ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ສ່ວນໃຫຍ່ຄົນເຮົາມັກຈະຕ່ສູ້ ແລະຂ້າລັນຟັນແທງກັນ ຢ່າງທີ່ເຫັນຕາມສື່ຕ່າງໆດ້ວຍອາວຸດນາໆເຊັ່ນ: ປືນ ມີດ ດາບ ງ້າວ ແລະອື່ນໆໆໆໆ

ແຕ່ທານຄິດຄືຂ້ອຍບ່ວ່າ ອາວຸດທີ່ເປັນອັນຕະລາຍທີ່ສຸດນັ້ນ ຢູ່ໃກ້ຕົວເຮົານີ້ເອງ ອາວຸນັ້ນກ່ແມ່ນ ''ສຸລາ'' ສິ່ງທີ່ເປັນນໍ້າເມົາທຸກຊະນິດລ້ວນແຕ່ເປັນເຄື່ອງມືຂ້າຕະກອນທັ້ງນັ້ນ

ເປັນຫຍັງຈິ່ງວ່າແນວນັ້ນ ? ຂ້ອຍຈະຍົກຕົວຢ່າງບາງເລື່ອງມາເລົ່າສູ່ຟັງ

 

ສາເຫດທີ່ເວົ້າວ່າ ''ນໍ້າເມົາ ຫຼື ສຸລາ'' ເປັນເຄື່ອງມືຂ້າຕະກອນອັນດັບນຶ່ງນັ້ນກ່ເພາະວ່າ:

- ເມື່ອເຮົາດື່ມເຂົ້າໄປໜັກໆກ່ເຮັດໃຫ້ໝົດສະຕິ ມີອາການມຶນເມົາຜິດປົກກະຕິ

- ໃຈໂກ ໂມໂຫ ໂທສະ ຈະຄິດວ່າຕົນເອງໃຫຍ່ສະເໝີ ບ່ນ້ອຍໜ້າໃຜ

- ສະຕິຂາດ ອາລະວາດ ເມື່ອບ່ໄດ້ດັ່ງໃຈຕ້ອງການ

- ຂ້າ ຟັນ ແທງ ຜິດຖົກຖຽງກັນ ຍາດຊິງສິ່ງທີ່ຢາກໄດ້ເປັນຂອງຕົນ ທັ້ງທີ່ບ່ແມ່ນຂອງຕົນ

- ບ້າງກ່ເມົາຈົນຄວບຄຸມສະຕິບ່ໄດ້ ພ໋ຂີ່ຂັບລົດ ໄວປານໃດກ່ວ່າຊ້າ ພາໃຫ້ເກີດອຸບັດຕິເຫດ ເສຍຊີວິດກ່ມີ

- ບາງຄົນເສຍໃຈ, ອົກຮັກ ແລະອື່ນໆຫຼາຍໆຢ່າງກ່ວ່າກັນໄປ ກ່ເລີຍດື່ມໜັກເຂົ້າ ເມົາຈົນໄປບ່ໄດ້ ເບີ່ງແລ້ວໜ້າສົມເພດ

- ບ້າງກ່ດື່ມໜັກ ຈົນຂາດສະຕິແລ້ວຄິດຂ້າຕົວຕາຍກ່ມີ

- ບາງຄົນເມົາແລ້ວກ່ກ້າເຮັດໃນສິ່ງທີ່ຜິດ ທັ້ງທີ່ບ່ເຄີຍເຮັດມາກ່ອນ ໂດຍບ່ເກງກົວຕ່ບາບກັມ

ນອກນີ້ຍັງມີອີກຫຼາຍໆຮູບ.....ແຕກຕ່າງກັນໄປຕາມເວລາ ແລສະຖານທີ່

ສະຫຼຸບແລ້ວ ການເສຍຊີວິດສ່ວນໃຫຍ່ມັກຈະເກີດມາຈາກ ນໍ້າເມົາທຸກຊະນິດ ສະນັ້ນຈິ່ງເອີ້ນໄດ້ວ່າ ສຸລານໍ້າເມົາ ເປັນເຄື່ອງມືຂ້າຕະກອນອັນດັບນື່ງ

 

ຝາກໄວ້ເປັນ ອຸທາຫອນ

ຈະໄດ້ບ່ປະມາດ ຫຼົງຜິດກັນ 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄົນເຮົາເກີດມາເຮັດຫຍັງ ?

ຕາຍແລ້ວໄປໃສ ?

ບຸນ-ບາບ ກົດແຫ່ງກັມ ນະຣົກ-ສະຫວັນ ມີຈິງບ່?

ເລື່ອງລາວເຫຼົ່ານີ້ ບ່ວ່າໃຜຈະສົນໃຈ ຫຼືບ່ສົນໃຈ ເຊື່ອຫຼືບ່ເຊື່ອ ນັ້ນກ່ຍັງບ່ສຳຄັນກັບຄວາມຈິງທີ່ວ່າ ເຮົາທຸກຄົນຕ້ອງຕາຍ ແມ້ວ່າບ່ຢາກຕາຍກ່ຕ້ອງຕາຍ ບ່ວ່າຈະມີເຊື້ອຊາດ ສາສນາ ລືພາສາໃດກ່ຕາມ

- ດັ່ງນັ້ນ ເມື່ອເຮົາບ່ອາດຫຼີກໜີຄວາມຕາຍໄປໄດ້ ທາງທີ່ດີຄວນຫັນມາສຶກສາເລື່ອງລາວຄວາມຈິງຂອງຊີວິດ ໂດຍສະເພາະຢ່າງຍິ່ງເລື່ອງ ກົດແຫ່ງກັມ ທີ່ເປັນເລື່ອງຂອງເຫດກັບຜົນວ່າ ''ໃຜທຳກັມໃດໄວ້ ບ່ວ່າຈະດີຫຼືຊົ່ວກ່ຕາມ ເຂົາຍ່ອມໄດ້ຮັບຜົນຂອງກັມນັ້ນ''

- ເລື່ອງລາວທີ່ທ່ານຈະໄດ້ອ່ານຕ່ໄປນີ້ ເປັນກ໋ລະນີສຶກສາເລື່ອງກົດແຫ່ງກັມ ທີ່ມີຜົນຕ່ຊີວິດຫລັງຄວາມຕາຍ ແລະການວຽນວ່າຍຕາຍເກີດໃນສັງສາລະວັດ ທັ້ງນີ້ເພື່ອຕອກຢ້ຳໃຫ້ເກີດຄວາມເຂົ້າໃຈທີ່ຖືກຕ້ອງວ່າຄົນເຮົານັ້ນບ່ມີທາງເລືອກອື່ນໃດເລີຍ ທີ່ຈະບ່ໄປສູ່ປ໋ລະໂລກ ແລະການກະທຳທຸກຢ່າງຂອງເຮົາ ເມື່ອຕອນຍັງມີຊີວິດຢູ່ບ່ວ່າຈະເປັນທາງກາຍ ວາຈາ ແລະໃຈ ຄືສິ່ງສຳຄັນທີ່ຈະເປັນຕົວກຳນົດຈຸດໝາຍປາຍທາງໃນການເດີນທາງໄປສູ່ປ໋ລະໂລກຂອງເຮົາ

- ສຸດທ້າຍນີ້ ຫວັງເປັນຢ່າງຍິ່ງວ່າ ໄດອາຣີເລື່ອງນີ້ຈະເປັນຂ້ມູນໃຫ້ເພື່ອນໆໄດ້ຮັບຮູ້ຫົນທາງໃນການດຳເນີນຊີວິດທີ່ຖືກຕ້ອງ ແລະບ່ຫຼົງໄປເຮັດບາບອະກຸສົນ ໂດຍຮູ້ເທົ່າບ່ເຖິງການ ເຊີ່ງອາດເປັນແຮງບັນດານໃຈໃຫ້ເພື່ອນໆໄດ້ຫັນມາພິສູດເລື່ອງລາວຄວາມຈິງຂອງຊີວິດ ດ້ວຍການສຶກສາ ທັມມະຂອງ ອົງສົມເດັດພຣະສັມມາສັມພຸທທເຈົ້າຜ່ານສື່ສີຂາວ ທີ່ເປັນທາງເລືອກໃໝ່ຂອງສັງຄົມ ສືບຕ່ໄປ...

- ຕາຍແລ້ວໄປໃສ ?

