ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2009 | ມີ 36 ຄຳເຫັນ ແລະ 0 trackback(s)

ພໍດີ ນັ່ງເຊັງໆ ອາລົມບໍ່ດີ

ແຕ່ແປກ ອາລົມບໍ່ດີ ແຕ່ຈິນຕະການຜັດອອກ ເລີຍນັ່ງແຕ້ມຫລິ້ນຕອນ 8 ໂມງປາຍໆ

ແລະກໍແລ້ວຈົນໄດ້

ຂໍບອກວ່າຝີມືການແຕ້ມຮູບຂອງ ລະດັບຂັ້ນເທບຕ້ອງເອີ້ນອ້າຍ (ເທບທີ່ວ່ານີ້ແມ່ນເທບເດັກນ້ອຍອະນຸບານກ໋າກໆ)

ເລື່ອງນີ້ຂໍຕັ້ງຊື່ວ່າ: "ປ່ອຍມັນໄປ ດຽວມັນຕາຍເອງ"

ຈົບເປັນຈັ່ງໃດກະເມັ້ນເດີ້ຫະຫະ

ແຕ່ງເລື່ອງແລະແຕ້ມໂດຍ : Hitmii

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ຊ່ວງນີ້ ກະແສຫນັງຟອມຍັກ 2012 ກຳລັງມາແຮງເນາະ ບາງຄົນກໍເຊື່ອນຳຫນັງຈົນຢ້ານກັນໄປ

ແຕ່ທີ່ຈິງແລ້ວແນວຄຶດວັນສິ້ນໂລກມັນບໍ່ໄດ້ຫາກໍເກີດຂຶ້ນດອກ ມັນເກີດຂຶ້ນມາດົນແລ້ວ ຂຶ້ນກັບ

ຈິນຕະນາການຂອງແຕ່ລະຄົນ ແຕ່ວ່າມື້ນີ້ເຕັມໃຈສະເຫນີເລີຍ ກັບເລື່ອງນີ້ ເປັນຜົນງານຂອງນັກ

ແຕ້ມກາຕູນລະດັບຕຳນານຂອງປະເທດຍີ່ປຸ່ນ ທີ່ກາຕູນຂອງລາວໂດ່ງດັງໄປທົ່ວໂລກແລະຄົງມີ

ຫນ້ອຍຄົນທີ່ບໍ່ຮູ້ຈັກ ກາຕູນຂອງລາວດັງເຖິງຂັ້ນຖືກລັດຖະບານຍີ່ປຸ່ນຕັ້ງໃຫ້ເປັນທູດວັທະນະທຳ

ຂອງປະເທດໄປເລີຍ

ແຕ້ນໆຄົນຜູ່ນີ້ກໍຄື Fujiko F.Fujio alt
ຫະຍັງຄຶດບໍ່ອອກຫວະ ກະຄົນແຕ້ມ ໂດເລມອນຫັ້ນລະ ອິອິ (ຖືວ່າເປັນນັກແຕ້ມກາຕູນທີ່ມັກ

ທີ່ສຸດຄົນນຶ່ງຂອງເຮົາເລີຍລະໂດຍສະເພາະໂດເລມອນ ເປັນກາຕູນທີ່ເອົາຄວາມບັນເທີງ (ຕະຫລົກ)

ມາປະສົມກັບ ສາຣະ ໄດ້ຢ່າງລົງໂຕ ແບບບໍ່ຂາດບໍ່ເກີນ) ເວົ້າຍາວລະມາເຂົ້າເລື່ອງເຮົາສະ

alt
ເລື່ອງທີ່ຈະເອົາມາໃຫ້ອ່ານນີ້ ຊື່ວ່າ "ເຮືອໂນອາເຕັມແລ້ວເດີ້" ເປັນນຶ່ງໃນເລື່ອງສັ້ນທີ່ຮວມໃນປຶ້ມ ຮວມຜົນງານ

ອຳມະຕະຂອງ Fujiko ປຶ້ມນີ້ຊື່ວ່າ (ເບິ່ງຮູບທາງເທິງ) Path of Fujiko F.Fujio ເຫລັ້ມ 2 ທັງຫມົດມີ 7 ເຫລັ້ມ

ເຮົາມີເຫລັ້ມດຽວນິລະ ຢາກໄດ້ຫມົດທຸກເຫລັ້ມເດ້ T_T

ຫມາຍເຫດ:ໃຜທີ່ສົນໃຈອ່ານເລື່ອງອື່ນໆນອກຈາກເລື່ອງນີ້ຄວນຊອກຫາຊື້ປຶ້ມ

ເລີຍເນາະເປັນກະສະຫນັບສະຫນູນໃຫ້ແກ່ຄົນແຕ້ມເຖິງລາວຈະເສຍຊີວິດໄປແລ້ວ

ແຕ່ຜົນງານຂອງທ່ານກໍຍັງຫນ້າອ່ານແລະຄວນໃຫ້ກຽດສະເຫມີ

ປລ. ເລື່ອງນີ້ແຕ່ງຂຶ້ນໃນປີ 1974 (ແຕ່ອ່ານແລ້ວມັນໄດ້ອາລົມໃນປັດຈຸບັນອີ່ຫລີ່)

"ການອ່ານແມ່ນອ່ານຈາກຂວາໄປຊ້າຍເດີ້ ອ່ານແບບຍີ່ປຸ່ນ"
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt
alt

ຈົບທໍ່ນີ້ລະ ຕອນສຸດທ້າຍຫົດຫູ່ໂຄດໆ T_T

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2009 | ມີ 6 ຄຳເຫັນ ແລະ 0 trackback(s)

ບໍ່ຮູ້ວ່າໃນນີ້ ມີໃຜທີ່ເປັນແຟນກາຕູນຂອງ Pixar ແນ່ ເຮົາລະຄົນນຶ່ງທີ່ເບິ່ງມາຕະຫລອດ
ນັບຕັ້ງແຕ່ສະໄຫມ Toy Story, A Bug Life, Monster Inc. , The Incredible , Finding Nemo, Car, Rattatuille,

Wall-E ແລະຫລ້າສຸດ Up (ປີຫນ້າ ທີ່ແນ່ນອນກຽມຈິດກຽມໃຈຕ້ອນຮັບ Toy Story 3 ໄວ້ເລີຍຫຸຫຸ)

ຫນັງກາຕູນ Animation ຂອງ Pixar ຕ້ອງບອກໄດ້ວ່າເປັນການເປີດຕຳນານຫນັງກາຕູນ 3D ຂະຫນາດຍາວ ທີ່ຂຶ້ນສາຍ

ເທິງໂຮງຫນັງເລີຍກໍວ່າໄດ້ ຈື່ໄດ້ຕອນຍັງນ້ອຍຕິດ Toy Story ແຮງ ເບິ່ງແທ້ເບິ່ງວ່າເດີ້ພີ່ນ້ອງ ແລະກາຕູນຈາກ Pixar ນິເອງ

ທີ່ເປັນຂາປະຈຳຮາງວັນ ອອສກ້າ ແຕ່ລະປີ ຕົວຢ່າງປີຫລ້າສຸດ 2008 Oscar ສາຂາ Animation ກໍເຊັດໃຫ້ Wall-E ໄປ

ຕາມລະບຽບ ເຖິງຈະມີຄູ່ແຂ່ງທີ່ສູສີຢ່າງ Kung Fu Panda ແຕ່ Pixar ກໍຍັງໂຊເທບເອົາຮາງວັນໄປຄອງ ສຳລັບປີ 2009

ແຮງສິສະບາຍເພາະເລື່ອງ Up ເກືອບວ່າບໍ່ມີຄູ່ແຂ່ງເລີຍ.

ແຕ່ເຮົາສິບໍ່ເວົ້າເຖິງປະເດັນນີ້ ເຮົາຈະມາເບິ່ງຄວາມສຸດຍອດຂອງທີມງານ Pixar ກັນ ຫຸຫຸ ວ່າລະກະເລີ່ມເລີຍ
ປລ ກ່ອນອື່ນຂໍບອກເລີຍວ່າເຮົາບໍ່ເຄີຍສັງເກດຫຍັງປານນີ້ມາກ່ອນ

ເລີ່ມຈາກໂຕລະຄອນ Wall-E ໃຜວ່າ Wall-E ຫາກໍເກີດ ອັນທີ່ຈິງ Wall-E ເກີດຈາກທີມງານ  Pixar ມາດົນແລ້ວຫລັກຖານກໍຄື:
alt
ແຕ້ນໆ ອັນນີ້ໃນເລື່ອງ Toy Story ພາກນຶ່ງ ເປັນສາກທີ່  Buzz ແລະ Woody ຕົກລົງໃນລົດທີ່ກຳລັງແລ່ນຜ່ານເຮືອນຫລັງນຶ່ງ

ສັງເກດວ່າມີ ຫຸ່ນ Wall-E ຢູ່ຂ້າງເຮືອນຫລັງນັ້ນ

alt
ສາກນີ້ມາຈາກເລື່ອງ The Incredible Wall-E ກໍໄປລີ້ຢູ່ໃນໂຮງລົດເຊັ່ນກັນ ອິອິ

alt
ໃນເລື່ອງ Cars ກໍມີເຊັ່ນກັນ Wall-E ເຈົ້າຊ່າງເທບຫະຫະ

alt
ພິເສດ Wall-E ເຄີຍມີບົດບາດໃນກາຕູນເລື່ອງນຶ່ງທີ່ຊື່ວ່າ Friend The Rat ເປັນກາຕູນສັ້ນຂອງ Pixar ທີ່ແຖມມາໃນ DVD

ຂອງ Ratatouille (ພາກັນເຫັນ Wall-E ຫລືຍັງ ຖ້າຍັງມາ Zoom ເບິ່ງດີກວ່າ)

alt
ແຕ້ນໆ Wall-E ຂັບຍານພຸ້ນໃດ໋ນິ ຫຸຫຸ

ນອກຈາກ Wall-E ແລ້ວຍັງມີອີກຫລາຍອັນເຊັ່ນ ໂຄມໄຟໃນໂລໂກ້ຂອງ Pixar
alt
ສັງເກດໂຄມໄຟໄວ້ດີໆ ເພາະມັນຈະໄປຢູ່...

alt
ໃນ Toy Story ພາກນຶ່ງກໍມີ ແຕ່ເັປັນສີແດງ ຫຸຫຸ

alt

ສາກນີ້ມາຈາກຫນັງສັ້ນເລື່ອງ Luxo Jr. ເຊິ່ງເປັນຫນັງສັ້ນເລື່ອງທຳອິດຂອງ Pixar
ຍັງບໍ່ພໍສັງເກດຫມາກບານມີກາດາວສີແດງທີ່ປາກົດໃນຫນັງສັ້ນເລື່ອງນີ້ເປັນເລື່ອງທຳອິດມັນກໍຍັງໄດ້ໄປສະແດງໃນອີກຫລາຍໆເລື່ອງເຊັ່ນ:

alt
ເປັນຂອງຫລິ້ນໃນເລື່ອງ Toy Story ສາກທີ່ Buzz Lightyear ຄຶດວ່າໂຕເອງບິນໄດ້

alt
ລາຍຫມາກບານຫນ່ວຍດັ່ງກ່າວກໍໄປເປັນລາຍພື້ນໃນຫນັງສັ້ນ Red's Dream

alt
ຫມາກບານດັ່ງກ່າວຍັງໄປໂຜ່ໃນ Background ຂອງເມນູໃນ DVD Toy Story 2 ນຳອີກ

alt
ຍັງໄປເປັນເຄື່ອງຫລິ້ນໃຫ້ Jack Jack ຈາກ The Incredible ໃນຫນັງສັ້ນເລື່ອງ Jack-Jack Attrack ອີກ

alt
ຍັງບໍ່ຫມົດ ຍັງໄປປາກົດໃນເລື່ອງ Monster Inc. ອີກ

alt
ສາກນີ້ໃນ Monster Inc. ນອກຈາກຫມາກບານແລ້ວ ສັງເກດໃນມືຂອງໂຕສັດປະຫລາດ Sully ມີຕຸກກະຕາ Jessie ຈາກເລື່ອງ Toy Story 2 ອີກໃດ໋ຫັ້ນ Wow

alt
ຍັງບໍ່ຫມົດເທົ່ານັ້ນ ໃນ Monster Inc. ຍັງເປັນການປາກົດໂຕຄັ້ງທຳອິດຂອງປາ Nemo ນຳອີກ ກ໋າກໆໆໆໆອີ່ຫຍັງສິປານນັ້ນ

alt
ເມື່ອ Nemo ປາກົດແລ້ວ ເຮົາກໍຂ້າມມາພົບກັບສາກນຶ່ງໃນເລື່ອງ Finding Nemo ສັງເກດບັກນ້ອຍໆທີ່ອ່ານປຶ້ມ ເລື່ອງດັ່ງກ່າວແມ່ນ The Incredible

alt
ສາກນີ້ມາຈາກຫນັງສັ້ນເລື່ອງ Geri's Game  ຈື່ຫນ້າຕາເຖົ້ານີ້ໄວ້ເດີິ້ ເພາະລາວຈະໄປ...

alt
ເປັນລຸງທີ່ແປງ Woody ໃນເລື່ອງ Toy Story ນັ້ນເອງ

alt
ອັນນີ້ປ້ຳນ້ຳມັນ Dinoco ໃນເລື່ອງ Toy Story

alt
ກໍຍັງນຳມາຂາຍນ້ຳມັນໃນເລື່ອງ Cars ແຖມມີການປັບປຸງສີສັນປ້ຳອີກໃດ໋ຫັ້ນ ຫຸຫຸ

alt
ອັນນີ້ແມ່ນອານຸເສົາວະລີລົດໃນຕຳນານ ຈາກເລື່ອງ Cars

alt
ລົດຄັນນີ້ເອງທີ່ເຄີຍປາກົດໃນຫນັງສັ້ນເລື່ອງ Boundin'

ຍັງບໍ່ຫມົດ ເລື່ອງລົດ
alt
ມາຕໍ່ກັບລົດຮ້ານ Pizza Planet ໃນເລື່ອງ Toy Story ພາກນຶ່ງ

alt
ມັນກໍມາປາກົດໃນ Toy Story ພາກສອງອີກຄັ້ງ

alt
ແລະຍັງໄປປາກົດໃນ A Bug Life ນຳອີກ

alt
ຕໍ່ຈາກຮູບທາງເທິງ ທັງລົດ ທັງເຮືອນ ມາປາກົດໃນ Monster Inc. ອີກເທື່ອນຶ່ງ

alt
ລົດ Pizza Planet  ຍັງບໍ່ຢຸດເທົ່ານັ້ນ ມັນຍັງມາປາກົດໃນ Finding Nemo ນຳອີກ

alt
ໄປລັກເຮັດຕາແອັບແບ້ວ ຢູ່ເລື່ອງ Cars ນຳອີກ ສັງເກດລົດກະບະສີເຫລືອງຢູ່ຊ້າຍມືເຫັນບໍ່ເຫັບໍ່

alt
ມັນຍັງມາແລ່ນໂຊໃນເລື່ອງ Ratatouille  ນຳອີກ ສັງເກດຢູ່ບ່ອນຂົວໄກໆພຸ້ນຄັນຍັງບໍ່ເຫັນກະມາ Zoom Zoom

alt
ເງີ້ມັນຢູ່ໄກອີ່ຫລີ່

alt
ສາກນີ້ມາຈາກເລື່ອງ Ratatouille ສັງເກດຫມໍນັກມາຍາກົນທີ່ຫລິ້ນໂຊໃຫ້ເດັກນ້ອຍເບິ່ງທາງຫລັງພະເອກກັບນາງເອກດີໆເດີ້

alt
ເພາະວ່າລາວເຄີຍປາກົດໂຕໃນເລື່ອງ The Incredible ມາກ່ອນແລ້ວ ຫະຫະ

alt
ອັນນີ້ສອງສະຫາຍ Flik ກັບ Heimlich ຈາກເລື່ອງ A Bug Life

alt
ທັງສອງຍັງອົດສ່າມາປາກົດໂຕໃນ Toy Story 2 ນຳອີກ

ໂອ່ຍາວເລີຍເນາະ ຫະຫະ ພໍດີໄປເຫັນໃນ ພັນທິບ ເລີຍເອົາມາຝາກ ຢາກບອກວ່າເລືຶ່ອງທີ່ວ່າມານິເຮົາເບິ່ງຫມົດທຸກເລື່ອງ

ແຕ່ບໍ່ເຄີຍສັງເກດປານນີ້ມາກ່ອນເລີຍ

ເປັນແນວໃດຫລັງຈາກໄດ້ເຫັນຄວາມເທບຂອງ Pixar ມັນກໍຄຶດໄປໄດ້ຫລາຍແງ່ເນາະ


- ບາງຄົນອາດເບິ່ງວ່າ ເອ໋ Pixar ຂີ້ຄ້ານເຮັດບໍ ເລີຍເອົາອັນເກົ່າມາຫາກິນ ແຕ່ສຳລັບເຮົາຄຶດວ່າ ການທີ່ນັກແຕ້ມຫລືສ້າງກາຕູນ

ຂຶ້ນມາເຂົາກໍຕ້ອງຮັກກາຕູນໂຕນັ້ນ ດັ່ງນັ້ນມັນຄົງບໍ່ດີຖ້າຈະໃຫ້ກາຕູນນັ້ນຕາຍໄປໃນເລື່ອງດຽວແມ່ນບໍ່

- ອີກຢ່າງທີ່ເຮົາຮຽນຮູ້ໄດ້ກໍຄືການນຳໃຊ້ສິ່ງທີ່ມີຢູ່ແລ້ວ ໃຫ້ເກີດປະໂຫຍດສູງທີ່ສຸດ ບໍ່ແມ່ນອີ່ຫຍັງອີ່ຫຍັງ ກໍສິສ້າງໃຫມ່ຕະຫລອດ.

- ສຸດທ້າຍເຮົາຍອມຮັບໃນຄວາມເທບຂອງ Pixar ອີ່ຫລີ່ Toy Story ອອກຕັ້ງແຕ່ 10 ປີກ່ອນ ຍັງອົດສາມີໂມເດລ Wall-E ໄປ

ປາກົດສະແດງວ່າກາຕູນຂອງ Pixar ນັ້ນເຂົາອອກແບບກັນໄວ້ແຕ່ດົນແລ້ວ ຫລັງຈາກເຫັນແບບນີ້ແລ້ວ ເຮົາຍັງຄຶດເລີຍວ່າ

Pixar ເຂົາຄຶດກາຕູນໄວ້ແລ້ວຈັກເລື່ອງລະນໍ້ນິ ^^

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ຫາກະຊອກຫາມາເບິ່ງໄດ້ ເປັນຊັບໄທ ທີ່ແຟນໆເຮັດເອງ ໂຕລິຂະສິດແທ້ຄົງຈະເຂົ້າໄທທ້າຍປີ ແຕ່ເຮົາອົດບໍ່ໄດ້ເພາະ ຫນັງອອກ

ຢູ່ຍີ່ປຸ່ນຕັ້ງແຕ່ເດືອນ 4 ພຸ້ນ ແຕ່ຜູ່ແປລາວກະແປໄດ້ດີິ ແຖມມີຄຳອະທິບາຍ ກ່ຽວກັບສະຖານທີ່ ຫລືຄຳສັບໃນເລື່ອງທີ່ເຮົາອາດ

ບໍ່ເຂົ້າໃຈນຳອີກ ຖືວ່າຜ່ານ ອິອິ

ປລ ໃນ youtube ກະມີ ເປັນ Sub English

ປລ ຜູ່ທີ່ບໍ່ແມ່ນແຟນໂຄນັນ ອາດງົງ ແບບວ່າມັນເປັນພາກທີ່ເຮັດມາສາຍໃນໂຮງຫນັງຫັ້ນນະ ປີນຶ່ງຈະອອກຕອນນຶ່ງ

ສຳລັບເນື້ອເລື່ອງໂດຍຫຍໍ້ຂອງພາກນີ້ (ເດີນທາງມາຮອດພາກ 13 ແລ້ວ) ກະກ່າວເຖິງຄະດີຄາດຕະກຳຕໍ່ເນື່ອງ ທີ່ບັງເອີນຄົນທີ່ຕາຍ

ເສືອກໄປແມ່ນຄົນຂອງອົງກອນຊຸດດຳ ງານນີ້ ໂຄນັນເລີຍໄດ້ ແກ້ຄະດີ ບວກປະທະຊຸດດຳໄປພ້ອມ ອິອິ ສຳລັບພາກນີ້ເຮັດໄດ້ດີ

ຫນ້າຕິດຕາມ 

ຂຽນໄດອາຣີ່ມາບໍ່ໄດ້ມາ Review ຫນັງດອກ ເພາະບໍ່ທັນຢາກເຮັດຖ້າໃຫ້ຫລາຍໆຄົນໄດ້ເບິ້່ງກ່ອນຈັ່ງເຮັດສະເນາະ ແຕ່ເອົາ

SS ມາຍົວະ ກັບສາກເດັດຂອງຫນັງພາກນີ້ ແລະກໍເປັນສາກໂລກຕະລຶງຕອນທີ່ປ່ອຍຕົວຢ່າງຫລັງເລີຍກໍວ່າໄດ້ ອິອິ.

 

ເລີ່ມກັນເລີຍ:

ໃນແລງອັນງຽບເຫງົາ ໂຄນັນໄດ້ຍິນສຽງແປກໆ

alt

ອ່ານຕາມຄຳບັນຍາຍເອົາເດີ້ (ປລ ຄຳບັນຍາຍບໍ່ແມ່ນຄຳບັນຍາຍເຮັດມົ້ວເດີ້ ຕາມເລື່ອງແທ້ໆຫັ້ນລະ ຂອງແທ້ຫມົດບໍ່ມີການອໍ້ແອ້ ອິອິ)

ຕໍ່ໆ ຫລັງຈາກຄິດວ່າບໍ່ມີຫຍັງແລ້ວກໍກັບເຂົ້າໄປໃນເຮືອນ

alt

alt

ໂຄນັນງວາກຫນ້າມາແບບເຊັງໆ ບັນຍາກາດໃນຫ້ອງມືດໆໆເປັນຕາມີຜີເວີ້ຍ ອິອິ

alt

ເຫີ້ຍຫລືວ່າໂຄນັນເຫັນຜີິ

alt

ອ້າວເວນແລ້ວ ຢີນມາຢູ່ນີ້ໄດ້ແນວໃດ໋

alt

ອຸ້ຍຕາຍຄັກບາດນິ

alt

ເຊັດຄັກໆ

alt

ສຽງຣັນເອີ້ນຫາໂຄນັນ (ເວນເຂົ້າໄປໃຫຍ່ຣັນເສືອກມາອີກ)

alt

ຕາຍຄັກ

alt

ບີ໋ຍສຽວວ້ອຍ

alt

ຢ່າຢ່າຍິງແຟນເຮົາ

alt

ປ້າງ ຈົບ ຫະຫະ

ເອົາຮູບມາໃຫ້ລຸ້ນ ພາກັນໄປເບິ່ງເອງເດີ້ວ່າເປັນແນວໃດ

 

ສາກນີ້ ສາກເດັດບັນລືໂລກ ແລະໂລກຕະລຶງຫະຫະ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ເນື່ອງຈາກທີ່ຜ່ານມາມີກະແສຢ່າງຫນັກກ່ຽວກັບ ຫວຍກິລາສາຍພິເສດຊຸກຍູ້ການແຂ່ງຂັນຊີເກມ

ຄັ້ງທີ່ 25 ປາກົດວ່າຫວຍນັ້ນຂາຍໃບນຶ່ງ ເຖິງ 50,000ກີບ (ສົງໄສຂາຍປຸກເຮືອນເອິກໆ). ຫລ້າ

ສຸດຈາກໄດອາຣີ່ໂຕນີ້ http://punlao.com/au8ust/diary/9260/ ກໍບໍ່ແມ່ນຄົນອື່ນຄົນໄກ

Admin ເຮົານິເອງຖືກໃຫ້ຊື້ຫວຍເຊັ່ນກັນ ຊັດໄປ 7 ໃບກ໋າກໆໆໆ ເຈັດຫ້າກະສາມສິບຫ້າ

ຫມົດໄປ 350,000 ກີບ ໂອ່ ອີ່ຕົນນິນ ບໍ່ຖືກຫຍັງຈັກຫນ້ອຍເອິກໆໆ.

