ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

ໃນລະຍະເດືອນ 7 ເປັນຕົ້ນໄປມັກມີກິດຈະກຳນຶ່ງເກີດຂຶ້ນລຽນຕິດ ບໍ່ວ່າໂຮງຮຽນພາກລັດຫລືເອກະຊົນ ຕ່າງກໍເລືອກມື້ເລືອກວັນທະຍອຍຈັດງານຮັບປະລິນຍາ ໃຫ້ແກ່ນັກສຶກສາຂອງຕົນ. ຖ້າເຮົາສັງເກດຫລາຍໆປີຜ່ານມາ ໃນວັນຮັບປະລິນຍາ  ສິ່ງທີ່ຫ້ອຍຕິດມານຳຕະຫລອດແມ່ນ ຮ້ານຂາຍຊໍ່ດອກໄມ້ຂາຍຕຸກກະຕາ ນັ່ງລຽນຊາບລາບໄວ້ໃຫ້ຜູ່ມາສະແດງຄວາມຍິນດີ ກັບນັກສຶກສາຈົບໃຫມ່ ຊື້ຫາເປັນຂອງຂວັນມອບໃຫ້ກັນ ດ້ວຍສີຫນ້າທີ່ຍິ້ມແຍມແຈ່ມໃສ ແຕ່ຂອງຂວັນເຫລົ່ານັ້ນ ມີຄ່າແລະເປັນທີ່ຕ້ອງການຈາກຜູ່ຮັບແລ້ວບໍ? ຫລືເປັນພຽງຂອງຂວັນຕາມກະແສນິຍົມ ທີ່ເຫັນຄົນອື່ນພາເຮັດມາຫລາຍປີ.

alt

 

 

ຄຶດວ່າມີນັກສຶກສາຫລາຍຄົນບໍ່ຫນ້ອຍທີ່ຈົບໄປໃນແຕ່ລະປີ ຕ້ອງເຈັບຫົວນຳການກຳຈັດ ຂອງຂວັນ (ຂີ້ເຫຍື້ອ) ທີ່ໄດ້ຮັບມາເປັນຈຳນວນຫລາຍ ດອກໄມ້ ທີ່ຫຸ້ມຫໍ່ດ້ວຍເຈ້ຍ ດ້ວຍຖົງພລາສຕິກຫລາກສີ ຊໍ່ໃຫຍ່ຊໍ່ນ້ອຍ ບາງຄົນຖືຈົນບໍ່ຫລ້ອນ ທັງອາກາດທີ່ຮ້ອນອົບເອົ້າ ເມື່ອເວລາຜ່ານໄປດອກໄມ້ທີ່ຫອມ ມີສີສວຍງາມ ກໍເລີ່ມແຫ່ວແຫ້ງລົງ ພະຍາຍາມໄປແຊ່ໃນນ້ຳ ກໍບໍ່ຮູ້ສິຫາຄຸໃສມາໃສ່ໃຫ້ໄດ້ຫມົດ ຈຳເປັນຕ້ອງໄດ້ຖິ້ມ ຕຸກກະຕາໂຕໃຫຍ່ໂຕນ້ອຍ (ບາງໂຕຖືກໄມ້ສຽບຄາຢູ່ກົ້ນ) ເມື່ອມາເຮືອນກໍບໍ່ມີບ່ອນມ້ຽນ ຕຸກກະຕາທີ່ມີໄມ້ສຽບເພື່ອຫໍ່ເປັນຊໍ່ຄືດອກໄມ້ ເມື່ອດຶງໄມ້ອອກມັນກໍໂປດ ຮົກເຮື້ອ ຫລືເຄື່ອງຫລິ້ນເຄື່ອງປະດັບມະຍິກມະຍ່ອຍ ທີ່ນຳມາໃຊ້ປະໂຫຍດບໍ່ໄດ້ ຖືກມອບໃຫ້ກັນຫລາຍພັນຫລາຍແສນອັນໃນແຕ່ລະປີ ເກີດມີຂີ້ເຫຍື້ອທີ່ຖືກຖິ້ມເປັນຈຳນວນຫລວງຫລາຍ ເກີດມີຂະບວນການຜະລິດອຸປະກອນທີ່ເຜົາຜານຊັບພະຍາກອນທີ່ເຫລືອຫນ້ອຍ ນັບມື້ຫລາຍຂຶ້ນ ຂອງຂວັນບາງອັນບໍ່ເປັນຂີ້ເຫຍື້ອກໍຖືກວາງຖິ້ມໄວ້ແຈໃດນຶ່ງໃນເຮືອນ ໂດຍບໍ່ເກີດປະໂຫຍດ ກາຍເປັນບ່ອນສະສົມຂີ້ຝຸ່ນ ເຮັດໃຫ້ເຮືອນແອອັດ ອາກາດອົບເອົ້າ ທັງຫມົດກາຍເປັນສິ່ງກະທົບໂດຍກົງຕໍ່ສະພາບແວດລ້ອມທີ່ກຳລັງຊຸດໂຊມໃນປັດຈຸບັນຫລືບໍ່ ແລະຍັງເປັນການສິ້ນເປືອງເງິນຄຳໃນຍຸກເສດຖະກິດຝືດເຄືອງຫລືບໍ່?