ຕາຍແລ້ວໄປໃສ ? ''ຕາຍແລ້ວກ່ໄປທີ່ຊອບໆ ນັ້ນແຫຼະ !'' ນີ້ເປັນຄຳຕອບທີ່ເພື່ອນໆອາດຈະເຄີຍຜ່ານໆຫູມາແລ້ວ ເຊິ່ງໝາຍເຖິງວ່າ ຕອນທີ່ຄົນເຮົາຍັງມີຊີວິດຢູ່ ຫາກຊອບຫຼືມັກເຮັດສິ່ງໃດເອົາໄວ້ ບ່ວ່າຈະເປັນເລື່ອງດີຫຼືຊົ່ວ ຜົນຂອງກັມນັ້ນກ່ຈະນຳໄປສູ່ປ໋ລະໂລກ ຄື ໂລກໜ້າ ເຊິ່ງກ່ມີຢູ່ 2 ຝ່າຍຄື ສຸຄຕິ ແລະທຸຄຕິ ຫຼືເວົ້າງ່າຍໆ ຖ້າເຮັດດີກ່ຂື້ນສະຫວັນ ຖ້າເຮັດຊົ່ວກ່ຕົກນະຣົກນັ້ນເອງ

- ຖາມວ່າ ເປັນຫຍັງຈຶ່ງເປັນແນວນັ້ນ..? ເຫດຜົນກ່ຄື ການກະທຳທຸກຢ່າງຂອງຄົນເຮົາ ບ່ວ່າຈະເປັນທາງກາຍ ວາຈາ ແລະໃຈ ລ້ວນມີຜົນທັ້ງສິ້ນ ເພາະມັນຕິດຢູ່ໃນຕົວຂອງເຮົາ ເປັນພາບແຫ່ງຄວາມຈຳທີ່ຖືກບັນທຶກເອົາໄວ້ ເມື່ອໃກ້ຈະລະໂລກ ພາບແຫ່ງການກະທຳທັງໝົດ ກ່ຈະກຣ໋ກັບມາສາຍໃຫ້ເຮົາເຫັນ ເອີ້ນວ່າກັມນິມິຕ ຊຶ່ງກ່ແມ່ນພາບການກະທຳຕອນທີ່ເຮົາຍັງແຂງແຮງດີຢູ່ນັ້ນແລ່ະ ເປັນພາບທີ່ຄົນໆນັ້ນຈະເບິ່ງເຫັນພຽງຄົນດຽວ ຄົນອື່ນໆເບິ່ງບ່ເຫັນ ໄດ້ແຕ່ມາຢືນໃຫ້ກຳລັງໃຈຂ້າງຕຽງຄົນປ່ວຍ

ຖ້າຫາກວ່າພາບທີ່ສາຍໃຫ້ເຫັນນັ້ນ ເປັນພາບແຫ່ງຄວາມດີທີ່ໄດ້ສັ່ງສົມເອົາໄວ້ ໃຈກ່ຈະຜ່ອງໃສ ແລະເປັນສະເໝືອນລະຫັດຜ່ານໄປສູ່ສຸກຄຕິໂລກສະຫວັນ ກົງກັນຂ້າມ ຖ້າເປັນທີ່ເຮັດບ່ດີເອົາໄວ້ ໃຈກ່ເສົ້າໝອງ ເປັນເຫດທີ່ນຳໄປສູ່ທຸຄຕິພູມ

- ສຳຫຼັບຜູ້ທີ່ທຳບາບມາຕະຫຼອດຊີວິດ ກ່ອນຕາຍນຶກເຖິງພາບດີໆ ບ່ອອກເລີຍ ພ໋ກາຍລະອຽດ (''ວິນຍານ'' ຕາມທີ່ບັນພະບູລູດມັກເວົ້າ) ອອກຈາກຮ່າງ ກະຈະຖືກດູດໄປສູ່ພົບພູມທີ່ພ໋ເໝາະພ໋ສົມແກ່ກັມທີ່ມັກເຮັດຕອນເປັນມະນຸດ

ຍົກຕົວຢ່າງເຊັ່ນ: ຜູ້ທີ່ດື່ມເຫຼົ້າທຸກວັນເປັນອະຈິນກັມ ຕາຍໄປຄະນະໃຈເສົ້າໝອງ ກາຍລະອຽດຈະຖືກດູດໄປສູ່ ມະຫານະຣົກຂຸມທີ່ມີການລົງທັນກ່ຽວກັບການດື່ມສຸລາ (ດັ່ງຄຣິບ ໜ້າໂປຣໄຟຣ ຂອງຂ້ອຍເອົມາລົງໃຫ້ເບີ່ງ) ມະຫານະຣົກຂຸມນັ້ນ ເປວໄຟໃນນະຣົກຈະເປັນສີດຳສະນິດ ມີຄວາມຮ້ອນແຮງກວ່າໄຟບົນໂລກມະນຸດຫຼາຍລ້ານໆໆເທົ່າ

ສັດນະຣົກຈະຖືກ ນາຍນິຣະຍະບາລ ທີ່ຕົວໃຫຍ່ ມີຜິວດຳສະນິ ຈັບຂຶງພືດ ແລ້ວຖອກນໍ້າກົດສີດຳເຂົ້າໄປໃນປາກ ນໍ້າກົດນັ້ນຈະກັດກິນລະລາຍສັດນະຣົກທັ້ງຕົວຈົນຂາດໃຈຕາຍ ພ໋ຕາຍແລ້ວກ່ຟື້ນ ມີຮູບຮ່າງຂື້ນມາໃໝ່ ແລ້ວກ່ຖືກຈັບກຣອກໃໝ່ ຕ້ອງຕາຍເກີດ ຕາຍເກີດຢູ່ແບບນີ້ຫຼາຍລ້ານປີ

- ສຳຫຼັບກ໋ລະນີຂອງຜູ້ທີ່ລະໂລກແລ້ວໃຈບ່ເສົ້າໝອງ ແຕ່ ກ່ບ່ໃສ ຄື ກ່ອນຕາຍພາບແຫ່ງຄວາມຊົ່ວ ຫຼືຄວາມດີ ຍັງບ່ມີຝ່າຍໃດທີ່ຈະສົ່ງຜົນໄດ້ຊັດເຈນກວ່າກັນ ຄົນເຫຼົ່ານີ້ ເມື່ອຕາຍແລ້ວ ກາຍລະອຽດຈະຖອດອອກມາຢູ່ທີ່ພື້ນໂລກມະນຸດ ທ່ຽວໄປວົນວຽນຫາຄອບຄົວ ໝູ່ຍາດ ເພື່ອນຝູງ ໄປເວົ້າຈານຳໃຜກ່ບ່ມີໃຜຮູ້ເລື່ອງ ວົນວຽນຢູ 7 ວັນ ຊຶ່ງເປັນລະຍະເວລາທີ່ເປີດໂອກາດໃຫ້ນຶກເຖິງບຸນກຸສົນ

ພ໋ຄົບ 7 ວັນ ຖ້ານຶກເຖິງບຸນບ່ອອກເພາະໃຈມັນສັບສົນ ຫຼືບ່ຄ່ອຍໄດ້ທຳບຸນກຸສົນ ກ່ຕ້ອງຢ້ອນກັບມາທີ່ ທີ່ຕົວເອງເຄຍຕາຍ ຈະເປັນທີ່ໂຮງໝ໋ ທີ່ບ້ານ ຫຼືທີ່ໃດໆກ່ຕາມ ເມື່ອເຖິງເວລານັ້ນຈະມີເຈົ້າໜ້າທີ່ຈາກຍົມມະໂລກ ຮູບຮ່າງໃຫຍ່ ຜິວດຳສະນິດ ຜົມຍິກກູດ ຕາໃຫຍ່  ນຸ່ງຜ້າຫຍັກລັ້ງສີແດງ ເບິ່ງແລ້ວໜ້າຢ້ານກົວ ເອົາໂສ້ໃຫຍ່ມາລ່າມ ແລ້ວຄຸມຕົວກາຍລະອຽດນັ້ນໄປສູ່ຍົມມະໂລກ ໄປລ໋ຮັບການພິພາກສາຈາກ ພະຍາຍົມມະລາຊ ຄື ກຸມພັນ ຊຶ່ງເປັນຍັກປະເພດໜຶ່ງຂອງສະຫວັນຊັ້ນຈາຕຸມຫາຣາຊິກາ ແຕ່ເພາະມີກັມຈິ່ງຕ້ອງມາທຳໜ້າທີ່ຕັດສິນບຸນບາບໃນຍົມມະໂລກ

ຂະນະຕັດສິນນັ້ນ ພາບບຸນແລະບາບ ທີ່ເຄີຍທຳຕອນເປັນມະນຸດກ່ຈະສາຍອອກມາໃຫ້ເຫັນຕ່ໜ້າພະຍາຍົມມະຣາຊ ຈຶ່ງບ່ສາມາດທີ່ຈະຕົວ ຫຼືປະຕິເສດໄດ້ ເມື່ອພິພາກສາແລ້ວ ຫາກມີບັນຊີບາບຫຼາຍກວ່າບຸນ ກ່ຈະຖືກຕັດສິນໃຫ້ນຳໄປລົງທັນມານະໃນນະຣົດຂຸມຍົມມະໂລກ ຕາມແຕ່ປະເພດຂອງກັມທີ່ທຳໄວ້

