ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2009 | ມີ 26 ຄຳເຫັນ ແລະ 0 trackback(s)

ເລື່ອງມັນມີຢູ່ວ່າ ຂພຈ ໄດ້ນຳເງິນຈຳນວນ 1585 ຢູໂຣ  ໄປປ່ຽນເປັນເງິນກີບຢູ່ທະນາຄານພັດທະນາລາວ ເຊິ່ງຕາມປົກກະຕິ ອັດຕາແລກປ່ຽນວັນເສົາອາທິດຈະບໍ່ປ່ຽນແປງ ຈະໃຊ້ອັດຕາແລກປ່ຽນຂອງວັນສຸກແທນ ແລະເມື່ອຮອດວັນຈັນ ກໍຈະປ່ຽນອັດຕາແລກປ່ຽນໃນຕອນ 11 ໂມງ.

ບາດນີ້ ພໍເອົາເງິນໄປຮອດທະນາຄານແລ້ວ ລະບຸວ່າຕ້ອງການປ່ຽນເປັນກີບ ຢູ່ກະດານຈະຂຽນບອກວ່າ ອັດຕາແລກປ່ຽນແມ່ນ 12,630 ກີບ ຕໍ່ 1 ຢູໂຣ ແຕ່ພະນັກງານແລກປ່ຽນເງິນຢູ່ທະນາຄານກັບບອກວ່າ ມື້ນີ້ເງິນລົງ ເຫຼືອແຕ່ 12,600 ຕໍ່ຢູໂຣ ເມື່ອພະນັກງານພະນັກງານຢືນຢັນແນວນັ້ນ ກໍຈຶ່ງຕົກລົງ.

ພະນັກງານທະນາຄານຄົນດັ່ງກ່າວກໍຂຽນບິນໃຫ້ ປາກົດເຫັນດັ່ງນີ້:

ທະນາຄານພັດທະນາລາວ

ບ່ອນໂຕລູກສອນສີແດງໝາຍໄວ້ ແຖວທຳອິດແມ່ນອັດຕາແລກປ່ຽນຈາກຢູໂຣເປັນກີບ ແລະແຖວທີສອງແມ່ນຈຳນວນເງິນທີໄດ້ ເຊິ່ງຂຽນດ້ວຍບິກທຳມະດາ!!!!

ຕາມປົກກະຕິນັ້ນ ເຈ້ຍບິນທີ່ໃຫ້ລູກຄ້າຈະຕ້ອງເປັນເຈ້ຍກັອບປີ້ຈາກຄາບອນ ເຊິ່ງທະນາຄານຈະເກັບເຈ້ຍສະບັບແທ້ໄວ້ ແຕ່ຄັ້ງນີ້ພະນັກງານຄົນດັ່ງກ່າວຜັດບໍ່ຂຽນອັດຕາແລກປ່ຽນ ແລະຈນວນເງິນໃສ່ຄາບອນ ລາວເວັ້ນປະໄວ້ ແລ້ວຂຽນບິກແຍກຕ່າງຫາກສົ່ງໃຫ້ລູກຄ້າແທນ.

ທ່ານລອງອ່ານແລ້ວພິຈາລະນາເບິ່ງວ່າ ພະນັກງານຂອງທະນາຄານພັດທະນາລາວຜູ່ນັ້ນຈະເຮັດແນວໃດຕໍ່ໄປ!!!

======================================================================

ປ.ລ. ຫຼາຍທ່ານໄດ້ຕັ້ງຂໍ້ສົງໄສໃນບ່ອນຂຽນຄຳເຫັນດ້ານລຸ່ມວ່າ ຂພຈ ອາດຈະໃສ່ຮ້າຍພະນັກງານ ຫຼືພະນັກງານຄົນດັ່ງກ່າວເຮັດຖືກແລ້ວ ກໍວ່າກັນໄປ ແຕ່ວ່າ ຂພຈ ຢາກໃຫ້ຕັ້ງຂໍ້ສັງເກດນຳກັນດັ່ງນີ້:

 

1. ເປັນຫຍັງພະນັກງານຄົນດັ່ງກ່າວບໍ່ຂຽນໂຕເລກອັດຕາແລກປ່ຽນເງິນຜ່ານຄາບອນ ເປັນຫຍັງຕ້ອງຂຽນດ້ວຍບິກຕ່າງຫາກ!!! ສິ່ງທີ່ລາວຂຽນຜ່ານຄາບອດແມ່ນຫຍັງ???