 

ແນ່ນອນວ່າຜູ່ທີ່ມາຮ່ວມໃນງານຮັບປະລິນຍາ ຕ່າງກໍມີເຈດຕະນາຢາກສະແດງຄວາມຍິນດີ ດ້ວຍການມອບຂອງຂວັນທີ່ສີສັນງົດງາມໃຫ້ກັນ ຖ່າຍຮູບຮ່ວມກັນເປັນທີ່ລະນຶກ ນັກສຶກສາບາງຄົນເອງກໍຢາກໄດ້ດອກໄມ້ ຢາກໄດ້ຕຸກກະຕາເປັນຂອງຂວັນ (ທັງໆທີ່ໂຕເອງບໍ່ມັກແຕ່ກໍຢາກໄດ້) ເພື່ອຖືອວດອ້າງຫມູ່ເພື່ອນ ຍ້ອນກະແສຂອງຂວັນ ຫລືອາດກາຍເປັນປະເພນີໄປແລ້ວ ທີ່ຕ້ອງມອບຂອງຂວັນແບບນີ້ໃຫ້ກັນ. ເລີຍກາຍເປັນການທຳລາຍສະພາບແວດລ້ອມ ເຜົາຜານເງິນໃນກະເປົາໂດຍໄຮ້ປະໂຫຍດ ທີ່ກາຍເປັນກິດຈະວັດປະຈຳປີ ຂອງແຕ່ລະປີໆ ເຫດການແບບນີ້ມັນຍັງຈະດຳເນີນໄປອີກຈັກປີຈັກເດືອນຈັກວັນຈັກນາທີ ເຮົາບໍ່ຮູ້ ແຕ່ຖ້າຫລາຍຄົນລອງຫັນມາປ່ຽນພຶດຕິກຳລອງເບິ່ງ ປະເພນີອາດຈະປ່ຽນໄປ.

alt

 

ບາງຄັ້ງພຽງການໄປຮ່ວມງານຮັບປະລິນຍາ ໃຫ້ຜູ່ຮັບໄດ້ພົບຫນ້າພໍ້ຕາ ສົ່ງຮອຍຍິ້ມ ຖ່າຍຮູບຮ່ວມກັນ ກໍເຮັດໃຫ້ຜູ່ຮັບ ດີໃຈແລ້ວ ຫລືຈະດີຍິ່ງຖ້າຜູ່ໃຫ້ ຄຶດ ໄຕ່ຕອງ ຄັດເລືອກຂອງຂວັນທີ່ຈະນຳໄປມອບໃຫ້ນັ້ນໃຫ້ດີ ອາດເປັນຂອງຂວັນທີ່ຜູ່ໄດ້ ສາມາດນຳໄປໃຊ້ໃຫ້ເກີດປະໂຫຍດໄດ້ ອາດເປັນປຶ້ມອ່ານດີໆ ມອບໃຫ້ກັນເປັນທີ່ລະນຶກເອົາໄວ້ອ່ານ ອ່ານແລ້ວໄດ້ປະໂຫຍດ ຫລືອາດເປັນຂອງຂວັນທີ່ກ່ຽວຂ້ອງກັບຂະແຫນງວິຊາຊີບທີ່ເຂົາເຈົ້າຈົບມາ... ຂ້າພະເຈົ້າເຊື່ອແນ່ວ່າ ນັກສຶກສາຜູ່ຈົບໃຫມ່ຄົງດີໃຈບໍ່ຫນ້ອຍຫາກຂອງຂວັນທີ່ໃຊ້ປະໂຫຍດໄດ້ແທ້ ແລະກໍບໍ່ຕ້ອງມາອຸກໃຈວ່າຫລັງຈາກເມືອເຮືອນຈະຈັດການກັບຊໍ່ດອກໄມ້ທີ່ຮົກເຮື້ອໄດ້ແນວໃດ.

alt

 

ເອະຫລືຈະເອົາບັດເຕີມເງິນໃຫ້ກັນແບບນີ້ ອິອິ           

ຫມູ່ເພື່ອເດ໋ຄຶດວ່າແນວໃດ ຢ່າໃຫ້ວັນທີ່ດີໆວັນທີ່ຈົບການສຶກສາ ຕ້ອງກາຍເປັນວັນທຳລາຍສິ່ງແວດລ້ອມ ໂດຍທາງອ້ອມເລີຍ.

 

ສຸດທ້າຍຝາກຄຳເວົ້າໄວ້:

ຂອງຂວັນທີ່ມີຄ່າທີ່ສຸດແມ່ນຂອງຂວັນທີ່ສາມາດໃຊ້ປະໂຫຍດໄດ້

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 4, 2009 | ມີ 27 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ບໍ່ໄດ້ເກີນນຳໂຕເອງດອກ ຟັງຕໍ່ມາຈາກຫມູ່

ເລື່ອງຂອງເລື່ອງກໍຄື ອາຈານສອນຂອງຫມູ່ຂ້າພະເຈົ້ານິລະ ຢູ່ຄະນະອັນນໍອັນນຶ່ງບໍ່ຂໍເປີດເຜີຍຊື່

ອາຈານທ່ານນັ້ນເພິ່ນໄດ້້ເລົ່າປະສົບການ ຕອນສະໄຫມເພິ່ນຮຽນຢູ່ປະເທດອົດສະຕາລີ ເລື່ອງມີຢູ່ວ່າ:

"ໃນຊົ່ວໂມງຂຶ້ນຫ້ອງທົດລອງ ອາຈານສອນປະຈຳຊົ່ວໂມງ ກ່າວຕອນຕົ້ນວ່າມື້ນີິ້ຈະຮຽນວິເຄາະນ້ຳລາຍ

ຫາເຊື້ອເບາະຫລືຫາຫຍັງບຸ (ບໍ່ຈື່) ແຕ່ຕ້ອງການອາສາສະຫມັກ ທີ່ຈະໃຫ້ເອົານ້່ຳລາຍມາວິເຄາະ

ມິດໄປຫມົດຫ້ອງ ພໍດີມີນັກສຶກສາຍິງຄົນນຶ່ງ ມາຊ້າ (ເປັນຄົນຕ່າງປະເທດ ບໍ່ຮູ້ວ່າປະເທດໃດ)