     ເວົ້າເຖິງການບັງຄັບຊື້ຫວຍ ບໍ່ແມ່ນຫາກໍເກີດ ແຕ່ເຄີຍມີຫລາຍເທື່ອແລ້ວ ບໍ່ວ່າຫວຍຊຸກຍູ້ກິ

ລາໃບລະ ສິບພັນຊາວພັນ ຫລືສາມສິບພັນກໍມີ ຫລາຍໆຄັ້ງທີ່ຜ່ານມາຫລັງຈາກຫວຍຂາຍ

ອອກໄປແລ້ວກໍຍັງມີສຽງຈົ່ມວ່າ ໃນລັກສະນະທາງລົບກໍຄື ບໍ່ຢາກຊື້ກໍໄດ້ຊື້ ເສຍດາຍເງິນ

(ຄັນຊື້ໄປລະຖືກກໍຍັງໃຄ) ແລະຄັ້ງຫລ້າສຸດນີ້ ເປັນຫວຍຄັ້ງໃຫຍ່ເລີຍພີ່ນ້ອງ ໃບນຶ່ງ ຫ້າສິບ

ພັນ ໂອ້ ໄປກິນຊີ້ນດາດໄດ້ເປັນຊຸດ ກ໋າກໆໆ ເຫັນແບບນີ້ຂ້າພະເຈົ້າເລີຍໄດ້ໄປຊອກຄົ້ນຂໍ້

ມູນຄືນເບິ່ງວ່າມັນເປັນແນວໃດກັນແທ້ວ່າລະກະເລີ່ມເລີຍເນາະ:

alt

                                                                          ປລ ຢືມຮູບນິນມາໃສ່ເດີ້ ແຫະໆ

 

        ແຕ່ກີ້ແຕ່ກ່ອນ ປະມານທ້າຍເດືຶອນ 9 ຫາຕົ້ນເດືອນ 10 ປີ 2009 ນິລະ ອິອິ ກໍໄດ້ມີການ

ຖະແຫລ່ງຂ່າວຢ່າງເປັນທາງການຈາກພາກສ່ວນຫວຍກິລາລາວ ທີ່ວ່າຈະອອກຫວຍສາຍພິເສດ

ເພື່ອຊຸກຍູ້ກິລາຊີເກມ (ຖ້າໃຜຢາກຮູ້ລາຍລະອຽດ ລອງຊອກຫາອ່ານຄືນຈາກຂ່າວຕາມຫນ້າ

ຫນັງສືພິມ ຮູ້ສຶກວ່າອອກທຸກສະບັບເລີຍ) ແລະໃນນັ້ນເພິ່ນໄດ້ລະບຸວ່າ ລາຄາແມ່ນໃບນຶ່ງ

50,000ກີບ ແລະເງິນຈາກການຂາຍ ຈະຫັກມາເປັນ ເງິນຊື້ຮາງວັນຕ່າງໆຕົກຢູ່ 14% ຂອງ

ເງິນທີ່ຂາຍໄດ້ຫມົດ ເຫລືອອີກ 86% ໄປ... ??? ຊຸກຍູ້ກິລາຊີເກມຕາມຊື່ຫັ້ນຕິເນາະ ອິອິ

ຫລັງຈາກຖະແຫລ່ງຂ່າວໄດ້ບໍ່ດົນ ປະຕິບັດການສາຍຟ້າແລບ ກໍເລີ່ມຂຶ້ນ ໃບຫວຍແລະ

ໃບແຈ້ງການໄດ້ທະຍອຍ ເຄື່ອນທີ່ລົງໄປຫາພາກສ່ວນເປົ້າຫມາຍ ບໍ່ວ່າຈະເປັນ ຫ້ອງການ

ລັດ ກະຊວງກົມກອງຕ່າງໆ ລົງສູ່ອຳນາດການປົກຄອງບ້ານ ສູ່ກອງພັນທະຫານຕຳ

ຫລວດ ໂຮງຫມໍໂຮງຮຽນ ຄົບເຊັດ ໂດຍລະບຸໃຫ້ແຕ່ລະບ່ອນທີ່ຖືກແຈ້ງລົງໄປຕ້ອງປະ

ກອບສ່ວນ ເຊັ່ນບ້ານກໍໃຫ້ປະຊາຊົນພາຍໃນບ້ານຊື້ຄອບຄົວລະ 1 ໃບ ຕາມຫ້ອງການ

ກໍໃຫ້ພະນັກງານເອົາຄົນ ນຶ່ງຫລືສອງໃບກໍມີ ເມື່ອເຫດການເປັນແນວນີ້ ມັນກໍກະທົບກັບ

ປະຊາຊົນໂດຍກົງ ລອງຄຶດນຳກັນເບິ່ງ ພະນັກງານລັດເງິນເດືອນ ເດືອນລະ 300,000

-700,000 ຕ້ອງຊື້ຫວຍ ໃບນຶ່ງ 50,000 ບາງຄົນໄດ້ສອງໃບ ເງິນເດືອນຫນ້ອຍຢູ່ແລ້ວ

ຍັງຕ້ອງມາຈ່າຍ ແບບສິ້ນເປືອງ ຮ້າຍແຮງກວ່ານັ້ນບາງເຮືອນ ພໍ່ແມ່ລູກເປັນພະນັກງານ

ລັດຫມົດ ແຕ່ລະຄົນໄດ້ ຄົນລະສອງໃບ ຕົກເປັນເງິນ 300,000 ກີບ ເອົາໄປຊື້ກິນ

ໄດ້ຫລາຍມື້ເຕີບ.

    

         ແລະແລ້ວເລື່ອງກໍ່ເກີດ ເມື່ອເລີ່ມມີປະຊາຊົນຫລາຍໆຄົນບໍ່ພໍໃຈ ຕໍ່ການປະຕິບັດ

ການດັ່ງກ່າວ ແລະມີຫາງສຽງວິພາກວິຈານຫລາຍສົມຄວນ ກ່ຽວກັບການຈັດງານແຂ່ງຂັນ

ກິລາຊີເກມ ວ່າຄັນສິເຮັດແບບນີ້ບໍ່ເຮັດສະ ເພາະລຳບາກປະຊາຊົນ ບລາໆໆໆໆ ຫລັງ

ຈາກນັ້ນຕໍ່ມາໃນວັນທີ 14 ເດືອນຕຸລາ 2009 ທາງຄະນະກຳມະການກິລາຊີເກມ ກໍໄດ້ເຮັດ

ແຈ້ງການສະບັບນຶ່ງອອກມາ ວ່າດ້ວຍເລື່ອງການສະຫນັບສະຫນູນແລະປະກອບສ່ວນ

ໃນງານມະຫາກຳກິລາຊີເກມຄັ້ງທີ 25 ຂ້າພະເຈົ້າສິບໍ່ເວົ້າເນື້ອໃນລະອຽດເດີ້ ເອົາແບບ

ໂຕຕ່ອນມັນເລີຍ ໂດຍແຈ້ງການລະບຸວ່າ: ການຂາຍຜະລິດຕະພັນ ຫລືການຊຸກຍູ້່ຊີເກມ

ຄວນເປັນໄປດ້່ວຍຄວາມສະຫມັກໃຈ ບໍ່ໃຫ້ເປັນການບັງຄັບ ແລະໃນແຈ້ງການຍັງລົງເລິກ

ລາຍລະອຽດວ່າ ໂດຍສະເພາະການເຮັດຂອງທີ່ລະນຶກທີ່ມີການບັງຄັບໃຫ້ຊື້ ແລະຫວຍ

ສາຍພິເສດ ສະແດງວ່າ ແຈ້ງການສະບັບນີ້ ມີເຈດຕະນາ ຄືໃຫ້ຍົກເລີກການບັງຄັບຊື້-

ຂາຍໃບຫວຍສາຍພິເສດດັ່ງກ່າວ ກໍຄື ໃຜຢາກຊື້ກໍຊື້ ບໍ່ຢາກຊື້ກໍບໍ່ຊື້ ຫ້າມຕັດເງິນເດືອນ

ແລະໃນແຈ້ງການຍັງໄດ້ໃຫ້ເບີໂທຂອງຄະນະກຳມະການກິລາໄວ້ນຳອີກສອງເບີຄື:

020 9805545 ແລະ 020 9801190 ແຕ່ຫນ້າເສຍດາຍທີ່ແຈ້ງການບໍ່ໄດ້ລະບຸລະ

ອຽດລົງໄປອີກວ່າຄົນທີ່ຊື້ໄປແລ້ວເດ້ ຈະເຮັດແນວໃດ???


         ແຈ້ງການດັ່ງກ່າວອອກມາກ່ອນມື້ຫວຍຈະອອກ ປະມານ 3 ອາທິດ ຄືແຈ້ງການຍົກ

ເລີກອອກວັນທີ 14 ເດືອນຕຸລາ ຫວຍອອກຮາງວັນໃນວັນທີ 3 ພະຈິກ ເຊິ່ງສະຫລຸບໄດ້ວ່າ

ແຈ້ງການໄດ້ຜົນບາງສ່ວນ ແລະເປັນສ່ວນຫນ້ອຍ ເພາະສ່ວນໃຫຍ່ຄົນຊື້ໄປແລ້ວ ບໍ່ຮູ້ສິສົ່ງ

ຄືນແນວໃດ ແລະບາງຄົນກໍບໍ່ຮູ້ຊ້ຳວ່າມີແຈ້ງການ ສາເຫດຍ້ອນຫຍັງລະ ກໍຍ້ອນມັນຕ່າງກັນ

ດັ່ງນີ້:ແຈ້ງການໃຫ້ລົງໄປຂາຍ ກັບແຈ້ງການໃຫ້ຍົກເລີກການຂາຍແບບບັງຄັບ ມັນຕ່າງກັນ

ປານຟ້າກັບດິນ ຕ່າງແບບໃດ ກໍຄື:

- ທຳອິດທີ່ແຈ້ງໃຫ້ຂາຍ ແມ່ນແຈ້ງລົງໄປໂດຍກົງເລີຍຫມາຍຄວາມວ່າ ໃບແຈ້ງການຫັ້ນໄປ

ຮອດຫ້ອງການສຳນັກງານ ບ້ານ ທະຫານຕຳຫລວດ ລົງແບບວ່າເປັນໃບໆໆໆໄປເລີຍ

ໃຜບໍ່ຮູ້ກໍແປກແລ້ວ.

- ແຕ່ກົງກັນຂ້າມໃບແຈ້ງໃຫ້ຍົກເລີກ ແມ່ນບໍ່ໄດ້ເຮັດແນວນັ້ນ ບໍ່ໄດ້ແຈກຢາຍລົງໄປຫາຫ້ອງ

ການສຳນັກງານ... ແຕ່ພຽງແຕ່ໃຫ້ຫນ່ວຍງານຂ່າວສານຂອງຄະນະກຳມະການກິລາຊີເກມ

ແຈ້ງໄປຫາສື່ມວນຊົນ ແລະຂ້າພະເຈົ້າກໍເຫັນພຽງແຕ່ ຫນັງສືພິມກິລາລາວ ແລະຫນັງສືພິມ

ລາວພັດທະນາສອງສະບັບທີ່ລົງແຈ້ງການ ຄຳຖາມກໍຄືແລ້ວເຮັດໃດ໋ປະຊາຊົນສິຮູ້.

 

    ຈາກເຫດການດັ່ງກ່າວ ມັນເຮັດໃຫ້ຫລາຍໆຄົນອົດຄຶດບໍ່ໄດ້ວ່າ ເປັນຫຍັງຄືເປັນແນວນີ້

ຫລືເປັນເພາະ ການປະສານງານມັນຊ້າບໍ ຫລືຫາງສຽງມາຊ້າເຮັດໃຫ້ແຈ້ງການອອກຊ້າ ຫລື

ເປັນພຽງການແກ້ຫນ້າຂອງຫນ່ວຍງານທີ່ກ່ຽວຂ້ອງຊື່ໆ...


ແລ້ວຫມູ່ເພື່ອນເດ໋ ຄຶດແນວໃດ ຫວັງວ່າເທື່ອຫນ້າຄົງບໍ່ມີເຫດການແບບນີ້ອີກ ເນາະ ຂ້າພະ

ເຈົ້າຄຶດວ່າການທີ່ມີຫວຍໃດ໋ນຶ່ງອອກມາແລ້ວບັງຄັບໃຫ້ຊື້ ຢາກໃຫ້ທາງສຳນັກງານຫ້ອງການ

ທີ່ກ່ຽວຂ້ອງທີ່ຮັບມາຂາຍນັ້ນພິຈາລະນາຄືນແນ່ ຫລືຄວນມີຄຳເຫັນສ່ອງແສງໄປວ່າ ຂາຍ

ແບບນີ້ມັນບໍ່ເຫມາະສົມ ແລ້ວກໍບໍ່ຕ້ອງຮັບມາບັງຄັບຂາຍ ເພາະຜົນເສຍມັນຫາຍກວ່າຜົນ

ໄດ້ຮັບ ລອງຄຶດນຳກັນແບບຫລິ້ນໆ ການບັງຄັບແນວນີ້ກໍຊ່ຳກັນ ຊຸກຍູ້ສົ່ງເສີມປະຊາຊົນ

ໃຫ້ຫລິ້ນຫວຍ ຫວຍແມ່ນການພະນັນຊະນິດນຶ່ງ ຮ້າຍແຮງກວ່ານັ້ນມີການຂາຍໃຫ້ນັກ

ຮຽນນັກສຶກສາ ມັນກໍເທົ່າກັບວ່າສອນໃຫ້ເດັກນ້ອຍຊື້ເລກຊື້ຫວຍແຕ່ຍັງນ້ອຍໆເລີຍແມ່ນບໍ່

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 8, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ເນື່ອງຈາກສະພາບ ການລາຍງານຂ່າວໃນບ້ານເຮົາບໍ່ໄວທັນການ ເຮັດໃຫ້ມີການເຂົ້າໃຈຜິດເກີດຂຶ້ນຕາມຫາງສຽງຂ່າວລື ຫລືບາງຄົນກໍຍັງບໍ່ຮູ້ຊ້ຳວ່າ ພາກໃຕ້ຂອງລາວນ້ຳຖ້ວມ (ດັ່ງໃນກະທູ້່ຢູ່ເວບພັນລາວ) ຂ້າພະເຈົ້າກໍເລີຍສະຫລຸບຂໍ້ມູນຕ່າງໆ ມາໄວ້ນີ້ ຖ້າມີຫຍັງຄືບຫນ້າກໍຈະມາເພີ່ມຕື່ມໃສ່.

ອີງຈາກການໂທສຳພາບຮອງເຈົ້າແຂວງທັງສາມແຂວງ

ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຫນັກກວ່າຫມູ່ ເຊິ່ງຖືກນ້ຳຖ້ວມໃນ 5 ຕົວເມືອງ (ທົ່ວແຂວງມີ 5 ເມືອງ ສະແດງວ່າຖ້ວມຫມົດແຂວງເລີຍ) ໄດ້ແກ່ເມືອງ ໄຊເສດຖາ, ສາມັກຄີໄຊ, ສະຫນາມໄຊ, ສານໄຊ, ພູວົງ ຫນັກກວ່າຫມູ່ແມ່ນເມືອງ ສາມັກຄີໄຊ ປະຊາຊົນໄດ້ຮັບຜົນກະທົບຫນັກຫລາຍກວ່າ ຫມື່ນຄົນຂາດທີ່ຢູ່ອາໄສ ແລະສະບຽງອາຫານ, ເນື້ອທີ່ທຳການຜະລິດ (ທີ່ກຳລັງສິໄດ້ເກັບກ່ຽວ) ເສຍຫາຍເກືອບຮ້ອຍສ່ວນຮ້ອຍ ພື້ນຖານໂຄງລ່າງ ເປັນພວກຖະຫນົນຫົນທາງ, ຂົວຖືກຕັດຂາດ ເປ່ເພຫນັກ ອີງຕາມການສຳພາບທ່ານຮອງເຈົ້າແຂວງ ເພິ່ນລາຍງານວ່າ ມູນຄ່າເສຍຫາຍທີ່ປະເມີນໃນເບື້ອງຕົ້ນແມ່ນປະມານ 640ຕື້ກີບ.
ຢູ່ແຂວງອັດຕະປື ມີຜູ່ສູນຫາຍ 9 ຄົນ ເສຍຊີວິດ 1.

ແຂວງເຊກອງມີທັງຫມົດ 4 ເມືອງໃນທົ່ວແຂວງ ຖືກນ້ຳຖ້ວມ 3 ເມືອງຈາກທັງຫມົດ ມີ ເມືອງລະມາມ, ທ່າແຕງ ແລະເມືອງກະລຶມ ສ່ວນອີກເມືອງນຶ່ງຄືເມືອງດາກຈຶງ ບໍ່ຖືກນ້ຳຖ້ວມ ແຕ່ມີດິນເຈື່ອນລົງມາທັບຖົມໄຮ່ນາຮົ້ວສວນຂອງປະຊາຊົນ ຫລາຍພັນເຮັກຕາ ສຳລັບແຂວງເຊກອງ ມີປະຊາຊົນໄດ້ຮັບຄວາມເດືອດຮ້ອຍຫລາຍຮ້ອຍຄອບຄົວ ເຮືອນຖືກນ້ຳຖ້ວມເສຍຫາຍ 197 ຫລັງ ສັດລ້ຽງຖືກນ້ຳພັດເສຍຫາຍ ສອງພັນກວ່າໂຕ ນອກນັ້ນຍັງມີພື້ນທີ່ນາ ແລະຖະຫນົນຖືກນ້ຳເຊາະເຈື່ອນເສຍຫາຍ ປະເມີນມູນຄ່າເສຍຫາຍເບື້ອງຕົ້ນ 40ຕື້ກີບ.

ແຂວງສາລະວັນ ຂ້າພະເຈົ້າເອງກໍບໍ່ໄດ້ລາຍລະອຽດມາຫລາຍ ເນື່ອງຈາກການຕິດຕໍ່ກັບທາງແຂວງ ຫຍຸ້ງຍາກພໍສົມຄວນ ເມື່ອງທີ່ຫນັກກວ່າຫມູ່ແມ່ນ ຄົງເຊໂດນ ທົ່ວແຂວງມີປະຊາຊົນໄດ້ຮັບຄວາມເດືອດຮ້ອນ 99059 ຄົນ ມີເຮືອນປະຊາຊົນ 5281 ຫລັງຖືກນ້ຳຖ້ວມ ເນື່ອທີ່ນາ 15511 ເຮັກຕາ ໃນນັ້ນເສຍຫາຍຮ້ອຍສ່ວນຮ້ອຍ 12000 ເຮັກຕາ ສ່ວນການປະເມີນມູນຄ່າເສຍຫາຍໂດຍລວມທົ່ວແຂວງ ຍັງບໍ່ມີຂໍ້ມູນ  ສຳລັບໂຕເລກຜູ່ຫາຍສາບສູນຢູ່ແຂວງສາລະວັນ ແມ່ນ 9 ຄົນ.

ສະຫລຸບໂຕເລກໂດຍລວມ ມີຜູ່ສູນຫາຍ 18 ຄົນ ເສຍຊີວິດ 3 ຄົນ ຄື 1 ຄົນຢູ່ອັດຕະປື ແລະອີກ 2 ຄົນຢູ່ທາງໃຕ້ຂອງແຂວງສະຫວັນນະເຂດ.

ອັນນີ້ຄືລາຍງານສະພາບຕາມທີ່ຂ້າພະເຈົ້າເກັບກຳມາ ສ່ວນເລື່ອງທີ່ມີຂ່າວລືຕ່າງໆນາໆນອກເຫນືອຈາກນີ້ ຖືວ່າບໍ່ແມ່ນຄວາມຈິງ ເພາະອັນນີ້ ສອບຖາມຂໍ້ມູນຈາກທາງອຳນາດການປົກຄອງແຂວງໂດຍກົງ ເພາະກ່ອນຫນ້ານີ້ມີສຳນັກຂ່າວ ABC ຂອງອົດສະຕາລີ ນຳສະເຫນີວ່າ ໃນລາວມີຜູ່ເສຍຊີວິ 16 ຄົນສູນຫາຍ 135 ຄົນ ອັນນີ້ບໍ່ແມ່ນຄວາມຈິງ ດັ່ງນັ້ນຢາກໃຫ້ຮັບຮູ້ນຳກັນໄວ້.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

ສືບເນື່ອງຈາກແບບສຳຫລວດຂອງ ທ່ານ ມະຫາ ໄຮ້ປະໂຍກ ທີ່ເວົ້າກ່ຽວກັບອາຍຸຂອງນະຄອນ

ວຽງຈັນວ່າແມ່ນ 450 ປີແທ້ຫລືບໍ່ ຄວາມຈິງເປັນແນວໃດ ຂ້າພະເຈົ້າເລີຍຂໍຂຽນໄດອາຣີ່ແຍກສາ

ເນາະ ຖືວ່າເປັນຂໍ້ມູນໃຫ້ຄົນລາວເຮົາໄດ້ອ່ານໄດ້ຮູ້ນຳກັນ.

ຖ້າຖາມວ່າ ວຽງຈັນມີອາຍຸຈັກປີ ອັນນີ້ບໍ່ມີຫລັກຖານຢັ້ງຢືນທີ່ແນ່ນອນ ແຕ່ກໍພໍມີແຫລ່ງທີ່ໄປ

ທີ່ມາດັ່ງນີ້:

ອີງໃສ່ບົດຄວາມ ວຽງຈັນເກົ່າແກ່ ຮຸ່ງເຮືອງ ແລະ ຮ້າງມາແລ້ວຢ່າງໃດ ໃນວາລະສານລານຄຳ ສະບັບທີ 7 ເດືອນເມສາ - ມິຖຸນາ 2009

ຂ້າພະເຈົ້າຄັດມາສະເພາະປະເດັນອາຍຸຂອງນະຄອນວຽງຈັນດັ່ງນີ້:


"...ອີງຕາມຕຳນານເກົ່າແກ່ ເຊັ່ນ ຕຳນານອຸລັງຄະທາດ ແລະ ຕຳນານຂຸນບູລົມ ເຊິ່ງທັງສອງຕຳນານ ຂຽນຂຶ້ນໃນລະຍະ

ຄຣິດຕະສະຕະວັດທີ 15 (ປະມານ 600 ປີກ່ອນ) ແຕ່ວ່າເນື້ອໃນຂອງຕຳນານທັງສອງແມ່ນເວົ້າຄືນຫລັງໄປອີກເປັນ

ຮ້ອຍປີ. ສິ່ງນີ້ເປັນໄປໄດ້ກໍຍ້ອນວ່າ ມີເອກະສານເກົ່າແກ່ ໃຫ້ອ້າງອີງແລະອ່ານສືບຕໍ່ກັນມາ. ຖ້າອີງຕາມສອງຕຳນານ

ນີ້ ສະແດງວ່າ ວຽງຈັນ ເປັນເມືອງທີ່ມີມາກ່ອນສະໄຫມພຣະຍາຟ້າງຸ່ມ (ຄ.ສ. 1354) ເຊິ່ງຂໍ້ມູນນີ້ໄປສອດຄ່ອງກັບຄຳ

ຈາຣຶກໃນສິລາເລກຫລັກນຶ່ງຂອງ ຂຸນລາມກຳແຫງ ແຫ່ງອານາຈັກ ສຸໂຂໄທ ປີຄ.ສ. 1285 ທີ່ເວົ້າເຖິງເຂດແດນຂອງ

ສຸໂຂໄທໃນເວລານັ້ນວ່າ: "...ທິດຕາເວັນອອກ ເຖິງເມືອງສະຫລວງ ໆລໆ ສະຄາ ກະທັ່ງຝັ່ງແມ່ນນ້ຳຂອງເຖິງວຽງຈັນ

ວຽງຄຳ..." ໃນຄະນະທີ່ວັນນະຄະດີພື້ນເມືອງເຊັ່ນເລື່ອງພະລັກພະລາມ, ພື້ນບຸລີຈັນ ນິທານປາກເປົ່າຈຳພວກກ່ຳພ້າ

ກ່ຳພອຍທັງຫລາຍທີ່ມັກໄດ້ຂອງວິເສດນຳພະອິນ ໄດ້ແຕ່ງດອງນຳລູກສາວເຈົ້າເມືອງ ແລ້ວອອກມາສ້າງບ້ານສ້າງ

ເມືອງຂຶ້ນໃຫມ່ ເຖິງຈະບໍ່ມີຂໍ້ມູນກ່ຽວກັບຍຸກສະໄຫມທີ່ແນ່ນອນ ແຕ່ອາໄສໂຄງເລື່ອງກໍພໍຈູງໄປຫາຂໍ້ສະຫລູບວ່າ:

"ນະຄອນຫລວງວຽງຈັນນີ້ ອາດຕັ້ງຂຶ້ນແຕ່ສະໄຫມ ພ.ສ. 218 ຫາ ພ.ສ. 236 ພຸ້ນ ເພາະຜູ່ຕັ້ງວຽງຈັນຄົນແຮກ

ແມ່ນບຸລີຈັນ ຊາວບ້ານຫນອງູຄັນແທ (ບໍລິເວນບ້ານ ດົງປ່າລານ ໃນປັດຈຸບັນ) ແລະບຸລີຈັນ ເຊິ່ງຕໍ່ມາເປັນພະຍາ

ຈັນທະບຸລີປະສິດທິສັກ ນີ້ເອງທີ່ເປັນຜູ່ໄດ້ຮັບເອົາກະດູກຫົວເນົ່າຂອງພະພຸດທະເຈົ້າ ຈາກພະອໍລະຫັນ 5 ອົງ

ທີ່ເປັນຄະນະທູຕານຸທູດ ທີ່ພະເຈົ້າອະໂສກກະລາດ ສົ່ງອອກໄປບອກກ່າວໃຫ້ເມືອງທັງຫລາຍ ສ້າງພະທາດ

ບັນຈຸພະບໍລົມສາລີລິກະທາດ ມາບັນຈຸໄວ້ໃນນະຄອນວຽງຈັນ ເຊິ່ງຊາວລາວຮຽກວ່າ ທາດຫລວງ (ຕາມການຈາ

ຣຶກຢູ່ທາດຫລວງ ຮຽກທາດຫລວງເປັນພາສາປາລີວ່າ ຄຸຍຫະຖູໂປ ແປວ່າ ສະຖູບຫລືທາດທີ່ບັນຈຸ ດູກໂມມ

ຫລື ດູກຫົວເນົ່າ ນັ້ນເອງ...)"

      ຖ້າເຊື່ອຕາມຕຳນານນີ້ ວຽງຈັນແລະພະທາດຫລວງ ກໍມີອາຍຸເຖິງ 2300 ກວ່າປີແລ້ວ. ການທີ່ປະຊາຊົນ

ລາວ ຖືວ່າພະທາດຫລວງເປັນເຈດີສັກສິດມິ່ງຂວັນຊາວລາວ ຄູ່ກັບເມືອງວຽງຈັນມາແຕ່ບູຮານນະການ

ກໍແມ່ນສອດຄ່ອງກັບຕຳນານປະຫວັດສາດນີ້ເປັນຢ່າງດີ..." 

    ປະມານນີ້ລະພີ່ນ້ອງ ສະຫລຸບແລ້ວການສະຫລອງໃນປີທີ່ຈະມາຮອດນີ້ແມ່ນຄົບຮອບ

450 ປີ ຂອງການຍ້າຍນະຄອນຫລວງມາຈາກຫລວງພຣະບາງ ມາເປັນວຽງຈັນ ຄົບຮອບ

450 ປີ ບໍ່ແມ່ນສະຫລອງອາຍຸຂອງນະຄອນວຽງຈັນ ວ່າຊັ້ນສານໍ້.



