ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 26, 2008 | ມີ 19 ຄຳເຫັນ ແລະ 0 trackback(s)

   ໃນລະຍະເທດສະການ (ບໍ່ແມ່ນຂອງບ້ານເຮົາ) ແບບນີ້ ກໍມີຫລາຍຄົນທີ່ໄປຕາມກະແສ ອັນນີ້ກໍຫ້າມກັນບໍ່ໄດ້ ແຕ່ສິ່ງນຶ່ງທີ່ມານຳເທດສະການ ກໍຄືການສະຫລອງ ເມື່ອມີງານສັງສັນສະຫລອງແລ້ວ ສິ່ງທີ່ຂາດບໍ່ໄດ້ກໍແມ່ນການດື່ມກິນ ດື່ມສິ່ງມຶນເມົາ ຕາມຕົວເລກສະຖິຕິຈາກກົມຕຳຫລວດຈະລາຈອນ ໃນເດືອນ 11 ປີ 2008 ມີອຸບັດຕິເຫດໃນນະຄອນຫລວງທັງຫມົດ 170 ຄັ້ງ ໃນນັ້ນສາເຫດຈາກການດື່ມເຫລົ້່າ ມີເຖິງ 84 ລາຍ ເກືອບເຄິ່ງນຶ່ງເນາະ ແລະໃນລະຍະ ວັນທີ 26/12/07-1/1/08 (ປີໃຫມ່ປີກາຍນີ້) ມີອຸບັດຕິເຫດໃນນະຄອນຫລວງ 77 ຄັ້ງ ສາເຫດຈາກການດື່ມເຫລົ້າມີ 49 ລາຍ ສັງເກດເບິ່ງວ່າໃນລະຍະເທດສະການ ພຽງ 5 ມື້ ມີອຸບັດຕິເຫດເຖິງ 77 ຄັ້ງ.

 

  ອາດຍ້ອນຫຍັງບໍ່ຊາບ ຍ້ອນເຈົ້າຫນ້າທີ່ບໍ່ເຄັ່ງຄັດ ຫລືຍ້ອນຄົນບໍ່ປະຕິບັດ ຫລືຍ້ອນຮ້ານບັນເທີງຫລາຍເກີນໄປ ຫລືຍ້ອນລັດຖະບານບໍ່ເອົາໃຈໃສ່ ຫລືຫຍັງກໍບໍ່ຊາບ ແຕ່ມີຕົວຢ່າງຈາກຕ່າງປະເທດ ທີ່ຢາກໃຫ້ອ່ານນຳກັນ ແລ້ວລອງຄືດເບິ່ງວ່າສາເຫດມາຈາກໃສ່ກັນແທ້.

 

ຄັດມາຈາກວາລະສານລານຄຳ ສະບັບ 04 ຊື່ບົດຄວາມວ່າ "ຄົນສະວີເດັນກິນເຫລົ້າຢ່າງໃດ"

 

 

       ມື້ນີ້ພາໄປລາດຊະອານາຈັກສະວີເດັນ ຫລື ອ່ານຕາມພາສາຝຣັ່ງວ່າ ຊູແອັດ ເພື່ອເບິ່ງວັດທະນະທຳການບໍລິໂພກເຫລົ້າ ຫລືການດື່ມຂອງເຂົາເຈົ້າ.

       ປະເທດສະວີເດັນ ຫລາຍຄົນເຄີຍໄດ້ຍິນ ແຕ່ບໍ່ຮູ້ວ່າເປັນຫຍັງປະເທດນີ້ຈຶ່ງມີຊື່ສຽງ ສະວີເດັນເປັນປະເທດທີ່ຮັ່ງມີປະເທດນຶ່ງ ທີ່ມີເນື້ອທີ່ພຽງແຕ່ 449,964 km2 ແລະມີປະຊາກອນ ເກົ້າລ້ານປາຍຄົນເທົ່ານັ້ນ ເຊິ່ງຖືວ່າຫນ້ອຍຖ້າທຽບໃສ່ບັນດາປະເທດໃນເອີຣົບທັງຫລາຍ. ປະເທດສະວີເດັນເຄີຍຍິ່ງໃຫຍ່ ແລະຮຸ່ງເຮືອງທີ່ສຸດໃນສະຕະວັດທີ 17 ຫາ 18 ປົກຄອງປະເທດ ນໍເວ ແລະ ຟິນແລນ ປະເທດທາງຕາເວັນຕົກຂອງຣັດເຊຍ ແລະເອີຣົບກາງ ຮອດຕົ້ນສັດຕະວັດທີ 19 ສະວີເດັນເສຍດິນແດນປົກຄອງທາງຕາເວັນອອກໃຫ້ຣັດເຊຍ ແລະໃຫ້ເອກະລາດແກ່ປະເທດ ນໍເວ ໃນປີ 1905, ຫລັງຈາກນັ້ນ ປະເທດສະວີເດັນ ບໍ່ເຄີຍເຂົ້າຮ່ວມການຕໍ່ສູ້ ເຮັດເສິກສົງຄາມນຳປະເທດໃດໆ. ທັງສົງຄາມໂລກຄັ້ງທີນຶ່ງ ແລະສອງ ສະວີເດັນຢູ່ເປັນກາງບໍ່ເຂົ້າຮ່ວມຝ່າຍໃດ ເຮັດໃຫ້ເສດຖະກິດຫມັ້ນຄົງ ແລະມີການພັດທະນາ ປະດິດສ້າງເຕັກໂນໂລຍີຢ່າງໄວວາ. ມາຮອດປັດຈຸບັນ ຖ້າກ່າວເຖິງປະເທດສະວີເດັນ ຫລາຍຄົນກໍຕ້ອງຄຶດເຖິງ ຮາງວັນ Nobel, ລົດ Volvo, ໂທລະສັບ Ericsson ຍັງມີອີກຫລາຍຢ່າງທີ່ເຮົາອາດບໍ່ຮູ້ເຊັ່ນ: ໄມ້ຂີດໄຟ, ເຈ້ຍບັນຈຸເຄື່ອງດື່ມ (TrtraPak), ຫົວໃຈທຽມ (Pacemaker), ອຸປະກອນຄອມພິວເຕີ້ເຊັ່ນ Mouse ແລະ Bluetooth.

        

         ສະວີເດັນຍັງມີຊື່ສຽງ ເລື່ອງການເສຍພາສີ ເປັນປະເທດທີ່ເກັບພາສີສູງທີ່ສຸດໃນໂລກ ແລະມີພາສີຕໍ່ສິນຄ້າອຸປະໂພກ ບໍລິໂພກ ທຸກຊະນິດຫລາຍຫນ້ອຍ ຂື້ນກັບຄວາມຈຳເປັນໃນຊີວິດປະຈຳວັນ ແລະຄວາມເປັນພິດຕໍ່ສິ່ງແວດລ້ອມ ເຊັ່ນ ນ້ຳມັນ (ລົດ) ຊິ່ງມີພາສີຫລາຍກວ່າທົບເຄິ່ງຕໍ່ອາຫານການກິນ ທີ່ເປັນຂອງຈຳເປັນຕໍ່ຊີວິດປະຈຳວັນ ເສຍພາສີຢ່າງຕ່ຳ 30 ສ່ວນຮ້ອຍ. ເຄື່ອງດື່ມ ປະເພດນ້ຳຫວານ ແລະເຫລົ້າ ມີພາສີສູງ ໂດຍສະເພາະເຫລົ້າຕ້ອງເສຍພາສີຕາມຄວາມແຮງຂອງເຫລົ້າ.

 

         ສະວີເດັນເປັນປະເທດທີ່ມີລະບົບການປົກຄອງແບບຣາຊາທິປະໄຕ ພາຍໃຕ້ລັດຖະທຳມະນູນ. ລັດຖະບານຄວບຄຸມຄຸ້ມຄອງ ການເປັນຢູ່ຂອງປະຊາຊົນ ເງິນຈາກພາສີອຳນວຍໃຫ້ປະຊາຊົນໄດ້ຮັບການສຶກສາ ແລະສາທາລະນະສຸກ ຢ່າງທົ່ວເຖິງໂດຍບໍ່ມີການໃຊ້ຈ່າຍ ນອກຈາກຄ່າທຳນຽມເທົ່ານັ້ນ.

 

      ສິ່ງນຶ່ງທີ່ຫນ້າປະທັບໃຈໃນລັດຖະບານສະວີເດັນ ແມ່ນຄວາມຫ່ວງໃຍຕໍ່ຊາວຫນຸ່ມ ເຊິ່ງເປັນປະຊາກອນສ່ວນຫນ້ອຍ ແຕ່ແນ່ນອນເປັນສ່ວນທີ່ສຳ ຄັນທີ່ສຸດຂອງປະເທດ. ຊາວຫນຸ່ມສະວີເດັນ ມີບັດປະຈຳໂຕໄດ້ຕອນອາຍຸ 16 (ແລ້ວແຕ່ຊະນິດລົດ) ມີສິດເລືອກຕັ້ງຕອນອາຍຸຄົບ 18 ປີ ແລະມີສິດກິນເຫລົ້າໄດ້ ແຕ່ບໍ່ມີສິດຊື້ເຫລົ້າ ຫລືເຂົ້າຮ້ານເຫລົ້າ ສະຖານບັນເທີງໄດ້ຈົນກວ່າອາຍຸ 20 ປີ.

 

        ຮ້ານຄ້າເຫລົ້າເປັນຂອງລັດຖະບານ (ບໍ່ມີຂອງເອກະຊົນ ຄືບ້ານເຮົາ) ເຊິ່ງ ໄຂ-ອັດ ເປັນເວລາປົກກະຕິ 9 ໂມງເຊົ້າ ຮອດ 6 ໂມງແລງ ແລະບາງບ່ອນເທົ່ານັ້ນທີ່ໄຂວັນເສົາ (ເຄິ່ງມື້). ຍ້ອນເຫັນຜົນກະທົບຂອງເຫລົ້າຕໍ່ປະຊາກອນຂອງຊາດ ຈາກປະສົບການຫລາຍສິບປີກ່ອນ ຕົ້ນປີ 90 ເສດຖະກິດຕົກຕ່ຳ ມີຄົນຫວ່າງວຽກຫລາຍ ແລະເລີ່ມເປັນບັນຫາສັງຄົມ ໃນຄຸ້ມນຶ່ງມີຮ້ານຂາຍເຫລົ້າຂອງລັດພຽງຮ້ານດຽວ ແຕ່ກໍເຮັດໃຫ້ຄົນເຂດນັ້ນຕິດເຫລົ້າຫລາຍ ເປັນເຫດໃຫ້ມີອາດຊະຍາກຳເກີດຂຶ້ນທຸກມື້ ດັ່ງນັ້ນ ລັດຖະບານຈຶ່ງ ຕັດສິນປິດຮ້ານຂາຍເຫລົ້າ ເວລາຜ່ານໄປບໍ່ພໍທໍ່ໃດປີ ເຂດດັ່ງກ່າວກາຍເປັນເຂດທີ່ຫນ້າຢູ່ ແລະບໍ່ມີຂີ້ລັກປຸ້ນຈີ້ອີກເລີຍ. ຈາກປະສົບການນັ້ນ ລັດຖະບານຈຶ່ງໄດ້ເອົາໃຈໃສ່ ຈຳກັດຈຳນວນຮ້ານ ແລະເວລາໄຂບໍລິການ. ອີກກໍລະນີນຶ່ງ ທີ່ເກີດຂຶ້ນບໍ່ດົນມານີ້ ແມ່ນສະຖານບັນເທີງແຫ່ງນຶ່ງໃນໂຕເມືອງ ເຊິ່ງຂາຍເບຍລາຄາຖືກໂພດ
(ລາຄາປະມານ 40,000ກີິບຕໍ່ຈອກ ຈາກລາຄາປົກກະຕິແມ່ນປະມານ 100,000ກີບຕໍ່ຈອກ) ເຊິ່ງເຮັດໃຫ້ໄວຫນຸ່ມພາກັນໄປຮ້ານນັ້ນຫລາຍ ແລະມີການເມົາອາລະວາດຕີກັນເລື້ອຍໆ ດັ່ງນັ້ນໃນເວລາບໍ່ດົນ ຮ້ານບັນເທີງແຫ່ງນັ້ນ ຈຶ່ງຖືກປິດ ຍ້ອນມີເຈດຕະນາເບື່ອເມົາຊາວຫນຸ່ມ.

 

      ນອກນີ້ ເຂົາເຈົ້າກໍຍັງເອົາຈິງເອົາຈັງກັບການຂັບຂີ່ພາຫະນະ. ຫລາຍປະເທດພັດທະນາແລ້ວ ແລະກຳລັງພັດທະນາ ມີກຳນົດປະລິມານສູງສຸດເຫລົ້າໃນເລືອດ (BAC) ຕໍ່ຜູ້ຂັບຂີ່ລົດ ເຊັ່ນ ອາເມຣິກາ, ອັງກິດ ແລະມາເລເຊຍ ມີກຳນົດ 0,08% (BAC) ບໍ່ກາຍເບຍຫ້າກະປ໋ອງ, ປະເທດອົດສະຕາລີ ແລະໄທ ມີກຳນົດ 0,05% (BAC) ບໍ່ກາຍເບຍສອງກະປ໋ອງ, ແຕ່ສະວີເດັນ ມີກຳນົດພຽງແຕ່ 0,02% ເທົ່ານັ້ນ ເຊິ່ງເທົ່າກັບເບຍເຄິ່ງກະປ໋ອງ. ການປັບໄຫມຄົນຂັບລົດ ທີ່ມີປະລິມານເຫລົ້າໃນເລືອດຫລາຍນັ້ນ ກໍຮຸນແຮງເຖິງຂັ້ນຕິດຄຸກ ແລະເສຍສິດຂັບຂີ່ເປັນເວລາຫລາຍປີ. ນອກນີ້ບໍ່ແມ່ນແຕ່ລົດຈັກ ແລະລົດໃຫຍ່ເທົ່ານັ້ນ ຖ້າເມົາແລ້ວ ຂີ່ລົດຖີບ ກໍຍັງສາມາດຖືກຍຶດໃບຂັບຂີ່ລົດໃຫຍ່ໄດ້ອີກ ຖ້າມີ. ເພາະເຂົາເຈົ້າເປັນຫ່ວງເປັນໄຍຊີວິດຄວາມປອດໄພ ຂອງຫມົດທຸກຄົນ.

 

     ຢ່າງໃດກໍດີ ເຖິງວ່າລັດຖະບານຈະຄວບຄຸມ ແລະຄຸ້ມຄອງປະຊາຊົນເທົ່າໃດກໍຕາມ ແຕ່ຖ້າປວງຊົນບໍ່ໃຫ້ຄວາມຮ່ວມມື ແລະບໍ່ເຫັນຄວາມສຳຄັນຂອງກົດລະບຽບ ກົດຫມາຍຈະຫນັກແຫນ້ນທໍ່ໃດ ກໍບໍ່ສາມາດລ້ອມໄວ້ໄດ້ຫມົດ. ຄົນທີ່ມີການສຶກສາ ມີຄວາມສຳນຶກ ຮູ້ຮັບຜິດຊອບທັງຊີວິດຕົນເອງແລະຜູ້ອື່ນ ບໍ່ຈຳເປັນຕ້ອງເອົາກົດຫມາຍມາບັງຄັບ. ເພາະຄຶດໃນອີກແງ່ນຶ່ງ ບ່ອນໃດທີ່ມີກົດລະບຽບຫລາຍ
ກໍສະທ້ອນໃຫ້ເຫັນວ່າບ່ອນນັ້ນ ທີຄົນເຮັດຜິດກົດຫມາຍຫລາຍ ຄົນທີ່ເຮັດຜິດກົດຫມາຍນັ້ນສະແດງວ່າຄົນຜູ່ນັ້ນ ບໍ່ມີສາມັນສຳນຶກ, ບໍ່ມີວັດທະນະທຳ
ບໍ່ມີຄວາມເປັນມະນຸດຫລົງເຫລືອຢູ່.

 

 

   ຫລັງຈາກອ່ານເບິ່ງແລ້ວ ພໍເຫັນພາບບໍ່ ເອົາມາເປັນຕົວຢ່າງ ຈາກປະສົບການໃນຕ່າງປະເທດ ແຕ່ບ້ານເຮົາເດ ຈະເປັນແນວໃດ ຂີ່ລົດໄປນຳທາງ ຕົດບໍ່ທັນເຫີຍ ກໍເຫັນຮ້ານເຫລົ້າຮ້ານເບຍ ຕາມສອງຝາກທາງ ສີເຫລືອງເຕັມຕາ ຢູ່ທຸກແຫ່ງທຸກຫົນ ຫລາຍຄົນຍັງບໍ່ຮູ້ສຳນຶກ ເຖິງຄວາມສ່ຽງຈາກອັນຕະລາຍ ເມົາແລ້ວຍັງຂັບຂີ່ ເຊິ່ງມັນອາດສົ່ງຜົນກະທົບຕໍ່ຄົນອື່ນ ຜູ້ທີ່ບໍລິສຸດ ບໍ່ໄດ້ຮູ້ເລື່ອງຫຍັງອາດໄດ້ຮັບເຄາະ ຍ້ອນຄົນເມົາຂັບຂີ່ລົດມາຕຳ ພາກສ່ວນລັດຖະບານ ກໍເບິ່ງຄືວ່າ ຍັງບໍ່ທັນເປັນເຈົ້າການເທົ່າທີ່ຄວນ ໃນການມີສ່ວນຮ່ວມຫ້າມ ເຊັ່ນ ການຈຳກັດໂຄສະນາເຄື່ອງດື່ມມິນເມົາ ກ້າວໄປເຖິງການຈຳກັດຈຳນວນ ຮ້ານບັນເທີງ (ໄດ້ຂ່າວວ່າໄວໆນີ້ ສິມີປະຊຸມເລື່ອງການຄວບຄຸມຮ້ານບັນເທີງ) ກະຫວັງວ່າເດີ້.

 

ຕົວຢ່າງເຫດການໃນຮ້ານບັນເທີງທີ່ມີການອາລະວາດຕີກັນ ສາເຫດຍ້ອນເມົາ ແລະມີຮ້ານບັນເທີງຫລາຍໂພດ

http://miilaonews.blogspot.com/2008/11/1.html

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2008 | ມີ 9 ຄຳເຫັນ ແລະ 1 trackback(s)
ໜວດໝູ່: ອື່ນ ໆ

ຈາກໄດອາຣີ່ http://punlao.com/HITMII/blog/1559/

ຕອນນີ້ມາຕໍ່ກັນອີກ 5 ເລື່ອງ

ບໍ່ຮູ້ວ່າ 5 ເລື່ອງທຳອິດຖືກໃຈກັນຫລາຍປານໃດ ຫລາຍຄົນກະຖ້າລຸ້ນຢູ່ວ່າສິມີເລື່ອງຕົນເອງມັກບໍ່ໃນ 20 ເລື່ອງ

ສຳລັບ 5 ເລື່ອງໃນມື້ນີ້ ຂໍເຂົ້າກັບບັນຍາກາດລະຍະ ນີ້ເນາະອາກາດຫນາວ ອອກພັນສາແລ້ວ ຄູ່ບ່າວສາວກໍເລີ່ມແຕ່ງງອກແຕ່ງງານ ວານນີ້ກະໄດ້ມາລະບັດນຶ່ງ (ເສຍເງິນອີກແລ້ວ)

ຂໍເປັນ 5 ຫນັງຄວາມຮັກ ທີ່ຈະເອົາມາປະທັບໃຈຫລາຍໆຄົນເນາະ.

 

  6. Bicentennial Man

alt

 

 

- Bicentennial Man ຫລືແປເປັນລາວງ່າຍໆອອກມາວ່າ ມະນຸດສອງສັດຕະວັດ ຫລືມະນຸດສອງຮ້ອຍປີ (ບະມາຢູ່ດົນແທ້ເນາະ) ຫນັງເລື່ອງນີ້ຖືກສ້າງຈາກນະວະນິຍາຍວິທະຍາສາດກ່ຽວກັບ ຫຸ່ນຍົນ ຂອງ Isaac Asimov ຫນັງອອກສາຍໃນປີ ຄສ 1999 ກຳກັບໂດຍ Chris Columbusທີ່ມີຜົນງານຫລາຍເລື່ອງເຊັ່ນ Home alone ຫລືຫນັງໃຫມ່ຢ່າງ Harry potter, Fantastic4, Night at the museum…, ນຳສະແດງໂດຍ Robin Williams ແລະ Sam Neill (ຈາກ Jurassic park).

 

- Bicentennial Man ເລົ່າເຖິງຄວາມພັດທະນາອີກຂັ້ນຂອງ ເທັກໂນໂລຍີ ທີ່ມີບໍລິສັດຜະລິດຫຸ່ນອອກມາຂາຍເພື່ອເປັນຫຸ່ນຮັບໃຊ້ພາຍໃນເຮືອນຊານບ້ານຊ່ອງ ໃນນັ້ນ ຄອບຄົວ Martin ໄດ້ຊື້ຫຸ່ນທີ່ຊື່ Andrew ເຂົ້າໄປໃນເຮືອນ ເລື່ອງໄດ້ນຳສະເຫນີ ກົດ 3 ຂໍ້ຂອງຫຸ່ນຍົນ (ແບບໃນຫນັງ I-Robot) ຄື:

1.    ຫຸ່ນຍົນຕ້ອງບໍ່ເຮັດຫຍັງທີ່ກໍ່ໃຫ້ເກີດອັນຕະລາຍຕໍ່ມະນຸດ ຫລືວ່າປ່ອຍໃຫ້ມະນຸດຕົກຢູ່ໃນອັນຕະລາຍ.

2.    ຫຸ່ນຍົນຕ້ອງເຊື່ອຟັງຄຳສັ່ງຂອງມະນຸດ ຍົກເວັ້ນກໍລະນີຫາກຄຳສັ່ງນັ້ນຂັດກັບກົດຂໍ້ທີນຶ່ງ.

3.    ຫຸ່ນຍົນຕ້ອງປົກປ້ອງສະຖານະ ການຄົງຢູ່ຂອງຕົນໄວ້ ຍົກເວັ້ນກໍລະນີທີ່ຂັດກັບຂໍ້ 1 ແລະ ຂໍ້ 2. 

 

- ເລື່ອງເລົ່າໃຫ້ເຫັນຫຸ່ນຍົນທີ່ຊື່ວ່າ Andrew ທີ່ຖືກສ້າງມາຮັບໃຊ້ມະນຸດ ແລະເນື່ອງດ້ວຍຄວາມເປັນຫຸ່ນມັນຈຶ່ງບໍ່ແກ່ເຖົ້າແລະຢູ່ກັບຄອບຄົວ Martin ຈົນຊຶມຊັບ ເອົາຄວາມຮູ້ສຶກນຶກຄຶດ ຈິດໃຈຄວາມເປັນມະນຸດເຂົ້າໄປ ລອງຫາມາເບິ່ງມາຊົມກັບການຜະຈົນໄພ ການຫາຄວາມເຂົ້າໃຈ ການຫາຄວາມເປັນມະນຸດ ແລະການພົບຮັກແທ້ ຂອງຫຸ່ນຍົນຕົນນີ້ມາເບິ່ງໃຫ້ໄດ້ ຫ້າມພາດ.

  

- ຄວາມຮູ້ສຶກສ່ວນໂຕຫລັງຈາກເບິ່ງເລື່ອງນີ້ ຢາກບອກວ່າເບິ່ງຈັກຮອບກໍໄຫ້ເທົ່ານັ້ນຮອບ ເລື່ອງສະທ້ອນໃຫ້ວ່າ ການທີ່ເຮົາມີຊີວິດຢູ່ຢ່າງຍືນຍາວ ພຽງຄົນດຽວມັນເຈັບປວດທໍລະມານເທົ່າໃດ ທີ່ຕ້ອງເຫັນຄອບຄົວເພື່ອນຝູງ ຕາຍໄປຫລາຍຮຸ່ນຄົນ ດັ່ງທີ່ Andrew ຮູ້ສຶກ ເຖິງຈະເປັນພຽງຫຸ່ນຍົນ ແຕ່ການໄດ້ຢູ່ໃກ້ກັບມະນຸດ ໄດ້ຜູກພັນໄດ້ມີຊີວິດເຮັດໃຫ້ Andrew ບໍ່ໄດ້ເປັນພຽງຫຸ່ນຍົນເທົ່ານັ້ນ ເຂົາພະຍາຍາມປ່ຽນໂຕເອງເປັນມະນຸດ ອອກເດີນທາງຫາຜູ້ທີ່ຈະຊ່ອຍໄດ້ ແລະສຸດທ້າຍກໍໄດ້ພົບຮັກແທ້ກັບຍິງສາວຄົນນຶ່ງ. ເລື່ອງໃຫ້ຄະຕິທີ່ວ່າ ການເກີດເປັນມະນຸດຂອງເຮົາມັນມີຄ່າມະຫາສານພຽງໃດ ທີ່ເົຮາມີຄວາມຮູ້ສຶກນຶກຄຶດ ມີຊີວິດຈິດໃຈ ມີຄວາມຮັກ ຫລາຍຄົນອາດເບິ່ງຂ້າມໄປ ແຕ່ເບິ່ງຫນັງເລື່ອງນີ້ແລ້ວ Andrew ຈະກະຕຸ້ນໃຫ້ເຮົາຄຶດຫາສິ່ງດັ່ງກ່າວທີ່ມີໃນຕົວທຸກຄົນຢູ່ແລ້ວໃຫ້ຕື່ນຂຶ້ນມາ ໃຫ້ເຮົາຮູ້ສຶກວ່າມັນດີພຽງໃດທີ່ເຮົາມີ ອາລົມຄວາມຮູ້ສຶກແບບມະນຸດ ແລະເຮັດໃຫ້ເຮົາຮູ້ວ່າມັນດີປານໃດທີ່ເຮົາມີຄວາມຮູ້ສຶກຮັກ ດັ່ງນັ້ນຫາກເຮົາຮັກໃຜແລ້ວກໍຈົ່ງໃຫ້ຄວາມຮູ້ສຶກຢູ່ຕໍ່ໄປ ຢ່າຄຶດວ່າມັນບໍ່ມີຄ່າ ເພາະຖ້າສູນເສຍມັນໄປແລ້ວເຮົາບໍ່ອາດໄດ້ມັນກັບຄືນມາ.

 

 

7. The Road Home

alt

 

 

- ມາອີກຄັ້ງກັບຫນັງຈີນ ແລະກໍເຊັ່ນເຄີຍເປັນຜົນງານຂອງ Zhang Yimou ອີກ ຊ່ອຍບໍໍ່ໄດ້ຫນັງລາວດີອີ່ຫລີ່ ແຫະໆ The Road Home ອອກສາຍໃນທ້າຍປີ 1999 ຫ່າງຈາກຫນັງ Not one less ບໍ່ຮອດປີ ຫນັງເລື່ອງນີ້ໄດ້ນາງເອກຊື່ດັງຂອງຈີນຢ່າງ Zhang Ziyi (ຈາງ ຊີ່ຍີ່) ມາສະແດງເປັນນາງເອກໃນເລື່ອງ ເບິ່ງເລື່ອງນີ້ແລ້ວຫລາຍຄົນອາດຫລົງຮັກ ຈາງຊີ່ຍີ່ ກໍເປັນໄດ້ ອິອິ.