ອາຈານຫລຽວໄປກໍຍິ້ມໃສ່ ແລ້່ວບອກກັບນັກຮຽນໃນຫ້ອງວ່າ ໄດ້ອາສາສະຫມັກແລ້ວ

ສາວນັ້ນກໍງົງ ແລ້ວອາຈານກໍອະທິບາຍ ຫລັງຈາກນັ້ນກໍເອົານ້ຳລາຍຂອງຜູ່ກ່ຽວມາວິເຄາະ

ຫລັງຈາກວິເຄາະອອກມາແລ້ວ ອາຈານທ່ານນັ້ນກໍມິດໄປດົນເຕີບ ແລະຫລຽວເບິ່ງຫນ້ານັກສຶກສາ

ຄົນນັ້ນແປກໆ ນັກຮຽນໃນຫ້ອງສົງໄສເລີຍເລີ່ມຖາມຕ່າງໆນາໆ ທ່ານອາຈານຄົນດັ່ງກ່າວ

ຫັນຫນ້າໄປເວົ້ານຳນັກສຶກສາຍິງຄົນນັ້ນວ່າ:

ອາຈານ: ໄປເຮັດຫຍັງມາມື້ເຊົ້ານີ້

ນັກສຶກສາຍິງ:... (ມິດ)

ນັກຮຽນຄົນອື່ນ: ເປັນຫຍັງອາຈານ ເປັນຫຍັງໆໆໆ

ອາຈານ: ເອີຄືວ່າຜົນການກວດນ້ຳລາຍປາກົດວ່າໃນນ້ຳລາຍ ມີອະສຸຈິ ປະສົມຢູ່ນຳ

(ທີ່ແທ້ສາວນັ້ນມາຂຶ້ນຫ້ອງຊ້າແມ່ນຍ້ອນຄາຊ້ຳເຊົ້າ ກ໋າກໆໆໆໆໆໆໆໆໆໆ)"

 

ເລື່ອງເລົ່າມາຫຍໍ້ໆ ແຕ່ເຮົາເອົາມາຕື່ມລາຍລະອຽດຫນ້ອຍນຶ່ງເດີ້ ເພື່ອໃຫ້ອ່ານມ່ວນ ອິອິ

ຂອບໃຈເຈົ້າຂອງເລື່ອງ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 24, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

ພໍດີມີເລື່ອງໄປພົບໄປພໍ້ມາ ເລີຍຢາກມາຂຽນເລົ່າສູ່ພີ່ນ້ອງພັນລາວໃຫ້ອ່ານກັນ ອິອິ

ຄືກ່ອນຫນ້ານີ້ຂ້າພະເຈົ້າ (ຫມີນ້ອຍ ນ້ອຍແທ້ນ້ອຍວ່າ) ໄດ້ອ່ານປຶ້ມກ່ຽວກັບທັມມະ ລະໄປພົບຄຳສອນຄຳນຶ່ງເຂົ້າ

ວ່າແນວນີ້ "ຢ່າຫາເງິນ ແຕ່ຈົ່ງໃຫ້ເງິນມາຫາເຮົາ"

ໂອ່ເວົ້າຮອດເງິນໆຄຳໆ ໃຜໆກໍຢາກໄດ້ແລະພະຍາຍາມຫາເນາະ ຫ້ວຍເປັນຫຍັງພຣະເພິ່ນຄືມາບອກແນວນີ້

ຂ້າພະເຈົ້າກະຄຶດໆໆໆໆໆໆໆ ລະກະຄົງມີຄວາມຫມາຍປະມານວ່າ:

"ຄົນທີ່ເຮັດວຽກ ຫມາຍຄວາມວ່າເຮັດທຸກວິທີເພື່ອໃຫ້ໄດ້ເງິນ ເຊັ່ນເອົາປຽບຄົນອື່ນ ສໍ້ໂກງຄົນອື່ນ ເປັນໂຈນ ຂີ້ລັກປຸ້ນຈີ້ ຫລືເຮັດວຽກແບບບໍ່ສົນໃຈໃຜບໍ່ສົນຄອບຄົວບໍ່ໄວ້ຫນ້າໃຜຕ້ອງການເງິນລູກດຽວ ອັນນີ້ເອີ້ນວ່າ ພວກຫາເງິນ"

ໂອ່ ຫາເງິນລະເປັນຊີ້ເນາະ ບາດນິມາເບິ່ງໃຫ້ເງິນມາຫາເຮົາ

"ແມ່ນຄົນທີ່ທຳມາຫາກິນດ້ວຍຄວາມສຸດຈະລິດ ບໍ່ສໍ້ໂກງ ຫາກິນດ້ວຍຄວາມມີນ້ຳໃຈ ບໍ່ຫວັງແຕ່ຜົນກຳໄລລູກດຽວອັນນີ້ແມ່ນເງິນມາຫາເຮົາ"

 

ໂອ່ຫລາຍຄົນອ່ານແລ້ວກະສິວ່າ ບະເຮັດຊີ້ຫລຸບທຶນຕາຍ ແຕ່ຢ່າຟ້າວໆໆໆໆໆ ມື້ວານນີ້ໄດ້ໄປເຫັນມາເປັນຕົວຢ່າງນຶ່ງ ເລື່ອງມີຢູ່ວ່າ