 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2009 | ມີ 15 ຄຳເຫັນ ແລະ 0 trackback(s)

ພໍດີໂຫລດຕົວຢ່າງຫນັງ New Moon ພາກຕໍ່ຂອງ Twilight ມາເບິ່ງ ເປັນ file VDO ຂະຫນາດ HD 720p (ເສຍດາຍຫາໂຕ 1080p ບໍ່ເຫັນ)

ວ່າລະກະມາເບິ່ງຮູບເລີຍ

alt

ໂອ່ ນ້ຳເຜິ້ງ (Honney) ຍາອ້າຍຮັກຍານ້ອງຫລາຍໆເດີ້ (ຕ້ອງເວົ້າແບບເກົ່າຫນ້ອຍນຶ່ງ ເພາະພະເອກເຖົ້າ ວະຮະຮະຮະ ອາຍຸຫລາຍສັດຕະວັດແລ້ວ)

alt

ນາງເອກເຮົາຊ່າງໃຈກ້າ ມະນຸດໂຕນ້ອຍ ກ້າໄປຢູ່ກາງຝຸງ ແວັມພາຍ (ພິເສດ ແວັມພາຍຈັດງານວັນເກີດໃຫ້ ຊ້ຳອິອິ)

alt

ແຕ່ແລ້ວ (ຄັນເລື່ອງບໍ່ເກີດກະບໍ່ເປັນຫນັງ) ຕາຍຫ່າ ເລືອດອອກທ່າມກາງຝູງແວັມພາຍ

alt

Jasper: ເຫີ້ຍອົດບໍ່ໄຫວແລ້ວເລືອດໆໆໆໆໆຂອງມັກ

Edward: ຢ່າໃດ ຢ່າໃດ ອັນນີ້ແຟນອ້າຍເນີ້ນ້ອງຊາຍ

alt

Edward: ເວົ້າບໍ່ຟັງແບບນີ້ຕ້ອງຈັບໂຍນ (ວະຮະຮະຮະຮະຮະ ເຖິງຈະຊີຣຽດແຕ່ກະລັກສະໃຈ ບໍ່ມີໃຜຮູ້ດອກວ່າກູຄຶດຫຍັງ)

alt

Bella: ໂອ້ຍເລືອດອອກເຕັມ (ສິເປັນຫຍັງບໍ່ຫວະເຮົາ ທຳອິດກະເປັນຕ່ອນຊີ້ນກາງຝູງເສືອຫິວລະ ຕອນນີ້ຊ່ຳກັບມີນ້ຳແຈ່ວມາເອືອບຕ່ອນຊີ້ນອີກ)

alt

Edward: ຂໍໂທດຫລາຍໆໆໆ ທີ່ຮັກ T.T  ເທື່ອຫນ້າສິບໍ່ມີອີກແລ້ວ ເພາະຂ້ອຍຈະຫນີໄປໄກໆໆ

(ແລະແລ້ວຄອບຄົວ Cullen ກໍຫນີໄປຫມົດເລີຍ ລັກສະປອລ ຫນ້ອຍນຶ່ງ ອິອິ)

alt

ເມື່ອຄອບຄົວ Cullen ບໍ່ຢູຸ່ Bella ກະຊວຍລະຕິນິ (ເວນກຳ) ເຫັນບໍ່ຫັ້ນວ່າແມ່ນໃຜໂຕດຳໆຫັ້ນ ຄັນຍັງບໍ່ຮູ້ເບິ່ງຮູບຕໍ່ໄປ

alt

ແຕັນແຕ໋ນ ຈື່ກັນບໍ່ນໍ້ ແກ໋ງດຽວກັບ ຫມໍ James ທີ່ໄລ່ນາງເອກຕອນພາກນຶ່ງຫັ້ນລະ

ແບບນີ້່ນາງເອກ ເຊັດແງ໋ມໆໆໆ ຕາຍຄັກໆໆໆ ແຕ່ແລ້ວ...

alt

ແວັບໆໆໆໆ ມັນແມ່ນໃຜຫວະຫມໍນິ

alt

ປ໋າດເຖິງຂັ້ນເຮັດໃຫ້ Laurent ສະງັກເພາະຕົກໃຈ

alt

ວູ້ ພາກັນຈື່ຫນ້າຕາກັນໄດ້ບໍ່ນໍ້ ໄປຕັດຜົມມາ ເທ້ລະເບີດເຖີດເທິງເລີຍເວີ້ຍ ອ້າຍ Jacob ເຮົາ (ປ.ລ. ໂຕລະຄອນທີ່ເຮົາມັກສຸດໃນເລື່ອງ ອິອິ)

alt

ນາງເອກ Bella ເຮົາ ບໍ່ຄຶດຫຍັງຫລາຍ ສວຍໂອກາດແລ່ນກ່ອນລະ

(ເວົ້າຫລິ້ນ ຄວາມຈິງແມ່ນນາງເອກເປັນຫ່ວງ Jacob ເລີຍສິແລ່ນໄປບອກໃຫ້ Jacob ຫນີ)

alt

ແຕ່ວ່າ Jacob ຜັດແລ່ນມາໃສ່ແລ້ວກະຮ້ອງວ່າ

Jacob: Bella ຫລົບໄວ (ລະມັນກະໂດດຄືໃນຮູບຫັ້ນລະ)

alt

ເຫີ້ຍ ອີ່ພໍ່ອີ່ແມ່ Jacob ແປງຮ່າງ ເປັນໂຕອີ່ສັງລະຫັ້ນ

alt

ແວັບ ເປັນຫມາສະເລີຍ (ເພື່ອສິສູ້ກັບແວມພາຍ ອິອິ)

alt

ບີ໋ຍ ຜິດຄາດ ຄິດວ່າສິເປັນມະນຸດ + ຫມາປ່າ ຟາດເປັນຫມາປ່າອ້ອຍຕ້ອຍເລີຍເວີ້ຍ

alt

ແລະກະ ສະແວັບ ຊື່ເລື່ອງຂຶ້ນມາ New Moon ເດີ້ພີ່ນ້ອງຊື່ເລື່ອງ ບໍ່ແມ່ນ Twilight 2

alt

ວັນທີ 20 ເດືອນ ພະຈິກ ເຈິກັບໂຕເຕັມໃນໂຮງ ອິອິ (ສິໄດ້ຊວນບາງຄົນໄປເບິ່ງນຳ ຄົນພິເສດໆໆໆ)

 

ຫມົດທໍ່ນີ້ລະ ຮູບຫລາຍແລ້ວບໍ່ຢາກຂຽນຫຍັງຫລາຍ ຢ້ານບໍ່ມີຄົນອ່ານອິອິ

ແຄັບຮູບ ແລະ ຄຳບັນຍາຍໂດຍ: Hitmii ເດີ້ພີ່ນ້ອງ

ສຳລັບໃຜຢາກເບິ່ງເປັນວິດີໂອ ຫາໂຫລດເອົາເອງ 555 Google ໂລດພີ່ນ້ອງ

 

 

 

 

 

 

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

ໃນລະຍະເດືອນ 7 ເປັນຕົ້ນໄປມັກມີກິດຈະກຳນຶ່ງເກີດຂຶ້ນລຽນຕິດ ບໍ່ວ່າໂຮງຮຽນພາກລັດຫລືເອກະຊົນ ຕ່າງກໍເລືອກມື້ເລືອກວັນທະຍອຍຈັດງານຮັບປະລິນຍາ ໃຫ້ແກ່ນັກສຶກສາຂອງຕົນ. ຖ້າເຮົາສັງເກດຫລາຍໆປີຜ່ານມາ ໃນວັນຮັບປະລິນຍາ  ສິ່ງທີ່ຫ້ອຍຕິດມານຳຕະຫລອດແມ່ນ ຮ້ານຂາຍຊໍ່ດອກໄມ້ຂາຍຕຸກກະຕາ ນັ່ງລຽນຊາບລາບໄວ້ໃຫ້ຜູ່ມາສະແດງຄວາມຍິນດີ ກັບນັກສຶກສາຈົບໃຫມ່ ຊື້ຫາເປັນຂອງຂວັນມອບໃຫ້ກັນ ດ້ວຍສີຫນ້າທີ່ຍິ້ມແຍມແຈ່ມໃສ ແຕ່ຂອງຂວັນເຫລົ່ານັ້ນ ມີຄ່າແລະເປັນທີ່ຕ້ອງການຈາກຜູ່ຮັບແລ້ວບໍ? ຫລືເປັນພຽງຂອງຂວັນຕາມກະແສນິຍົມ ທີ່ເຫັນຄົນອື່ນພາເຮັດມາຫລາຍປີ.

alt

 

 

ຄຶດວ່າມີນັກສຶກສາຫລາຍຄົນບໍ່ຫນ້ອຍທີ່ຈົບໄປໃນແຕ່ລະປີ ຕ້ອງເຈັບຫົວນຳການກຳຈັດ ຂອງຂວັນ (ຂີ້ເຫຍື້ອ) ທີ່ໄດ້ຮັບມາເປັນຈຳນວນຫລາຍ ດອກໄມ້ ທີ່ຫຸ້ມຫໍ່ດ້ວຍເຈ້ຍ ດ້ວຍຖົງພລາສຕິກຫລາກສີ ຊໍ່ໃຫຍ່ຊໍ່ນ້ອຍ ບາງຄົນຖືຈົນບໍ່ຫລ້ອນ ທັງອາກາດທີ່ຮ້ອນອົບເອົ້າ ເມື່ອເວລາຜ່ານໄປດອກໄມ້ທີ່ຫອມ ມີສີສວຍງາມ ກໍເລີ່ມແຫ່ວແຫ້ງລົງ ພະຍາຍາມໄປແຊ່ໃນນ້ຳ ກໍບໍ່ຮູ້ສິຫາຄຸໃສມາໃສ່ໃຫ້ໄດ້ຫມົດ ຈຳເປັນຕ້ອງໄດ້ຖິ້ມ ຕຸກກະຕາໂຕໃຫຍ່ໂຕນ້ອຍ (ບາງໂຕຖືກໄມ້ສຽບຄາຢູ່ກົ້ນ) ເມື່ອມາເຮືອນກໍບໍ່ມີບ່ອນມ້ຽນ ຕຸກກະຕາທີ່ມີໄມ້ສຽບເພື່ອຫໍ່ເປັນຊໍ່ຄືດອກໄມ້ ເມື່ອດຶງໄມ້ອອກມັນກໍໂປດ ຮົກເຮື້ອ ຫລືເຄື່ອງຫລິ້ນເຄື່ອງປະດັບມະຍິກມະຍ່ອຍ ທີ່ນຳມາໃຊ້ປະໂຫຍດບໍ່ໄດ້ ຖືກມອບໃຫ້ກັນຫລາຍພັນຫລາຍແສນອັນໃນແຕ່ລະປີ ເກີດມີຂີ້ເຫຍື້ອທີ່ຖືກຖິ້ມເປັນຈຳນວນຫລວງຫລາຍ ເກີດມີຂະບວນການຜະລິດອຸປະກອນທີ່ເຜົາຜານຊັບພະຍາກອນທີ່ເຫລືອຫນ້ອຍ ນັບມື້ຫລາຍຂຶ້ນ ຂອງຂວັນບາງອັນບໍ່ເປັນຂີ້ເຫຍື້ອກໍຖືກວາງຖິ້ມໄວ້ແຈໃດນຶ່ງໃນເຮືອນ ໂດຍບໍ່ເກີດປະໂຫຍດ ກາຍເປັນບ່ອນສະສົມຂີ້ຝຸ່ນ ເຮັດໃຫ້ເຮືອນແອອັດ ອາກາດອົບເອົ້າ ທັງຫມົດກາຍເປັນສິ່ງກະທົບໂດຍກົງຕໍ່ສະພາບແວດລ້ອມທີ່ກຳລັງຊຸດໂຊມໃນປັດຈຸບັນຫລືບໍ່ ແລະຍັງເປັນການສິ້ນເປືອງເງິນຄຳໃນຍຸກເສດຖະກິດຝືດເຄືອງຫລືບໍ່?

 

ແນ່ນອນວ່າຜູ່ທີ່ມາຮ່ວມໃນງານຮັບປະລິນຍາ ຕ່າງກໍມີເຈດຕະນາຢາກສະແດງຄວາມຍິນດີ ດ້ວຍການມອບຂອງຂວັນທີ່ສີສັນງົດງາມໃຫ້ກັນ ຖ່າຍຮູບຮ່ວມກັນເປັນທີ່ລະນຶກ ນັກສຶກສາບາງຄົນເອງກໍຢາກໄດ້ດອກໄມ້ ຢາກໄດ້ຕຸກກະຕາເປັນຂອງຂວັນ (ທັງໆທີ່ໂຕເອງບໍ່ມັກແຕ່ກໍຢາກໄດ້) ເພື່ອຖືອວດອ້າງຫມູ່ເພື່ອນ ຍ້ອນກະແສຂອງຂວັນ ຫລືອາດກາຍເປັນປະເພນີໄປແລ້ວ ທີ່ຕ້ອງມອບຂອງຂວັນແບບນີ້ໃຫ້ກັນ. ເລີຍກາຍເປັນການທຳລາຍສະພາບແວດລ້ອມ ເຜົາຜານເງິນໃນກະເປົາໂດຍໄຮ້ປະໂຫຍດ ທີ່ກາຍເປັນກິດຈະວັດປະຈຳປີ ຂອງແຕ່ລະປີໆ ເຫດການແບບນີ້ມັນຍັງຈະດຳເນີນໄປອີກຈັກປີຈັກເດືອນຈັກວັນຈັກນາທີ ເຮົາບໍ່ຮູ້ ແຕ່ຖ້າຫລາຍຄົນລອງຫັນມາປ່ຽນພຶດຕິກຳລອງເບິ່ງ ປະເພນີອາດຈະປ່ຽນໄປ.

alt

 

ບາງຄັ້ງພຽງການໄປຮ່ວມງານຮັບປະລິນຍາ ໃຫ້ຜູ່ຮັບໄດ້ພົບຫນ້າພໍ້ຕາ ສົ່ງຮອຍຍິ້ມ ຖ່າຍຮູບຮ່ວມກັນ ກໍເຮັດໃຫ້ຜູ່ຮັບ ດີໃຈແລ້ວ ຫລືຈະດີຍິ່ງຖ້າຜູ່ໃຫ້ ຄຶດ ໄຕ່ຕອງ ຄັດເລືອກຂອງຂວັນທີ່ຈະນຳໄປມອບໃຫ້ນັ້ນໃຫ້ດີ ອາດເປັນຂອງຂວັນທີ່ຜູ່ໄດ້ ສາມາດນຳໄປໃຊ້ໃຫ້ເກີດປະໂຫຍດໄດ້ ອາດເປັນປຶ້ມອ່ານດີໆ ມອບໃຫ້ກັນເປັນທີ່ລະນຶກເອົາໄວ້ອ່ານ ອ່ານແລ້ວໄດ້ປະໂຫຍດ ຫລືອາດເປັນຂອງຂວັນທີ່ກ່ຽວຂ້ອງກັບຂະແຫນງວິຊາຊີບທີ່ເຂົາເຈົ້າຈົບມາ... ຂ້າພະເຈົ້າເຊື່ອແນ່ວ່າ ນັກສຶກສາຜູ່ຈົບໃຫມ່ຄົງດີໃຈບໍ່ຫນ້ອຍຫາກຂອງຂວັນທີ່ໃຊ້ປະໂຫຍດໄດ້ແທ້ ແລະກໍບໍ່ຕ້ອງມາອຸກໃຈວ່າຫລັງຈາກເມືອເຮືອນຈະຈັດການກັບຊໍ່ດອກໄມ້ທີ່ຮົກເຮື້ອໄດ້ແນວໃດ.

alt

 

ເອະຫລືຈະເອົາບັດເຕີມເງິນໃຫ້ກັນແບບນີ້ ອິອິ           

ຫມູ່ເພື່ອເດ໋ຄຶດວ່າແນວໃດ ຢ່າໃຫ້ວັນທີ່ດີໆວັນທີ່ຈົບການສຶກສາ ຕ້ອງກາຍເປັນວັນທຳລາຍສິ່ງແວດລ້ອມ ໂດຍທາງອ້ອມເລີຍ.

 

ສຸດທ້າຍຝາກຄຳເວົ້າໄວ້:

ຂອງຂວັນທີ່ມີຄ່າທີ່ສຸດແມ່ນຂອງຂວັນທີ່ສາມາດໃຊ້ປະໂຫຍດໄດ້

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2009 | ມີ 37 ຄຳເຫັນ ແລະ 0 trackback(s)

ມື້ວັນທີ 21 ພຶດສະພາ 2009 ທີ່ຜ່ານມາ ຂ້າພະເຈົ້າໄດ້ມີໂອກາດ ເຂົ້າໄປພົບທາງອົງການ ອະໄມໂລກ (WHO)

ປະຈຳລາວ ເຊິ່ງປັດຈຸບັນເພິ່ນກໍກຳລັງວຸ່ນວາຍກັບການກຽມການຮັບມືການແຜ່ລະບາດຂອງ ພະຍາດໄຂ້ຫວັດ

ໃຫຍ່ສາຍພັນໃຫມ່ ຫລືເອີ້ນວ່າ A(H1N1) ທີ່ເລີ່ມລະບາດໃນປະເທດແມັກຊິກໂກ້ ຫວ່າງທ້າຍເດືອນເມສາທີ່ຜ່ານ

ມາ ແລະປັດຈຸບັນແຜ່ລາມໄປທຸກທະວີບທົ່ວໂລກ ກວມເອົາ 40 ກວ່າປະເທດ ແລະມີຜູ່ຕິດເຊື້ອເປັນຈຳນວນ

ຫລວງຫລາຍ.

ປັດຈຸບັນຖືວ່າໂລກພວກເຮົາໄດ້ຖືກແບ່ງອອກເປັນສອງສ່ວນ ຄື ສ່ວນທີ່ຕິດເຊື້ອ ແລະສ່ວນທີ່ບໍ່ຕິດເຊື້ອ ໃນປະເທດ

ທີ່ຢູ່ໃນສ່ວນຕິດເຊື້ອ ານເຮັດວຽກຂອງຫນ່ວຍງານກ່ຽວຂ້ອງແມ່ນການ ຫາວິທີປິ່ນປົວຜູ່ເຈັບ ສ່ວນປະເທດລາວເຮົາ

ບໍ່ທັນພົບກໍລະນີຕິດເຊື້ອ ເຊິ່ງຕ້ອງໄດ້ກຽມການຮັບມືຢ່າງຮັດກຸມ ເພາະຖ້າເກີດຕິດມາ ອາດພົບຄວາມຫຍຸ້ງຍາກໄດ້.
 

ເພື່ອເປັນການປະກອບສ່ວນ ແລະຊ່ອຍເຫລືອທາງອົງການອະນາໄມໂລກໃນການວາງ

ແຜນຮອງຮັບທີ່ລະອຽດ ເຮົາກໍເລີຍເອົາຂໍ້ມູນ ແລະນຳມາໃຫ້ສະມາຊິກຫລືຜູ່ທີ່ເຂົ້າຊົມ

ເວບໄດ້ປະກອບສ່ວນ ຄວາມຄຶດເຫັນ ທຸກຄວາມຄຶດເຫັນແມ່ນຈະຖືກສົ່ງໃຫ້ທາງອົງ

ການອະນາໄມໂລກ ເພື່ອຈະໄດ້ເອົາໄປປະເມີນຜົນ ປັບໃສ່ແຜນທີ່ວາງໄວ້ ເພາະປັດຈຸບັນ

ທາງອົງການອະນາໄມໂລກບໍ່ຮູ້ເລີຍວ່າປະຊາຊົນລາວມີຄວາມຄຶດຫລືຄວາມຮູ້ແນວໃດກ່ຽວ

ກັບພະຍາດດັ່ກ່າວ.


ຂໍເຊີນສະມາຊິກພັນລາວ ມາຮ່ວມອອກຄວາມຄຶດເຫັນ ວ່າທ່ານຮູ້ສຶກຕື່ນໂຕ

ຫລືກຽມຄວາມຮູ້ໃນເລື່ອງພະຍາດນີ້ດີປານໃດ ຮູ້ສຶກຢ້ານຫລືບໍ່ແລະຄຶດວ່າ

ປະເທດລາວພວກເຮົາພ້ອມຮັບມືຫລືຍັງ.

ປລ. ໃຫ້ລະບຸວ່າຕົນເອງຢູ່ແຂວງໃດພ້ອມ.

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ເຊິ່ງມີຄົນຈາກທົ່ວໂລກໄດ້ຖາມມາຍັງທາງ

WHO ຂ້າພະເຈົ້າໄດ້ເຮັດເປັນຂໍ້ໆໄວ້ ສຳລັບສົນໃຈຄຳຖາມຂໍ້ໃດກໍສາມາດກົດເຂົ້າໄປອ່ານຄຳຕອບໄດ້ ເພື່ອເປັນ

ຄວາມຮູ້ສຳລັບການຮັບມື ຫລືຖ້າທ່ານໃດມີຄຳຖາມຂໍ້ສົງໄສ ກໍສາມາດຂຽນຄຳຖາມປະໄວ້ນີ້ໄດ້ ຂ້າພະເຈົ້າຈະນຳຄຳຖາມ

ໄປຫາ WHO ໃຫ້ເພິ່ນຕອບໃຫ້.

ຄຳຖາມຫມວດທີ 1 ກ່ຽວກັບວັກແຊງປ້ອງກັນໄຂ້ຫວັດໃຫຍ່ສາຍພັນໃຫມ່

ຄຳຖາມຫມວດທີ 2 ຂໍ້ມູນກ່ຽວກັບພະຍາດ

ຄຳຖາມຫມວດທີ 3 ລະດັບເຕືອນໄພຂອງການແຜ່ລາມ

ຄຳຖາມຫມວດທີ 4 ກ່ຽວກັບການເດີນທາງ

ຄຳຖາມຫມວດທີ 5 ຄວາມປອດໄພຂອງຊີ້ນຫມູ

ຄຳຖາມຫມວດທີ 6 ເຮົາຈະປະຕິບັດໂຕແນວໃດ

ຄຳຖາມຫມວດທີ 7 ມີບາງກຸ່ມຄົນທີ່ສ່ຽງກວ່າຄົນອື່ນຫລືບໍ່

ຄຳຖາມຫມວດທີ 8 ການນຳໃຊ້ຢາຕ້ານເຊື້ອໄວຣັສ ສຳລັບພະຍາດໄຂ້ຫວັດໃຫຍ່ສາຍພັນໃຫມ່

ສຸດທ້າຍຂໍຂອບໃຈທຸກທ່ານທີ່ສະຫລະເວລາອ່ານ ແລະຮ່ວມປະກອບສ່ວນ

ເປັນສ່ວນນຶ່ງໃນການປ້ອງກັນພະຍາດລະບາດອັນຕະລາຍນີ້ດ້ວຍກັນ.

 

"ຈົ່ງຮັບຮູ້ແລະສົນໃຈຂໍ້ມູນ ເພື່ອກຽມຮັບມື ແຕ່ຢ່າແຕກຕື່ນ ໃຫ້ມີສະຕິ ແລະຊ່ອຍເຫລືອເຊິ່ງກັນແລະກັນ"

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2009 | ມີ 1 ຄຳເຫັນ ແລະ 0 trackback(s)

ຫມວດ 8 ການນຳໃຊ້ຢາຕ້ານເຊື້ອໄວຣັສ ສຳລັບພະຍາດ

ໄຂ້ຫວັດໃຫຍ່ສາຍພັນ A(H1N1)

 

1. ການນຳໃຊ້ຢາຕ້ານເຊື້ອໄວຣັສ ສຳລັບພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1)

ແມ່ນເພື່ອຈຸດປະສົງຫຍັງ?

ມາຮອດປັດຈຸບັນ ຄົນສ່ວນໃຫຍ່ທີ່ຕິດເຊື້ອພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1)

ແມ່ນມີອາການສະແດງອອກຄືກັບພະຍາດໄຂ້ຫວັດໃຫຍ່ ເຊັ່ນ: ເຈັບຄໍ, ໄອ, ຂີ້ມູກຍ້ອຍ,

ໄຂ້, ອ່ອນເພຍ ເຈັບຫົວ, ເຈັບປວດຕົນໂຕ, ປວດຂໍ່ ເເລະ ຄົນເຈັບຈະດີເອງໂດຍບໍ່ຕ້ອງ

ໃຊ້ຢາຕ້ານເຊື້ອໄວຣັສ.

ຢາຕ້ານເຊື້ອໄວຣັສອາດຊ່ອຍຫລຸດຜ່ອນອາການຂອງພະຍາດ ເເລະເຮັດໃຫ້ລະຍະເປັນພະ

ຍາດສັ້ນລົງ ຄືກັບການໃຊ້ຢາດັ່ງກ່າວເຂົ້າໃນການປິ່ນປົວພະຍາດໄຂ້ຫວັດຕາມລະດູການ,

ນອກນີ້ຢາດັ່ງກ່າວອາດສາມາດປ້ອງກັນບໍ່ໃຫ້ເກີດພະຍາດຮ້າຍເເຮງ ເເລະ ບໍ່ໃຫ້ເສຍຊິວິດ.

ເຊື້ອພະຍາດໄຂ້ຫຼວັດໃຫຍ່ສາຍພັນ A(H1N1) ແມ່ນເຊື້ອໄວຣັສ ເເລະມາຮອດປັດຈຸບັນ

ມີຈຳນວນບໍ່ພໍທໍ່ໃດຄົນທີ່ຕິດເຊື້ອ ເເລ້ວໄດ້ຮັບການປິ່ນປົວດ້ວຍ ຢາຕ້ານເຊື້ອໄວຣັສ.

ອົງການອະນາໄມໂລກ ກຳລັງຕິດຕໍ່ພົວພັນກັບເຈົ້າຫນ້າທີ່ສາທາລະນະສຸກ ແລະແພດ

ຫມໍພາຍໃນປະເທດທີ່ກຳລັງມີພະຍາດລະບາດເພື່ອເກັບກຳຂໍ້ມູນເບິ່ງວ່າຢາດັ່ງກ່າວ

ຈະໄດ້ຜົນຊໍ່າໃດ.

 

2. ເຊື້ອພະຍາດໄຂ້ຫວັດດັ່ງກ່າວ ມັນຖືກກັບຢາຕ້ານເຊື້ອໄວຣັສຊະນິດໃດ?

ຢາຕ້ານເຊື້ອໄວຣັສ ພະຍາດໄຂ້ຫວັດ ມີ 2 ຫມວດ ຄື:

1. ຫມວດ inhibitors Of neuraminidase ເຊິ່ງໄດ້ເເກ່ ຢາ Oseltamivir

ເເລະ zanamivir.

2. ຫມວດ amantadine ເຊິ່ງໄດ້ເເກ່ amantadine ເເລະ rimantadine.

ຈາກການທົດສອບເຊື້ອໄວຣັສທີ່ໄດ້ຈາກຄົນເຈັບໃນປະເທດແມັກຊິໂກເເລະສະຫະລັດ

 

ອາເມລິກາ ສະແດງໃຫ້ເຫັນວ່າ ເຊື້ອໄວຣັສ H1N1 ໃຫມ່ ດັ່ງກ່າວແມ່ນຖືກກັບຢາໃນຫມວດ

neuraminidase inhibitors, ເເຕ່ພັດດື້ຕໍ່ ຢາກຸ່ມ amantadine.

 

3. ເຊື້ອໄວຣັສດັ່ງກ່າວສາມາດດື້ຕໍ່ຢາ oseItamivir ແລະ zanamivirໄດ້ບໍ່?

ການດື້ຂອງເຊື້ອຕໍ່ຢາຕ້ານເຊືອໄວຣັສທີໃຊ້ ສຳລັບປິ່ນປົວພະຍາດໄຂ້ຫວັດ ສາມາດເກີດ

ຂຶ້ນໄດ້. ສະນັ້ນອົງການອະນາໄມໂລກ ເເລະ ຄູ່ຮ່ວມມືກຳລັງຕິດຕາມລັກສະນະການດື້ຕໍ່

ຢາຂອງເຊື້ອດັ່ງກ່າວຢູ່.