 

- ຫນັງເລົ່າເຖິງຄວາມຮັກ ຂອງສາວທີ່ເປັນຄົນໃນຫມູ່ບ້ານໃນເຂດຊົນນະບົດຂອງປະເທດຈີນ ທີ່ຕົກຫລຸມຮັກກັບອ້າຍບ່າວນາຍຄູທີ່ມາສອນຢູ່ໃນຫມູ່ບ້ານດັ່ງກ່າວ ຫນັງເຮັດໃຫ້ເຫັນພາບຄວາມຮັກລະຫວ່າງຫນຸ່ມສາວ ຕ້ອງຂໍບອກຫນັງຂອງ ຈາງອີ້ໂຫມ່ເລື່ອງນີ້ມີສາກທີ່ຈຳເປັນທຸກຢ່າງຂອງຫນັງຄວາມຮັກ ແຕ່ແນ່ນອນເມື່ອຢູ່ໃນມືຂອງ ຈາງອີ້ໂຫມ່ ຫນັງຕ້ອງໃຫ້ຄະຕິ ແລະສະທ້ອນບັນຫາອອກມາ ເຊິ່ງຈາງອີ້ໂຫມ່ໃຊ້ວິທີເລົ່າເລື່ອງສັບກັນໄປມາລະຫວ່າງອະດີດ ແລະປັດຈຸບັນ ພາບໃນອະດີດຈະເລົ່າໃຫ້ເຫັນຄວາມຮັກລະຫວ່າງບ່າວສາວ ສ່ວນພາບໃນອະນາຄົດ ແມ່ນເລົ່າເຖິງຮຸ່ນລູກຂອງເຂົາເຈົ້າ ເລົ່າເຖິງຄວາມທຸກໂສກຂອງຜູ້ເປັນແມ່ ສະທ້ອນໃຫ້ເຫັນຄວາມປ່ຽນແປງທີ່ຄືບຄານເຂົ້າມາ ບໍ່ວ່າວັດທະນະທຳຕາເວັນຕົກ ຫລືໄວຫນຸ່ມໃນຫມູ່ບ້ານ ທີ່ພະຍາຍາມຫາທາງໄປເຮັດວຽກງານທຳໃນເມືອງ ສະທ້ອນໃຫ້ເຫັນຄວາມວຸ້ນວາຍຂອງສັງຄົມຍຸກໃຫມ່ ທີ່ທຳລາຍຊີວິດວັດທະນະທຳຮີດຄອງດັ້ງເດີມ.

  

- ດັ່ງທີ່ເວົ້າໄປໃນຕອນແລ້ວນີ້ກ່ຽວກັບ ຈາງອີ້ໂຫມ່ ວ່າຮູບແບບການເຮັດຫນັງຂອງລາວ ທີ່ຫລິ້ນສີ ແລະພາບໃນຫນັງຢ່າງເລິກເຊິ່ງ ໃນຫນັງເລື່ອງນີ້ກໍເຊັ່ນກັນ ຫນັງຈະເລົ່າ ອາດີດ ແລະປັດຈຸບັນ ໂດຍ ຈາງອີ້ໂຫມ່ເລືອກເຮັດໃນສິ່ງທີິ່ບໍ່ເຄີຍມີ ຄືການເລົ່າພາບປັດຈຸບັນເປັນສີຂາວດຳ ສ່ວນອາດີດເປັນພາບສີສັນສົດໃສ ເຊິ່ງເປັນການສະທ້ອນໃຫ້ເຫັນວ່າ ອາດີິດທີ່ສວຍງາມໄດ້ຈາກໄປແລ້ວ ເຫລືອພຽງຄວາມຊົງຈຳທີ່ງົດງາມໄວ້ເທົ່ານັ້ນ ສ່ວນປັດຈຸບັນເປັນສິ່ງທີ່ເສົ້າໂສກ ແລະເຈັບປວດ ເພາະຄວາມສວຍງາມໄດ້ຄ່ອຍໆຈາກຫາຍໄປເທື່ອລະເລັກລະຫນ້ອຍ.

 

 

8. External Sunshine of the Spotless Mind

alt

 

  

- Eternal Sunshine of the Spotless Mind ຫນັງແນວ Romantic Comedy ກຳກັບໂດຍ Michel Gondry ອອກສາຍປີ 2004 ເປັນຫນັງຄວາມຮັກ ທີ່ນຳສະແດງໂດຍດາລາຕະຫລົກຊື່ດັງ Jim Carrey, Kate Winslet ຈາກ Titanic ແລະດາລາດັງອີກຫລວງຫລາຍເຊັ່ນ: Kirsten Dunst ນາງເອກຈາກ Spider man ທັງສາມພາກ, Tom Wilkinson ຈາກ Batman: Begin , Elijah Wood ຈາກຫນັງດັງ The Lord of the ring ແລະອື່ນໆອີກ.

 

- Eternal Sunshine of the Spotless Mind ເປັນຫນັງຄວາມຮັກ ປົນນິຍາຍວິທະຍາສາດ ເມື່ອມະນຸດສາມາດຄຶດຄົ້ນເຄື່ອງທີ່ສາມາດລຶບຄວາມຊົງຈຳ (ເຄື່ອງນີ້ເທບໂຄດ ສາມາດເລືອກໄດ້ວ່າສິລຶບອັນໃດ) ເລີຍເປີດເປັນບໍລິສັດຮັບລຶບຄວາມຊົງຈຳ ສຳລັບຄົນຜິດຫວັງຈາກຄວາມຮັກ ໃຜຢາກລືມແຟນກໍສາມາດມາໃຊ້ບໍລິການ ເຊິ່ງຂໍ້ມູນທັງຫມົດຈະຖືກປິດລັບ.

  

- Joel (Jim Carrey) ໄດ້ຄົ້ນພົບຄວາມລັບວ່າ ແຟນສາວຂອງໂຕເອງ ໄດ້ໄປໃຊ້ບໍລິການຂອງບໍລິສັດດັ່ງກ່າວທີ່ເປີດຢ່າງລັບໆ ເມື່ອຮູ້ວ່າແຟນຂອງຕົນຢາກລືມຕົນເອງເຮັດໃຫ້ເສຍໃຈຢ່າງຫນັກ ເລີຍຕັດສິນໃຈເຂົ້າໄປລຶບຄວາມຊົງຈຳເຊັ່ນກັນ ແຕ່ໃນຂະນະທີ່ກຳລັງລຶບນັ້ນ ລາວກັບຮູ້ສຶກວ່າມັນເປັນຄວາມຊົງຈຳດີໆ ທີ່ບໍ່ຢາກລືມ Joel ກໍເລີຍຕ້ອງຕໍ່ສູ້ ເພື່ອຮັກສາຄວາມຊົງຈຳນັ້ນໄວ້ ລາວຈະເຮັດສຳເລັດຫລືບໍ່ ກໍຕ້ອງລອງຫາມາເບິ່ງເອງເດີ້ ອິອິ.

  

- ຫນັງເລື່ອງນີ້ ເປັນການພິກອີກບົດບາດນຶ່ງຂອງ Jim Carrey ຂ້າພະເຈົ້າໄດ້ເບິ່ງຫນັງເລື່ອງນີ້ດ້ວຍຄວາມບໍ່ຕັ້ງໃຈ ເພາະກໍຄຶດວ່າເປັນຫນັງຕະຫລົກ ຂອງ Jim Carrey ແຕ່ພໍເບິ່ງແລ້ວ ນ້ຳຕາກໍຊືມ ຫນັງໃຫ້ຄະຕິທີ່ດີກ່ຽວກັບຄວາມຮັກ ບໍ່ວ່າຮັກມັນຈະເຈັບປວດປານໃດ ແຕ່ຖ້າເຮົາຮັກແທ້ ມັນກໍບໍ່ໂຫດຮ້າຍເກີນໄປດອກ ເຖິງມື້ນີ້ຄົນຮັກເຮົາອາດບໍ່ຢູ່ແລ້ວ ແຕ່ຄວາມຊົງຈຳດີໆທີ່ເຄີຍຜ່ານມາມັນຍັງຄົງຢູ່ ຢ່າພະຍາຍາມຫນີດ້ວຍການລືມ ເພາະມັນບໍ່ໄດ້ຊ່ອຍຫຍັງເລີຍ ແລະອີກສິ່ງນຶ່ງກໍແມ່ນສຳລັບຄູ່ຮັກ ເຖິງມີປາກມີສຽງກັນ ແຕ່ເຊື່ອແນ່ວ່າຮັກກັນແລ້ວຄົງບໍ່ແຄ້ວຈາກກັນ ພຽງແຕ່ ເປີດໃຈເວົ້ານຳກັນດີໆ ຢ່າໃຊ້ອາລົມເຂົ້າມາຕັດສິນ ແລ້ວຈະຮູ້ວ່າທີ່ຈິງແລ້ວຕົນເອງບໍ່ໄດ້ຊັງກັນແທ້ດອກ.

 

 

9. 50 First Date

 

alt

 

  

- ມາຕໍ່ກັບເລື່ອງນີ້ 50 First Date ຫນັງ Romantic Comedy ທີ່ອອກສາບໃນປີ 2004 ນຳສະແດງໂດຍ ດາລາຕະຫລົກ (ໃນດວງໃຈຫມີເລີຍ) Adam Sandler ແລະນາງເອກສາວຫນ້າຮັກ Drew Barrymore ນາງເອກຈາກ Charlie's Angels ແລະ Rob Schneider ດາລາຕະຫລົກຂາຄຸ່ ຂອງ Adam Sandler.

  

- ຫນັງເລົ່າເລື່ອງໃນເກາະ ຮາວວາຍ ເຖິງຊາຍຫນຸ່ມຄົນນຶ່ງທີ່ໄປຕົກຫລຸມຮັກລູກສາວຊາວເກາະ ຮາວວາຍ ເລີຍເຂົ້າໄປຈີບ ປາກົດວ່າພາຍໃນວັນດຽວ ຄວາມຮັກທັງສອງກໍເລີ່ມກໍ່ຕົວຂຶ້ນ ແຕ່ແລ້ວເຫດການກັບຜິກຜັນ ເມື່ອມາຮູ້ວ່າ ຍິງສາວທີ່ລາວຈິບນັ້ນ ມີບັນຫາຄວາມຊົງຈຳ ຄືທຸກຄືນຫລັງຈາກຕື່ນນອນຂຶ້ນມາ ຄວາມຊົງຈຳຈະຫາຍໄປຫມົດ. ນີ້ເອງເປັນທີ່ມາຂອງຊື່ເລື່ອງ 50 First Date ເພາະທຸກໆມື້ ຊາຍຫນຸ່ມພະເອກຂອງເຮົາ ຕ້ອງໄປຈີບນາງເອກ ໃຫມ່ທຸກຄັ້ງ ເບິ່ງຫນັງເລື່ອງນີ້ໄດ້ທັງຫົວ ໄດ້ທັງອາລົມຊຶ້ງກິນໃຈ ແລະຄວາມພະຍາຍາມຂອງຊາຍຫນຸ່ມຄົນນຶ່ງທີ່ມີຮັກແທ້ຕໍ່ຍິງທີ່ຕົນຮັກ ເຖິງວ່າຍິງຄົນຈະບໍ່ເຄີຍຈື່ຕົນເອງໄດ້ກາຍ 1 ມື້ ແຕ່ລາວກໍພະຍາຍາມສຸດຄວາມສາມາດ ສຸດທ້າຍລາວຈະເຮັດສຳເລັດບໍ່ກໍລອງຫາມາເບິ່ງເດີ້.

 

 

10. ເພື່ອນສະຫນິດ

alt

 

  

- ເພື່ອນສະຫນິດ ຫນັງໄທເລື່ອງດຽວທີ່ຕິດເຂົ້າມາໃນ 20 ຫນັງດີຂອງຫມີ ຕ້ອງບອກກ່ອນວ່າ ສ່ວນໂຕເບິ່ງຫນັງໄທຫນ້ອຍອີ່ຫລີ່ ແລະມີແນວຄຶດທີ່ວ່າຫນັງໄທບໍ່ຄ່ອຍມີເລື່ອງໃດມ່ວນພໍທີ່ຈະປະທັບໃຈໄດ້ເລີຍ ແຕ່ກໍມີເລື່ອງນື່ງ ຫລັງຈາກເບິ່ງແລ້ວພົບວ່າ ການເລົ່າເລື່ອງງ່າຍໆ ດ້ວຍພາບງົດງາມ ແລະການຜູກປົມເລື່ອງທີ່ເປັນລຳດັບ ບວກກັບການໃຊ້ວິທີການເລົ່າປັດຈຸບັນ ປົນກັບອາດີດ ເຮັດໃຫ້ຫນັງເພື່ອນສະຫນິດ ເປັນຫນັງດີທີ່ແນະນຳໃຫ້ເບິ່ງເລີຍ.

  

- ເພື່ອນສະຫນິດ ອອກສາຍປີ 2004 ກຳກັບການສະແດງໂດຍ ດົມກຣິດ ຕຣິວິມົນ, ຫນັງເລື່ອງນີ້ເລົ່າສອງເຫດການໃນປັດຈຸບັນ ແລະອະດີດຂອງພະເອກ ທີ່ຊື່ວ່າ ຫມູ ທີ່ເດີນທາງໄປ ເກາະພະງັນ ແລະເກິດອຸບັດຕິເຫດໄດ້ຮັບບາດເຈັບຕ້ອງເຂົ້າຮັກສາທີ່ໂຮງຫມໍ ແລະໄດ້ພົບນາງພະຍາບານສາວງາມຊື່ວ່າ ນຸ້ຍ ແຕ່ໃນລະຫວ່າງນັ້ນ ຫມູ ຫລືອີກຊື່ນຶ່ງແມ່ນ ໄຂ່ຍ້ອຍ ກໍຄຶດຫາເລື່ອງທີີ່ຫາກໍຜ່ານມາ ກ່ຽວກັບຫມູ່ສະຫນິດຄົນນຶ່ງຊື່ວ່າ ດາການດາ ທີ່ຮຽນນຳກັນຢູ່ຊຽງໃຫມ່ ເລື່ອງຄ່ອຍໆເປີດເຜີຍໃຫ້ເຫັນເຖິງສາເຫດຂອງການເດີນທາງມາເກາະພະງັນຂອງໄຂ່ຍ້ອຍ ແລະເລົ່າເຖິງຄວາມຮູ້ສຶກທີ່ມີຕໍ່ເພື່ອນສະຫນິດ ນຳໄຟສູ່ການຕັດສິນໃຈວ່າຈະເລືອກໃຜລະຫວ່າງຄົນທີ່ເຮົາຮັກ ແລະຄົນທີ່ຮັກເຮົາ.

  

- ເລື່ອງລາວຫວານໆ ຊື້ງໆ ຕະຫລົກໆຂອງຫນຸ່ມສາວ ທີິ່ຫນ້າຈະຖືກໃຈໄວຫນຸ່ມບ້ານເຮົາ ກັບການຜູກເລື່ອງມາຢ່າງດີ ຊວນຕິດຕາມ ແບບນີ້ບໍ່ຄວນພາດ. ສ່ວນຕົວມັກຮູບແບບການຂຽນເລື່ອງຂອງຄົນແຕ່ງເລື່ອງນີ້ ທີ່ວາງຂອດບັນຫາໄດ້ລະອຽດ ແລະເກາະກ່າຍກັນ ແບບງ່າຍໆ ນອກນັ້ນ ເບິ່ງຊື່ ນາງເອກ ດາການດາ ຄວາມຫມາຍຂອງ ດາການດາ ແມ່ນ ຍິງຜູ້ເປັນທີ່ຮັກ ນອກນັ້ນ ຜູ້ຂຽນຍັງຜູກເລື່ອງໄປໃສ່ ເລື່ອງ ທ້າວນ້ອຍ (Le Petit Prince) ນິຍາຍຊື່ດັງຂອງ ຝຣັ່ງ ອີກນຳ  ສ່ວນຕົວມັກອ່ານເລື່ອງ Le Petit Prince    ແຮງເຮັດໃຫ້ມັກຫນັງເພື່ອນສະຫນິດນີ້ຂຶ້ນຕື່ມອີກ.

 

ເອົາມາຝາກຕື່ມອີກ 5 ເລື່ອງ ເປັນແນວຄວາມຮັກທັງນັ້ນເນາະ ເບິ່ງແລ້ວຄົງພາກັນຊື່ນອົກຊື່ນໃຈ ຍິ້ມຫນ້າບານ

ມື້ຫນ້າສິເອົາມາຕື່ມອີກ 5 ເລື່ອງ ຖ້າຕິດຕາມວ່າສິມີຫນັງຫຍັງອີກ.

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2008 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ພໍດີ ມື້ຄືນວັນທີ 25 ເດືອນພະຈິກ ທີ່ Shoutbox ໄດ້ເກີດມີການສົນທະນາພາສາຫນັງຂຶ້ນອິອິ ລະຫວ່າງ Hitmii, Bird, ລະກະຜູ້ຈັດກວນ a8 ລົມກັນເລື່ອງຫນັງມ່ວນ ກະເລີຍວ່າເກີດແນວຄຶດ ເອົາລະຫວະ ຂຽນໄດອາຣີ່ ຫນັງດີທີ່ຫນ້າເບິ່ງມາແນະນໍາ ພີ່ນ້ອງພັນລາວເນາະ.

ທໍາອິດວ່າສິເອົາ 10 ເລື່ອງ ແຕ່ພໍຂຽນລາຍຊື່ຫນັງອອກມາ ປາກົດວ່າ ໂອ້ຍ 10 ເລື່ອງຫນ້ອຍໂພດ ເລີຍເພີ່ມເປັນ 20 ມີທັງຫນັງເກົ່າຫນັງໃຫມ່ ສັບປົນກັນ ກະລອງເບິ່ງວ່າເປັນແນວໃດ.

ຫມາຍເຫດ: ຫນັງທັງຫມົດທີ່ຄັດມາ ແມ່ນເອົາຕາມທັດສະນະສ່ວນຕົວ ທີ່ໄດ້ເບິ່ງຜ່ານມາ ເລີຍຮີບໂຮມເອົາຫນັງທີ່ມ່ວນ ທີ່ດີມີສາລະ ເບິ່ງໄດ້ຫລາຍຮອບໂດຍບໍ່ເບື່ອ ການລຽງລຳດັບໃນທີ່ນີ້ ບໍ່ໄດ້ຈັດອັບດັບວ່າອັນໃດດີກວ່າກັນ ຫນັງທຸກເລື່ອງທີ່ນຳມາສະເຫນີລ້ວນມີຄ່າຫມົດ ຈະບໍ່ມີການຈັດອັນດັບ ບໍ່ມີການໃຫ້ຄະແນນ ພຽງແຕ່ເອົາມາແນະນຳເທົ່ານັ້ນ.

ປລ ເນື່ອງຈາກການແນະນຳຄັ້ງນີ້ ໂຕເອງຕັ້ງໃຈຂຽນຢ່າງຈິງຈັງ ເພື່ອໃຫ້ພີ່ນ້ອງພັນລາວສົນໃຈ ແລະຢາກເບິ່ງອີ່ຫລີ່ ມັນເລີິຍອ່າວຍາວແນ່ ແຕ່ຈະພະຍາຍາມຂຽນໃຫ້ອ່ານງ່າຍ ອ່ານມ່ວນ ຊວນຕິດຕາມ ເອົາເປັນວ່າຈະແບ່ງມາແນະນຳເທື່ອລະ 5 ເລື່ອງ.

 

ມາເລີ່ມກັນເລີຍກັບ 5 ເລື່ອງໃນມື້ນີ້:

 

  1. Titanic



alt

- Titanic ເປັນຫນັງທີ່ສ້າງຂຶ້ນຈາກເລື່ອງຈິງຂອງເຮືອສຳລານທີ່ຊື່ວ່າ Titanic ຫນັງອອກສາຍໃນປີ ຄສ 1997 ກຳກັບໂດຍ James Cameron ແລະນຳສະແດງໂດຍພະເອກຊື່ດັງ Leonardo DiCaprio ແລະນາງເອກສະແດງໂດຍ Kate Winslet.

- ເນື້ອເລື່ອງເລົ່າເຖິງຄວາມຮັກລະຫວ່າງ Jack Dawson (Leonardo DiCaprio) ຊາຍຫນຸ່ມ ທີ່ໂຊກດີໄດ້ປີ້ຂຶ້ນເຮືອໄທທານິກຊັ້ນ 3 (Third class) ຈາກການຫລິ້ນ Poker  ແລະນາງເອກ Rose DeWitt Bukater (Kate Winslet) ສາວງາມລູກຜູ້ດີມີຕະກຸນ ໃນສັງຄົມຊັ້ນສູງ ທີ່ມາກັບຄອບຄົວ ແລະຄູ່ຫມັ້ນ ໂດຍມີແຜນຈະແຕ່ງງານຫລັງຈາກເດີນທາງຄັ້ງນີ້ສິ້ນສຸດ ແຕ່ໃນລະຫວ່າງການເດີນທາງ ທັງສອງໄດ້ຮູ້ຈັກກັນ ແລະມີຄວາມຮັກມັກຕໍ່ກັນ ແຕ່ແນ່ນອນຮັກແທ້ ບໍ່ງ່າຍດັ່ງທີ່ຄຶດ ທັງສອງຖືກຂັດຂວາງໂດຍຄູ່ຫມັ້ນຂອງ Rose ແຕ່ໃນຂະນະນັ້ນ ເຮືອໄທທານິກກໍໄດ້ເກີດອຸບັດຕິເຫດຂຶ້ນ ທັງສອງຮວມທັງທຸກຄົນໃນເຮືອຕ້ອງເອົາໂຕລອດອອກໃຫ້ໄດ້ ເຫດການມີທັງຄວາມຮັກ ຄວາມເສຍສະຫລະ ຄວາມສາມັກຄີ ຕ້ອງບອກວ່າຫນັງເລື່ອງນີ້ ເປັນເລື່ອງທີ່ມ່ວນຊວນຕິດຕາມມີຫລາກຫລາຍອາລົມ ຄວາມສູນເສຍ ບາງຄັ້ງຫົວບາງຄັ້ງໄຫ້ ບາງຄັ້ງຊຶ້ງກັບຄວາມຮັກຂອງພະເອກແລະນາງເອກ ໃຜຍັງບໍໄດ້ເບິ່ງແນະນຳລອງຫາມາເບິ່ງມາຊົມ ສຳລັບຫນັງລາງວັນ Oscar ສາຂາຫນັງດີເດັ່ນປະຈຳປີ 1997 ເລື່ອງນີ້ ວ່າມ່ວນແທ້ຫລືບໍ່.

 

2.  Independence Day

alt

 

 

ເລື່ອງທີ່ສອງມາເອົາໃຈຜູ້ທີ່ມັກຫນັງ Action

 

 

- Independence Day ຫລືຊື່ຫຍໍ້ທີ່ຫລາຍຄົນອາດຄຸ້ນເຄີຍວ່າ ID4 ອອກສາຍປີ 1997 (ປີດຽວກັບ Titanic) ກຳກັບໂດຍ Roland Emmerich (ຜົນງານຜ່ານມາກໍມີຫລາຍເລື່ອງເຊັ່ນ Godziila, Stargate… ຫລ້າສຸດແມ່ນ BC10000 ) ນຳສະແດງໂດຍ: Jeff Goldblum ຫລາຍຄົນອາດຄຸ້ນຫນ້ານັກສະແດງຄົນນີ້ດີໃນຫນັງ Jurassic park, Bill Pullman ທີ່ເຄີຍມີຜົນງານຜ່ານມາໃນຫນັງ ຜີນ້ອຍ Casper ແລະອີກຄົນນຶ່່ງແມ່ນພະເອກຜິວສີ Will Smith ທີ່ກຳລັງໂດ່ງດັງໃນປັດຈຸບັນ.

 

 

- ID4 ເປັນເລື່ອງແນວວິທະຍາສາດ ທີ່ມື້ນຶ່ງມີການກວດພົບສັນຍານວ່າມີຍານບິນຂອງມະນຸດຕ່າງດາວ ເຄື່ອນທີ່ມາໂລກ ໂດຍມີພາບຖ່າຍຈາກດາວທຽມປາກົດໃຫ້ເຫັນຍານຂະຫນາດ 1 / 4 ຂອງດວງຈັນ ເຂົ້າມາເພື່ອບຸກຍຶດເອົາໂລກ ທົ່ວໂລກ ຕ້ອງຫາວິທີຕໍ່ສູ້ ນອກນັ້ນໃນລະຫວ່າງການຕໍ່ສູ້ພວກເຂົາຍັງຄົ້ນພົບຄວາມລັບບາງຢ່າງກ່ຽວກັບ AREA51 ອີກນຳ ຫນັງມີຄວາມຍາວເຖິງ 145 ນາທີ ແຕ່ວ່າຂ້າພະເຈົ້າກະເບີ່ງຫລາຍຮອບ ອິອິ ເບິ່ງແລ້ວຊວນໃຫ້ຕິດຕາມລະທຶກທຸກເຫດການ.

ຫນັງເລື່ອງນີ້ເປັນຫນັງທີ່ແຈ້ງເກີດຂອງພະເອກ Will Smith  ແລະຂໍແນະນຳສຳລັບຜູ້ທີ່ມັກຫນັງ Action ບໍ່ຄວນພາດຫນັງທີ່ສາຍໄດ້ເງິນຫລາຍທີ່ສຸດໃນປີ 1997 ແລະເປັນອັນດັບນຶ່ງໃນ Box Office 3ເດືອນຕິດຕໍ່ກັນ ເລື່ອງນີ້ຢ່າງເດັດຂາດ.

 

 

3. Armageddon

alt

 

ສຳລັບໃຜມັກຫນັງແນວອະວະກາດ ກໍມີມາເອົາໃຈເຊັ່ນກັນ

 

 

- Armageddon ຫນັງວິທະຍາສາດອີກເລື່ອງ ທີ່ສາຍໃນປີ 1998 ເປັນຫນັງແນວ Action Sci-Fi ກຳກັບໂດຍຜູ້ກຳກັບຊື່ດັງ Michael Bay ທີ່ຜົນງານຫລ້າສຸດກໍແມ່ນ Transformer ຫນັງ Action ທີ່ດັດແປງຈາກກາຕູນ ແລະນຳສະແດງໂດຍພະເອກຊື່ດັງ Bruce Willis, ພະເອກສຸດເຈົ້າຊູ້ Ben Affleck, ນາງເອກ Liv Tyler ຮ່ວມດ້ວຍດາລາດັງອີກຫລາຍຄົນເຊັ່ນ: Billy Bob Thornton, Steve Buscemi, Owen Wilson, Michael Clarke Duncan ແລະອື່ນໆອີກ.

