂົ້າຂາກັນລອງອ່ານ ( ໃຫ້ເປັນອອກສຽງເປັນພາສາໄທຈະໄດ້ຄືກັບເລື້ອງ )

 

4.

ຕອນທີ່ ທ່ານ ເປົາ ສັ່ງ "ເບີກຜູ້ຕ້ອງຫາາາາ" ລູກນ້ອງຕ້ອງຮັບຄຳພ້ອມກັນວ່າ "ເວ.............ວູ" ເຄີຍຖາມຫມູ່ທີ່ມີເຊື້ອສາຍຈີນວ່າ "ສຽວ 'ເວ...ວູ' ແປວ່າຫຍັງ" ມັນຕອບວ່າ "ບໍ່ຮູ້"

ໃນບາງຄັ້ງຜູ້ຕ້ອງສົງໄສ ອາດເຮັດຫຍັງລ່ວງເກີນ ທ່ານ ເປົາ ທ່ານ ເປົາ ຈະຕະຄອກສຽງດັງວ່າ "ບັງອາດ" ພວກລູກນ້ອງຈະແຄ້ນໃຈໄປນຳ ແລະຮ້ອງໄປວ່າ "ເວ.................ວູ" ເຊັ່ນກັນ (ເຊິ່ງຍັງບໍ່ຮູ້ຈົນທຸກມື້ນນີ້ ວ່າມັນແປວ່າຫຍັງ)

 

5.

ຈັນເຈົ່າ ແມວຫລວງແຫ່ງລາດສະສຳນັກ ສາມາດປາບຈອມຍຸດ ທຸກຄົນໃນຍຸດຕະພົບ ບໍ່ວ່າຄົນນັ້ນຈະເປັນໃຜ ຝືກວິທະຍາຍຸດມາ ຈັກສິບປີກໍ່ຕາມ ບໍ່ວ່າມາດ່ຽວ ຫຮຼື ມາຫມູ່ ຈັນເຈົ່າຮັບມືໄດ້ຫມົດດດດ ນັບວ່າເກັ່ງຫລາຍ ຂ້ານ້ອຍນັບຖືກ (ຮຽນວິຊາມາແຕ່ໃສ່ຫວ່າາາ)

 

6.

ຖ້າ ທ່ານ ເປົາ ຖອດຫມວກ ລາອອກ ລູກນ້ອງອີກ 6 ຈະຖອດຫມວກ ລາອອກຕາມທັນທີ ສານໄຄຟົງ ຈະມິດງຽບໄປໃນພິບຕາ (ແຕ່ເຊື່ອໂລດ ດຽວກະກັບມາເປີດໃຫມ່)

 

7.

ຖ້າຂ້ອຍເປັນ ຫ້ອງເຕ້ ຂ້ອຍຄົງຈະເຊັງຢ່າງແຮງ ເພາະຊ່ວງນີ້ ທ່ານ ເປົາ ຫລີ້ນປະຫານຄົນໃນ ລາດສະສຳນັກ ຕະຫລອດ ໄທເຮົາ ຮອງເຮົາ ລາດຊະບຸດເຂີຍ ເຄືອຍາດ ຂຸນນາງນ້ອຍໃຫຍ່ ທ່ານ ເປົາ ປະຫານຮຽບ

 

8.

ເວລາຈະສອບເຂົ້າຈອມຫງວນ ຕ້ອງເລີ່ມທ່ອງຫນັງສື ໃນບ້ານ ທີ່ຊົນນະບົດກ່ອນ ໂດຍການທ່ອງຫນັງສືນັ້ນ ຕ້ອງເອົາມືຊ້າຍຈັບຫນັງສື ມືຂົວຄັດຫລັງ ທີ່ສຳຄັດຕ້ອງຕອດຫົວໄປນຳ ບໍ່ຊັ້ນຄວາມຮູ້ຈະບໍ່ລະລາຍເຂົ້າໃນຫົວ ສ່ວນການສອບກະບໍ່ມີຫຍັງຫລາຍ ເພາະພຽງແຕ່ທ່ອງກອນໄດ້ ກະສອບເປັນຈອມຫງວນ ເປັນ ຂຸນນາງໄດ້ແລ້ວ ບໍ່ຕ້ອງຮຽນວິຊາອື່ນ (ແລ້ວມັນຈະທ່ອງຫນັງສືໄປເຮັດຫຍັງວ່າ)

 

9.