 

4. ຄວນຈະໃຊ້ຢາຕ້ານເຊື້ອໄວຣັສ ໃນກໍລະນີໃດ?

ຢາຕ້ານເຊື້ອໄວຣັສຈະຖືກໃຊ້ໂດຍອີງຕາມ ແຜນກຽມຄວາມພ້ອມສຳລັບການລະບາດ

ຂອງພະຍາດໄຂ້ຫວັດລະດັບຊາດ. ເຈົ້າຫນ້າທີ່ສາທາລະນະສຸກໃນບາງປະເທດກໍມີມາດ

ຕະການທາງດ້ານສາລະນະສຸກດ້ວຍການປິ່ນປົວຄົນເຈັບທີ່ສົງໄສວ່າເປັນພະຍາດດັ່ງກ່າວ

ນັ້ນເລີຍ (ໃຫ້ຢາຕ້ານເຊື້ອໄວຣັສເລີຍ).

ບ່ອນທີ່ມີຢາຕ້ານເຊື້ອໄວຣັສສຳລັບປິ່ນປົວຄົນເຈັບ ທ່ານຫມໍຕ້ອງຕັດສິນໃຈວ່າຈະໃຫ້ຢາ

ຫລືບໍ່ໃຫ້ ໂດຍອີງຕາມການປະເມີນຄວາມສ່ຽງທີ່ມີໃນຄົນເຈັບເເຕ່ລະຄົນ. ນອກນີ້ຕ້ອງມີ

ການຊັ່ງຊາລະຫວ່າງຄວາມສ່ຽງແລະຜົນປະໂຫຍດທີ່ຈະໄດ້ຮັບ ອີງຕາມຈຸດພິເສດຂອງ

ແຕ່ລະກໍລະນີ.

 

5. ອົງການອະນາໄມໂລກກຳລັງດຳເນີນການແນວໃດ ເພື່ອຈັດຫາຢາຕ້ານເຊື້ອໄວຣັສໄປ

ຍັງປະເທດຕ່າງໆ ສຳລັບກະກຽມຮັບມືກັບການລະບາດຂອງພະຍາດ?

ບູລິມະສິດທຳອິດຂອງອົງການອະນາໄມໂລກໄດ້ເເກ່ການຕອບສະຫນອງຢາຕ້ານເຊື້ອໄວ

ຣັສຢ່າງຮີບດ່ວນໄປຍັງປະເທດຕ່າງໆ ທີ່ຍັງບໍ່ທັນມີຫລືຂາດການແຮຢາໄວ້ ເເລະບໍ່ສາມາດ

ຈັດຊື້ຢາດັ່ງກ່າວດ້ວຍຕົນເອງ. ອົງການອະນາໄມໂລກ ກຳລັງຮ່ວມງານກັບປະເທດຕ່າງໆ

ຜູ່ໃຫ້ທຶນຊ່ອຍເຫລືອ ເເລະ ຫນ່ວຍງານຕ່າງໆທີ່ມີຢາແຮໄວ້ ເເລະ ຢກຮ່ວມມືກັບອົງການ

ອະນາໄມໂລກໃນການເເຈກຢາຍໄປຍັງປະເທດຕ່າງໆ ທີ່ຕ້ອງການ.

 

6. ແມ່ນຢາຫຍັງທີ່ຈະນຳໄປແຈກຢາຍ ແລະ ອົງການອະນາໄມໂລກ ມີຢາຫລາຍ

ປານໃດ?

ປະຈຸບັນ ອົງການອະນາໄມໂລກ ມີຢາ Oseltamivir ເເຮໄວ້ປິ່ນປົວຄົນເຈັບ ປະມານ

5 ລ້ານຄົນ. ສ່ວນນຶ່ງເເມ່ນໄດ້ເເຈກຢາຍຜ່ານທາງຫ້ອງການຂອງອົງການອະນາໄມ

ໂລກປະຈຳພາກພື້ນເຊິ່ງມີຫນ້າທີ່ຈັດສັນແລະແຈກຢາຍຕໍ່ໄປ. ໃນປັດຈຸບັນ ອົງການ

ອະນາໄມໂລກກຳລັງເເຈກຢາຍສ່ວນທີ່ເຫລືອປະມານ 3 ລ້ານ ໄປປະເທດກຳລັງ

ພັດທະນາເຊິ່ງຕ້ອງການຢາດັ່ງກ່າວ.

ອົງການອະນາໄມໂລກ ກຳລັງສືບຕໍ່ປະເມີນຄວາມຕ້ອງການຂອງຢາ ເເລະ ປະສານ

ງານກັບບໍລິສັດຜູ່ຜະລິດຢາເພື່ອໆຮັບປະກັນໃຫ້ມີການບໍລິຈາກຢາດັ່ງກ່າວໃນປະລິມານ

ທີ່ພຽງພໍ ທັນທີທີ່ມີການບໍລິຈາກຢາຕ້ານເຊື້ອໄວຣັສ, ຢາກໍຈະຖືກເເຈກຢາຍໄປຍັງປະ

ເທດຕ່າງໆໃນທັນທີ.

 

7. ປະເທດໃດແດ່ ທີ່ຈະໄດ້ຮັບຢາ ແລະ ຈະມີການຄັດເລືອກກັນຄືແນວໃດ?

ອົງການອະນາໄມໂລກໄດ້ຈັດກຽມການນຳໃຊ້ຢາຕ້ານເຊື້ອໄວຣັສເປັນຊຸດທຳອິດຈາກ

ຄັງສາງຂອງອົງການອະນາໄມໂລກ ໄປ 72 ປະເທດ. ພິຈາລະນາຈາກຄວາມອາດສາມາດ

ໃນການຜະລິດ ແລະ ກຳລັງຊື້ຂອງເເຕ່ລະປະເທດແລ້ວ ເພິ່ນໄດ້ໃຫ້ບູລິມະສິດເເກ່ປະ

ເທດທີ່ຍັງອ່ອນນ້ອຍຢູ່  ຖ້າມີຄວາມຈຳເປັນ ບັນດາປະເທດອື່ນໆ ຈະໄດ້ຮັບການ

ຊ່ວຍເຫລືອຈາກຄັງສະສົມຂອງຫ້ອງການອົງການອະນາໄມໂລກປະຈຳພາກພື້ນ.

 

8. ຖ້າການນຳໃຊ້ຢາສຸກເສີນດັ່ງກ່າວບໍ່ພຽງພໍຕາມຄວາມຕ້ອງການ ຈະເຮັດແນວໃດ?

ອົງການອະນາໄມໂລກກຳລັງຫາລືກັບບໍລິສັດຜູ່ຜະລິດຢາ ກ່ຽວກັບຄວາມຕ້ອງການຜະ

ລິດໃຫ້ຫລາຍຂຶ້ນກວ່າເກົ່າ. ອົງການອະນາໄມໂລກເຂົ້າໃຈວ່າ ບັນດາບໍລິສັດຜູ່ຜະລິດຢາ

ມີເເຜນສຳລັບການຜະລິດຢາປິ່ນປົວດັ່ງກ່າວອອກມາໃນປະລິມານຫລວງຫລາຍ ເເລະ

ໄວວາຢູ່ເເລ້ວ.

ອົງການອະນາໄມໂລກຈະດຳເນີນການໃນນາມບັນດາປະເທດຕ່າງໆເພື່ອຮັບປະກັນໃຫ້

ມີຢາຕ້ານເຊຶ້ອໄວຣັສ ຕາມທີ່ຕ້ອງການ ເຊິ່ງອາດຈະໄດ້ຈາກການບໍລິຈາກ ຫລືຊື້ໃນລາ

ຄາທີ່ຖືກເທົ່າທີ່ຈະເປັນໄປໄດ້.

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2009 | ມີ 0 ຄຳເຫັນ ແລະ 0 trackback(s)

ຫມວດ 7 ມີບາງກຸ່ມຄົນ ທີ່ສຽ່ງກວ່າຄົນອື່ນ ຫລືບໍ່?

 

1. ມີບາງກຸ່ມຄົນທີ່ສ່ຽງກວ່າຄົນອື່ນບໍ່?

ຍັງຕ້ອງສຶກສາຄົ້ນຄວ້າຕື່ມ ເພື່ອເບິ່ງວ່າ ປະຊາກອນບາງຄົນ (ເຊັ່ນ: ເດັກນ້ອຍ,

ຜູ່ເຖົ້າ ຮວມທັງຄົນທີ່ມີພະຍາດປະຈຳໂຕ)ເປັນກຸ່ມທີ່ຈະໄດ້ຮັບຜົນກະທົບຈາກ

ການລະບາດຂອງພະຍາດກ່ອນຫມູ່ຫລືມີຄວາມສ່ຽງສູງທີ່ຈະເປັນພະຍາດຮຸນເເຮງຫລືບໍ່.

ອົງການອະນາໄມໂລກໄດ້ແນະນຳໃຫ້ທຸກໆຄົນລະມັດລະວັງເພື່ອປ້ອງກັນການເເຜ່ລາມ

ຂອງພະຍາດ.

 

2. ປະຈຸບັນມີຂໍ້ແນະນຳພິເສດຫຍັງບໍ່ ສຳລັບແມ່ມານ?

ມີ. ເພາະເຂົາເຈົ້າເປັນກຸ່ມຄົນທີ່ອ່ອນແອ ເຂົາເຈົ້າຕ້ອງລະມັດລະວັງ ແລະປະຕິ

ບັດຕາມທຸກໆ ມາດຕະການຄ້າຍຄືກັບຄົນອື່ນໆ.

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2009 | ມີ 1 ຄຳເຫັນ ແລະ 0 trackback(s)

ຫມວດ 6 ເຮົາຈະປະຕິບັດຕົນແນວໃດ?

 

1. ຄຳແນະນຳໃນການໃສ່ຜ້າອັດດັງ-ອັດປາກ ເປັນແນວໃດ?

ຖ້າທ່ານບໍ່ເປັນຫຍັງກໍບໍ່ຄວນໃສ່ຜ້າອັດດັງ-ອັດປາກ. ຖ້າທ່ານກຳລັງເບິ່ງເເຍງຄົນເຈັບທ່ານ

 

ຄວນໃສ່, ຜ້າອັດດັງ-ອັດປາກທີ່ເຮັດເອງໃນບ້ານເຮືອນຄວນຊັກເລື້ອຍໆ. ຖ້າທ່ານບໍ່ສະບາຍ

ໃຫ້ພັກຜ່ອນຢູ່ເຮືອນ ແລະຫລີກລ່ຽງການໄປສຳພັດກັບຄົນອື່ນ.

 

2. ເຮົາຈະປັອງກັນຕົນເອງ ແລະປ້ອງກັນບໍ່ໃຫ້ເກີດພະຍາດໄດ້ແນວໃດ?

ໃຫ້ປະຕິບັດຕາມມາດຕະການປ້ອງກັນພະຍາດໄຂ້ຫວັດແບບທົ່ວໆໄປ ເພື່ອບໍ່ໃຫ້ຕິດເຊື້ອ

ພະຍາດດັ່ງກ່າວເຊັ່ນ:

- ຫລີກລ່ຽງການສຳພັດກັບຄົນທີ່ບໍ່ສະບາຍ ເເລະມີໄຂ້ຮ່ວມກັບອາການໄອ.

- ລ້າງມືໃສ່ສະບູ່ໃຫ້ສະອາດຢູ່ເລື້ອຍໆ.

- ຮັກສາສຸຂະພາບໃຫ້ເເຂງເເຮງຢູ່ຕະຫລອດເວລາ ເຊັ່ນ: ຫລັບນອນໃຫ້ພຽງພໍ, ກິນອາຫານ

ທີ່ມີທາດບຳລຸງ ເເລະ ອອກກຳລັງກາຍຢ່າງເປັນປະຈຳ.

 

3. ເຮົາຈະເບິ່ງແຍງຄົນທີ່ບໍ່ສະບາຍ ພາຍໃນເຮືອນຄືແນວໃດ?

- ແຍກຄົນທີ່ບໍ່ສະບາຍອອກຈາກຄົນອື່ນໆ, ພະຍາຍາມຢູ່ຫ່າງໄກກັນຢ່າງໝ້ອຍ 1ແມັດ.

- ໃຊ້ຜ້າອັດປາກ-ອັດດັງ ໃນເວລາເບິ່ງເເຍງຄົນບໍ່ສະບາຍ, ອາດໃຊ້ຜ້າອັດປາກ ທີ່ຊຶ້ມາ

ຫລືເຮັດເອົາເອງກໍໄດ້ ຖ້າເປັນວັດສະດຸທີ່ສາມາດໃຊ້ເເລ້ວຖິ້ມເລີຍກໍຍິ່ງດີ.

- ລ້າງມີໃສ່ສະບູ່ໃຫ້ສະອາດ ຫລັງຈາກສຳພັດຈັບບາຍຄົນເຈັບ.

- ເຮັດໃຫ້ອາກາດພາຍໃນຫ້ອງຄົນເຈັບລ່ວງດີ ໄຂປະຕູ ເເລະ ປ່ອງອ້ຽມອອກໃຫ້ລົມລວງດີ.

- ຮັກສາສະພາບເເລດລ້ອມໃຫ້ສະອາດ ດ້ວຍການເຮັດອະນາໄມອ້ອມເເອ້ມເຮືອນຊານ.

- ຖ້າທ່ານຢູ່ໃນປະເທດທີ່ມີການລະບາດຂອງພະຍາດ ໃຫ້ປະຕິບັດຕາມຄຳເເນະນຳ

ຂອງເຈົ້າຫນ້າທີ່ຮັບຜີດຊອບດ້ານສາທາລະນະສຸກພາຍໃນປະເທດ ຫລືໃນທ້ອງຖິ່ນດັ່ງກ່າວ.

 

4. ຖ້າເຮົາຄຶດວ່າ ເຮົາບໍ່ສະບາຍຄວນເຮັດແນວໃດ?

ຖ້າທ່ານຮູ້ສຶກບໍ່ສະບາຍ ເຊັ່ນ: ມີໄຂ້ສູງ, ໄອ ເເລະ ເຈັບຄໍ...

- ໃຫ້ຢູ່ເຮືອນ, ບໍ່ຄວນໄປການ, ບໍ່ໄປໂຮງຮjນ ຫລືບໍ່ໄປບ່ອນທີ່ມີຄົນຫລາຍ.

- ພັກຜ່ອນ ເເລະດື່ມນ້ຳຫລາຍໆ.

- ໃຊ້ຜ້າອັດປາກ-ອັດດັງ (ຊະນິດທີ່ສາມາດຖີ້ມໄປເລີຍຫລັງຈາກໃຊ້) ໃນເວລາໄອ

ເເລະ ຈາມ ແລະ ຫລັງຈາກໃຊ້ແລ້ວຕ້ອງຖີ້ມຢ່າງລະມັດລະວັງ.

- ລ້າງມືໃສ່ສະບູ່ໃຫ້ສະອາດເລື້ອຍໆ ໂດຍສະເພາະຫລັງຈາກໄອ ຫລືຈາມ.

- ບອກໃຫ້ຄົນໃນຄອບຄົວ ແລະຫມູ່ເພື່ອນຮູ້ວ່າ ຕົນເອງບໍ່ສະບາຍ ເເລະພະຍາຍາມ

ຫລີກລ່ຽງສຳພັດກັບຄົນອື່ນ.

 

5. ຖ້າເຮົາຕ້ອງການປິ່ນປົວຮັກສາ ເຮົາຕ້ອງເຮັດແນວໃດ?

- ໃຫ້ຕິດຕໍ່ທ່ານໜໍ ຫລືເເພດ ກ່ອນເດີນທາງໄປຍັງສະຖານບໍລິການຮັກສາສຸຂະພາບ

ເເລະ ລາຍງານ ອາການຂອງເຮົາໃຫ້ເພິ່ນຟັງ. ໃຫ້ອະທິບາຍເຫດຜົນທີ່ເຮົາຄິດວ່າ

ເຮົາຫນ້າຈະເປັນພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) (ຖ້າເຮົາຫາກໍ່ໄດ້ເດິນທາງ

ໄປຍັງປະເທດທີ່ມີການລະບາດຂອງ ພະຍາດດັ່ງກ່າວໃນຄົນ).

- ປະຕິບັດຕາມຄຳແນະນຳຂອງແພດຫມໍ.

- ຖ້າບໍ່ສາມາດຕິດຕໍ່ ເເພດຫມໍກ່ອນລ່ວງຫນ້າ, ໃຫ້ບອກແພດຫມໍກ່ຽວກັບອາການທີ່ເຮົາສົງ

ໃສເເກ່ຫມໍຟັງໃນທັນທີ ທີ່ເຮົາມາເຖິງສະຖານບໍລິການຮັກສາສຸຂະພາບ.

- ໃຊ້ຜ້າອັດປາກ-ອັດດັງ ໃນລະຫວ່າງການເດີນທາງ.

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2009 | ມີ 1 ຄຳເຫັນ ແລະ 0 trackback(s)

ຫມວດທີ 5 ຄວາມປອດໄພຂອງຊີ້ນຫມູ

 

1. ການບໍລິໂພກ/ກິນຊີ້ນຫມູ ແລະ ຜະລິດຕະພັນຈາກຫມູມີຄວາມປອດໄພບໍ່?

ປອດໄພ, ຍັງບໍ່ທັນມີຫລັກຖານສະແດງໃຫ້ເຫັນວ່າ ເຊື້ອພະຍາດໄຂ້ຫວັດໃຫຍ່ສາຍພັນ

A (H1N1) ສາມາດຕິດຕໍ່ໄປສູ່ຄົນດ້ວຍການກິນຊີ້ນຫມູ ເເລະຜະລິດຕະພັນອື່ນໆຈາກຫມູ

ທີ່ຜ່ານການປຸງແຕ່ງສຸກດີເເລ້ວ. ເຊື້ອພະຍາດໄຂ້ຫວັດດັ່ງກ່າວຈະຕາຍໃນອຸນຫະພູມທີ່ເຮົາ

ໃຊ້ປຸງເເຕ່ງອາຫານເຊິ່ງຢູ່ລະຫວ່າງ160 ອົງສາຟາເຣັນຮາຍ ຫລື 70 ອົງສາເຊ ເຊິ່ງເປັນອຸນຫະພູມທີ່ແນະນຳໃຫ້ໃຊ້ໃນການປຸງເເຕ່ງອາຫານທີ່ມາຈາກຊີ້ນຫມູ

ເເລະຊີ້ນປະເພດອື່ນໆ.

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2009 | ມີ 2 ຄຳເຫັນ ແລະ 0 trackback(s)

ຫມວດ 4 ກ່ຽວກັບການເດີນທາງ

 

1. ຍັງມີຄວາມປອດໄພໃນການເດີນທາງຢູ່ບໍ່?

ອົງການອະນາໄມໂລກບໍ່ໄດ້ສະເຫນີໃຫ້ມີການຈຳກັດການເດີນທາງ ໃນລະຍະທີ່ມີການ

ລະບາດຂອງພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1). ປັດຈຸບັນນີ້ ການເດີນທາງລະ

ຫວ່າງປະເທດມີຄວາມວ່ອງໄວຫລາຍທີ່ສຸດ ເຊິ່ງມີຈຳນວນຄົນຢ່າງຫລວງຫລາຍ

ໄດ້ເດິນທາງໄປຢ້ຽມຢ່ມມູມຕ່າງໆຂອງໂລກ. ການຈຳກັດຂອບເຂດການເດິນທາງ ເເລະການຫ້າມເດິນທາງຈະມີຜົນຫນ້ອຍທີ່ສຸດຕໍ່ການສະກັດກັ້ນການລະບາດຂອງພະຍາດ,

ເເຕ່ມັນຈະສົ່ງຜົນກະທົບຫລາຍທີ່ສຸດຕໍ່ຊຸມຊົນໃນທົ່ວໂລກ.

ປະຈຸບັນ ເຊຶ້ອພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ຖືກຄົ້ນພົບ ແລະ ຢືນຢັນຢູ່ໃນ

ຫລາຍໆຂົງເຂດທົ່ວໂລກເເລ້ວ. ສະນັ້ນສິ່ງສຳຄັນທີ່ສຸດໃນຕອນນີ້ກໍຄືການຫລຸດຜ່ອນຜົນ

ກະທົບຂອງມັນໃຫ້ຫນ້ອຍລົງ ດ້ວຍການກວດຄົ້ນຫາກໍລະນີຄົນທີ່ເປັນພະຍາດ ໃຫ້ໄວວາ

ເເລ້ວໃຫ້ການປິ່ນປົວທີ່ເຫມາະສົມເຊິ່ງເເທນທິ່ຈະໄປສະກັດກັ້ນການກະຈາຍຂອງພະຍາດ

ໄປທົ່ວໂລກ. ເຖິງວ່າການກວດຄົ້ນຫາອາການຂອງພະຍາດໄຂ້ຫວັດໃນຜູ່ໂດຍສານ

ຈະເປັນວິທີການຕິດຕາມທີ່ມີປະສິດທິພາບ ເເຕ່ມັນບໍ່ຊ່ອຍຫລຸດຜ່ອນການເເຜ່ກະຈາຍຂອງ

ພະຍາດໄຂ້ຫວັດໄດ້ ເນື່ອງຈາກວ່າ ເຊື້ອໄວຣັສດັ່ງກ່າວໄດ້ຕິດຕໍ່ຈາກຄົນໄປູສ່ຄົນ ກ່ອນທີ່ຄົນ

ຈະສະເເດງອາການອອກມາຢູ່ເເລ້ວ. ຈາກຜົນການສຶກສາຄົ້ນຄວ້າທາງວິທະຍາສາດ (ທີ່ອີງ

ໃສ່ການທົດສອບທາງດ້ານຄະນິດສາດ) ພົບວ່າການຈຳກັດການເດິນທາງຈະມີຜົນຫນ້ອຍ

ທີ່ສຸດຫລືບໍ່ມີຜົນຫຍັງເລິຍຕໍ່ການສະກັດກັ້ນການເເຜ່ລາມຂອງພະຍາດ. ຈາກບັນທຶກລາຍງານ

ໃນອະດີດທີ່ຜ່ານມາກ່ຽວກັບການລະບາດແຜ່ລາມຂອງພະຍາດໄຂ້ຫວັດຄັ້ງກ່ອນໆ ຮວມທັງການ

ລະບາດຂອງພະຍາດ SARS ກໍຢືນຢັນໃຫ້ເຫັນໃນຈຸດນີ້ເຊັ່ນດຽວກັນ.

ຜູ່ໂດຍສານສາມາດປ້ອງກັນຕົນເອງ ເເລະ ຜູ່ອື່ນໆ ໂດຍປະຕິບັດຕາມຄຳເເນະນຳງ່າຍໆ ທີ່

 

ກ່ຽວຂ້ອງກັບການເດິນທາງ ທັງນີ້ເພື່ອແນໃສ່ປ້ອງກັນການເເຜ່ກະຈາຍຂອງພະຍາດ. ຜູ່ທີ່ບໍ່ສະບາຍ

ຄວນເລື່ອນເເຜນການເດິນທາງອອກໄປກ່ອນ ແລະຜູ່ໂດຍສານທີ່ເດີນທາງກັບມາ (ມີອາການບໍ່ສະ

ບາຍ) ຄວນໄປພົບເເພດເພື່ອປິ່ນປົວ. ຄຳແນະນຳດັ່ງກ່າວນີ້ຖືເປັນມາດຕະການທີ່ດີທີ່ສຸດ

ເຊິ່ງສາມາດຈຳກັດການເເຜ່ກະຈາຍຂອງພະຍາດຕິດຕໍ່ອື່ນໆຫລາຍຊະນິດ ເຊິ່ງບໍ່ແມ່ນພj

ເເຕ່ພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ເທົ່ານັ້ນ.

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2009 | ມີ 0 ຄຳເຫັນ ແລະ 0 trackback(s)

ຫມວດ 3 ລະດັບເຕືອນໄພຂອງການລະບາດແຜ່ລາມ

 

1. ການເຕືອນໄພກ່ຽວກັບການລະບາດແຜ່ລາມ ໃນລະດັບ 5 ມີຄວາມໜາຍແນວໃດ?

ອິງຕາມຄຳນິຍາມຂອງອົງການອະນາໄມໂລກກ່ຽວກັບລະດັບເຕືອນໄພຂອງການລະ

ບາດນັ້ນ ພົບວ່າ ເຊື້ອໄວຣັສໄດ້ກໍ່ໃຫ້ເກີດການລະບາດຂອງພະຍາດຢ່າງຕໍ່ເນື່ອງພາຍ

ໃນ 2 ປະເທດເປັນຢ່າງຫນ້ອຍ ເຊິ່ງນອນຢູ່ໃນຂົງເຂດໃດນຶ່ງຂອງອົງການອະນາໄມ

ໂລກ. ໃນລະດັບ 5 ຂອງການລະບາດແຜ່ລາມນັ້ນຫມາຍເຖິງຄວາມອັນຕະລາຍກຳ

ລັງຄຸກຄາມເຂົ້າມາ.

 

2. ການຕິດຕໍ່ຂອງເຊື້ອພະຍາດໃນຂອບເຂດລະຫວ່າງຄົນກັບຄົນ ແມ່ນຫຍັງ?

ການຕິດຕໍ່ໃນລັກສະນະດັ່ງກ່າວຈະເກີດຂຶ້ນກໍຕໍ່ເມື່ອ ມັນຜ່ານ 3 ຄົນ ທີ່ຢູ່ໃນເຫດການ

ຕົວຢ່າງ: ເຊື້ອໄວຣັສໄດ້ຜ່ານຈາກທ້າວ ກ ໄປຫາ ທ້າວ ຂ ເເລະ ຈາກນັ້ນກໍໄປສູ່ ທ້າວ ຄ.

 

3. ກໍລະນີທີ່ສົງໃສວ່າເປັນພະຍາດ ແລະ ກໍລະນີທີ່ໄດ້ຮັບການຢືນຢັນ ມີຄວາມແຕກ

ຕ່າງກັນແນວໃດ?

ກໍລະນິທີ່ຍັງສົງໃສວ່າເປັນພະຍາດ ເເມ່ນກໍລະນີທີ່ສະແດງອາການຂອງພະຍາດໄຂ້ຫວັດ

ອອກມາ ເຊັ່ນ: ໄອ, ໄຂ້, ເຈັບຫົວ, ຫນາວສັ່ນ, ອ່ອນເພຍ ແລະຜົນການກວດຫາເຊື້ອ

ພະຍາດໄຂ້ຫວັດ A ໃຫ້ຜົນບວກ ຫລືເເມ່ນກໍລະນີທີ່ເຮົາພິຈາລະນາວ່າ ມັນມີສ່ວນກ່ຽວ

ພັນກັບກໍລະນີສົງໃສອື່ນໆ ທີ່ກ່ຽວພັນກັບກໍລະນີທີໄດ້ຮັບການຢືນຢັນອື່ນໆ.