ແຕ່ຖ້າຫາກລາຍໃດ ນຶກເຖິງບຸນອອກ ແລະເປັນບຸນໃຫຍ່ ທີ່ສາມາດສົ່ງຜົນກ່ອນບາບ ພະຍາຍົມມະຣາຊກ່ຈະຕັດສິນໃຫ້ໄປເກີດໃໝ່ຕາມກຳລັງບຸນຂອງແຕ່ລະລາຍ ເຊັ່ນຖ້າມີບຸນນ້ອຍກ່ອາດຈະໄດ້ໄປເກີດເພື່ອໃຊ້ເສດກັມ ໃນພູມຂອງເປຣດ ອະສູນລະກາຍ ຫຼືສັດເດຣັຈສານ (ເບິ່ງໄດ້ໜ້າໂປຣໄຟຣ ເດີ່) ເຊິ່ງເປັນທຸຄຕິພູມທີ່ມີຄວາມທຸກນ້ອຍກວ່າຍົມມະໂລກ ແຕ່ຖ້າມີບຸນຫຼາຍພ໋ກ່ຈະຖືກນຳໄປເກີດເປັນມະນຸດໃໝ່ອີກຄັ້ງ

- ສຳຫຼັບຜູ້ທີ່ສັ່ງສົມຄຸນງາມຄວາມດີມາຕລອດຊີວິດ ແມ້ນອນຢູ່ເທິງຕຽງຄົນປ່ວຍ ເບີ່ງພາຍນອກເຫັນອາການແລ້ວໜ້າໜັກໃນ ແຕ່ພາຍໃນນັ້ນໃຈໃສ ເພາະມີພາບບຸນກຸສົນລວນວຽນມາໃຫ້ລະລຶກເຖິງຢູ່ຕລອດ ພ໋ລະໂລກໄປ ກ່ໄປດ້ວຍອາການສະຫງົບເໝືອນຄົນທີ່ຫຼັບໄປ ຮູ້ສຶກຕົວອີກທີ ເມື່ອໄດ້ຍິນສຽງຮຽກວ່າ ''ຕື່ນເທີ້ນໆ'' ໄພເລາະຈັບໃຈຫຼາຍ ເປັນສຽງຂອງຫົວໜ້າບ໋ລິວານທີ່ລົງມາຈາກວິມານຫຼາກຫຼາຍຕັ້ງແຖວລ໋ຮັບ ຊຶ່ງລ້ວນແຕ່ມີຮູບຮ່າງໜ້າຕາທີ່ງົດງາມຜິວກາຍສະຫວ່າງ

 ຈາກນັ້ນກາຍເດີມທີ່ເປັນກາຍລະອຽດ (ທີ່ເຮົາເອີ້ນວ່າ: ວິນຍານ) ກ່ຈະປ່ຽນເປັນກາຍທິບທີ່ມີຣັສໝີສວ່າງເຈີດຈ້າຕາມແຕ່ກຳລັງບຸນຂອງບຸກຄົນຜູ້ນັ້ນ ແລະຢ່າງໄປຂື້ນຣາຊຣົດຄັນໃຫຍ່ ທີ່ປະດັບຕົບແຕ່ງດ້ວຍຣັຕນະຊາດອັນລໍ້າຄ່າຕະການຕາ ເພື່ອເດີນທາງກັບໄປຍັງວິຫານຂອງຕົນ ຊຶ່ງຈະຢູ່ສະຫວັນຊັ້ນໃດນັ້ນກ່ຕາມແຕ່ກຳລັງບຸນທີ່ໄດ້ສັ່ງສົມມາ

 

ສະຫຼຸບແລ້ວປ໋ລະໂລກເປັນສິ່ງທີ່ເຮົາທຸກຄົນຕ້ອງໄປ ແຕ່ທັ້ງນີ້ເຮົາບ່ຄວນດ່ວນປະຕິເສດວ່າ ສິ່ງໃດທີ່ເຮົາເບິ່ງບ່ເຫັນ ແປວ່າສິ່ງນັ້ນບ່ມີ ແຕ່ທາງທີ່ດີເຮົາຄວນເປີດໂອກາດໃຫ້ຕົວເອງໄດ້ລອງສຶກສາເລື່ອງເລົ່ານີ້ເບິ່ງກ່ອນ ຢ່າງນ້ອຍບົດເລື່ອງນີ້ ຈະເປັນຈຸດເລີ່ມຕົ້ນທີ່ດີໃຫ້ກັບເພື່ອນທຸກຄົນ, ທຸກທ່ານ

 

ຂ້ອຍຂ໋ອະນຸໂມທະນາບຸນ ແລະ ໃຫ້ທຸກຄົນທີ່ເຂົ້າມາອ່ານເລື່ອງ ''ຄວາມຈິງຂອງຊີວິດ ທີ່ທຸກຄົນຕ້ອງຮູ້''

ໃຫ້ໄດ້ບຸນກັນທຸກຄົນ ມີສຸຂະພາບພະລະນາໄມສົມບູນ

ໃຫ້ໃຈໃສໆ ເຫັນທັມມະກາຍໃນຕົວກັນທຸກຄົນ

ໃຫ້ເປັນມະຫາເສດຖີຢ່າງອັດສະຈັນ ມີນິພພານເປັນທີ່ໄປໃນອະນາຄົດຕະການ....ເທີ້ນ

ສາທຸ...ສາທຸ...ສາທຸ

 

 

ບົດເລື່ອງນີ້ແມ່ນ ຂຽນມາຈາກປື້ມເຫຼັ້ມນຶ່ງຂອງ ວັດພຣະທັມມະກາຍ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 30, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຢູ່ໃນບຸນ  ຢຸດ..ເປັນຕົວສຳເລັດ
ເຮົາບໍ່ມີທາງລ່ຽງກົດແຫ່ງກັມ ແຕ່ມີທາງເລືອກ ແລ້ວເຮົາຈະພົບທາງອອກ ຄື: ອະດີດທີ່ຜິດພາດລືມໃຫ້ໝົດ ສິ່ງທີ່ເປັນບາບອະກຸສົນທຸກຊະນິດ ບໍ່ເຮັດເພີ່ມອີກເດັດຂາດ ໝັ່ນນຶກເຖິງບຸນກຸສົນ ທີ່ໄດ້ສັ່ງສົມມາທັ້ງໝົດ ບຸນກຸສົນທຸກຊະນິດ ທານ ສີລ ພາວະນາ ທຳໃຫ້ເພີ່ມຂື້ນເຂັ້ມຂົ້ນທັບທະວີ
ປະຕິບັດທັມ ໃຫ້ເຂົ້າເຖິງ ພຣະຣັຕຕະນະໄຕຣ ພາຍໃນຕົວ

ຂໍໃຫ້ທຸກຄົນຈົ່ງມີແຕ່ຄວາມສຸກ ຄວາມທຸກຢ່າໄດ້ມີ ຂໍໃຫ້ຈະເລີນຮັ່ງມີ ພະຍາດຢ່າໄດ້ມາໃກ້ເທີ້ນ

ສາທຸ..ສາທຸ...ສາທຸ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 13, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

<!--Session data-->

 

ຫຼໍ່ ສວຍ ລວຍ ສະຫຼາດ ສົມປາຖະໜາ

ຄຸນຄ່າຂອງຊີວິດອອກແບບໄດ້ດ້ວຍຕົນເອງ

www.kalyanamitra.org

1. ບື້ອງຫຼັງການອອກແບບຊີວິດ

- ມີບາງຄັ້ງແມ່ນບໍ່ ທີ່ເພື່ອນໆພັນລາວເຮົາອາດສົງໄສວ່າ "ເປັນຫຍັງບາງຄົນຈິ່ງໂຊກດີ ມີຊີວິດທີ່ລາບລື່ນສົມຫວັງໄປໝົດທຸກຢ່າງ ແຕ່ບາງຄົນກັບຕ້ອງຟັນຝ່າອຸປະສັກສາລະພັດຊະນິດ"

ຄຳຖາມນີ້ບໍ່ໄດ້ເກີດຂື້ນກັບເຮົາຄົນດຽວ ມີຄົນຫຼາກຫຼາຍທີ່ຄິດເຊັ່ນນີ້ ແລະ ຈາກໂລກນີ້ໄປໂດຍບໍ່ໄດ້ຮັບຄຳຕອບທີ່ຊັດເຈນຫຍັງເລີຍ.

ເມື່ອຳໄດ້ມາສຶກສາຄຳສອນໃນພຸດທະສາສນາ ກໍ່ພົບວ່າເລື່ອງນີ້ມີເບື້ອງຫຼັງ...