ມື້ວານນີ້ກາຍໄປທາງໂຮງກາຍຍະສິນ ພໍດີເຫັນບ່ອນເຂົາເຈົ້າຂາຍນ້ຳຂາຍຂອງກິນຢູ່ທາງຫນ້າເປັນຕະຫລາດນ້ອຍອັນນຶ່ງລະ ພໍດີຄຶດຢາກປາຕັ້ງໂກ໋ ເລີຍແວ່ຊື້ ດ້ວຍຄວາມບໍ່ເຄີຍຊື້ຫຍັງຫລາຍ ກໍເລີຍບໍ່ຮູ້ລາຄາ (ສ່ຽງຕໍ່ການຖືກຕົ້ມຂະຫນາດ) ກະເລີຍຖາມວ່າ ກ້ອນລະທໍ່ໃດ ເຈົ້າຂອງຮ້ານ (ສອງເອື້ອຍນ້ອງ) ກະຍິ້ມຕອບ (ເຈົ້າຂອງຮ້ານຍິ້ມງາມຫລາຍ ເຖິງວ່າຫນ້າຕາບໍ່ແມ່ນນາງງາມ ແຕ່ການຍິ້ມແບບຈິງໃຈມັນກະງາມໄປອີກແບບເດີ້) ວ່າ ກ້ອນລະພັນກີບ (ໃນຂະນະນັ້ນເຮົາກະເຮັດຫນ້າຕົກໃຈຫນ້ອຍນຶ່ງ ເພາະຄຶດວ່າມັນແມ່ນກ້ອນລະສອງພັນມາໄດ້ຍິນພັນກີບ ອື້ງໄປຫນ້ອຍນື່ງ ອຶອຶ) ຫລັງຈາກນັ້ນກະບອກວ່າເອົາສີ່ກ້ອນ ເຈົ້າຂອງຮ້ານກະຈັດການໃສ່ຖົງໃຫ້ຮຽບຮ້ອຍ ແຕ່ຂ້າພະເຈົ້າສັງເກດເຫັນວ່າຂະເຈົ້າເອົາໃຫ້ຫ້າກ້ອນ ດ້ວຍຄວາມຢ້ານໄດ້ຈ່າຍເງິນຕື່ມກຳລັງສິທ້ວງ ແຕ່ທາງເອື້ອຍກະຍິ້ມມາວ່າ ແຖມໃຫ້ເດີ້ (ໂອ້ພະຂ້ອຍ ອື້ງຮອບສອງ) ຊື້ສີ່ກ້ອນ ສີ່ພັນກີບ ແຖມເສີຍ ເທື່ອຫນ້າຄັນໄດ້ກາຍໄປອີກຮັບຮອງຊື້ຮ້ານເກົ່ານີ້ແນ່ນອນ.

ນີ້ລະຈັ່ງວ່າ ຢ່າຫາເງິນ ແຕ່ໃຫ້ເງິນມາຫາເຮົາ ດັ່ງຮ້ານປາຕັ້ງໂກ໋ ສອງເອື້ອຍນ້ອງນີ້ລະ ເຖິງມື້ນີ້ຈະບໍ່ໄດ້ກຳໄລຫລາຍຫຍັງແຕ່ກໍບໍ່ຫລຸບທຶນ ແລະຍັງໄດ້ກຳລັງນ້ຳໃຈ ແນ່ນອນເທື່ອຫນ້າລູກຄ້າທີ່ເຄີຍຊື້ເຂົາກໍຕ້ອງຢາກມາຊື້ອີກ ນິລະຈັ່ງວ່າ "ໃຫ້ເງິນມາຫາເຮົາ"

ຂຽນເມື່ອ ຂຽນເມື່ອ: ມ.ນ.. 20, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

ສບດ ມື້ນີ້ ສຸກທີ 20 ມີນາ 2009

ຕື່ນນອນມາອ່າວສວາຍ ຝົນກໍເລີ່ມຕົກ ບັນຍາກາດແບບນີ້ສ່ວນໃຫຍ່ຫລາຍຄົນກໍມັກວ່າມັນເຢັນສະບາຍ ກິນແຊບນອນສະບາຍ ຕ່າງໆນາໆ ວ່າກັນໄປ ແຕ່ສ່ວນໂຕແລ້ວ ມັນເປັນອີ່ຫຍັງທີ່ ທໍລະມານຫລາຍ ເວລາຝົນຈະຕົກຟ້າບົດ ອາກາດເອົ້າ ນີ້ລະ ເຫື່ອໄຫລໄຄຍ້ອຍ ມັນເອົ້າ ແຕ່ມັນຊຸ່ມ ເມື່ອເຫື່ອອອກ ເສື້ອຜ້່າອາພອນມັນກໍຊຸ່ມໄປຫມົດ ໂອ້ຍທໍລະມານ ອາກາດຊຸ່ມໆແບບນີ້ບໍ່ມັກອີ່ຫລີ່ (ບໍ່ມັກຝົນຄືກັບນາງເອກ Twilight) ແຕ່ກະຫນີບໍ່ຫວິດ ອີກຈັກຫນ້ອຍຍາມຝົນກໍມາຮອດແລ້ວ ແຕ່ສິ່ງທີ່ຢາກເລົ່າຕໍ່ໄປນີ້ແມ່ນເລື່ອງຈິງທີ່ເກີດຂຶ້ນ ເລື່ອງທີ່ໃຫ້ຂ້ອຍ ຢ້ານຟ້າຮ້ອງມາຈົນດຽວນີ້.