ສ່ວນກໍລະນິທີ່ໄດ້ຮັບການຢືນຢັນ ແມ່ນກໍລະນີທິ່ຜົນຂອງການກວດທາງຫ້ອງວິເຄາະຫາ

ເຊຶ້ອພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ໃຫ້ຜົນບວກ.

 

4. ໃນລະດັບໃດ ທາງອົງການອະນາໄມໂລກ ຈຶ່ງຖືວ່າພປຍາດໄດ້ເລິ່ມຕົ້ນລະບາດແຜ່ລາມ

ໄປທົ່ວໂລກ (pandemic) ?

ລະດັບ 6, ໂດຍອີງຕາມຄຳນິຍາມທີ່ມີຢູ່ໃນທິດນຳຂອງອົງການອະນາໄມໂລກ ວ່າດ້ວຍ

ການກຽມຄວາມພ້ອມສຳລັບການລະບາດເເຜ່ລາມຂອງພະຍາດ. ເຖິງຢ່າງໃດກໍຕາມ

ໃນລະຍະທີ່ຢູ່ໃນລະດັບ 5 ເເລະ 6 ນັ້ນ ການຕອບໂຕ້ໃນລະດັບຊາດ ເເລະລະດັບທ້ອງ

ຖິ່ນຕໍ່ກັບການລະບາດຂອງພະຍາດ ເເມ່ນໄດ້ປ່ຽນຈາກການກະກຽມ ມາເປັນການຕອບ

ໂຕ້ໃນລະດັບທົ່ວໂລກ. ເປົ້າໜາຍຂອງການຕອບໂຕ້ໃນລະຍະນິ້ເເມ່ນເພື່ອຫລຸດຜ່ອນຜົນ

ກະທົບຂອງການລະບາດເເຜ່ລາມຕໍ່ສັງຄົມ.

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

ຫມວດ 2 ຂໍ້ມູນກຽ່ວກັບພະຍາດ

 

1. ຄົນເຮົາຕິດເຊື້ອພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ໄດ້ຄືແນວໃດ?

ປັດຈຸບັນ ການລະບາດຂອງພະຍາດດັ່ງກ່າວໃນຄົນ ເເມ່ນເກີດຈາກການຕິດຕໍ່ລະຫວ່າງ

ຄົນກັບຄົນ. ເມື່ອຄົນທີ່ຕິດເຊື້ອໄດ້ໄອຫລືຈາມ ລະອອງນ້ຳມູກ-ນ້ຳລາຍທີ່ມີເຊື້ອພະ

ຍາດກໍຈະຕິດໃສ່ມືກະຈາຍໄປຕິດໃສ່ບໍລິເວນ ພຶ້ນຜິວຕ່າງໆ ຫລືກະຈາຍໄປນຳອາກາດ

ຄົນຜູ່ອື່ນເມື່ອຫາຍໃຈເອົາອາກາດທີ່ມິເຊື້ອຫລື ຈັບບາຍຖືກບໍລິເວນພື້ນຜິວທີ່ມີເຊື້ອ ເເລ້ວ

ກໍຈະຕິດເອົາເຊື້ອພະຍາດດັ່ງກ່າວ. ເພື່ອປ້ອງກັນການຕິດຕໍ່ຂອງພະຍາດ ເຮົາຕ້ອງ ເອົາ

ຜ້າອັດປາກ ເເລະ ດັງໄວ້ໃນເວລາໄອຫລືຈາມ 2ແລະຫມັ່ນລ້າງມືເລື້ອຍໆ.

 

2. ອາການຂອງ ການຕິດເຊື້ອພະຍາດດັ່ງກ່າວ ມີຄືແນວໃດ?

ອາການເບື້ອງຕົ້ນຂອງພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ແມ່ນຄ້າຍຄືກັບອາການ

ຂອງພະຍາດໄຂ້ຫວັດທົ່ວໆໄປ ເຊັ່ນ: ມີໄຂ້, ໄອ, ເຈັບຫົວ, ປວດຕົນໂຕ, ປວດຕາມຂໍ່,

ເຈັບຄໍ, ຂີ້ມູກຍ້ອຍເເລະ ບາງຄັ້ງອາດມີອາການຮາກ ຫລືຖອກທ້ອງ.

 

3. ຈາກການສຶກສາກ່ຽວກັບການລະບາດຂອງພະຍາດໃນເບື້ອງຕົ້ນນັ້ນ ທ່ານໄດ້ຮັບຄຳ

ຄິດເຫັນຈາກທີມງານອົງການອະນາໄມໂລກ (ທີ່ສົ່ງໄປປະເທດເມັກຊິໂກ) ເພື່ອທຳການ

ສືບສວນການລະບາດ ແລ້ວ ຫລືຍັງ?

ທາງທີມງານໄດ້ສົ່ງຂໍ້ມູນຫລັກຖານທາງລະບາດວິທະຍາໄປເເລ້ວຈຳນວນນຶ່ງເເຕ່ພວກ

ເຮົາຍັງຈະຕ້ອງຮູ້ຕື່ມອິກໃນ 2-3 ມື້ຂ້າງຫນ້າ (ຕອບຄຳຖາມນີ້ໃນວັນທີ 1 ພຶດສະພາ).

 

4. ໃນຕອນນີ້ມີການຢືນຢັນວ່າ ພະຍາດດັ່ງກ່າວຕິດຕໍ່ລະຫວ່າງຫມູແລະຄົນ ຫລືບໍ່?

ບໍ່.

 

5. ໃນຕອນນີ້ມີຂໍ້ມູນກຽ່ວກັບຜົນກະທົບຈາກການລະບາດຂອງພະຍາດ ຕໍ່ດ້້ານເສດຖະກິດ

ຫລືຍັງ?

      ບໍ່.

6. ເປັນຫຍັງພວກເຮົາຈຶ່ງກັງວົນກ່ຽວກັບການລະບາດແຜ່ລາມຂອງພະຍາດດັ່ງກ່າວທັງໆທີ່

ກໍລະນີການຕາຍຈາກການລະບາດຂອງພະຍາດໄຂ້ຫວັດຕາມລະດູການໃນແຕ່ລະປີ

ແມ່ນມີເຖີງພັນໆຄົນ.

ການລະບາດຂອງພະຍາດໄຂ້ຫວັດຕາມລະດູການເກີດຂຶ້ນໃນແຕ່ລະປີ ແລະ ພວກເຮົາສາ ມາດປ້ອງກັນການເເຜ່ລະບາດຂອງພະຍາດດ້ວຍວັກເເຊງປ້ອງກັນພະຍາດໄຂ້ຫວັດຕາມ

ລະດູການ. ສ່ວນການລະບາດເເຜ່ລາມ (pandemic) ເເມ່ນການກະຈາຍເເຜ່ລາມຂອງ

ພະຍາດໄປທົ່ວໂລກ. ມັນເເມ່ນເຊື້ອໄວຣັສໃຫມ່ ເຊິ່ງປະຊາຊົນໃນທົ່ວໂລກ ຍັງບໍ່ທັນມີພູ

ຄຸ້ມກັນຕ້ານກັບມັນເທື່ອ.

 


 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2009 | ມີ 0 ຄຳເຫັນ ແລະ 0 trackback(s)

ຫມວດທີ 1 ກ່ຽວກັບວັກແຊງປ້ອມກັນພະຍາດໄຂ້ຫວັດໃຫຍ່ສາຍພັນໃຫມ່

1. ປະຈຸບັນ ມີວັກແຊງປັອງກັນພະຍາດໄຂ້ຫວັດໃຫຍ່ສາຍພັນ A (H1N1) ນີ້ບໍ່?

ຍັງບໍ່ທັນມີ ເເຕ່ເພິ່ນກຳລັງຄົ້ນຄວ້າຜະລິດວັກແຊງຊະນິດນີ້ຢູ່ໂດຍທົ່ວໄປເເລ້ວວັກເເຊງ

ປ້ອງກັນພະຍາດໄຂ້ຫວັດນີ້ຈະບັນຈຸເຊື້ອໄວຣັສທີ່ຕາຍເເລ້ວຫລືເຊື້ອໄວຣັສທີ່ບໍ່ທັນຕາຍເເຕ່

ຖືກບັ່ນທອນຄວາມຮຸນເເຮງແລ້ວ. ວັກເເຊງດັ່ງກ່າວຈະກະຕຸ້ນໃຫ້ຮ່າງກາຍຄົນເຮົາສ້າງພູມ

ຕ້ານທານຂອງຮ່າງກາຍຂຶ້ນມາ ເພື່ອສະກັດກັ້ນເຊື້ອໄວຣັສເມື່ອມີການຕິດເຊື້ອເຂົ້າສູ່ຮ່າງກາຍ

ວັກເເຊງທີ່ມີຄຸນສົມບັດປັອງກັນໄດ້ນັ້ນແມ່ນຕ້ອງເປັນວັກເເຊງທີ່ບັນຈຸເຊຶ້ອໄວຣັສທີ່ມີຄວາມຄ້າຍ

ຄືກັນກັບເຊື້ອທີ່ກຳລັງເກີດລະບາດໃນເວລານັ້ນຫລາຍທີ່ສຸດ. ເນື່ອງຈາກວ່າເຊື້ອໄຂ້ຫວັດ

H1N1 ນີ້ ຍັງໃຫມ່ຢູ່ ສະນັ້ນ ຈຶ່ງຍັງບໍ່ທັນມີວັກເເຊງສຳລັບປ້ອງກັນສະເພາະຕໍ່ເຊື້ອຊະນິດ

ດັ່ງກ່າວໄດ້ເທື່ອ. ການຜະລິດວັກເເຊງຕ້ານກັບພະຍາດດັ່ງກ່າວນັ້ນຈະຕ້ອງໃຊ້ເວລາປະມານ

5 ຫາ 6 ເດືອນ.

2. ການປະກາດເຕືອນກ່ຽວກັບການລະບາດແຜ່ລາມຂອງພະຍາດດັ່ງກ່າວມີຄວາມໝາຍຕໍ່ການ

ຜະລິດວັກແຊງປັອງກັນພະຍາດນີ້ແນວໃດ?

ການປະກາດເຕືອນຂອງອົງການອະນາໄມໂລກ ກຽ່ວກັບການລະບາດເເຜ່ລາມຂອງພະຍາດ

ດັ່ງກ່າວ (ເຊິ່ງອາດຈະກ້າວເຂົ້າສູ່ໄລຍະ 6 ຂອງການລະບາດ)ບໍ່ຫມາຍວ່ານັ້ນເປັນຂໍ້ຮຽກຮ້ອງ

ໃຫ້ບໍລິສັດຜູ້ຜະລິດຢຸດເຊົາຜະລິດວັກເເຊງປ້ອງກັນພະຍາດໄຂ້ຫວັດຕາມລະດູການໃນທັນທີ

ເເຕ່ຫັນມາຜະລິດວັກເເຊງປ້ອງກັນພະຍາດໄຂ້ຫວັດທີ່ກຳລັງລະບາດເເຜ່ລາມໃນຂະນະນີ້.

ເນື່ອງຈາກວ່າໄຂ້ຫວັດຕາມລະດູການສາມາດກໍ່ໃຫ້ເກິດພະຍາດຮ້າຍເເຮງໄດ້ເຊັ່ນກັນ,ອົງການ

ອະນາໄມໂລກຈະຕ້ອງພິຈາລະນາໃນຫລາຍໆເເງ່ມຸມສຳຄັນຕື່ມອິກເຊັ່ນ:ດ້ານລະບາດວິທະ

ຍາເເລະຄວາມຮຸນເເຮງຂອງພະຍາດກ່ອນຈະໃຫ້ຄຳເເນະນຳໃນເລື່ອງດັ່ງກ່າວ. ໃນຂະນະດຽວ

ກັນ ອົງການອະນາໄມໂລກຈະສືບຕໍ່ປະສານງານຢ່າງໃກ້ຊິດກັບອົງກອນທີ່ກ່ຽວຂ້ອງຕໍ່ການອະ

ນຸຍາດຜະລິດວັກເເຊງເເລະອົງກອນອື່ນໆລວມທັງຜູ້ຜະລິດວັກເເຊງປ້ອງກັນພະຍາດໄຂ້ຫວັດ. 

3. ວັກແຊງປັອງກັນພະຍາດໄຂຫຼວັດໃຫຍ່ສາຍພັນ A (H1n1) ຈະມີຄວາມສຳຄັນ

ໃນການຫລຸດຜ່ອນການລະບາດແຜ່ລາມຂອງພະຍາດໄດ້ຫລາຍຫນ້ອຍຊ່ຳໃດ?

ການໃຊ້ວັກແຊງເປັນວິທີທີ່ສຳຄັນທີ່ສຸດສຳລັບປ້ອງກັນຄົນເຮົາໃນໄລຍະທີ່ມີການລະບາດ

ໃນປະເທດເເລະການລະບາດເເຜ່ລາມຂອງພະຍາດໄຂ້ຫວັດ. ສ່ວນມາດຕະການອື່ນໆ ທີ່ສຳຄັນ

ເຊັ່ນກັນ ໄດ້ເເກ່ການນຳໃຊ້ຢາຕ້ານເຊື້ອໄວຣັສ, ຫຼີກເວັ້ນການຢູ່ຮ່ວມກັນຂອງຫລາຍຄົນໃນສັງຄົມ

ເເລະ ການເຮັດອະນາໄມສ່ວນບຸກຄົນ.

 

4. ວັກແຊງເຊິ່ງໃຊ້ປ້ອງກັນພະຍາດໄຂ້ຫວັດຕາມລະດູການ ສາມາດປ້ອງກັນພະຍາດໄຂ້

ຫວັດໃຫຍ່ສາຍພັນ A(H1N1) ໄດ້ບໍ່?

ເທົ່າທີ່ມີຂໍ້ມູນຫລັກຖານອ້າງອີງທາງວິທະຍາສາດໃນປັດຈຸບັນພົບວ່າວັກເເຊງທີ່ໃຊ້ປ້ອງກັນ

ພະຍາດໄຂ້ຫວັດຕາມລະດູການ ອາດບໍ່ສາມາດປ້ອງກັນຫຍັງໄດ້ຫລາຍ ຫຼື ບໍໍ່ສາມາດປ້ອງ

ກັນເຊື້ອພະຍາດໄຂ້ຫວັດໃຫຍ່ ສາຍພັນ A (H1N1) ໄດ້ເລີຍ.

 

5. ອົງການອະນາໄມໂລກກຳລັງດຳເນີນການຫຍັງແດ່ເພື່ອອຳນວຍຄວາມສະດວກ

ໃຫ້ແກ່ການຜະລິດວັກແຊງປັອງກັນ ພະຍາດໄຂ້ຫວັດ A(H1N1)?

ທັນທີທີ່ອົງການອະນາໄມໂລກໄດ້ຮັບລາຍງານກໍລະນີທຳອິດຂອງຄົນເຈັບທີ່ຕິດເຊື້ອພະ

ຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1), ສູນຮ່ວມມືຂອງອົງການອະນາໄມໂລກປະຈຳ

ແອັດເເລນຕ້າ (ສູນຄວບຄຸມ ເເລະ ປ້ອງກັນພະຍາດ ໃນສະຫະລັດອາເມລິກາ)

ກໍໄດ້ເລີ່ມດຳເນີນການລິເລີ່ມວຽກຜະລິດວັກເເຊງປ້ອງກັນພະຍາດດັ່ງກ່າວໃນທັນທີ່

ນອກນີ້ອົງການອະນາໄມໂລກຍັງໄດ້ລິເລີ່ມການປຶກສາຫາລືກັບອົງກອນຜະລິດວັກແຊງໃນ

ທົ່ວໂລກເເນໃສ່ເພື່ອຮັບປະກັນໃຫ້ມີອຸປະກອນທີ່ຈຳເປັນທັງໜົດເຂົ້າໃນການລິເລີ່ມຜະລິດ

ວັກເເຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1). ໄປຄຽງຄູ່ກັນນັ້ນອົງການອະນາ

ໄມໂລກກໍກຳລັງປະສານກັບອົງກອນທີ່ຮັບຜິດຊອບກ່ຽວກັບ

ການອະນຸມັດຜະລິດວັກເເຊງເເຫ່ງຊາດເພື່ອຮັບປະກັນໃຫ້ວັກເເຊງປ້ອງກັນພະຍາດໄຂ້ຫວັດ

ໃຫຍ່ສາຍພັນ A(H1N1) ເຊິ່ງຈະຖືກຜະລິດອອກມານັ້ນ ມີຄວາມປອດໄພຕາມເງື່ອນໄຂຄົບ

ຖ້ວນທຸກຢ່າງ ເເລະ ຜະລິດອອກມາໄວເທົ່າທີ່ຈະໄວໄດ້.

 

6. ເປັນຫຍັງອົງການອະນາໄມໂລກບໍ່ຮຽກຮ້ອງໃຫ້ຜູ້ຜະລິດວັກແຊງປັອງກັນພະຍາດໄຂ້ຫວັດ

ຕາມລະດູການຫັນມາຜະລິດຢາວັກແຊງປ້ອງກັນພະຍາດໄຂ້ຫວັດ A(H1N1)?

ອົງການອະນາໄມໂລກຍັງບໍ່ໄດ້ເເນະນຳໃຫ້ຢຸດເຊົາການຜະລິດຢາວັກເເຊງປ້ອງກັນພະ

ຍາດໄຂ້ຫວັດຕາມລະດູການເທື່ອ ເພາະວ່າພະຍາດໄຂ້ຫວັດປະເພດນີ້ ຍັງເປັນສາຍເຫດ

ທີ່ພາໃຫ້ຄົນເປັນພະຍາດຮຸນເເຮງໃນເເຕ່ລະປີປະມານ 3 ຫາ 5 ລ້ານຄົນ ເເລະ ເສຍຊິ

ວິດປະມານ 250,000 ຫາ 500,000 ຄົນ. ສະນັ້ນການສັກວັກເເຊງປ້ອງກັນພະຍາດໄຂ້

ຫວັດຕາມລະດູການ ຍັງມີຄວາມສຳຄັນຢູ່ ນອກນີ້ການຢຸດເຊົາຜະລິດວັກເເຊງດັ່ງກ່າວ

ໃນທັນທີ ບໍ່ໄດ້ເຮັດໃຫ້ເຮົາສາມາດຜະລິດຢາວັກເເຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ທີ່ກຳ

ລັງລະບາດແຜ່ລາມໃນຂະນະນີ້ໄດ້ທັນທີ ໃນຂະນະນີ້ອົງການອະນາໄມໂລກ ກຳລັງ

ປະສານງານກັບຜູ່ຜະລິດວັກເເຊງເພື່ອເຮັດໃຫສາມາດຜະລິດວັກແຊງໃນປະລິມານຫລວງ

ຫລາຍນີ້ ໄດ້ລິເລິ່ມຜະລິດໄວເທົ່າທີ່ຈະໄວໄດ້.

 

7. ເປັນໄປໄດ້ບໍ່ ທີ່ບໍລິສັດຜະລິດຢາວັກແຊງ ຈະຜະລິດທັງຢາວັກແຊງປັອງກັນພະຍາດ

ໄຂ້ຫວັດຕາມລະດູການແລະ ໄຂ້ຫວັດທີ່ກຳລັງລະບາດແຜ່ລາມໃນຂະນະນີ້ ໄປພ້ອມໆກັນ?

ຖືວ່າມີຫລາຍທາງເລືອກ ທີ່ຈະຕ້ອງໄດ້ພິຈາລະນາ ໂດຍອີງໃສ່ຂໍ້ມູນຫລັກຖານທັງຫມົດ ທີ່ມີໃນປັດຈຸບັນ.

 

8. ການພັດທະນາວັກແຊງປັອງກັນພະຍາດໄຂ້ຫວັດທີ່ກຳລັງລະບາດແຜ່ລາມມີຂັ້ນ

ຕອນຄືແນວໃດ?ເພິ່ນສາມາດຄົ້ນພົບສາຍພັນຂອງເຊື້ອພະຍາດທີ່ຈະນຳມາຜະລິດ

ເປັນວັກແຊງໄດ້ຫລືຍັງ, ຖ້າໄດ້ແລ້ວແມ່ນໃຜເປັນຜູ່ຄົ້ນພົບ?

ວັກແຊງປ້ອງກັນເຊື້ອພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ຈະຖືກຜະລິດ ໂດຍ

ນຳໃຊ້ ຂະບວນການຜະລິດທີ່ຖືກອະນຸມັດສຳລັບຜະລິດວັກແຊງເຊິ່ງເຊື້ອໄວຣັສທີ່

ນຳມາຜະລິດເປັນວັກເເຊງນັ້ນໄດ້ຖືກນຳມາປູກໃສ່ໄຂ່ຫລືຈຸລັງ. ເຊື້ອສາຍພັນໄວຮັສ

ທີ່ຈະນຳມາຜະລິດເປັນວັກເເຊງດັ່ງກ່າວຖືກຄົ້ນພົບເເລະກະກຽມ

ໂດຍສູນຮ່ວມມືຂອງອົງການອະນາໄມໂລກປະຈຳເເອັດເເລນຕາ(ສູນຄວບຄຸມເເລະ

ປ້ອງກັນພະຍາດໃນສະຫະລັດອາເມລິກາ). ສູນຮ່ວມມືຂອງອົງການອະນາໄມໂລກເເຫ່ງ

ອື່ນໆກໍໄດ້ຮັບເຊື້ອໄວຣັສສາຍພັນດັ່ງກ່າວແລ້ວແລະກໍໄດ້ເລິ່ມຕົ້ນກະກຽມເຊື້ອໄວຣັສ

ສຳລັບຜະລິດຢາວັກເເຊງເປັນທີ່ຮຽບຮ້ອຍແລ້ວ. ພາຍຫລັງເຊື້ອສາຍພັນໄວຣັສຖືກກະ

ກຽມເເລະພັດທະນາຂຶ້ນມາເເລ້ວ ກໍຈະຖືກເເຈກຢາຍໄປໃຫ້ທຸກໆ ບໍລິສັດຜູ່ຜະລິດທີ່ສົນ

ໃຈຕ້ອງການຢາກຜະລິດ. ຄາດວ່າ ເຊື້ອສາຍພັນທີ່ຖືີກພັດທະນາເເລ້ວນັ້ນຈະໄດ້ມາພາຍ

ໃນກາງເດືອນພຶດສະພານີ້.

 

9. ຈະມີວັກແຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ອອກມານຳ

ໃຊ້ໄດ້ໄວປານໃດ?

ວັກເເຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ຊຸດທຳອິດຈະສາມາດ

ຜະລິດ ອອກມາໄດ້ພາຍໃນ 5 ຫາ 6 ເດືອນ ຫລັງຈາກທີ່ເພິ່ນກວດພົບເຫັນເຊື້ອສາຍ

ພັນທີ່ກໍ່ໃຫ້ເກີດການລະບາດຂອງພະຍາດ. ສ່ວນຂັ້ນຕອນການອະນຸມັດໃນການຜະລິດນັ້ນ

ກໍຈະດຳເນີນໄປພ້ອມໆກັບຂັ້ນຕອນທຳການຜະລິດ. ພາກສ່ວນທີ່ຮັບຜິດຊອບກ່ຽວກັບ

ການອະນຸມັດການຜະລິດວັກເເຊງໄດ້ພະຍາຍາມເລັ່ງລັດເຮັດໃຫ້ຂັ້ນຕອນການອະນຸມັດໄວ

ຂຶ້ນ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ຄຸນນະພາບ ເເລະ ຄວາມປອດໄພຂອງຢາວັກເເຊງ. ຄວາມ

ຊັກຊ້າຈາກການຜະລິດ ອາດເກີດຈາກການຈະເລີນເຕີບໂຕທີ່ບໍ່ໄດ້ຄຸນນະພາບ ຂອງເຊື້ອ

ໄວຣັສສາຍພັນທີ່ນຳມາຜະລິດເປັນວັກເເຊງ.

 

10. ຈະມີການຄັດເລືອກບໍລິສັດທຳການຜະລິດວັກແຊງຄືແນວໃດ?

ປະຈຸບັນ ມີບໍລິສັດຜູ່ຜະລິດວັກເເຊງປ້ອງກັນພະຍາດໄຂ້ຫວັດ (ທີ່ໄດ້ຮັບອະນຸມັດ)

ຫລາຍກວ່າສິບບໍລິສັດ. ທັນທີທີ່ມີການຮຽກຮ້ອງໃຫ້ທຳການຜະລິດກໍຈະມີການຈັດສົ່ງ

ເຊື້ອສາຍພັນສຳລັບຜະລິດວັກເເຊງໄປໃຫ້ບໍລິສັດດັ່ງກ່າວ (ຮວມທັງບໍລິສັດຜະລິດຢາ

ວັກເເຊງອື່ນໆ ທີ່ໄດ້ຄຸນນະພາບເຊິ່ງກຳລັງກຽມຈະຜະລິດຢາວັກແຊງປ້ອງກັນພະຍາດ

ໄຂ້ຫວັດຢູ່ແລ້ວເເຕ່ຍັງບໍ່ທັນໄດ້ຮັບອະນຸມັດໃຫ້ຜະລິດຢາວັກແຊງດັ່ງກ່າວເທື່ອ).

 

11. ກຳລັງການຜະລິດໃນທົ່ວໂລກເພື່ອຜະລິດວັກແຊງປ້ອງກັນພະຍາດໄຂ້ຫວັດ

ໃຫຍ່ສາຍພັນ A(H1N1) ເປັນແນວໃດ? ຄວາມອາດສາມາດດັ່ງກ່າວເທົ່າກັນກັບຄວາມ

ສາມາດທົ່ວໂລກໃນການຜະລິດວັກແຊງປ້ອງກັນພະຍາດໄຂ້ຫວັດສັດປີກຫລືບໍ່?

ເເຜນຄວາມອາດສາມາດຜະລິດວັກເເຊງປ້ອງກັນພະຍາດໄຂ້ຫວັດສັດປີກ (H5N1)

ບໍ່ອາດສາມາດນຳມາຄາດການໃສ່ກັບຄວາມອາດສາມາດຜະລິດວັກເເຊງປ້ອງກັນພະຍາດ

ໄຂ້ຫວັດໃຫຍ່ສາຍພັນ A(H1N1) ໄດ້. ເຊື້ອໄວຣັສ H5N1 ແລະ H1N1

ມີຄວາມແຕກຕ່າງກັນເເລະປະລິມານຂອງເຊື້ອພະຍາດທີ່ຕ້ອງການເພື່ອນຳມາຜະລິດເປັນ

ວັກເເຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ສາຍພັນA(H1N1) ອາດເເຕກຕ່າງຈາກ H5N1.

