ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2009 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

alt

 

ເຂົ້າສູ່ເດືອນກຸມພາ ແມ່ນບໍ່ແມ່ນວັດທະນະທຳເຮົາ ແຕ່ກໍເຊື່ອວ່າມີໄວຫນຸ່ມລາວຈຳນວນບໍ່ຫນ້ອຍ ທີ່ກ່າວເຖິງວັນ ວາເລັນໄທ ຫລືວັນແຫ່ງຄວາມຮັກ

ການຫ້າມບໍ່ໃຫ້ມີການກ່າວເຖິງ ບໍ່ໃຫ້ມີການສະເຫລີມສະຫລອງຄົງເປັນເລື່ອງຍາກ ແຕ່ສຳຄັນຢູ່ບ່ອນວ່າ ພວກເຮົາ ເຂົ້າໃຈ ຫລືວ່າປະຕິບັດຕົນ ຖືກຕ້ອງແລ້ວບໍ ສົມແລ້ວບໍກັບວັນແຫ່ງຄວາມຮັກ (ບໍ່ແມ່ນວັນເສຍໂຕ) ເຊິ່ງເຮົາມັກໄດ້ຍິນຫາງສຽງ ຈົ່ມວ່າໃນແຕ່ລະປີ ວ່າວັນທີ 14 ກຸມພາເທື່ອໃດ ທຸລະກິດໂຮງແຮມເຮືອນພັກ ຕ່າງກໍຍິ້ມກັນຖ້ວນຫນ້າ ມັນຈຶ່ງກໍ່ໃຫ້ເກີດບັນຫານາໆ ຕາມມາ.

 

ເອົາລະກ່າວນຳໄປຈັກເລັກຈັກຫນ້ອຍເທົ່ານນັ້ນລະເນາະ ມາເຂົ້າເລື່ອງ ເປີດມາທຳອິດ ເຫັນເລີຍຮູບປົກຫນັງ Twilight ທີ່ຫລາຍຄົນ (ໂດຍສະເພາະໄວຫນຸ່ມ) ອາດຄຸ້ນຕາ ຫລືຫລາຍຄົນກໍໄປເບິ່ງມາແລ້ວກໍມີ (ຢູ່ໄອເຕັກກະຍັງເອົາມາສາຍ) ກ່າວເຖິງຫນັງຈັກຫນ້ອຍ ຫນັງເລື່ອງນີ້ ພໍກຳນົດອອກສາຍອອກມາ ກາຍເປັນວ່າໄດ້ຮັບຄວາມສົນໃຈຈາກ ໄວຫນຸ່ມທົ່ວໂລກ ໂດຍສະເພາະສາວໆ ເພາະພະເອກຫນ້າຕາດີວ່າຊັ້ນ, ຫນັງໄດ້ຮັບສຽງວິຈານໄປທາງບວກຫລາຍ ເວົ້າງ່າຍໆມັນມ່ວນຫັ້ນລະ.

 

ແຕ່ຫນັງເລື່ອງນີ້ ເປັນຫຍັງຈຶ່ງໄດ້ຮັບຄວາມສົນໃຈຫລາຍ ເປັນຫຍັງຄົນຈຶ່ງລໍຖ້າ ໂດຍສະເພາະໄວຫນຸ່ມສາວທັງຫລາຍ ມັນມີຫຍັງກ່ຽວກັບ ວັນວາເລັນໄທ ເອົາມາເວົ້າກ່ຽວກັນໄດ້ແນວໃດ???

 

ມາເລີ່ມຈາກທີ່ໄປທີ່ມາຂອງຫນັງເລື່ອງນີ້

Twilight ຖືກສ້າງເປັນຫນັງໂດຍອີງໃສ່ເນື້ອເລື່ອງຈາກນິຍາຍທີ່ຊື່ດຽວກັນນີ້ລະ Twilight ເປັນນະວະນິຍາຍ ທີ່ຂຽນໂດຍ Stephenie Meyer ອອກມາໃນປີ 2003 ເຊິ່ງຕອນນັ້ນລາວມີ ອາຍຸ 29 ປີ ປັດຈຸບັນລາວຢູ່ລັດ ອາຣິໂຊນາ ສະຫະລັດອາເມຣິກາ ກັບຜົວ ແລະລູກອີກ 3 ຄົນ. Twilight ເປັນຊື່ປຶ້ມເຫລັ້ມທຳອິດຂອງນິຍາຍຊຸດ Twilight ເຊິ່ງມີທັງຫມົດ 4 ເຫລັ້ມຄື: Twilight, New Moon, Eclipse ແລະ Breaking Dawn

alt

 

Twilight ຈັດເປັນນິຍາຍຢູ່ໃນປະເພດກຸ່ມຄົນອ່ານ Young Adult ຫລືໄວຫນູຸ່ມສາວເຮົານິລະ ເຊິ່ງປັດຈຸບັນ Twilight ເປັນຫນັງສືທີ່ໄດ້ຮັບການແນະນຳວ່າເປັນ 1 ໃນ 10 ຫນັງສືຫນ້າອ່ານຂອງສະມາຄົມຫ້ອງສະຫມຸດອາເມຣິກາ ເຊິ່ງກ່ອນຫນ້ານີ້ກໍມີເລື່ອງ Harry potter ທີ່ຕິດໃນອັນດັບນັ້ນເຊັ່ນດຽວກັນ (ປລ ແຕ່ວ່າຫນັງ Twilight ເຮັດໄດ້ດີກວ່າຫນັງ Harry potter ເວີ້ຍ ອະອະ)