ຕາມສະທິຕິ 80 ເປີເຊັນ ພໍສອບເຂົ້າ ຈອມຫງວນໄດ້ແລ້ວ ມັກຈະຫລົງອຳນາດ ແລະ ລືມບ້ານເກີດ ເຮັດໃຫ້ ພໍ່ ແມ່ ລູກເມຍ ຕ້ອງມາ ຕີກອງຮ້ອນທຸກລົບກວນ ທ່ານ ເປົາ ເປັນປະຈຳ (ແລ້ວຈະມີການປະຫານຕາມມາ)

 

10.

ກົງກົງ (ຂັນທີ ໃນວັງ) ແທ້ແລ້ວສຽງເຂົາເຈົ້າ ອຸບາດແບບນັ້ນແທ້ຫວ່າ ?? (ສຽງນ້ອຍ ສຽງໃຫຍ່)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

- ລູກຊາຍຂ້ອຍມີໄຂ່ ສູງຫລາຍໃຫ້ກິນຢາພາລາໄດ້ບໍ່ ຂໍຄຳຕອບດ່ວນ

answer***ຜູ້ຊ່ຽວຊານ ເລື້ອງໄຂ່ ມາຕອບດ່ວນ

ໄມ້ເອກ ກັບ ໄມ້ໂທ ຢູ່ໃກ້ກັນລະວັງເດີ້ ບໍ່ຊັ້ນເປັນແນວນີ້ 555+


- ຖ້າຢາກນອນ ລອງຄ້ຽວຫມາຝຣັ່ງເບີ່ງ ເພື່ອຈະຫາຍຢາກນອນ

answer***ບໍ່ໄຫວດຽວມັດກັດເອົາ

ຫມາກຝຣັ່ງ ກາຍເປັນ ຫມາ ຝຣັ່ງ ລືມໂຕ ກ

 

-ເດືອນຫນ້າມີຫມູ່ມາແຕ່ຝຣັ່ງ ລາວມັກຂີ່ຊ້າງ ຊ່ວຍແນະນຳ ໂປລແກມທົວທີ່ມີຂີ້ຊ້າງໃຫ້ແດ່

answer***ບໍ່ມີຕິເບາະໂປລແກມທົວແບບນີ້

ຈາກ ຂີ່ຊ້າງ ເປັນ ຂີ້ຊ້າງ

 

-ເຫັນຮູແຟນເກົ່າໃນໂທລະສັບແຟນ ຫມາຍຄວາມວ່າແບບໃດ

answer***ມີຄວາມສາມາດໃນການແຍກແຍະສູງເນາະ ເຫັນແຕ່ ຮູ ຮູ້ເລີຍວ່າ ຮູໃດ ເປັນຂອງໃຜ

ລືມໂຕ ບ ໂຕດຽວເປັນເລື້ອງໃຫມ່ 555+

 

-ມີຂ່າວດີເລີຍຢາກມາເລົ່າໃຫ້ຟັງ ໄປຂະຫຍາຍຮູແຕ່ງງານມາໃຫມ່ ອອກມາງາມຂະຫນາດ ຂະຫນາດແຟນບໍ່ມີປາກຍັງຍ້ອງວ່າງາມ ເພື່ອນ ໆ ລອງໄປຂະຫຍາຍເບີ່ງເດີ້

answer***ເລື້ອງນີ້ເກັບໄວ້ສອງຄົນກະໄດ້ ບໍ່ຕ້ອງເອົາມາບອກດ໋ອກ ເອີ ຂອງແຟນເຈົ້າໃຫຍ່ຫລາຍຫວ່າ ເຖິງກັບຕ້ອງໄປ ຂະຫຍາຍຮູເພີ່ມ

