ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

ຫຼາຍໆຄົນກໍ່ຄົງຈະຄຸ້ນເຄີຍກັບຄຳສັບທີ່ວ່າ (ສະຕິ) ແຕ່ບໍ່ຮູ້ວ່າມີຈັກຄົນທີ່ເຂົ້າໃຈຄວາມໝາຍແລະການນຳໃຊ້ຂອງມັນ. ສິ່ງທີ່ຂ້ອຍຈະເວົ້າຕໍ່ໄປນີ້ບໍ່ແມ່ນບົດຄວາມທີ່ຂຽນຂື້ນມາເພື່ອມີເຈດຕະນາຢາກສັ່ງສອນແຕ່ຢ່າງໃດ ແລະ ບົດຄວາມດັ່ງກ່ວາກໍ່ບໍ່ໄດ້ຮັບການຢັ້ງຢືນແລະຍອມຮັບຈາກພາກສ່ວນອື່ນໆຢ່າງເປັນທາງການເທື່ອ, ແຕ່ມັນເປັນພຽງຄວາມເຂົ້າໃຈ ແລະ ຄວາມຮູ້ສຶກຂອງຂ້ອຍໃນນາມທີ່ເປັນມະນຸດຄົນໜຶ່ງທີ່ຕ້ອງການສື່ສະແດງສິ່ງທີ່ຕົນເອງຄິດແລະຮູ້ສຶກ.

ທ່ານເຄີຍຖາມຕົນເອງຢູ່ບໍ່ວ່າໃນແຕ່ລະມື້ທ່ານເດີນທາງອອກຈາກບ້ານໄປນັ້ນເພື່ອຫຍັງ? ບາງຄົນອາດຈະມີຈຸດປະສົງແລະເປົ້າໝາຍທີ່ຊັດເຈນວ່າຕົນເອງນັ້ນອອກຈາກບ້ານໄປໃນແຕ່ລະມື້ນັ້ນເພື່ອຫຍັງ ຍົກຕົວຢ່າງເຊັ່ນ: ບາງຄົນອາດຈະເດີນທາງອອກຈາກບ້ານໄປພ້ອມກັບຄວາມຕັ້ງໃຈວ່າຈະໄປໂຮງຮຽນເພື່ອສຶກສາຮ່ຳຮຽນໂດຍມີຄວາມຕັ້ງໃຈຢາກຈະໄດ້ຄວາມຮູ້ຈາກໂຮງຮຽນເພື່ອເປັນທຶນຮອນໃນການສ້າງອະນາຄົດຂອງຕົນໃນອະນາຄົດໃຫ້ຕົນເອງ; ແລະ ບາງຄົນກໍ່ເດີນທາງອອກໄປເພື່ອເຮັດວຽກກັບຄວາມຕັ້ງໃຈວ່າຈະຕັ້ງໃຈເຮັດວຽກເພື່ອຫວັງວ່າຈະເປັນທີ່ຍອມຮັບຂອງໝູ່ເພື່ອນຮ່ວມງານ, ເປັນທີ່ຍອມຮັບຂອງຫົວໜ້າ ເພື່ອອະນາຄົດຈະໄດ້ດີ.

ໃນສອງຕົວຢ່າງທີ່ຍົກມາຂ້າງເທິງນັ້ນເຫັນໄດ້ຊັດເຈນວ່າທັງສອງກໍ່ລະນີແມ່ນໄດ້ເວັ້າເຖິງການມີສະຕິໃນການດຳເນີນຊິວິດໃນແຕ່ລະວັນ, ມີຈຸດປະສົງ ແລະ ເປົ້າໝາຍໃຫ້ແກ່ຕົນເອງແລະມີສະຕິຕໍ່ຕົນເອງວ່າຕົນເອງກຳລັງເຮັດຫຍັງ, ເພື່ອຫຍັງ, ຍ້ອນຫຍັງ.

