ຈາກໄດອາຣີ່ http://punlao.com/HITMII/blog/1559/
ຕອນນີ້ມາຕໍ່ກັນອີກ 5 ເລື່ອງ
ບໍ່ຮູ້ວ່າ 5 ເລື່ອງທຳອິດຖືກໃຈກັນຫລາຍປານໃດ ຫລາຍຄົນກະຖ້າລຸ້ນຢູ່ວ່າສິມີເລື່ອງຕົນເອງມັກບໍ່ໃນ 20 ເລື່ອງ
ສຳລັບ 5 ເລື່ອງໃນມື້ນີ້ ຂໍເຂົ້າກັບບັນຍາກາດລະຍະ ນີ້ເນາະອາກາດຫນາວ ອອກພັນສາແລ້ວ ຄູ່ບ່າວສາວກໍເລີ່ມແຕ່ງງອກແຕ່ງງານ ວານນີ້ກະໄດ້ມາລະບັດນຶ່ງ (ເສຍເງິນອີກແລ້ວ)
ຂໍເປັນ 5 ຫນັງຄວາມຮັກ ທີ່ຈະເອົາມາປະທັບໃຈຫລາຍໆຄົນເນາະ.
6. Bicentennial Man
- Bicentennial Man ຫລືແປເປັນລາວງ່າຍໆອອກມາວ່າ ມະນຸດສອງສັດຕະວັດ ຫລືມະນຸດສອງຮ້ອຍປີ (ບະມາຢູ່ດົນແທ້ເນາະ) ຫນັງເລື່ອງນີ້ຖືກສ້າງຈາກນະວະນິຍາຍວິທະຍາສາດກ່ຽວກັບ ຫຸ່ນຍົນ ຂອງ Isaac Asimov ຫນັງອອກສາຍໃນປີ ຄສ 1999 ກຳກັບໂດຍ Chris Columbusທີ່ມີຜົນງານຫລາຍເລື່ອງເຊັ່ນ Home alone ຫລືຫນັງໃຫມ່ຢ່າງ Harry potter, Fantastic4, Night at the museum…, ນຳສະແດງໂດຍ Robin Williams ແລະ Sam Neill (ຈາກ Jurassic park).
- Bicentennial Man ເລົ່າເຖິງຄວາມພັດທະນາອີກຂັ້ນຂອງ ເທັກໂນໂລຍີ ທີ່ມີບໍລິສັດຜະລິດຫຸ່ນອອກມາຂາຍເພື່ອເປັນຫຸ່ນຮັບໃຊ້ພາຍໃນເຮືອນຊານບ້ານຊ່ອງ ໃນນັ້ນ ຄອບຄົວ Martin ໄດ້ຊື້ຫຸ່ນທີ່ຊື່ Andrew ເຂົ້າໄປໃນເຮືອນ ເລື່ອງໄດ້ນຳສະເຫນີ ກົດ 3 ຂໍ້ຂອງຫຸ່ນຍົນ (ແບບໃນຫນັງ I-Robot) ຄື:
1. ຫຸ່ນຍົນຕ້ອງບໍ່ເຮັດຫຍັງທີ່ກໍ່ໃຫ້ເກີດອັນຕະລາຍຕໍ່ມະນຸດ ຫລືວ່າປ່ອຍໃຫ້ມະນຸດຕົກຢູ່ໃນອັນຕະລາຍ.
2. ຫຸ່ນຍົນຕ້ອງເຊື່ອຟັງຄຳສັ່ງຂອງມະນຸດ ຍົກເວັ້ນກໍລະນີຫາກຄຳສັ່ງນັ້ນຂັດກັບກົດຂໍ້ທີນຶ່ງ.
3. ຫຸ່ນຍົນຕ້ອງປົກປ້ອງສະຖານະ ການຄົງຢູ່ຂອງຕົນໄວ້ ຍົກເວັ້ນກໍລະນີທີ່ຂັດກັບຂໍ້ 1 ແລະ ຂໍ້ 2.