ຕອນນັ້ນຮຽນຢູ່ ປ2 ປະຖົມສີອຳພອນ ມື້ນັ້ນຝົນຕົກແຮງຫລາຍ ເປັນຊົ່ວໂມງເລິກຫລິ້ນ ສຽງວົນແຊວ ຕາມພາສາເດັກນ້ອຍປ2 ຫັ້ນລະ ດັງປະສົມກັບສຽງຟ້າຮ້ອງ ຕອນນັ້ ຟ້າຮ້ອງຖືເປັນເລື່ອງປົກກະຕິສຳລັບຂ້ອຍ ສຽງວົນແຊວບໍ່ມີທ່າທີວ່າຈະສະຫງົບລົງ ປະສານສຽງຟ້າຮ້ອງທີ່ຍິ່ງດັງຂຶ້ນເລື້ອຍໆ ຂ້ອຍບໍ່ມັກສຽງແຊວເນືອງນັນປານໃດ ໃນຂະນະນັ້ນ ບັກກິ ຫມູ່ຂ້ອຍມັນແລ່ນມາທາງຫລັງ ແລ້ວຮ້ອງໃສ່ຫູຂ້ອຍວ່າ "ຟ້າຮ້ອງຢ່າເອົາມືອັດຫູ ດຽວຟ້າສິຜ່າຫົວ" ຈັກຂ້ອຍໄປຟັງແນວໃດບໍ່ຈັກ ໄປໄດ້ຍິນວ່າໃຫ້ເອົາມືອັດຫູ ປະສາດຮັບສຽງຈາກຫູ ໄດ້ຍິນແນວນັ້ນກໍສົ່ງໄປຫາສະຫມອງໂດຍໄວ ໂດຍບໍ່ລໍຊ້າສະຫມອງຂ້ອຍສັ່ງໃຫ້ມືທັງສອງຂ້າງຍົກຂຶ້ນອັດຫູໂດຍໄວ ໄດ້ບໍ່ພໍຄາວ ບັກກິ ເຈົ້າເກົ່າ ກໍຟ້າວແລ່ນມາຫາຂ້ອຍລະໄງ້ມືເບື້ອງຊ້າຍຂ້ອຍອອກ ພ້ອມກັບຮ້ອງໃສ່ວ່າ "ມ.ເຮັດຫຍັງບັກນິ ກ.ບອກບໍ່ໃຫ້ອັດຫູ ມ.ອັດແບບນີ້ດຽວຟ້າຜ່າຕາຍ ຫມົດຫ້ອງລະ" (ຈັກມັນໄປເອົາມາແຕ່ໃສເອົາມືອັດຫູລະຟ້າຜ່າ -..-) ຂ້ອຍຍັງມຶນງົງແລະສຳສົນກັບຄຳເວົ້າຂອງບັກກິ ມືຂວາຍັງອັດຫູຢູ່ແຫນ້ນ ໃນຂະນະນັ້ນເອງ "ຟ້າຜ່າ" ຟ້າໄດ້ຜ່າລົງມາກາງກົກສັກ ທີ່ຢູ່ຕໍ່ຫນ້າຫ້ອງຮຽນຫ່າງບໍ່ຮອດ 20 ແມັດ  ອີ່ພໍ່ອີ່ແມ່ເອີ້ຍ ຂວັນເອີ້ຍຂວັນມາ ເປັນເຫດການທີ່ຝັງເລິກ ຍາກສິຂຸດອອກ ສົ່ງຜົນໃຫ້ປັດຈຸບັນນີ້ຂ້ອຍຢ້ານຟ້າຮ້ອງມາຕະຫລອດ ຄືນໃດທີ່ຟ້າຮ້ອງຂ້ອຍຕ້ອງຖ້າໃຫ້ຟ້າເຊົາຮ້ອງຈຶ່ງຫລັບໄດ້ ນິລະມັນອີກບໍ່ດົນກະຮອດຍາມຝົນແລ້ວ ເຫີ່ໆ. 

ມີເທົ່ານີ້ລະເດີ້ ເວົ້າລະຍາວ ດຽວສິບໍ່ມີໃຜອ່ານ ອິອິ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 26, 2008 | ມີ 19 ຄຳເຫັນ ແລະ 0 trackback(s)

   ໃນລະຍະເທດສະການ (ບໍ່ແມ່ນຂອງບ້ານເຮົາ) ແບບນີ້ ກໍມີຫລາຍຄົນທີ່ໄປຕາມກະແສ ອັນນີ້ກໍຫ້າມກັນບໍ່ໄດ້ ແຕ່ສິ່ງນຶ່ງທີ່ມານຳເທດສະການ ກໍຄືການສະຫລອງ ເມື່ອມີງານສັງສັນສະຫລອງແລ້ວ ສິ່ງທີ່ຂາດບໍ່ໄດ້ກໍແມ່ນການດື່ມກິນ ດື່ມສິ່ງມຶນເມົາ ຕາມຕົວເລກສະຖິຕິຈາກກົມຕຳຫລວດຈະລາຈອນ ໃນເດືອນ 11 ປີ 2008 ມີອຸບັດຕິເຫດໃນນະຄອນຫລວງທັງຫມົດ 170 ຄັ້ງ ໃນນັ້ນສາເຫດຈາກການດື່ມເຫລົ້່າ ມີເຖິງ 84 ລາຍ ເກືອບເຄິ່ງນຶ່ງເນາະ ແລະໃນລະຍະ ວັນທີ 26/12/07-1/1/08 (ປີໃຫມ່ປີກາຍນີ້) ມີອຸບັດຕິເຫດໃນນະຄອນຫລວງ 77 ຄັ້ງ ສາເຫດຈາກການດື່ມເຫລົ້າມີ 49 ລາຍ ສັງເກດເບິ່ງວ່າໃນລະຍະເທດສະການ ພຽງ 5 ມື້ ມີອຸບັດຕິເຫດເຖິງ 77 ຄັ້ງ.