 

 

- ຫນັງເວົ້າກ່າວເຖິງກຸ່ມຂຸດນ້ຳມັນມືອາຊີບທີມນຶ່ງ ທີ່ຖືກທາງການເອີ້ນໂຕເຂົ້າໄປ ພວກເຂົາກໍບໍ່ຮູ້ວ່າຖືກເອີ້ນໄປເຮັດຫຍັງຢູ່ອົງການ NASA (ໃນຫນັງຕອນນີ້ຍັງມີມຸກເລີຍວ່າ ສົງໄສ NASA ພົບບໍ່ນ້ຳມັນຢູ່ດາວອັງຄານ) ຄວາມຈິງແມ່ນ NASA ພົບວ່າມີອຸກະບາດກຳລັງຈະຕຳໂລກ ມີວິທີດຽວທີ່ຈະຢຸດເຫດການຄັ້ງນີ້ໄດ້ຄື ຂຶ້ນໄປເຈາະອຸກະບາດແລ້ວເອົາ ນິວເຄລຍ ປ່ອນລົງກາງອຸກະບາດເພື່ອລະເບີດມັນອອກເປັນສອງປ່ຽງ ໃຫ້ມັນພົ້ນວົງໂຄຈອນຂອງໂລກ ຟັງຄືງ່າຍ ແຕ່ໂຕຈິງແລ້ວຫນັກຫນາສາຫັດ ເພາະມີເວລາພຽງ 18 ມື້ເທົ່ານັ້ນ ທັງຝຶກຊ້ອມໃນການເປັນນັກບິນອະວະກາດ ແລະເດີນທາງຂຶ້ນໄປເທິງອຸກະບາດດັ່ງກ່າວ ພວກເຂົາຈະເຮັດສຳເລັດຫລືບໍ່ກໍຕ້ອງລອງຫາມາເບີິ່ງເນາະ.

 

 

- ສຳລັບເລື່ອງນີ້ ກະບໍ່ແມ່ນອອກຫນ້າອອກຕາຫຍັງດອກຫນັງມັນດີມັນມ່ວນອີ່ຫລີ່ ເປັນຫນັງທີ່ຂ້າພະເຈົ້າເບິ່ງຫລາຍຮອບທີ່ສຸດເທົ່າທີ່ເຄີຍເບິ່ງຫນັງມາ ບໍ່ຕ່ຳກວ່າ 20 ຮອບ ແຫະໆໆ ຫນັງມີຄວາມຍາວ 154 ນາທີ ເບິ່ງຢ່າງເຕັມອີ່ມ ຫນັງໃຫ້ຣົດຊາດທີ່ຫລາກຫລາຍ ຄວາມເສຍສະຫລະ ຄວາມຮັກຊູ້ສາວ ຄວາມຮັກລະຫວ່າງພໍ່ລູກ ນອກນັ້ນເພງປະກອບຫນັງເລື່ອງນີ້ກໍມ່ວນກິນໃຈນັກຟັງເພງມາແລ້ວ ຄືເພງ I don’t want to miss a thing ທີ່ຮ້ອງໂດຍ Aerosmith ຂໍແນະນຳເປັນອີກເລື່ອງທີ່ຫ້າມພາດ. (ພິເສດໃຜຢາກເຫັນຕຶກ World trade Center ຖືກອຸກະບາດຕຳກະເບິ່ງໄດ້ເດີ້ ອິອິ)

 

 

4. Contact

alt

 

 

 

ຍັງຄົງເອົາໃຈຄໍຫນັງແນວອະວະກາດຕໍ່

 

 

- Contract ຫນັງທີ່ສ້າງຈາກ ນິຍາຍວິທະຍາສາດຂາຍດີຂອງ Carl Sagan ກຳກັບໂດຍ Robert Zemeckis ຜູ້ກຳກັບຫນັງຈາກຫນັງ Action Comedy ເລື່ອງດັງຢ່າງ Back to the future ທັງສາມພາກ ຫນັງເລື່ອງນີ້ນຳສະແດງໂດຍ ດາລາສາວຊື່ດັງ Jodie Foster, Matthew McConaughey ແລະ Tom Skerritt.

 

- Contract ເລົ່າເຖິງເຫດການທີ່ທາງນັກດາລາສາດ ໄດ້ຮັບສັນຍານຈາກນອກໂລກເຂົ້າມາເຊິ່ງເມື່ອຕີຄວາມຫມາຍອອກມາແລ້ວປາກົດວ່າເປັນຂໍ້ມູນ ໂຄງຮ່າງຂອງເຄື່ອງຫຍັງບາງຢ່າງ ຈາກການພິຈາລະນາຂອງນັກວິທະຍາສາດຫລາຍຄົນແລ້ວ ຕ່າງກໍລົງຄວາມເຫັນກັນວ່າແມ່ນເຄື່ອງທີ່ຈະສ້າງຮູຫນອນ ເພື່ອໃຫ້ເຮົາເດີນທາງໄປຫາໃຜກໍຕາມທີ່ສົ່ງຂໍ້ມູນດັ່ງກ່າວມາໃຫ້, ໂຄງການດັ່ງກ່າວກາຍເປັນໂຄງການລະດັບໂລກ ທີ່ຮ່ວມຕົວນັກວິທະຍາສາດທົ່ວໂລກເພື່ອສ້າງເຄື່ອງດັ່ງກ່າວຂຶ້ນ ແລະໄດ້ທົດລອງນຳໃຊ້.

 

 

- ຫນັງໃຫ້ແງ່ຄຶດວ່າ ເລື່ອງບາງເລື່ອງເຮົາບໍ່ຈຳເປັນຕ້ອງຮູ້ ເລື່ອງບາງເລື່ອງເຮົາໄດ້ຮູ້ໄດ້ເຫັນ ໄດ້ກະທຳ ແຕ່ກໍຍັງມີອີກຫລາຍຄົນທີ່ບໍ່ເຂົ້າໃຈເຮົາ ເຖິງເຂົາຈະບໍ່ເຂົ້າໃຈມັນກໍບໍ່ຜິດ ເຮົາບໍ່ຕ້ອງໄປໃສ່ໃຈຫລາຍກັບຄຳເວົ້າໄປໃນແງ່ຕ່າງໆຂອງຄົນ ຂໍພຽງແຕ່ເຮົາຕັ້ງໃຈເຮັດໃນສິ່ງທີ່ຄຶດວ່າດີ ຖືກ ບໍ່ເຮັດໃຫ້ຄົນອື່ນເດືອດຮ້ອນ.

ຫນັງເລື່ອງນີ້ ມີຫລາຍຄົນໃຫ້ທັດສະນະວ່າອີງໃສ່ເລື່ອງຈິງຂອງໂຄງການລັບທີ່ຊື່ວ່າ Contact ວ່າກັນວ່າ NASA ໄດ້ຮັບສັນຍານຈາກນອກໂລກແທ້ ແລະປັດຈຸບັນກຳລັງມີການກໍ່ສ້າງເຄື່ອງດັ່ງກ່າວຂຶ້ນຢູ່ແຫ່ງໃດແຫ່ງນຶ່ງໃນໂລກນີ້ ເຫມືອນກັບກໍລະນີເຄື່ອງທົດລອງຍິງອະນຸພາກ LHC (Large Hadron Collider) ທີ່ຫາກໍເປີດເຜີຍຕໍ່ຊາວໂລກຫວ່າງກາງປີນີ້ເອງ.

 

 

5.  Not one less

alt

 

 

ເອົາມາຝາກຊ້ຳທ້າຍຂອງມື້ນີ້ ເປັນຫນັງດີທີ່ຄວນຫາມາເບິ່ງໃຫ້ໄດ້

 

 

- ເຫັນຫນ້າປົກຫນັງ ຫລາຍຄົນສິເລີ່ມຈົ່ມ ບະຫມີເອົາຫນັງຫຍັງມາໃຫ້ເບິ່ງນິ ຢ່າຕັດສິນຫຍັງຈາກຮູບຮ່າງຫນ້າຕາຂໍບອກ ຫນັງຈາກປະເທດຈີນເລື່ອງນີ້ບໍ່ທຳມະດາ ບໍ່ທຳມະດາບ່ອນໃດເລີ່ມຈາກຜູ້ກຳກັບ Zhang Yimou ເຫັນຊື່ແລ້ວບໍ່ຮູ້ວ່າຮູ້ກັນຫລືຍັງ ຖ້າຍັງຂໍສາທະຍາຍສຳລັບຜູ້ກັບຄົນນີ້ກັນເລີຍເນາະ Zhang Yimou ອອກສຽງວ່າ ຈາງ ອີ້ໂຫມ່ ຜູ້ກຳກັບຊາວຈີນທີ່ຖືກຍົກຍ້ອງວ່າເປັນຜູ້ກຳກັບມືທອງແຫ່ງອາຊີ ຜົນງານຫລາຍໆເລື່ອງຂອງລາວເປັນທີ່ນັບຫນ້າຖືຕາໃນສາກົນ ແລະໄດ້ຮັບການຍົກຍ້ອງມາທົ່ວໂລກ ຜົນງານຂອງ ຈາງອີ້ໂຫມ່ ຈະເນັ້ນທີ່ການຫລິ້ນສີ ແລະພາບໃນຫນັງ ທີ່ສະທ້ອນອາລົມ ແລະຄວາມຮູ້ສຶກຂອງຫນັງອອກມາຢ່າງເລິກເຊິ່ງ ຫລາຍຄົນອາດບໍ່ຮູ້ຈັກຫນັງ Not one less ແຕ່ຖ້າເອີ່ຍຊື່ ຫນັງຢ່າງ Hero ທີ່ນຳສະແດງໂດຍ Jet li ຮູ້ຫລືຍັງ ຖ້າຍັງບໍ່ຮູ້ກໍມີອີກເລື່ອງຢ່າງ House of Flying Daggers ທີ່ນຳສະແດງໂດຍ Lau Tak-Wah (ຫລິວເຕີ້ຫົວ), Takeshi Kaneshiro, Zhang Ziyi ຕອນນີ້ຄຶດພາບອອກຫລືຍັງກ່ຽວກັບຜູ້ກຳກັບຄົນນີ້ ແລະຜົນງານຫລ້າສຸດຂອງ ຈາງອີ້ໂຫມ່ ແມ່ນໄດ້ເປັນຜູ້ອຳນວຍການການສະແດງພິທີເປີດ ໂອແລັມປິກ 2008 ທີ່ປະເທດຈີນເປັນເຈົ້າພາບຫາກໍຜ່ານໄປຫມາດໆ.

 

alt

 

- ມາຕໍ່ກັບຫນັງ Not one less ອອກສາຍປີ 1999 ຫນັງເລົ່າເລື່ອງໃນຊົນນະບົດຂອງປະເທດຈີນ ບ່ອນທີ່ການສຶກສາຍັງຂາດແຄນ ຫມົດຫມູ່ບ້ານມີໂຮງຮຽນຫລັງດຽວ ເຫດການເລີ່ມຂຶ້ນເມື່ອນາຍຄູຄົນດຽວຂອງຫມູ່ບ້ານຕ້ອງໄປວຽກຈຳເປັນ ແຕ່ລາວບໍ່ກ້າປະລະການສອນເພາະຖ້າປ່ອຍໄປກໍຢ້ານນັກຮຽນຫນີຫມົດ ທາງນາຍບ້ານເລີຍໄດ້ໄປຫາຄົນມາສອນແທນ ເຊິ່ງໄປໄດ້ເດັກຍິງໄວ 13 ປີຄົນນຶ່ງ ທີ່ຕ້ອງການເງິນໄປປິ່ນປົວແມ່ ລາວຈຶ່ງຮັບອາສາມາສອນແທນເປັນເວລາ 1 ເດືອນ ໃນໄລຍະ 1 ເດືອນທີ່ລາວມາສອນນີ້ ອາຈານຄົນເກົ່າໄດ້ບອກວ່າ ສຳຄັນແມ່ນຕ້ອງໃຫ້ນັກຮຽນຄົບເທົ່າເດີມເມື່ອລາວກັບມາ ຖ້າເຮັດໄດ້ຈະເພີ່ມເງິນເດືອນໃຫ້ ນາຍຄູສາວນ້ອຍເຮົາຕ້ອງສູ້ຊົນຮັກສານັກຮຽນໃຫ້ຄົບຕາມເກົ່າ ເຫດການວຸ້ນວາຍ ປົນຄວາມຫນ້າຮັກຂອງເດັກນ້ອຍ ແລະບັນຫາທີ່ເພີ່ມຂຶ້ນຢ່າງເກາະກ່າຍກັບຂອດເລື່ອງທີ່ຖືກວາງມາຢ່າງດີ ຊວນຕິດຕາມທັງເລື່ອງ.

 

- ສ່ວນຕົວຫລັງຈາກໄດ້ເບິ່ງເລື່ອງນີ້ແລ້ວພົບວ່າ ມັນເຂົ້າກັບສະພາບຕົວຈິງໃນບ້ານເຮົາ ຖ້າເບິ່ງອອກໄປເຂດຊົນນະບົດທີ່ຫ່າງໄກສອກຫລີກ ການສຶກສາຍັງບໍ່ທົ່ວເຖິງປະຊາຊົນທີ່ຢູ່ເຂດນອກ ໃນເລື່ອງ Not one less ໄດ້ສະທ້ອນໃຫ້ເຫັນບັນຫາຕົວຈິງ ເຊິ່ງຕ້ອງຊົມເຊີຍຜູ້ກຳກັບຄົນນີ້ອີ່ຫລີ່ທີ່ລາວສະທ້ອນບັນຫາເຫລົ່ານັ້ນອອກມາໂດຍທີ່ບໍ່ເຮັດໃຫ້ຫນັງເຄັ່ງຕຶງ ແຕ່ເບິ່ງສະບາຍໆ ດ້ວຍການສອດແຊກໃຫ້ເຫັນສະພາບການສຶກສາທີ່ລັດຖະບານຈີນບໍ່ເອົາໃຈໃສ່ເທົ່າທີ່ຄວນ ເຮັດໃຫ້ເດັກນ້ອຍໂຫ່ເຂົ້າເມືອງບໍ່ມີເງິນໃຊ້ ຕ້ອງໄດ້ນອນຕາມຄິວລົດ ເລາະຂໍທານ ສິ່ງນຶ່ງທີ່ຂ້າພະເຈົ້າປະທັບໃຈທີ່ສຸດແມ່ນ ສາວນ້ອຍນາຍຄູຂອງເຮົາ ທີ່ເລີ່ມຕົ້ນດ້ວຍການຮັບຈ້າງເປັນຄູ ແຕ່ເມື່ອເວລາຜ່ານໄປ ສິ່ງທີ່ສະທ້ອນອອກມາໃຫມ່ອີກຄັ້ງແມ່ນລາວໄດ້ກາຍເປັນຄູໄປແລ້ວ ຈາກເຮັດເພື່ອເງິນ ປ່ຽນເປັນເຮັດເພື່ອນັກຮຽນ ການສອນຂອງລາວມັນອອກມາແບບທີ່ວ່ານັກຮຽນມີສ່ວນຮ່ວມເຊິ່ງນາຍຄູບ້ານເຮົາຄວນເບິ່ງໄວ້ເປັນແບບຢ່າງ ຫນັງເລື່ອງນີ້ ຜູ້ສ້າງບອກວ່າໃຊ້ນັກສະແດງທິ່ເປັນຊາວບ້ານແທ້ໆທັງຫມົດ ເຮັດໃຫ້ພາບທີ່ສະທ້ອນອອກມາງົດງາມ, ຫນ້າຮັກ ແລະເປັນທຳມະຊາດທີ່ສຸດ ເບິ່ງໄປຍິ້ມໄປ ຄຶດຫາສະພາບໃນປະເທດໂຕເອງນຳ ບາງຄັ້ງນ້ຳຕາຊຶມອອກມາ ດ້ວຍຄວາມປະທັບໃຈ ແລະຕື້ນຕັນໃຈ ຢາກແນະນຳໄວຫນຸ່ມຍຸກໃຫມ່ລອງຫັນມາເບິ່ງຫນັງເກົ່າໆແບບນີ້ເບິ່ງ ແລ້ວຈະຮູ້ວ່າຄຸນຄ່າຂອງຫນັງບໍ່ໄດ້ຕັດສິນກັນຢູ່ທີ່ຄວາມອະລັງການບໍ່ໄດ້ຕັດສິນທີິ່ຮູບຮ່າງຫນ້າຕາ.

 

 

ເປັນແນວໃດ 5 ເລື່ອງທຳອິດ ດຽວເອົາໄວ້ ຈະທະຍອຍນຳມາໃຫ້ອ່ານອີກຈົນຄົບ 20 ເລື່ອງພຸ້ນລະ

ໃຜໄດ້ເບິ່ງຫນັງຫຍັງແນ່ແລ້ວໃນນີ້ ທຳອິດອາດມີແຕ່ຫນັງເກົ່າໆແນ່ ດຽວອົດເອົາຕໍ່ໆໄປກະຍັງມີຫນັງເກົ່າອີກຫັ້ນລະ 555 ປົນຫນັງໃຫມ່ນຳ ບາງເທື່ອບາງຄົນອາດພາດຫນັງດີໆທີ່ເຄີຍມີມາ.

 

 

ເປັນແນວໃດລອງໃຫ້ຄຳຕຳນິຕິຊົມແນ່ ອ່ານບໍ່ເຂົ້າໃຈກໍບອກ ຂຽນບໍ່ມ່ວນ ຫລືແນວໃດກໍໃຫ້່ວິພາກວິຈານໄວ້ເລີຍ ເພາະຈະໄດ້ປັບປຸງວິທີຂຽນ ໃນຄັ້ງຕໍ່ໆໄປ

 

ຂອບໃຈ ທີິ່ອ່ານເດີ້ ອິອິ ເວົ້າລັດໄວ້ກ່ອນ

 

ພາກສອງ http://punlao.com/HITMII/blog/1588/ ອ່ານຕໍ່ຢູ່ນີ້ເດີິ້

 

 

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ລູກ: ພໍ່ໆໆ ລະວັງເດີ້ ມັກກິນນົມຫລາຍນະ ດຽວນີ້ເພິ່ນອອກຂ່າວວ່ານົມມີສານ ເມລາມິນ ປະສົມນຳອັນຕະລາຍອີ່ຫລີ່ໃດ໋
ພໍ່: ບໍ່ຕ້ອງຫ່ວງລູກ ພໍ່ບໍ່ເປັນຫຍັງດອກ ເພາະວ່າພໍ່ກິນນົມສົດຈາກເຕົ້່່າ

(ຕະຫລົກເອົານຳ ຫນັງສືພິມວຽງຈັນໃຫມ່)

    ເລີ່ມຕົ້ນຕະຫລົກ ເພື່ອຜ່ອນຄາຍກ່ອນເຂົ້າເລື່ອງ ເພາະເລື່ອງນີ້ບໍ່ແມ່ນເລື່ອງນ້ອຍ
ຫວ່າງເດືອນທີ່ຜ່ານມາມີການກວດພົບ ສານເມລາມິນປະສົມໃນນົມຜົມສຳລັບແອນ້ອຍ
ເຮັດໃຫ້ມີແອນ້ອຍເສຍຊີວິດສອງຄົນຢູ່ປະເທດຈີນ ເຊິ່ງຫລາຍໆປະເທດໄດ້ຫ້າມນຳ
ເຂົ້ານົມຜົງຍີ່ຫໍ້ດັ່ງກ່າວ ຮວມທັງປະເທດລາວນຳ.
   
    ນອກນັ້ນ ທາງກົມອາຫານ ແລະຢາ ຂອງລາວ ກໍໄດ້ອອກແຈ້ງການ ຫ້າມນຳເຂົ້າ ແລະ
ຫ້າມຈຳຫນ່າຍນົມດັ່ງກ່າວ ເພື່ອຄວາມປອດໄພຂອງປະຊາຊົນ ແລະມີການກວດລ້າງ
ສິນຄ້າດັ່ງກ່າວຕາມຮ້ານຄ້າທົ່ວໄປ.

    ຕໍ່ມາບໍ່ດົນທາງກົມອຢ ໄທ ໄດ້ກວດພົບສານເມລາມິນ ໃນກະແລັມ Wall ສອງຣົດ
ທີ່ມີສ່ວນປະສົມຂອງນົມ ແລະໄດ້ສັ່ງຫ້າມໄປ ສ່ວນນົມ ໂຟໂມດ ກັບ ດັຊມິລ ລອດໂຕໄປ
ແລະລ່າສຸດ ທາງກົມ ອຢ ໄທ ໄດ້ກວດພົບປະລິມານສານເມລາມິນໃນນົມກາມະລິ
 ເຊິ່ງເປັນຍີ່ຫໍ້ ດັງ ທີ່ຂາຍກັນຫລາຍໃນບ້ານເຮົາ ເຊິ່ງໃນນົມດັ່ງກ່າວມີສານເມລາມິນ
ເຖິງ92,8mg (ຂໍ້ມູນຈາກຫນັງສືພິມ Bangkok Post) ທີ່ຢູ່ໃນຂັ້ນອັນຕະລາຍ ປົກກະຕິການ
ເຈືອປົນຂອງສານເມລາມິນລະດັບປອດໄພແມ່ນ 2,5mg ກາຍນີ້ຖືວ່າອັນຕະຫລາຍ.


alt
     ປັດຈຸບັນທາງກົມອາຫານແລະຢາຂອງລາວກຳລັງນຳນົມດັ່ງກ່າວໄປ ກວດສອບໃນຫ້ອງທົດລອງ
ຮ່ວມກັບອົງການອານາໄມໂລກ ເຊິ່ງຕອນນີ້ ກົມອາຫານແລະຢາ ໄດ້ອອກແຈ້ງການໃຫ້ຊາບວ່າ
ໄລຍະຄວນຢຸດບໍລິໂພກນົມຍີ່ຫໍ້ດັ່ງກ່າວຈົນກວ່າຈະມີິການກວດກາຮຽບຮ້ອຍ ຖ້າພົບສານເມລາມິນແທ້
ແມ່ນຈະສັ່ງຫ້າມນຳເຂົ້າ ແລະຈຳຫນ່າຍ.
 
    ອັນນີ້ອັນຕະລາຍແທ້ເນີ້ ເອົາມາຝາກມາບອກມາເລົ່າ ຮູ້ແລ້ວບອກຕໍ່ໃຫ້ລະມັດລະວັງນຳກັນ
ເພາະເຊື່ອວ່າຄົນລາວຫລາຍຄົນ ຄຸ້ນເຄີຍກັບນົມຍີ່ຫໍ້ນີ້ດີ.  
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
ມາໆໆໆໆໆ ມາຈົ່ມອີກເຊັ່ນເຄີຍ
ທຳອິດວ່າຊິເອົາ AV ພາກສອງຊັ້ນດອກ ແຕ່ຊ່າງເທາະເອົາໄວ້ກ່ອນອັນນັ້ນນະ ມາເອົາເລື່ອງເຫດການບ້ານເມືອງທີ່ຫາກໍຜ່ານພົ້ນສະເນາະ

        ບຸນອອກພັນສາ ຫາກໍຜ່ານໄປ ນຳມາຫລາຍໆຢ່າງທີ່ເປັນຕາຈົ່ມ ຈົ່ມອີ່ຫລີ່ນິແຫລ້ວພີ່ນ້ອງ ຈົ່ມແທ້ຈົ່ມວ່າໃດນິ
ເລື່ອງທຳອິດເອົາກ່ອນບຸນຈະເລີ່ມ ຫລັງຈາກອຸທົກກະໄພຄັ້ງໃຫຍ່ຜ່ານໄປທີ່ຊາວນະຄອນຫລວງວຽງຈັນຄົງລືມຍາກ ຕາມແຄມຝັ່ງຂອງກໍມີ
ກະເປົາຊາຍຢາຍຢູ່ເຕັມ ເປັນອຸປະສັກໃຫ້ແກ່ການຈັດງານບຸນ (ຕາມເຈົ້າພາບເພິ່ນອ້າງ) ດັ່ງນັ້ນຄະນະຈັດງານເພິ່ນເລີຍປະສານກັບທາງ
ອົງການພັດທະນາ ແລະບໍລິຫານຕົວເມືອງ ຫລືວ່າ ອພບ ມາຈັດການກັບກະເປົາຊາຍໃນບໍລິເວນຈະຈັດງານບຸນຊ່ວງເຮືອທ່າວັດຈັນ
ປາກົດວ່າໃນວັນອາທິດທີ 5 ທາງ ອພບ ກໍມາພ້ອມດ້ວຍລົດຈົກ ເພື່ອມາຈົກມາຊວ້ານເອົາເປົາດິນຊາຍອອກ ເກີດຫຍັງຂຶ້ນລອງຄຶດເບິ່ງ
ຊາຍເຫ່ຍສະຕາມທາງ ເປັນເຫດໃຫ້ຂີ້ຝຸ່ນໄຫງ່ກຸ້ມ ເວລາລົດລາງພາຫະນະແລ່ນທຽວທາງ ສົງໄສ ອພບ ລືມຄຶດວ່າຊາຍຊິເຫ່ຍ ເລີຍບໍ່ມີ
ການອານາໄມ ສາມມື້ຜ່ານໄປ ອພບ ອອກມາເວົ້າຕໍ່ສື່ມວນຊົນວ່າກຳລັງປະຊຸມກັບເຈົ້າພາບຈັດງານຄືເມືອງຈັນທະບູລິ ເພື່ອກຽມຫນ່ວຍງານ
ລົງມາອານາໄມຊາຍດັ່ງກ່າວ ຫລັງຈາກນັ້ນຜ່ານໄປກໍມິດ ຈົນບຸນເລີ່ມຂຶ້ນ ປະຊາຊົນໄປເລາະ ຂີ້ຝຸ່ນກໍໄຫງ່ກຸ້ມ ເປັນສຽງຈົ່ມວ່ານຳມາລຽນຕິດ
      
      ອີກປາກົດການນຶ່ງ ທີ່ຂາດບໍ່ໄດ້ສຳລັບງານບຸນໃຫຍ່ໆໆໆ ຄ່າຝາກລົດ ຜູ້ທີ່ໄປເລາະໄປທຽວບຸນຫລາຍຄົນຕ່າງກໍຮ້ອງໂຫ່ຝົດສະນັ່ນ
ບໍ່ແມ່ນດີໃຈ ແຕ່ວ່າຮ້ອງດ້ວຍຄວາມບໍ່ພໍໃຈ ຄ່າຝາກລົດຈັກຄັນລະ 10,000 ກີບ (ມັນເກັບໄປປຸກເຮືອນຫວະ ອັນພວກຝາກ) ລົດໃຫຍ່
20,000 - 30,000 ກີບ ອັນນີ້ມັນຄືກັບວ່າແຕ່ລະປີແມ່ນແຂ່ງກັນແພງ ບໍ່ຮູ້ວ່າສາເຫດມາຈາກໃສກັນແທ້ ເປັນນຳເຈົ້າພາບງານເກັບຄ່າປະມູນແພງ
ເກີນເຫດເລີຍເຮັດໃຫ້ ຜູ້ຝາກລົດຕ້ອງເກັບແພງ ຫລືວ່າເປັນຍ້ອນຜູ້ຝາກລົດເອງຢາກປຸກເຮືອນ ເລີຍເກັບແພງສວຍໂອກາດກອບໂກຍຍາມບຸນ
ປາກົດວ່າມີຄົນຈົ່ມບັກຫລາຍໆ ແຕ່ເຈົ້າພາບງານຍັງເຮັດເອົາຫູໄປນາ ເອົາຕາໄປເບິ່ງສາວນ້ອຍ ບໍ່ສົນໃຈຫຍັງເລີຍ. ຍັງບໍ່ພໍເລື່ອງຝາກລົດ
ເວລາຄົນໄປຝາກ ເກີດປາກົດການຍາດຊີງລູກຄ້າ ຖືກກວັກຖືກດຶງຖືກຈ່ອງ ຈາກເຈົ້ານັ້ນເຈົ້ານີ້ ຈົນບາງຄົນລົດລົ້ມກໍມີ ອັນນີ້ເຈົ້າຫນ້າທີ່ຍັງເມີນເສີຍ.

