ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 17, 2008 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

alt ຕອນທີ່ 2: ປະເຊີນໜ້າກັບຄວາມຈິງທີ່ວ່າເຮົາກຳລັງອົກຫັກ alt

“ ການປະເຊີນໜ້າກັບຄວາມຜິດຫວັງຢ່າງມີສະຕິ ຈະເຮັດໃຫ້ເຈົ້າເຂົ້າໃຈຊີວິດຫຼາຍຂື້ນ ບໍ່ມີໃຜທີ່ຈະສົມຫວັງໄປທຸກໆເລື່ອງ ແມ່ນບໍ່ເພື່ອນໆເອີ່ຍ ? ຖ້າເຮົາໄດ້ທຸກສິ່ງທຸກຢ່າງມາໂດຍບໍ່ສູນເສຍຫຍັງ ເຮົາກໍ່ຈະບໍ່ມີວັນຮູ້ເຖິງຄຸນຄ່າຂອງສິ່ງທີ່ມີຢູ່ ຊີວິດນັ້ນມັນບໍ່ໄດ້ສິ້ນສຸດຢູ່ທີ່ນີ້ ທີ່ຈິງແລ້ວມັນເປັນການເລີ່ມຕົ້ນຕ່າງຫາກ”

 

alt ການຍອມຮັບຄວາມຈິງອາດຈະເຮັດໃຫ້ຕອກຢ້ຳ,ເຈັບປວດຍິ່ງຂື້ນຫຼາຍກວ່າເກົ່າ ແຕ່ມັນກໍ່ຈຳເປັນຢ່າງຍິ່ງ ໃນເມື່ອເຈົ້າຕ້ອງການຈະກ້າວຜ່ານ ສະພາວະເຫຼົ່ານີ້ໄປໃຫ້ໄດ້.

      ຫຼືເຈົ້າຈະເຝົ້າຫຼອກຕົວເອງວ່າ: ອີກບໍ່ດົນດ໋ອກເຂົາກໍ່ຕ້ອງກັບມາ ເຂົາຄົງຈະຄິດເຖິງຄຸນງາມຄົມດີ  ຄວາມຮັກແລະເຍື້ອໃຍທີ່ມີຕໍ່ກັນແດ່ຫັ້ນແລ້ວ ກໍ່ເຈົ້າຍັງຕັດຂາດເຂົາບໍ່ໄດ້  ແລ້ວເຂົາຈະໃຈຮ້າຍໃຈແຂງຂະໜາດຕັດຂາດເຈົ້າໄດ້ແນວໃດໃນເມື່ອວ່າຮັກກັນມາຕັ້ງດົນຕັ້ງນານ...ແລ້ວຫຼັງຈາກນັ້ນເຈົ້າກໍ່ຕັ້ງໜ້າຕັ້ງຕາລໍຄອຍດ້ວຍຄວາມຫວັງ ທີ່ນັບມື້ກໍ່ຍິ່ງລັບຫາຍໄປທຸກວັນໆ...

alt   ເພື່ອນໆເຊື່ອຫຼືບໍ່ວ່າ ການຫຼອກຕົວເອງຢູ່ແບບນັ້ນບໍ່ໄດ້ກໍ່ເກີດຜົນປະໂຫຍດໃດໆ ຕໍ່ຕົວເຈົ້າເອງເລີຍ ມັນຍິ່ງກັບເຮັດໃຫ້ເຈົ້າຈົມຢູ່ກັບຄວາມຮັກຫຼັງຄວາມຄຸ້ນເຄີຍເດີມໆແລະສິ່ງເຫຼົ່ານັ້ນຍິ່ງຈະເຮັດໃຫ້ໂຫຍຫາຍ-ຟຸ້ງຊ້ານ ທຸລົນທຸລາຍໜັກຂື້ນ ເຈັບປວດຫຼາຍຂື້ນ ແລ້ວໃນທີ່ສຸດກໍ່ຈະກາຍເປັນຄວາມເຈັບແຄ້ນ ເມື່ອຜິດຫວັງຊ້ຳໆທີ່ເຂົາບໍ່ຫວນກັບມາ...

       ເພື່ອນໆລອງທົບທວນຄືນເບີ່ງດູວ່າ

       ຖ້າເປັນເຈົ້າ ແລ້ວເຈົ້າຄິດຈະຈາກໃຜຄົນນື່ງໄປ ເຈົ້າຄິດມາແລ້ວແມ່ນບໍ່ກ່ອນທີ່ຈະເອີຍປາກຂໍເລີກ ເຊັ່ນດຽວກັນ ເມື່ອເຂົາຂໍເລີກກັບເຈົ້າ ເຂົາຍ່ອມຄິດກ່ອນເວົ້າ ແລະ ເລືອກແລ້ວທີ່ຈະໄປ. ເຍື້ອໃຍທີ່ເຄີຍມີມັນໝົດລົງຕັ້ງແຕ່ເຂົາເອີຍປາກຫັ້ນແລ້ວເພື່ອນເອີ່ຍ! ເຖິງວ່າເຈົ້າຈະເຝົ້າຫຼອກຕົວເອງປານໃດ ຄວາມຈິງມັນກໍ່ຄືຄວາມຈິງ ໃນທີ່ສຸດແລ້ວເຈົ້າກໍ່ຕ້ອງຍອມຮັບມັນຢູ່ດີ ບໍ່ຊ້າກໍ່ໄວ.