ລືມໂຕ ບ ໂຕດຽວເປັນເລື້ອງໃຫມ່ 555+

 

-ຂໍຖາມແດ່ ໃບພູ ດຽວນີ້ຫາຊື້ໄດ້ຢູ່ໃສ່ ແມ່ເຖົ້າຍ້ຳແຕ່ຫມາລ້າ ໆ ເພີ່ນບອກວ່າບໍ່ແຊບ ຢາກໄດ້ໃບພູແດ່

answer***ກິນຫມາ ແທນໃບພູເລີຍຫວ່າ

ລືມໂຕ ກ

 


-ນິ້ມ ກູຖາມແດ່ ຢູ່ແຖວຕະຫລາດເຊົ້າ ມີຮ້ານອັດຮູດີ ໆບໍ່ ວ່າຈະພາແຟນໄປ ອືມແລ້ວຮູຂະຫນາດ 4' x 6' ຈະນ້ອຍໄປບໍ່

answer***ອ້າວກີ້ ຮູ ແຟນມືງເປັນຫຍັງ ແລ້ວໄປອັດເຮັດຫຍັງ ຖືກໃຜຍີງປະຕູມາ 555+

ລືມໂຕ ບ

 

-ບໍ່ໄດ້ອ່ານ ຫນັງສືພິມມື້ດຽວຕົກຂາວເລີຍ ເຮີ້

answer***ໂຫ່ ເປັນຕາຍ້ານເນາະ ມື້ອື່ນຕ້ອງພ້າວຫາອ່ານເດີ້ຊັ້ນ

ລືມ ໄມ້ເອກ

 

-ຖາມທ່ານຜູ້ຮູ້ແດ່ : ເຮັດຈັງໃດດີ ເຄື່ອງສຽວຂອງຂ້ອຍບໍ່ເຮັດວຽກ

answer***ສົງໄສຫມົດສະພາບແລ້ວຕິເບາະ ໃຊ້ງານມັນຫລາຍ

ຈາກ ສຽງ ກາຍເປັນ ສຽວ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

1 ພະເອກ ບໍ່ມີວຽກເຮັດ ແຕ່ມີເງີນໃຊ້ຕະຫລອດເລື້ອງ

2 ບໍ່ວ່າຫນ້າຜາ ສູງເທົ່າໃດ ພະເອກ ຕົກໄປ ແນວໃດກະບໍ່ຕາຍ

3 ຫລັງຈາກຕົກຫນ້າຜາ ຖ້າບໍ່ພົບຄົນໃຈບຸນ (ຜູ້ຍິ່ງຊ່ວຍເອົາໄວ້) ກໍ່ຕ້ອງພົບກັບ ສຸດຍອດ ຄຳພີ

4 ຄົນ ບ້າ ໆ ໂຊມ ໆ ມັກຈະມີ ວິທະຍາຍຸດ ສູງ ພໍ ໆ ກັບຄວາມບ້າຂອງມັນ

5 ພະເອກໄດ້ປຽບສັດຕູ ແຕ່ມັນຈະໃຈດີປ່ອຍສັດຕູໄປ

6 ເວລານາງເອກປອມຕົວ ຕົວລະຄອນຈະເບີ່ງບໍ່ອອກ ໂດຍສະເພາະ ພະເອກ ໂງ່ ກວ່າຫມູ່

7 ເວລາຖືກ ຝ່າມື ຕ້ອງຮັກສາດ້ວຍລົມປານ


- ຖ້າເປັນ ຜູ້ຊາຍ ກັບ ຜູ້ຍິ່ງ ຜູ້ຊາຍຕ້ອງຖອດເສື້ອ ເດີນລົມປານ

- ຖ້າ ຜູ້ຊາຍ ກັບ ຜູ້ຊາຍ ບໍ່ຕ້ອງຖອດ ( ງົງບໍ່ )