      ເວລາຈະເຂົ້າບຸນ ຈະມີອ້າຍນ້ອງ ຊາວຫນຸ່ມໃສ່ເສື້ອສີຟ້າສົດໃສ ມາຢືນລຽນແຖວກວດສອງສາມຊັ້ນ ກ່ອນຈະຜ່ານເຂົ້າບຸນໄດ້ ຖືກລວນລາມ
ບໍ່ແມ່ນງ່າຍ ໃຄແຕ່ບໍ່ເຄີຍເຈິກະເທີຍມາກວດ ກະເຫັນວ່າໄດ້ຜົນດີໃນການສະກັດກັ້ນ ການພົກອາວຸດຫລືສິ່ງທີ່ບໍ່ເຫມາະສົມເຂົ້າໄປໃນບຸນ
ແຕ່ມັນຊິມີຄວາມຫມາຍຫຍັງເມື່ອ ເຂົ້າໄປທາງໃນ ຍັງມີຮ້ານຈຳນວນບໍ່ຫນ້ອຍ ທີ່ວາງຂາຍ ມີດ ພ້າ ງ້າວ ຕ່າງໆ ອັນນີ້ກໍເປັນອີກຈຸດບົກຜ່ອງ
ຂອງເຈົ້າພາບຈັດງານ ທີ່ບໍ່ມີການຄວບຄຸມການຄ້າຂາຍ ສົງໄສຫວັງເອົາແຕ່ຄ່າເຊົ່າຮ້ານ ຂາຍຫຍັງກະຢ່າຫົວມັນ ຂາຍໂລດບໍ່ສົນ ຈ່າຍຄ່າເຊົ່າລະພໍ.

     ມື້ວານນີ້ ລອຍກະໂທງ ຖືວ່າຄຶກຄື້ນຫລາຍ ແຕ່ຫລາຍຄົນກະວ່າລົງໄປທ່າຢາກຍາກວ່າຊັ້ນ ເພາະນ້ຳຂຶ້ນຫລາຍປີນີ້ ແຕ່ວ່າບັນຍາກາດຕາມສອງ
ຝາກທາງ ໃນການເດີນທາງເຂົ້າໄປໃນບຸນ ນັ້ນຄຶກຄື້ນເຮຮາ ໄດ້ກິ່ນທູບທຽນ ເປັນບັນຍາກາດທີ່ດີອີ່ຫລີ່ ແຕ່ໃນຂະນະທີ່ກຳລັງຮູ້ສຶກເພີນກັບ
ບັນຍາກາດດັງກ່າວ "ຕູ້ມ" ກະໂພກ ຈັກແມ່ນລູກທ້າວຫ່າ ນາງຫ່າໃດ ໂຍນລົງມາກາງທາງ ຄຶດສະພາບນຳກັນ ຢູ່ສອງຝາກທາງ ມີຄົນຢືນຈູດກະໂພກ
ແບບເປັນລູກທັ່ງອອກ ມັນແນ່ໃສ່ກັນຢູ່ຄົນລະຝາກທາງ ຍິງຜ່ານໄປຜ່ານມາ ຄົນຂີ່ລົດນຳທາງ ປານວ່າຂີ່ລົດລອດອຸມົງ ກະໂພກ ຊ້ຳບໍ່ພໍ ຍັງມີບາງຄົນ
ຈູດບັ້ງສາມຫລ່ຽມ ສີ່ຫລ່ຽມ ຫຍັງກໍວ່າໄປ ໂຍນລົງມາກາງທາງ ແຕກຕູ້ມໆໆ ເສຶອກມີຄົນລົດລົ້ມມາເດ້ ບໍ່ຢາກຄຶດ ລົດແຮງຫລາຍ ມັນກະຊິບໍ່
ຕຳກັນລະເນລະນາດບໍ້.

     ສຸດທ້າຍແຕ່ບໍ່ທ້າຍສຸດ ເວົ້າແລ້ວເວົ້າອີກໃຜກໍຈົ່ມ ບຸນແຕ່ລະປີ ແຕ່ກໍບໍ່ເຫັນມີການປ່ຽນແປງ ຢາກໃຫ້ບຸນຊ່ວງເຮືອເປັນຕົວຢ່າງ ໃຫ້ແກ່ບຸນໃຫຍ່ຕໍ່ໆໄປ
ບໍແມ່ນຊິປ່ອຍປະລະເລີຍ ຢາກໃຫ້ມີການຈັດສັນ ເຂັ້ມງວດກວດກາ ເພື່ອບໍ່ໃຫ້ມີຫາງສຽງຈົ່ມວ່າ ເອີ ລືມໄປບໍ່ມີຄືຊິຍາກ ເອົາເປັນວ່າໃຫ້ມັນຫນ້ອຍລົງ
ຫັ້ນລະ

ສຸດທ້າຍ ບຸນຊ່ວງເຮືອ ຮ້ອນຫລາຍ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 12, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ຫລັງຈາກຈົ່ມເລື່ອງໂລກຮ້ອນ ກະຈັກຊິຈົ່ມໄປເຮັດຫຍັງ ຈົ່ມໄປກະເຮັດຫຍັງບໍ່ໄດ້ ແນວເຮົາບໍ່ແມ່ນຫົວຫນ້າບໍລິສັດ
ທິໂກ້ແຕ່ແນວໃດກະຢ່າ ປະຈຸບັນ ມີ Promotion ໄດ້ຄ່າໂທຟຣີ ເອີແບບນີ້ໂລກກະເຢັນຂຶ້ນແນ່ 555+

      ມາຈົ່ມຫນ້ອຍນຶ່ງ ຊ່ຳຊາລົງ Adobe Creative Suit ແລ້ວກະເລີຍມານັ່ງຂຽນນັ່ງຈົ່ມຖ້າ ມາເວົ້າເລື່ອງ AV ສະ
ຕັ້ງຫົວຂໍ້ລ້ໍເປົ້າດີເນາະ ຢ່າຄຶດເລິກຄືດໄກເດີ້ AV ທີ່ຈະເວົ້າບໍ່ແມ່ນ AV ຫນັງຢີ່ປຸ່ນເດີ້ ແຕ່ແມ່ນເລື່ອງ Anti-Virus
ຫລາຍໆຄົນໃຊ້ internet ເຂົ້າພັນລາວ ບໍ່ວ່າເນາະຄອມຊິບໍ່ມີ AV (ໃນຄອມຂ້າພະເຈົ້າມີທັງສອງ AV ເລີຍ 555)
ລະນັ້ນກໍເປັນເຫດ.
     ນັ່ງເບິ່ງ AV ຢູ່ໃນຫ້ອງ ລ໋ອກປະຕູໄວ້ ໄດ້ຍິນສຽງເຄາະປະຕູ ກ໋ອກໆໆ ຫຶ ກຳລັງເບິ່ງຄັກໆ ໃຜມາເຄາະຫວະ
ໄຂປະຕູອອກໄປ ອ້າວຫມູ່ມາຫາ ກະຊວນເຂົ້າມາ (ບໍ່ຢາກຄຶດຕອນນັ້ນຄັນແມ່ນຜູ້ຍິງມາຫາ) ມືງມາຫຍັງຫວະ
ນີ້ຄືຄຳທັກທາຍຫມູ່ ມັນກະວ່າ ມືງໃຊ້ AV ຫຍັງ ໄອ້ເຮົາ ຟັງບໍ່ຄັກ ນຶກວ່າມັນເວົ້າວ່າມືງເບິ່ງ AV ຫຍັງ ຫຶ ມັນຮູ້ໄດ້
ແນວໃດວ່າເຮົາເບິ່ງ AV, ຕາຍຫ່າຄວາມລັບແຕກ ເອົາລະຫວະ ຕັ້ງສະຕິໄວ້ຢ່າຕື່ນ ບາງເທື່ອມັນເວົ້າຢອກໆໄປຊື່ໆ
ກະເລີຍທຳທ່າຖາມຄືນ ມືງເວົ້າຫຍັງເກາະ ລະມັນກະບອກວ່າ ມືງໃຊ້ AV ຫຍັງ ເອີ ບາດນິຈຶ່ງເຂົ້າໃຈ
ກະເລີຍຖາມມັນໄປຄືນວ່າ ຖາມເຮັດຫຍັງ ມັນກະວ່າ ໂຕກູໃຊ້ຢູ່ເຮືອນມັນບໍ່ດີນະ ຂ້າ ທ່ານວິຣຸສ ຫຍັງກະບໍ່ໄດ້
ອ້າວຫວະ ກະເລີຍຕອບມັນໄປວ່າ ກູໃຊ້ NOD32 ມັນໄດ້ຍິນປຸບ ສີຫນ້າມັນປ່ຽນທັນທີ ເຮັດຫນ້າຕື່ນຕົກໃຈ
ບະບັກຫມີ ປານນັ້ນຮຽນຄອມ NOD32 ຂະເຈົ້າວ່າມັນບໍ່ດີ ມືງໃຊ້ເຮັດຫຍັງ ອ້າວບັກນິ ຄຶດໃນໃຈວ່າ ລະມືງຊິ
ມາຖາມກູເຮັດຫຍັງ ມືງຄືບໍ່ໄປຖາມບັກມັນວ່າ NOD32 ບໍ່ດີຫັ້ນ ມາຫາກູເຮັດຫຍັງຄັນວ່າກຸໃຊ້ມັນບໍ່ດີ ມາດ່າເຮົາ
ອີກວ່າຮຽນຄອມລ້າ ບໍ່ຮູ້ຈັກຫຍັງ ເອີເບິ່ງມັນ ກະເລີຍເຮັດໃຈດີສູ້ເສືອອີກຄັ້ງ (ອູກໃຈເກີດເປັນຄົນໃຈດີ) ຖາມມັນ
ໄປວ່າNOD32 ມັນບໍ່ດີແນວໃດ ກູກະໃຊ້ຢູ່ ກະບໍ່ເຫັນເປັນຫຍັງໃດລະ ມັນກະວ່າ ເອົ້າແນວກູເອົາໄປໃຊ້ນະ ບໍ່ເຫັນ
ມັນຊິຟ້ອງຊິແຟ້ງຫຍັງຊ້ຳ ບໍ່ເຫັນ ທ່ານ ວິຣຸສ ຈັກໂຕ ອ້າວຄຶດໃນໃຈຮອບສອງ ມັນບໍ່ເຫັນກະດີລະເດ້ ມັກຫວະເຫັນ
ບັກຫ່າ ວິຣຸສຕອບແບບໃຈດີອີກເຊັ່ນເຄີຍວ່າ ກະດີລະເດ້ ກະສະແເດງວ່າມັນບໍ່ມີ ໄວຣັສ ລະ ເອົ້າຊິບໍ່ມີແນວໃດ ມັນມີ
file ແປກໆຢູ່ຫນ້າ desktop ຢູ່ ຖາມ File ຫຍັງມັນກະວ່າຊື່ຫຍັງບຸ desktop.ini ເບາະນິລະ ຄຶດໃນໃຈຮອບ 3 ບັກ
ວິຣຸສ ອ້າຍພໍ່ມືງຕິຫັ້ນໃນຄວາມຈິງຕອບສຸພາບເຊັ່ນເຄີຍ ໂອ້ຍມັນບໍ່ແມ່ນໄວຣັສ ມັນກະວ່າຊິບໍ່ແມ່ນແນວໃດ ບາດເອົາ
 Lao Anti-Virus ມາໃສ່ມັນຟ້ອງຕິດໆໆໆໆໆໆ ບັກຫລາຍໆໆໆໆໂຕມັນເຫັນນະ ເຮົາກະວ່າ ໂອ້ແມ່ນຫວະ
ລະເປັນແນວໃດມັນກະວ່າກະດີຕົວະ ແຕ່ກີ້ໃຊ້ NOD32 ນະຊຸບ USB ເຂົ້າບໍ່ເຫັນຟ້ອງຈັກເມັດ ບາດໃຊ້ Lao AV ລະ
ຟ້ອງບັກດີໆມືງບໍ່ໃຊ້ເບາະ ດີໃດ໋ ນິໃນ USB ກູກະມີ ເອົາໄປໃຊ້ແມະ NOD32 ມັນບໍ່ດີນະ    ນ້ານເບິ່ງມັນ ມາບອກເຮົາ
ໃຊ້ນຳອີກ ໃສທຳອິດມັນບອກວ່າ Anti-Virus ທີ່ມັນໃຊ້ຢູ່ບໍ່ດີ ບາດນິມາຍົວະເຮົາໃຊ້ນຳອີກ ເອີ ຊິກະມີ ເຮົາກະຕອບວ່າ
ບໍ່ດອກ ກູຸໃຊ້ຢູ່ນິມັນກະບໍ່ມີບັນຫາແລ້ວ ມັນກະວ່າ ເອົ້າຈັກຫນ້ອຍຄອມມືງຕິດໄວຣັສໃດ໋ ປານກູໃຊ້ຕອນນັ້ນ ອັນ NOD32
ນິ ລົງ window ໃຫມ່ຕະຫລອດຈົນເມື່ອຍ ຫາກະໃຄຫວ່າງທິດແລ້ວນິລະ ມາໃຊ້ LAO AV ອ້າວຄຶດໃນໃຈ ກູໃຊ້ NOD32
ມານິຊິເປັນປີລະ ບໍ່ເຫັນໄດ້ລົງ window ໃຫມ່ ຄອມກະຕໍ່ເນັດຫມົດມື້ຫມົດຄືນ ບາດມັນບໍ່ໄດ້ສູ້ຫລິ້ນຊ້ຳ ຈັ່ງແມ່ນຊ່າງສັນ
ຫາເນາະ ອັນທ່ານ ວິຣຸສ ນິ.
   ສະຫລຸບມື້ນັ້ນ ມັນກະກັບເອົາຊື່ໆ ມັນມາເຮັດຫັຍງຫວະ ມັນມາກັບ AV ເທບ ທີ່ທຳອິດມັນວ່າບໍ່ດີ ມາຕອນທ້າຍລະດີ
ເອີຊິກະມີເນາະ ມັນມາລົບກວນ ເວລາເບິ່ງຫນັງ AV ຂອງເຮົາເວີ້ຍ ຢ່າເທາະ ບໍ່ເກີນທິດມັນມາອີກແນ່ນອນ ບໍ່ຮູ້ຊິມີ AV ເທບໆ
ມາແນະນຳອີກກະບໍ່ຈັກ.
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 9, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
ຄືວ່າໄດ້ເບິ່ງ ດ່ຽວ7 ມາຫມາດໆໆ ກະເລີຍລອງຄຶດວ່າສົມມຸດໂຕເອງເປັນ ໂນ໊ດອຸດົມ ຊິມອງເລື່ອງຕ່າງໆແບບໂນ໊ດເບີ່ງ
ເອົານ່າ ລອງຈັກເລື່ອງເນາະ.

ຂໍຍົກເອົາຫົວຂໍ້ ໂລກຮ້ອນສະ ຮູ້ສຶກວ່ານິຍົມກັນຫລາຍ 555 ຂະຫນາດຫມູ່ຮຽນຢູ່ລາວອາເມລິກາຮຽນບໍລິຫານ ຍັງໄດ້ຮຽນໂລກຮ້ອນເລີຍ
ເອີຄຶດອີກແງ່ກະດີໃດເນາະ ບາດມັນໄດ້ບໍລິຫານເປັນເຈົ້າເປັນນາຍ ພໍຊິມີຈັນຍາບັນສົ່ງເສີິມຮັກສາສິ່ງແວດລ້ອມ ສົງໄສຫລັກສູດບໍລິຫານແຕ່ກີ້
ບໍ່ມີຮຽນສິ່ງແວດລ້ອມແນ່ນອນ ສັງເກດງ່າຍໆ ພວກເພິ່ນໆທ່ານໆທັງຫລາຍຫັ້ນລະ ເບິ່ງເອົາ ຫຶຫຶ
ມາເວົ້າສາເຫດໂລກຮ້ອນ ໃຜກະວ່າ ໂອ້ຕັດໄມ້ທຳລາຍປ່າ ໂອ້ຍປ່ອຍກາສກາກໂບນິກ ບາງຄົນກະວ່າເປັນນຳເຜົາຜານນ້ຳມັນຫລາຍ ບາງຄົນກະວ່າອີກ
ຊິຍາກຫຍັງກັ້ນໃຈລະກະແລ້ວ ເພາະກາກໂບນິກຈັ່ງບໍ່ອອກມາ ເອີແມ່ນຄວາມມັນເນາະ ບາງຄົນກະວ່າບໍ່ໃຫ້ງົວຄວາຍມັນອຶອຶ ເພາະວ່າ ມີເທນທັງນັ້ນໃນອຶອຶຫັ້ນ
ໂອ້ ເອົາເຂົ້າໄປ ແຕ່ເຮົາຮູ້ຫລືບໍ່ ໂລກຮ້ອນມັນມີອີກສາເຫດນຶ່ງ ບໍ່ໃກ້ບໍ່ໄກ ໃກ້ໆເຮົານິລະ ເອະຫລີໄກຫວະ ບໍ່ດອກໃກ້ໆນຶ່ງ ແມ່ນຫຍັງຮູ້ບໍ່
"ໂທລະສັບມືຖື" ແມ່ນແລ້ວໂທລະສັບມືຖື ແຕ່ກີ້ໄດ້ຍິນບໍ່ ແທງໂກ້ໃຫ້ເຮົາໃກ້ຊິດກັນຫລາຍຂຶ້ນ ຊິບໍ່ໃກ້ແນວໃດ ໂທຫາກັນບາດໃດຊິເປັນຊິຕາຍ ບາງເທື່ອຈົນໄດ້ເອົາໂທລະສັບມາຈຸກັນຈັ່ງໂທຕິດ ໃກ້ສຸດໆ ອ່າຕອນນັ້ນລົດຈີນລະບາດ ບໍ່ຮູ້ມີໃຜເຄີຍໄດ້ຍິນບໍ່ ຊິນໂກ້ໃຫ້ເຮົາບິດມັນກັນຫລາຍຂຶ້ນ 555+
ຕໍ່ມາ ແທງໂກ້ໃຫ້ທ່ານຫລາຍກວ່າຄວາມສຸກ ເຮີ້ຍ ຫລາຍກວ່າຄວາມສຸກ ມັນເປັນແນວໃດຫວະ ຫລືວ່າມັນເປັນແບບສຸກໆ ເອີສຸກຫລາຍກະບໍ່ແຊບ ຢ່າເທາະເນາະເພາະປະຈຸບັນເພິ່ນປ່ຽນແລ້ວ ອິອິ
ມາຕໍ່ ໂທລະສັບນິລະສາເຫດນຶ່ງໂລກຮ້ອນ ມື້ນັ້ນຈື່ໄດ້ ບໍ່ຮູ້ວັນທີທໍ່ໃດ (ມັນຈື່ແນວໃດຫວະ) ນັ່ງຫລິ້ນພັນລາວຢູ່ດີໆ ສຽງ SMS ດັງຂຶ້ນ ປິບໆໆ ຫຶ ຜູ້ສາວພັນລາວສົ່ງຫາຫວະນິ ຫຸຫຸ ຈັບໂທລະສັບມາເປີດເບິ່ງ ເບີຫຍັງມັນບຸເລກ 4 ໂຕ ຂໍ້ຄວາມບອກວ່າ ມີຄອນເສີດ ຫຍັງມັນບຸ ບໍ່ຮູ້ເລື່ອງ ມັນສົ່ງມາຫາວິມານຫຍັງຫວະ ບໍ່ເຫັນຊິຢາກຮູ້ ນ້ານລະໂລກຮ້ອນແລ້ວ ກົດເປີດເບິ່ງ SMS ເປືອງແບັດເອີລະຍັງເປຶອງຕໍ່ອີກກົດລຶບ ໄຟຟ້າທັງນັ້ນ ມື້ຕໍ່ມາ ປິບໆໆອີກ ແລ່ນມາດ້ວຍຄວາມດີໃຈ ຜູ້ສາວສົ່ງມາຄັກໆ ແລ່ນມາດ້ວຍຄວາມສຸກລົ້ນ ຕົນໂຕເຫມຶອນດັ່ງລອຍໄດ້ ຈັບໂທລະສັບເປີດປຸບ ມາອີກລະເບີ 4 ໂຕ ເຊີນຮ່ວມໂຫວດນາງສາວອາພອນ ໂອ້ ມາອີກລະ ໂຫວດເຮັດຫຍັງຫວະ ເປືອງເງິນ ເປືອງໄຟອີກຄັ້ງລະເດະ,ຍັງບໍ່ພໍ ເຊີນໂຫວດນາງສາວອາພອນ ສົນໃຈລາຍລະອຽດຂໍ້ມູນເພີ່ມເຕີມໂທ xxx ນ້ານມັນໃຫ້ເປືອງໄຟເປີດ SMS ບໍ່ພໍຍັງຊິໃຫ້ເປືອງໄຟໂທໄປອີກ.
ຫວ່າງກາງເດືອນເຈົ້າຂອງເວບ (Au8ust ເດືອນ8) ໂຫ່ ຫລາຍຄົນຄົງຕື່ນຕົກໃຈ ທີ່ເຫັນມີການຂົນກະສອບຊາຍໄປຕັນແຄມຂອງ ຕົກໃຈຍ້ອນວ່າມັນໄປຕັນເຮັດຫຍັງ ນ້ຳມັນກະບໍ່ຖ້ວມລະ ບໍ່ໄດ້ລອຍຫລິ້ນຊ້ຳ ເຫີ່ເສຍດາຍ ມາອີກລະເລກ 4 ໂຕ ຂໍເຊີນຮ່ວມມ່ວນຊື່ນກັບການຊີງໂຊກ ເກີດຄຳຖາມໃນໃຈໂຊກຫຍັງຫວະ ອ່ານຕໍ່ໄປ ມັນກະບອກວ່າ ລາຍລະອຽດເພີ່ມເຕີມໂທ ນ້ານອົດສາສົນໃຈມັນກະຍັງບອກບໍ່ຫມົດ ຍັງໃຫ້ເປືອງໂທໄປອີກ ອັນບາດແນວຢາກຮູ້ຫັ້ນນ່າ ຄືບໍ່ເອົາມາໃສ່ແນ່ ນັ່ງຢູ່ເຮືອນເປີດຫນັງສືພິມ ເບິ່ງລະດັບນ້ຳຂອງ ໂອ້ຂຶ້ນຫລາຍແຫະ ເອະແຕ່ວ່າມັນໂຕເລກວານນີ້ພຸ້ນຕົວະ ຄືວ່າລະເນາະ ຫນັງສືພິມມັນພິມວານນີ້ ເຫີ່ຢາກເຫັນໂຕເລກມື້ນີ້ ເປັນຫຍັງອັນໂທລະສັບມັນຄືບໍ່ເຫັນສົ່ງມາບອກ ບາດອັນແນວນີ້ ກະເລີຍໂທໄປສູນ ເລກ ສາມໂຕ ໂທເຂົ້າໄປ ຕະລຶງຕຶງໆໆໆໆໆ ສຽງເພງຂຶ້ນມາ ມີໂຄສະນາໂປໂມຊັ້ນພິເສດນັ້ນນີ້ ບຶດນື່ງໄດ້ຍິນສຽງຜູ້ສາວ ບອກວ່າ ກະລຸນາລໍຖ້າສາຍຂອງທ່ານຈະຖືກຕອບຮັບໃນໄວໆນີ້ ຟັງດີໆ ໄວໆນີ້ ເຮົາກະຖ້າ ເພງມັນກະມາຢ່າງຕໍ່ເນື່ອງ 3 ນາທີຜ່ານໄປ ສຽງນັ້ນມາອີິກຄັ້ງ Copy past ກະລຸນາລໍຖ້າສາຍຂອງທ່ານຈະຖືກຕອບຮັບໃນໄວໆນີ້ ມັນຊິໄວຈັກເທື່ອຫວະ ຄຶດໃນໃຈ ສົງໄສພະນັກງານມັນຄາກິນຫມາກສົ້ມຢູ່ຕິ ເປັນຫຍັງບໍ່ບອກວ່າ ກະລຸນາຖືສາຍນັ່ງຖ້າ ຫລືນອນຖ້າ ສາຍຂອງທ່ານຈະຖືກຮັບເມື່ອພະນັກງານຫວ່າງເຊິ່ງບໍ່ຮູ້ວ່າຈະຫວ່າງຕອນໃດ ເປືອງໄຟເຊັ່ນເຄີຍ
ນິລະໂລກຮ້ອນຈາກໂທລະສັບ ຄັນລົມສາວບໍ່ເປັນຫຍັງດອກ ອົດທົນໄດ້ຮ້ອນກະຢ່າມັນ 555+
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ
ມື້ນຶ່ງ ຄູບາ ຍ່າງໄປກັບເດັກວັດ ຊື່ບັກຫລ້າ, ບັກຫລ້າຄຶດອອກແນວໃດບຸກະເລີຍຖາມຂຶ້ນວ່າ
ບັກຫລ້າ: ຄູບາ ຄູບາ ອັນດຽວນີ້ຫັ້ນນະຂະເຈົ້າມີສັບໃຫມ່ເກີດຂຶ້ນ ເຊັນວ່າ ກິກ ຊິນ່າ ເອົາມາໃຊ້ແທນຄຳວ່າ ຊູ້ສາວ
ມັນຟັງເບິ່ງລະກະຫນ້າຮັກດີໃດເນາະ ຟັງລະຍັງຄືວ່າບໍ່ບາບນຳອີກ ບໍ່ຄືເອີ້ນວ່າ ຊູ້ສາວ ຟັງລະບາບແນວໃດບຸ.

ຄູບາ ຍັງຄົງຍ່າງຕໍ່ໄປ ໂດຍບໍ່ປາກຈັກຄວາມ.
ບຶດນຶ່ງປາກົດວ່າຢູ່ຫຍ້າແຄມທາງຍ່າງ ມີງູເຫົ່າໂຕບັກໃຫຍ່ ຂົດຢູ່ຫັ້ນ ບັກຫລ້າ ຫລຽວເຫັນກະເລີຍຮ້ອງຂຶ້ນ
ບັກຫລ້າ: ຄູບາ ຄູບາ ງູໆໆໆໆໆໆ ໂຕບັກໃຫຍ່ ເປັນຕາຢ້ານພິລຶກ.
ຄູບາຢຸດແລ້ວຫັນຫນ້າມາເວົ້ານຳບັກຫລ້າ
ຄູບາ: ສົມມຸດວ່າ ອາດຕະມາຕັ້ງຊື່ໃຫ້ງູໂຕນີ້ວ່າ ກຸກໄກ່ ຊື່ມັນຫນ້າຮັກດີບໍ່.
ບັກຫລ້າ: ໂດຍໆໆ ກະຫນ້າຮັກດີລະມັນເປັນຫຍັງລະ?
ຄູບາ: ໂອ້ ຄັນວ່າຊື່ນີ້ຫນ້າຮັກດີ ບາດນິກະລອງເດ່ມືໄປເບິ່ງດຸ ລອງເບິ່ງວ່າມັນຊິຕອດບໍ່.