ເພາະສະນັ້ນ ມັນເປັນໄປບໍ່ໄດ້ທີ່ຈະຄາດການຢ່າງຖືກຕ້ອງຊັດເຈນ. ເຖິງຢ່າງໃດກໍຕາມ

ເມື່ອພິຈາລະນາເບິ່ງເເລ້ວພົບວ່າຄວາມອາດສາມາດຜະລິດວັກເເຊງດັ່ງກ່າວໃນທົ່ວໂລກຢ່າງ

ຫນ້ອຍສຸດເເມ່ນຈະໄດ້ປະມານ 1 ຫາ 2 ຕື້ຫລອດຕໍ່ປີ.

 

12. ຄວາມອາດສາມາດໃນການຜະລິດວັກແຊງປັອງກັນພະຍາດໄຂ້ຫວັດໃຫຍ່ໃນແຕ່ລະ

ເຂດພື້ນທີ່ຂອງໂລກນີ້ເປັນຄືແນວໃດ?

ກວ່າ 90% ຂອງຄວາມສາມາດທົ່ວໂລກໃນປະຈຸບັນ ເເມ່ນຢູ່ໃນທະວີບເອີຣົບ ເເລະ ອາ

ເມລິກາເຫນືອ. ເຖິງຢ່າງໃດກໍຕາມໃນຊ່ວງລະຍະ 5 ປີທີ່ຜ່ານມາຂົງເຂດອື່ນໆກໍເລິ່ມມີເຕັກ

ໂນໂລຊີທີ່ຈຳເປັນສຳລັບຜະລິດວັກແຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ໄດ້ແລ້ວ. ພາຍ

ໃຕ້ການຊ່ວຍເຫລືອດ້ານວິຊາການ ເເລະ ການເງິນຈາກອົງການອະນາໄມໂລກ ໄດ້ມີ 6

ບໍລິສັດຜູ່ຜະລິດໃນບັນດາປະເທດກຳລັງພັດທະນາ ກໍສາມາດຜະລິດໄດ້ເເລ້ວໃນຂະນະນີ້.

 

13. ວັກແຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ຈະຕ້ອງເກັບຮັກສາໄວ້

ຄືແນວໃດ?

ວັກເເຊງຊະນິດດັ່ງກ່າວຕ້ອງເກັບຮັກສາໄວ້ໃນຕູ້ເຢັນ ທີ່ມີອຸນນະພູມຢູ່ລະຫວ່າງ 2 ຫາ 8 ອົງສາ c.

 

14. ມາຮອດປະຈຸບັນເພິ່ນຍັງບໍ່ສາມາດພັດທະນາວັກແຊງປ້ອງກັນພະຍາດເອດສແລະໄຂ້ຍຸງ

(ເຊິ່ງເປັນເພັດຊະຄາດຕົວຮ້າຍກາດຂອງຄົນເຮົາເທື່ອ) ແລ້ວເຮົາຈະຫມັ້ນໃຈໄດ້ແນວໃດ

ວ່າມັນຈະບໍ່ມີອຸປະສັກກີດຂວາງທາງດ້ານວິທະຍາສາດ ຫລື ອຸປະສັກອື່ນໆ ສຳລັບການ

ຜະລິດວັກແຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1)?

ໂດຍທົ່ວໄປແລ້ວການພັດທະນາວັກເເຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ເເມ່ນບໍ່ພົບບັນຫາ

ຫຍັງເທື່ອ. ວັກເເຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ ຖືກນຳໃຊ້ໃນຄົນມາເປັນເວລາຫລາຍ

ປີຜ່ານມາເເລ້ວ ແລະເຫັນວ່າໄດ້ຜົນດີ, ໃນເເຕ່ລະປີ ວັກເເຊງປ້ອງກັນພະຍາດໄຂ້ຫວັດຕາມ

ລະດູການ (ທີ່ມີຄວາມຫລາກຫລາຍ) ຖືກຜະລິດອອກມານຳໃຊ້ເພື່ອປ້ອງກັນພະຍາດໄຂ້

ວັດໃຫຍ່ທັງໃນເຟື້ອງໂລກເຫນືອເເລະໃຕ້. ບໍລິສັດຜູ່ຜະລິດວັກເເຊງແມ່ນນຳ ໃຊ້ເຕັກໂນ

ໂລຊີຫລາຍຢ່າງທີ່ແຕກຕ່າງກັນເພື່ອພັດທະນາວັກເເຊງຂອງຕົນເອງອອກມາ.ສະນັ້ນເຂົາເຈົ້າ

ຈະນຳໃຊ້ເເນວທາງໃຫມ່ໆເຊິ່ງເປັນບົດຮຽນຈາກປະສົບການການຜະລິດວັກເເຊງປ້ອງກັນ

ພະຍາດໄຂ້ຫວັດສັດປີກໃນຫລາຍໆປີທີ່ຜ່ານມານັ້ນເຂົ້າໃນການຜະລິດວັກເເຊງປ້ອງກັນ

ພະຍາດໄຂ້ຫວັດໃຫຍ່ສາຍພັນໃຫມ່ນີ້.ເເຕ່ມີສິ່ງນຶ່ງທີ່ຍັງບໍ່ທັນຮູ້ໄດ້ຢ່າງແນ່ນອນນັ້ນກໍຄືຜົນ

ຈາກການເພາະລ້ຽງເຊື້ອໄວຣັສທີ່ຈະນຳມາຜະລິດເປັນຢາວັກເເຊງນັ້ນເອງເພາະວ່າມີບາງ

ສາຍພັນຈະເຕີບໂຕໄດ້ດີກວ່າສາຍພັນອື່ນໆ ເເລະ ລັກສະນະຂອງເຊື້ອພະຍາດໄຂ້ຫວັດ

ໃຫຍ່ສາຍພັນ A(H1N1) ທີ່ມີຢູ່ໃນລະບົບການເພາະລ້ຽງຂອງບໍລິສັດຜູ່ຜະລິດ ກໍຍັງບໍ່ທັນຖືກ

ຢືນຢັນວ່າຈະສາມາດນຳມາຜະລິດເປັນວັກເເຊງໄດ້ເທື່ອ.

 

15. ວັກແຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ຈະໄດ້ຜົນສຳລັບ

ທຸກກຸ່ມຄົນບໍ່?

ປະຈຸບັນຍັງບໍ່ທັນມີຂໍ້ມູນໃນເລື່ອງນີ້ເທື່ອ ແຕ່ກໍບໍ່ຄວນຄິດໄປວ່າ ມັນຈະບໍ່ໄດ້ຜົນ.

 

16. ວັກແຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ຈະປອດໄພບໍ່?

ວັກເເຊງທີ່ຜ່ານການອະນຸມັດ ຈະມີມາດຕະຖານຄວາມປອດໄພສູງທີ່ສຸດ.ມີການປະຕິບັດ

ຕາມທຸກຂໍ້ທີ່ຄວນລະວັງໃນການຜະລິດວັກເເຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ສາຍພັນ

A(H1N1) ນີ້ ເພື່ອຮັບປະກັນໃຫ້ມີຄວາມປອດໄພຢ່າງສູງສຸດ.

 

17. ເຮົາຈະສາມາດຫລີກລ່ຽງອາການຂ້າງຄຽງທີ່ເກີດຈາກ ການສັກວັກແຊງທີ່ໃຊ້ປ້ອງ

ກັນພະຍາດໄຂ້ຫວັດຫມູ ໃນປີ 1976 (ຫມວດອາການຂອງ GuilLain-Barre' syndrome)

ເຊິ່ງເຄີຍພົບໃນສະຫະລັດອາເມລິການັ້ນໄດ້ຄືແນວໃດ?

GuilLain-Barre' syndrome   ເເມ່ນຄວາມຜິດປົກກະຕິຢ່າງກະທັນຫັນຂອງລະບົບປະສາດ,

 ມັນຈະເກີດຂຶ້ນພາຍຫລັງທີ່ຄົນເຮົາຕິດເຊື້ອປະເພດຕ່າງໆລວມທັງການຕິດເຊື້ອພະຍາດໄຂ້

ຫວັດໃທຍ່.ຈາກການສຶກສາຄົ້ນຄວ້າ ໄດ້ສະເເດງໃຫ້ເຫັນວ່າການສັກວັກເເຊງປ້ອງກັນພະຍາດ

ໄຂ້ຫວັດຕາມລະດູການຢ່າງເປັນປະຈຳ ອາດສາມາດກໍ່ໃຫ້ເກີດຄວາມສ່ຽງໃຫ້ເກີດຫມວດ

ອາການ GuilLain-Barre' syndrome ເພິ່ມຫລາຍຂຶ້ນໃນອັດຕາປະມານ 1 ຫາ 2 ກໍລະນີ

ຕໍ່ຜູ່ທີ່ໄດ້ສັກວັກເເຊງ 1 ລ້ານຄົນ. ໃນໄລຍະທີ່ມີການໂຄສະນາສັກວັກເເຊງປ້ອງກັນພະ

ຍາດໄຂ້ຫວັດໃຫຍ່ ປີ 1976 ນັ້ນ ຄວາມສ່ຽງດັ່ງກ່າວເພີ່ມຂຶ້ນເປັນ 10 ກໍລະນີ ຕໍ່ຜູ່ທີ່

ໄດ້ສັກວັກເເຊງ 1 ລ້ານຄົນ ເຊິ່ງເປັນສາຍເຫດນຳໄປສູ່ການຖອດຖອນວັກເເຊງດັ່ງກ່າວ

ອອກຈາກບັນຊີ.

ການຜະລິດວັກເເຊງປ້ອງກັນການລະບາດຂອງພະຍາດໄຂ້ຫວັດໃຫຍ່ ເເມ່ນຖືກດຳ

ເນີນໄປຕາມທຸກມາດຕະຖານຂອງການຜະລິດທີ່ໄດ້ກຳນົດໄວ້, ເຖິງຢ່າງໃດກໍຕາມມັນ

ຍັງເປັນຜະລິດຕະພັນໃຫມ່ຢູ່ເພາະສະນັ້ນມັນຍັງຄົງມີຄວາມສ່ຽງທີ່ອາດກໍ່ໃຫ້ເກິດປະຕິກິ

ລິຍາຕ່າງກັນໃນຄົນໄດ້. ສະນັ້ນການຕິດຕາມເເລະສອບສວນຢ່າງໃກ້ຊິດ ກ່ຽວກັບຜົນ

ຂ້າງຄຽງຮ້າຍແຮງຂອງຢາວັກເເຊງຈຶ່ງມີຄວາມສຳຄັນ ເເລະ ຈຳເປັນທີ່ສຸດ.

ລະບົບການຕິດຕາມກວດກາຄວາມປອດໄພຖືເປັນສ່ວນນຶ່ງຂອງຍຸດທະສາດໃນການນຳ

ໃຊ້ວັກເເຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ສາຍພັນໃຫມ່ທີ່ກຳລັງລະບາດເເຜ່ລາມໃນ

ຂະນະນີ້. ການຄວບຄຸມຄຸນນະພາບຂອງການຜະລິດວັກເເຊງປ້ອງກັນພະຍາດໄຂ້ຫວັດ

ໃຫຍ່ໄດ້ຖືກປັບປຸງມາຕະຫລອດນັບຕັ້ງເເຕ່ຊຸມປີ 1970 ເປັນຕົ້ນມາ.

 

18. ເຮົາສາມາດສັກວັກແຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1)

ພ້ອມໆກັບວັກແຊງຊະນິດອື່ນໄດ້ບໍ່?

ວັກເເຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ (ເຊິ່ງຖືກບັ່ນທອນຄວາມຮຸນເເຮງລົງເເລ້ວ)

ນັ້ນສາມາດສັກພ້ອມໆກັບວັກເເຊງຊະນິດອື່ນໆໃນເວລາດຽວກັນ, ເເຕ່ຕ້ອງສັກໃສ່ບໍ

ລິເວນທີ່ຕ່າງກັນ.

 

19. ຖ້າເຊື້ອໄວຣັສ ກໍ່ໃຫ້ເກີດການລະບາດແຜ່ລາມໃນລະດັບຂັ້ນເບົາບາງ ພາຍໃນລະ

ຍະຂອງເດືອນທີ່ມີອາກາດຮ້ອນ ແລ້ວປ່ຽນມາເປັນຮູບການທີ່ຮ້າຍແຮງ ພາຍໃນ 6

ເດືອນຕໍ່ໄປ ວັກແຊງທີ່ຜະລິດອອກມາແລ້ວນັ້ນ ຈະໄດ້ຜົນຫລືບໍ່?

ອາດເປັນການຄາດເດົາເເຕ່ຫົວທີເກີນໄປວ່າ ຈະມີການປຽ່ນເເປງພາຍໃນຕົວ ຂອງເຊື້ອ

ພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ເນື່ອງຈາກມັນຍັງໂຄຈອນຢູ່ໃນຄົນເເລະ

ອາດຄາດການໄດ້ຍາກວ່າເຊື້ອໄວຣັສທີ່ກາຍພັນນັ້ນ ຈະຄ້າຍຄືກັນກັບເຊື້ອໄວຣັສທີ່ມີໃນ

ຂະນະນີ້ຫລືບໍ່. ໃນຂະນະນີ້ ເພິ່ນກຳລັງເຝົ້າລະວັງຢ່າງໃກ້ຫຊິດກ່ຽວກັບການປ່ຽນແປງ

ໃນຕົວເຊຶ້ອພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1). ການຕິດຕາມຢ່າງໃກ້ຊິດ

ເເລະເປັນປະຈຳຈະຊ່ວຍໃຫ້ເຮົາຕອບໂຕ້ໄດ້ຢ່າງທັນການຖ້າພົບເຫັນການປຽ່ນແປງຂອງ

ເຊື້ອໄວຣັສດັ່ງກ່າວ.

 

20. ຈະມີວັກແຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ພຽງພໍສຳລັບ

ຫມົດທຸກຄົນບໍ່?

ລະຍະເວລາທີ່ຄາດການວ່າ ຈະສາມາດຜະລິດຢາວັກແຊງຢ່າງພຽງພໍ ສຳລັບປະຊາ

ກອນໃນທົ່ວໂລກເພື່ອປັອງກັນພະຍາດໄຂ້ຫວັດໃຫຍ່ທີ່ກຳລັງມີການລະບາດເເຜ່ລາມ

ຢູ່ນີ້ເເມ່ນຍັງບໍ່ທັນຮູ້ໄດ້ເທື່ອຕ້ອງໄດ້ລໍຖ້າຈົນກວ່າບໍລິສັດຜູ້ຜະລິດຢາວັກແຊງຮູ້ວ່າຈະນຳ

ໃຊ້ເຊື້ອພະຍາດເຂົ້າໃນການຜະລິດຫລາຍຫນ້ອຍປານໃດ ເພື່ອຜະລິດໃຫ້ໄດ້ 1 ຫລອດ

ວັກເເຊງປ້ອງກັນພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ໃນລະຍະ 2 ປີ ທີ່ຜ່ານມາ

ຄວາມສາມາດຜະລິດວັກເເຊງປ້ອງກັນພະຍາດໄຂ້ຫວັດ ໄດ້ເພີ່ມຂຶ້ນຢ່າງໄວວາ ຍ້ອນມີການເຕີບໃຫຍ່ຂະຫຍາຍຕົວຂອງອຸປະກອນການຜະລິດຮວມທັງຄວາມກ້າວຫນ້າ

ໃນວຽກງານສຶກສາຄົ້ນຄວ້າ ເຊັ່ນ: ການຄົ້ນພົບເເລະນຳໃຊ້ສ່ວນປະສົມຂອງວັກແຊງ.

ສ່ວນປະສົມຂອງວັກເເຊງແມ່ນສານທີ່ເພິ່ນໃຊ້ຕື່ມເຂົ້າໃນວັກເເຊງ ເພື່ອເຮັດໃຫ້ຢາມີປະ

ສິດທິພາບດີຂຶ້ນກ່ອນເກົ່າ ສະນັ້ນ ມັນຈຶ່ງເເມ່ນການຊ່ອຍຮັກສາເຊື້ອໄວຣັສ ເພື່ອເປັນວັດ

ຖຸດິບໃນການຜະລິດວັກເເຊງໄວ້ໄດ້ດົນນານກວ່າເກົ່າ.

 

21. ມູມມອງຂອງອົງການອະນາໄມໂລກໃນດ້ານຄວາມຍຸດຕິທຳແລະສະເຫມີພາບສຳ

ລັບການແຈກຢາຍວັກແຊງປ້ອງກັນພະຍາດດັ່ງກ່າວ ເປັນຄືແນວໃດ?

ເລຂາທິການໃຫ່ຍອົງການອະນາໄມໂລກໄດ້ຮຽກຮ້ອງໃຫ້ເເຕ່ລະປະເທດມີຄວາມສາມັກ

ຄີກັນເພື່ອຕອບໂຕ້ຕໍ່ສະພາບການລະບາດໃນປັດຈຸບັນ. ອົງການອະນາໄມໂລກມີເປົ້າຫມາຍ

ຮັບປະກັນຄວາມເປັນທຳແລະສະເຫມີພາບ ສຳລັບການເຂົ້າເຖິງຢາວັກເເຊງດັ່ງກ່າວ

ໃຫ້ເເກ່ທຸກປະເທດ ທີ່ກຳລັງຕອບໂຕ້ກັບສະຖານະການລະບາດຂອງພະຍາດ ແລະ

ປະເທດດັ່ງກ່າວນີ້ຈະໄດ້ບູລິມະສິດສູງສຸດ. ອົງການອະນາໄມໂລກ ກຳລັງຮ່ວມງານຢ່າງ

ໃກ້ຊິດກັບຄູ່ຮ່ວມມື ຮວມທັງພາກອຸດສະຫະກຳທີ່ຜະລິດວັກເເຊງເພື່ອຮັບປະກັນໃນບັນຫາ

ລື່ອງດັ່ງກ່າວ.

 

22. ແມ່ນໃຜຈະໄດ້ບູລິມະສິດ ເພື່ອໄດ້ສັກຢາວັກແຊງ ປ້ອງກັນພະຍາດກ່ອນຫມູ່?

ເຈົ້າຫນ້າທີ່ການຈັດຕັ້ງພາຍໃນປະເທດຈະເປັນຜູ່ກຳນົດ-ຕັດສິນ. ອີງຕາມທິດນຳ

ເເລ້ວອົງການອະນາໄມໂລກຈະຕິດຕາມຂະບວນການວິວັດຂອງການລະບາດພະຍາດ

ຕາມວັນເວລາຕົວຈິງແລ້ວຈຶ່ງປະກາດຜົນການຕິດຕາມໃຫ້ປະຊາຊົນຮັບຊາບ, ເມື່ອມີຂໍ້ມູນ

ເເລ້ວ ກໍຈະສາມາດກຳນົດກຸ່ມທີ່ຢູ່ໃນຄວາມສ່ຽງສູງ ເພື່ອຈະໄດ້ສັກວັກແຊງປ້ອງກັນ

ໃນກຸ່ມດັ່ງກ່າວ ທັງນີ້ກໍເພື່ອຮັບປະກັນໃຫ້ວັກເເຊງ (ທີ່ມີໃນປະລິມານຈຳກັດນັ້ນ)

ເກິດຜົນຢ່າງສູງສຸດ.

 

23. ອົງການອະນາໄມໂລກຈະຈັດຕັ້ງ ຂະບວນການໂຄສະນາສັກວັກແຊງເພື່ອປ້ອງກັນ

ພະຍາດໄຂ້ຫວັດໃຫຍ່ສາຍພັນ A(H1N1) ໃນກຸ່ມປະຊາຊົນນຢ່າງກວ້າງຂວາງ ຫລືບໍ່?

ບໍ່. ອົງການຈັດຕັ້ງພາຍໃນເເຕ່ລະປະເທດຈະເປັນຜູ່ດຳເນີນການໂຄສະນາສັກວັກແຊງ

ປ້ອງກັນພະຍາດດັ່ງກ່າວ ອີງຕາມເເຜນເເຫ່ງຊາດຂອງຕົນເພື່ອກຽມຄວາມພ້ອມ ສຳ

ລັບການລະບາດຂອງພະຍາດ. ອົງການອະນາໄມໂລກ ກຳລັງສຶກສາຄົ້ນຄວ້າເບິ່ງວ່າ

ວັກເເຊງທີ່ຜະລິດອອກມານັ້ນຈະສາມາດບັນຈຸປະລິມານ ໃນນຶ່ງຫລອດ ທີ່ສາມາດໃຊ້ໄດ້

ກັບຫລາຍຄົນຫລືບໍ່, ທັງນີ້ກໍເພຶ່ອສະດວກໃນການສັກວັກເເຊງເເກ່ຄົນຈຳນວນຫລວງຫລາຍ

ໃນເວລາດຽວກັນຢ່າງໄວວາ ສຳລັບບັນດາປະເທດກຳລັງພັດທະນາຈະມີປະສົບການຫລາຍ

ທີ່ສຸດໃນການໂຄສະນາສັກວັກເເຊງປ້ອງກັນພະຍາດ ໃຫ້ທົ່ວເຖິງທຸກຄົນ ໂດຍສະເພາະເມື່ອ

ເກີດພາວະສຸກເສີນດ້ານສາທາລະນະສຸກທີ່ມີຕົ້ນເຫດຈາກການລະບາດຂອງພະຍາດຊຶມເຊື້ອ

ເຊັ່ນ: ການລະບາດຂອງພະຍາດອັກເສບເຍື່ອຫຸ້ມສະຫມອງແລະ ພະຍາດໄຂ້ເຫລືອງ

ຮວມທັງໂຄງການລົບລ້າງພະຍາດໂປລິໂອ ເເລະ ຄວບຄຸມພະຍາດຫມາກເເດງ.

 

24. ຄວາມເປັນໄປໄດ້ທີ່ຈະສັກວັກແຊງປ້ອງກັນໃຫ້ແກ່ປະຊາຊົນເປັນຈຳນວນຫລວງ

ຫລາຍໃນບັນດາປະເທດກຳລັງພັດທະນາມີຫລາຍຫນ້ອຍປານໃດ?

ບັນດາປະເທດກຳລັງພັດທະນາ ຈະມີປະສົບການໃນດ້ານຍຸດທະສາດ ເເລະ ພາກປະຕິ

ບັດຕົວຈິງສຳລັບການໂຄສະນາສັກຢາປ້ອງກັນພະຍາດໃນລະດັບທີ່ກວ້າງຂວາງມາກ່ອນແລ້ວ.

ບັນຫາຕົ້ນຕໍບໍ່ຂຶ້ນຢູ່ກັບຄວາມເປັນໄປໄດ້ຫລາຍຫນ້ອຍປານໃດ ແຕ່ບັນຫາຢູ່ທີ່ວ່າເຮົາຈະມີປະ

ລິມານຢາວັກແຊງຢ່າງພຽງພໍໃນເວລາໃດນຶ່ງນັ້ນຫລືບໍ່.

 

25. ມີການຄາດຄະເນແນວໃດ ກ່ຽວກັບປະລິມານຂອງວັກແຊງເພື່ອປັອງກັນພະຍາດໄຂ້

ຫວັດຕາມລະດູການ ທີ່ນຳໃຊ້ໃນແຕ່ລະປີມີຫລາຍປານໃດ?

ຄວາມຕ້ອງການໃນຕອນນີ້ມີປະມານບໍ່ເກີນ 500 ລ້ານຫລອດໃນເເຕ່ລະປີ.

 

26. ວັກແຊງສຳລັບປ້ອງກັນພະຍາດໄຂ້ຫວັດຕາມລະດູການຍັງຈະມີຕໍ່ໄປອີກບໍ່?

ໃນຕອນນີ້ຍັງບໍ່ທັນມິການແນະນຳໃຫ້ຢຸດເຊົາຜະລິດວັກເເຊງປ້ອງກັນພະຍາດ

ໄຂ້ຫວັດຕາມລະດູການເທື່ອ.

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2009 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເລື່ອງນີ້ ໄປເຫັນມານຳເນັດ ບໍ່ຮູ້ຢູ່ເວບໃດ ລືມແລ້ວ ອ່ານຫວ່າງສອງສາມປີກ່ອນນິລະ ແຕ່ຈື່ໄດ້ດີ ເລີຍເອົາມາເລົ່າຕໍ່ສະ

ຫລັງຈາກພາກທຳອິດເຮົາໄດ້ຮູ້ແລ້ວວ່າ ແມງສາບມາແຕ່ໃສ ແລະດຳລົງຊີວິດມາຫລາຍຍຸກຫລາຍສະໄຫມ ແນ່ນອນວ່າ

ແມງສາບສ້າງວິລະກຳໄວ້ຢ່າງຫລວງຫລາຍ ແຕ່ວິລະກຳຄັ້ງນີ້ ບໍ່ທຳມະດາ ວ່າລະກະເຂົ້າເລື່ອງກັນເລີຍ.

ແມງສາບໄວຫນຸ່ມໂຕນຶ່ງເກີດສົງໄສຂຶ້ນເລີຍຖາມພໍ່ວ່າ


- ພໍ່ໆ ເລົ່າເລື່ອງປູ່ໃຫ້ເຮົາຟັງແນ່ ເຮົາບໍ່ເຄີຍເຫັນບໍ່ເຄີຍຮູ້ຈັກປູ່ເລີຍ


- ເອີກະໄດ້ ຕັ້ງໃຈຟັງກະແລ້ວກັນຄ້ານເລົ່າຫລາຍເທື່ອ


   ວ່າແລ້ວແມງສາບຜູ່ເປັນພໍ່ ກໍແຫງນຫນ້າຂຶ້ນຟ້າລະນຶກເຖິງເຫດການໃນອະດີດ ແລ້ວເລີ່ມເລົ່າ:

ຕອນສະໄຫມປູ່ຂອງລູກເປັນບ່າວ ລາວມັກການຜະຈົນໄພ ເລີຍທ່ອງທ່ຽວໄປທົ່ວໂລກ ຈົນມື້ນຶ່ງ

ໄດ້ໄປພໍ້ກັບແມງສາບສາວງາມ ຫົວສີເຫລືອງເຂັ້ມ ຢູ່ທີ່ອາເມຣິກາ ເຊິ່ງກະແມ່ນຍ່າລູກຫັ້ນລະ

ປູ່ກັບຍ່າຮັກກັນ ແລະຢູ່ກິນນຳກັນຕັ້ງແຕ່ນັ້ນມາ ໄດ້ປະມານສອງເດືອນກໍມີລູກໂຕນ້ອຍໆຫນ້າຮັກໆ

ຄືພໍ່ລູກນິລະ ຢ່າງຫລວງຫລາຍ ພວກເຮົາເປັນຄອບຄົວໃຫຍ່ອາໃສໃນເມືອງໃຫຍ່ຂອງປະເທດ

ທີ່ຂຶ້ນຊື່ວ່າ ຜູ້ນຳໂລກ (ເມກາຫັ້ນລະ) ປູ່ລູກເປັນແມງສາບທີ່ເຂັ້ມແຂງ ກ້າຫານ ແລະມັກສິ່ງທ້າທາຍ

ເປັນພໍ່ຂອງລູກທີ່ດີ.