ນັບພົບນັບຊາດບໍ່ຖ້ວນທີ່ຜ່ານມາ..ມະນຸດທຸກຄົນຕ່າງກໍ່ວຽນວາຍຕາຍເກີດກັນມານານແສນນານ ແລະຈະຍັງຄົງເປັນເຊັ່ນນີ້ຕໍ່ໄປອີກຈົນກວ່າຈະໝົດກິເລດເປັນພຣະອະຣະຫັນ ໃນລະຫວ່າງນັ້ນຊີວິດມີຂື້ນລົງ ປາສະຈາກຄວາມແນ່ນອນ ຕາຍແລ້ວໄປເກີດເປັນເທວະດາແດ່ ເປັນສັດນາໆຊະນິດແດ່ ເປັນມະນຸດທີ່ຍາກຈົນແດ່ ລ່ຳລວຍແດ່ກໍ່ມີ ເປັນຕົ້ນ ຊຶ່ງສ່ວນໃຫຍ່ຈະມີທຸກຫຼາຍກວ່າສຸກ.

 

ການທີ່ເຮົາຕ້ອງມີຊີວິດຂື້ນໆລົງໆ ສຸກແດ່ທຸກແດ່ນັ້ນບໍ່ແມ່ນເລື່ອງບັງເອີນ ທຸກຢ່າງລ້ວນແຕ່ມີເຫດ ມີຜົນ ມາຈາກການກະທຳຂອງເຮົາ ທັ້ງໃນອະດີດ ແລະ ປະຈຸບັນນະຊາດ ຖ້າທຳດີ ກໍ່ຈະໄດ້ຮັບຜົນດີ ຖ້າທຳຊົ່ວ ກໍ່ຈະໄດ້ຮັບຜົນຊົ່ວຕາມກົດແຫ່ງເຫດຜົນ ຫຼືກົດແຫ່ງກັມ ຊຶ່ງເປັນກົດທີ່ມີອິດທິພົນເໜືອຊີວິດມະນຸດ ແລະ ສັບພະສັດທັງຫຼາຍ

 

ກົດແຫ່ງກັມເປັນກົດຂອງສັງສາລວັດ ທີ່ມີຫຼັກວ່າ: ບຸກຄົນ ທຳສິ່ງໃດ ຍ່ອມໄດ້ສິ່ງນັ້ນ. ດັ່ງຂໍ້ຄວາມໃນສະມຸດທົກສູດທີ່ວ່າ: ບຸກຄົນຫວ່ານພືດເຊັ່ນໃດ ຍ່ອມໄດ້ຜົນເຊັ່ນນັ້ນ ຍ່ອມໄດ້ຜົນເຊັ່ນນັ້ນ ຄົນທຳດີຍ່ອມໄດ້ດີ ທຳຊົ່ວຍ່ອມໄດ້ຊົ່ວ

 

ກົດແຫ່ງກັມບໍ່ແມ່ນກົດທີ່ພຣະສັມມາສັມພຸດທະເຈົ້າຊົງສ້າງຂື້ນ ບໍ່ວ່າໃຜຈະນັບຖືສາສນາໃດ ມີເຊື້ອຊາດໃດ ຈະຮູ້ຈັກ ຫຼືບໍ່ຮູ້ຈັກ ຈະເຊື່ອ ຫຼືບໍ່ເຊື່ອກໍ່ຕາມ ລ້ວນຕົກຢູ່ພາຍໃຕກົດແຫ່ງກຳທັງສິ້ນ

 

ເມື່ອເຮົາສາມາດຈັບກົດແຫ່ງກັມໄດ້ ເຮົາກໍ່ສາມາດຈະເອົາຫຼັກການນີ້ມາໃຊ້ໃຫ້ເປັນປະໂຫຍດໃນການອອກແບບຊີວິໄດ້ ວ່າເຮົາຄວນເຮັດ ຫຼືບໍ່ເຮັດສິ່ງໃດ ຊຶ່ງໃນທີ່ນີ້ຈະຍົກຕົວຢ່າງທີ່ພຣະສັມມາສັມພຸທທະເຈົ້າຕຣັດໄວ້ໃນ ຈູຟກັມວິພັງຄະສູດ ມາສະແດງເພື່ອຄວາມຊັດເຈນຍິ່ງຂື້ນໃນເລື່ອງຜົນຂອງກັມ

 

ຄົນໂຫດຫ້ຽມ ມັກຂ້າສັດ ມັກບຽດບຽນ ທໍລະມານສັດ

ເມື່ອຕາຍໄປຈະເຂົ້າຖຶງອະບາຍ ທຸຄະຕິ ວິນິບາກ ນະຣົກ ເມື່ອມາເກີດເປັນມະນຸດຈະອາຍຸສັ້ນ

ບຸກຄົນມັກໂກດ, ຮ້າຍ ອາຄາດ ພະຍາບາດ

ຕາຍໄປຈະເຂົ້າສູ່ອະບາຍ ທຸຄະຕິ ວິນິບາກ ນະຣົກ ເມື່ອມາເກີດເປັນມະນຸດຈະມີຜີວພັນຊາມ

ບຸກຄົນໃດມີໃຈອິດສາລິສະຫຍາ ມຸ້ງຮ້າຍ

ຕາຍໄປຈະເຂົ້າສູ່ອະບາຍ ທຸຄະຕິ ວິນິບາກ ນະຣົກ ເມື່ອມາເກີດເປັນມະນຸດຈະເປັນຄົນໄຮ້ອຳນາດ

ບຸກຄົນໃຈແຄບ ບໍ່ມັກໃຫ້ທານ ບໍ່ມັກຊ່ວຍເຫຼືອຄົນອື່ນ

ຕາຍໄປຈະເຂົ້າສູ່ອະບາຍ ທຸຄະຕິ ວິນິບາກ ນະຣົກ ເມື່ອມາເກີດເປັນມະນຸດຈະເປັນຄົນໄຮ້ຊັພ

ບຸກຄົນກະດ້າງ ເຢີຍິ່ງ ບໍ່ເຄົາລົບຜູ້ຄວນເຄົາລົບ

ຕາຍໄປຈະເຂົ້າສູ່ອະບາຍ ທຸຄະຕິ ວິນິບາກ ນະຣົກ ເມື່ອມາເກີດເປັນມະນຸດຈະເກີດໃນຕະກູນຕ່ຳ

ບຸກຄົນບໍ່ມັກຄົບພົບປະກັບບັນດິດ ສັມມະນະພຣາມ

ຕາຍໄປຈະເຂົ້າສູ່ອະບາຍ ທຸຄະຕິ ວິນິບາກ ນະຣົກ ເມື່ອມາເກີດເປັນມະນຸດຈະເປັນຄົນໄຮ້ປັນຍາ

 

ໃນທາງກົງກັນຂ້າມ ຄົນທີ່ເວັ້ນຈາກ ການຂ້າສັດ, ບໍ່ໍບຽດບຽນສັດ ບໍ່ມັກໂກດຮ້າຍ ບໍ່ອິດສາລິສະຫຍາ ມັກໃຫທານແກ່ຜູ້ຊົງສີນ ຊົງຄຸນນະທັມ ບໍ່ກະດ້າງເຢີ່ຍິ່ງ ເຄົາລົບຄົນທີ່ຄວນເຄົາລົບ ມັກພົບຫາສາມະນະ ບັນດິດ ເມື່ອຕາຍໄປຈະເຂົ້າເຖິງສຸກຂະຕິໂລກສະຫວັນ ເມື່ອມາເກີດເປັນມະນຸດຈະມີອາຍຸຍືນ ໂຣກໄພບໍ່ບຽດບຽນ ມີຄົນເຄົາຣົບນັບຖື ມີອຳນາດ ມີຊັພຫຼາຍ ເກີດໃນຕະກູນດີ ແລະເປັນຄົນມີປັນຍາ ຕາມລຳດັບ

 

ຄຳສອນໃນພຣະສູດນີ້ ຊີ້ໃຫ້ເຫັນຊັດເຈນວ່າ ຖ້າຕ້ອງການຄວາມປອດໄພໃນຊີວິດ ຕ້ອງເລືອກທຳແຕ່ກັມດີ ເພາະທຸກຄັ້ງທີ່ທຳກັມດີ ເຊັ່ນ: ທຳທານ ຮັກສາສີນ ຈະເຣີນພາວະນາ ໆລໆ ຈະມີບຸນເກີດຂື້ນຢ່າງມະຫາສານ ບຸນຈະຫຼໍ່ລ້ຽງຊີວິດເຮົາໃຫ້ມີຄວາມສຸກ ຄວາມຈະເຣີນ ຊ່ວຍແຕ່ງເຕີມຊີວິດເຮົາໃຫ້ສົມບູນຍິ່ງໆຂື້ນໄປທຸກພົບທຸກຊາດ

... ເສັ້ນທາງໃນສັງສາຣວັດຂອງເຮົາຈະລາບລື່ນ ສະດວກສະບາຍ ບໍ່ຕ້ອງຂື້ນໆ ລົງໆ ອີກຕໍ່ໄປ ກໍ່ດ້ວຍ "ບຸນ"

... ຈະໄປເຖິງຈຸດໝາຍແຫ່ງການເດີນທາງ ຄືນິພພານໄດ້ກໍ່ດ້ວຍ "ບຸນ"

