ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

ເພັງບາງເພັງ ຕ້ອງພົບກັບຕົວເອງ ເຖືງຈະເຂົ້າໃຈ


"ການກອດ" ຄືການບອກຮັກ...ໂດຍບໍ່ຕ້ອງອອກສຽງ


ການປ່ອຍເຂົາໄປ ບາງທີອາດຈະບໍ່ແມ່ນ "ການຍອມແພ້"
ແຕ່ເປັນການ "ຍອມຮັບ " ໃນສິ່ງທີ່ບໍ່ສາມາດເປັນໄປໄດ້...


ສວນຫລາຍ "ຄວາມຮັກ "ບໍ່ໄດ້ທຳຮ້າຍໃຜ
ທີ່ເຫັນເຈັບ ໆ ກັນຢູ່ນັ້ນ ເປັນສີມືຂອງ "ຄວາມຊົງຈຳ"


ຄຳບອກເລີກ ຈາກຄົນທີ່ເຮົາ ບອກຮັກ ເຈັບທີ່ສຸດ


ເຖືງຂ້ອຍຈະບໍ່ເກັ່ງຄຳນວນ ແຕ່ຂ້ອຍກໍ່ຮູ້ວ່າ ສ່ວນເກີນ ແມ່ນຫຍັງ


ຄົນຫນື່ງກໍ່ "ຮັບປາກ" ຢ່າງລອຍ ໆ
ແຕ່ອີກຄົນກໍ່ "ລໍຄອຍ" ຢ່າງຕັ້ງໃຈ


"ເຈັບ" ຫລາຍກວ່າຕອນທີ່ເຈົ້າຈາກໄປ

ແມ່ນຕອນທີ່ເຈົ້າ "ບໍ່ເຫລືອໃຜ"  ແລ້ວກັບມາ


ເລື້ອງຂອງ "ຄວາມຮັກ" ບໍ່ມີ "ຄົນຖືກ " ຫລຼື "ຄົນຜິດ"
ມີແຕ່ "ຄົນທີ່ມີສິດ " ກັບ" ຄົນທີ່ຄິດໄປເອງ"


ກ້າປະຕິເສດ ດີກວ່າ

ສັນຍາ ແລ້ວເຮັດບໍ່ໄດ້


 

ຊາຍ: ມີຜູ້ຊາຍຄົນຫນື່ງຝາກມາບອກວ່າລາວມັກເຈົ້າ
ຍິງ: ຜູ້ຊາຍຄົນໃດລະ ?
.
.
.
ຊາຍ: ຜູ້ຊາຍຄົນນີ້ 

 

 

ປ ລ ທຸກຄົນແລ້ວຈະແວະມາໃຫມ່

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 30, 2012 | ມີ 19 ຄຳເຫັນ ແລະ 0 trackback(s)

ຜູ້ຊາຍເປື້ອນຝຸ່ນ ມັນກອດບໍ່ອຸ່ນເທົ່າຄົນມີເງີນ


ຖ້າເຮົາ "ມັກ" ໃຜຄົນຫນື່ງ. . ເຮົາພຽງແຕ່ຢາກ "ພົບ" ເຂົາ!!!
ແຕ່ຖ້າເຮົາ "ຮັກ" ໃຜຄົນຫນື່ງ. . ເຮົາຈະບໍ່ຢາກ "ຈາກ" ເຂົາ!!!


ຮັກແຟນ ຫລາຍກວ່າຫມູ່...ແຕ່ເຊື່ອໃຈຫມູ່ ຫລາຍກວ່າແຟນ

ແຕ່ສີ່ງທີ່ໄດ້ຕອບແທນ...ຄື ການເສຍແຟນ ໃຫ້ກັບຫມູ່ - -''


ຮູ້ສືກເມື່ອຍ.... "ກໍ່ພັກ"
ຮູ້ສືກເຂົາບໍ່ຮັກ.... "ກໍ່ພໍ"


ຮູບຖ່າຍເປັນສີ່ງດຽວທີ່ເຮັດໃຫ້ ເຂົາຍັງຢູ່ບ່ອນເກົ່າ


ຢ່າ.. ເບີ່ງຄົນທີ່ "ຖານະ"
ເພາະ..ບໍ່ວ່າຈະ "ຮວຍ" ຫລຼື "ຈົນ"  ກໍ່ເປັນ "ຄົນ" ຄືກັນ!!


ແຟນ.. ຈົບກັນໄປກໍ່ມີແຕ່ “ອາດຶດ”
ຮຽນ .. ຈົບກັນໄປກໍ່ມີແຕ່ “ອານາຄົດ”