ຕົວລະຄອນທີ່ ອາລົມ ດີທີ່ສຸດໃນເລື້ອງແມ່ນ ຕົວໂກງ ເພາະຫົວໄດ້ຕະຫລອດທັ້ງເລື້ອງ ໂດຍສະເພາະເວລາຈະລົງມືຂ້າ
ແຕ່ເພາະມັນມົວແຕ່ຫົວ ພະເອກ ມັນເລີຍພື້ນຕົວໄດ້ຢ່າງ ໄວວາ

9 ບໍ່ວ່າຈະຮັບບາດເຈັບຮູບແບບໃດ ຖືກຟັນ ແຂນ ຂາ ເລືອດ ຈະອອກທາງປາກທຸກຄັ້ງ


10 ຖ້າຝ່າຍ ອະທຳ ຫລາຍກວ່າ ຝ່າຍທຳມະ ເອີ້ນວ່າ ຫມາຫມູ່

- ຖ້າຝ່າຍ ທຳມະ ຫລາຍກວ່າ ອະທຳ ເອີ້ນວ່າ ລວມພະລັງ ຊາວຍຸດ ຮ່ວມໃຈ ປາບມານ ( ເປັນແບບນັ້ນໄປ ) 


11 ນາງມານຕົວຈິ່ງ ຕ້ອງມາໃນສຸດ ແດງ ເຊັກຊີ້


12 ນົກ ພິລາບ ສືສາມັກຈະຖືກ ສັດຕູ ຈັບໄດ້ກ່ອນເປັນປະຈຳ


13 ຫມໍເທວະດາ ມັກເປີດ ຄິລນິກ ໃນປ່າ ໃນຫຸບເຂົາລືກ 
ຖ້າບໍ່ເກັ່ງແທ້ ຢ່າໄປ ເພາະຈະຕາຍກ່ອນຮອດ ປ່າລືກ ອັນຕະລາຍຫລາຍ


14 ພະເອກມັນຈະຮຽນ ວິທະຍາຍຸດ ຈາກຄຳພີ ຫລາຍກວ່າຮຽນນຳ ອາຈານ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2011 | ມີ 23 ຄຳເຫັນ ແລະ 0 trackback(s)

ເວລາທີ່ຜູ້ຍີ່ງຈະໄປໃສ່ ຕ້ອງມີ ຊຸດ ທີ່ເຂົ້າກັບ ສະຖານທີ່

ເຂົ້າໃຈລະ ເປນຫຍັງ ຜູ້ຍີ່ງ ຈີ່ງເຂົ້າຫ້ອງນ້ຳດົນນນນນນນນນນນນ

 


 

ລົງທ້າຍດ້ວຍ ຄວາມຄິດທີ່ແຕກຕ່າງ

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2011 | ມີ 21 ຄຳເຫັນ ແລະ 0 trackback(s)


ຕ້ອງ ເຮັດ ແນວໃດ ກິນຫຍັງແດ່ພາຍໃນ 24 ຊມ.  ??????


******************************************************************

ເລື້ອງມີຢູວ່າໄປເທັກ ກັບຫມູ່ສະນິດ ແຕ່ ບໍ່ໄດ້ມັກເຂົາເຈົ້າ

ແລ້ວເຮົາກະ ເມົາ ຈາກນັ້ນຈື່ໄດ້ວ່າ

ໄປຕໍ່ກັນຢູ່ຮ້ານ ເຟີ ແຖວພູວ່າວ

ຕອນນັ້ນ ເມົາຫລາຍແລ້ວ ຮູ້ສີກຕົວອີກເທື່ອ ຕອນໄປສົ່ງບ້ານ

ແຕ່ຍ້ອນຄວາມເມົາພາໄປ ຂ້ອຍເລີຍລືມ    ໃສ່ຖົງ

ແລ້ວລາວກໍ່ຖາມ ກັບມາວ່າ ຂ້ອຍເຮັດແບບນີ້ໄດ້ຈັງໃດ ກັບຫມູ່ສະນິດ

ຂ້ອຍເລີຍຕອບກັບວ່າ .............
 
 v

v

v

v

v

v

v

v

v

v

v

v

v

v

v

v

ແດກ ເຟີ ໄປຕັ້ງສອງຖ້ວຍ ແລ້ວຍັງຈະ ໃສ່ຖົງ ອີກຫວ່າ  !!!