 

ການປະເຊີນໜ້າກັບຄວາມເປັນຈິງ ຍອມຮັບໃນສິ່ງທີ່ເກີດຂື້ນສາຕັ້ງແຕ່ຕອນນີ້ ຈະເປັນຫົນທາງທີ່ດີທີ່ສຸດ ຢ່າງໜ້ອຍເຖີງແມ່ນວ່າຈະຮຽຫຮ້ອງເອົາຫຍັງກັບຄືນມາບໍ່ໄດ້ ແຕ່ສິ່ງທີ່ເຈົ້າໄດ້ກໍ່ຄື ເຈົ້າກ້າຫານຫຼາຍທີ່ຈະຢືນຢັດຢູ່ທ່າມກາງຄວາມເປັນຈິງ ບໍ່ວ່າຈະເກີດຫຍັງຂື້ນ

 

ທັນທີທີ່ເຈົ້າຍອມຮັບວ່າ ຕໍ່ແຕ່ນີ້ໄປຈະບໍ່ມີເຂົາຄົນນັ້ນ ເຈົ້າຈະຕ້ອງກ້າວໄປຕາລຳພັງ ແລະທຸກຢ່າງລະຫວ່າງເຈົ້າກັບເຂົາຈະກາຍເປັນພຽງອະດີດ ເຈົ້າຈະເລີ່ມເບີ່ງໄປຂ້າງໜ້າແທນການມົກມຸ້ນຢູ່ກັບອະດີດຫຼືຄວາມເຈັບປວດ ເຈົ້າຈະຫວນມາຄິດເຖີງຕົວເອງແທນການຄິດເຖີງເຂົາຄົນນັ້ນ...

 

ເຈົ້າຈະເຫັນວ່າ ທ່າມກາງຄວາມສູນເສຍນັ້ນ ສິ່ງທີ່ເຈົ້າໄດ້ກັບຄືນມານັ້ນກໍ່ຄື “ອິດສະຫຼະ” ເຈົ້າຄວນໃຊ້ເວລາເຫຼົ່ານັ້ນປັບສະພາບຄວາມຮູ້ສຶກຕົວເອງໃຫ້ເຂົ້າທີ່ເຂົ້າທາງແລະຄົ້ນຫາຄຳຕອບວ່າ:

ເປັນເພາະສາເຫດໃດເຈົ້າຈຶ່ງຕ້ອງ “ອົກຫັກ”

 

ການທີ່ເຮົາຮູ້ເຫດຂອງປັນຫາ ຈະເຮັດໃຫ້ແກ້ປັນຫາໄດ້ງ່າຍຂື້ນ

ແຕ່ວ່າທຸກຢ່າງຍ່ອມມີໄລຍະເວລາແລະຂັ້ນຕອນ ກໍ່ລອງເບີ່ງຕອນກ່ອນທີ່ຈະຮັກກັນເບິ່ງວ່າເຈົ້າຕ້ອງໃຊ້ເວລາຍາວນານຊ້ຳໃດ ການຈະຕັດໃຈຈາກໃຜຄົນໃດຄົນນື່ງ ກໍ່ຄົງເປັນເຊັ່ນດຽວກັນ ແຕ່ຫາກວ່າເຈົ້າຍອມຮັບຄວາມຈິງໄດ້ແລ້ວ ນັ້ນກໍ່ຄືການເລີ່ມຕົ້ນ “ ຕັດໃຈ”

 

ການປະເຊີນໜ້າກັບຄວາມຜິດຫວັງຢ່າງມີສະຕິນັ້ນ ຈະເຮັດເພື່ອນໆເຂົ້າໃຈຊີວິດຫຼາຍຂື້ນ ບໍ່ມີໃຜສົມຫວັງໄປທຸກໆເລື່ອງແມ່ນບໍ່?

ຖ້າເຮົາໄດ້ທຸກສິ່ງທຸກຢ່າງມາໂດຍບໍ່ສູນເສຍຫຍັງ ເຮົາກໍ່ຈະບໍ່ມີວັນຮູ້ເຖິງຄຸນຄ່າຂອງສິ່ງທີ່ມີຢູ່ ຊີວິດນັ້ນມັນບໍ່ໄດ້ສິ້ນສຸດຢູ່ທີ່ນີ້ ທີ່ຈິງແລ້ວມັນເປັນການເລີ່ມຕົ້ນຕ່າງຫາກ”


 

 

 

 

 

 

ຂ້ອຍຈະໄຂທາງອອກຂອງ

“ ຜູ້ຊາຍຖືກຖີ້ມ ຜູ້ຍິງອົກຫັກ ”

