ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
ມື້ນຶ່ງ ຄູບາ ຍ່າງໄປກັບເດັກວັດ ຊື່ບັກຫລ້າ, ບັກຫລ້າຄຶດອອກແນວໃດບຸກະເລີຍຖາມຂຶ້ນວ່າ
ບັກຫລ້າ: ຄູບາ ຄູບາ ອັນດຽວນີ້ຫັ້ນນະຂະເຈົ້າມີສັບໃຫມ່ເກີດຂຶ້ນ ເຊັນວ່າ ກິກ ຊິນ່າ ເອົາມາໃຊ້ແທນຄຳວ່າ ຊູ້ສາວ
ມັນຟັງເບິ່ງລະກະຫນ້າຮັກດີໃດເນາະ ຟັງລະຍັງຄືວ່າບໍ່ບາບນຳອີກ ບໍ່ຄືເອີ້ນວ່າ ຊູ້ສາວ ຟັງລະບາບແນວໃດບຸ.

ຄູບາ ຍັງຄົງຍ່າງຕໍ່ໄປ ໂດຍບໍ່ປາກຈັກຄວາມ.
ບຶດນຶ່ງປາກົດວ່າຢູ່ຫຍ້າແຄມທາງຍ່າງ ມີງູເຫົ່າໂຕບັກໃຫຍ່ ຂົດຢູ່ຫັ້ນ ບັກຫລ້າ ຫລຽວເຫັນກະເລີຍຮ້ອງຂຶ້ນ
ບັກຫລ້າ: ຄູບາ ຄູບາ ງູໆໆໆໆໆໆ ໂຕບັກໃຫຍ່ ເປັນຕາຢ້ານພິລຶກ.
ຄູບາຢຸດແລ້ວຫັນຫນ້າມາເວົ້ານຳບັກຫລ້າ
ຄູບາ: ສົມມຸດວ່າ ອາດຕະມາຕັ້ງຊື່ໃຫ້ງູໂຕນີ້ວ່າ ກຸກໄກ່ ຊື່ມັນຫນ້າຮັກດີບໍ່.
ບັກຫລ້າ: ໂດຍໆໆ ກະຫນ້າຮັກດີລະມັນເປັນຫຍັງລະ?
ຄູບາ: ໂອ້ ຄັນວ່າຊື່ນີ້ຫນ້າຮັກດີ ບາດນິກະລອງເດ່ມືໄປເບິ່ງດຸ ລອງເບິ່ງວ່າມັນຊິຕອດບໍ່.

(ບາບແນວໃດກໍແມ່ນບາບ ເຖິງຈະປ່ຽນຊື່ໃຫ້ຫນ້າຮັກພຽງໃດ ມັນກໍຍັງແມ່ນບາບ ຄືກັບງູຫັ້ນລະເຖິງຈະຕັ້ງຊື່ໃຫ້ມັນຫນ້າຮັກ ແຕ່ມັນກໍຍັງແມ່ນງູມີພິດຮ້າຍຄືເກົ່າ)

ມື້ຕໍ່ມາ ຄູບາໄດ້ໄປເທດພະທັມຄຳສອນຢູ່ບໍລິສັດໃຫຍ່ແຫ່ງນຶ່ງ ກ່ຽວກັບເລື່ອງບາບບຸນຄຸນໂທດ ແລະເລື່ອງກົດແຫ່ງກັມ
ຫລັງຈາກເທດສະຫນາແລ້ວ ກໍມີພະນັກງານຊາຍຄົນນຶ່ງຖາມຂຶ້ນວ່າ: ສົມມຸດຂະນ້ອຍບໍ່ເຊື່ອເລື່ອງກົດແຫ່ງກັມເດ້ ກະຊິມີຜົນນຳຂະນ້ອຍຢູ່ບໍ້
ຄູບາ: ຊັ້ນອາດຕະມາຂໍເວລານຳພໍ່ອອກ ຈັກບຶດນຶ່ງໄດ້ບໍ່ ນຳອາດຕະມາ ຂຶ້ນມາເທິງດາດຟ້າຄາວນຶ່ງ.
ພະນັກງານຄົນນັ້ນກໍນຳໄປ ຈົນຮອດດາດຟ້າ ຄູບາກໍຫລຽວມາຫາ
ຄູບາ: ສົມມຸດວ່າ ພໍ່ອອກ ບໍ່ເຊື່ອເລື່ອງກົດແຮງດຶງດູດຂອງຫນ່ວຍໂລກ ແລ້ວໃຫ້ພໍ່ອອກໂດດລົງຈາກດາດຟ້ານີ້
ລອງເບິ່ງດຸວ່າ ພໍ່ອອກ ຊິຕົກລົງໄປບໍ່.

(ຄວາມຈິງກໍຄືຄວາມຈິງ ເຖິງບໍ່ເຊື່ອມັນກໍຍັງແມ່ນຄວາມຈິງ)

ເອົາມາຈາກເລື່ອງຂອງ ຫລວງພີ່ອ້ຽງ ມັນເປັນປຶ້ມກາຕູນນະ ເອົາມາຂຽນເລົ່າ ແນວນີ້ ມີຫຍັງຜິດພາດ ຫລືວ່າຂຽນໄດ້ບໍ່ເຂົ້າໃຈກະຕິໄດ້ເດີ້ ບໍ່ວ່າຫຍັງດອກ ຄັນບໍ່ຢ້ານ 555