ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມີເລື້ອງເລົ່າຂອງຍີງຄົນຫນື່ງ

ທີ່ລາວຮັກເພື່ອນຂອງລາວແລະໄດ້ແຕ່ເກັບຄວາມຮູ້ສືກນັ້ນເອົາໄວ້

ຈົນກະທັ້ງວັນທີ່ເພື່ອນຄົນນັ້ນແຕ່ງງານ

ແລະລາວກະຕັດສີນໃຈບອກຄວາມຈີງໃຫ້ເພື່ອນຄົນນັ້ນຮູ້

...ແຕ່ຫມູ່ລາວກັບຄິດວ່າເປັນເລື້ອງຕາລົກທີ່ແຕ່ງໃຫ້ໃນມື້ແຕ່ງງານ...
 


ແລະຍັງມີເລື້ອງເລົ່າຂອງຊາຍຄົນຫນື່ງ

ທີ່ບໍ່ເຄີຍບອກພັນລະຍາລາວວ່າ ຮັກຫລາຍປານໃດ

ຈົນກະທັ້ງ ພັນລະຍາລາວໄດ້ຕາຍຈາກໄປ ຈົນບັດນີ້

ລາວຍັງຄົງວາງອດກໄມ້ໄວ້ເທີ່ງລຸມສົບ ພັນລະຍາ ທຸກມື້

ພ້ອມຮອຍຈູບນັບພັນເທີ່ງ card ທີ່ຂຽນໄວ້ 'I love you'

...ພັນລະຍາລາວຈະມີໂອກາດໄດ້ຮັບຮູ້ບໍ່..

 


ແລະຍັງມີເລື້ອງເລົ່າເດັກຜູ້ຍີງຄົນຫນື່ງ

ເຊື່ງຕ້ອງການອ້ອມກອດອັນອົບອຸ່ນ ຈາກພໍ່ຂອງລາວສະເຫມີ

ແຕ່ເດັກນ້ອຍນັ້ນກັບເຂີນອາຍ ເກີນກ່ວາຈະເອີຍປາກບອກອອກໄປ

..ຈົນກະທັ້ງມື້ທີ່ພໍ່ລາວ ບໍ່ສາມາດກອດລາວໄດ້ອີກຕໍ່ໄປ...
 


ທຸກມື້ມີເລື້ອງຕ່າງ ໆ ຫລາກຫລາຍທີ່ເກີດຂື້ນ ເຮົາອາດຈະຮູ້ວ່າ

ມື້ວານເກີດຫຍັງຂື້ນ

ແຕ່ຈະແນ່ໃຈໄດ້ຈັງໃດວ່າ ຈະເກີດຫຍັງຂື້ນໃນ ມື້ອື່ນ

ລອງຄິດເຖືງບາງສີ່ງທີ່ເຮົາບໍ່ເຄີຍເວົ້າ

ຈະຕ້ອງຖ້າຮອດມື້ໃດທີ່ຈະບອກຄຳວ່າ

'ຮັກ '
Delicious Digg Fark Twitter