ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 5, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ນັກສຶກສາປະລິນຍາຕີ ພາກວິຊາກົດໝາຍປີ 1 ດື່ມເຫຼົ້າເກີດ ອາການມຶນເມົາ ບໍ່ສາມາດຄວບຄຸມອາລົມ ຈຶ່ງໃຊ້ມີດແທງຄົນອື່ນ ຈົນເສຍຊີວິດ 1 ຄົນ ແລະ ບາດເຈັບອີກ 4 ຄົນ ເຫດການນີ້ ເກີດຂຶ້ນເມື່ອວັນທີ 13 ເມສາ 2010 ເວລາປະມານ 15 ໂມງ ຢູ່ຂອບເຂດບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ພາຍຫຼັງເກີດເຫດ ຜູ້ຕ້ອງຫາລາຍນີ້ ກໍຫຼົບໜີໄປປະເທດໄທ ແຕ່ດ້ວຍຄວາມເປັນຫ່ວງແມ່ ຈຶ່ງຍອມກັບມາມອບຕົວຕໍ່ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ເພື່ອຮັບສາລະພາບຜິດ ຜູ້ຕ້ອງຫາລາຍນີ້ ຊື່ທ້າວ ອານັນ ອາຍຸ 20 ປີ ບ້ານທ່າເດື່ອ ໄດ້ເປີດໃຈ ແລະ ຍອມຮັບສາລະພາບວ່າ: ມື້ເກີດເຫດວັນທີ 13 ເມສາ ເວລາປະມານ 10 ໂມງເຊົ້າ ຕົນເອງພ້ອມດ້ວຍໝູ່ເພື່ອນອີກ 6 ຄົນ ໄດ້ຕັ້ງວົງສັງສັນຊຸມແຊວ ສະຫຼອງປີໃໝ່ ຢູ່ໜ້າຮ້ານຂອງຕົນ ແລະ ໃນມື້ດັ່ງກ່າວນັ້ນ ກໍມີໄວລຸ້ນໄວດຽວກັນ ແລະ ເປັນຄົນບ້ານດຽວກັນ ປະມານ 18 ຄົນ ໄດ້ຕັ້ງວົງຊຸມແຊວ ຫ່າງຈາກຮ້ານໄປປະມານ 50 ແມັດ ຜ່ານການຊຸມແຊວໄປໄດ້ໄລຍະໜຶ່ງ ຕົນເອງກໍຮູ້ສຶກມຶນເມົາ ແລະ ເກີດມີຄວາມບໍ່ພໍໃຈ ຕໍ່ກິລິຍາທ່າທາງ ແລະ ພຶດຕິກຳຂອງກຸ່ມດັ່ງກ່າວ ຈາກນັ້ນ ນາງ ໂອະ ເປັນໝູ່ສະໜິດ ຂີ່ລົດຈັກແວ່ມາຫາຕົນ ແຕ່ໃນເວລາທີ່ລາວ ຂີ່ລົດຈັກກັບເມືອ ໂດຍຜ່ານໄປທາງກຸ່ມໄວລຸ້ນດັ່ງກ່າວ ແລ້ວກໍຖືກລັດຫົດນ້ຳ ໃນຂະນະນັ້ນ ຕົນສັງເກດເຫັນ ຈຶ່ງເກີດຄວາມບໍ່ພໍໃຈຮຸນແຮງຂຶ້ນ ຈາກນັ້ນໄລຍະໜຶ່ງ ຕົນເອງກໍເວົ້າກັບໝູ່ວ່າ: ຜູ້ໃດໃຈ 100 ຍ່າງໄປນຳກູ ແລ້ວຕົນເອງກໍຍ່າງໄປຫາ ກຸ່ມດັ່ງກ່າວຄົນດຽວ ພ້ອມດ້ວຍມີດຄົວກິນ ຍາວປະມານ 20 ຊັງຕີແມັດ ທີ່ກຽມໄວ້ກ່ອນໜ້ານີ້ ໃສ່ຖົງພາຍໄປນຳ ພໍໄປຮອດ ຕົນເອງກໍຢູ່ໃນອາການມຶນເມົາ ແລ້ວກໍແທງໄວລຸ້ນກຸ່ມດັ່ງກ່າວ ແລະ ບໍ່ຮູ້ວ່າແທງຖືກຈັກຄົນ ຈາກນັ້ນ ຕົນເອງກໍແລ່ນລົງໄປທາງທ່ານ້ຳ ແລ້ວຫຼົບໜີໄປປະເທດໄທ ພໍໄປຮອດ ກໍຄິດຮອດແມ່ ຈຶ່ງຍອມກັບມາມອບໂຕ.

ເຈົ້າໜ້າທີ່ກອງສືບສວນ-ສອບສວນ ຄະດີອາຍາ ປກສ ເມືອງຫາດຊາຍຟອງ ແຈ້ງໃຫ້ຮູ້ວ່າ: ສະເພາະຄະດີດັ່ງກ່າວ ມີຜູ້ຖືກແທງຄື: ທ້າວ ເທ້ ອາຍຸ 17 ປີ ທ້າວ ລີ້ ອາຍຸ 23 ປີ ແລະ ທ້າວ ໝີ ອາຍຸ 22 ປີ ທັງ 3 ຄົນ ຢູ່ບ້ານທ່າເດື່ອ ແລະ ທ້າວ ແຊມ ອາຍຸ 21 ປີ ບ້ານປ່າຫວ້າ ເມືອງຫາດຊາຍຟອງ ສ່ວນຜູ້ເສຍຊີວິດ ຄື ທ້າວ ສົມສັກ ອາຍຸ 34 ປີ ບ້ານທ່າເດື່ອ ເຊິ່ງຜູ້ກ່ຽວເປັນອາວຂອງທ້າວ ເທ້ ຕໍ່ກັບຄະດີດັ່ງກ່າວນີ້ ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ແມ່ນກຳລັງສືບຕໍ່ ດຳເນີນຕາມລະບຽບກົດໝາຍ.

                        

 

ຂໍ້ມູນຈາກຫນັງສືພິມ ວຽງຈັນໃຫມ່, ສະບັບ 5 ພຶດສະພາ 2010