 

  ອາດຍ້ອນຫຍັງບໍ່ຊາບ ຍ້ອນເຈົ້າຫນ້າທີ່ບໍ່ເຄັ່ງຄັດ ຫລືຍ້ອນຄົນບໍ່ປະຕິບັດ ຫລືຍ້ອນຮ້ານບັນເທີງຫລາຍເກີນໄປ ຫລືຍ້ອນລັດຖະບານບໍ່ເອົາໃຈໃສ່ ຫລືຫຍັງກໍບໍ່ຊາບ ແຕ່ມີຕົວຢ່າງຈາກຕ່າງປະເທດ ທີ່ຢາກໃຫ້ອ່ານນຳກັນ ແລ້ວລອງຄືດເບິ່ງວ່າສາເຫດມາຈາກໃສ່ກັນແທ້.

 

ຄັດມາຈາກວາລະສານລານຄຳ ສະບັບ 04 ຊື່ບົດຄວາມວ່າ "ຄົນສະວີເດັນກິນເຫລົ້າຢ່າງໃດ"

 

 

       ມື້ນີ້ພາໄປລາດຊະອານາຈັກສະວີເດັນ ຫລື ອ່ານຕາມພາສາຝຣັ່ງວ່າ ຊູແອັດ ເພື່ອເບິ່ງວັດທະນະທຳການບໍລິໂພກເຫລົ້າ ຫລືການດື່ມຂອງເຂົາເຈົ້າ.

       ປະເທດສະວີເດັນ ຫລາຍຄົນເຄີຍໄດ້ຍິນ ແຕ່ບໍ່ຮູ້ວ່າເປັນຫຍັງປະເທດນີ້ຈຶ່ງມີຊື່ສຽງ ສະວີເດັນເປັນປະເທດທີ່ຮັ່ງມີປະເທດນຶ່ງ ທີ່ມີເນື້ອທີ່ພຽງແຕ່ 449,964 km2 ແລະມີປະຊາກອນ ເກົ້າລ້ານປາຍຄົນເທົ່ານັ້ນ ເຊິ່ງຖືວ່າຫນ້ອຍຖ້າທຽບໃສ່ບັນດາປະເທດໃນເອີຣົບທັງຫລາຍ. ປະເທດສະວີເດັນເຄີຍຍິ່ງໃຫຍ່ ແລະຮຸ່ງເຮືອງທີ່ສຸດໃນສະຕະວັດທີ 17 ຫາ 18 ປົກຄອງປະເທດ ນໍເວ ແລະ ຟິນແລນ ປະເທດທາງຕາເວັນຕົກຂອງຣັດເຊຍ ແລະເອີຣົບກາງ ຮອດຕົ້ນສັດຕະວັດທີ 19 ສະວີເດັນເສຍດິນແດນປົກຄອງທາງຕາເວັນອອກໃຫ້ຣັດເຊຍ ແລະໃຫ້ເອກະລາດແກ່ປະເທດ ນໍເວ ໃນປີ 1905, ຫລັງຈາກນັ້ນ ປະເທດສະວີເດັນ ບໍ່ເຄີຍເຂົ້າຮ່ວມການຕໍ່ສູ້ ເຮັດເສິກສົງຄາມນຳປະເທດໃດໆ. ທັງສົງຄາມໂລກຄັ້ງທີນຶ່ງ ແລະສອງ ສະວີເດັນຢູ່ເປັນກາງບໍ່ເຂົ້າຮ່ວມຝ່າຍໃດ ເຮັດໃຫ້ເສດຖະກິດຫມັ້ນຄົງ ແລະມີການພັດທະນາ ປະດິດສ້າງເຕັກໂນໂລຍີຢ່າງໄວວາ. ມາຮອດປັດຈຸບັນ ຖ້າກ່າວເຖິງປະເທດສະວີເດັນ ຫລາຍຄົນກໍຕ້ອງຄຶດເຖິງ ຮາງວັນ Nobel, ລົດ Volvo, ໂທລະສັບ Ericsson ຍັງມີອີກຫລາຍຢ່າງທີ່ເຮົາອາດບໍ່ຮູ້ເຊັ່ນ: ໄມ້ຂີດໄຟ, ເຈ້ຍບັນຈຸເຄື່ອງດື່ມ (TrtraPak), ຫົວໃຈທຽມ (Pacemaker), ອຸປະກອນຄອມພິວເຕີ້ເຊັ່ນ Mouse ແລະ Bluetooth.

        

         ສະວີເດັນຍັງມີຊື່ສຽງ ເລື່ອງການເສຍພາສີ ເປັນປະເທດທີ່ເກັບພາສີສູງທີ່ສຸດໃນໂລກ ແລະມີພາສີຕໍ່ສິນຄ້າອຸປະໂພກ ບໍລິໂພກ ທຸກຊະນິດຫລາຍຫນ້ອຍ ຂື້ນກັບຄວາມຈຳເປັນໃນຊີວິດປະຈຳວັນ ແລະຄວາມເປັນພິດຕໍ່ສິ່ງແວດລ້ອມ ເຊັ່ນ ນ້ຳມັນ (ລົດ) ຊິ່ງມີພາສີຫລາຍກວ່າທົບເຄິ່ງຕໍ່ອາຫານການກິນ ທີ່ເປັນຂອງຈຳເປັນຕໍ່ຊີວິດປະຈຳວັນ ເສຍພາສີຢ່າງຕ່ຳ 30 ສ່ວນຮ້ອຍ. ເຄື່ອງດື່ມ ປະເພດນ້ຳຫວານ ແລະເຫລົ້າ ມີພາສີສູງ ໂດຍສະເພາະເຫລົ້າຕ້ອງເສຍພາສີຕາມຄວາມແຮງຂອງເຫລົ້າ.

