ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ຄົນເຮົາທຸກຄົນຈະມີບຸກຄະລິກຕ່າງກັນ ການນອນກໍ່ເຊັນກັນ ຕ່າງຄົນຕ່າງນອນຄົນລະແບບບໍ່ຄືກັນ, ແລະມື້ນີ້ຂ້ອຍກໍ່ໄດ້ນຳເອົາເລື່ອງກ່ຽວກັບການນອນບອກນິໄສຄົນມາເລົ່າສູ່ຟັງ:

 

1. ນອນຫງາຍ: ທ່າວາແຂນວາຂາ

ຄົນນອນທ່ານີ້ຈະເປັນຄົນຮັກອິສະລະ ເສລີ, ບົ່ງບອກຄວາມເປັນຕົວຂອງຕົວເອງ, ມັກຄວາມສະດວກສະບາຍ, ມັກຄວາມສວຍຄວາມງາມ, ຈັບຈ່າຍໃຊ້ສອຍຂ້ອນຂ້າງງ່າຍ ແຕ່ກໍ່ຫາເງິນເກ່ງພໍໆກັນ,​ ເປັນຄົນບໍ່ມັກຫຍຸ້ງເລື່ອງຂອງຄົນອື່ນ.

2. ທ່ານນອນສະແຄງ

ຄົນນອນທ່ານີ້ ເປັນທ່ານອນຂອງຄົນທີ່ ມີຄວາມເຊື່ອໝັ້ນໃນຕົວເອງ ແລະ ບໍ່ວ່າຈະເຮັດຫຍັງ ກໍ່ມັກຈະກ້າວໄປສູ່ຄວາມສຳເລັດດ້ວຍຄວາມພະຍາຍາມອົດທົນຢູ່ສະເໝີ ຍິ່ງໄປກວ່ານັ້ນ ຫາກຄົນທີ່ມັກນອນແຄງຂວາ ຢຽດແຂນຂວາໄປເໜືອຫົວແລ້ວກໍ່... ເປັນຄົນມີ ວາດສະໜາດີ.

3. ນອນຫງາຍ: ທ່າຂາໄຂວ່ຫ້າງ

ຄົນທີ່ນອນທ່ານີ້ ເປັນຄົນທີ່ບໍ່ກ້າຍອມຮັບຄວາມປຽນແປງໄດ້ງ່າຍໆ ແຖມຍັງມັກໝົກມຸ້ນຢູ່ກັບເລື່ອງຂອງຕົນເອງ, ມັກທີ່ຈະຢູ່ຄົນດຽວ ຂໍ້ດີກໍ່ຄື ເປັນຄົນທີ່ມີຄວາມອົດທົນ ກັບ ເລື່ອງຮອບໆຕົວໄດ້ເປັນຢ່າງດີ.

4. ນອນສະແຄງ: ນອນທ່າຂາຂື້ນຂ້າງໜຶ່

ບໍ່ດີເລີຍ... ຄົນນອນທ່ານີ້ ເປັນຄົນຂີ້ລະແວງສົງໄສຢູ່ສະເໝີ ໂດຍບໍ່ມີເຫດຜົນ.  ມັກຈົ່ມນ້ອຍຈົ່ມໃຫຍ່ ບໍ່ຮູ້ເວລາ ນອກຈາກຈະຂາດຄວາມເປັນຕົວຂອງຕົວເອງແລ້ວ ອາດຈະເປັນໂລກປະສາດໄດ້ງ່າຍ.

5. ນອນຫງາຍ: ເອົາມືປະສານກັນຮອງຫົວ

ຄົນທີ່ນອນທ່ານີ້ ເປັນຄົນສະຫຼຽວສະຫຼາດ ມີປັນຍາທີ່ແຫຼມຄົມ ມັກຮຽນຮູ້ສິ່ງໃໝ່ ບໍ່ຮູ້ຈົບ ບາງເທື່ອກໍ່ມີຄວາມຄິດແປກ ຈາກຄົນອື່ນ ທີ່ຄົນອື່ນຕາມບໍ່ທັນ ເປັນຄົນໜ້າຮັກ ທີ່ໃຫ້ຄວາມສົນໃຈຄອບຄົວຢູ່ສະເໝີ... ແຕ່ມັນສຳຄັນທີ່ວ່່າ... ຊ່າງເປັນຄົນທີ່ ຮັກຄົນຍາກຫຼາຍ ອາດຈະເປັນເພາະເລືອກຫລາຍ.

6. ນອນແຄງ: ທ່າຄົດຕົວ

ນີ້ກໍ່ເປັນອີກຄົນ... ໜ້າຈະເປັນຄົນທີ່ອິດສາຕາຮ້ອນ ຢ້ານຄົນອື່ນຈະໄດ້ດີໄປກວ່າຕົນເອງໝົດ ເວົ້າງ່າຍໆ ກໍ່ຄື ຂ້ອນຂ້າງຈະເປັນຄົົນເຫັນແກ່ຕົວຢ່າງແຮງ ແຖມຍັງເຈົ້າຄິດເຈົ້າແຄ້ນ ມັກຄວາມຮຸນແຮງ... ຕ້ອງລະວັງແດ່ສຳຫຼັບຄົນທີ່ນອນທ່ານີ້.

7. ທ່ານນອນຂວ້ຳ

ຄົນທີ່ນອນທ່ານີ້ ໄດ້ທັງຄືນ ກໍຮີບສຳຫຼວດຕົວເອງໄດ້ແລ້ວວ່າ ເປັນຄົນໃຈຄໍຄັບແຄບ, ມັກຈະເອົາແຕ່ໃຈຕົວເອງເປັນໃຫຍ່ ແລະ ຕ້ອງການ ໃຫ້ໃຜຕໍ່ໃຜ ເຮັດຕາມຄວາມຕ້ອງການ ຂອງຕົວເອງຢູ່ສະເໝີ ແຖມຍັງເປັນຄົນມັກອິດສາໝູ່ຄູ່ ໃຜນອນທ່ານີ້ແມ່ນຮີບປ່ຽນທ່ານອນເດີ່...

8. ນອນສະແຄງເຕັງແຂນຕົວເອງ

ຄົນນອນທ່ານີ້ ແມ່ນກົງກັນຂ້າມກັບຄົນນອນ ຄົດຕົວ... ຊ່າງເປັນຄົນທີ່ສຸພາບອ່ອນໂຍນ ຈິງໃຈ ເຕັມໄປດ້ວຍຄວາມຮັກ ແຕ່... ເບີ່ງຄືຈະມີກຳມາບັງ ເພາະເ້ຂົາຈະເປັນຄົນທີ່ ຂາດຄວາມ ໝັ້ນໃຈໃນຕົວເອງ ແລະ ຂາດຄວາມອົບອຸ່ນໃນຊີວິດ.

ອັນນັ້ນຄືເລື່ອງທີ່ ຊຽນຫວັງນຳມາຝາກສູ່ໝູ່ໃນພັນລາວຟັງ

ແລ້ວເພື່ອນໆ ໜຸ່ມໆ ສາວໆ ພັນລາວເຮົາເດ່ ນອນທ່າໃດ