2. ອັດຕາແລກປ່ຽນມື້ນີ້ ວັນທີ 23/11/2009 ແມ່ນ 12,601 ເປັນຫຍັງລາວຂຽນວ່າ 12,600!!!? (ເບິ່ງອັດຕາແລກປ່ຽນທະນາຄານພັດທະນາລາວໄດ້ຈາກ http://www.ldb.org.la/exchange.php)

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ສະບາຍດີພໍ່ແມ່ພີ່ນ້ອງຊາວພັນລາວທຸກຜູ່ທຸກຄົນ ມື້ນີ້ຂ້ານ້ອຍມີແນວຈະເລົ່າໃຫ້ຟັງ ເລື່ອງທີ່ຂ້ານ້ອຍໄປໂທລະສັບຫາລາວໂທລະຄົມ 101 ມາ ເລື່ອງມັນລະເປັນຈັ່ງຊີ້

ແຕ່ກ່ອນຂ້ານ້ອຍໃຊ້ອິນເຕີເນັດ ADSL ຄວາມໄວ 256K ລາຄາຈ່າຍເໝົາປີຕົກເດືອນລະ 500,000 ກີບ ໄລ່ເປັນປີກໍແມ່ນ 6,000,000 ກີບ ລະບາດນີ້ເພິ່ນລະມີການລົງລາຄາເຊິ່ງກໍເປັນເລື່ອງທີ່ດີເນາະ ເພາະຈະໄດ້ມີເນັດລາຄາຖືກໃຊ້ກັນຫຼາຍຂຶ້ນ ບ້ານໃດພໍມີເງື່ອນໄຂກໍຈະມີເນັດໄວ້ເຂົ້າພັນລາວແຊດຫາສາວກັນສະດວກສະບາຍ ບໍ່ຕ້ອງໄປຮ້ານເນັດໃຫ້ເສຍອາລົມເວລາບໍ່ມີພາສາລາວຫັ້ນນາ

ກັບເຂົ້າມາເລື່ອງຕໍ່ ລະເມື່ອລາວໂທລະຄົມເພິ່ນໃຈດີລົງລາຄາແລ້ວ ລາຄາ ADSL 256K ແບບຂ້ານ້ອຍໃຊ້ແຕ່ກ່ອນຫັ້ນ ລົງເປັນ 400,000 ກີບຕໍ່ເດືອນ ໄລ່ເປັນປີກໍຕົກຢູ່ 4,800,000 ກີບ ແຕ່ຂອງຂ້ານ້ອຍແມ່ນເລີ່ມໃຊ້ມາແຕ່ເດືອນ 1 ແລ້ວ ໃຊ້ມາຮອດຕອນນີ້ແມ່ນເດືອນ 4 ກໍໄລ່ເປັນ 4 ເດືອນເລີຍສາ ຂ້ານ້ອຍລະສົງໄສວ່າ ເຂົາລົງລາຄາເປັນ 400,000 ກີບຕໍ່ເດືອນແລ້ວ ແຕ່ເຮົາລະຈ່າຍ 500,000 ກີບຕໍ່ເດືອນ ເພາະວ່າໄປຈ່າຍເໝົາປີຕັ້ງແຕ່ເດືອນ 1 ພຸ້ນ ແບບນີ້ຊິບໍ່ຍຸດຕິທຳປານໃດບໍ ກໍເລີຍໂທສອບຖາມເບິ່ງ

ແມ່ເຈົ້າເອີຍ ໂທໄປຫາ 101 ທັງຍາກທັງຊາ ກວ່າຊິຮັບສາຍ ຮັບແລ້ວຜູ່ທຳອິດຊື່ຫຍັງບໍ່ຈັກຜູ່ເຖົ້າຈື່ບໍ່ໄດ້ຄັກ ຜູ່ຮັບສາຍລະລົມນຳ ຖາມເພິ່ນວ່າ ADSL ມັນລົງລາຄາລະບໍນໍ້ ເພິ່ນກໍຕອບວ່າ ໃຫ້ໂທໄປຖາມເບີ 5600105 ບອກວ່າຊື່ນ້ອຍເດີ ຂ້ານ້ອຍກໍວ່າຂອບໃຈແລ້ວຈະໂທ ບາດແລ້ວລະໂທໄປຜັດວ່າເບີນີ້ບໍ່ມີໃນເຄືອຂ່າຍ GSM ວ່າແນວນັ້ນໃດ!

ຈຳໃຈໄດ້ໂທຫາ 101 ອີກວາລະ ປາກົດວ່າ ຄາວນີ້ສັນຍານບໍ່ແຈ້ງຄັກ ມັນລະເປັນສັນຍານຂາດ ໆ ຫາຍ ໆ ຂ້ານ້ອຍຄືວ່າໃຊ້ເບີບ້ານໂທບໍ່ໄດ້ໃຊ້ມືຖື ສັນຍານມັນສັງຄືເປັນຈັ່ງຊີ້ເນາະ ລົມບໍ່ພໍຮູ້ເລື່ອງສາຍກໍຕັດໄປ ຈຶ່ງຕ້ອງໂທໄປອີກເປັນຄັ້ງທີ 3