 

         ສະວີເດັນເປັນປະເທດທີ່ມີລະບົບການປົກຄອງແບບຣາຊາທິປະໄຕ ພາຍໃຕ້ລັດຖະທຳມະນູນ. ລັດຖະບານຄວບຄຸມຄຸ້ມຄອງ ການເປັນຢູ່ຂອງປະຊາຊົນ ເງິນຈາກພາສີອຳນວຍໃຫ້ປະຊາຊົນໄດ້ຮັບການສຶກສາ ແລະສາທາລະນະສຸກ ຢ່າງທົ່ວເຖິງໂດຍບໍ່ມີການໃຊ້ຈ່າຍ ນອກຈາກຄ່າທຳນຽມເທົ່ານັ້ນ.

 

      ສິ່ງນຶ່ງທີ່ຫນ້າປະທັບໃຈໃນລັດຖະບານສະວີເດັນ ແມ່ນຄວາມຫ່ວງໃຍຕໍ່ຊາວຫນຸ່ມ ເຊິ່ງເປັນປະຊາກອນສ່ວນຫນ້ອຍ ແຕ່ແນ່ນອນເປັນສ່ວນທີ່ສຳ ຄັນທີ່ສຸດຂອງປະເທດ. ຊາວຫນຸ່ມສະວີເດັນ ມີບັດປະຈຳໂຕໄດ້ຕອນອາຍຸ 16 (ແລ້ວແຕ່ຊະນິດລົດ) ມີສິດເລືອກຕັ້ງຕອນອາຍຸຄົບ 18 ປີ ແລະມີສິດກິນເຫລົ້າໄດ້ ແຕ່ບໍ່ມີສິດຊື້ເຫລົ້າ ຫລືເຂົ້າຮ້ານເຫລົ້າ ສະຖານບັນເທີງໄດ້ຈົນກວ່າອາຍຸ 20 ປີ.

 

        ຮ້ານຄ້າເຫລົ້າເປັນຂອງລັດຖະບານ (ບໍ່ມີຂອງເອກະຊົນ ຄືບ້ານເຮົາ) ເຊິ່ງ ໄຂ-ອັດ ເປັນເວລາປົກກະຕິ 9 ໂມງເຊົ້າ ຮອດ 6 ໂມງແລງ ແລະບາງບ່ອນເທົ່ານັ້ນທີ່ໄຂວັນເສົາ (ເຄິ່ງມື້). ຍ້ອນເຫັນຜົນກະທົບຂອງເຫລົ້າຕໍ່ປະຊາກອນຂອງຊາດ ຈາກປະສົບການຫລາຍສິບປີກ່ອນ ຕົ້ນປີ 90 ເສດຖະກິດຕົກຕ່ຳ ມີຄົນຫວ່າງວຽກຫລາຍ ແລະເລີ່ມເປັນບັນຫາສັງຄົມ ໃນຄຸ້ມນຶ່ງມີຮ້ານຂາຍເຫລົ້າຂອງລັດພຽງຮ້ານດຽວ ແຕ່ກໍເຮັດໃຫ້ຄົນເຂດນັ້ນຕິດເຫລົ້າຫລາຍ ເປັນເຫດໃຫ້ມີອາດຊະຍາກຳເກີດຂຶ້ນທຸກມື້ ດັ່ງນັ້ນ ລັດຖະບານຈຶ່ງ ຕັດສິນປິດຮ້ານຂາຍເຫລົ້າ ເວລາຜ່ານໄປບໍ່ພໍທໍ່ໃດປີ ເຂດດັ່ງກ່າວກາຍເປັນເຂດທີ່ຫນ້າຢູ່ ແລະບໍ່ມີຂີ້ລັກປຸ້ນຈີ້ອີກເລີຍ. ຈາກປະສົບການນັ້ນ ລັດຖະບານຈຶ່ງໄດ້ເອົາໃຈໃສ່ ຈຳກັດຈຳນວນຮ້ານ ແລະເວລາໄຂບໍລິການ. ອີກກໍລະນີນຶ່ງ ທີ່ເກີດຂຶ້ນບໍ່ດົນມານີ້ ແມ່ນສະຖານບັນເທີງແຫ່ງນຶ່ງໃນໂຕເມືອງ ເຊິ່ງຂາຍເບຍລາຄາຖືກໂພດ
(ລາຄາປະມານ 40,000ກີິບຕໍ່ຈອກ ຈາກລາຄາປົກກະຕິແມ່ນປະມານ 100,000ກີບຕໍ່ຈອກ) ເຊິ່ງເຮັດໃຫ້ໄວຫນຸ່ມພາກັນໄປຮ້ານນັ້ນຫລາຍ ແລະມີການເມົາອາລະວາດຕີກັນເລື້ອຍໆ ດັ່ງນັ້ນໃນເວລາບໍ່ດົນ ຮ້ານບັນເທີງແຫ່ງນັ້ນ ຈຶ່ງຖືກປິດ ຍ້ອນມີເຈດຕະນາເບື່ອເມົາຊາວຫນຸ່ມ.