ມາໃຫ້ແກ່ເພື່ອນໆບ່າວສາວຊາວພັນລາວທຸກຄົນໄດ້ EXIT LOVER ກັນເລີຍ alt

 ຕອນທີ່: 3 ຄົ້ນຫາສາເຫດ ດ້ວຍເຫດໃດ...ເປັນຫຍັງເຮົາຕ້ອງອົກຫັກ

(ຕິດຕາມໃນຕອນໜ້າ)

 

ຂອບໃຈ ຫຼາຍສຳລັບຄຳເຫັນທີ່ຂຽນມາ alt

ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2008 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

alt ເມື່ອມີຄວາມຮັກ ກໍ່ຍ່ອມມີທັ້ງຄວາມສຸກ ແລະທຸກ ສົມຫວັງແລະຜິດຫວັງ,ຜູ້ທີ່ພົບຄວາມສຸກສົມຫວັງໃນຮັກ ຍ່ອມຍິນດີ ສ່ວນຜູ້ທີ່ຜິດຫວັງ ອົກຮັກ ຂ້ອຍມີທາງອອກໃຫ້:

 

ຕອນທີ່ 1, ອັກຫັກ-ຮັກສະຫຼາຍ ຈະເຮັດແນວໃດດີ:

ນາທີແລກທີ່ຮູ້ຕົວວ່າຕົວເອງກຳລັງອົກຫັກ,

ຄຳຖາມນື່ງຈະເກີດຂື້ນໃນໃຈວ່າ:

“ຕອນນີ້ເຮົາຈະເຮັດແນວໃດດີ?

* ປະຕິກິລິຍາຂອງຄົນອາດຈະແຕກຕ່າງກັນໄປ ບາງຄົນອົກຫັກແລ້ວອົດເຂົ້າປາອາຫານ, ມີອາການງຽບຂືມບໍ່ເວົ້າບໍ່ຈາ, ບາງຄົນຮ້ອງໄຫ້ເອົາໄວ້ກ່ອນ ໃຊ້ນ້ຳຕາເປັນເຄື່ອງລະບາຍອາລົມເປັນອັນດັບແລກ(ຈັດໃນປະເພດນາງເອກວ່າຊັ້ນສະ) ແຕ່ບາງຄົນຮ້ອງໂວຍວາຍ ແຖມຍັງທຳລາຍເຄື່ອງຂອງເສຍຫາຍ (ຂອງຄົນທີ່ຖີ້ມລາວແລະຂອງລາວເອງດ້ວຍ) ເພາະເຊື່ອວ່າການທີ່ໄດ້ເຮັດແບບນັ້ນຫຼືການທຳລາຍສິ່ງຂອງຈະຊ່ວບັນເທົາຄວາມແຕກລ້າວໃນຈິດໃຈໄດ້ໃນລະດັບນື່ງ (ຄ້າຍໆຕົວໂກງໃນໜັງໄທຫັ້ນນາ) ແລະອິກປະເພດນື່ງແມ່ນ ນີ້ງເສີຍເກັບຄວາມຮູ້ສຶກໄວ້ພາຍໃນໂດຍບໍ່ສະແດງອອກ.

         ແຕ່ສິ່ງນື່ງທີ່ຮູ້ສຶກບໍ່ຕ່າງກັນ ນັ້ນຄື ຄວາມເສຍໃຈ alt ແລ້ວຫຼັງຈາກນັ້ນເຈົ້າກໍ່ຈະຢ້ອນກັບມາສູ່ຄຳຖາມທີ່ວ່າ “ເຮັດແນວໃດດີ“

ບໍ່ວ່າເຈົ້າຈະໂສກເສົ້າ ເສຍໃຈ ເຈັບຊ້ຳຫຼືຄັບແຄ້ນຫຼາຍປານໃດກໍ່ຕາມ ກ່ອນອື່ນໃດນັ້ນຂໍໃຫ້ຕັ້ງສະຕິເອົາໄວ້ກ່ອນ ແລ້ວປະເຊີນໜ້າກັບຄວາມຈິງ, ເພາະການເລີ່ມຕົ້ນທີ່ຈຸດຂອງການມີສະຕິ ແລະ ຍອມຮັບຄວາມເປັນຈິງຈະພາເຈົ້າໄປສູ່ທາງອອກໃນທີ່ສຸດ.

 

ຕອນທີ່ 2 ປະເຊີນໜ້າກັບຄວາມຈິງທີ່ວ່າເຮົາກຳລັງອົກຫັກ  (ອ່ານຕໍ່ຄາວໜ້າ alt)

 

 

ໃຜມີປັນຫາກ່ຽວກັບ “ຄວາມຮັກ“

ຂຽນຄຳເຫັນເຂົ້າມາໄດ້,

ແລ້ວ “ຫວັງ EXIT - LOVER “ ຄົນນີ້ຈະຊອກທາງອອກໃຫ້ໝູ່ເພື່ອນເອງ