ເຮັດຈັງໃດດີ ໂທໄປບອກລາວດີບໍ່ ? ຕອນນີ້ສັບສົນຫລາຍ ຫ້າ ຫ້າ ຫ້າ ຫ້າ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2011 | ມີ 18 ຄຳເຫັນ ແລະ 0 trackback(s)

1. ຜູ້ຍິ່ງ ອາຍຸ 18-20 ເປັນດັ່ງ ຫມາກບານ  ທີ່ມີ ຜູ້ຊາຍ 20 ຄົນ ຄອຍໄລ່ຍາດເປັນ ເຈົ້າຂອງ
2. 
ຜູ້ຍິ່ງ ອາຍຸ 21-25 ເປັນດັ່ງ ຫມາກບານບ້ວງ ທີ່ມີ ຜູ້ຊາຍ 10 ຄົນ ຄອຍໄລ່ຍາດເປັນ ເຈົ້າຂອງ
3. 
ຜູ້ຍິ່ງ ອາຍຸ 26-29 ເປັນດັ່ງ ລູກຮອກກີ້  ທີ່ມີ ຜູ້ຊາຍ  8 ຄົນ ຄອຍໄລ່ຍາດເປັນ ເຈົ້າຂອງ
4. 
ຜູ້ຍິ່ງ ອາຍຸ 30-35 ເປັ່ນດັ່ງ ລູກປິ່ງປ໋ອງ ທີ່ມີ ຜູ້ຊາຍ 2 ຄົນ ຕີໃຫ້ອອກໄປຈາກເຂົາ ຕະຫລອດເວລາ
5.
ຜູ້ຍິ່ງ ອາຍຸ 36 ເປັນດັ່ງ ລູກກ໋ອຟ
ທີ່ມີ ຜູ້ຊາຍຄົນດຽວ ທີ່ພະຍາຍາມຕີສຸດແຮງ ເພື່ອໃຫ້ອອກຫ່າງຈາກເຂົາທີ່ສຸດ ເທົ່າທີ່ເຮັດໄດ້ແລະ ຖ້າຕີ່ລົງ ຫລຸມ ແຮງດີ ຫຸຫຸ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2011 | ມີ 18 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2011 | ມີ 30 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2011 | ມີ 22 ຄຳເຫັນ ແລະ 0 trackback(s)


1. ຜູ້ຊາຍເຂົ້າຫ້ອງນ້ຳຄົນດຽວໄດ້ ໂດຍບໍ່ຕ້ອງມີຫມູ່ໄປນຳເປັນຝູງ ຜູ້ຍີ່ງໄປກັນເປັນກອງທັບ ປານຍົກທັບໄປຕີສືກ

2. ຜູ້ຊາຍສາມາດໄປພັກຮ້ອນ 5 ມື້ໄດ້ໂດຍມີເສື້ອຜ້າແຕ່ຊຸດດຽວ ຜູ້ຍີ່ງເອົາເຄື່ອງນຸ່ງໄປ ປານຈະຢູ່ນັ້ນເລີຍ

3. ຜູ້ຊາຍບໍ່ຕ້ອງການເວລາທຳຄວາມຄຸ້ນເຄີຍ ກັບນາມສະກຸນໃຫມ່ ຫລັງຈາກແຕ່ງງານ ຜູ້ຍີ່ງຍັງຄົງສັບສົນໄລຍະຫນື່ງ

4. ຜູ້ຊາຍບໍ່ເຄີຍຄຽດ ຖ້າມີໃຜລືມວັນ ຄົບຮອບວັນສຳຄັນ ຂອງຕົວເອງ ຜູ້ຍີ່ງນັ້ນແມ່ນຈຸດຈົບຂອງຄຳວ່າແຟນ