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
  1. ຢ່າທຳລາຍຄວາມຫວັງຂອງຄົນອື່ນ ເພາະທັ້ງຊິວິດ ເຂົາອາດເຫລືອພຽງເທົ່ານັ້ນ
  2. ຫັດເຮັດສິ່ງດີດີໃຫ້ກັບຜູ້ອື່ນ ໂດຍບໍ່ຈຳເປັນໃຫ້ເຂົາຮູ້
  3. ຈົງໃຫ້ໂອກາດຜູ້ອື່ນເປັນຄັ້ງທີ່ “ສອງ” ແຕ່ຢ່າໃຫ້ເຖຶ່ງ“ສາມ”
  4. ໃຊ້ເວລາໃຫ້ນ້ອຍໆໃນການຄິດວ່າ ”ໃຜຜິດ” ແຕ່ໃຊ້ເວລາໃຫ້ຫລາຍໃນການຄິດວ່າ ”ແມ່ນຫຍັງ” ເປັນສິ່ງທີ່ຜິດ
  5. ຢ່າໃຫ້ບັນຫາຂອງເຮົາເຮັດໃຫ້ຄົນອື່ນເບື່ອຫນ່າຍ ຖ້າມີຄົນຖາມວ່າ ” ເປັນຈັງໃດລະ?” ຕອບກັບໄປວ່າ ” ສະບາຍ ສະບາຍ”
  6. ຢ່າເວົ້າວ່າ ເຮົາມີເວລາບໍ່ພໍ ເພາະທຸກຄົນໃນໂລກນີ້ກໍ່ມີມື້ລະ 24 ຊມ. ເທົ່າກັນ
  7. (ບາງຄັ້ງ) ກໍ່ຢ່າໄປຫວັງເລີຍວ່າໃນຊິວິດນີ້ ຈະມີຄວາມຍຸດຕິທຳ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2012 | ມີ 19 ຄຳເຫັນ ແລະ 0 trackback(s)

ຈັບປາສອງມື ດີກວ່າ ຈັບມືຄົນສອງໃຈ

.

ບໍ່ມີປະໂຫຍດຫຍັງຖ້າຈະໄລ່ "ຄົນທີ່ ຍັງຮັກ" ໃຫ້ເດີນຈາກໄປ,

ບໍ່ມີປະໂຫຍດຫຍັງທີ່ຈະຮຽກຮ້ອງ "ຄົນທີ່ ຫມົດໃຈ" ໃຫ້ເດີນກັບມາ

.

 

"ຂ້ອຍຮັກເຈົ້າ   ຫມົດຫົວໃຈ" ກັບ "ຂ້ອຍຮັກ   ເຈົ້າຫມົດຫົວໃຈ"
ພຽງແຕ່ຂັ້ນຫວ່າງ ຮັກ  ເຈົ້າ  ຜິດໄປ...ຄວາມຮູ້ສືກເລີຍຕ່າງກັນ

.

ອາຈານສອນໃຫ້ ຮັກໃນຄວາມຮູ້  ແຕ່ເຈົ້າສອນໃຫ້ ຮູ້ໃນຄວາມຮັກ

.

 

"ຝັນດີ" ໃຊ້ກັບຄົນທີ່ຮັກກັນ ...ແຕ່ "ຝັນກາງວັນ" ໃຊ້ກັບຄົນທີ່ ບໍ່ມີໃຜ

.

ແອບຮັກເພື່ອນ ຄືກັບເຮົາຮຽນເລກ  ເພາະສີ່ງທີ່ເຮັດໄດ້ຄື .. ຄິດຢູ່ໃນໃຈ

.

ແມ້ຂ້ອຍຈະບໍ່ມີເກາະເຫລັກແບບ "Iron Man"
ແຕ່ກໍ່ພ້ອມປົກປ້ອງ"ແຟນ" ດ້ວຍຄວາມຫມັ້ນໃຈ

.

ຈົງໃຊ້ ຊິວິດໂສດ ໃນແບບສະບັບທີ່ ຄົນມີແຟນ ເຫັນແລ້ວເປັນຕ້ອງອິດສາ....

.

 

 

"ຕັ້ງໃຈເຮັດ" ແລ້ວຜິດພາດ...
ດີກວ່າ "ວາງມາດ" ແລ້ວເຮັດຫຍັງບໍ່ເປັນ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2012 | ມີ 17 ຄຳເຫັນ ແລະ 0 trackback(s)

ຜູ້ຊາຍດີ ໆ ມີຢູ່ສອງຄົນ ຄົນຫນື່ງ ຕາຍໄປແລ້ວ ອີກຄົນຍັງບໍ່ເກີດ


ຄຳຖາມທີ່ນ່າເບື່ອທີ່ສຸດຄື ຕອນໃດຈະມີແຟນ


ບາງຄັ້ງການພະຍາຍາມ ນອນຫລັບ

ມັນກໍ່ຍາກເທົ່າກັບການ ພະຍາຍາມຕື່ນ


ຄວາມຫນ້າຮັກ ຂອງເຈົ້າ ເຮັດໃຫ້ ຄວາມໂສດ ຂອງຂ້ອຍ ສັ່ນຄອນ


ຄົນທີ່ ມາທີ່ຫລັງ ບອກວ່າ ເຈັບ

ແຕ່ເຂົາບໍ່ຮູ້ດ໋ອກວ່າຄົນທີ່ ມາກ່ອນ ເຈັບກວ່າ


ບໍ່ຍ້ານທີ່ຈະ ນັບຫນື່ງ ໃຫມ່

ແຕ່ຍ້ານ ບໍ່ຮູ້ຈະ ນັບໄປຮອດມື້ໃດ


ອານາຄົດຄື ສີ່ງທີ່ເຮົາ ຄິດບໍ່ເຖືງ

ອາດິດ ຄື ສີ່ງທີ່ເຮົາ ບໍ່ຢາກຄິດເຖືງ


ຄວາມຫມາຍຂອງ ນາງຟ້າ ຄືຄົນທຳມາດາ

ທີ່ເຮົາ ບໍ່ສາມາດເອື້ອມເຖືງ


ຄົນບໍ່ມີໃຈ ຈີບຈັງໃດ ກໍ່ບໍ່ຕິດ