- ເລື່ອງເລົ່າໃຫ້ເຫັນຫຸ່ນຍົນທີ່ຊື່ວ່າ Andrew ທີ່ຖືກສ້າງມາຮັບໃຊ້ມະນຸດ ແລະເນື່ອງດ້ວຍຄວາມເປັນຫຸ່ນມັນຈຶ່ງບໍ່ແກ່ເຖົ້າແລະຢູ່ກັບຄອບຄົວ Martin ຈົນຊຶມຊັບ ເອົາຄວາມຮູ້ສຶກນຶກຄຶດ ຈິດໃຈຄວາມເປັນມະນຸດເຂົ້າໄປ ລອງຫາມາເບິ່ງມາຊົມກັບການຜະຈົນໄພ ການຫາຄວາມເຂົ້າໃຈ ການຫາຄວາມເປັນມະນຸດ ແລະການພົບຮັກແທ້ ຂອງຫຸ່ນຍົນຕົນນີ້ມາເບິ່ງໃຫ້ໄດ້ ຫ້າມພາດ.
- ຄວາມຮູ້ສຶກສ່ວນໂຕຫລັງຈາກເບິ່ງເລື່ອງນີ້ ຢາກບອກວ່າເບິ່ງຈັກຮອບກໍໄຫ້ເທົ່ານັ້ນຮອບ ເລື່ອງສະທ້ອນໃຫ້ວ່າ ການທີ່ເຮົາມີຊີວິດຢູ່ຢ່າງຍືນຍາວ ພຽງຄົນດຽວມັນເຈັບປວດທໍລະມານເທົ່າໃດ ທີ່ຕ້ອງເຫັນຄອບຄົວເພື່ອນຝູງ ຕາຍໄປຫລາຍຮຸ່ນຄົນ ດັ່ງທີ່ Andrew ຮູ້ສຶກ ເຖິງຈະເປັນພຽງຫຸ່ນຍົນ ແຕ່ການໄດ້ຢູ່ໃກ້ກັບມະນຸດ ໄດ້ຜູກພັນໄດ້ມີຊີວິດເຮັດໃຫ້ Andrew ບໍ່ໄດ້ເປັນພຽງຫຸ່ນຍົນເທົ່ານັ້ນ ເຂົາພະຍາຍາມປ່ຽນໂຕເອງເປັນມະນຸດ ອອກເດີນທາງຫາຜູ້ທີ່ຈະຊ່ອຍໄດ້ ແລະສຸດທ້າຍກໍໄດ້ພົບຮັກແທ້ກັບຍິງສາວຄົນນຶ່ງ. ເລື່ອງໃຫ້ຄະຕິທີ່ວ່າ ການເກີດເປັນມະນຸດຂອງເຮົາມັນມີຄ່າມະຫາສານພຽງໃດ ທີ່ເົຮາມີຄວາມຮູ້ສຶກນຶກຄຶດ ມີຊີວິດຈິດໃຈ ມີຄວາມຮັກ ຫລາຍຄົນອາດເບິ່ງຂ້າມໄປ ແຕ່ເບິ່ງຫນັງເລື່ອງນີ້ແລ້ວ Andrew ຈະກະຕຸ້ນໃຫ້ເຮົາຄຶດຫາສິ່ງດັ່ງກ່າວທີ່ມີໃນຕົວທຸກຄົນຢູ່ແລ້ວໃຫ້ຕື່ນຂຶ້ນມາ ໃຫ້ເຮົາຮູ້ສຶກວ່າມັນດີພຽງໃດທີ່ເຮົາມີ ອາລົມຄວາມຮູ້ສຶກແບບມະນຸດ ແລະເຮັດໃຫ້ເຮົາຮູ້ວ່າມັນດີປານໃດທີ່ເຮົາມີຄວາມຮູ້ສຶກຮັກ ດັ່ງນັ້ນຫາກເຮົາຮັກໃຜແລ້ວກໍຈົ່ງໃຫ້ຄວາມຮູ້ສຶກຢູ່ຕໍ່ໄປ ຢ່າຄຶດວ່າມັນບໍ່ມີຄ່າ ເພາະຖ້າສູນເສຍມັນໄປແລ້ວເຮົາບໍ່ອາດໄດ້ມັນກັບຄືນມາ.
7. The Road Home
- ມາອີກຄັ້ງກັບຫນັງຈີນ ແລະກໍເຊັ່ນເຄີຍເປັນຜົນງານຂອງ Zhang Yimou ອີກ ຊ່ອຍບໍໍ່ໄດ້ຫນັງລາວດີອີ່ຫລີ່ ແຫະໆ The Road Home ອອກສາຍໃນທ້າຍປີ 1999 ຫ່າງຈາກຫນັງ Not one less ບໍ່ຮອດປີ ຫນັງເລື່ອງນີ້ໄດ້ນາງເອກຊື່ດັງຂອງຈີນຢ່າງ Zhang Ziyi (ຈາງ ຊີ່ຍີ່) ມາສະແດງເປັນນາງເອກໃນເລື່ອງ ເບິ່ງເລື່ອງນີ້ແລ້ວຫລາຍຄົນອາດຫລົງຮັກ ຈາງຊີ່ຍີ່ ກໍເປັນໄດ້ ອິອິ.