5. ຜູ້ຊາຍບໍ່ຕ້ອງແຕ່ງຫນ້າ ທາປາກ ຜູ້ຍີ່ງຕ້ອງມີກະເປົາອຸປະກອນແຕ່ງຫນ້າຕິດຕົວ

6. ເມື່ອຜູ້ຊາຍບອກວ່າແຕ່ງຕົວແລ້ວ ນັ້ນຫມາຍຄວາມວ່າພ້ອມທີ່ອອກຈາກບ້ານແລ້ວ ບໍ່ລີລາຄືຜູ້ຍີ່ງ

7. ຜູ້ຊາຍສາມາດຕັດເລັບໄດ້ດ້ວຍ ມີດພົກ (ມີດສັ້ນ) ບໍ່ຕ້ອງເສຍເງີນເຂົ້າຮ້ານຄືຜູ້ຍີ່ງ

8. ຜູ້ຊາຍຢູ່ເປັນໂສດໄດ້ຈົນອາຍຸຮອດ 36 ໄດ້ໂດຍບໍ່ມີໃຜສັງເກດ ( ຜູ້ຍີ່ງ ຊັກດິ້ນ ຊັກງໍ ຂື້ນຄານແນ່ນອນ)

9. ຜູ້ຊາຍບໍ່ກັງວົນເລື້ອງຜົມງອກ ຫອຍຍົ້ນເທິງໃບຫນ້າ ເພາະມັນແຮງເຮັດໃຫ້ມີບຸກຂະລິກຂື້ນກວ່າເກົ່າ ຜູ້ຍີ່ງນີ້ແມ່ນບັນຫາໂລກແຕກ

10 . ຜູ້ຊາຍສາມາດໄວ້ຜົມຊົງດຽວກັບປີກາຍ ໄດ້ໄປອີກຫລາຍສະຕະຫວັດ ໂດຍບໍ່ຄິດປ່ຽນ ຜູ້ຍີ່ງປ່ຽນໄດ້ທຸກສາມວັນ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

 

 

ກະເທຍ taiwan ໄຕ້ໄຫວ ງາມກ່ອນ ຜູ້ຍີ່ງແຕ້ ໆ ຊ້ຳອີກ ລະວັງຫລົງເດີ້ ທ່ານຊາຍທັງຫລາຍ ຮ່າ ຮ່າ ຮ່າ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

1. ຜູ້ຍີ່ງໃຫ້ຜູ້ຊາຍລ້ຽງ ເອີ້ນວ່າ "ແມ່ບ້ານ" 
    ຜູ້ຊາຍໃຫ້ຜູ້ຍີ່ງລ້ຽງ ເອີ້ນວ່າ "ແມງດາ" 

 

2. ຜູ້ຍີ່ງນຸ່ງໂສ້ງ ເອີ້ຍວ່າ "ຫ້າວຫັນ ຫມັ້ນໃຈ" 
    ຜູ້ຊາຍໃສ່ກໂປງ ເອີ້ຍວ່າ "ອີຕຸດ"

 

3. ຜູ້ຍີ່ງເຮັດວຽກຜູ້ຊາຍ ເອີ້ນວ່າ "ຍີ່ງເຫລັກ"
    ຜູ້ຊາຍເຮັດວຽກຜູ້ຍີ່ງ ເອີ້ນວ່າ "ກີນແຮງ" 

 

4. ຜູ້ຍີ່ງຖ່າຍ ນູດ ເອີ້ນວ່າ "ສີນລະປະ" 
    ຜູ້ຊາຍຖ່າຍ ນູດ ເອີ້ນວ່າ "ຫາກີນກັບ ເກ" 

  

5. ຜູ້ຍີ່ງແຕ່ງຫນ້າ ເອີ້ນວ່າ "ໄກ່ງາມເພາະຂົນ"  
    ຜູ້ຊາຍແຕ່ງຫນ້າ ເອີ້ນວ່າ "ພວກວິດປະລິດ"

 

6. ຜູ້ຍີ່ງຈ່ອຍ ເອີ້ນວ່າ "ຫຸ່ນດີ" 
    ຜູ້ຊາຍຈ່ອຍ ເອີ້ນວ່າ "ຂີ້ຢາ" 