(ບາບແນວໃດກໍແມ່ນບາບ ເຖິງຈະປ່ຽນຊື່ໃຫ້ຫນ້າຮັກພຽງໃດ ມັນກໍຍັງແມ່ນບາບ ຄືກັບງູຫັ້ນລະເຖິງຈະຕັ້ງຊື່ໃຫ້ມັນຫນ້າຮັກ ແຕ່ມັນກໍຍັງແມ່ນງູມີພິດຮ້າຍຄືເກົ່າ)

ມື້ຕໍ່ມາ ຄູບາໄດ້ໄປເທດພະທັມຄຳສອນຢູ່ບໍລິສັດໃຫຍ່ແຫ່ງນຶ່ງ ກ່ຽວກັບເລື່ອງບາບບຸນຄຸນໂທດ ແລະເລື່ອງກົດແຫ່ງກັມ
ຫລັງຈາກເທດສະຫນາແລ້ວ ກໍມີພະນັກງານຊາຍຄົນນຶ່ງຖາມຂຶ້ນວ່າ: ສົມມຸດຂະນ້ອຍບໍ່ເຊື່ອເລື່ອງກົດແຫ່ງກັມເດ້ ກະຊິມີຜົນນຳຂະນ້ອຍຢູ່ບໍ້
ຄູບາ: ຊັ້ນອາດຕະມາຂໍເວລານຳພໍ່ອອກ ຈັກບຶດນຶ່ງໄດ້ບໍ່ ນຳອາດຕະມາ ຂຶ້ນມາເທິງດາດຟ້າຄາວນຶ່ງ.
ພະນັກງານຄົນນັ້ນກໍນຳໄປ ຈົນຮອດດາດຟ້າ ຄູບາກໍຫລຽວມາຫາ
ຄູບາ: ສົມມຸດວ່າ ພໍ່ອອກ ບໍ່ເຊື່ອເລື່ອງກົດແຮງດຶງດູດຂອງຫນ່ວຍໂລກ ແລ້ວໃຫ້ພໍ່ອອກໂດດລົງຈາກດາດຟ້ານີ້
ລອງເບິ່ງດຸວ່າ ພໍ່ອອກ ຊິຕົກລົງໄປບໍ່.

(ຄວາມຈິງກໍຄືຄວາມຈິງ ເຖິງບໍ່ເຊື່ອມັນກໍຍັງແມ່ນຄວາມຈິງ)

ເອົາມາຈາກເລື່ອງຂອງ ຫລວງພີ່ອ້ຽງ ມັນເປັນປຶ້ມກາຕູນນະ ເອົາມາຂຽນເລົ່າ ແນວນີ້ ມີຫຍັງຜິດພາດ ຫລືວ່າຂຽນໄດ້ບໍ່ເຂົ້າໃຈກະຕິໄດ້ເດີ້ ບໍ່ວ່າຫຍັງດອກ ຄັນບໍ່ຢ້ານ 555
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 9, 2008 | ມີ 11 ຄຳເຫັນ ແລະ 0 trackback(s)
ມີຄຳຖາມມາຖາມຫມູ່ເພື່ອນພໍ່ແມ່ພີ່ນ້ອງພັນລາວໆໆໆໆໆ
ໂດຍສະເພາະບັນດາຜູ້ທີ່ມັກກາຕູນ ໂຄນັນ

ພໍດີວ່າເຮົາມີ ໂປສກາດ ກະເລີຍວ່າຊິແຈກຊັ້ນດອກ 3 ໃບ
alt

ຄຳຖາມງ່າຍໆໆໆໆໆ
ຖາມວ່າ ມີໃຜແນ່ທີ່ຮູ້ຈັກວ່າ ໂຄນັນ ແມ່ນ ຊິນອິຈິ
ເອົ້າ ຜູ້ຖາມນິກະບໍ່ແນ່ໃຈຄືກັນ ວ່າມີຈັກຄົນ ເອົາເປັນວ່າ ໃຜຕອບໄດ້ເທົ່າກັບທີ່ເຮົາຮູ້
ຫລືວ່າກາຍແຮງດີເນາະ 3 ຄົນທຳອິດ ຮັບໄປເລີຍ ຕອບຢູ່ນີ້ກະໄດ້ ຫລືວ່າໄປຕອບຢູ່ນີ້ກະດີ

http://conanfan.laoblogger.com/
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
ປິດສະຫນາທີ່ແກ້ບໍ່ໄດ້ … ບໍ່ມີຢູ່ໃນໂລກນີ້ແນ່ນອນ.

ການໄຂປິດສະຫນາຂອງຄະດີ ບໍ່ມີຄຳວ່າປະລາໄຊຫລືຊະນະ ບໍ່ມີທີນຶ່ງຫລືສອງ
ມີແຕ່ຄວາມຈິງພຽງສິ່ງດຽວເທົ່ານັ້ນ.

ນັກສືບທີ່ຕ້ອນຄົນຮ້າຍຈົນໆຕາແຈ ເຖິງຂັ້ນຕ້ອງຂ້າໂຕຕາຍໃນທີ່ສຸດ
ກໍບໍ່ຕ່າງຫຍັງກັບໂຕເອງເປັນຄາດຕະກອນ.

ຈອມໂຈນກໍຄື ສີລະປິນຜູ່ສ້າງສັນການຂະໂມຍສິ່ງທີ່ຕ້ອງການຢ່າງວິຈິດງົດງາມ
ນັກສືບກໍຄືຄົນທີ່ເຝົ້າຕິດຕາມເບິ່ງຜົນງານນັ້ນ ຫລືເປັນພຽງນັກວິຈານທຳມະດາເທົ່ານັ້ນ.

ຂະຫນາດວ່າກະຈົກສາມາດສະທ້ອນທຸກຢ່າງໄດ້ຢ່າງກົງໄປກົງມາ
ແຕ່ມັນກໍບໍ່ອາດສະທ້ອນຕົວຕົນທີ່ແທ້ຈິງຂອງມະນຸດໄດ້.

ຖ້າຕັດຄວາມເປັນໄປບໍ່ໄດ້ອອກ ສິ່ງທີ່ເຫລືອເຖິງຈະບໍ່ເປັນຕາເຊື່ອປານໃດກໍຕາມ ມັນກໍແມ່ນຄວາມຈິງ

ຍັງມີຕໍ່ເດີ້ໄປອ່ານໄດ້ຕື່ມ: http://conanfan.laoblogger.com/

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
ໂອ້ ມື້ນີ້ ເອົາລະ ພີ່ນ້ອງພັນລາວເຮົາ ໄດ້ໄປປະກອບສ່ວນອີກແຮງນຶ່ງ
ໄປແຕ່ສາມຄົນຂໍ້ຫລໍ້ ຫມີ ນີ່ນຸ່ຍ ດ່ຽວ ຫມົດ 5555 ໄປເລາະໆ ຈົນເຫັນຈຸດອັນຕະລາຍ
ກະເລີຍສອດສະ.
alt
ດ່ຽວກັບ ນີ່ນຸ່ຍ ຫຶຫຶalt
ບັນດາອ້າຍນ້ອງພະນັກງານ Green Discovery ທີ່ປະຈຳຢູ່ເຂດນັ້ນalt
ຊາຍຫມົດ ພໍ່ແມ່ປະຊາຊົນ ເລີຍນັ່ງພັກຜ່ອນ ເອົາແຮງຈັກຫນ້ອຍalt
ພາຍໃນເວລາ 3 ຊົ່ວໂມງ ນ້ຳຂື້ນມາເກືອບຮອດກະສອບຊາຍແລ້ວalt
ພະນະທ່ານ ສົມສະຫວາດ ເລັ່ສະຫວັດ ລົງມາເບິ່ງສະພາບໂຕຈິງ ຮູບອ່າວໄກແນ່ເດີ້ ເບິ່ງເອົາເອງວ່າເຫັນບໍ່ ເພາະວ່າບໍ່ກ້າຖ່າຍຕອນເພິ່ນຢູ່ໃກ້ 555alt
ບຶງຂະຫຍອງ ເຫິໆໆ altaltalt
ທ່າເຮືອຫລັກ 4 ເຖິງວ່າຕອນນີ້ ຢູ່ວຽງຈັນຝົນຈະບໍ່ຕົກ ແຕ່ວ່ານ້ຳຂອງຍັງເພີ່ມຂຶ້ນເລື້ອຍໆ ສະເລ່ຍແລ້ວ ຂຶ້ນ 6cm ໃນ 1-2 ຊົ່ວໂມງ.
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 13, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
• ເນື່ອງຈາກສະຖານະການນ້ຳຂຶ້ນເປັນທີ່ໜ້າເປັນຫ່ວງຫຼາຍ ທີມງານ Laozaa ພວກເຮົາ
ເລີຍວ່າຈະໄປອາສາສະໝັກຊ່ອຍເຫຼືອສ້າງຄູກັ້ນນ້ຳ ໃນເວລາມື້ອື່ນ ວັນທີ 13 ສິງຫາ 2008 ປະມານ 10 ໂມງເຊົ້າ
ເລີຍຂໍລະດົມພົນຫາກສະມາຊິກຜູ້ໃດສົນໃຈ ໄປຮ່ວມຊ່ອຍນຳກັນ ລາວຊ້າກັບພັນລາວ
 ຢາກເຂົ້າຮ່ວມຊ່ອຍເຫຼືອປະຊາຊົນລາວນຳພວກເຮົາ
ໃຫ້ລົງນາມໄວ້ນ່ະທີ່ນີ້ໄດ້ເລີຍເດີ້ ພ້ອມເບີໂທກໍ່ດີ ຈະໄດ້ຕິດຕໍ່ສະດວກ
ສະຖານທີ່ແມ່ນຈະລະບຸອີກເທື່ອໜຶ່ງ ໃນມື້ອື່ນເຊົ້າເດີ້ພີ່ນ້ອງ.

ປະຊາຊົນລາວບໍ່ຊ່ອຍກັນຕອນນີ້ຊິຊ່ອຍກັນຕອນໃດ
ອົດທົນຊ່ວຍກັນເດີ້ເຮົາຄົນລາວນຳກັນ...ສູ້ໆເພື່ອປະເທດຊາດເຮົາ

http://www.laozaa.com/board/index.php?topic=6094.msg30914;topicseen#msg30914
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2008 | ມີ 51 ຄຳເຫັນ ແລະ 0 trackback(s)
ມາອັບເດດຂ່າວຕອນນີ້ລະດັບນ້ຳຂອງໃນນະຄອນຫລວງວຽງຈັນ ຂຶ້ນສູ່ລະດັບວິກິດແລ້ວ

alt
ຕາຕະລາງລະດັບນ້ຳຂອງ ຂໍ້ມູນຈາກກົມອຸຕຸນິຍົມ

ປະຊາຊົນເຂດແຄມຂອງ ເລີ່ມຈາກມື້ວານນີ້ ຢູ່ເຂດ ເກົ້າລ້ຽວ ຫນອງດາກໍຖ້ວມມາແລ້ວ ຈາກນັ້ນກໍມາເຂດຂຸນຕາ ອຸບມຸງ
ແລະກະແຖວບໍ່ໂອ ບ້ານຫ້ອມ ຕອນນີ້ເຂດແຄມນ້ຳຂອງທຸກບ່ອນເພິ່ນໄດ້ລະດົມຄົນເອົາກະສອບຊາຍໄປວາງລັດຫມົດ

alt
ຮູບນີ້ແຖວຂົວຂາວ ໃກ້ໆມີນາ ແຖວບ້ານຂ້າພະເຈົ້າ ເລີ່ມແລ້ວ

alt
ຮູບນີ້ກະໃກ້ໆກັບຮູບທີ່ນຶ່ງຫັ້ນ ເປັນຮ້ານອາຫານກຳລັງສ້າງຍັງບໍ່ແລ້ວນ້ຳຖ້ວມຈ້ອຍ

alt
ຮູບນີ້ບ່ອນທາງໂຄ້ງຂຶ້ນມາຈາກໄຟແດງທາດຂາວ

alt ສັງເກດຍັງອີກປະມານ ແມັດດຽວເທົ່ານັ້ນກະລົ້ນຄູກັ້ນແລ້ວ

alt
ໂຮງແຮມດອນຈັນຕອນນີ້ນ້ຳອ້ອມໄວ້ຫມົດເລີຍເຫິໆ

ເວົ້າງ່າຍໆຕອນນີ້ນ້ຳຂອງຂຶ້ນລົ້ນຕາຝັ່ງແລ້ວ ຄາແຕ່ຄູກັ້ນ ກັບສິ່ງກໍສ້າງບາງຢ່າງທີ່ຄົນເຮັດຂຶ້ນເທົ່ານັ້ນ
ສະຖານະການຕອນຫນ້າເປັນຫ່ວງຫລາຍ ເພາະທາງກົມອຸຕຸນິຍົມ ໄດ້ພະຍາກອນອາກາດວ່າ ຝົນຍັງຈະສືບຕໍ່ ລິນໄປອີກ 3 ມື້
ໂອ້ຕາຍຫ່າ  >:( ບວກກັບນ້ຳໃນພາກເຫນືອຕອນນີ້ຢູ່ໃນລະດັບສູງ ອີກບໍ່ດົນນ້ຳກໍຈະຍື່ງມາທາງພາກກາງ ແລະພາກໃຕ້.

alt
ຮູບນີ້ຢູ່ຕໍ່ຫນ້າໂຮງແຮມລ້ານຊ້າງ ຂ້າງຊ້າຍຫັ້ນກະແມ່ນສວນກອດ

alt
ແຖວຫໍກາງ

alt
ຫນ້າຫໍກາງເລີຍອັນນິ

alt
ເບິ່ງເຮືອຂຶ້ນມາພຽງຝັ່ງເລີຍ

alt
ນ້ຳພຽງຝັ່ງຫມົດເລີຍ ເບິ່ງໄກໆເຫັນໂຮງແຮມດອນຈັນຕັ້ງຢູ່ກາງນ້ຳ

ຕອນນີ້ ເຮືອນປະຊາຊົນທີ່ຝາກເບື້ອງຕິດແຄມຂອງຖືກນ້ຳຖ້ວມເກືອບທຸກຫລັງເຮືອນແລ້ວ
ຕອນນີ້ກະແມ່ນກັ້ນໄວ້ບໍ່ໃຫ້ມັນລົ້ນຄູກັ້ນນ້ຳ ເພາະລົ້ນເມື່ອໃດ ທາງໃນວຽງຈັນ ຖ້ວມແນ່ນອນ

alt
ໄມ້ຂອນບັກໃຫຍ່

alt
ຕູບຂາຍເຄື່ອງແຖວໆສາມແຍກປາກປ່າສັກ ຖ້ວມແລ້ວ

alt
alt
ຮູບນີ້ແມ່ນແຄມຝັ່ງແຖວສວນມອນ

ໂອ້ຍສັບສົນຫລາຍ ເປັນຕາອີ່ຕົນຄົນເຮືອນຢູ່ແຄມຝັ່ງ ທັງວັດທັງເຮືອນຄົນ ຖ້ວມຫມົດ
ບັນດານັກຫາປ່າ ກະໄປນັ່ງຕຶກເບັດ ຕຶກກະດຸ້ງ ກັນເປັນແຖວ.


ເກັບກຳຂໍ້ມູນມາຫມາດໆຫວ່າງຕອນ ບ່າຍ 3 ໂມງ ໂດຍ Mii
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໃນອາທິດທີ່ຜ່ານມາຢູ່ບາງກອກປະເທດໄທ ໄດ້ເກີດເຫດສະເທືອນຂວັນ ໄວຫນຸ່ມອາຍຸ 18 ປີ ຂ້າຄົນຂັບແທັກຊີ່ ແບບອົງອາດ ໂດຍບໍ່ຢ້ານກົວຫຍັງເລີຍ
ເຊິ່ງສາເຫດທີ່ເຮັດຜູ່ກ່ຽວໄດ້ອອກມາຍອມຮັບເອງວ່າ ສາເຫດທີ່ລົງມືນັ້ນແມ່ນເກີດມາຈາກ ຢາກຮຽນແບບ ເກມ ເຊິ່ງເກມທີ່ຫລິ້ນຫັ້ນແມ່ນເກມທີ່ຊື່ວ່າ GTA ໂດຍຜູ່ກ່ຽວ
ໄດ້ຫລິ້ນເກມ GTA ແບບອອນໄລ ນັ້ນເອງ ສ່ວນທາງພໍ່ແມ່ຜູ່ປົກຄອງຂອງຜູ່ກ່ຽວ ກໍໄດ້ໃຫ້ສຳພາດກັບຕຳຫລວດວ່າ ບໍ່ຄຶດວ່າລູກຈະເຮັດແບບນັ້ນໄດ້ ເພາະວ່າເບິ່ງແລ້ວ
ລູກຕົນເອງບໍ່ຫນ້າຈະເປັນແນວນັ້ນ ແລະປົກກະຕິເປັນຄົນບໍ່ມັກປາກ ແລະສຳຄັນສຸດທ້າຍພໍ່ແມ່ກໍຍອມຮັບວ່າ ບໍ່ມີເວລາຢູ່ໃກ້ຊິດລູກເລີຍ.

ຟັງລະເສົ້າໃຈ ສັງຄົມທຸກມື້ນີ້ ອັນນີ້ໃນທັດສະນະສ່ວນໂຕ ເປັນຄົນທີ່ບໍ່ມັກເກມ ອອນໄລ ທຸກຢ່າງເລີຍ ມັນມີຜົນກະທົບຫລາຍຢ່າງ
ສັງເກດເບິ່ງດີໆ ເກມອອນໄລສ່ວນໃຫຍ່ມັກຈະມີ Rate ຂອງເກມຢູ່ໃນລະດັບ 12 ປີຂຶ້ນໄປ ແມ່ນຢູ່ວ່າໂຕເກມຖືກວາງມາໃຫ້ຢູ່ໃນລະດັບນັ້ນ ແຕ່ລອງຄຶດນຳກັນ
ເວລາເຮົາອອນໄລ ເດັກນ້ອຍທີ່ຫລິ້ນ ກໍຈະໄດ້ພົບກັບສັງຄົມອີກສັງຄົມນຶ່ງ ທີ່ມີທັງຄົນດີຄົນຊົ່ວ ການເວົ້າຈາຮຸນແຮງ ຫຍາບຄາຍ ແທນທີ່ເກມຈະຢູ່ໃນລະດັບ ເດັກ 12 ປີຫລິ້ນ
ເວລາອອນໄລມັນຄວນເພີ່ມເປັນ 18 ຫລື 20 ເລີຍຍິ່ງດີ ກັບມາເບິ່ງບ້ານເຮົາ ນັບມື້ຮ້ານເກມອອນໄລເກີດຂຶ້ນຢ່າງລຽນຕິດ ຢ່າວ່າແຕ່ຄືຕົວຢ່າງເດັກ 12 ປີເລີຍ ຢູ່ບ້ານເຮົາ 6-7 ປີກະມີ  ຫນ້າເປັນຫ່ວງຫລາຍ ຢາກຝາກເຖິງພໍ່ແມ່ຜູ່ປົກຄອງ ຫລືວ່າໃຜມີນ້ອງນຸ່ງ ກະເບິ່ງໆຊ່ອຍກັນເດີ້ ບໍ່ແມ່ນຫ້າມຫລິ້ນ ແຕ່ໃຫ້ຫລິ້ນມີເວລາ ມີສະຕິ ຜູ່ໃຫຍ່ຄວນຊ່ອຍຕັກເຕືອນ ຊີ້ແຈງອັນໃດດີອັນໃດບໍ່ດີ ໃຫ້ເດັກນ້ອຍ.

ອືມມ ລະແຖມອີກຂ່າວ ຢູ່ໄທເຊັ່ນກັນກໍໄດ້ມີຜູ່ຍິງຄົນນຶ່ງເອົາປືນປອມບຸກເຂົ້າປຸ້ນຮ້ານ ເຊເວັນ ສາເຫດບອກວ່າບໍ່ມີເງິນໃຊ້ ແລະເຫັນໃນຫນັງເຂົາເຮັດກໍເລີຍເກິດຄວາມຄຶດວ່າຊັ້ນ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
ຄົນເຮົາຮຽນວິທະຍາສາດດ້ວຍຄວາມພໍໃຈ ສ່ວນອັນອື່ນໆກໍເພື່ອໃຫ້ມີຄວາມຮູ້ເຕັກນິກໂດຍຫວັງວ່າ ຈະເຮັດອັນໃດອັນນຶ່ງໃຫ້ໄດ້ ແຕ່ໂດຍທົ່ວໄປແລ້ວ ກໍແມ່ນເພື່ອໃຫ້ໄດ້ວຽກເຮັດງານທຳສຳລັບລ້ຽງຊີບນັ້ນເອງ. ຜູ່ບໍ່ຂີ້ສົງໄສປານໃດ ກໍອາດຜ່ານເລື່ອງນີ້ໄປງ່າຍໆ ຄວາມຮູ້ຫລາຍອັນຫລາຍແນວ ເບິ່ງເປັນຕາຫນ້າງຶດງໍ້ ແຕ່ຄົນເຮົາກໍສາມາດຢູ່ໄດ້ໂດຍບໍ່ມີຄວາມຮູ້ເຫລົ່ານັ້ນ.
ເວົ້າອີກຢ່າງນຶ່ງກໍຄືວ່າ ມີບາງສິ່ງບາງຢ່າງທີ່ອາດຈະຮຽນ ຫລືບໍ່ຮຽນກໍໄດ້ແລ້ວແຕ່ມັກ. ໃນເມື່ອບໍ່ມີທີ່ຈະສາມາດຮູ້ໄດ້ທຸກສິ່ງທຸກຢ່າງ ຈັ່ງຊັ້ນພວກເຮົາກໍຈຳເປັນຕ້ອງເລືອກ ແລະຍອມຮັບຢ່າງອົງອາດໃນຄວາມຮູ້ຂອງເຮົາ. ຄົນເຮົາມີຊີວິດຢູ່ໄດ້ໂດຍບໍ່ຈຳເປັນຕ້ອງຮູ້ເລື່ອງກົດຟີຊິກ ດວງດາວຫລືວິຊາການອອກແບບເຄຫາ ຫລືກົດລະບຽບເຕະບານ ແຕ່ເຖິງປານນັ້ນເຮົາກໍຍັງຈຳເປັນຕ້ອງຮູ້ບາງສິ່ງບາງຢ່າງເພາະມັນຢູ່ໃນຊີວິດເຮົາ ເຊັ່ນຕົວຢ່າງວ່າ ເຮົາຮູ້ວ່າມັນບໍ່ດີເລີຍ ຖ້າຈະຂີ່ລົດໄວໆໂດຍບໍ່ໃສ່ຫມວກກັນກະທົບ ຫລືຈະໂດດລົງມາແຕ່ກົກພ້າວ ຫລືໂດດລົງຈາກຕຶກຫລາຍຊັ້ນ. ເວົ້າງ່າຍໆວ່າບັນດາຄວາມຮູ້ຮອບຕົວເຮົານັ້ນກໍມີອັນຈຳເປັນ ແລະອັນບໍ່ຈຳເປັນ ເຊິ່ງພວກເຮົາມັກເອີ້ນັນວ່າ "ສິ່ງດີ" ເພາະມັນເຮັດໃຫ້ເຮົາຮູ້ສຶກດີ, ສ່ວນບາງສິ່ງບາງຢ່າງທີ່ເຮັດໃຫ້ເຮົາເຈັບປວດນັ້ນເອີ້ນວ່າ "ສິ່ງຊົ່ວຮ້າຍ" .
ດັ່ງນັ້ນມີບາງຢ່າງດີສຳລັບເຮົາ ແລະບາງຢ່າງບໍ່ດີ ເຊັ່ນ ເຮົາຮູ້ວ່າໄຟສາມາດໃຫ້ຄວາມອົບອຸ່ນຫລືເຮັດຂອງກິນໃຫ້ສຸກ ແຕ່ຖ້າມັນໄຫມ້ມາເດ້ມັນກໍອັນຕະລາຍ, ເຮົາຮູ້ວ່າການກິນນ້ຳດີຕໍ່ເຮົາ ແຕ່ກໍເຮັດໃຫ້ຕາຍໄດ້ (ຈົມນ້ຳຕາຍ), ແຕ່ເຖິງຢ່າງໃດມັນກໍບໍ່ງ່າຍຫມົດທຸກແນວດອກຕົວຢ່າງ ສິ່ງມຶນເມົາບາງຊະນິດມັນກໍໍ່ໃຫ້ເກີດພະລັງ ຫລືພາໃຫ້ຮູ້ສຶກສະບາຍປອດໂປ່ງ ແຕ່ການເສບມັນຢ່າງລຽນຕິດກໍກາຍເປັນພິດໄດ້ ເບິ່ງໃນດ້ານນຶ່ງຄືວ່າມັນດີ ແຕ່ໃນອີກດ້ານນຶ່ງກໍຊົ່ວຮ້າຍ. ມັນເຫມາະສົມກັບພວກເຮົາຢູ່ ແຕ່ໃນເວລາດຽວກັນກໍບໍ່ເຫມາະສົມ. ບາດນີ້ກ້າວມາຮອດການພົວພັນລະຫວ່າງຄົນແຮງຊັບຊ້ອນໄປອີກ ເຊັ່ນການເວົ້າຕົວະນັ້ນໂດຍທົ່ວໄປເປັນສິ່ງຊົ່ວຮ້າຍ ເພາະມັນສາມາດຍົວະຍຸໃຫ້ຄົນຜິດຖຽງກັນໄດ້ ແຕ່ບາງຄັ້ງການຕົວະກໍເປັນປະໂຫຍດໄດ້ ຖ້າຫາກມັນໃຫ້ຜົນດີ ເຊັ່ນວ່າ ຈະດີກວ່າບໍ່ ຖ້າບອກຄວາມຈິງແກ່ຄົນທີ່ເປັນຫມາກເຮັງກຳລັງຈະຕາຍ ຫລືຈະຕົວະເຂົາເຈົ້າໃຫ້ມີກຳລັງໃຈຢູ່ຢ່າງບໍ່ກັງວົນຈົນຮອດມື້ຕາຍຂອງເຂົາເຈົ້າ. ພວກເຮົາມັກເວົ້າກັນວ່າດີທີ່ສຸດແມ່ນບໍ່ຄວນຫາເລື່ອງຕີຕ່ອຍກັບໃຜ ແຕ່ພວກເຮົາຈະຍິນຍອມໃຫ້ສາວນ້ອຍຫນ້າຮັກຄົນນຶ່ງຖືກຂົ່ມຂືນຕໍ່ຫນ້າຕໍ່ຕາໂດຍບໍ່ເຂົ້າໄປຊ່ອຍຍ້ອນວ່າບໍ່ຢາກຊົກຕີຊັ້ນບໍ? ສະຫລຸບສັ້ນໆວ່າ ສິ່ງຊົ່ວຮ້າຍອາດສາມາດເບິ່ງຄືວ່າດີໄດ້ໃນບາງເທື່ອ ແລ້ວແຕ່ສະພາບການ ແລະບາງເທື່ອຄວາມດີກໍມີພາບພາຍນອກຄ້າຍຄືສິ່ງຊົ່ວຮ້າຍ ມັນຕັ້ງສັບສົນເນາະວ່າບໍ່?