- ຫນັງເລົ່າເຖິງຄວາມຮັກ ຂອງສາວທີ່ເປັນຄົນໃນຫມູ່ບ້ານໃນເຂດຊົນນະບົດຂອງປະເທດຈີນ ທີ່ຕົກຫລຸມຮັກກັບອ້າຍບ່າວນາຍຄູທີ່ມາສອນຢູ່ໃນຫມູ່ບ້ານດັ່ງກ່າວ ຫນັງເຮັດໃຫ້ເຫັນພາບຄວາມຮັກລະຫວ່າງຫນຸ່ມສາວ ຕ້ອງຂໍບອກຫນັງຂອງ ຈາງອີ້ໂຫມ່ເລື່ອງນີ້ມີສາກທີ່ຈຳເປັນທຸກຢ່າງຂອງຫນັງຄວາມຮັກ ແຕ່ແນ່ນອນເມື່ອຢູ່ໃນມືຂອງ ຈາງອີ້ໂຫມ່ ຫນັງຕ້ອງໃຫ້ຄະຕິ ແລະສະທ້ອນບັນຫາອອກມາ ເຊິ່ງຈາງອີ້ໂຫມ່ໃຊ້ວິທີເລົ່າເລື່ອງສັບກັນໄປມາລະຫວ່າງອະດີດ ແລະປັດຈຸບັນ ພາບໃນອະດີດຈະເລົ່າໃຫ້ເຫັນຄວາມຮັກລະຫວ່າງບ່າວສາວ ສ່ວນພາບໃນອະນາຄົດ ແມ່ນເລົ່າເຖິງຮຸ່ນລູກຂອງເຂົາເຈົ້າ ເລົ່າເຖິງຄວາມທຸກໂສກຂອງຜູ້ເປັນແມ່ ສະທ້ອນໃຫ້ເຫັນຄວາມປ່ຽນແປງທີ່ຄືບຄານເຂົ້າມາ ບໍ່ວ່າວັດທະນະທຳຕາເວັນຕົກ ຫລືໄວຫນຸ່ມໃນຫມູ່ບ້ານ ທີ່ພະຍາຍາມຫາທາງໄປເຮັດວຽກງານທຳໃນເມືອງ ສະທ້ອນໃຫ້ເຫັນຄວາມວຸ້ນວາຍຂອງສັງຄົມຍຸກໃຫມ່ ທີ່ທຳລາຍຊີວິດວັດທະນະທຳຮີດຄອງດັ້ງເດີມ.
- ດັ່ງທີ່ເວົ້າໄປໃນຕອນແລ້ວນີ້ກ່ຽວກັບ ຈາງອີ້ໂຫມ່ ວ່າຮູບແບບການເຮັດຫນັງຂອງລາວ ທີ່ຫລິ້ນສີ ແລະພາບໃນຫນັງຢ່າງເລິກເຊິ່ງ ໃນຫນັງເລື່ອງນີ້ກໍເຊັ່ນກັນ ຫນັງຈະເລົ່າ ອາດີດ ແລະປັດຈຸບັນ ໂດຍ ຈາງອີ້ໂຫມ່ເລືອກເຮັດໃນສິ່ງທີິ່ບໍ່ເຄີຍມີ ຄືການເລົ່າພາບປັດຈຸບັນເປັນສີຂາວດຳ ສ່ວນອາດີດເປັນພາບສີສັນສົດໃສ ເຊິ່ງເປັນການສະທ້ອນໃຫ້ເຫັນວ່າ ອາດີິດທີ່ສວຍງາມໄດ້ຈາກໄປແລ້ວ ເຫລືອພຽງຄວາມຊົງຈຳທີ່ງົດງາມໄວ້ເທົ່ານັ້ນ ສ່ວນປັດຈຸບັນເປັນສິ່ງທີ່ເສົ້າໂສກ ແລະເຈັບປວດ ເພາະຄວາມສວຍງາມໄດ້ຄ່ອຍໆຈາກຫາຍໄປເທື່ອລະເລັກລະຫນ້ອຍ.