ຮູ້ຈັກກັນພໍຫອມປາກຫອມຄໍ ບາດນີ້ກ້ຽວວຽນເຂົ້າມາສູ່ ວັນວາເລັນໄທ ໃກ້ໆຈະຮອດນີ້ ຢາກໃຫ້ ໄວຫນຸ່ມໄວສາວເຮົາເບິ່ງຄວາມຮັກໃນມຸມມອງທີ່ຖືກຕ້ອງ ບໍ່ແມ່ນຮັກແບບເສຍໂຕ ຫລືເອີ້ນວ່າຫລົງ ຫລາຍກວ່າຮັກ ເຮັດໃຫ້ເສຍໃຈພາຍຫລັງ ຫລືບາງຄັ້ງກາຍເປັນບັນຫາຄອບຄົວ ດັ່ງທີ່ເຫັນຜ່ານມາໃນຫລາຍໆປີ.

Twilight ເປັນນິຍາຍຮັກຫນຸ່ມສາວ ເຊິ່ງຕ່າງຈາກນິຍາຍຮັກຫລືຈາກລະຄອນຮັກທີ່ເຮົາເຫັນທົ່ວໆໄປ ຄື Twilight ໄດ້ກ່າວເຖິງຄວາມຮັກທີ່ຕ້ອງຫ້່າມ ຫລືຄວາມຮັກທີ່ເປັນໄປບໍ່ໄດ້ ລະຫວ່າງ ຜີດິບ (Vampire) ແລະມະນຸດ ປຽບເຫມືອນ ຜູ້ລ່າ ແລະເຫຍື່ອ ຫລືສິງຫລົງຮັກກະຕ່າຍ ເພາະຍາມໃດຝ່າຍບ່າວຜີ ກໍຕ້ອງໄດ້ຫັກຫ້າມຄວາມຫິວກະຫາຍເລືອດຈາກໂຕນາງເອກໃຫ້ໄດ້ ຮູບແບບການເລົ່າເລື່ອງແມ່ນເລົ່າຜ່ານມຸມມອງຂອງນາງເອກທີ່ຊື່ວ່າ Bella ອາຍຸ 17 ປີ ທີ່ຕ້ອງໄປອາໄສນຳພໍ່ຢູ່ເມືອງນ້ອຍໆແຫ່ງນຶ່ງໃນລັດ ວໍຊິງຕັນ ທີ່ມີຝົນຕົກຕະຫລອດປີ.

alt

ຮູບຄອບຄົວ Cullen ມີ 7 ຄົນ

ໃນການມາຢູ່ນັ້ນໄດ້ເຮັດໃຫ້ນາງໄດ້ພົບກັບຄອບຄົວປະຫລາດຄອບຄົວນຶ່ງ ເຊິ່ງມີທັງຫມົດ 7 ຄົນ ພໍ່ແມ່ ແລະລູກລ້ຽງອີກ 5 ສິ່ງທີ່ເຮັດໃຫ້ຄອບຄົວນີ້ແປກປະຫລາດກໍຄື ການນຸ່ງເຄື່ອງທີ່ສະຫງ່າງາມ ລາຄາແພງເກີນກວ່າຈະເປັນຄົນໃນເມືອງນ້ອຍໆ ແລະທີ່ສຳຄັນພວກເຂົາທຸກຄົນ ງາມສະຫງ່າ ດັ່ງເທວະດາ ນາງຟ້າ. Bella ໄດ້ເຂົ້າໄປພົວພັນກັບຊາຍຫນຸ່ມໃນຄອບຄົວດັ່ງກ່າວກໍຄື Edward ແລະຄວາມຜູກພັນຂອງທັງສອງກໍກໍ່ໂຕຂຶ້ນ ຢ່າງຊ້າໆ ໄປພ້ອມກັບປິດສະຫນາຄວາມສົງໄສ ທີ່ຄ່ອຍໆສະເຫລີຍອອກມາເທື່ອລະເລັກເທື່ອລະຫນ້ອຍ.

