ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ລູກ: ພໍ່ໆໆ ລະວັງເດີ້ ມັກກິນນົມຫລາຍນະ ດຽວນີ້ເພິ່ນອອກຂ່າວວ່ານົມມີສານ ເມລາມິນ ປະສົມນຳອັນຕະລາຍອີ່ຫລີ່ໃດ໋
ພໍ່: ບໍ່ຕ້ອງຫ່ວງລູກ ພໍ່ບໍ່ເປັນຫຍັງດອກ ເພາະວ່າພໍ່ກິນນົມສົດຈາກເຕົ້່່າ

(ຕະຫລົກເອົານຳ ຫນັງສືພິມວຽງຈັນໃຫມ່)

    ເລີ່ມຕົ້ນຕະຫລົກ ເພື່ອຜ່ອນຄາຍກ່ອນເຂົ້າເລື່ອງ ເພາະເລື່ອງນີ້ບໍ່ແມ່ນເລື່ອງນ້ອຍ
ຫວ່າງເດືອນທີ່ຜ່ານມາມີການກວດພົບ ສານເມລາມິນປະສົມໃນນົມຜົມສຳລັບແອນ້ອຍ
ເຮັດໃຫ້ມີແອນ້ອຍເສຍຊີວິດສອງຄົນຢູ່ປະເທດຈີນ ເຊິ່ງຫລາຍໆປະເທດໄດ້ຫ້າມນຳ
ເຂົ້ານົມຜົງຍີ່ຫໍ້ດັ່ງກ່າວ ຮວມທັງປະເທດລາວນຳ.
   
    ນອກນັ້ນ ທາງກົມອາຫານ ແລະຢາ ຂອງລາວ ກໍໄດ້ອອກແຈ້ງການ ຫ້າມນຳເຂົ້າ ແລະ
ຫ້າມຈຳຫນ່າຍນົມດັ່ງກ່າວ ເພື່ອຄວາມປອດໄພຂອງປະຊາຊົນ ແລະມີການກວດລ້າງ
ສິນຄ້າດັ່ງກ່າວຕາມຮ້ານຄ້າທົ່ວໄປ.

    ຕໍ່ມາບໍ່ດົນທາງກົມອຢ ໄທ ໄດ້ກວດພົບສານເມລາມິນ ໃນກະແລັມ Wall ສອງຣົດ
ທີ່ມີສ່ວນປະສົມຂອງນົມ ແລະໄດ້ສັ່ງຫ້າມໄປ ສ່ວນນົມ ໂຟໂມດ ກັບ ດັຊມິລ ລອດໂຕໄປ
ແລະລ່າສຸດ ທາງກົມ ອຢ ໄທ ໄດ້ກວດພົບປະລິມານສານເມລາມິນໃນນົມກາມະລິ
 ເຊິ່ງເປັນຍີ່ຫໍ້ ດັງ ທີ່ຂາຍກັນຫລາຍໃນບ້ານເຮົາ ເຊິ່ງໃນນົມດັ່ງກ່າວມີສານເມລາມິນ
ເຖິງ92,8mg (ຂໍ້ມູນຈາກຫນັງສືພິມ Bangkok Post) ທີ່ຢູ່ໃນຂັ້ນອັນຕະລາຍ ປົກກະຕິການ
ເຈືອປົນຂອງສານເມລາມິນລະດັບປອດໄພແມ່ນ 2,5mg ກາຍນີ້ຖືວ່າອັນຕະຫລາຍ.


alt
     ປັດຈຸບັນທາງກົມອາຫານແລະຢາຂອງລາວກຳລັງນຳນົມດັ່ງກ່າວໄປ ກວດສອບໃນຫ້ອງທົດລອງ
ຮ່ວມກັບອົງການອານາໄມໂລກ ເຊິ່ງຕອນນີ້ ກົມອາຫານແລະຢາ ໄດ້ອອກແຈ້ງການໃຫ້ຊາບວ່າ
ໄລຍະຄວນຢຸດບໍລິໂພກນົມຍີ່ຫໍ້ດັ່ງກ່າວຈົນກວ່າຈະມີິການກວດກາຮຽບຮ້ອຍ ຖ້າພົບສານເມລາມິນແທ້
ແມ່ນຈະສັ່ງຫ້າມນຳເຂົ້າ ແລະຈຳຫນ່າຍ.
 
    ອັນນີ້ອັນຕະລາຍແທ້ເນີ້ ເອົາມາຝາກມາບອກມາເລົ່າ ຮູ້ແລ້ວບອກຕໍ່ໃຫ້ລະມັດລະວັງນຳກັນ
ເພາະເຊື່ອວ່າຄົນລາວຫລາຍຄົນ ຄຸ້ນເຄີຍກັບນົມຍີ່ຫໍ້ນີ້ດີ.