8. External Sunshine of the Spotless Mind
- Eternal Sunshine of the Spotless Mind ຫນັງແນວ Romantic Comedy ກຳກັບໂດຍ Michel Gondry ອອກສາຍປີ 2004 ເປັນຫນັງຄວາມຮັກ ທີ່ນຳສະແດງໂດຍດາລາຕະຫລົກຊື່ດັງ Jim Carrey, Kate Winslet ຈາກ Titanic ແລະດາລາດັງອີກຫລວງຫລາຍເຊັ່ນ: Kirsten Dunst ນາງເອກຈາກ Spider man ທັງສາມພາກ, Tom Wilkinson ຈາກ Batman: Begin , Elijah Wood ຈາກຫນັງດັງ The Lord of the ring ແລະອື່ນໆອີກ.
- Eternal Sunshine of the Spotless Mind ເປັນຫນັງຄວາມຮັກ ປົນນິຍາຍວິທະຍາສາດ ເມື່ອມະນຸດສາມາດຄຶດຄົ້ນເຄື່ອງທີ່ສາມາດລຶບຄວາມຊົງຈຳ (ເຄື່ອງນີ້ເທບໂຄດ ສາມາດເລືອກໄດ້ວ່າສິລຶບອັນໃດ) ເລີຍເປີດເປັນບໍລິສັດຮັບລຶບຄວາມຊົງຈຳ ສຳລັບຄົນຜິດຫວັງຈາກຄວາມຮັກ ໃຜຢາກລືມແຟນກໍສາມາດມາໃຊ້ບໍລິການ ເຊິ່ງຂໍ້ມູນທັງຫມົດຈະຖືກປິດລັບ.
- Joel (Jim Carrey) ໄດ້ຄົ້ນພົບຄວາມລັບວ່າ ແຟນສາວຂອງໂຕເອງ ໄດ້ໄປໃຊ້ບໍລິການຂອງບໍລິສັດດັ່ງກ່າວທີ່ເປີດຢ່າງລັບໆ ເມື່ອຮູ້ວ່າແຟນຂອງຕົນຢາກລືມຕົນເອງເຮັດໃຫ້ເສຍໃຈຢ່າງຫນັກ ເລີຍຕັດສິນໃຈເຂົ້າໄປລຶບຄວາມຊົງຈຳເຊັ່ນກັນ ແຕ່ໃນຂະນະທີ່ກຳລັງລຶບນັ້ນ ລາວກັບຮູ້ສຶກວ່າມັນເປັນຄວາມຊົງຈຳດີໆ ທີ່ບໍ່ຢາກລືມ Joel ກໍເລີຍຕ້ອງຕໍ່ສູ້ ເພື່ອຮັກສາຄວາມຊົງຈຳນັ້ນໄວ້ ລາວຈະເຮັດສຳເລັດຫລືບໍ່ ກໍຕ້ອງລອງຫາມາເບິ່ງເອງເດີ້ ອິອິ.
- ຫນັງເລື່ອງນີ້ ເປັນການພິກອີກບົດບາດນຶ່ງຂອງ Jim Carrey ຂ້າພະເຈົ້າໄດ້ເບິ່ງຫນັງເລື່ອງນີ້ດ້ວຍຄວາມບໍ່ຕັ້ງໃຈ ເພາະກໍຄຶດວ່າເປັນຫນັງຕະຫລົກ ຂອງ Jim Carrey ແຕ່ພໍເບິ່ງແລ້ວ ນ້ຳຕາກໍຊືມ ຫນັງໃຫ້ຄະຕິທີ່ດີກ່ຽວກັບຄວາມຮັກ ບໍ່ວ່າຮັກມັນຈະເຈັບປວດປານໃດ ແຕ່ຖ້າເຮົາຮັກແທ້ ມັນກໍບໍ່ໂຫດຮ້າຍເກີນໄປດອກ ເຖິງມື້ນີ້ຄົນຮັກເຮົາອາດບໍ່ຢູ່ແລ້ວ ແຕ່ຄວາມຊົງຈຳດີໆທີ່ເຄີຍຜ່ານມາມັນຍັງຄົງຢູ່ ຢ່າພະຍາຍາມຫນີດ້ວຍການລືມ ເພາະມັນບໍ່ໄດ້ຊ່ອຍຫຍັງເລີຍ ແລະອີກສິ່ງນຶ່ງກໍແມ່ນສຳລັບຄູ່ຮັກ ເຖິງມີປາກມີສຽງກັນ ແຕ່ເຊື່ອແນ່ວ່າຮັກກັນແລ້ວຄົງບໍ່ແຄ້ວຈາກກັນ ພຽງແຕ່ ເປີດໃຈເວົ້ານຳກັນດີໆ ຢ່າໃຊ້ອາລົມເຂົ້າມາຕັດສິນ ແລ້ວຈະຮູ້ວ່າທີ່ຈິງແລ້ວຕົນເອງບໍ່ໄດ້ຊັງກັນແທ້ດອກ.
