ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2008 | ມີ 51 ຄຳເຫັນ ແລະ 0 trackback(s)
ມາອັບເດດຂ່າວຕອນນີ້ລະດັບນ້ຳຂອງໃນນະຄອນຫລວງວຽງຈັນ ຂຶ້ນສູ່ລະດັບວິກິດແລ້ວ

alt
ຕາຕະລາງລະດັບນ້ຳຂອງ ຂໍ້ມູນຈາກກົມອຸຕຸນິຍົມ

ປະຊາຊົນເຂດແຄມຂອງ ເລີ່ມຈາກມື້ວານນີ້ ຢູ່ເຂດ ເກົ້າລ້ຽວ ຫນອງດາກໍຖ້ວມມາແລ້ວ ຈາກນັ້ນກໍມາເຂດຂຸນຕາ ອຸບມຸງ
ແລະກະແຖວບໍ່ໂອ ບ້ານຫ້ອມ ຕອນນີ້ເຂດແຄມນ້ຳຂອງທຸກບ່ອນເພິ່ນໄດ້ລະດົມຄົນເອົາກະສອບຊາຍໄປວາງລັດຫມົດ

alt
ຮູບນີ້ແຖວຂົວຂາວ ໃກ້ໆມີນາ ແຖວບ້ານຂ້າພະເຈົ້າ ເລີ່ມແລ້ວ

alt
ຮູບນີ້ກະໃກ້ໆກັບຮູບທີ່ນຶ່ງຫັ້ນ ເປັນຮ້ານອາຫານກຳລັງສ້າງຍັງບໍ່ແລ້ວນ້ຳຖ້ວມຈ້ອຍ

alt
ຮູບນີ້ບ່ອນທາງໂຄ້ງຂຶ້ນມາຈາກໄຟແດງທາດຂາວ

alt ສັງເກດຍັງອີກປະມານ ແມັດດຽວເທົ່ານັ້ນກະລົ້ນຄູກັ້ນແລ້ວ

alt
ໂຮງແຮມດອນຈັນຕອນນີ້ນ້ຳອ້ອມໄວ້ຫມົດເລີຍເຫິໆ

ເວົ້າງ່າຍໆຕອນນີ້ນ້ຳຂອງຂຶ້ນລົ້ນຕາຝັ່ງແລ້ວ ຄາແຕ່ຄູກັ້ນ ກັບສິ່ງກໍສ້າງບາງຢ່າງທີ່ຄົນເຮັດຂຶ້ນເທົ່ານັ້ນ
ສະຖານະການຕອນຫນ້າເປັນຫ່ວງຫລາຍ ເພາະທາງກົມອຸຕຸນິຍົມ ໄດ້ພະຍາກອນອາກາດວ່າ ຝົນຍັງຈະສືບຕໍ່ ລິນໄປອີກ 3 ມື້
ໂອ້ຕາຍຫ່າ  >:( ບວກກັບນ້ຳໃນພາກເຫນືອຕອນນີ້ຢູ່ໃນລະດັບສູງ ອີກບໍ່ດົນນ້ຳກໍຈະຍື່ງມາທາງພາກກາງ ແລະພາກໃຕ້.

alt
ຮູບນີ້ຢູ່ຕໍ່ຫນ້າໂຮງແຮມລ້ານຊ້າງ ຂ້າງຊ້າຍຫັ້ນກະແມ່ນສວນກອດ

alt
ແຖວຫໍກາງ

alt
ຫນ້າຫໍກາງເລີຍອັນນິ

alt
ເບິ່ງເຮືອຂຶ້ນມາພຽງຝັ່ງເລີຍ

alt
ນ້ຳພຽງຝັ່ງຫມົດເລີຍ ເບິ່ງໄກໆເຫັນໂຮງແຮມດອນຈັນຕັ້ງຢູ່ກາງນ້ຳ

ຕອນນີ້ ເຮືອນປະຊາຊົນທີ່ຝາກເບື້ອງຕິດແຄມຂອງຖືກນ້ຳຖ້ວມເກືອບທຸກຫລັງເຮືອນແລ້ວ
ຕອນນີ້ກະແມ່ນກັ້ນໄວ້ບໍ່ໃຫ້ມັນລົ້ນຄູກັ້ນນ້ຳ ເພາະລົ້ນເມື່ອໃດ ທາງໃນວຽງຈັນ ຖ້ວມແນ່ນອນ

alt
ໄມ້ຂອນບັກໃຫຍ່

alt
ຕູບຂາຍເຄື່ອງແຖວໆສາມແຍກປາກປ່າສັກ ຖ້ວມແລ້ວ

alt
alt
ຮູບນີ້ແມ່ນແຄມຝັ່ງແຖວສວນມອນ

ໂອ້ຍສັບສົນຫລາຍ ເປັນຕາອີ່ຕົນຄົນເຮືອນຢູ່ແຄມຝັ່ງ ທັງວັດທັງເຮືອນຄົນ ຖ້ວມຫມົດ
ບັນດານັກຫາປ່າ ກະໄປນັ່ງຕຶກເບັດ ຕຶກກະດຸ້ງ ກັນເປັນແຖວ.


ເກັບກຳຂໍ້ມູນມາຫມາດໆຫວ່າງຕອນ ບ່າຍ 3 ໂມງ ໂດຍ Mii
Delicious Digg Fark Twitter