"ບຸນ" ຄຳສັ້ນໆ ຄຳນີ້ ຈິ່ງມີຄວາມໝາຍສຸດທີ່ຈະພັນລະນາ

ດັ່ງຄຳສອນຍາຍວ່າ: ຍອມແພ້ຫຍັງກໍ່ຍອມໄປ ແຕ່ຢ່າຍອມແພ້ເລື່ອງບຸນກໍ່ແລ້ວກັນ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

<!--Session data-->
 

ໂທດຂ້າມພົບຂ້າມຊາດຂອງ ການດື່ມເຫຼົ້າ

ເຫຼົ້າບໍ່ໄດ້ໃຫ້ໂທດໃນຊາດນີ້ເທົ່ານັ້ນ ແຕ່ຍັງເປັນໂທດຕິດຕົວຜູ້ດື່ມໄປຂ້າມພົບຂ້າມຊາດຢ່າງໃຫຍ່ຫຼວງ ຕົວຢ່າງເຊັ່ນ:

1. ເຮັດໃຫ້ເກີດເປັນຄົນໃບ້ ພວກນີ້ຕາຍໃນຂະນະເມົາເຫຼົ້າ ຄົນທີ່ເມົາເຫຼົ້າເຕັມທີ່ ລີ້ນຈຸກປາກກັນທຸກຄົນ ເວົ້າບໍ່ຮູ້ເລື່ອງໄດ້ແຕ່ສົ່ງສຽງແບະໆ ພໍຕາຍແລ້ວກໍ່ຕົກນະລົກ ຈາກນັ້ນພໍກັບມາເກີດໃໝ່ ກຳຍັງຕິດຕາມມາ

2. ເຮັດໃຫ້ເກີດເປັນບ້າ ພົບຊາດໃນອາດີດ ດື່ມເຫຼົ້າມາຫຼາຍ ເວລາເມົາກໍ່ມີປະສາດຫຼອດ ເວນນັ້ນຕິດຕົວມາໃນຊາດນີ້ ເກີດມາກໍ່ເປັນບ້າ ຢູ່ດີໆກໍ່ໄດ້ຄົນມາຊິມໃສ່ຫູແດ່ ເຫັນພາບຫຼອນວ່າຄົນນັ້ນຄົນນີ້ຈະມາຂ້າແດ

3. ເຮັດໃຫ້ເກີດປັນຍາອ່ອນ ພວກນີ້ດື່ມເຫຼົ້າຈັດໆຕອນເມົາກໍ່ຄິດຫຍັງບໍ່ອອກຢູ່ແລ້ວ ດ້ວຍເວນສຸລານີ້ ກໍ່ສົ່ງຜົນໃຫ້ເກີດປັນຍາອ່ອນ

4. ເຮັດໃຫ້ເປັນສັດເລືອຄານ ບໍ່ວ່າຈະເປັນງູ ແລນ ກະປອມ ມາຈາກພວກຂີ້ເມົາທັງນັ້ນ ພວກນີ້ຝຶກຊ້ອມຄານ ມາຕັ້ງແຕ່ຕອນເປັນຄົນ ພໍຕາຍໄປກໍ່ໄດ້ຄານສົມໃຈນຶກ

ວິທີເຊົາເຫຼົ້າໃຫ້ໄດ້ເດັດຂາດ

1. ຕຶກຕອງໃຫ້ເຫັນໂທດ ວ່າສຸລາກໍ່ໃຫ້ໂທດຢ່າງໜັກຫຼວງຫຼາຍແທ້ ດັ່ງທີ່ກ່າວມາແລ້ວ

2.​ ຕັ້ງໃຈຢ່າງໜຽວແໜ້ນວ່າຈະເຊົາດື່ມເຫຼົ້າໂດຍເດັດຂາດ ໂດຍໃຫ້ສັດຈະກັບຜູ້ໃຫຍ່ທີ່ເຄົາລົບນັບຖື ຫຼື ກັບພະສົງ

3. ສິ່ງໃດທີ່ເປັນສື່ສາຍໃຍໃຫ້ຄິດເຖິງເຫຼົ້າ ເຊັ່ນ: ຮູບໂຄສະນາກ່ຽວກັບເຫຼົ້າ ຫຼື ເຫຼົ້າຕົວຢ່າງ ຂົນໄປຖີ້ມໃຫ້ໝົດ ຖືເປັນຂອງຂີດຽດຈັງໄຮ ນຳເອົາຄວາມເສົ້າໝອງມາສູ່ບ້ານເຮືອນ

4. ຄິດເຖິງສັກສີຂອງຕົນເອງໃຫ້ຫຼາຍ ວ່າເຮົາເປັນຊາວພຸດເປັນລູດສິດຂອງພຣະພຸດທະເຈົ້າ ເປັນສິດມີຄູ ເປັນຄົນມີກຽດຕິຍົດ ເປັນທາຍາດມີຕະກູນ ຄິດເຖິງສັກສີຂອງຕົນເອງ ດັ່ງນີ້ແລ້ວກໍ່ຈະເຊົາເຫຼົ້າໄດ້

5. ໝູ່ເພື່ອນຂີ້ເຫຼົ້າ ຂີ້ຢາທັງຫຼາຍ ພະຍາຍາມຫຼີກລ້ຽງອອກຫ່າງ ບໍ່ຫ່າງຈັກໜ່ອຍ ເຂົາກໍ່ມາຊວນເຮົາໄປດື່ມເຫຼົ້າອີກ ຂໍ້ນີ້ສຳຄັນທີ່ສຸດ ຕາບໃດທີ່ຍັງເຊົາເພື່ອນຂີ້ເຫຼົ້າບໍ່ໄດ້ ຈະບໍ່ມີທາງເຊົາເຫຼົ້າໄດ້ເລີຍ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຣະສັມມາສັມພຸດທະເຈົ້າ ຊົງສະຫຼຸບໂທດຂອງການດື່ມສຸລາໄວ້ 6 ປະການຄື:

1. ເຮັດໃຫເສຍຊັບ ເພາະຈະຕ້ອງໄດ້ຊື້ເຫຼົ້າມາດື່ມເອງ ແລະ ຈະຕ້ອງລ້ຽງໝູ່ເພື່ອນ ວຽກການກໍ່ບໍ່ໄດ້ເຮັດ ດັ່ງນັ້ນ ແມ່ນວ່າມະຫາເສດຖີ ຖ້າຕິດເຫຼົ້າກໍ່ອາດຫຼົ້ມຈົມໄດ້

2. ເຮັດໃຫ້ເກີດຄວາມວິວາດຜິດຖຽງ ເພາະກິນເຫຼົ້າແລ້ວຂາດສະຕິ ບໍ່ສາມາດຄວບຄຸມຕົນເອງໄດ້ ຈະເຫັນວ່າໃນວົງເຫຼົ້າມັກຈະມີເລື່ອງ ເຕະຕີ ຟັນແທງ ຫຼື ຍິງກັນຢູ່ສະເໝີ ເພື່ອນຮັກກັນພໍເຫຼົ້າເຂົ້າປາກບຶດດຽວ ກໍ່ຜິດກັນຂ້າກັນໄດ້

3. ເຮັດໃຫ້ເກີດໂລກຫຼາຍຢ່າງ ບໍ່ວ່າຈະເປັນໂລກຕັບແຂງ ໂລກກະເພາະ ໂລກຫົວໃຈ ໂລກເສັ້ນເລືອດໃນສະໝອງແຕກ ໂລກທາງລະບົບປະສາດ ໆລໆ

4. ເຮັດໃຫ້ເສຍຊື່ສຽງ ເພາະໄປເຮັດສິ່ທີ່ບໍ່ດີ ຄົນຮູ້ວ່າເປັນຄົນຂີ້ເຫຼົ້າ ກໍ່ຈະດູຖືກຢຽດຫຍາມ ບໍ່ມີໃຜເຊື່ອໃຈ

5. ເຮັດໃຫ້ສະແດງອຸດຈາດຂາດຄວາມລະອາຍ ພໍເມົາແລ້ວແມ່ນຫຍັງທີ່ບໍ່ກ້າເຮັດ ກໍ່ເຮັດໄດ້ ຈະນອນຢູ່ກາງຖະໜົນ ຈະເອອະໂວຍວາຍ ຈະແກ້ເສື້ອຜ້າໃນທີ່ສາທາລະນະ ກໍ່ເຮັດໄດ້

6. ເຮັດໃຫ້ສະຕິປັນຍາເສື່ອມຖອຍ ພໍເມົາແລ້ວຈະຄິດຫຍັງກໍ່ຄິດບໍ່ອອກ ອ່ານໜັງສືກໍ່ບໍ່ຖືກ ເວົ້າຈາວົກວົນ ພໍດື່ມໜັກໆເຂົ້າ ຈັກໜ່ອຍກໍ່ກາຍເປັນຄົນຫຼົງລືມ ປັນຍາເສື່ອມ