9. 50 First Date
- ມາຕໍ່ກັບເລື່ອງນີ້ 50 First Date ຫນັງ Romantic Comedy ທີ່ອອກສາບໃນປີ 2004 ນຳສະແດງໂດຍ ດາລາຕະຫລົກ (ໃນດວງໃຈຫມີເລີຍ) Adam Sandler ແລະນາງເອກສາວຫນ້າຮັກ Drew Barrymore ນາງເອກຈາກ Charlie's Angels ແລະ Rob Schneider ດາລາຕະຫລົກຂາຄຸ່ ຂອງ Adam Sandler.
- ຫນັງເລົ່າເລື່ອງໃນເກາະ ຮາວວາຍ ເຖິງຊາຍຫນຸ່ມຄົນນຶ່ງທີ່ໄປຕົກຫລຸມຮັກລູກສາວຊາວເກາະ ຮາວວາຍ ເລີຍເຂົ້າໄປຈີບ ປາກົດວ່າພາຍໃນວັນດຽວ ຄວາມຮັກທັງສອງກໍເລີ່ມກໍ່ຕົວຂຶ້ນ ແຕ່ແລ້ວເຫດການກັບຜິກຜັນ ເມື່ອມາຮູ້ວ່າ ຍິງສາວທີ່ລາວຈິບນັ້ນ ມີບັນຫາຄວາມຊົງຈຳ ຄືທຸກຄືນຫລັງຈາກຕື່ນນອນຂຶ້ນມາ ຄວາມຊົງຈຳຈະຫາຍໄປຫມົດ. ນີ້ເອງເປັນທີ່ມາຂອງຊື່ເລື່ອງ 50 First Date ເພາະທຸກໆມື້ ຊາຍຫນຸ່ມພະເອກຂອງເຮົາ ຕ້ອງໄປຈີບນາງເອກ ໃຫມ່ທຸກຄັ້ງ ເບິ່ງຫນັງເລື່ອງນີ້ໄດ້ທັງຫົວ ໄດ້ທັງອາລົມຊຶ້ງກິນໃຈ ແລະຄວາມພະຍາຍາມຂອງຊາຍຫນຸ່ມຄົນນຶ່ງທີ່ມີຮັກແທ້ຕໍ່ຍິງທີ່ຕົນຮັກ ເຖິງວ່າຍິງຄົນຈະບໍ່ເຄີຍຈື່ຕົນເອງໄດ້ກາຍ 1 ມື້ ແຕ່ລາວກໍພະຍາຍາມສຸດຄວາມສາມາດ ສຸດທ້າຍລາວຈະເຮັດສຳເລັດບໍ່ກໍລອງຫາມາເບິ່ງເດີ້.
10. ເພື່ອນສະຫນິດ
- ເພື່ອນສະຫນິດ ຫນັງໄທເລື່ອງດຽວທີ່ຕິດເຂົ້າມາໃນ 20 ຫນັງດີຂອງຫມີ ຕ້ອງບອກກ່ອນວ່າ ສ່ວນໂຕເບິ່ງຫນັງໄທຫນ້ອຍອີ່ຫລີ່ ແລະມີແນວຄຶດທີ່ວ່າຫນັງໄທບໍ່ຄ່ອຍມີເລື່ອງໃດມ່ວນພໍທີ່ຈະປະທັບໃຈໄດ້ເລີຍ ແຕ່ກໍມີເລື່ອງນື່ງ ຫລັງຈາກເບິ່ງແລ້ວພົບວ່າ ການເລົ່າເລື່ອງງ່າຍໆ ດ້ວຍພາບງົດງາມ ແລະການຜູກປົມເລື່ອງທີ່ເປັນລຳດັບ ບວກກັບການໃຊ້ວິທີການເລົ່າປັດຈຸບັນ ປົນກັບອາດີດ ເຮັດໃຫ້ຫນັງເພື່ອນສະຫນິດ ເປັນຫນັງດີທີ່ແນະນຳໃຫ້ເບິ່ງເລີຍ.