 

7. ຜູ້ຍີ່ງບໍ່ແຕ່ງງານ ເອີ້ນວ່າ "ຜູ້ຍີ່ງສະໄຫມໃຫມ່ ພື່ງຕົວເອງ" 
    ຜູ້ຊາຍບໍ່ແຕ່ງງານ ເອີ້ນວ່າ "ເປັນ ເກ ແນ່ນອນ" 

 

8. ຜູ້ຍີ່ງຕີໃຫ້ຜູ້ຊາຍ ເອີ້ນວ່າ "ນາງເອກນັກບູ້"
      ຜູ້ຊາຍຕີຜູ້ຍີ່ງ ເອີ້ນວ່າ "ຫນ້າຕົວເມຍ" 

 

9. ຜູ້ຍີ່ງມີຫມູ່ເປັນ ກະເທຍ ເອີ້ນວ່າ "ເພື່ອນສາວ"
      ຜູ້ຊາຍມີຫມູ່ເປັນກະເທຍ ເອີ້ນວ່າ "ເອ...ຫລຼືວ່າມັນກະເປັນ" 

 

10. ຜູ້ຍີ່ງຖືກຂົ່ມຂືນ ເອີ້ນວ່າ "ເຫຍື່ອ" 
      ຜູ້ຊາຍຖືກຂົ່ມຂືນ ເອີ້ນວ່າ "ເປັນໂຊກ" 

 

11. ຜູ້ຍີ່ງທັກຜູ້ຊາຍແປກຫນ້າກ່ອນ ເອີ້ນວ່າ "ມະນຸດສຳພັດດີ" 
      ຜູ້ຊາຍທັກຜູ້ຊາຍແປກຫນ້າກ່ອນ ເອີ້ນວ່າ "ເຮີ້ຍ !!! ມັນຈະເອົາ ຕູດ KU" 

 

12. ຜູ້ຍີ່ງໃຫ້ຜູ້ຊາຍລ້ຽງເຂົ້າ ເອີ້ນວ່າ "ມາລະຍາດ" 
      ຜູ້ຊາຍໃຫ້ຜູ້ຍີ່ງລ້ຽງເຂົ້າ ເອີ້ນວ່າ "....ບໍ່ຮູ້ວ່າແນວໃດດີ ເພາະຫນ້າດ້ານໂຄດ"

 

13. ຜູ້ຍີ່ງອາຍຸຫລາຍໄປໃສ່ ມາໃສ່ ກັບ ຫນຸ່ມໄວລຸ້ນ ເອີ້ນວ່າ "ມາກັບຫລານ" 
      ເປັນຊາຍອາຍຸຫລາຍ ໄປໃສ່ ມາໃສ່ ກັບສາວໄວລຸ້ນ ເອີ້ນວ່າ "ຕາເຖົ້າຫົວງູ" 

 

14. ຜູ້ຍີ່ງເບົາໃນຫ້ອງນ້ຳ ເອີ້ນວ່າ "ເລື້ອງທຳມາດາ"  
      ຜູ້ຊາຍເບົາໃນຫ້ອງນ້ຳ (ບໍ່ແມ່ນໂຖຍ່ຽວ ຫັ້ນນ່າ) ເອີ້ນວ່າ"ສົງໄສໄປຂີ້" 

 

15. ຜູ້ຍີ່ງ ຢູ່ເທີ່ງ ເອີ້ນວ່າ "woman on top"
       ຜູ້ຊາຍຢູ່ເທີ່ງ ເອີ້ນວ່າ "ກົດຂີ່"

 

16. ສິດທິ ສະຕຣີ "ສີ່ງທີ່ສັງຄົມ ໃຫ້ຄວາມສຳຄັນ"  
      ສິດທິ ບຸລຸດ "ຈະບ້າຫວ່າ !!! ບໍ່ມີ"

ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2011 | ມີ 11 ຄຳເຫັນ ແລະ 0 trackback(s)