 

      ນອກນີ້ ເຂົາເຈົ້າກໍຍັງເອົາຈິງເອົາຈັງກັບການຂັບຂີ່ພາຫະນະ. ຫລາຍປະເທດພັດທະນາແລ້ວ ແລະກຳລັງພັດທະນາ ມີກຳນົດປະລິມານສູງສຸດເຫລົ້າໃນເລືອດ (BAC) ຕໍ່ຜູ້ຂັບຂີ່ລົດ ເຊັ່ນ ອາເມຣິກາ, ອັງກິດ ແລະມາເລເຊຍ ມີກຳນົດ 0,08% (BAC) ບໍ່ກາຍເບຍຫ້າກະປ໋ອງ, ປະເທດອົດສະຕາລີ ແລະໄທ ມີກຳນົດ 0,05% (BAC) ບໍ່ກາຍເບຍສອງກະປ໋ອງ, ແຕ່ສະວີເດັນ ມີກຳນົດພຽງແຕ່ 0,02% ເທົ່ານັ້ນ ເຊິ່ງເທົ່າກັບເບຍເຄິ່ງກະປ໋ອງ. ການປັບໄຫມຄົນຂັບລົດ ທີ່ມີປະລິມານເຫລົ້າໃນເລືອດຫລາຍນັ້ນ ກໍຮຸນແຮງເຖິງຂັ້ນຕິດຄຸກ ແລະເສຍສິດຂັບຂີ່ເປັນເວລາຫລາຍປີ. ນອກນີ້ບໍ່ແມ່ນແຕ່ລົດຈັກ ແລະລົດໃຫຍ່ເທົ່ານັ້ນ ຖ້າເມົາແລ້ວ ຂີ່ລົດຖີບ ກໍຍັງສາມາດຖືກຍຶດໃບຂັບຂີ່ລົດໃຫຍ່ໄດ້ອີກ ຖ້າມີ. ເພາະເຂົາເຈົ້າເປັນຫ່ວງເປັນໄຍຊີວິດຄວາມປອດໄພ ຂອງຫມົດທຸກຄົນ.

 

     ຢ່າງໃດກໍດີ ເຖິງວ່າລັດຖະບານຈະຄວບຄຸມ ແລະຄຸ້ມຄອງປະຊາຊົນເທົ່າໃດກໍຕາມ ແຕ່ຖ້າປວງຊົນບໍ່ໃຫ້ຄວາມຮ່ວມມື ແລະບໍ່ເຫັນຄວາມສຳຄັນຂອງກົດລະບຽບ ກົດຫມາຍຈະຫນັກແຫນ້ນທໍ່ໃດ ກໍບໍ່ສາມາດລ້ອມໄວ້ໄດ້ຫມົດ. ຄົນທີ່ມີການສຶກສາ ມີຄວາມສຳນຶກ ຮູ້ຮັບຜິດຊອບທັງຊີວິດຕົນເອງແລະຜູ້ອື່ນ ບໍ່ຈຳເປັນຕ້ອງເອົາກົດຫມາຍມາບັງຄັບ. ເພາະຄຶດໃນອີກແງ່ນຶ່ງ ບ່ອນໃດທີ່ມີກົດລະບຽບຫລາຍ
ກໍສະທ້ອນໃຫ້ເຫັນວ່າບ່ອນນັ້ນ ທີຄົນເຮັດຜິດກົດຫມາຍຫລາຍ ຄົນທີ່ເຮັດຜິດກົດຫມາຍນັ້ນສະແດງວ່າຄົນຜູ່ນັ້ນ ບໍ່ມີສາມັນສຳນຶກ, ບໍ່ມີວັດທະນະທຳ
ບໍ່ມີຄວາມເປັນມະນຸດຫລົງເຫລືອຢູ່.

 

 

   ຫລັງຈາກອ່ານເບິ່ງແລ້ວ ພໍເຫັນພາບບໍ່ ເອົາມາເປັນຕົວຢ່າງ ຈາກປະສົບການໃນຕ່າງປະເທດ ແຕ່ບ້ານເຮົາເດ ຈະເປັນແນວໃດ ຂີ່ລົດໄປນຳທາງ ຕົດບໍ່ທັນເຫີຍ ກໍເຫັນຮ້ານເຫລົ້າຮ້ານເບຍ ຕາມສອງຝາກທາງ ສີເຫລືອງເຕັມຕາ ຢູ່ທຸກແຫ່ງທຸກຫົນ ຫລາຍຄົນຍັງບໍ່ຮູ້ສຳນຶກ ເຖິງຄວາມສ່ຽງຈາກອັນຕະລາຍ ເມົາແລ້ວຍັງຂັບຂີ່ ເຊິ່ງມັນອາດສົ່ງຜົນກະທົບຕໍ່ຄົນອື່ນ ຜູ້ທີ່ບໍລິສຸດ ບໍ່ໄດ້ຮູ້ເລື່ອງຫຍັງອາດໄດ້ຮັບເຄາະ ຍ້ອນຄົນເມົາຂັບຂີ່ລົດມາຕຳ ພາກສ່ວນລັດຖະບານ ກໍເບິ່ງຄືວ່າ ຍັງບໍ່ທັນເປັນເຈົ້າການເທົ່າທີ່ຄວນ ໃນການມີສ່ວນຮ່ວມຫ້າມ ເຊັ່ນ ການຈຳກັດໂຄສະນາເຄື່ອງດື່ມມິນເມົາ ກ້າວໄປເຖິງການຈຳກັດຈຳນວນ ຮ້ານບັນເທີງ (ໄດ້ຂ່າວວ່າໄວໆນີ້ ສິມີປະຊຸມເລື່ອງການຄວບຄຸມຮ້ານບັນເທີງ) ກະຫວັງວ່າເດີ້.

 

ຕົວຢ່າງເຫດການໃນຮ້ານບັນເທີງທີ່ມີການອາລະວາດຕີກັນ ສາເຫດຍ້ອນເມົາ ແລະມີຮ້ານບັນເທີງຫລາຍໂພດ

http://miilaonews.blogspot.com/2008/11/1.html