ເຫຼົ້າຈຶ່ງລ້າງຜານທຸກສິ່ງທຸກຢ່າງ ຜານຊັບ ຜານໄມຕີ ຜານສຸຂະພາບ ຜານກຽດຕິຍົດ ຜານສັກສີ ຜານສະຕິປັນຍາ

 ການດື່ມເຫຼົ້ານັ້ນ ເຮັດໃຫ້ເກີດສຸກໄດແດ່ເລັກນ້ອຍສຳຫຼັບຄົນທີ່ຕິດ ແຕ່ເປັນຄວາມສຸກຫຼອກໆເທິງຄວາມທຸກ ເຫຼົ້າເຮັດໃຫ້ເພີດເພີນໃນເລືອງເສົ້າ

ການດື່ມນໍ້າເມົາມອມເມົາຕົວເອງມື້ແລ້ວມື້ເຫຼົ່າ ຍັງເປັນການບັນທອນທຸກສິ່ງທຸກຢ່າງຂອງຕົນເອງອີກດ້ວຍ ແມ່ນທີ່ສຸດຄວາມສຸກທາງໃຈ ທີ່ຄົນເມົາເຫັນວ່າຕົນໄດ້ຈາກການເສບຕິດນັ້ນ ກໍ່ເປັນສຸກແບບຈອມປອມ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄວາມໝາຍຂອງ ສາມີ ພັນລະຍາ ຄື:

- ສາມີ ແປວ່າ ຜູ້ລ້ຽງ (ຜົວ)

- ພັນລະຍາ ແປວ່າ ຄົນຄວນລ້ຽງ (ເມຍ)

ຄຳທັງສອງຄຳນີ້ ເປັນຄຳທີ່ແຝງຄວາມໝາຍໃນຕົວ ແລະ ເປັນຄຳທີ່ຄູ່ກັນ ຜູ້ຊາຍທີ່ໄດ້ ຊື່ວ່າສາມີ ກໍ່ເພາະລ້ໜງດູ ພັນລະຍາ, ຜູ້ຍິງທີ່ໄດ້ ຊື່ວ່າພັນລະຍາ ກໍ່ເພາະເຮັດເຮັດຕົນເປັນຄົນໜ້າລ້ຽງ

 

ປະເພດຂອງພັນລະຍາ

ພັນລະຍາທັງຫຼາຍໃນໂລກນີ້ ແບ່ງອອກເປັນ 7 ປະເພດ ຄື:

1. ວະທະກະພັນລະຍາ ພັນລະຍາສະເໝີດ້ວຍ ເພັດສະຄາດ ຄື: ພັນລະຍາທີ່ຄິດລ້າງຜານສາມີ ພະຍາຍາມຂ້າສາມີ ຍິນດີໃນຊາຍອື່ນ ຕົບຕີປ້ອຍດ່າສາມີ

2. ໂຈລີພາລິຍາ ພັນລະຍາສະເໝີດ້ວຍໂຈນ ຄື: ພັນລະຍາທີ່ມັກລ້າງຜານຊັບສິນສາມີ ໃຊ້ຊັບບໍ່ເປັນແດ່ ຍັກຍອບຊັບເພື່ອຄວາມສຸກສ່ວນຕົວແດ່ ສ້າງໜີ້ສິນໃຫ້ໃຊ້ໃຫ້ແດ່

3. ໄອພະຍະລິຍາ ພັນລະຍາສະເໝີດ້ວຍນາຍ ຄືພັນລະຍາທີ່ມັກລ້າງຜານສັກສີຂອງສາມີ ບໍ່ສົນໃຈຊ່ວຍວຽກງານ ກຽດຄ້ານ ກິນຫຼາຍ ປາກມາກ,ປາກຮ້າຍ ກ່າວຄຳຫຍາບ ມັກຂົ່ມຂີ່ສາມີ ທີ່ດຸໝັ່ນຂັນແຂງ ຄືກັບເຈົ້ານາຍຂົ່ມເຫັງຂີ້ຂ້າ ພູມໃຈທີ່ໄດ້ຂົ່ມເຫັງສາມີ

4. ມາຕາພັນລະຍາ ພັນລະຍາສະເໝີດ້ວຍພໍ່ແມ່ ຄືພັນລະຍາທີ່ມີຄວາມຮັກເມດຕາສາມີບໍ່ມີທີ່ສິ້ນສຸດ ຄືກັບມານດາຮັກບຸດ ເຊັ່ນ: ສາມີຈະຕົກຕ່ຳໝົດບຸນວາດສະນາ ຈະເຈັບປ່ວຍຈະພິການຕະຫຼອດຊີວິດ ກໍ່ບໍ່ປະຖີ້ມ ບໍ່ເວົ້າບໍ່ເຮັດໃຫ້ສະເທືອນໃຈ ເຖິງຈະຕາຍຈາກໄປ ແຕ່ຕົນຍັງສາວກໍ່ບໍ່ຍອມມີສາມີໃໝ່

5. ພະຄິນີພະລິຍາ ພັນລະຍາສະເໝີດ້ວຍນ້ອງສາວ ຄືພັນລະຍາທີ່ເຄົາລົບສາມີ ເປັນຄົນລະອາຍບາບ ມີຄວາມຢັ້ງຍືນ ແຕ່ມີທັງຂັດໃຈກັນແດ່ ທັງດື້ ທັງງອນ ທັງມັກຫຍອກ ທັງຂີ້ໃຫ້ ຕ້ອງທັງຊູ່ທັງອອຍ ຈັກໜ່ອຍຈະໄປທ່ຽວ ຈັກໜ່ອຍຈະກິນ ຈະແຕ່ງຕົວ ແຕ່ກໍ່ຊື່ສັດສຸຈະຣິດຕໍ່ສາມີ

6. ສະຂາພະລິຍາ ພັນລະຍາສະເໝີດ້ວຍເພື່ອນ ຄືພັນລະຍາທີ່ມີລົດສະນິຍົມ ມີຄວາມມັກຄືກັນກັບສາມີ ຖືກຄໍກັນ ເປັນຄົນມີສີນລະທັມ ມີຄວາມປະພຶດດີ ແຕ່ມີຄວາມທະນົງຕົວ ຖືວ່າສະເໝີຕົວ ຖືວ່າສະເໝີກັນ ຫາກຝ່າຍກົງກັນຂ້າມຂາດເຫດຜົນ ກໍ່ບໍ່ຍອມກັນ

7. ທາສີພັນລະຍາ ພັນລະຍາສະເໝີດ້ວຍຄົນໃຊ້ ຄືພັນລະຍາທີ່ເຮັດຄືກັນກັບຄົນໃຊ້ ເຖິງສາມີຈະຂ້ຽນຕີ ດ່າວ່າ ຂູ່ເຂັນ ກໍ່ບໍ່ຄິດຢາກຮ້າຍຕອບສາມີ ອົດທົນຢູ່ໃນອຳນາດໄດ້

- ຈະເບິ່ງວ່າໃຜເປັນສາມີພັນລະຍາຊະນິດໃດ ຕ້ອງເບິ່ງຫຼັງຈາກແຕ່ງດອງໄປແລ້ວໄລຍະໜຶ່ງ ຈຶ່ງຈະເຫັນແຈ້ງ

ການແຕ່ງດອງມີ 2 ໄລຍະຄື:

- ໄລຍະແຕ່ງ: ຄືກ່ອນເປັນຜົວເມຍກັນຕ່າງຄົນຕ່າງແຕ່ງຕົວ ແຕ່ງທ່າທາງ ອວດຄຸນສົມບັດໃຫ້ອີກຝ່າຍໜຶ໋ງເຫັນ

- ໄລຍະງານ: ຄືຫຼັງຈາກເປັນຜົວເມຍກັນແລ້ວ ຕ່າງຄົນຕ່າງຕ້ອງເຮັດວຽກງານຕາມເຕັມທີ່ ໃຜມີຂໍ້ດີຂໍ້ເສຍ ຄວາມຮູ້ຄວາມສາມາດການປະພຶດຢ່າງໃດ ກໍ່ຈະປະກົດຊັດແຈ້ງອອກ

ນັ້ນຄືຄວາມໝາຍ ແຕ່ງງານ ຫຼື ແຕ່ງດອງ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ໃນການຫຍ້ຳອາຫານ ຖ້າລີ້ນກັບແຂ້ວເຮົາ ບໍ່ປະສານງານກັນກໍ່ບໍ່ມີຫວັງ

ກັດລີ້ນຕົນເອງຕ້ອງເຈັບປວດ ຈົນນ້ຳຕາໄຫຼ ເຊັ່ນກັນໃນຊີວິດການຄອງເຮືອນ

ຖ້າສາມີພັນລະຍາ ບໍ່ຮູ້ຈັກສົງເຄາະເຊິ່ງກັນ ແລະ ກັນ

ບໍ່ມີຄວາມເຂົ້າໃຈກັນ ນອກຈາກຈະບໍ່ມີຄວາມກ້າວໜ້າໃນຊີວິດແລ້ວ

ທັງສອງກໍ່ມີຫວັງຊ້ຳໃຈຈົນນ້ຳຕາໄຫຼຍ້ອຍຄືກັນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມຸງຄຸນຊີວິຕ 38 ປະການ:

