ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

1.ຈົ່ງຕອບແທນຄວາມດີ ດ້ວຍຄວາມດີ,ຄວາມຊົ່ວ ດ້ວຍຍຸຕິທຳ..

2.ຂ້າພະເຈົ້າກ້າວໄປຢ່າງຊ້າໆແຕ່ຂ້າພະເຈົ້າບໍ່ເຄີຍກ້າວຖອຍຫຼັງ..

3.ຫາກບໍ່ເຄີຍເຮັດຜິດ ກໍ່ບໍ່ເຄີຍໄດ້ຮຽນຮູ້ສິ່ງໃໝ່...

4.ຂ້າພະເຈົ້າເຮັດດີ ຂ້າພະຮູ້ສຶກດີ.

ຂ້າພະເຈົ້າເຮັດບໍ່ດີ ຂ້າພະເຈົ້າຮູ້ສຶກບໍ່ດີ ອັນນັ່ນຄືສາສະໜາຂ້າພະເຈົ້າ..

5.ຄົນເຮົາມີສອງຫູ ແຕ່ລີ້ນດຽວ ເພື່ອໃຫ້ເຮົາຈະໄດ້ຟັງຫູາຍ ເວົ້າໜ້ອຍ...

6.ຄຸ່ນຄ່າທີ່ແທ້ຈິງຂອງຄົນ ວັດແທກໄດ້ຈາກສິ່ງທີ່ເຂົາຊອກສະແຫວງຫາ.

7.ບໍ່ມີອັນໃດ ທີ່ໃຫ້ການສຶກສາດີຄືຄວາມຕົກທຸກໄດ້ຢາກ.

8.ສຽງຂອງປະຊາຊົນ ຄືສຽງຂອງພະເຈົ້າ.

9.ຜູ້ປະສະຈາກຄຸນນະທໍາ ປຽບເໝືອນຜູ້ທີ່ບໍ່ມີເສື້ອຜ້າ ປົກປິດຮ່າງກາຍ.

10.ຄວາມຂະຫຍັນ ຄືມານດາຂອງຄວາມໂຊກດີ.

11.ຈົ່ງສ້າງຄວາມແຂງແກ່ນ ດ້ວຍຄວາມພູມໄຈຕໍ່ທ່ານເອງ ເພາະນີ້ຄືປ້ອມປະການ ທີ່ບໍ່ມີຜູ້ໃດຈະຕີແຕກໄດ້.

12.ບໍ່ມີບາບກໍາ ນອກເສຍຈາກຄວາມໂງ່ຈ້າ.

13.ຄວາມຢ້ານເກີດມາຈາກຄວາມບໍ່ຮູ້ສະເໝີ.

14.ປັນຍາ ເລີ້ມຕົ້ນມາຈາກຄວາມສົງໄສໄຟ່ຮູ້.

15.ເບິ່ງຄົນອອກ,ບອກຄົນໄດ້,ໃຊ້ຄົນເປັນ.

16.ບໍ່ມີສິ່ງໃດສ້າງອະນາຄົດໄດ້ດີເທົ່າຄວາມຝັນ.

17.ໂຊກ ເຂົ້າຂ້າງຄົນທີ່ກ້າຫານ.

18.ຮັກຄວາມຈິງ ແຕ່ຈົ່ງໃຫ້ອະໄພຄວາມຜິດພາດ.

19.ຄົນອ່ານໜັງສືໄດ້ ແຕ່ບໍ່ອ່ານ ກໍຄືກັນກັບຄົນກືກໜັງສື,ເພາະທັງສອງຄົນນີ້ຈະບໍ່ໄກ້ປະໂຫຍກຫຍັງຈາກໜັງສື.

20.ຈິນຕະນາການສໍາຄັນກ່າວຄວາມຮູ້.

 

Delicious Digg Fark Twitter