ຄັດຈາກບົດທີ1 ຂອງປຶ້ມ Ethique a' l'usage de mon fils ໂດຍ Fernando SAVATER
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໃນນະຄອນຫລວງ ວັນຈຽງ ມີກຸ່ມກຳມະກອນກຸ່ມນຶ່ງກຳລັງຂຸ້ນຂ້ຽວກໍ່ສ້່າງເຮືອນພັກຫລັງໃຫມ່ ທີ່ຊື່ວ່າ ເຮືອນພັກສສຽວ  ທີ່ຈະເປີດໃຫ້ບໍລິການໄວໆນີ້
ໃນຕອນບ່າຍຂອງມື້ນຶ່ງ ຂະນະທີ່ກຳມະກອນກຳລັງສືບຕໍ່ສ້າງເຮືອນພັກຫລັງດັ່ງກ່າວ ມີເດັກນ້ອຍຄົນນຶ່ງທີ່ຢູ່ແຖວນັ້ນລະ ເຂົ້າໄປແລ່ນຫລິ້ນ
ແລະກໍໄປຢຸດຢູ່ບ່ອນທີ່ກຳມະກອນກຳລັງກໍ່ບາງສິ່ງບາງຢ່າງ ທີ່ມີລັກສະນະ ເປັນສີ່ຫລ່ຽມຂຶ້ນມາ ເດັກນ້ອຍຄົນນັ້ນມັນຊີ້ໃສ່ແລະກໍຖາມວ່າ
ອັນນີ້ເຮັດອ່າງອາບນ້ຳຫວະ ຄັກດີນໍ້ມັນໃຫຍ່ດີຢາກລອຍຫລິ້ນເດ້ບາດມັນແລ້ວ
ກຳມະກອນຟ້າວຕອບທັນທີວ່າ: "ບໍ່ແມ່ນບໍ່ແມ່ນ ບໍ່ແມ່ນອ່າງອາບນ້ຳ ອັນນີ້ແມ່ນຕຽງ"
ເດັກນ້ອຍ: "ອ້າວ ມາກໍ່ຕຽງເຮັດຫຍັງ ຄືບໍ່ໄປຊື້ຕຽງໄມ່້ຫັ້ນເດ້ ຂະເຈົ້າຂາຍເຕັມຢູ່"
ກຳມະກອນ: "ຕຽງໄມ້ບໍ່ໄດ້ ຢ້ານມັນຫັກ ຕ້ອງກໍ່ເອົາມັນຈຶ່ງທົນທານເດີ້"
ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2008 | ມີ 28 ຄຳເຫັນ ແລະ 0 trackback(s)
ມີຄຳຖາມມາຖາມມາຕ້ອນພີ່ນ້ອງພັນລາວ ອິອິ

ໃຜຕອບໄດ້ຊິໃຫ້ສິດທິພິເສດ ໃນພັນລາວ (ຕອນທີ່ທ່ານນິນອ່ານຢູ່ ລາວກໍຈະອຸທານອອກມາວ່າ ເອະ ມາແຕ່ໃສສິດທິພິເສດ ເຮົາເປັນເຈົ້າຂອງເວບບໍ່ເຫັນຮູ້ເລື່ຶອງຫວະ)

ເອົ້າໆໆໆຖາມໆໆໆ

ຖາມວ່າ

ເປັນຫຍັງ ຢີ່ຣາບຟ ຈຶ່ງຄໍຍາວ ?

ສັ້ນໆໆໆ ລອງຕອບເບິ່ງເດີ້
ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2008 | ມີ 11 ຄຳເຫັນ ແລະ 0 trackback(s)
ມື້ວານນີ້ ຕັ້ງໃຈພາກັນໄປເບິ່ງຫນັງ Batman The Dark Night ພໍໄປຮອດ (ຟ້າວໄປແຕ່ເຊົ້າ) ຈະເລີນສີຍັງບໍ່ເປີດ ເຊັງເປັດ
ກໍເລີຍພາກັນເຂົ້າໄປຫາຫຍັງກິນຢູ່ KFC ເພື່ອອຸ່ນທ້ອງ ທີ່ມັນກຳລັງ ສົ່ງສຽງຮ້ອງຄ່ອຍໆ ແຕ່ກຳລັງຈະແຮງຂຶ້ນອອກມາ
ຕອນໄປສັ່ງ ກໍພາກັນສັ່ງ ອຳບະເກີ ຜູ່ສາວຂາຍກະວ່າ "ຣັບເຄື່ອງດື່ມອະໄຣຄະ" ເຮົາກະວ່າ ໂຄ໊ກ ສາວກະຕອບວ່າ "ມີແຕ່ເປບຊີຄະ" ຫນ້າແຕກບໍ່ລະ55
ຫລັງຈາກມານັ່ງກິນແລ້ວຮຽບຮ້ອຍ ແອມັນກະຈົ່ມຂຶ້ນ ເສຍດາຍເງິນຫວະ ບໍ່ມັກເປບຊີຊື້ມາກະດູດ 3 ເທື່ອນຶ່ງລົງບໍ່ຮອດເຄິ່ງ ຢາກໂທເອີ້ນ Bird ມາຈັດການໃຫ້ເດ້
ຫລຽວໄປເບິ່ງຂອງບັກໂກ້ດູດລົງກາຍເຄິ່ງລະ ມັນກະວ່າ "ເບິ່ງຫຍັງຫວະ ປົກກະຕິກະບໍ່ມັກດອກນ້ຳອັນນິ ມັນບໍ່ມີນ້ຳລ້າກິນຊື່ໆຫັ້ນລະ"
ເອີແມ່ນຄວາມມັນວ່າເວີ້ຍ ວ່າແລ້ວເຮົາກະຈົ່ມຂຶ້ນສຽງບັກດັງໆວ່າ "ຕອນຊື້ຫັ້ນນະຈັກມັນຊິຖາມເຮັດຫຍັງບຸວ່າ ຣັບນ້ຳອະໄຣຄະ ກະມັນມີແຕ່ນ້ຳອັດລົມຊິຖາມເຮັດຫຍັງ"
ພໍເວົ້າສຸດປັບບໍ່ຮອດ 2 ວິ ຢ້ຳ ບໍ່ຮອດ 2 ວິ ກໍມີສຽງສາວໄທເວົ້າຢູ່ຂ້າງໆຂ້າພະເຈົ້າວ່າ "ຣັບນ້ຳປ່າວເພີ່ມໄຫມຄະ"


ຮາແຕກ ວົງກະຈາຍ ສາວ KFC ງົງ ພວກຫ່ານິມັນຫົວຫຍັງຫວະ.
ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
ຊ່ວງນີ້ໄປໃສກໍໄດ້ຍິນແຕ່ຄົນຈົ່ມວ່ານ້ຳມັນຂຶ້ນ ນ້ຳມັນຂຶ້ນ
ມັນຂຶ້ນຢູ່ໃສຫວະ ຊ່ວງນີ້ນ້ຳມັນແຮງລົງຫລາຍ ນັບມື້ແຮງລົງຫລາຍຂຶ້ນເລື້ອຍໆ

ນ້ານ ຮູ້ເດີ້ຄຶດຫຍັງຢູ່ ກຳລັງຄຶດວ່າ ບັກຫມີມັນບ້າຫວະ ນ້ຳມັນຂຶ້ນຢູ່ທຸກມື້ມັນຍັງວ່ານ້ຳມັນລົງ

ບໍ່ເຊື່ອແມ່ນບໍ່ຫັ້ນ

ລອງເອົາຕຸກໄປໃສ່ນ້ຳມັນຢູ່ປ້ຳເບິ່ງແມະ

ແຕ່ກີ້ໄດ້ບັກຫລາຍໆ

ດຽວນີ້ ເດ້ໃສ່ເທື່ອໃດຫລຸດລົງເທື່ອນັ້ນ ບໍ່ໄດ້ຊ່ຳແຕ່ກີ້ຊ້ຳ

ເຫັນບໍ່ວ່າ ນ້ຳມັນມັນລົງ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ໃນຫ້ອງເລັກເຈີຂອງມະຫາວິທະຍາໄລແຫ່ງຊາດ
ອາຈານບັນຍາຍກ່ຽວກັບວິຊາທີ່ຕົນເອງສອນ
ແຕ່ກໍມັກຈະສອດແຊກເລື່ອງອື່ນໆເຂົ້າມາສະເຫມີ
ເພື່ອໃຫ້ນັກສຶກສາໄດ້ຮັບຮູ້ ແລະເພີ່ມພູນປະສົບການ
ນອກຈາກຄວາມຮູ້ໃນຕຳລາ
ມື້ນີ້ອາຈານເວົ້າເຖິງຄົນໂງ່ ອາຈານບອກວ່າ ບາງເທື່ອ
ຄົນໂງ່ໆກໍມັກຈະຖາມຄຳຖາມທີ່ແມ່ນແຕ່ຄົນສະຫລາດ
ກໍຍັງຕອບບໍ່ໄດ້ ລອງຄຶດເບິ່ງນຳກັນເບິ່ງເນາະ
ເມື່ອໄດ້ຍິນແນວນັ້ນນັກສຶກສາໃນຫ້ອງກໍພາກັນເວົ້າຂຶ້ນພ້ອມກັນວ່າ:
"ສົມພໍດອກ ເສັງຫວ່າງເດືອນແລ້ວນີ້ເຮົາພາກັນໄດ້ F ຫມົດຫ້ອງ"
ຂຽນເມື່ອ ຂຽນເມື່ອ: ກ.ລ.. 10, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ໃນໂຮງຮຽນອະນຸບານແຫ່ງນຶ່ງ ໃນຊົ່ວໂມງຮຽນວິຊາສີລະປະກຳ
ນາຍຄູພາເດັກນ້ອຍແຕ້ມຮູບ ຕາມໃຈ ໃຜຢາກແຕ້ມຫຍັງກໍແຕ້ມ
ນາຍຄູກໍຍ່າງເລາະເບິ່ງຮູບຂອງບັນດາຈິດຕະກອນນ້ອຍ ແຕ່ລະຄົນ
ຈົນມາຮອດທ້າວ ຈອນນີ່ ທີ່ກຳລັງເລີ່ມຂີດເສັ້ນສອງສາມເສັ້ນ
ນາຍຄູເຫັນວ່າ ລາວຄົງບໍ່ຮູ້ຊິແຕ້ມຫຍັງເລີຍເຂົ້າໄປຖາມ
ນາຍຄູ: "ຫລານຊິແຕ້ມຫຍັງລະນິ"
ຈອນນີ່: "ຫລານກຳລັງແຕ້ມຫນ້າພະເຈົ້າ"
ນາຍຄູ: "ໂອ້ຫລານຊິແຕ້ມໄດ້ແນວໃດ ບໍ່ມີໃຜເຄີຍເຫັນຫນ້າພະເຈົ້າຫລານຮູ້ບໍ່"
ຈອນນີ່: "ເອື້ອຍຄູກະໃຈເຢັນແນ່ແມ້ ອົດເອົາຈັກຫນ້ອຍຫລານແຕ້ມແລ້ວຫາກເຫັນດອກ"
ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
ຊາຍ 4 ຄົນ ຈາກ 4 ປະເທດ ໄດ້ໄປທ່ຽວຮ່ວມກັນ ພວກເຂົາທັງ 4 ພາກັນໄປທ່ຽວຢູ່ແຄນນາດາ
ແລະໄປຍືນຢູ່ຂອບນ້ຳຕົກ ໄນແອງກາຣາ ຊາຍອາເມຣິກາ ທ້າຂຶ້ນວ່າ ເຮົາມາລົງເງິນກັນບໍ່ ຄົນລະ 1000$
ວ່າໃຜຊິກ້າໂດດລົງໄປແນ່. ຊາຍຍີ່ປຸ່ນ ຫລຽວເບິ່ງຫນ້າ ຊາຍອັງກິດ ແລະທັງສອງຫັນຫນ້າໄປຫາຊາຍ
ຄົນຝຣັ່ງ ຊາຍຄົນຝຣັ່ງຮັບຄຳທ້າທັນທີ ຊາຍຍີ່ປຸ່ນ ແລະອັງກິດ ກໍເລີຍຕົກລົງນຳ.
ພໍແຕ່ຕົກລົງກັນປັບ ຊາຍອາເມຣິກາ ກໍໂດດລົງໄປ ທັງສາມຊາຍທີ່ເຫລືອຫລຽວເບິ່ງດ້ວຍຄວາມຕົກໃຈ
ແຕ່ປາກົດວ່າຊາຍອາເມຣິກາ ສາມາດປໍລໍ ຂຶ້ນມາລອຍເຂົ້າຕາຝັ່ງໄດ້ຢ່າງສະບາຍ ທັງສາມຄຶດວ່າເວລາ
ໂດດລົງໄປຄົງບໍ່ເປັນຫຍັງດອກຂະຫນາດຫມູ່ຍັງເຮັດໄດ້ ກໍເລີຍພາກັນໂດຍລົງ ປາກົດວ່າທັງ 3 ຈົມຫາຍໄປ
ນຳສາຍນ້ຳຕົກທີ່ສູງທີ່ສຸດໃນໂລກເລີຍ.
ພໍແຕ່ຊາຍອາເມຣິກາຄືນມາຮອດເຮືອນກໍຟ້າວເລົ່າໃຫ້ເມຍຟັງ ເມຍເລີຍອຸທານອອກມາວ່າ:
"ໂອ້ຫນ້າເວດທະນາຊາຍທັງສາມແທ້ໆ ເປັນຫຍັງເຈົ້າຄືເຮັດແນວນີ້ເປັນຫຍັງເຈົ້າບໍ່ບອກພວກເຂົາທັງ3ກ່ອນວ່າເຈົ້າເປັນ SuperMan "
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 28, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
ເນື່ອງຈກວ່າໄດ້ເຂົ້າໄປອ່ານກະທູ້ໃນເວບມະຫາສານ ມີຄົນໃຫ້ຄວາມສົນໃຈໃນເລື່ອງນີ້ຫລາຍ ແຕ່ວ່າພໍອ່ານໄປອ່ານມາ ມີແຕ່ຄົນມາຈົ່ມໃຫ້ລັດຖະບານວ່າເຮັດຫຍັງຢູ່ບໍ່ແກ້ໄຂ ປະໃຫ້ນ້ຳມັນແພງ ໂອ້ ຄົນລາວແມ່ນຫຍັງເປັນແນວນີ້ ຄຶດແຕ່ເພິ່ງພາຜູ່ອື່ນ ກະເລີຍເປັນບົດນີ້ຂຶ້ນມາ ບໍ່ໄດ້ຮຽບຮຽງເທື່ອເດີ້ ຂຽນສົດໆ ເພາະບໍ່ມີເວລາພໍ ມາຫລິ້ນເນັດຢູ່ຮ້ານ ເນັດຢູ່ເຮືອນໃຊ້ບໍ່ໄດ້. ມາອ່ານເລີຍ (ອ່າວຍາວແນ່ເດີ້ ແຕ່ກະອົດສາອ່ານນຳກັນສາເນະ) ອັນນີ້ທີ່ຂ້າພະເຈົ້າຂຽນຢູ່ມະຫາສານ

ຫລັງຈາກອ່ານກະທູ້ທີ່ເວົ້າເລື່ອງນ້ຳມັນແພງ ກໍເຫັນວ່າມີຫລາຍຄົນໃຫ້ຄວາມສົນໃຈ ແຕ່ຈາກການອ່ານຕາມຄຳຕອບແຕ່ລະຄົນແລ້ວ ຂ້າພະເຈົ້າຮູ້ສຶກບໍ່ດີໃຈປານໃດ ເອຄົນລາວເປັນຫຍັງຈຶ່ງຄຶດແນວນີ້ ຄຶດແຕ່ຊິເພິ່ງພາຄົນອື່ນ ຄຶດແຕ່ໂທດຜູ່ນັ້ນຜູ່ນີ້ ບໍ່ຄຶດຊິຊ່ອຍໂຕເອງແນ່ບໍ້ ໃຫ້ເຮົາລອງມາຄຶດນຳກັນເບິ່ງ ເຮົາເວົ້າເຮົາຈົ່ມໃຫ້ລັດຖະບານ ວ່າມີບັນຫານັ້ນບັນຫານີ້ ລັດຖະບານເຮັດຫຍັງຢູ່ຄືບໍ່ແກ້ ເຮົາຄວນຍອມຮັບ ແລະເຂົ້າໃຈສະ ວ່າລັດຖະບານເຮົາມັນໄຮ້ປະສິດທິພາບ ບໍ່ແມ່ນວ່າບໍ່ໃຫ້ເຮົາເວົ້າໃຫ້ລັດຖະບານ ເຮົາເວົ້າໄດ້ ແຕ່ບັນຫາທີ່ມັນກະທົບໂດຍກົງກັບທຸກຄົນ ເວົ້າງ່າຍເມື່ອມັນເກີດກັບໂຕເອງ ເຮົາຊິນັ່ງຖ້ານອນຖ້າ ໃຫ້ລັດຖະບານມາແກ້ໃຫ້ບໍ້ ປະໃຫ້ບັນຫານັ້ນມັນຄຸກຄາມໂຕເອງໂດຍບໍ່ຫາວິທີແກ້ບໍ້.
ກັບມາເລື່ອງນ້ຳມັນແພງ ທຸກຄົນກໍຮູ້ ລາວບໍ່ມີບໍ່ນ້ຳມັນ ບໍ່ສາມາດຜະລິດນ້ຳມັນໄດ້ ໃນເມື່ອນ້ຳມັນໃນຕະຫລາດໂລກລາຄາສູງຂຶ້ນ ມັນກໍແນ່ນອນວ່ານ້ຳມັນຕ້ອງແພງຂຶ້ນ ຢູ່ລາວນ້ຳມັນລິດລະ 11000 ພວກທ່ານຮູ້ບໍ່ຢູ່ມຽນມ້ານ້ຳມັນລາຄາລິດລະ 40-50ພັນກີບ ບໍ່ແມ່ນມີແຕ່ ປະເທດເຮົາທີ່ໄດ້ຮັບຄວາມເດືອດຮ້ອນ ແມ່ນແຕ່ປະເທດທີ່ມີບໍ່ນ້ຳມັນເອງຍັງເດືອດຮ້ອນເລີຍ ກັບມາບ້ານເຮົາ ພວກເຮົາຊິມາພາກັນນັ່ງຈົ່ມນອນຈົ່ມນ້ຳມັນແພງ ລັດຖະບານບໍ່ເຮັດຫຍັງແນ່ບໍ້ ຊິໃຫ້ເພິ່ນຫຍັງ ເງິນຊິພັດທະນາປະເທດກະຫນ້ອຍຢູ່ແລ້ວ (ຫມົດໄປນຳກິນເປີເຊັນລະກະຄ່າຕີກ້ອຟ) ລະຍັງຊິມາໃຫ້ຖົມລາຄານ້ຳມັນກະຍາກ ຫລືວ່ານຳເອົາລົດທີ່ບໍ່ກິນນ້ຳມັນມາ ປະຊາຊົນຊິເອົາໃສຊື້ ລັດຖະບານຊິເອົາເງິນໃສມາຕັ້ງປ້ຳຂາຍແກ້ສ ໂຄງການນ້ຳມັນຊີວະພາບຈາກຫມາກເຍົາ ຖ້າເບິ່ງຜົນລະຍະໃກ້ແນ່ນອນ ມັນເບິ່ງຄືວ່າມັນຈະຊ່ອຍໃຫ້ຄ່າເຊື້ອໄຟເຮົາຖືກ ຄົນກະຊິໄດ້ຂີ່ລົດ ແຕ່ເບິ່ງເລິກໆໄກໆລອງເບິ່ງ ຖ້າເກົາຫລີຕັ້ງໂຮງງານແລ້ວລາວຈະກາຍເປັນປະເທດທີ່ຜະລິດ ນ້ຳມັນຊີວະພາບອັນດັບນຶ່ງຂອງໂລກ ຜົນທີ່ຕາມມາເດ້ ຕະຫລາດມີຄວາມຕ້ອງການຫລາຍຂຶ້ນ ຊາວກະສິກອນຫັນມາປູກຫມາກເຍົາທົ່ວປະເທດ ເຊົາປູກເຂົ້າ ເຊົາປູກສາລີ ເຊົາປູກພືດພັນຫມາກໄມ້ອື່ນໆ ແລ້ວເຮົາຊິກິນຫຍັງ ກິນຫມາກເຍົາຫວາ ຢູ່ອາເມຣິກາ ຕອນນີ້ແມ່ນຜະລິດເຊື້ອໄຟຊີວະພາບຈາສາລີ ປະຈຸບັນອາເມຣິກາ ຫນັກໃຈຍ້ອນໃຜກະປູກສາລີ ຈົນບໍ່ມີພືດອື່ນໃຫ້ກິນ ຢູ່ບາຊິວ ໂຄງການປູກອ້ອຍເພື່ອຜະລິດນ້ຳມັນ ປະຈຸບັນພື້ນທີ່ປ່າອາເມຊອນຖືກບຸກຮຸກຈາກກຸ່ມຊາວກະສິກອນທີ່ປູກອ້ອຍ ເອົາຊ່ຳນີ້ກະຫວັງວ່າຫລາຍຄົນຄືຊິເຫັນເນາະເຖິງຜົນເສຍຕ່າງໆທີ່ຕາມມາ
ບາດນິມາເບິ່ງວ່າເຮົາຈະແກ້ໄຂແນວໃດ ທຸກໆບັນຫາມັນມີ ຕົ້ນປາຍສາເຫດແມ່ນບໍ່ ເຮົາກໍຕ້ອງມາເບິ່ງວ່າສາເຫດມາຈາກໃສ 1.ນ້ຳມັນເປັນຊັບພະຍາກອນທຳມິະຊາດທີ່ມີຈຳກັດ ເມື່ອມັນຫນ້ອຍລົງມັນກໍແພງເປັນເລື່ອງທຳມາດາ
2.ສາເຫດທີ່ນ້ຳມັນຫມົດຍ້ອນຄົນໃຊ້ຫລາຍ

ທາງອອກແທນທີ່ເຮົາຊິມານັ່ງຈົ່ມ ເປັນຫຍັງເຮົາບໍ່ພາກັນຫລຸດຜ່ອນປະລິມານການໃຊ້ນ້ຳມັນຂອງເຮົາລົງ ສົມຜົນງ່າຍໆ ນ້ຳມັນແພງ ເຮົາບໍ່ໃຊ້ ຫລືໃຊ້ຫນ້ອຍລົງ ເຮົາກະບໍ່ຕ້ອງກັງວົນກັບລາຄານ້ຳມັນລະເດະ ຄຳຕອບງ່າຍໆຢູ່ໃກ້ຕົວ ຜົນໄດ້ຫລາຍກວ່າຜົນເສຍ ເຮົາປະຫຍັດເງິນໃນກະເປົາໄດ້ ຊ່ອຍລັດຖະບານບໍ່ຕ້ອງນຳເຂົ້າຫລາຍ ເງິນຈຶ່ງບໍ່ອອກປະເທດ ຊ່ອຍສິ່ງແວດລ້ອມ ເພາະຫລຸດການປ່ອຍ Co2 ວິທີກໍຄື ໄປໃສໃກ້ໆ ກໍອາດຍ່າງຫລືຂີ່ລົດຖີບໄປກໍໄດ້ ນັກຮຽນຂີ່ລົດຖີບໄປໂຮງຮຽນ ໂອ້ເປັນພາບທີ່ງາມຕາ ຫລຸດຜ່ອນອຸບັດຕິເຫດໄດ້ອີກ ເພາະບໍ່ໄດ້ຂີ່ໄວ ບໍ່ໄດ້ແຕ່ງລົດ ລົດຖີບສຽງບໍ່ດັງຫລຸດຜ່ອນມົນລະພິດທາງສຽງໄດ້ອີກ ຖ້າເດີນທາງໄກ ພໍໄປນຳກັນໄດ້ກະໄປລົດຄັນດຽວກັນ ນະຄອນຫລວງວຽງຈັນ ມີເນື້ອທີ່ບໍ່ໄດ້ໃຫຍ່ໂຕຫຍັງ ຂີ່ລົດຖີບໄປກະຍັງໄດ້ ຄຶດນຳກັນເນາະ ເມື່ອກ່ອນຮຸ່ນພໍ່ຮຸ່ນແມ່ເຮົາກະຍັງຂີ່ລົດຖີບໄປຮ່ຳໄປຮຽນ ບາງຄົນເຮືອນຢູ່ ບໍ່ໂອ ຖີບລົດໄປຮຽນດົງໂດກ ເພິ່ນກະຍັງຮຽນຈົບ ລ້ຽງລູກລ້ຽງເຕົ້າຈົນໃຫຍ່ ເທົ່າທຸກມື້ນີ້ ແລ້ວຄົນດຽວນີ້ ຂີ່ລົດຖີບໄປຮຽນ ຂີ່ລົດຖີບໄປຕະຫລາດ ຂີ່ລົດຖີບໄປເຮັດວຽກ ຂ້າພະເຈົ້າຄືຊິບໍ່ຕາຍຍ້ອນເນາະ ດ້ວຍຄວາມຫວັງດີ.
ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
ໃນເຮືອສຳລານລຳນຶ່ງ ນັກທ່ອງທ່ຽວຈຳນວນຫລວງຫລາຍຕ່າງກໍສົນທະນາ ນິນທາ
ເພາະວ່າມີຂ່າວລື ເລື່ອງທີ່ກັບຕັນເຮືອລອຍນ້ຳບໍ່ເປັນ ທຸກຄົນຕ່າງກໍສົງໄສ ແລະວິຕົກ
ກັງວົນເຖິງຄວາມປອດໄພ ເປັນກັບຕັນເຮືອແທ້ໆແຕ່ລອຍນ້ຳບໍ່ເປັນ.
ເມື່ອເປັນແນວນັ້ນ ກໍເລີຍຕັດສິນໃຈ ພາກັນໄປຖາມກັບຕັນໃຫ້ຮູ້ແຈ້ງເຫັນຈິງ ບໍ່ໃຫ້ມັນຄາໃຈ
ແລະກັນປາກເວົ້າໄປເອງ.
ນັກທ່ອງທ່ຽວ: ອັນນ່າ ມີແນວຢາກຖາມ ທ່ານກັບຕັນ ຫນ້ອຍນຶ່ງ.
ກັບຕັນ: ວ່າມາໂລດ ມີເລື່ອງຫຍັງສົງໄສກ່ຽວກັບເຮືອບໍ້?
ນັກທ່ອງທ່ຽວ: ອຶມມພວກເຮົາໄດ້ຍິນມາວ່າ ກັບຕັນເຮືອລຳນີ້ລອຍນ້ຳບໍ່ເປັນຊັ້ນຫວາ?
ກັບຕັນ: ກະແມ່ນລະເບາະ ຂ້ອຍລອຍນ້ຳບໍ່ເປັນ
ນັກທ່ອງທ່ຽວ: ອ້າວ ເປັນກັບຕັນເຮືອແຕ່ລອຍນ້ຳບໍ່ເປັນມັນຊິຄືບໍໍ້.
ກັບຕັນ: ເປັນຫຍັງມັນຊິບໍ່ຄື ຂະຫນາດກັບຕັນ ເຮືອບິນ ຂະເຈົ້າກະຍັງບິນບໍ່ເປັນເດະຊັ້ນ.

ຈັ່ງໃດກະເວົ້າເລື່ອງເຮືອ ເອົາແຕ່ເລື່ອງກ່ຽວກັບເຮືອຫັ້ນລະ ຕໍ່ເລື່ອງທີສອງເລີຍ

ພໍໍ່ເຖົ້າກັບລູກເຂີຍ ພາຍເຮືອໃນຄອງນ້ຳແຫ່ງນຶ່ງມານຳກັນ
ບັງເອີນ ພໍ່ເຖົ້າເຮັດແຫວນຄຳຕົກລົງໄປໃນນ້ຳ
ຝ່າຍລູກເຂີຍເຫັນເປັນເຊັ່ນນັ້ນກໍຟ້າວເອົາພ້າ
ບາກແຄມເຮືອບ່ອນຊື່ກັບແຫວນຕົກລົງໄວ້ທັນທີ
ພໍ່ເຖົ້າສົງໄສວ່າລູກເຂີຍເຮັດແນວນັ້ນເຮັດຫຍັງຈຶ່ງຖາມ
ຝ່າຍລູກເຂີຍເລີຍຕອບວ່າ ກະຫມາຍໄວ້ວ່າມັນຕົກບ່ອນໃດ
ບາດຮອດບ່ອນນ້ຳຕື້ນລະຈຶ່ງລົງງົມເອົາຊັ້ນນ່າ
ພໍ່ກະດາຍເຈົ້າຄືມາໂງ່ແທ້ ງົມຢູ່ນ້ຳເລິກມັນຊິໄປເຫັນເນາະໂອ້.