1. ບໍ່ຄົບຄົນພານ

2. ຄົບບັນດິດ

3. ບູຊາບຸກຄົນທີ່ຄວນບູຊາ

4. ຢູ່ໃນຖິ່ນທີ່ເໝາະສົມ

5. ມີບຸນວາດສະໜາມາກ່ອນ

6. ຕັ້ງຕົນຊອບ

7. ເປັນພະຫູສູດ

8. ມີສິນລະປະ

9. ມີວິໃນ

10. ມີວາຈາສຸພາສິດ

11. ບຳລຸງບິດາມານດາ

12. ລ້ຽງດູບຸດ

13. ສົງເຄາະພັນລະຍາ (ສາມີ)

14. ເຮັດວຽກບໍ່ຄ້າງຄາ

15. ບຳເພັນທານ

16. ປະພຶດທັມ

17. ສົງເຄາະຍາດ

18. ເຮັດວຽກການທີ່ບໍ່ມີໂທດ

19. ງົດເວັ້ນຈາກບາບ

20. ສຳລວມຈາກການດື່ມນໍ້າເມົາ

21. ບໍ່ປະມາດໃນທັມ

22. ມີຄວາມເຄົາລົບ

23. ມີຄວາມຖ່ອມຕົນ

24. ມີຄວາມສັນໂດດ

25. ມີຄວາມກະຕັນຍູ

26. ຟັງທັມຕາມການ

27. ມີຄວາມອົດທົນ

28. ເປັນຄົນວ່າງ່າຍ

29. ເຫັນສະມະນະ

30.ສົນທະນາທັມຕາມການ

31. ບຳເພັນຕະບະ

32. ປະພຶດພົມມະຈັນ

33. ເຫັນອະລິຍະສັດ

34. ທຳພຣະນິພານໃຫ້ແຈ້ງ

35. ຈິດບໍ່ຫວັນໄຫວໃນໂລກກະທັມ

36. ຈິດບໍ່ໂສກ

37. ຈິດປາສະຈາກທຸລີ

38. ຈິດກະເສມ

 

ສ້າງບຸນໄດ້...ກໍ່ໃຊ້ບຸນເປັນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

ໝູ່ເພື່ອນຄົນໃດແດ່ທີ່ໄດ້ເບີ່ງໜັງນາລຸໂຕະຮອດຕອນຈົບ, ແຕ່ຫາກໃຜຍັງບໍ່ທັນໄດເບີ່ງ....ມາທາງນີ້ເລີຍຊຽນຫວັງ ຈະເລົ່າໃຫ້ຟັງ ແບບຂ່າວໆກັນກ່ອນ ຫາກມີເມັ້ນມາຫຼາຍກໍ່ຈະເອົາມາລົງເປັນວິດີໂອໃຫ້ໄດ້ຊົມກັນເລີຍ:

ໃນຕອນຈົບຂອງເລື່ອງ: ນາລຸໂຕະໄດ້ສູ້ ກັບ ສາສຶເກະ,ສາສຸເກະ ໃຊ້ວິຊາ ເນດເທວີສຸລິຍາ ກັບນາລຸໂຕະ ແຕ່ວ່າ ເນດເທວີສຸລິຍາ ນັ້ນກັບເປັນວ່າ ໃຊ້ກັບນາລຸໂຕະບໍ່ໄດ້, ເພາະວ່າ ອຸຈິວະ ອິທາຈິ ໄດ້ເອົາວິຊາປ້ອງກັນເທວີສຸລິຍາໃຫ້ກັບນາລຸໂຕະ (ເພື່ອນຈື່ບໍ່ຕອນທີ່ ນາລຸໂຕະບອກກັບ ອິທາຈິ ວ່າ: ສາສຶເກະເປັນເໝືອນກັບພີ່ນ້ອງຂອງນາລຸໂຕະ ດັ່ງນັ້ນ ອິທາຈິເຫັນວ່າໄວ້ໃຈໄດ້ກໍ່ເລຍ ຖ່າຍຖອດວິຊາເນດໃຫ້ກັບນາລຸໂຕະ) ນາລຸໂຕະ ສູ້ກັບ ສາສຶເກະ ດ້ວຍວິຊາຊຽນແຖມມີຈັກກະຈິງຈອກ ເກົ້າຫາງທີ່ນາລຸໂຕະສາມາດຄວບຄຸມໄດ້ ຈົນຊຳນານ ແລະ ເໜືອກວ່າ ໂອຄາເງະທັງໝົດທີ່ຜ່ານມາ.

ທ້າຍສຸດ ສາສຶເກະ ກໍ່ຜ່າຍແພ້ໃຫ້ກັບນາລຸໂຕະ ຄົນເກ່ງຂອງພວກເຮົາ, ຫລັງຈາກນັ້ນ 2 ປີ ຜ່ານໄປ ນາລຸໂຕະ ກໍ່ໄດ້ກາຍເປັນ ໂອຄາເງະ

 

ຕອນທີ່ນາລຸໂຕະຄວບຄຸມຈັກກະ 9 ຫາງ ເທ່ບໍ່

ຕອນທີ່ອິທາຈິມອບວິຊາເນດ ໃຫ້ນາລຸໂຕະ

ເນດຕ່າງໆທີ່ຈະໄດ້ເຫັນກັນໃນເລື່ອງ

ການປະທະກັນ ໃນຕອນຈົບ

ຫຼັງຈາກການຕໍ່ສູ້ຈົບ

ໂອຄາເງະ ນາລຸໂຕະ

ມີຕອນຕໍ່ໄປຄື: KONOHA MARU STROM Naruto Shippudent 2 ນັ້ນເອງ

ຂອບໃຈທີ່ຕິດຕາມ ແລະ ຄອມເມັ້ນເດີ່

ແລ້ວພົບກັນອີກ

ບາຍ....ບ່າຍ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ຄົນເຮົາທຸກຄົນຈະມີບຸກຄະລິກຕ່າງກັນ ການນອນກໍ່ເຊັນກັນ ຕ່າງຄົນຕ່າງນອນຄົນລະແບບບໍ່ຄືກັນ, ແລະມື້ນີ້ຂ້ອຍກໍ່ໄດ້ນຳເອົາເລື່ອງກ່ຽວກັບການນອນບອກນິໄສຄົນມາເລົ່າສູ່ຟັງ:

 

1. ນອນຫງາຍ: ທ່າວາແຂນວາຂາ

ຄົນນອນທ່ານີ້ຈະເປັນຄົນຮັກອິສະລະ ເສລີ, ບົ່ງບອກຄວາມເປັນຕົວຂອງຕົວເອງ, ມັກຄວາມສະດວກສະບາຍ, ມັກຄວາມສວຍຄວາມງາມ, ຈັບຈ່າຍໃຊ້ສອຍຂ້ອນຂ້າງງ່າຍ ແຕ່ກໍ່ຫາເງິນເກ່ງພໍໆກັນ,​ ເປັນຄົນບໍ່ມັກຫຍຸ້ງເລື່ອງຂອງຄົນອື່ນ.

2. ທ່ານນອນສະແຄງ

ຄົນນອນທ່ານີ້ ເປັນທ່ານອນຂອງຄົນທີ່ ມີຄວາມເຊື່ອໝັ້ນໃນຕົວເອງ ແລະ ບໍ່ວ່າຈະເຮັດຫຍັງ ກໍ່ມັກຈະກ້າວໄປສູ່ຄວາມສຳເລັດດ້ວຍຄວາມພະຍາຍາມອົດທົນຢູ່ສະເໝີ ຍິ່ງໄປກວ່ານັ້ນ ຫາກຄົນທີ່ມັກນອນແຄງຂວາ ຢຽດແຂນຂວາໄປເໜືອຫົວແລ້ວກໍ່... ເປັນຄົນມີ ວາດສະໜາດີ.

3. ນອນຫງາຍ: ທ່າຂາໄຂວ່ຫ້າງ

ຄົນທີ່ນອນທ່ານີ້ ເປັນຄົນທີ່ບໍ່ກ້າຍອມຮັບຄວາມປຽນແປງໄດ້ງ່າຍໆ ແຖມຍັງມັກໝົກມຸ້ນຢູ່ກັບເລື່ອງຂອງຕົນເອງ, ມັກທີ່ຈະຢູ່ຄົນດຽວ ຂໍ້ດີກໍ່ຄື ເປັນຄົນທີ່ມີຄວາມອົດທົນ ກັບ ເລື່ອງຮອບໆຕົວໄດ້ເປັນຢ່າງດີ.