     ແຕ່ແລ້ວເຫດການບໍ່ຄາດຝັນກໍເກີດຂຶ້ນ ມື້ນຶ່ງໃນຂະນະທີ່ປູ່ກຳລັງເລັມກິນຊ໋ອກໂກແລັດໃນ

ກະເປົາຂອງເຈົ້າຂອງເຮືອນຫລັງທີ່ພວກເຮົາອາໄສຢູ່ ຈົນລືມເວລາ ເລີຍຕິດໃນກະເປົາໄປບ່ອນເຮັດ

ວຽກເລີຍ. ຫລັງຈາກທີ່ບໍ່ເຫັນປູ່ ຍ່າກໍພະຍາຍາມເກາະຂາໂສ້ງເຈົ້າຂອງເຮືອນເພື່ອໄປຊອກຫາປູ່

ໃນມື້ຕໍ່ມາ ແຕ່ກໍສວາຍເກີນໄປແລ້ວ ແຕ່ຍ່າກໍບໍ່ໄດ້ລົດລະຄວາມພະຍາຍາມ ຍ່າອອກສອບຖາມແມງ

ສາບໂຕອື່ນໆໃນຄຸ້ມນັ້ນ "ລຸງຈ໋ອດ(ແມງສາບພັນປະສົມອາເມຣິກາກັບຍີ່ປຸ່ນ) ບອກວ່າປູ່ຫັ້ນຖືກຢຽບ

ຕິດພື້ນເກີບແລ້ວ ໃຫ້ຍ່າທຳໃຈສະ"


    ຍ່າຄືນມາເຮືອນດ້ວຍຄວາມໂສກເສົ້າເສຍໃຈທີ່ສຸດໃນຊີວິດຂອງແມງສາບໂຕນຶ່ງ
ແຕ່ແລ້ວຂ່າວ

ທີ່ຫມົດຄອບຄົວຢາກໄດ້ຍິນກໍມາ ບອກວ່າປູ່ຍັງບໍ່ຕາຍ ແຕ່ປູ່ຕິດຢູ່ໃນຮ່ອງພື້ນເກີບຂອງຄົນຜູ່ນຶ່ງ

ໃນຈັງຫວະທີ່ກຳລັງຈະຖືກຢຽບ ປູ່ພະຍາຍາມຫົດໂຕໃຫ້ນ້ອຍທີ່ສຸດ ຈົນໄປຄາໃນຮ່ອງເກີບແລ້ວ

ອອກບໍ່ໄດ້ ປູ່ຕິດຢູ່ໃນຫັ້ນດົນປານໃດບໍ່ຮູ້ ຮູ້ແຕ່ພຽງວ່າເຈົ້າຂອງເກີບດັ່ງກ່າວ ໄດ້ເດີນທາງໄປໄກ

ແສນໄກ ປູ່ຮູ້ໂຕວ່າກຳລັງຈະໄດ້ໄປໃສ ປູ່ຕັ້ງສະຕິ ແລະທຳໃຈອົດທົນ ເພາະປູ່ຮູ້ວ່າການເດີນທາງ

ຄັ້ງນີ້ ເປັນຄັ້ງທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງແມງສາບນັກຜະຈົນໄພ ເພາະໂລກຕ້ອງຈາລຶກຊື່ຂອງ

ປູ່ໄວ້ໃນປະຫວັດສາດແນ່ນອນ

   ແລະແລ້ວມື້ນັ້ນກໍມາຮອດ ມື້ີທີ່ຊາຍຫນຸ່ມເຈົ້າຂອງເກີບເດີນທາງເຖິງທີ່ຫມາຍ ປູ່ສວດມົນໄຫວ້

ພຣະ ວິງວອນແກ່ສິ່ງສັກສິດ ໃຫ້ມອບພະລັງຄັ້ງສຸດທ້າຍ ເພື່ອຈະເຮັດສິ່ງທີ່ຍິ່ງໃຫຍ່ ໃນວິນາທີ

ນັ້ນວິນາທີທີ່ຊາຍຄົນນັ້ນເປີດປະຕູອອກ ປູ່ຖືກແຮງດັນມະຫາສານບີບເຂົ້າມາໃສ່ຕົນໂຕ ປູ່ບໍ່ຍອມ

ງ່າຍໆ ລາວກັ້ນໃຈແລ້ວພະຍາຍາມຍືດຕີນອອກມາໃຫ້ຫວິດພື້ນເກີບ ດ້ວຍພະລັງຮັກໃນຄອບຄົວ

ດ້ວຍພະລັງຄວາມກ້າ ທີ່ຈະສ້າງປະຫວັດສາດຄັ້ງໃຫຍ່ໃຫ້ເຜົ່າພັນແມງສາບ ປູ່ເຮັດສຳເລັດ ປູ່ເດ່ຂາ

ອອກມາ ເກີບດັ່ງກ່າວລອຍຢູ່ກາງອາກາດກຳລັງຈະແຕະພື້ນ ປູ່ເດ່ອອກມາສຸດຢຽດ ແລະແລ້ວ

ຕີນປູ່ກໍສຳຜັດກັບພື້ນ ກ່ອນເຈົ້າຂອງເກີບພຽງເສດວິນາທີ ແລ້ວຮ່າງກາຍຂອງປູ່ກໍແຫລກສະຫລາຍ

ໄປໃນພິບຕາ.

     ປູ່ຕາຍຈາກໂລກນີ້ໄປຖິ້ມໄວ້ພຽງຄວາມຍິ່ງໃຫຍ່ຫລົງເຫລືອໃຫ້ລູກຫລາຍຢ່າງພວກເຮົາ


      ມື້ນັ້ນຄົນທົ່ວໂລກຕ່າງເບິ່ງພາບການຖ່າຍທອດສົດ ມະນຸດຄົນທຳອິດທີ່ໄປຢຽບດວງຈັນ

ແຕ່ຖ້າສັງເກດດີໆ ຢູ່ໃນຮອຍເກີບຂອງ ເນລ ອາມສຕຣອງ (neil armstrong) ທີ່ຢຽບພື້ນດວງ

ຈັນນັ້ນ ມີຮອຍນ້ອຍໆຢູ່

       ນັ້ນລະຮອຍຕີນປູ່ລູກ ແລະເປັນສິ່ງມີຊີວິດຈາກໂລກທຳອິດທີ່ຢຽບລົງດວງຈັນ.

alt

ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2009 | ມີ 26 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ອິອິ ມີເລື່ອງເລົ່າກ່ຽວກັບແມງສາບມາເລົ່າ


        ຄືທີ່ຫລາຍຄົນອາດເຄີຍພົບເຄີຍເຫັນແມງສາບຕາມບ້ານຕາມເຮືອນ ເປັນແມງໄມ້ທີ່ຄືສິບໍ່ມີໃຜຮັກ (ເຮັດໃຫ້ຜູ່ຊາຍ

ສາວແຕກມາແລ້ວຫລາຍລາຍ 555+) ແຕ່ແມງໄມ້ທີ່ຄົນຊັງ ແລະລັງກຽດຊະນິດນີ້ ຜັດເປັນທີ່ຮັກຂອງນັກວິສະວະກຳ

ນັກວິທະຍາສາດລະດັບໂລກ ທັງເລື່ອງການເຄື່ອນໄຫວຂອງແມງສາບທີ່ສາມາດເຄື່ອນໄປໄດ້ໃນພື້ນທີ່ກັນດານສຸດໆໆ

ຈົນເຖິງຂັ້ນມີການສ້າງຫຸ່ນຮຽນແບບການເຄື່ອນໄຫວຂອງແມງສາບເພຶ່ອເອົາໄປສຳຫລວດນອກໂລກກະມີ ຫລືການທີ່ແມງ

ສາບສາມາດຢູ່ລອດໄດ້ໃນສະພາວະທີ່ໂຫດຮ້າຍສຸດໆ ທີ່ສັດຊະນິດອື່ນຢູ່ບໍ່ໄດ້ (ຮວມທັງນິວເຄລຍລະເບີດ ວ້າວ) ດັ່ງນັ້ນແມງ

ສາບຖືເປັນແມງໄມ້ດຶກດຳບັນຊະນິດນຶ່້ງເລີຍກໍວ່າໄດ້.

alt

 

       ເອົ້າໆເວົ້າຍາວແລ້ວ ມາເຂົ້າເລື່ອງເລີຍດີກວ່າ ໃນເມື່ອແມງສາບເປັນແມງໄມ້ທີ່ມີອາຍຸອານາມຫລາຍພັນປີ

ແນ່ນອນວ່າມັນຕ້ອງມີເລື່ອງເລົ່າແນ່ລະເນາະ ແບບວ່ານິທານຫັ້ນນ່າ ມາອ່ານນິທານກ່ຽວກັບແມງສາບກັນເລີຍ.

        ແຕ່ກີ້ແຕ່ກ່ອນ ແຕ່ດົນແຕ່ນານ ຕັ້ງແຕ່ຫລາຍໆຄົນຍັງເປັນອະສຸຈິ, ບາງຄົນຍັງເປັນລູກ

ເປັນຫລານເປັນເຫລນເປັນຫລອນອະສຸຈິ ກະວ່າໄປ ກຣັ໋ກໆໆໆໆ ມີເຈົ້າຊາຍອົງນຶ່ງທີ່ຮູບ

ງາມ ເປັນທີ່ຫມາຍປອງຂອງຍິງສາວທົ່ວລາຊອານາຈັກ (ຜູ່ຊາຍເຫັນກໍຢາກເປັນຜູ່ຍິງ

ເລີຍພາກັນເປັນເກ ກ໋າກໆໆ) ນອກຈາກຫນ້າຕາດີແລ້ວ ຮູບຮ່າງຂອງເຈົ້າຊາຍອົງນີ້ກໍສົມ

ບູນແບບ ໄຮ້ທີ່ຕິ ເຮັດໃຫ້ບັນດາຍິງສາວມັກມາຈອບເບິ່ງ ເຈົ້າຊາຍອົງນີ້ອາບນ້ຳ ຮວມທັງ

ແມ່ມົດຕົນນຶ່ງນຳອີກ.

alt

ເຈົ້າຊາຍຫນ້າອອກເກົາຫລີແຫະ

 

       ແລະແລ້ວມື້ອັນນໍອັນນຶ່ງ ໃນຂະນະທີ່ແມ່ມົດກຳລັງ ຫື່ນ ເອີ້ຍກຳລັງຈອບເບິ່ງເຈົ້າຊາຍອາບ

ນ້ຳຢູ່ນັ້ນ ເຈົ້າຊາຍບັງເອີນຮູ້ໂຕ ກໍເລີຍຈັບເສື້ອຜ້າມານຸ່ງຢ່າງໄວດ້ວຍຄວາມໄວແສງ ເນື່ອງຈາກ

ຮັກເນື້ອສະຫງວນຕົວຢ່າງສູງ ເຈົ້າຊາຍບໍ່ຫລາຍເລື່ອງຮີບແລ່ນໄປຫາແມ່ມົດຢ່າງໄວວາ ດ້ວຍ

ຄວາມໄວແສງອີກ ແມ່ມົດທີ່ອາລົມຫື່ນເອີ້ຍທີ່ຍັງຈອບເບິ່ງດ້ວຍຄວາມບໍ່ຮູ້ໂຕ ເມື່ອເຫັນເຈົ້າຊາຍ

ມາຢູ່ທາງຂ້າງກໍຕົກໃຈ.

alt

ແມ່ມົດຫນ້າດາວອັງຄານອີ່ຫລີ່ກ໋າກໆໆໆ

ເຈົ້າຊາຍ: "ເຈົ້າແມ່ນໃຜ ມາແຕ່ໃສ ກ້າດີແນວໃດມາຈອບເບິ່ງຂ້ອຍອາບນ້ຳ"


ແມ່ມົດ: "ແຫະໆ (ຫົວແບບແມ່ມົດ) ກະຢາກເບິ່ງຂອງດີ ມີດີກະຢ່າເກັບໄວ້ແມ້"(ຍັງຫື່ນບໍ່ເຊົາ)


ເຈົ້າຊາຍຫລຽວເບິ່ງຫນ້າແມ່ມົດແລ້ວເບະສົບໃສ່ຫລັງຈາກນັ້ນກໍເວົ້າອອກມາ


ເຈົ້າຊາຍ: "ຫນ້າຄືພື້ນດາວອັງຄານຂະຫນາດຍານຍັງລົງຈອດບໍ່ໄດ້ ແບບນີ້ຍັງກ້າມາຈອບເບິ່ງ

ເສີຍຫວະ" (ເອີຍຸກນັ້ນມີຍານອະວະກາດນຳແຫະ)


ເມື່ອແມ່ມົດໄດ້ຍິນ ຄຳດູຫມິ່ນຂອງເຈົ້າຊາຍ ທີ່ເອົາຫນ້າໄປທຽບກັບພື້ນຕ່າງດາວ ກໍເລີຍໃຈ

ຮ້າຍລືມອາລົມຫື່ນທັນທີ.


ແມ່ມົດ: "ຫນ້າຕາກະດີ ແຕ່ລ້ຽງ Monitor(ຈໍ) ໄວ້ໃນປາກແບບນີ້ ຕ້ອງເຈິເວດມົນອັນເກັ່ງກ້າ

ກູສິສາບ*********ໃຫ້ເປັນແມງໄມ້ທີ່ບໍ່ສາມາດອາບນ້ຳໄດ້ ແຕ່*********ກໍຍັງມີໂອກາດ ຖ້າຍອມໃຫ້ກູມາ

ຈອບເບິ່ງ*********ອາບນ້ຳທຸກມື້ ຕອບມາສິເອົາແບບໃດ"


ເຈົ້າຊາຍ: (ດ້ວຍຄວາມຮັກເນື້ອສະຫງວນຕົວຢ່າງສູງ) ກູຍອມໃຫ້*********ສາບ ດີກວ່າສິມາຖືກ

*********ລວນລາມທາງສາຍຕາ 555

     ຫລັງຈາກນັ້ນແມ່ມົດກໍຈັດການເສກໃຫ້ເຈົ້າຊາຍເປັນແມງໄມ້ສີນ້ຳຕານໂຕນຶ່ງ
ແມ່ມົດ: "ຄັນ*********ຢາກກັບຄືນມາເປັນຄົນ*********ຕ້ອງໃຫ້ຜູ່ສາວຈູບໃຫ້" (ຄຸ້ນໆຄືໃນເລື່ອງຫຍັງຫວະ)

      ຫລັງຈາກເຈົ້າຊາຍຖືກເສກໃຫ້ກາຍເປັນແມງໄມ້ແລ້ວເຈົ້າຊາຍກໍອອກນຳຫາ ຍິງສາວ

ທີ່ຈະມາແກ້ມົນຄຳສາບໃຫ້ຕົນ ແຕ່ເນື່ອງຈາກແມງໄມ້ທີ່ເຈົ້າຊາຍເປັນນັ້ນບໍ່ສາມາດອາບ

ນ້ຳໄດ້ ເຈົ້າຊາຍຈຶ່ງມີກິ່ນໂຕເຫມັນ ເມື່ອມີຍິງສາວຈະຈູບຂະເຈົ້າກໍເຫມັນສາບແລ້ວເຊົາກ່ອນ

ເຈົ້າຊາຍເລີຍບໍ່ສົມຫວັງແລະບໍ່ສາມາດກາຍເປັນຄົນຄືນໄດ້ອີກເລີຍ.

ແລະນີ້ເອງຄືທີ່ມາຂອງແມງສາບ ກຣັ໋ກໆໆໆໆໆ

ສາວໆໃດຢາກໄດ້ເຈົ້າຊາຍໃນຝັນ ຫວ່າງໆລອງຈັບແມງສາບມາຈູບເບິ່ງເດີ້ 555


ເອົາມາຈາກ: kaikudo.exteen.com

 

alt

ຂຽນເມື່ອ ຂຽນເມື່ອ: ພ.ພ.. 4, 2009 | ມີ 27 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ບໍ່ໄດ້ເກີນນຳໂຕເອງດອກ ຟັງຕໍ່ມາຈາກຫມູ່

ເລື່ອງຂອງເລື່ອງກໍຄື ອາຈານສອນຂອງຫມູ່ຂ້າພະເຈົ້ານິລະ ຢູ່ຄະນະອັນນໍອັນນຶ່ງບໍ່ຂໍເປີດເຜີຍຊື່

ອາຈານທ່ານນັ້ນເພິ່ນໄດ້້ເລົ່າປະສົບການ ຕອນສະໄຫມເພິ່ນຮຽນຢູ່ປະເທດອົດສະຕາລີ ເລື່ອງມີຢູ່ວ່າ:

"ໃນຊົ່ວໂມງຂຶ້ນຫ້ອງທົດລອງ ອາຈານສອນປະຈຳຊົ່ວໂມງ ກ່າວຕອນຕົ້ນວ່າມື້ນີິ້ຈະຮຽນວິເຄາະນ້ຳລາຍ

ຫາເຊື້ອເບາະຫລືຫາຫຍັງບຸ (ບໍ່ຈື່) ແຕ່ຕ້ອງການອາສາສະຫມັກ ທີ່ຈະໃຫ້ເອົານ້່ຳລາຍມາວິເຄາະ

ມິດໄປຫມົດຫ້ອງ ພໍດີມີນັກສຶກສາຍິງຄົນນຶ່ງ ມາຊ້າ (ເປັນຄົນຕ່າງປະເທດ ບໍ່ຮູ້ວ່າປະເທດໃດ)

ອາຈານຫລຽວໄປກໍຍິ້ມໃສ່ ແລ້່ວບອກກັບນັກຮຽນໃນຫ້ອງວ່າ ໄດ້ອາສາສະຫມັກແລ້ວ

ສາວນັ້ນກໍງົງ ແລ້ວອາຈານກໍອະທິບາຍ ຫລັງຈາກນັ້ນກໍເອົານ້ຳລາຍຂອງຜູ່ກ່ຽວມາວິເຄາະ

ຫລັງຈາກວິເຄາະອອກມາແລ້ວ ອາຈານທ່ານນັ້ນກໍມິດໄປດົນເຕີບ ແລະຫລຽວເບິ່ງຫນ້ານັກສຶກສາ

ຄົນນັ້ນແປກໆ ນັກຮຽນໃນຫ້ອງສົງໄສເລີຍເລີ່ມຖາມຕ່າງໆນາໆ ທ່ານອາຈານຄົນດັ່ງກ່າວ

ຫັນຫນ້າໄປເວົ້ານຳນັກສຶກສາຍິງຄົນນັ້ນວ່າ:

ອາຈານ: ໄປເຮັດຫຍັງມາມື້ເຊົ້ານີ້

ນັກສຶກສາຍິງ:... (ມິດ)

ນັກຮຽນຄົນອື່ນ: ເປັນຫຍັງອາຈານ ເປັນຫຍັງໆໆໆ

ອາຈານ: ເອີຄືວ່າຜົນການກວດນ້ຳລາຍປາກົດວ່າໃນນ້ຳລາຍ ມີອະສຸຈິ ປະສົມຢູ່ນຳ

(ທີ່ແທ້ສາວນັ້ນມາຂຶ້ນຫ້ອງຊ້າແມ່ນຍ້ອນຄາຊ້ຳເຊົ້າ ກ໋າກໆໆໆໆໆໆໆໆໆໆ)"

 

ເລື່ອງເລົ່າມາຫຍໍ້ໆ ແຕ່ເຮົາເອົາມາຕື່ມລາຍລະອຽດຫນ້ອຍນຶ່ງເດີ້ ເພື່ອໃຫ້ອ່ານມ່ວນ ອິອິ

ຂອບໃຈເຈົ້າຂອງເລື່ອງ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 24, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

ພໍດີມີເລື່ອງໄປພົບໄປພໍ້ມາ ເລີຍຢາກມາຂຽນເລົ່າສູ່ພີ່ນ້ອງພັນລາວໃຫ້ອ່ານກັນ ອິອິ

ຄືກ່ອນຫນ້ານີ້ຂ້າພະເຈົ້າ (ຫມີນ້ອຍ ນ້ອຍແທ້ນ້ອຍວ່າ) ໄດ້ອ່ານປຶ້ມກ່ຽວກັບທັມມະ ລະໄປພົບຄຳສອນຄຳນຶ່ງເຂົ້າ

ວ່າແນວນີ້ "ຢ່າຫາເງິນ ແຕ່ຈົ່ງໃຫ້ເງິນມາຫາເຮົາ"

ໂອ່ເວົ້າຮອດເງິນໆຄຳໆ ໃຜໆກໍຢາກໄດ້ແລະພະຍາຍາມຫາເນາະ ຫ້ວຍເປັນຫຍັງພຣະເພິ່ນຄືມາບອກແນວນີ້

ຂ້າພະເຈົ້າກະຄຶດໆໆໆໆໆໆໆ ລະກະຄົງມີຄວາມຫມາຍປະມານວ່າ:

"ຄົນທີ່ເຮັດວຽກ ຫມາຍຄວາມວ່າເຮັດທຸກວິທີເພື່ອໃຫ້ໄດ້ເງິນ ເຊັ່ນເອົາປຽບຄົນອື່ນ ສໍ້ໂກງຄົນອື່ນ ເປັນໂຈນ ຂີ້ລັກປຸ້ນຈີ້ ຫລືເຮັດວຽກແບບບໍ່ສົນໃຈໃຜບໍ່ສົນຄອບຄົວບໍ່ໄວ້ຫນ້າໃຜຕ້ອງການເງິນລູກດຽວ ອັນນີ້ເອີ້ນວ່າ ພວກຫາເງິນ"

ໂອ່ ຫາເງິນລະເປັນຊີ້ເນາະ ບາດນິມາເບິ່ງໃຫ້ເງິນມາຫາເຮົາ

"ແມ່ນຄົນທີ່ທຳມາຫາກິນດ້ວຍຄວາມສຸດຈະລິດ ບໍ່ສໍ້ໂກງ ຫາກິນດ້ວຍຄວາມມີນ້ຳໃຈ ບໍ່ຫວັງແຕ່ຜົນກຳໄລລູກດຽວອັນນີ້ແມ່ນເງິນມາຫາເຮົາ"

 

ໂອ່ຫລາຍຄົນອ່ານແລ້ວກະສິວ່າ ບະເຮັດຊີ້ຫລຸບທຶນຕາຍ ແຕ່ຢ່າຟ້າວໆໆໆໆໆ ມື້ວານນີ້ໄດ້ໄປເຫັນມາເປັນຕົວຢ່າງນຶ່ງ ເລື່ອງມີຢູ່ວ່າ

ມື້ວານນີ້ກາຍໄປທາງໂຮງກາຍຍະສິນ ພໍດີເຫັນບ່ອນເຂົາເຈົ້າຂາຍນ້ຳຂາຍຂອງກິນຢູ່ທາງຫນ້າເປັນຕະຫລາດນ້ອຍອັນນຶ່ງລະ ພໍດີຄຶດຢາກປາຕັ້ງໂກ໋ ເລີຍແວ່ຊື້ ດ້ວຍຄວາມບໍ່ເຄີຍຊື້ຫຍັງຫລາຍ ກໍເລີຍບໍ່ຮູ້ລາຄາ (ສ່ຽງຕໍ່ການຖືກຕົ້ມຂະຫນາດ) ກະເລີຍຖາມວ່າ ກ້ອນລະທໍ່ໃດ ເຈົ້າຂອງຮ້ານ (ສອງເອື້ອຍນ້ອງ) ກະຍິ້ມຕອບ (ເຈົ້າຂອງຮ້ານຍິ້ມງາມຫລາຍ ເຖິງວ່າຫນ້າຕາບໍ່ແມ່ນນາງງາມ ແຕ່ການຍິ້ມແບບຈິງໃຈມັນກະງາມໄປອີກແບບເດີ້) ວ່າ ກ້ອນລະພັນກີບ (ໃນຂະນະນັ້ນເຮົາກະເຮັດຫນ້າຕົກໃຈຫນ້ອຍນຶ່ງ ເພາະຄຶດວ່າມັນແມ່ນກ້ອນລະສອງພັນມາໄດ້ຍິນພັນກີບ ອື້ງໄປຫນ້ອຍນື່ງ ອຶອຶ) ຫລັງຈາກນັ້ນກະບອກວ່າເອົາສີ່ກ້ອນ ເຈົ້າຂອງຮ້ານກະຈັດການໃສ່ຖົງໃຫ້ຮຽບຮ້ອຍ ແຕ່ຂ້າພະເຈົ້າສັງເກດເຫັນວ່າຂະເຈົ້າເອົາໃຫ້ຫ້າກ້ອນ ດ້ວຍຄວາມຢ້ານໄດ້ຈ່າຍເງິນຕື່ມກຳລັງສິທ້ວງ ແຕ່ທາງເອື້ອຍກະຍິ້ມມາວ່າ ແຖມໃຫ້ເດີ້ (ໂອ້ພະຂ້ອຍ ອື້ງຮອບສອງ) ຊື້ສີ່ກ້ອນ ສີ່ພັນກີບ ແຖມເສີຍ ເທື່ອຫນ້າຄັນໄດ້ກາຍໄປອີກຮັບຮອງຊື້ຮ້ານເກົ່ານີ້ແນ່ນອນ.