ທ່ານສາສະດຈານຜູ່ນຶ່ງໄປລົງເຮັດວຽກຢູ່ເຂດນອກໆໆ
ເຂດນັ້ນຈຳເປັນໄດ້ຂີ່ເຮືອໄປ ແລະເລື່ອງກໍເກີດ
ຍ້ອນຄວາມເປັນຄົນມັກຂີ້ສົງໄສ ແລະມັກອວດຄວາມຮູ້
ລາວຈຶ່ງຖາມຄົນພາຍເຮືອວ່າ ເຈົ້າກະໄດ້ຮຽນຫນັງສືຢູ່ຫວາ
ມັກອ່ານປຶ້ມ ມັກຟັງເພັງ ຮູ້ຈັກຢູ່ບໍ້ ອິນເຕີເນັດຫັ້ນ
ຝ່າຍຄົນພາຍເຮືອແກວ່ງຫັວເພາະບໍ່ເຄີຍເຮັດຈັກຢ່າງ
ທາງສາສະດາຈານເຫັນແນວນັ້ນກໍວ່າຕໍ່ ໂອ້ຄັນຊັ້ນເຈົ້ານິ
ກະບໍ່ສົມເກີດມາປານໃດລະ ເຈົ້າຮູ້ບໍ່ວ່າສິ່ງທີ່ຂ້ອຍເວົ້າຫັ້ນ
ມັນແມ່ນເລື່ອງທີ່ມະນຸດຕ້ອງຮູ້ຕ້ອງເຮັດ ໂດຍສະເພາະຮຽນຫນັງສື
ຄັນເຈົ້າເຮັດແບບນີ້ບໍ່ເປັນກໍເທົ່າກັບວ່າເຈົ້າເສຍຄວາມເປັນ
ຄົນໄປແລ້ວ ບໍ່ຕ່ຳກວ່າ 70% ຄົນພາຍເຮືອໄດ້ແຕ່ນັ່ງມິດ.
ຕໍ່ມາບໍ່ດົນ ເກີດເຫດກະທັນຫັນຄື້ນນ້ຳມາແຕ່ໃສບໍ່ຮູ້ເຮັດ
ໃຫ້ເຮືອຫລົ້ມ ຄົນພາຍເຮືອເລີຍຮ້ອງຖາມສາສະດາຈານ
ທີ່ກຳລັງດີ້ນຮົນສຸດຊີວິດເພາະກຳລັງຈະຈົມນ້ຳວ່າ
ທ່ານກະລອຍນ້ຳເປັນຢູ່ບໍ້ ສາສະດາຈານທັງດິ້ນທັງຕອບວ່າ ບ ບໍ ບໍ່ ບໍ່ເປັນ
ຝ່າຍຄົນພາຍເຮືອເລີຍຊ່ອຍຂຶ້ນມາ ແລ້ວເວົ້າວ່າ ຄັນທ່ານລອຍນ້ຳບໍ່ເປັນນິ
ແມ່ນສະແດງວ່າທ່ານເສຍຄວາມເປັນຄົນໄປແລ້ວ 100%
ຂຽນເມື່ອ ຂຽນເມື່ອ: ພ.ພ.. 12, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ໂສກຂະນາດຕະກຳໃນປະເທດສາທາລະນະລັດປະຊາທິປະໄຕຄອງໂກ ເຊິ່ງມີປະຊາກອນຕາຍໄປແລ້ວປະມານ 6-7ລ້ານຄົນ ນັບແຕ່ປີຄສ 1996 ເປັນຕົ້ນມາ  ເຊິ່ງເປັນຜົນເນື່ອງມາຈາກການຮຸກຮານ ແລະສົງຄາມທີມະຫາອຳນາດຕາເວັນຕົກເປັນຜູ້ຢູ່ເບື້ອງຫລັງ ເພື່ອເຂົ້າໄປຄວບຄຸມແຮ່ອັນມີຄ່າມະຫາສານຂອງປະເທດນີ້ ເຊັ່ນ ເພັດ, ກົ່ວ, ທອງ, ຄຳ ແລະທີ່ສຳຄັນແມ່ນ ໂຄລແທນ (Coltan) ແລະ ໄນໂອບ້ຽມ (Niobium) ສອງແຮ່ທາດທີ່ເປັນປັດໄຈພື້ນຖານໃນການຜະລິດ ໂທລະສັບມືຖື ແລະອຸປະກອນເອເລັກໂຕຣນິກຕ່າງໆ.

ໂຄລຳໂບແທນທາໄລ (Columbo-Tantalite) ຫລືເອີ້ນສັ້ນໆວ່າ Coltan ມີຢູ່ຜືນແຜ່ນດິນອາຍຸເກົ່າແກ່ກວ່າ ສາມຫມື່ນລ້ານປີ ໃນເຂດອາຟຣິກາ ແຮ່ Coltan ແມ່ນໃຊ້ໄວ້ຜະລິດໂຕບັນຈຸໄຟຟ້າ (Capacitor) ເຊິ່ງເປັນອຸປະກອນຂະຫນາດນ້ອຍທີ່ສຳຄັນຢ່າງຍິ່ງໃນການຜະລິດໂທລະສັບມືຖື ແລະອຸປະກອນເອເລັກໂຕຣນິກ 80% ຂອງແຮ່ Coltan ໃນໂລກພົບຢູ່ໃນປະເທດຄອງໂກ.

ຄວາມຈະເລີນເຕີບໂຕຂອງຕະຫລາດເຄື່ອງໃຊ້ເອເລັກໂຕຣນິກໃນລະຍະ 10 ກວ່າປີມານີ້ ເຮັດໃຫ້ລາຄາຂອງ Coltan ເພີ່ມສູງຂຶ້ນເຖິງ 300 ໂດລ່າຕໍ່ປອນ ໃນປີ ຄສ 1996 ກອງກຳລັງທະຫານຂອງເທດ ວັນດ້າ ແລະອູກັນດ້າ ເຊິ່ງມີ ອາເມຣິກາ ຢູ່ເບື້ອງຫລັງ ບຸກເຂົ້າມາໃນພາກຕາເວັນອອກຂອງ ຄອງໂກ ຈົນມາຮອດປີ ຄສ 1998 ກອງກຳລັງຂອງສອງປະເທດດັ່ງກ່າວ ກໍໄດ້ຢຶດຄອງ ແລະຄອບຄຸມພື້ນທີ່ເຮັດເຫມືອງໄດ້ໃນເວລາພຽງສັ້ນໆເທົ່ານັ້ນ. ກອງທັບຂອງປະເທດວັນດ້າ ສາມາດກອບໂກຍເອົາເງິນຈາກການເຮັດເຫມືອງ Coltan ໄດ້ເດືອນລະ 20ລ້ານໂດລ່າ ເຖິງແມ່ນວ່າລາຄາຂອງ Coltan ອາດມີບາງຊ່ວງທີ່ລາຄາຕົກ ແຕ່ວ່າທະຫານວັນດ້າ ກໍຍັງຜູກຂາດເຫມືອງ ແລະການຄ້າ Coltan ໃນປະເທດຄອງໂກຄືເກົ່າ ໂດຍມີຂ່າວເຖິງການລະເມີດສິດທິຂອງປະຊາຊົນຄອງໂກ ອອກມາໃຫ້ໄດ້ຍິນເປັນລະຍະໆ.

Coltan ທີ່ເອົາອອກມາຂາຍໃຫ້ຜູ້ຊື້ຈາກຕ່າງປະເທດ ສ່ວນໃຫຍ່ແມ່ນຂົນສົ່ງຜ່ານທາງປະເທດວັນດ້າ ເອງ ຜູ້ຮັບຊື້ Coltan ຈະສະກັດມັນເປັນຜົງ Tantalum ແລ້ວຂາຍຜົງວິເສດນີ້ໃຫ້ແກ່ບໍລິສັດ Nokia, Motorola, Compaq, Sony, Samsung ແລະອື່ນໆ.

ການວິເຄາະຫາສາເຫດແລະຜົນກະທົບທີ່ເກີດຈາກກໍລະນີດັ່ງກ່າວນີ້ ພວກເຮົາຈຳເປັນຕ້ອງເຂົ້າໃຈສະພາບພູມສາດ ແລະການເມືອງຂອງຄອງໂກ ລວມທັງເຫດຜົນທີ່ເປັນຫຍັງປະຊາຊົນຄອງໂກ ຕ້ອງທົນທຸກຍາກລຳບາກ ກັບສົງຄາມທີ່ບໍ່ຮູ້ຈັກສິ້ນສຸດນີ້ ພວກເຮົາຕ້ອງເຈາະເລິກເຂົ້າໄປໃຫ້ຮູ້ເຖິງເບື້ອງຫລັງຂອງບໍລິສັດຂ້າມຊາດທີ່ພົວພັນກັບເລື່ອງທັງຫມົດນີ້.

ຂະບວນການທັງຫມົດມີບໍລິສັດຂ້າມຊາດຍັກໃຫຍ່ເຂົ້າມາກ່ຽວຂ້ອງໃນທຸກລະດັບ ນັບແຕ່ບໍລິສັດບໍ່ແຮ່ຢ່າງ Cabot Corp. ແລະ OM Group ຂອງອາເມຣິກາ, HC Starck ຂອງເຢຍລະມັນ ແລະ Nigncxia ຂອງຈີນ. ການຂົ່ມຂືນ ການສັງຫານຄົນເປັນກຸ່ມ ແລະການຕິດສິນບົນ ເປັນສ່ວນນຶ່ງໃນເຄື່ອຂ່າຍອາຊະຍາກຳຂ້າມຊາດທີ່ບໍລິສັດຍັກໃຫຍ່ເຫລົ່ານີ້ເປັນຜູ້ຢູ່ເບື້ອງຫລັງ ແຕ່ກົງກັນຂ້າມໃນລາຍງານດ້ານສິດທິມະນຸດຂອງຄອງໂກ ກັບບໍ່ມີການກ່າວເຖິງບໍລິສັດພວກນີ້ເລີຍ.

Sam Bodman CEO ຂອງບໍລິສັດ Cabot ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງພະລັງງານຂອງອາເມຣິກາໃນປີ 2004 ລະຫວ່າງທ່ານ Sam Bodman ດຳລົງຕຳແຫນ່ງ CEO ນັ້ນ ບໍລິສັດ Cabot ເປັນບໍລິສັດທີ່ປ່ອຍມົນລະພາວະຫລາຍທີ່ສຸດຂອງປະເທດອາເສຣິກາ.

ບໍ່ຫນ້າແປກໃຈທີ່ການຕາຍຂອງປະຊາຊົນປະເທດຄອງໂກ ບໍ່ໄດ້ມີຜົນກະທົບຫຍັງຕໍ່ການຂາຍໂທລະສັບມືຖື ແລະອຸປະກອນເອເລັກໂຕຣນິກຕ່າງໆເລີຍ ເຮົາອາດເຄີຍເຫັນໃນຂ້າງກ່ອງຢາສູບ ຈະມີຄຳເຕືອນຂຽນວ່າ ສູບຢາເປັນອັນຕະລາຍຕໍ່ສຸຂະພາບ ດັ່ງນັ້ນໃນຂ້າງກ່ອງ ໂທລະສັບມືຖື ແລະອຸປະກອນເຄື່ອງໃຊ້ ໄຮເທັກຕ່າງໆຫນ້າຈະມີຄຳເຕືອນໄວ້ວ່າ: ອຸປະກອນນີ້ໃຊ້ແຮ່ທາດຈາກອາຟຣິກາກາງ ແຮ່ທາດເຫລົ່ານີ້ຫາຍາກ ມີຈຳນວນຈຳກັດ ຫມົດແລ້ວຫມົດເລີຍ ເງິນທີ່ໄດ້ຈາກການຂາຍຖືກນຳໄປໃຊ້ໃນສົງຄາມນອງເລືອດເພື່ອຢຶດຄອງບໍ່ແຮ່ຕ່າງໆ ແລະເຮັດໃຫ້ສັດປ່າຫາຍາກຫລາຍຊະນິດສູນພັນຈາກການຮຸກຮານທີ່ຢູ່ອາໄສ ຂໍໃຫ້ທຸກທ່ານໃຊ້ສິ່ງທີ່ຢູ່ໃນມືທ່ານຢ່າງມີຄວາມສຸກ ຂອບໃຈ

 

ແປ ແລະຮຽບຮຽງໂດຍ: ຫມີນ້ອຍ

ແປຈາກບົດຄວາມໃນ PACARAYASARA Magazine

 

ເບິ່ງຮູບປະກອບເພີ່ມເຕີມໄດ້ທີ່: http://www.laozaa.com/board/index.php/topic,5010.msg25667.html#msg25667

ຂຽນເມື່ອ ຂຽນເມື່ອ: ມ.ສ.. 28, 2008 | ມີ 2 ຄຳເຫັນ ແລະ 0 trackback(s)
ກ່ອນອື່ນຂໍອະທິບາຍກ່ອນສັ້ນໆ ພວກເຮົາຫລາຍຄົນຄົງເຄີຍເຫັນໃນເວລາທ່ອງເນັດໄປເວບຕ່າງໆ ໂດຍສະເພາະບັນດາເວບ Forum ຫລືເວບທີ່ຕ້ອງມີການສະຫມັກສະມາຊິກ ໃນເວລາປ້ອນຂໍ້ມູນນັ້ນ ເຮົາຈະສັງເກດເຫັນວ່າມັນຈະມີຮູບ ເຊິ່ງໃນຮູບຫັ້ນຈະມີຕົວອັກສອນພາສາອັງກິດ ເຊິ່ງມີລວດລາຍຕ່າງໆ ໃຫ້ເຮົາເບິ່ງແລ້ວພິມເຂົ້າໄປໃຫ້ຖືກຕ້ອງ ແລ້ວມັນແມ່ນຫຍັງລະ ມີໄວ້ເພື່ອຫຍັງ?
ຫລາຍຄົນອາດຮູ້ ຫລາຍຄົນກໍອາດຍັງບໍ່ຮູ້ ລວມທັງຂ້າພະເຈົ້ານຳທີສົງໄສ ແລະມື້ນີ້ກໍໄດ້ຄຳຕອບໃຫ້ໂຕເອງ ແລະກໍມາແບ່ງປັນໃຫ້ຜູ້ທີ່ຍັງບໍ່ຮູ້ ນຳອີກ.

ເຊິ່ງໂຕອັກສອນທີ່ເປັນຮູບລາຍໆຕາຕ່າງໆທີ່ເຮົາມັກເຫັນນັ້ນມີຊື່ວ່າ CAPTCHA ອ່ານວ່າ "ແຄັບຊ່າ" ຊື່ມັນອາດບໍ່ຄຸ້ນຫູເລີຍ ແຕ່ວ່າມັນເປັນສິ່ງທີ່ສຳຄັນ ແລະໄດ້ຮັບຄວາມນິຍົມຫລາຍຂຶ້ນເລື້ອຍໆ ຄວາມຈິງຄຳວ່າ CAPTCHA ຫຍໍ້ມາຈາກ Completely Automated Public Turing Computer and Humans Apart ແປຕາມໂຕງ່າຍໆວ່າ ເປັນການທົດສອບການຕອບສະຫນອງ ເພື່ອຕັດສິນວ່າຜູ້ທີ່ກຳລັງຕິດຕໍ່ກັບເວບເຊີເວີນັ້ນເປັນຄົນ ຫລືຄອມພິວເຕີ້ນັ້ນເອງ.
ຕົວຢ່າງ

alt

ເຊິ່ງຫລາຍໆຄົນອາດຈະເຄີຍເຫັນຮູບຮ່າງຫນ້າຕາຂອງ CAPTCHA ໃນຫລາຍແບບ ບາງອັນອາດເບິ່ງງ່າຍ ບາງອັນອາດສັບສົນຈົນລາຍຕາ ແລ້ວມັນມີໄວ້ເພື່ອຫຍັງລະ ຄົງເປັນຄຳຖາມຂອງຫລາຍໆຄົນແນ່ນອນ ຄຳຕອບກໍຄື CAPTCHA  ມັນຊ່ອຍໃຫ້ການໃຊ້ງານ Internet ມີຄວາມປອດໄພ ໂດຍສະເພາະໃນກໍລະນີທີ່ຕ້ອງມີການປ້ອນຂໍ້ມູນສ່ວນຕົວເຂົ້າໄປ ເນື່ອງຈາກວ່າ Hacker ສ່ວນໃຫຍ່ ຈະໃຊ້ສິ່ງທີ່ເອີ້ນວ່າ Bot ໃນການໂຈມຕີ ເຊິ່ງ Bot ເຫລົ່ານີ້ແມ່ນເຮັດວຽກໂດຍຄອມພິວເຕີ້ ແລະມັນບໍ່ສາມາດແກ້ປັນຫາ CAPTCHA  ໄດ້ ເຊິ່ງ CAPTCHA  ນີ້ຕ້ອງແມ່ນຄົນເທົ່ານັ້ນທີ່ເບິ່ງແລະນຳເອົາອັກສອນເຫລົ່ານັ້ນມາພິມຈຶ່ງໄດ້.
ເຖິງແມ່ນວ່າ CAPTCHA  ຈະສ້າງຄວາມລຳຄານໃຫ້ບາງຄົນ ແຕ່ຢ່າງຫນ້ອຍມັນກໍເສີມຄວາມປອດໄພໃຫ້ເຮົາໄດ້ ດັ່ງນັ້ນຈົ່ງຢ່າລຳຄານມັນອີກຕໍ່ໄປ.

Credit:
Code:
http://www.arip.co.th
ຂຽນເມື່ອ ຂຽນເມື່ອ: ມ.ສ.. 9, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
ປະຈຸບັນ ປະເທດຊາດປົດປ່ອຍແລ້ວ ແຕ່ເຊື່ອຂ້າພະເຈົ້າບໍ່ວ່າ ເຖິງຈະມີສຶກເສືອມາແຕ່ໃສກໍຕາມ ປະເທດລາວສາມາດຮັບມືໄດ້ສະບາຍ
ຖ້າເວົ້າເລື່ອງການຕໍ່ສູ້ສົງຄາມນິ ກໍຕ້ອງເວົ້າເລື່ອງທະຫານ ຫນ່ວຍກ້າຕາຍ ເຊິ່ງປະເທດລາວມີບໍ່ອຶດ ຍ້ອນເຫດນີ້ລະຂ້າພະເຈົ້າຈຶ່ງວ່າ ຂ້າສຶກມາລາວບໍ່ຢ້ານດອກ

ສັງເກດປະຈຸບັນ ຄົນລາວບໍ່ມັກໃສ່ຫມວກກັນກະທົບ ທີ່ເຫັນໃສ່ກັນຫລາຍໆຫັ້ນຍ້ອນ ຢ້ານຕຳຫລວດໄຫມເງິນຈຶ່ງພາກັນໃສ່ ໂດຍບໍ່ຄຶດແນ່ວ່າໃສ່ໄວ້ປ້ອງກັນບາດເກີດອຸປະຕິເຫດ ນິລະຄົນລາວບໍ່ຢ້ານຕາຍ ຄັນຂ້າສຶກມາກະເອົາພວກບໍ່ມັກໃສ່ຫມວກກັນກະທົບນິລະໄປເປັນແນວຫນ້າ ມັນບໍ່ຢ້ານຕາຍເດ້ ຢ້ານເສຍແຕ່ເງິນ ເອົາເງິນຈ້າງໄປເປັນທະຫານໂລດ

ປະມານນິລະ ເວົ້າຫລິ້ນແກມແທ້ ເອົາເປັນວ່າໃກ້ປີໃຫມ່ແລ້ວ ກະພາກັນລະມັດລະວັງແນ່ເດີ້ ພີ່ນ້ອງພັນລາວ ຫລັງປີໃຫມ່ ຫວັງວ່າຊິໄດ້ພົບຄົບຫນ້າຄົບຕາ ເນາະ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ຫລາຍຄົນຄົງເຄີຍເຫັນ ເຄີຍໄດ້ຍິນ ຈາກສື່ ໂດຍສະເພາະແມ່ນໂທລະພາບ ທີ່ເວົ້າກ່ຽວກັບ ສິ່ງທີ່ມີຊີວິດນອກໂລກ ຫລືທີ່ຮູ້ຈັກກັນດີໃນຊື່ ມະນຸດຕ່າງດາວ
ແລ້ວພວກທ່ານເຄີຍສົງໄສ ຫລືບໍ່ ວ່າມັນຈິງແທ້ ປານໃດ ມີຄົນເຄີຍເຫັນແທ້ ຫລືວ່າເປັນພຽງຈິນຕະນາການຂອງມະນຸດເທົ່ານັ້ນ.
ສຳລັບປະສົບການດ້ານນີ້ ຂ້າພະເຈົ້າເຄີຍພົບພໍ້ມາຄັ້ງນຶ່ງ ຕອນນັ້ນ ອາຍຸປະມານ 14 ປີ ຂີ່ລົດໄປກັບພໍ່ສອງຄົນ ໄປແຖວບ້ານນາເລົ່າ ເມືອງໂພນໂຮງ ແຂວງວຽງຈັນ ພໍຂີ່ມາຮອດ ແຖວໆຊື່ກັບວັດ ພະທາດດອນແກ້ວ ເຊິ່ງເປັນວັດເກົ່າແກ່ ທີ່ມີທາດນ້ອຍທີ່ຊື່ວ່າທາດດອນແກ້ວ ເຊິ່ງສ້າງພ້ອມກັບວັດພູ ແລະທາດພະນົມ. ປະຈຸບັນວັດດັ່ງກ່າວເປັນວັດຮ້າງ ສອງພໍ່ລູກຂີ່ລົດມາຮອດບ່ອນຊື່ວັດດັ່ງກ່າວ ຢູ່ເບື້ອງກົງກັນຂ້າມກັບວັດ ພົບວ່າມີແສງປະຫລາດອັນນຶ່ງລອຍຢູ່ສູງຂຶ້ນໄປປະມານ 2-3ຮ້ອຍແມັດ ຂ້າພະເຈົ້າກັບພໍ່ຈອດລົດແລ້ວລົງມາຢືນເບິ່ງແສງດັ່ງກ່າວ ມັນມີລັກສະນະ ເປັນວົງມົນຂະຫນາດໃຫຍ່ ສີສົ້ມເຂັ້ມໆ ຈົນເກືອບຄືສີແດງ ແສງນັ້ນລອຍຈຶ້ງຢູ່ບ່ອນເກົ່າ ປະມານ 30ນາທີ ແລ້ວກໍຫາຍໄປຊື່ໆ ບໍ່ມີສຽງບໍ່ມີກິ່ນຫຍັງທັງນັ້ນ. ຕື່ນເຊົ້າມາເລື່ອງດັ່ງກ່າວກໍຖືກເລົ່າອອກໄປ ບັນດາເຖົ້າແກ່ແຖວບ້ານນັ້ນກໍບອກວ່າມັນແມ່ນລູກແກ້ວທີ່ຂຶ້ນມາຈາກທາດດອນແກ້ວນັ້ນເອງ.
ສຳລັງເຫດການນີ້ ແສງປະຫລາດດັ່ງກ່າວ ຂ້າພະເຈົ້າໄດ້ຕິດຕາມເບິ່ງສາລະຄະດິີ ທາງ Discovery Channel ແລະພົບວ່າສິ່ງທີ່ຂ້າພະເຈົ້າໄດ້ເຫັນນັ້ນມັນຄ້າຍຄືກັບ ສິ່ງທີ່ທາງຊ່ອງດັ່ງກ່າວເອົາມາອອກ ທີ່ວ່າມີປະຊາຊົນຖ່າຍວິດີໂອ ແລະພວກເຂົາເອີ້ນມັນວ່າ UFO (Unidentified Flying Object) ຫລືແປວ່າ ວັດຖຸບິນລຶກລັບນັ້ນເອງ.