 

ເຫດການໃນເລື່ອງດຳເນີນໄປໃນຍຸກປັດຈຸບັນ ກ່ຽວກັບຄວາມຮັກຂອງຫນຸ່ມສາວທົ່ວໄປ ທີ່ຫລົງຮັກ ແລະຢາກຢູ່ໃກ້ຊິດ ເຊິ່ງກໍປາດສະຈາກບໍ່ໄດ້ເຖິງຄວາມຢາກ (ຄວາມຢາກທີ່ວ່າມີຫລາຍຢ່າງແຕ່ເດັ່ນໆ ທີ່ຢາກເວົ້າໃນນີ້ກໍແມ່ນ Sex ທີ່ໄວຫນຸ່ມຫລາຍຄົນມັກເຫັນວ່າມັນມີຄວາມສຳຄັນໃນຄວາມສຳພັນຂອງຄວາມຮັກບ່າວສາວ) ແຕ່ຜູ້ຂຽນ ໄດ້ສ້າງເຫດການ ສ້າງເງື່ອນໄຂ ທີ່ລຶກລັບຊັບຊ້ອນ ເຮັດໃຫ້ຄວາມຮັກດັ່ງກ່າວ ປາສະຈາກຄວາມຢາກທີ່ວ່າ ແລ້ວກາຍເປັນຮັກແທ້ ຮັກອັນບໍລິສຸດ ທີ່ບໍ່ຕ້ອງຜິດຮີດຄອງປະເພນີ ແລະທີ່ສຳຄັນສອນໃຫ້ໄວຫນຸ່ມສາວຮູ້ຈັກ ຫ້າມອົກຫ້າມໃຈ (ທີ່ຫາຍາກຫລາຍໃນໄວຫນຸ່ມຍຸກປັດຈຸບັນ) ນອກຈາກຄວາມຮັກທີ່ຕ້ອງຫ້າມຂ້າມເຜົ່າພັນແລ້ວ ຄວາມຮັກຍັງໄດ້ພິກໄປເຖິງເລື່ອງລາວ ຮັກສາມເສົ້າ ທີ່ເພີ່ມອາລົມຄວາມຮູ້ສຶກຂອງໂຕລະຄອນໃຫ້ເລິກລົງໄປອີກ ຄື ແວມໄພ, ມະນຸດ ແລະມະນຸດຫມາປ່າ (ເອົາເຂົ້າໄປ 555).

 

alt

 

ສຳລັບໃຜທີ່ຢາກສຳຜັດຮັກອັນບໍລິສຸດ ຢາກເຂົ້າໃຈຄຳວ່າຮັກແທ້ ຫລືຢາກເປັນນັກອ່ານກໍລອງຫາປຶ້ມຊຸດ Twilight ມາອ່ານລອງເບິ່ງ ເຖິງຈະອ່າວຍາວແນ່ ແຕ່ລະເຫລັ້ມກະປະມານ 500 ຫນ້່ານິລະ ແຕ່ຫລັງຈາກທີ່ອ່ານມາແລ້ວຮັບຮອງວ່າ ວາງບໍ່ລົງ ຢາກອ່ານໃຫ້ຮູ້ເລື່ອງລາວຄວາມເປັນໄປ (ປລ ຢືນຢັນດ້ວຍໂຕເອງ ນັ່ງອ່ານ 3 ເຫລັ້ມ ໃຊ້ເວລາ 10 ມື້ ພໍດີຫມົດ ສາມເຫລັັ້ມຮວມກັນກະປະມານ 1500ກວ່າຫນ້ານິລະ ອິອິ ອ່ານຈົນຕາແດງ)

ນີ້ລະຂອງຂວັນທີ່ເຫມາະສົມທີ່ສຸດໃນວັນ ວາເລັນໄທ ນີ້ ຢ່າໃຫ້ວັນດັ່ງກ່າວເຮັດໃຫ້ເຮົາເສຍໃຈ ຢ່າໃຫ້ວັນດີໆມີຄວາມຫມາຍເຮັດໃຫ້ເຮົາຕ້ອງຕົກເປັນເຫຍື່ອຂອງການລໍ້ລວງ ວັນແຫ່ງຄວາມຮັກ ເຮົາຄວນຮູ້ຈັກຮັກໃຫ້ລົງເລິກ ຮັກ ບໍ່ແມ່ນ ຫລົງ ບໍ່ສະເພາະແຕ່ວ່າວັນນີ້ຈະເປັນວັນຮັກຫນຸ່ມສາວ ແຕ່ຮັກນັ້ນຫມາຍເຖິງຮັກທຸກຢ່າງ ຮັກຄອບຄົວ ຮູ້ເສຍສະຫລະ ຮູ້ຈັກເພື່ອແຜ່ ໃຫ້ສົມກັບວ່າວັນ ວາເລັນໄທ ເປັນວັນແຫ່ງຄວາມຮັກ ຮັກທີ່ໃສສະອາດ ປາສະຈາກເງື່ອນໄຂ ຂໍ້ຜູກມັດໃດໆ.

ປລ ສຸດທ້າຍຝາກເຖິງນິນ A8

ຍັງຈື່ ນິນເຄີຍເວົ້າວ່າ "ຮັກແທ້ກໍຄ້າຍເລື່ອງຜີ ມີແທ້ ແຕ່ບໍ່ເຄີຍພົບພໍ້"

ຢາກບອກນິນວ່າ ເອົາເລື່ອງນີ້ມາເບິ່ງແລ້ວຈະພົບທັງຮັກແທ້ ແລະ ຜີ ພ້ອມກັນ ແຖມມະນຸດຫມາປ່າໃຫ້ພ້ອມເອົາໄປເລີຍ ອິອິ