ນີ້ລະຈັ່ງວ່າ ຢ່າຫາເງິນ ແຕ່ໃຫ້ເງິນມາຫາເຮົາ ດັ່ງຮ້ານປາຕັ້ງໂກ໋ ສອງເອື້ອຍນ້ອງນີ້ລະ ເຖິງມື້ນີ້ຈະບໍ່ໄດ້ກຳໄລຫລາຍຫຍັງແຕ່ກໍບໍ່ຫລຸບທຶນ ແລະຍັງໄດ້ກຳລັງນ້ຳໃຈ ແນ່ນອນເທື່ອຫນ້າລູກຄ້າທີ່ເຄີຍຊື້ເຂົາກໍຕ້ອງຢາກມາຊື້ອີກ ນິລະຈັ່ງວ່າ "ໃຫ້ເງິນມາຫາເຮົາ"

ຂຽນເມື່ອ ຂຽນເມື່ອ: ມ.ສ.. 21, 2009 | ມີ 44 ຄຳເຫັນ ແລະ 0 trackback(s)

alt

ຫລັງຈາກທີ່ຫວ່າງອາທິດທີ່ຜ່ານມາ ມີຂ່າວລືເວົ້າສະພັດກັນໄປທົ່ວ ເລື່ອງເຫດການຍິງກັນຕາຍຢູ່ໄອໂມບາຍ ເຊິ່ງກະແສປາກຕໍ່ປາກຢູ່ບ້ານເຮົາ ຍິ່ງໄປໄວກວ່າດາວທຽມອີກວຸ້ 555

ແລະແລ້ວມື້ນີ້    ຫນັງສືພິມລາວພັດທະນາສະບັບມື້ນີ້ ວັນທີ 22 ເມສາ 2009 ພາດຫົວຂໍ້ຂຶ້ນຫນ້າ 1 ວ່າ

ຕໍາຫລວດຍິງດັບແຄ້ນແຟນສາວ ກ່ອນຈະປິດຊີບຕົນເອງຕາຍຕາມ

            ທ້າວຫອມ ຕໍາຫລວດຊັ້ນສິບເອກ ຂອງກອງຕໍາຫລວດບັນຊາການເຄື່ອນທີ່ ຫ້າມອາລົມຕົນ

ເອງບໍ່ໄຫວ ເອົາປືນອາກາປະຈໍາຫນ້າທີ່ຍິງດັບແຟນສາວ ແລະຕັດສິນໃຈຍິງຕົນເອງຕາຍ ເຊິ່ງເຫດ

ການດັ່ງກ່າວເກີດຂຶ້ນໃນວັນທີ 17 ເມສາ 2009 ຢູ່ສູນຈໍາຫນ່າຍເຄື່ອງໄຟຟ້າໄອໂມບາຍ ທີ່ບ້ານຫັດ

ສະດີ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

            ຕາມການລາຍງານຂອງ ທ່ານ ພັນໂທ ແສງເພັດ ພົມມະລີ ຮອງຫົວຫນ້າກອງບັນຊາການ

ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເຫດການດັ່ງກ່າວໄດ້ເກີດຂຶ້ນເວລາປະມານ

11.30 ຂອງວັນທີ 17 ເມສາ 2009 ໂດຍເບື້ອງທ້າວຫອມ ອາຍຸ 21 ປີ ເປັນເຈົ້າຫນ້າທີ່ຊັ້ນສິບເອກ

ສັງກັດຢູ່ກອງບັນຊາການຕຳຫລວດເຄື່ອນທີ່ 208 ໄດ້ອອກໄປປະຈຳການ ແຕ່ກ່ອນຈະອອກໄປປະຈໍາ

ການນັ້ນ ທ້າວຫອມໄດ້ໄປແວ່ຫາ ນາງ ເພັງພະຈັນ (ປິ່ງ) ອາຍຸ 18 ປີ ເຊິ່ງເປັນແຟນຜູ່ກ່ຽວ ທີ່ເປັນພະນັກ

ງານຢູ່ສູນໄອໂມບາຍ. ກ່ອນເກີດເຫດທັງສອງໄດ້ພາກັນເຂົ້າໄປລົມກັນຢູ່ສາງເຄື່ອງຊັ້ນລຸ່ມ ຫລັງຈາກ

ນັ້ນກໍໄດ້ຍິນສຽງປືນດັງຂຶ້ນຈຳນວນ 4 ນັດ ເທື່ອເຂົ້າໄປເບິ່ງ ແລ້ວພົບວ່າ ນາງ ປິ່ງ ຖືກຍິງ 3 ນັດ

ແລະທ້າວຫອມ 1 ນັດ.

            ທ່ານ ພັນໂທ ແສງເພັດ ບອກວ່າ: ສຳລັບຄະດີດັ່ງກ່າວນີ້ທາງເຈົ້າຫນ້າທີ່ຍັງຢູ່ໃນຂັ້ນຕອນການ

ສືບສວນຕື່ມ ແຕ່ຄາດວ່າເຫດ

ການອາດຈະເກີດມາຈາກບັນຫາຊູ້ສາວ.

ເອົາມາຝາກເພື່ອຄວາມກະຈ່າງແຈ້ງ ບໍ່ໃຫ້ໄປເວົ້າຕື່ມໃສ່ໂລໆເລໆ ດັ່ງທີ່ຜ່ານມາ ບາງຄົນວ່າເປັນຍາມ

ບາງຄົນວ່າຜູ້ຍິງບໍ່ຕາຍ ຫຍັງຕ່າງໆນາໆ ບາດນິກໍກະຈ່າງແຈ້ງແລ້ວ ໃຜຍັງເຂົ້າໃຈຜິດກໍເອົາໃຫ້ຂະເຈົ້າ

ອ່ານໂລດເດີ້ ເພື່ອສິບໍ່ໄດ້ໄປເວົ້າແບບເກີນຄວາມຈິງ ດຽວສິວຸ່ນວາຍກັນໄປໃຫຍ່.

 

ກໍເປັນອີກກໍລະນີນຶ່ງທີ່ບໍ່ຫນ້າຈະເກີດຂຶ້ນໄດ້ໃນສັງຄົມບ້ານເຮົາ ແຕ່ສຳຄັນເຮົາຄົນລາວຕ້ອງຮູ້ເຫັນໃຈ

ແລະບໍ່ພະຍາມເວົ້າໂລໆເລໆ ໃຫ້ຕັ້ງສະຕິ ຖ້າຟັງຂ່າວທີ່ມີມູນຄວາມຈິງ ຢ່າໃຫ້ເປັນ ກາເຈັດສົບ

ເຈັດປາກເດີ້ ອິອິ.

 ນີ້ລະນໍ້ເພິ່ນວ່າ ຄວາມຮັກເຮັດໃຫ້ຄົນຕາບອດ ເລີຍມີຮູບມາຝາກ ເຖິງບັນດາຄົນທີ່ກຳລັງຕາບອດ

ນຳຄວາມຮັກ ຮູບນີ້ຊື່ວ່າ ພາຍໃຕ້ຄວາມງາມ

alt

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 20, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

ສບດ ມື້ນີ້ ສຸກທີ 20 ມີນາ 2009

ຕື່ນນອນມາອ່າວສວາຍ ຝົນກໍເລີ່ມຕົກ ບັນຍາກາດແບບນີ້ສ່ວນໃຫຍ່ຫລາຍຄົນກໍມັກວ່າມັນເຢັນສະບາຍ ກິນແຊບນອນສະບາຍ ຕ່າງໆນາໆ ວ່າກັນໄປ ແຕ່ສ່ວນໂຕແລ້ວ ມັນເປັນອີ່ຫຍັງທີ່ ທໍລະມານຫລາຍ ເວລາຝົນຈະຕົກຟ້າບົດ ອາກາດເອົ້າ ນີ້ລະ ເຫື່ອໄຫລໄຄຍ້ອຍ ມັນເອົ້າ ແຕ່ມັນຊຸ່ມ ເມື່ອເຫື່ອອອກ ເສື້ອຜ້່າອາພອນມັນກໍຊຸ່ມໄປຫມົດ ໂອ້ຍທໍລະມານ ອາກາດຊຸ່ມໆແບບນີ້ບໍ່ມັກອີ່ຫລີ່ (ບໍ່ມັກຝົນຄືກັບນາງເອກ Twilight) ແຕ່ກະຫນີບໍ່ຫວິດ ອີກຈັກຫນ້ອຍຍາມຝົນກໍມາຮອດແລ້ວ ແຕ່ສິ່ງທີ່ຢາກເລົ່າຕໍ່ໄປນີ້ແມ່ນເລື່ອງຈິງທີ່ເກີດຂຶ້ນ ເລື່ອງທີ່ໃຫ້ຂ້ອຍ ຢ້ານຟ້າຮ້ອງມາຈົນດຽວນີ້.

ຕອນນັ້ນຮຽນຢູ່ ປ2 ປະຖົມສີອຳພອນ ມື້ນັ້ນຝົນຕົກແຮງຫລາຍ ເປັນຊົ່ວໂມງເລິກຫລິ້ນ ສຽງວົນແຊວ ຕາມພາສາເດັກນ້ອຍປ2 ຫັ້ນລະ ດັງປະສົມກັບສຽງຟ້າຮ້ອງ ຕອນນັ້ ຟ້າຮ້ອງຖືເປັນເລື່ອງປົກກະຕິສຳລັບຂ້ອຍ ສຽງວົນແຊວບໍ່ມີທ່າທີວ່າຈະສະຫງົບລົງ ປະສານສຽງຟ້າຮ້ອງທີ່ຍິ່ງດັງຂຶ້ນເລື້ອຍໆ ຂ້ອຍບໍ່ມັກສຽງແຊວເນືອງນັນປານໃດ ໃນຂະນະນັ້ນ ບັກກິ ຫມູ່ຂ້ອຍມັນແລ່ນມາທາງຫລັງ ແລ້ວຮ້ອງໃສ່ຫູຂ້ອຍວ່າ "ຟ້າຮ້ອງຢ່າເອົາມືອັດຫູ ດຽວຟ້າສິຜ່າຫົວ" ຈັກຂ້ອຍໄປຟັງແນວໃດບໍ່ຈັກ ໄປໄດ້ຍິນວ່າໃຫ້ເອົາມືອັດຫູ ປະສາດຮັບສຽງຈາກຫູ ໄດ້ຍິນແນວນັ້ນກໍສົ່ງໄປຫາສະຫມອງໂດຍໄວ ໂດຍບໍ່ລໍຊ້າສະຫມອງຂ້ອຍສັ່ງໃຫ້ມືທັງສອງຂ້າງຍົກຂຶ້ນອັດຫູໂດຍໄວ ໄດ້ບໍ່ພໍຄາວ ບັກກິ ເຈົ້າເກົ່າ ກໍຟ້າວແລ່ນມາຫາຂ້ອຍລະໄງ້ມືເບື້ອງຊ້າຍຂ້ອຍອອກ ພ້ອມກັບຮ້ອງໃສ່ວ່າ "ມ.ເຮັດຫຍັງບັກນິ ກ.ບອກບໍ່ໃຫ້ອັດຫູ ມ.ອັດແບບນີ້ດຽວຟ້າຜ່າຕາຍ ຫມົດຫ້ອງລະ" (ຈັກມັນໄປເອົາມາແຕ່ໃສເອົາມືອັດຫູລະຟ້າຜ່າ -..-) ຂ້ອຍຍັງມຶນງົງແລະສຳສົນກັບຄຳເວົ້າຂອງບັກກິ ມືຂວາຍັງອັດຫູຢູ່ແຫນ້ນ ໃນຂະນະນັ້ນເອງ "ຟ້າຜ່າ" ຟ້າໄດ້ຜ່າລົງມາກາງກົກສັກ ທີ່ຢູ່ຕໍ່ຫນ້າຫ້ອງຮຽນຫ່າງບໍ່ຮອດ 20 ແມັດ  ອີ່ພໍ່ອີ່ແມ່ເອີ້ຍ ຂວັນເອີ້ຍຂວັນມາ ເປັນເຫດການທີ່ຝັງເລິກ ຍາກສິຂຸດອອກ ສົ່ງຜົນໃຫ້ປັດຈຸບັນນີ້ຂ້ອຍຢ້ານຟ້າຮ້ອງມາຕະຫລອດ ຄືນໃດທີ່ຟ້າຮ້ອງຂ້ອຍຕ້ອງຖ້າໃຫ້ຟ້າເຊົາຮ້ອງຈຶ່ງຫລັບໄດ້ ນິລະມັນອີກບໍ່ດົນກະຮອດຍາມຝົນແລ້ວ ເຫີ່ໆ. 

ມີເທົ່ານີ້ລະເດີ້ ເວົ້າລະຍາວ ດຽວສິບໍ່ມີໃຜອ່ານ ອິອິ

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2009 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

alt

 

ເຂົ້າສູ່ເດືອນກຸມພາ ແມ່ນບໍ່ແມ່ນວັດທະນະທຳເຮົາ ແຕ່ກໍເຊື່ອວ່າມີໄວຫນຸ່ມລາວຈຳນວນບໍ່ຫນ້ອຍ ທີ່ກ່າວເຖິງວັນ ວາເລັນໄທ ຫລືວັນແຫ່ງຄວາມຮັກ

ການຫ້າມບໍ່ໃຫ້ມີການກ່າວເຖິງ ບໍ່ໃຫ້ມີການສະເຫລີມສະຫລອງຄົງເປັນເລື່ອງຍາກ ແຕ່ສຳຄັນຢູ່ບ່ອນວ່າ ພວກເຮົາ ເຂົ້າໃຈ ຫລືວ່າປະຕິບັດຕົນ ຖືກຕ້ອງແລ້ວບໍ ສົມແລ້ວບໍກັບວັນແຫ່ງຄວາມຮັກ (ບໍ່ແມ່ນວັນເສຍໂຕ) ເຊິ່ງເຮົາມັກໄດ້ຍິນຫາງສຽງ ຈົ່ມວ່າໃນແຕ່ລະປີ ວ່າວັນທີ 14 ກຸມພາເທື່ອໃດ ທຸລະກິດໂຮງແຮມເຮືອນພັກ ຕ່າງກໍຍິ້ມກັນຖ້ວນຫນ້າ ມັນຈຶ່ງກໍ່ໃຫ້ເກີດບັນຫານາໆ ຕາມມາ.

 

ເອົາລະກ່າວນຳໄປຈັກເລັກຈັກຫນ້ອຍເທົ່ານນັ້ນລະເນາະ ມາເຂົ້າເລື່ອງ ເປີດມາທຳອິດ ເຫັນເລີຍຮູບປົກຫນັງ Twilight ທີ່ຫລາຍຄົນ (ໂດຍສະເພາະໄວຫນຸ່ມ) ອາດຄຸ້ນຕາ ຫລືຫລາຍຄົນກໍໄປເບິ່ງມາແລ້ວກໍມີ (ຢູ່ໄອເຕັກກະຍັງເອົາມາສາຍ) ກ່າວເຖິງຫນັງຈັກຫນ້ອຍ ຫນັງເລື່ອງນີ້ ພໍກຳນົດອອກສາຍອອກມາ ກາຍເປັນວ່າໄດ້ຮັບຄວາມສົນໃຈຈາກ ໄວຫນຸ່ມທົ່ວໂລກ ໂດຍສະເພາະສາວໆ ເພາະພະເອກຫນ້າຕາດີວ່າຊັ້ນ, ຫນັງໄດ້ຮັບສຽງວິຈານໄປທາງບວກຫລາຍ ເວົ້າງ່າຍໆມັນມ່ວນຫັ້ນລະ.

 

ແຕ່ຫນັງເລື່ອງນີ້ ເປັນຫຍັງຈຶ່ງໄດ້ຮັບຄວາມສົນໃຈຫລາຍ ເປັນຫຍັງຄົນຈຶ່ງລໍຖ້າ ໂດຍສະເພາະໄວຫນຸ່ມສາວທັງຫລາຍ ມັນມີຫຍັງກ່ຽວກັບ ວັນວາເລັນໄທ ເອົາມາເວົ້າກ່ຽວກັນໄດ້ແນວໃດ???

 

ມາເລີ່ມຈາກທີ່ໄປທີ່ມາຂອງຫນັງເລື່ອງນີ້

Twilight ຖືກສ້າງເປັນຫນັງໂດຍອີງໃສ່ເນື້ອເລື່ອງຈາກນິຍາຍທີ່ຊື່ດຽວກັນນີ້ລະ Twilight ເປັນນະວະນິຍາຍ ທີ່ຂຽນໂດຍ Stephenie Meyer ອອກມາໃນປີ 2003 ເຊິ່ງຕອນນັ້ນລາວມີ ອາຍຸ 29 ປີ ປັດຈຸບັນລາວຢູ່ລັດ ອາຣິໂຊນາ ສະຫະລັດອາເມຣິກາ ກັບຜົວ ແລະລູກອີກ 3 ຄົນ. Twilight ເປັນຊື່ປຶ້ມເຫລັ້ມທຳອິດຂອງນິຍາຍຊຸດ Twilight ເຊິ່ງມີທັງຫມົດ 4 ເຫລັ້ມຄື: Twilight, New Moon, Eclipse ແລະ Breaking Dawn

alt

 

Twilight ຈັດເປັນນິຍາຍຢູ່ໃນປະເພດກຸ່ມຄົນອ່ານ Young Adult ຫລືໄວຫນູຸ່ມສາວເຮົານິລະ ເຊິ່ງປັດຈຸບັນ Twilight ເປັນຫນັງສືທີ່ໄດ້ຮັບການແນະນຳວ່າເປັນ 1 ໃນ 10 ຫນັງສືຫນ້າອ່ານຂອງສະມາຄົມຫ້ອງສະຫມຸດອາເມຣິກາ ເຊິ່ງກ່ອນຫນ້ານີ້ກໍມີເລື່ອງ Harry potter ທີ່ຕິດໃນອັນດັບນັ້ນເຊັ່ນດຽວກັນ (ປລ ແຕ່ວ່າຫນັງ Twilight ເຮັດໄດ້ດີກວ່າຫນັງ Harry potter ເວີ້ຍ ອະອະ)

ຮູ້ຈັກກັນພໍຫອມປາກຫອມຄໍ ບາດນີ້ກ້ຽວວຽນເຂົ້າມາສູ່ ວັນວາເລັນໄທ ໃກ້ໆຈະຮອດນີ້ ຢາກໃຫ້ ໄວຫນຸ່ມໄວສາວເຮົາເບິ່ງຄວາມຮັກໃນມຸມມອງທີ່ຖືກຕ້ອງ ບໍ່ແມ່ນຮັກແບບເສຍໂຕ ຫລືເອີ້ນວ່າຫລົງ ຫລາຍກວ່າຮັກ ເຮັດໃຫ້ເສຍໃຈພາຍຫລັງ ຫລືບາງຄັ້ງກາຍເປັນບັນຫາຄອບຄົວ ດັ່ງທີ່ເຫັນຜ່ານມາໃນຫລາຍໆປີ.

Twilight ເປັນນິຍາຍຮັກຫນຸ່ມສາວ ເຊິ່ງຕ່າງຈາກນິຍາຍຮັກຫລືຈາກລະຄອນຮັກທີ່ເຮົາເຫັນທົ່ວໆໄປ ຄື Twilight ໄດ້ກ່າວເຖິງຄວາມຮັກທີ່ຕ້ອງຫ້່າມ ຫລືຄວາມຮັກທີ່ເປັນໄປບໍ່ໄດ້ ລະຫວ່າງ ຜີດິບ (Vampire) ແລະມະນຸດ ປຽບເຫມືອນ ຜູ້ລ່າ ແລະເຫຍື່ອ ຫລືສິງຫລົງຮັກກະຕ່າຍ ເພາະຍາມໃດຝ່າຍບ່າວຜີ ກໍຕ້ອງໄດ້ຫັກຫ້າມຄວາມຫິວກະຫາຍເລືອດຈາກໂຕນາງເອກໃຫ້ໄດ້ ຮູບແບບການເລົ່າເລື່ອງແມ່ນເລົ່າຜ່ານມຸມມອງຂອງນາງເອກທີ່ຊື່ວ່າ Bella ອາຍຸ 17 ປີ ທີ່ຕ້ອງໄປອາໄສນຳພໍ່ຢູ່ເມືອງນ້ອຍໆແຫ່ງນຶ່ງໃນລັດ ວໍຊິງຕັນ ທີ່ມີຝົນຕົກຕະຫລອດປີ.

alt

ຮູບຄອບຄົວ Cullen ມີ 7 ຄົນ

ໃນການມາຢູ່ນັ້ນໄດ້ເຮັດໃຫ້ນາງໄດ້ພົບກັບຄອບຄົວປະຫລາດຄອບຄົວນຶ່ງ ເຊິ່ງມີທັງຫມົດ 7 ຄົນ ພໍ່ແມ່ ແລະລູກລ້ຽງອີກ 5 ສິ່ງທີ່ເຮັດໃຫ້ຄອບຄົວນີ້ແປກປະຫລາດກໍຄື ການນຸ່ງເຄື່ອງທີ່ສະຫງ່າງາມ ລາຄາແພງເກີນກວ່າຈະເປັນຄົນໃນເມືອງນ້ອຍໆ ແລະທີ່ສຳຄັນພວກເຂົາທຸກຄົນ ງາມສະຫງ່າ ດັ່ງເທວະດາ ນາງຟ້າ. Bella ໄດ້ເຂົ້າໄປພົວພັນກັບຊາຍຫນຸ່ມໃນຄອບຄົວດັ່ງກ່າວກໍຄື Edward ແລະຄວາມຜູກພັນຂອງທັງສອງກໍກໍ່ໂຕຂຶ້ນ ຢ່າງຊ້າໆ ໄປພ້ອມກັບປິດສະຫນາຄວາມສົງໄສ ທີ່ຄ່ອຍໆສະເຫລີຍອອກມາເທື່ອລະເລັກເທື່ອລະຫນ້ອຍ.

 

ເຫດການໃນເລື່ອງດຳເນີນໄປໃນຍຸກປັດຈຸບັນ ກ່ຽວກັບຄວາມຮັກຂອງຫນຸ່ມສາວທົ່ວໄປ ທີ່ຫລົງຮັກ ແລະຢາກຢູ່ໃກ້ຊິດ ເຊິ່ງກໍປາດສະຈາກບໍ່ໄດ້ເຖິງຄວາມຢາກ (ຄວາມຢາກທີ່ວ່າມີຫລາຍຢ່າງແຕ່ເດັ່ນໆ ທີ່ຢາກເວົ້າໃນນີ້ກໍແມ່ນ Sex ທີ່ໄວຫນຸ່ມຫລາຍຄົນມັກເຫັນວ່າມັນມີຄວາມສຳຄັນໃນຄວາມສຳພັນຂອງຄວາມຮັກບ່າວສາວ) ແຕ່ຜູ້ຂຽນ ໄດ້ສ້າງເຫດການ ສ້າງເງື່ອນໄຂ ທີ່ລຶກລັບຊັບຊ້ອນ ເຮັດໃຫ້ຄວາມຮັກດັ່ງກ່າວ ປາສະຈາກຄວາມຢາກທີ່ວ່າ ແລ້ວກາຍເປັນຮັກແທ້ ຮັກອັນບໍລິສຸດ ທີ່ບໍ່ຕ້ອງຜິດຮີດຄອງປະເພນີ ແລະທີ່ສຳຄັນສອນໃຫ້ໄວຫນຸ່ມສາວຮູ້ຈັກ ຫ້າມອົກຫ້າມໃຈ (ທີ່ຫາຍາກຫລາຍໃນໄວຫນຸ່ມຍຸກປັດຈຸບັນ) ນອກຈາກຄວາມຮັກທີ່ຕ້ອງຫ້າມຂ້າມເຜົ່າພັນແລ້ວ ຄວາມຮັກຍັງໄດ້ພິກໄປເຖິງເລື່ອງລາວ ຮັກສາມເສົ້າ ທີ່ເພີ່ມອາລົມຄວາມຮູ້ສຶກຂອງໂຕລະຄອນໃຫ້ເລິກລົງໄປອີກ ຄື ແວມໄພ, ມະນຸດ ແລະມະນຸດຫມາປ່າ (ເອົາເຂົ້າໄປ 555).

 

alt

 

ສຳລັບໃຜທີ່ຢາກສຳຜັດຮັກອັນບໍລິສຸດ ຢາກເຂົ້າໃຈຄຳວ່າຮັກແທ້ ຫລືຢາກເປັນນັກອ່ານກໍລອງຫາປຶ້ມຊຸດ Twilight ມາອ່ານລອງເບິ່ງ ເຖິງຈະອ່າວຍາວແນ່ ແຕ່ລະເຫລັ້ມກະປະມານ 500 ຫນ້່ານິລະ ແຕ່ຫລັງຈາກທີ່ອ່ານມາແລ້ວຮັບຮອງວ່າ ວາງບໍ່ລົງ ຢາກອ່ານໃຫ້ຮູ້ເລື່ອງລາວຄວາມເປັນໄປ (ປລ ຢືນຢັນດ້ວຍໂຕເອງ ນັ່ງອ່ານ 3 ເຫລັ້ມ ໃຊ້ເວລາ 10 ມື້ ພໍດີຫມົດ ສາມເຫລັັ້ມຮວມກັນກະປະມານ 1500ກວ່າຫນ້ານິລະ ອິອິ ອ່ານຈົນຕາແດງ)

ນີ້ລະຂອງຂວັນທີ່ເຫມາະສົມທີ່ສຸດໃນວັນ ວາເລັນໄທ ນີ້ ຢ່າໃຫ້ວັນດັ່ງກ່າວເຮັດໃຫ້ເຮົາເສຍໃຈ ຢ່າໃຫ້ວັນດີໆມີຄວາມຫມາຍເຮັດໃຫ້ເຮົາຕ້ອງຕົກເປັນເຫຍື່ອຂອງການລໍ້ລວງ ວັນແຫ່ງຄວາມຮັກ ເຮົາຄວນຮູ້ຈັກຮັກໃຫ້ລົງເລິກ ຮັກ ບໍ່ແມ່ນ ຫລົງ ບໍ່ສະເພາະແຕ່ວ່າວັນນີ້ຈະເປັນວັນຮັກຫນຸ່ມສາວ ແຕ່ຮັກນັ້ນຫມາຍເຖິງຮັກທຸກຢ່າງ ຮັກຄອບຄົວ ຮູ້ເສຍສະຫລະ ຮູ້ຈັກເພື່ອແຜ່ ໃຫ້ສົມກັບວ່າວັນ ວາເລັນໄທ ເປັນວັນແຫ່ງຄວາມຮັກ ຮັກທີ່ໃສສະອາດ ປາສະຈາກເງື່ອນໄຂ ຂໍ້ຜູກມັດໃດໆ.

ປລ ສຸດທ້າຍຝາກເຖິງນິນ A8

ຍັງຈື່ ນິນເຄີຍເວົ້າວ່າ "ຮັກແທ້ກໍຄ້າຍເລື່ອງຜີ ມີແທ້ ແຕ່ບໍ່ເຄີຍພົບພໍ້"

ຢາກບອກນິນວ່າ ເອົາເລື່ອງນີ້ມາເບິ່ງແລ້ວຈະພົບທັງຮັກແທ້ ແລະ ຜີ ພ້ອມກັນ ແຖມມະນຸດຫມາປ່າໃຫ້ພ້ອມເອົາໄປເລີຍ ອິອິ