ບາດນີ້ເຮົາລອງມາພິຈາລະນານຳກັນເບິ່ງວ່າ ຄວາມເປັນໄປໄດ້ທີ່ຈະມີສິ່ງມີຊີວິດຈາກນອກໂລກ ເຮົາມາສັງເກດຈາກ ໂລກຂອງເຮົາວ່າສິ່ງມີຊີວິດເກີດມາໄດ້ແນວໃດກັນກ່ອນ ໂລກເຮົາເປັນບໍລິວານຂອງດວງອາທິດ(ເຊິ່ງຊື່ຂອງມັນແມ່ນດາວຣຶກ) ດາວຣຶກ ຫລືດວງອາທິດນີ້ ມັນຈະມີອາຍຸໄຂຂອງມັນ ຄືເມື່ອມັນຂະຫຍາຍຕົວໄປຈົນສຸດແລ້ວມັນກໍຈະຫຍຸບຕົວເຂົ້າແລ້ວລະເບີດອອກ (Super Nova) ດາວຣຶກບາງດວງອາດຫຍຸບເຂົ້າແລ້ວບໍ່ລະເບີດກໍມີ ເຊິ່ງໃນກໍລະນີນີ້ມັນຈະກາຍເປັນຫລຸມດຳ (Black Hole) ດັ່ງນັ້ນທຸກຄັ້ງທີ່ເກີດ Super Nova ຈະມີການລະເບີດອອກຂອງສະສານຕ່າງໆເປັນຈຳນວນຫລວງຫລາຍ  ຢູ່ຈຸດໃຈກາງ ມັນຈະໃຫ້ກຳເນີດດາວຣຶກດວງໃຫມ່ຂຶ້ນ ສະສານທີ່ກະຈາຍອອກມານັ້ນ ຈະຮວມຕົວກັນກາຍເປັນດວງດາວຫລາຍຫນ່ວຍ ແລ້ວກໍຖືກແຮງດຶງດູດຈາກດາວຣຶກ ເຮັດໃຫ້ພວກມັນໂຄຈອນອ້ອມດາວຣຶກນັ້ນເອງ. ໂລກເຮົາກໍເປັນເຊັ່ນນັ້ນ ໃນບັນດາດາວເຄາະບໍລິວານຂອງດວງອາທິດຈຳນວນ 10 ດວງນີ້ ໂລກເຮົາຢູ່ໃນໄລຍະຫ່າງຈາກດວງອາທິດທີ່ເຫມາະສົມ ບໍ່ຮ້ອນເກີນໄປ ແລະບໍ່ຫນາວເກີນໄປ ເຮັດໃຫ້ເກີດສິ່ງທີ່ມີຊີວິດຂຶ້ນມາ.
ບາດນີ້ ຫລາຍຄົນຄົງສົງໄສວ່າແລ້ວຊິມີສິ່ງມີຊີວິດອື່ນໄດ້ແນວໃດ ໃນເມື່ອ ດາວເຄາະ 10 ຫນ່ວຍມີພຽງໂລກເຮົາເທົ່ານັ້ນທີ່ເຫມາະສົມ. ແຕ່ວ່າໃນຈັກກະວານຂອງເຮົານີ້ ບໍ່ໄດ້ມີດວງອາທິດຂອງເຮົາເທົ່ານັ້ນທີ່ເປັນດາວຣຶກ ຍົກຕົວຢ່າງງ່າຍໆ ໃຫ້ເຮົາໄປຢືນຢູ່ເທິງກອງດິນຊາຍກອງນຶ່ງ ໃຫ້ທ່ານກຳເອົາດິນຊາຍຂຶ້ນມານຶ່ງກຳ ດິນຊາຍແຕ່ລະເມັດໃນມືທ່ານນັ້ນແມ່ນຈຳນວນຂອງດາວຣຶກ ລວມກັນເປັນກຳມືນຶ່ງເອີ້ນວ່າ ກາແລັກຊີ່ ແລ້ວໃນກອງດິນຊາຍນັ້ນຈະມີດິນຈັກກຳລະ ໃຫ້ທ່ານຫລຽວເບິ່ງກອງດິນຊາຍທີ່ທ່ານຢືນຢຽບຢູ່ນັ້ນ ນັ້ນລະຄືທັງຫມົດຂອງຈັກກະວານ ກາແລັກຊີນຶ່ງມີດາວຣຶກຫລາຍລ້ານໆດວງ ແລະທົ່ວຈັກກະວານມີກາແລັກຊີ່ຫລາຍລ້ານໆກາແລັກຊີ ນັບບໍ່ໄຫວ ເຫິໆ. ດັ່ງນັ້ນເຫດການ Super Nova ຈຶ່ງເກີດຂຶ້ນຕະຫລອດ ແລະໂອກາດທີ່ຈະມີດາວເຄາະຄືໂລກນີ້ກໍສູງເຊັ່ນກັນ. ດັ່ງນັ້ນຂ້າພະເຈົ້າເຊື່ອວ່າສິ່ງມີຊີວິດນອກໂລກມີແທ້ 100% ແຕ່ວ່າຈະເປັນສິ່ງມີຊີວິດແບບໃດເທົ່ານັ້ນລະ ອາດຈະສະຫລາດກວ່າເຮົາ ຫລືບໍ່ກໍເປັນພຽງສິ່ງມີຊີວິດທີ່ບໍ່ມີອະລິຍະທຳເທົ່ານັ້ນກໍເປັນໄດ້.
ໃນກໍລະນີທີ່ວ່າເປັນສິ່ງມີຊີວິດທີ່ສະຫລາດຄືມະນຸດ ແຕ່ວ່າການເດີນທາງໄປມາຫາສູ່ກັນນັ້ນເກືອບວ່າເປັນໄປບໍ່ໄດ້ເລີຍ ຍ້ອນລະຍະທາງທີ່ຫ່າງກັນຫລາຍປີແສງ ຕາມທິດສະດີບາງອັນກ່າວວ່າ ອາດເປັນໄປໄດ້ດ້ວຍການເດີນທາງຜ່ານຮູຫນອນ ເຊິ່ງຈະເປີດປະຕູມິຕິເວລາ ໃຫ້ລະຍະທາງນັ້ນສັ້ນລົງຫລາຍເທົ່າ.
ສະຫລຸບ ສິ່ງມີຊີວິດນອກໂລກ ອາດມີແທ້, ການເດີນທາງຫາກັນອາດເປັນໄປໄດ້ຖ້າເທັກໂນໂລຍີສູງພໍ ແຕ່ມາຄຶດເບິ່ງນຳກັນ ສົມມຸດມະນຸດຕ່າງດາວສະຫລາດແລະກ້າວຫນ້າກວ່າມະນຸດໂລກເຮົາ ຈົນເຖິງຂັ້ນສ້າງຮູຫນອນເພື່ອເດີນທາງມາໂລກໄດ້ ເຮົາຄຶດວ່າເຂົາຈະມາດີຫລືມາຮ້າຍ ໃນເມື່ອເຂົາມີທຸກສິ່ງທຸກຢ່າງເຫນືອກວ່າເຮົາ ເຂົາຈະມາດີນຳເຮົາຫວາ ປຽບງ່າຍໆ ດັ່ງມະນຸດເຮົາເຊັ່ນກັນ ທີ່ລັງແກທຳຮ້າຍສັດທີ່ອ່ອນແອກວ່າໂຕເອງ ດັ່ງນັ້ນຖ້າມະນຸດຕ່າງດາວເຂົາມາແທ້ ເຂົາຄົງບໍ່ມາດີດອກ ສຸດທ້າຍຢາກຝາກວ່າບໍ່ວ່າມະນຸດຕ່າງດາວຈະມີແທ້ຫລືບໍ່ ເຮົາຢ່າໄປໃສ່ໃຈຫລາຍຈົນເກີນໄປ ເຮັດທຸກສິ່ງຢ່າງໃຫ້ໂລກເຮົາໃຫ້ດີທີ່ສຸດ ມີຄວາມເມດຕາສົງສານສັດທີ່ອ່ອນແອກວ່າເຮົາ ເທົ່ານີ້ ກໍປະເສີດແລ້ວ.

ຂຽນມາຍາວເນາະເຫິໆ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ຂ້ອຍຮັກເຈົ້າ ຂ້ອຍຮັກເຈົ້າແທ້ໆ ເປັນຫຍັງເຈົ້າຄືເຮັດກັບຂ້ອຍແນວນີ້ ຂ້ອຍເສຍໃຈ ເສຍໃຈ ທີ່ເຈົ້າເວົ້າອອກມາແນວນັ້ນ ແຕ່ວ່າ ຂ້ອຍຍັງເຊື່ອວ່າທີ່ເຈົ້າເວົ້າມາແນວນັ້ນ ກໍຍ້ອນເຈົ້າ ໃຈຮ້າຍ ກໍເລີຍບໍ່ໄດ້ຄຶດ ຂ້ອຍຫວັງວ່າ ເຈົ້າຈະບໍ່ຢາກໃຫ້ເຮົາຕ້ອງເປັນແບບນີ້ແທ້ແມ່ນບໍ່ ເຈົ້າຄົງຈະບໍ່ຖິ້ມຂ້ອຍໄປແມ່ນບໍ່ ຂ້ອຍຄົງເສຍໃຈຈົນຕາຍ ຖ້າຂາດເຈົ້າ ຂ້ອຍຮັກເຈົ້າ ຮັກເຈົ້າອີ່ຫລີ່ ຮັກ...






ປຸບ ໄປຫລິ້ນພັນລາວຕໍ່ດອກ ຫນັງເຫ້ຍຫຍັງຫວະ ມີແຕ່ບັກບ້ານັ້ນເວົ້າຢູ່ຄົນດຽວ ເສຍອາລົມເບິ່ງຫມົດ.
ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2008 | ມີ 2 ຄຳເຫັນ ແລະ 0 trackback(s)
ມື້ນີ້ວັນທີ 25 / 3 / 08 ຂະນະທີ່ຂຽນຢູ່ແມ່ນເວລາ 19,45 ນາທີ
ຕອນນັ່ງຂຽນຢູ່ກະຄຶດຫນັກ ເພາະມື້ນີ້ ຖືກເອີ້ນໂຕ ໄປຮ່ວມຈັດລາຍການລົມເລື່ອງຂ່າວ ທີ່ອອກອາກາດທາງຄື້ນ 103,7 MHZ
ຈັກຫນ້ອຍຕ້ອງໄປແລ້ວ ໄປກຽມຂໍ້ມູນ ບໍ່ຮູ້ວ່າຈະເຮັດໄດ້ດີເທົ່າໃດ ເອົາເປັນວ່າ ແນວໃດກໍເປັນກຳລັງໃຈໃຫ້ແນ່ເດີ້
ລາຍການແລ້ວ 11 ໂມງ ກັບມາລະຈະມາເລົ່າຄວາມຮູ້ສຶກ ເອິກໆໆໆໆໆໆ
ເປັນລາຍການເວົ້າເລື່ອງຂ່າວ ຂໍ້ມູນຕ້ອງແຫນ້ນ ເວົ້າມີຫລັກການມີເຫດຜົນ ຕ້ອງໃຊ້ສະມາທິ ງານນີ້ ຕ້ອງຕັ້ງໃຈ
ເພາະທີ່ຜ່ານມາ ຈັດແຕ່ລາຍການເພັງ ບໍ່ເຄີຍຈັດລາຍການແນວນີ້ ຕ້ອງລອງເບິ່ງ ສຸດຄວາມສາມາດ ເຮົາຕ້ອງເຮັດໄດ້.

ໄປແລ້ວເດີ້ ......
ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ເມື່ອ PC ສຸດຮັກສຸດຫວງ ຖືກເກມ Crysis ທຳຮ້າຍຮ່າງກາຍບາດເຈັບສາຫັດ ບໍ່ສາມາດຕໍ່ກອນກັບມັນໄດ້
ຊິອັບເກຣດກະບໍ່ທັນມີເງິນ ດັ່ງນັ້ນວິທີດຽວທີ່ຈະລຸກຂຶ້ນຕໍ່ສູ້ກັບ Crysis ກໍຄື Over clock ເລີ່ມຈາກກາດຈໍ 7900GS ຂອງເຮົາຄວາມໄວປົກກະຕິ 450/1350 ບໍ່ຫລາຍເລື່ອງເພີ່ມຄວາມໄວໄປທີ 520/1500 ເອົາເປັນວ່າເລີ່ມແລ້ວ.
ຂັ້ນຕໍ່ມາຈຸດສຳຄັນ ກໍຄື CPU ບັກ Intel Core2Duo E6400 2.13GHZ ຫວັ່ນໆ ບໍ່ກ້າ ລາກແຕ່ຕ້ອງລອງ ບໍ່ລອງບໍ່ຮູ້ ແຕັບ ກະສົ່ງເຄລມ ເປັນຈັ່ງໃດເປັນກັນ.
ເລີ່ມຕົ້ນ ນຳໃຊ້ Utility ທີ່ແຖມມານຳ Main Board over clock ຂຶ້ນ 15% ໄປເຮັດວຽກທີ່ຄວາມໄວ 2,45GHZ ຜົນຕອບຮັບດີສົມຄວນລະບົບສະຖຽນດີ ຫລິ້ນ Crysis ໄດ້ໃນລະດັບ High+Medium ແຕ່ບໍ່ພໍ ມັນຕ້ອງດີກວ່ານີ້ ບໍ່ຍອມ ເຂົ້າໄປປັບແບບ Manual ເລີຍ ເລີ່ມທີ່ 310*8 ຄ່ອຍໆຫຍັບຂຶ້ນໆ ຈົນໄປຮອດ 320*8 ກໍເລີຍໄດ້ຄວາມໄວທີ່ 2,56GHZ ອຶມຫນ້າພໍໃຈ ແຕ່ວ່າ E6400 ລະບົບລະບາຍຄວາມຮ້ອນເດີມໆ ມັນໄດ້ເທົ່ານີ້ຊ້ຳເບາະ ມັນຕ້ອງຫລາຍກວ່ານີ້ ຫລັງຈາກສອບຖາມຊ່ຽວຊານຫລາຍຄົນທີ່ Overclockzone ກໍໄດ້ຈຸດສະຖຽນມາສຳລັບ E6400 ກັບ Ram 667 ຄືທີ່ 340*8=2.72GHZ

alt

ໂອ້ ເມື່ອມີຜູ້ຢືນຢັນ ເຮົາກໍຕ້ອງລົງມື ຈັດການປັບໄປເລີຍທີ່ 340*8 ເປີດເຄື່ອງຂຶ້ນມາ Boot ປົກກະຕິທຸກຢ່າງ ເຂົ້າຫນ້າ Window ກຳລັງໂຫລດໂປແກຣມຕ່າງໆ ສັງເກດອຸນຫະພູມ CPU ຕອນນີ້ເພີ່ມມາເປັນ 51ອົງສາ (ປົກກະຕິ 35 ອົງສາ)

alt
ໂອ້ ມັນໄດ້ແຫະ ແຕ່ວ່າ ບໍ່ພໍຄາວ ປັບ ປຸບ Blue Screen ຈ໊າກໆໆໆໆໆໆໆໆ ບໍ່ໄດ້ບໍ່ໄດ້
ໂອ້ຍ ພາລະກິດລົ້ມເຫລວຈ້ອຍ ບໍ່ເປັນຫຍັງ ລົ້ມແລ້ວຕ້ອງລຸກ ເອົາເປັນວ່າມື້ຫນ້າລອງໃຫມ່ ເພາະອາດເປັນບັນຫາ ຈາກ Ram ທີ່ເຮັດວຽກໄດ້ບໍ່ສະຖຽນ...

ປະສົບການຮ້າຍໆ ຂອງຫມີນ້ອຍ ຜ່ານໄປ ມື້ຫນ້າສຳເລັດລະຈະເອົາມາໂຊ 555
ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2008 | ມີ 1 ຄຳເຫັນ ແລະ 0 trackback(s)
      "ໂອ້ຍໆ ອຸ້ຍໆ" ຈັ່ງແມ່ນມັນໂພດມັນເຫລືອອັນຍຸງ ອົດສາຕັ້ງໃຈວ່າຢາກຢູ່ມິດໆ ຊິໄດ້ຂຽນບົດໃຫ້ມັນແລ້ວ ບໍ່ໄຫວໆ ເຂົ້າໄປໃນເຮືອນດີກວ່າ  
ເຫລືອເວລາພຽງສາມມື້ເທົ່ານັ້ນ ຕ້ອງໄດ້ສົ່້ງບົດໃຫ້ຫນັງສືພິມ ອຳນາດ ອຳນາດ ຄຶດແນວໃດກໍຄຶດບໍ່ອອກ ຍ້ອນຄວາມປາກກ້າຂອງຕົນເອງແທ້ໆ ທີ່ໄປເວົ້າຮັບປາກວ່າຈະສົ່ງບົດໃຫ້ພາຍໃນ 3 ມື້ ພຽງແຕ່ຄຳທ້ວງຂອງ ບກ ຫນັງສືພິມ ເພິ່ນທ້ວງວ່າບໍ່ເຫັນມີບົດມາລົງດົນແລ້ວຊື່ໆ ຂ້ອຍກໍຄຶດຍິ່ງຂຶ້ນມາທັນທີ.
      ຄຶດເທົ່າໃດກໍຄຶດບໍ່ອອກ ຊິຂຽນແນວໃດດີນໍ ກ່ຽວກັບອຳນາດ ເຮັດແນວໃດດີ "ແປະ" ຝາມືຂ້ອຍຕົບໃສ່ຫນ້າຜາກໂຕເອງ ໂອ້ຍຈັ່ງແມ່ນຫນີເຂົ້າມາຢູ່ໃນເຮືອນແລ້ວ ຍັງມີອີກອັນຍຸງນິ ຂ້ອຍເລີ່ມທົນຄວາມກົດດັນທ່ຂຽນບົດບໍ່ແລ້ວ ຊ້ຳບໍ່ຫນຳຍັງມີຍຸງມາທຳລາຍສະມາທິອີກບໍ່ໄຫວ ກໍເລີຍເຂົ້ານອນ ຄາດວ່າຕື່ນແຕ່ເຊົ້າ ອາກາດສົດຊື່ນສະຫມອງຄືຊິປອດໂປ່ງດີ.
      "ຮ່າ ຮ່າ ຮ່າ ມັນເລີ່ມບໍ່ໄຫວແລ້ວ ພວກເຮົາ ເຍ້ໆໆໆໆໆ ຕອນນີ້ແຫລ່ງອາຫານ ເຮົານອນສະຫງົບນິ້ງ ດຽວເຮົາພາກັນໄປກິນເລີຍ"
ຂ້ອຍສະເດີດຕື່ນຂຶ້ນທັນທີ ປາກົດວ່າແສງແດດກ້າ ສ່ອງຜ່ານປ່ອງຢ້ຽມເຂົ້າມາໃນຫ້ອງແລ້ວ ຂ້ອຍຕົກໃຈ ຂ້ອຍໄດ້ຍິນສຽງ ເອີແມ່ນແລ້ວ ສຽງຄືໃຜລົມກັນ ມັນວ່າໄປກິນຫຍັງ ໂອ້ຍຂ້ອຍຝັນໄປ ຂ້ອຍຝັນວ່າຍຸງລົມກັນ ໂອ້ຍ ຍຸງບ້ານິ ຮົບກວນຕອນເຮັດວຽກຍັງບໍ່ພໍ ຍັງນຳມາເຂົ້າຝັນອີກ.
      ອຳນາດ ອຳນາດ ຂ້ອຍຈົ່ມພຶມພຳຄົນດຽວ ພ້ອມທັງຍ່າງໄປມາຢູ່ກາງສວນດອກໄມ້ຫນ້າເຮືອນ ຄຶດອອກແລ່້ວ ຂ້ອຍຄຶດອອກແລ້ວ ຕ້ອງຟ້າວຕ້ອງຟ້າວໄປຈົດໄວ້ ບໍ່ຮູ້ເປັນຫຍັງ ຂ້ອຍບັງເອີນຫລຽວຂຶ້ນໄປເທິງຟ້າ ຟ້າເອີ້ຍ ບໍ່ແມ່ນວ່າຟ້າຊິປີ້ນຫລືຝົນພາຍຸຊິມາ ແຕ່ວ່າຍຸງ ຍຸງ ເປັນຝູງຫລາຍສິບໂຕ ບິນວື່ໆ ຢູ່ເທິງຫົວຂ້ອຍ ຂ້ອຍຟ້າວເອົາມືປັດ ແລ້ວແລ່ນເຂົ້າໃນເຮືອນ ພໍເຂົ້າມາຮອດສິ່ງທີ່ຄຶດອອກຫວ່າງກີ້ນີ້ກໍລືມຫມົດແລ້ວ. ຂ້ອຍນັ່ງພັກຢູ່ຕັ່ງໃນຫ້ອງຮັບແຂກ ສາຍຕາເຫລືອບໄປເຫັນວັດຖຸບາງຢ່າງ ມັນມີລັກສະນະຄ້າຍຄືໄມ້ຕີເທັນນິສ ຂະຫນາດນ້ອຍ ທາງກາງມັນມີຕາຫນ່າງສານຖີ່ໆ ມັນແມ່ນຫຍັງຫວະ ຂ້ອຍຈັບມາເບິ່ງດ້ວຍຄວາມສົງໄສ "ໄມ້ຕີຍຸງນະຫັ້ນນະອ້າຍສັກ ນ້ອງຊື້ມາວານນີ້" ສຽງນ້ອງສາວຂ້ອຍເອີ້ນບອກ ໄມ້ຕີຍຸງຊັ້ນຫວາ ໂອ້ຫນ້າສົນໃຈ ໃນເມື່ອອາວຸດທີ່ບັນພະບູລຸດໃຫ້ມາ ມັນເລີ່ມໄຮ້ປະສິທິພາບ ດັ່ງນັ້ນກໍຕ້ອງລອງເຄື່ອງໃຊ້ ໄຮເທັກ ນີ້ລອງເບິ່ງ. ຂ້ອຍກົດປຸ່ມທີ່ຢູ່ທາງຂ້າງ ເຫັນໄຟແດງໆຮຸ້ງຂຶ້ນ ພໍຍຸງບິນມາຕຳ ມັນກໍຊ໊ອດຍຸງຈົນໄຫມ້ ຄືນນີ້ຂ້ອຍເຮັດວຽກໄດ້ສະບາຍໃຈ ຍ້ອນອາວຸດອັນໃຫມ່ນີ້.
      ຕື່ນເຊົ້າມາ ຂ້ອຍບໍ່ຊັກຊ້າຫຍັງ ຈັບເອົາອຸປະກອນໄຮເທັກ ມຸ່ງຫນ້າສູ່ສະຖານທີ່ຊຸມຊົນຂອງຍຸງ ເລີ່ມຈາກລະບຽງທີ່ເຮັດເປັນບ່ອນນັ່ງຫລິ້ນ ຂ້ອຍແກວ່ງມັນໄປມາ ເກີດປະກາຍໄຟມາບແມບ ບໍ່ພໍຄາວຍຸງທີ່ຢູ່ແຖວນັ້ນກໍຕາຍຫມົດ ຂ້ອຍມຸ່ງຫນ້າສູ່ສະຖານທີ່ຕໍ່ໄປ ບ່ອນທີ່ຫຍ້າຂຶ້ນຫນາແລະມີນ້ຳຂັງ ພໍຂ້ອຍກ້າວຂາເຂົ້າໄປຍຸງກໍແຕກເພືອບອອກມາ ຂ້ອຍໃຊ້ອາວຸດພິຄາດ ແກ່ວງໄປມາປະກາຍໄຟຮຸ່ງຂຶ້ນຖີ່ໆ ຍຸງນັບບໍ່ຖ້ວນຕາຍລົງ "ອຳນາດ" ແມ່ນຂ້ອຍກຳລັງເຮັດຫຍັງຢູ່ ຂ້ອຍກາຍເປັນຄົນບ້າອຳນາດ ນັບຕັ້ງແຕ່ອາວຸດອັນນີ້ມາຢູ່ໃນມືຂ້ອຍ ຂ້ອຍບໍ່ໄດ້ໃຊ້ມັນເພື່ອປົກປ້ອງຕົນເອງ ແຕ່ຂ້ອຍໃຊ້ມັນຮຸກຮານທຳລາຍຊີວິດນັບບໍ່ຖ້ວນ...
      "...ອຳນາດເປັນສິ່ງທີ່ຖ້າໃຊ້ຖືກກໍດີ ແຕ່ຖ້າໃຊ້ໃນທາງທີ່ຜິດມັນກໍເປັັນອັນຕະລາຍ ສຳລັບໃຜທີ່ບໍ່ຮູ້ວ່າອຳນາດມັນເປັນແນວໃດ ກໍລອງໄປຊື້ໄມ້ຕີຍຸງມາລອງໃຊ້ເບິ່ງ ເມື່ອອຳນາດມາຢູ່ໃນມື ເຮົາບໍ່ພຽງແຕ່ໃຊ້ມັນເພື່ອປົກປ້ອງ ປ້ອງກັນເຮົາເອງ ແຕ່ເຮົາໃຊ້ມັນເພື່ອຮຸກຮານທຳລາຍ ຂະຫນາດໄມ້ຕີຍຸງຍັງເຮັດໄດ້ຊ່ຳນີ້ ແລ້ວລອງຄຶດເບິ່ງວ່າ ຜູ່ທີ່ມີອາວຸດຮ້າຍແຮງໄວ້ຄອບຄອງເຊັ່ນປືນ... ເດຈະເກີດຫຍັງຂຶ້ນ ຍິ່ງໄປກວ່ານັ້ນຜູ່ທີ່ມີອຳນາດທາງການເມືອງ ການທະຫານ ຈະເປັນແນວໃດ..."
     ຂ້ອຍວາງຫນັງສືພິມສະບັບມື້ຕໍ່ມາລົງຫນ້າໂຕະ ຫລັງຈາກອ່ານບົດຄວາມທີ່ຊື່ວ່າ "ອຳນາດ" ແລ້ວຫລຽວຫນ້າໄປເບິ່ງໄມ້ຕີຍຸງທີ່ວາງຢູ່ທາງຂ້າງ  ທີ່ຕອນນີ້ຂ້ອຍໃຊ້ມັນແຕ່ສະເພາະເວລາມີຍຸງເຂົ້າມາໃນເຮືອນເທົ່ານັ້ນ ພ້ອມກັບຍິ້ມອອກມາແລະຄຶດໃນໃຈວ່າ ຍ້ອນມັນແທ້ໆ ຈຶ່ງໄດ້ບົດສົ່ງຫນັງສືພິມທັນຕາມກຳນົດ.

ໂດຍ: ຫມີນ້ອຍ
      
ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ຄອບຄົວຂ້ອຍເປັນຄົນທຸກຍາກຂາດເຂີນ ຫມົດເຮືອນມີ PC ຫນ່ວຍດຽວ ກໍຄືຂອງຂ້ອຍ ສ່ວນຄົນອື່ນໃນເຮືອນ ໃຊ້ laptop ຫມົດ ມີແຕ່ຂ້ອຍບໍ່ໃຊ້ ເພາະຫລິ້ນເກມບໍ່ໄດ້
ພໍ່ຂ້ອຍກໍເປັນຄົນທຸກ ແມ່ຂ້ອຍກະທຸກອີກ ຂ້ອຍກະແຮງທຸກໄປອີກ ນ້ອງຂ້ອຍກະວ່າທຸກ ຄົນສວນກະທຸກ​ ຄົນເຝົ້າເຮືອນກະທຸກ ຄົນໃຊ້ກະທຸກ ຄົນຂັບລົດຍັງມາທຸກອີກ
ຈັ່ງແມ່ນຊາດ ຄອບຄົວຂ້ອຍທຸກ ທຸກອີ່ຫລີ່ ຕາຍລະແບບນີ້


ບໍ່ຮູ້ຊິຂຽນຫຍັງ ເອົາເປັນວ່າໃຫ້ເລື່ອງນີ້ເປັນຕົວຢ່າງສຳລັບຜູ້ມັກຮັກການຂຽນເນາະ
ນິຍາມຂອງການຂຽນການແຕ່ງ ເວົ້າງ່າຍໆກໍຄືການຕົວະ ແຕ່ວ່າການຕົວະນັ້ນຕ້ອງໃຫ້ສົມຈິງ ຕົວະໃຫ້ຄື
ດັ່ງເຫັນໃນບົດຂ້າງເທິງ ບອກວ່າຄອບຄົວທຸກ ມັນທຸກແນວໃດ ມີຮອດ ຄົນໃຊ້ ມີຮອດຄົນຂັບລົດ ນີ້ກໍເປັນກໍລະນີນຶ່ງທີ່ສົມມຸດໃຫ້ເບິ່ງຫລີ້ນໆຫົວໆ
ວ່າ ການແຕ່ງເລື່ອງ ຢ່າຄຶດວ່າງ່າຍ ເຮົາຕ້ອງມີຂໍ້ມູນ ທີ່ແຫນ້ນ ເລື່ອງຈຶງອອກມາດີ ການຕົວະບໍ່ແມ່ນວ່າຄຶດແນວໃດກໍຂຽນແນວນັ້ນ ການຕົວະໃນການແຕ່ງຫມາຍຄວາມວ່າ
ເຮົາຕ້ອງຕົວະ ບາງອັນເພຶື່ອບໍ່ໃຫ້ມັນກະທົບສິ່ງທີ່ມີຢູ່ຈິງ ບາງຄັ້ງຈຸດຜິດພາດເລັກໆນ້ອຍໆ ທີ່ເຮົາມອງຂ້າມ ອາກເປັນຫາຍະນະ ດັ່ງເພັງໄທເພັງນຶ່ງທີ່ຫລາຍຄົນອາດເຄີຍໄດ້ຍິນ

ปิดไฟใส่กลอน แล้วเข้ามุ้งนอนคิดถีงใบหน้า นั่งเขืยนจดหมาย.....

ເຫັນເລີຍວ່າ ຜູ້ແຕ່ງມອງຂ້າມຄວາມພາດຂອງຕົນເອງໄປ ເພິ່ນບອກວ່າ ປິດໄຟໃສ່ກອນ ແລ້ວເຂົ້າມຸ້ງນອນ ບາດນັ້ນຊ້ຳຜັດມາວ່າ ນັ່ງຂຽນຈົດຫມາຍ ທັງໆ ທີ່ມອດໄຟໄປແລ້ວ
ຟັງລະກະຍັງຢາກຫົວ 555
ພໍໆໆໆໆໆ ເທົ່ານີ້ລະ