ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2014 | ມີ 11 ຄຳເຫັນ ແລະ 0 trackback(s)

 ໃນຄອບຄົວນັ້ນມີລູກ10ຄົນ ຍີງ3ຄົນ ; ອາຊີບເຮັດໄຮ່ປູກໝາກເຂືອ,ໝາກເຜັດ ແລກເຂົ້າກິນ; ແລກໃດ້ເທົ່າໃດກໍເອົາ ເພື່ອມາຕົ້ມສູ່ລູກກີນ ແຕ່ໃນຄະນະທີພະເຊີນກັບຄວາມທຸກຢູ່ນັ້ນ ລາວກໍມີຄວາມພະຍາມຍາມຫາວິທີສົ່ງໃຫ້ລູກໃດ້ຮຽນຈົນໝົດທຸກຄົນ 10ຄົນແມ່ນໃດ້ຮຽນໄປຕາມໆກັນ ເຄື່ອງນຸ່ງແລະເສື້ອຜ້າໃຫ້ລູກນຸ່ງໄປຮຽນແມ່ນເຄື່ອງທະຫານຂອງພໍ່ໂຕໃດໃຫຍ່ ແມ່ກໍ່ເອົາມາຕັດແລ້ວຫຍີບໃໝ່ ແຕ່ລູກທຸກຄົນກໍ່ຍອມຮັບສະພາບຄວາມເປັນຈິງ ສົມກັບຕົນເອງເປັນຄົນທຸກ ເວລາໄປຫຼີ້ນນຳໝູ່ແມ່ນນຸ່ງຜ້າແພ,ຍ່າງໃນບ້ານເຂົາຈົນເອີ້ນວ່າໝາຫາງຍາວມາແລ້ວລູກຍ່າຫຼີ້ນນຳມັນເດີມັນຊິກັດລູກ ;ແຕ່ພວກເຂົາກໍ່ບໍ່ໃດ້ຫວັ່ນໄຫວກັບຄຳເວົ້າດັ່ງກ່າວ ມີແຕ່ກັດຟັນສູ້ຊີວິດຕໍ່ໄປ ຈົນມາເຖີງປັດຈຸບັນນີ້ ທ່ານ ອາດບໍ່ເຊື່ອດອກວ່າເປັນໄປໃດ້ແນວໃດ ຈາກຄອບຄົວທີ່ແສນທຸກ ທັງກາຍແລະໃຈ ຫາເຂົ້າຊິກິນກະບໍ່ມີ ຫາເຄື່ອງຊິນຸ່ງກະບໍ່ໃດ້ນັ້ນ ດຽວນີ້ທັງ10 ຄົນແມ່ນໃດ້ເປັນພະນັກງານລັດຖະກອນ 9ຄົນ ເປັນເຖີງຫົວໜ້າພະແນກກໍ່ມີ ແລະອີກຄົນ1ແມ່ນໄປຢູ່ຕ່າງປະເທດ ແລະ ທັງສອງເຖົ້ານັ້ນກໍ່ມີຊີວິດທີ່ສຸກສະບາຍກວ່າແຕ່ກ່ອນຕັ້ງ100ເທົ່າ.

ຖ້າທ່ານ ເຊື່ອ ແມ່ນຍ້ອນຫຍັງ ຖ້າບໍ່ເຊື່ອ ແມ່ນຍ້ອນຫຍັງ ໃຫ້ເຫດຜົນແກ ຂພຈ 
 

Delicious Digg Fark Twitter