- ເພື່ອນສະຫນິດ ອອກສາຍປີ 2004 ກຳກັບການສະແດງໂດຍ ດົມກຣິດ ຕຣິວິມົນ, ຫນັງເລື່ອງນີ້ເລົ່າສອງເຫດການໃນປັດຈຸບັນ ແລະອະດີດຂອງພະເອກ ທີ່ຊື່ວ່າ ຫມູ ທີ່ເດີນທາງໄປ ເກາະພະງັນ ແລະເກິດອຸບັດຕິເຫດໄດ້ຮັບບາດເຈັບຕ້ອງເຂົ້າຮັກສາທີ່ໂຮງຫມໍ ແລະໄດ້ພົບນາງພະຍາບານສາວງາມຊື່ວ່າ ນຸ້ຍ ແຕ່ໃນລະຫວ່າງນັ້ນ ຫມູ ຫລືອີກຊື່ນຶ່ງແມ່ນ ໄຂ່ຍ້ອຍ ກໍຄຶດຫາເລື່ອງທີີ່ຫາກໍຜ່ານມາ ກ່ຽວກັບຫມູ່ສະຫນິດຄົນນຶ່ງຊື່ວ່າ ດາການດາ ທີ່ຮຽນນຳກັນຢູ່ຊຽງໃຫມ່ ເລື່ອງຄ່ອຍໆເປີດເຜີຍໃຫ້ເຫັນເຖິງສາເຫດຂອງການເດີນທາງມາເກາະພະງັນຂອງໄຂ່ຍ້ອຍ ແລະເລົ່າເຖິງຄວາມຮູ້ສຶກທີ່ມີຕໍ່ເພື່ອນສະຫນິດ ນຳໄຟສູ່ການຕັດສິນໃຈວ່າຈະເລືອກໃຜລະຫວ່າງຄົນທີ່ເຮົາຮັກ ແລະຄົນທີ່ຮັກເຮົາ.
- ເລື່ອງລາວຫວານໆ ຊື້ງໆ ຕະຫລົກໆຂອງຫນຸ່ມສາວ ທີິ່ຫນ້າຈະຖືກໃຈໄວຫນຸ່ມບ້ານເຮົາ ກັບການຜູກເລື່ອງມາຢ່າງດີ ຊວນຕິດຕາມ ແບບນີ້ບໍ່ຄວນພາດ. ສ່ວນຕົວມັກຮູບແບບການຂຽນເລື່ອງຂອງຄົນແຕ່ງເລື່ອງນີ້ ທີ່ວາງຂອດບັນຫາໄດ້ລະອຽດ ແລະເກາະກ່າຍກັນ ແບບງ່າຍໆ ນອກນັ້ນ ເບິ່ງຊື່ ນາງເອກ ດາການດາ ຄວາມຫມາຍຂອງ ດາການດາ ແມ່ນ ຍິງຜູ້ເປັນທີ່ຮັກ ນອກນັ້ນ ຜູ້ຂຽນຍັງຜູກເລື່ອງໄປໃສ່ ເລື່ອງ ທ້າວນ້ອຍ (Le Petit Prince) ນິຍາຍຊື່ດັງຂອງ ຝຣັ່ງ ອີກນຳ ສ່ວນຕົວມັກອ່ານເລື່ອງ Le Petit Prince ແຮງເຮັດໃຫ້ມັກຫນັງເພື່ອນສະຫນິດນີ້ຂຶ້ນຕື່ມອີກ.
ເອົາມາຝາກຕື່ມອີກ 5 ເລື່ອງ ເປັນແນວຄວາມຮັກທັງນັ້ນເນາະ ເບິ່ງແລ້ວຄົງພາກັນຊື່ນອົກຊື່ນໃຈ ຍິ້ມຫນ້າບານ
ມື້ຫນ້າສິເອົາມາຕື່ມອີກ 5 ເລື່ອງ ຖ້າຕິດຕາມວ່າສິມີຫນັງຫຍັງອີກ.