ເຖິງແນວໃດກໍ່ຕາມອິງໃສ່ຕົວຢ່າງທັງສອງຂ້າງເທິງນັ້ນກໍ່ຍັງມີຫຼາຍຄົນທີ່ເດີນທາງອອກຈາກເຮືອນແຕ່ລະມື້ດວຍຄວາມຂາດສະຕິບໍ່ຮູ້ວ່າຕົນເອງແມ່ນໃຜ ແລະ ກຳລັງເຮັດຫຍັງຢູ່ ມີຈຸດປະສົງ ແລະ ເປົ້າໝາຍຫຍັງ ຍົກຕົວຢ່າງເຊັ່ນ: ບາງຄົນນຸ່ງເຄືອງແຕ່ງໂຕອອກຈາກບ້ານເພື່ອທີ່ຈະໄປໂຮງຮຽນແຕ່ສຳພັດຂາດສະຕິວ່າຕົນເອງນັ້ນໄປໂຮງຮຽນເພື່ອຕັ້ງໃຈຂົນຂວາຍຮ່ຳຮຽນເອົາວິຊາຄວາມຮູ້ໃສ່ຕົນເອງແຕ່ຊ້ຳພັດເຂົ້າໃຈວ່າຕົນເອງແຕ່ງໂຕນຸ່ງເຄື່ອງງາມຂີ່ລົດງາມເພື່ອໄປອວດໝູ່ໃນໂຮງຮຽນ, ໄປສະຖານທີ່ບັນເທີງ, ຮ້ານເຫຼົ້າຮ້ານເບຍ ທັ້ງທີ່ຕົນເອງຍັງຢູ່ໃນຊຸດນັກຮຽນ. ພ້ອມກັນນັ້ນກໍ່ຍັງມີບາງຄົນທີ່ອອກຈາກເຮືອນໄປເພື່ອທີ່ຈະໄປເຮັດວຽກແຕ່ກໍ່ສຳພັດຂາດສະຕິວ່າຕົນເອງນັ້ນອອກບ້ານໄປເພື່ອຫຍັງ, ແທ່ນທີ່ຄວນຈະຕັ້ງໃຈເຮັດວຽກສ້າງປະໂຫຍດໃຫ້ກັບຫ້ອງການ, ອົງກອນ, ບໍລິສັດ ຫຼື ປະເທດຊາດ ແຕ່ຊ້ຳພັດບໍ່ເອົາໃຈໃສ່ຕໍ່ວຽກງານຂອງຕົນ ເອົາເວລາໄປໃຊ້ກັບກິລາໝາກບູນຂ້າງຫ້ອງການ.

ຢ້ຳອີກເທື່ອໜຶ່ງວ່າ, ສິ່ງທີ່ຂ້ອຍໄດ້ກ່າວມາທັງໝົດນັ້ນເປັນພຽງຄວາມຄິດເຫັນສ່ວນຕົວ ແລະ ສິ່ງທີ່ໄດ້ກ່າວມາທັງໝົດນັ້ນກໍ່ລ້ວນແລ້ວແຕ່ໄດ້ມາຈາກປະສົບການຕົວຈິງທີ່ຜ່ານມາຂອງຂ້ອຍເອງທີ່ໄດ້ພົບເຫັນ ແລະ ປະສົບການນີ້ກໍ່ເຮັດໃຫ້ຂ້ອຍຄິດເຖິງຄຳວ່າ (ການໃຊ້ຊິວິດຢ່າງມີສະຕິ)

ຂ້ອຍຄິດວ່າການທີ່ຄົນເຮົາມີສະຕິຢູ່ຕະຫຼອດເວລານັ້ນຈະເຮັດໃຫ້ຊິວິດມີຄວາມໝາຍຂື້ນ, ມີຄວາມທຸ່ນທຽງໃນການທີ່ຈະຕັດສິນໃຈສິ່ງໃດສິ່ງໜຶ່ງໃນຊິວິດໄດ້ຫຼາຍຂື້ນ ແລະ ແນນອນຜົນທີ່ຕາມມາກໍ່ຈະມີແຕ່ສິ່ງທີ່ດີໆ ແລະ ຊິວິດທີ່ປະສົບຜົນສຳເລັດ.

ເພາະສະນັ້ນແລ້ວຂ້ອຍຢາກໃຫ້ທຸກຄົນໃຊ້ຊິວິດຢ່າງມີສະຕິຢູ່ຕະຫຼອດເວລາ.

ພຸດທະກອນ ຫຼວງໂຍທາ

Delicious Digg Fark Twitter