ການໂທຫາ 101 ຄັ້ງທີ 3 ນີ້ປາກົດວ່າເປັນຜູ່ສາວຮັບສາຍ ສຽງມ່ວນຫຼາຍເພິ່ນວ່າຊື່ຄຳແພງ (ນາມສົມມຸດ) ສາວຄຳແພງເພິ່ນຮັບສາຍ ຂ້ານ້ອຍກໍເລົ່າໃຫ້ຟັງວ່າເລື່ອງມັນເປັນແນວນີ້ເດີ ຄຳແພງກໍບອກວ່າ ມັນກໍເປັນຈັ່ງຊີ້ລະ ຕ້ອງໃຊ້ຈົນໝົດປີ ແລ້ວກໍໄປຈ່າຍອັນໃໝ່ເປັນເດືອນລະ 400,000 ກີບ ແຕ່ຕ້ອງໃຊ້ອັນເກົ່າທີ່ຈ່າຍເດືອນລະ 500,000 ໃຫ້ຫມົດກ່ອນ ເພາະຕອນນັ້ນທີ່ຈ່າຍ 500,000 ກີບ ແມ່ນຍັງບໍ່ມີໂປຣໂມຊັນລົດລາຄານີ້ເທື່ອ. ຂ້ານ້ອຍຟັງແລ້ວກໍຕອບເພິ່ນວ່າ ແບບນີ້ກໍທໍ່ກັບວ່າຂ້ອຍຈ່າຍແພງກວ່າຄົນທີ່ຈ່າຍນຳຫຼັງຂ້ອຍ ຄຳແພງກໍຕອບແບບເກົ່າ ອະທິບາຍເຫມືອນເດີມທຸກປະການ ລົມໄປລົມມາ ຂ້ານ້ອຍຈຶ່ງຖາມໃໝ່ວ່າ ຄັນຊັ້ນ ຂ້ອຍຂໍຍົກເລີກເອົາສາ ແລ້ວຄ່ອຍໄປຈ່າຍເງິນຄ່າ ADSL ແບບເໝົາໝົດປີໃໝ່ ຈຶ່ງຊິໄດ້ລາຄາ 400,000 ກີບຕໍ່ເດືອນ ຄຳແພງເພິ່ນລະວ່າ ໃຫ້ຖືສາຍຖ້າ.

ຫຼັງຈາກຖືສາຍຖ້າແລ້ວ ກໍໄດ້ລົມກັບຄົນໃໝ່ ຊື່ວ່າ ທິບພາພອນ (ນາມສົມມຸດເດີ) ຂໍເອີ້ນເອື້ອຍສາເນາະ ເພາະເພິ່ນຄືສຽງແບບຜູ່ໃຫຍ່ຫັ້ນນາ ເອື້ອຍທິບພາພອນລະອະທິບາຍໃຫ້ຟັງວ່າ ເງິນທີ່ເປັນສ່ວນຕ່າງນັ້ນ ຈະຖືກຫັກເປັນເງິນ advance ແທນ ຂ້ານ້ອຍຟັງແລ້ວກໍຊື່ນໃຈເລີຍຖາມຕໍ່ໄປວ່າ ໝາຍຄວາມວ່າອີກ 6 ເດືອນຕໍ່ນີ້ໄປ ຈະຫັກເງິນອອກ 100,000 ກີບປະໄວ້ເປັນເງິນ advance ແມ່ນບໍ່ ເພາະລາຄາມັນລົງເປັນ 400,000 ກີບແລ້ວ ເອື້ອຍທິບກໍໃຈດີຕອບໃຫ້ວ່າຖືກແລ້ວ ແຕ່ຜູ່ຂ້າຫາກໍມາຄຶດອອກວ່າມັນບໍ່ຖືກ ເພາະຜູ່ຂ້າຈ່າຍເງິນຕອນເດືອນ 1 ອັນນີ້ເດືອນ 4 ປີນຶ່ງມີ 12 ເດືອນ ນັບຈາກເດືອນ 4 ໄປເດືອນ 12 ກໍເຫຼືອ 8 ເດືອນ ເທົ່າກັບມີເງິນ advance ແມ່ນ 800,000 ກີບ ບໍ່ແມ່ນ 600,000 ກີບ ເງິນທີ່ເຫຼືອ 800,000 ກີບ ທໍ່ກັບ ADSL ຄວາມໄວ 256K ສອງເດືອນ ເພາະເດືອນນຶ່ງເພິ່ນລົງລາຄາເປັນ 400,000 ກີບແລ້ວ ຈາກແຕ່ກ່ອນແມ່ນ 500,000 ກີບ

ເອື້ອຍທິບເພິ່ນກໍວ່າ ໃຫ້ຖ້າເບິ່ງບິນເດືອນນີ້ຈະກາຍເປັນ 400,000 ກີບວ່າຊ້ນເດ ຜູ່ຂ້າກໍຄົງຕ້ອງຖ້າເບິ່ງຕໍ່ໄປວ່າບິນມາແລ້ວຈະແມ່ນ 400,000 ຫຼື 500,000 ຖ້າຍັງເປັນ 500,000 ກີບ ກໍຄົງຕ້ອງໂທຖາມໃໝ່ໃຫ້ແນ່ໃຈຕື່ມ

ໂອ ຜູ່ເຖົ້າແລ້ວມັກໄບ່ຫຼາຍກໍຂໍອະໄພເດີ