4. ນອນສະແຄງ: ນອນທ່າຂາຂື້ນຂ້າງໜຶ່

ບໍ່ດີເລີຍ... ຄົນນອນທ່ານີ້ ເປັນຄົນຂີ້ລະແວງສົງໄສຢູ່ສະເໝີ ໂດຍບໍ່ມີເຫດຜົນ.  ມັກຈົ່ມນ້ອຍຈົ່ມໃຫຍ່ ບໍ່ຮູ້ເວລາ ນອກຈາກຈະຂາດຄວາມເປັນຕົວຂອງຕົວເອງແລ້ວ ອາດຈະເປັນໂລກປະສາດໄດ້ງ່າຍ.

5. ນອນຫງາຍ: ເອົາມືປະສານກັນຮອງຫົວ

ຄົນທີ່ນອນທ່ານີ້ ເປັນຄົນສະຫຼຽວສະຫຼາດ ມີປັນຍາທີ່ແຫຼມຄົມ ມັກຮຽນຮູ້ສິ່ງໃໝ່ ບໍ່ຮູ້ຈົບ ບາງເທື່ອກໍ່ມີຄວາມຄິດແປກ ຈາກຄົນອື່ນ ທີ່ຄົນອື່ນຕາມບໍ່ທັນ ເປັນຄົນໜ້າຮັກ ທີ່ໃຫ້ຄວາມສົນໃຈຄອບຄົວຢູ່ສະເໝີ... ແຕ່ມັນສຳຄັນທີ່ວ່່າ... ຊ່າງເປັນຄົນທີ່ ຮັກຄົນຍາກຫຼາຍ ອາດຈະເປັນເພາະເລືອກຫລາຍ.

6. ນອນແຄງ: ທ່າຄົດຕົວ

ນີ້ກໍ່ເປັນອີກຄົນ... ໜ້າຈະເປັນຄົນທີ່ອິດສາຕາຮ້ອນ ຢ້ານຄົນອື່ນຈະໄດ້ດີໄປກວ່າຕົນເອງໝົດ ເວົ້າງ່າຍໆ ກໍ່ຄື ຂ້ອນຂ້າງຈະເປັນຄົົນເຫັນແກ່ຕົວຢ່າງແຮງ ແຖມຍັງເຈົ້າຄິດເຈົ້າແຄ້ນ ມັກຄວາມຮຸນແຮງ... ຕ້ອງລະວັງແດ່ສຳຫຼັບຄົນທີ່ນອນທ່ານີ້.

7. ທ່ານນອນຂວ້ຳ

ຄົນທີ່ນອນທ່ານີ້ ໄດ້ທັງຄືນ ກໍຮີບສຳຫຼວດຕົວເອງໄດ້ແລ້ວວ່າ ເປັນຄົນໃຈຄໍຄັບແຄບ, ມັກຈະເອົາແຕ່ໃຈຕົວເອງເປັນໃຫຍ່ ແລະ ຕ້ອງການ ໃຫ້ໃຜຕໍ່ໃຜ ເຮັດຕາມຄວາມຕ້ອງການ ຂອງຕົວເອງຢູ່ສະເໝີ ແຖມຍັງເປັນຄົນມັກອິດສາໝູ່ຄູ່ ໃຜນອນທ່ານີ້ແມ່ນຮີບປ່ຽນທ່ານອນເດີ່...

8. ນອນສະແຄງເຕັງແຂນຕົວເອງ

ຄົນນອນທ່ານີ້ ແມ່ນກົງກັນຂ້າມກັບຄົນນອນ ຄົດຕົວ... ຊ່າງເປັນຄົນທີ່ສຸພາບອ່ອນໂຍນ ຈິງໃຈ ເຕັມໄປດ້ວຍຄວາມຮັກ ແຕ່... ເບີ່ງຄືຈະມີກຳມາບັງ ເພາະເ້ຂົາຈະເປັນຄົນທີ່ ຂາດຄວາມ ໝັ້ນໃຈໃນຕົວເອງ ແລະ ຂາດຄວາມອົບອຸ່ນໃນຊີວິດ.

ອັນນັ້ນຄືເລື່ອງທີ່ ຊຽນຫວັງນຳມາຝາກສູ່ໝູ່ໃນພັນລາວຟັງ

ແລ້ວເພື່ອນໆ ໜຸ່ມໆ ສາວໆ ພັນລາວເຮົາເດ່ ນອນທ່າໃດ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 24, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ບຸນ ຄື ພະລັງງານຊະນິດໜຶ່ງທີ່ມີຄວາມບໍລິສຸດ ແລະ ມີອານຸພາບຫຼາຍ

ເຖິງແມ່ນວ່າເຮົາຈະບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າກໍຕາມ ແຕ່ເຮົາສາມາດຮັບຮູ້ໄດ້ວ່າບຸນມີຈິງ.

ສັງເກດໄດ້ຈາກເວລາທີ່ເຮົາຕັ້ງໃຈທຳຄວາມດີ ເຊັ່ນ ໃຫ້ທານ ຮັກສາສິນ ຈະເລີນພາວະນາ ຈະມີບຸນເກີດຂື້ນ ແລະ ຫຼັ່ງໄຫຼມາສູ່ໃຈຂອງເຮົາ, ເຮັດໃຫ້ເຮົາຮູ້ສຶກສະບາຍໃຈ ມີຄວາມສຸກ.. ນັ້ນແຫຼະຄືອາການຂອງບຸນ.

 

ປຽບຄ້າຍກັບກະແສໄຟຟ້າ ທີ່ເຮົາກໍ່ບໍ່ສາມາດເຫັນໄດ້ດ້ວຍຕາເປົ່າຄືກັນ, ແຕ່ຮູ້ວ່າກະແສໄຟຟ້າມີຈິງ ເພາະມັນເຮັດໃຫ້ຫຼອດໄຟຮຸ່ງໄດ້, ພັດລົມປິ່ນໄດ້, ເຄື່ອງປັບອາກາດເຢັນໄດ້..ດັ່ງນີ້ເປັນຕົ້ນ.

 

ດັ່ງນັ້ນ ເຮົາຈິ່ງບໍ່ອາດສະຫຼຸບໄດ້ວ່າ ສິ່ງທີ່ເຮົາເບິ່ງບໍ່ເຫັນນັ້ນບໍ່ມີ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 23, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄວາມສຸກຈະເກີດ ເມື່ອມີສີລລະທັມ

1. ປານາຕິປາຕາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ ຯ

2. ອະທິນນາທານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ ຯ

3. ກາເມສຸມິຈສາຈາຣາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ ຯ

4. ມຸສາວາທາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ ຯ

5. ສຸຣາເມຣະຍະມັຊຊະ ປະມາທັຕຖານາ ເວຣະມະນີ ສິກຂາປະທັງ ສະມາທິຍາມິ ຯ

 

ອະນຸໂມ ທະນາ ບຸນເດີ່ ເພື່ອນໆທຸກຄົນ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 23, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄວາມເມົາ 5 ປະກາຣ

 

1. ເມົາຍົສ     ລືມຕາຍ

2. ເມົາກາຍ   ລືມແກ່

3. ເມົາເມັຍ    ລືມແມ່

4. ເມົາສົມບັຕ   ລືມສາສນາ

5. ເມົາຕັນຫາ    ຫູໜວກຕາບອດ...ຯ

 

ຂອບໃຈ ທີ່ເຂົ້າມາອ່ານ ຂໍໃຫ້ຜູ່ອ່ານຈົ່ງມີແຕ່ຄວາມສຸກຄວາມຈະເລີນ ສົມປາຖະໜາກັນທຸກຄົນເດີ່

ຊຽນຫວັງ ໃຈດີ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 18, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຕາມກົດແຫ່ງກຳ ຜູ້ທີ່ມັກຂ້າສັດຕັດຊີວິດ ມັກກິນເລືອດເນື້ອຂອງສັດທັງຫຼາຍ ເມື່ອຕາຍໄປ ວິນຍານຈະຕ້ອງລ່ວງລົງສູ່ອະບາຍຍະພູມ ທັງ 3 ໄດ້ແກ່:

ອະບາຍຍະພູມ ທີ່ 1. ນາຣົກພູມ 10 ຂຸມ ຊຶ່ງແຕ່ລະຂຸມ ແຕ່ລະແດນ ເຕັມໄປດ້ວຍຄວາມທຸກທໍລະມານ ອັນແສນສາຫັດຕ່າງໆນາ.

ອະບາຍຍະພູມ ທີ່ 2. ເປຣດພູມ: ເປັນແດນທີ່ພວກວິນຍານບາບ ຕ້ອງໄດ້ຮັບຄວາມທໍລະມານກັບຄວາມຫິວໂຫຍຕະຫຼອດເວລາ, ເພາະເມື່ອຍາມໃດທີ່ອາຫານເຂົ້າປາກ ກໍ່ຈະລຸກໄໝ້ກາຍເປັນໄຟ ບໍ່ສາມາດກືນກິນລົງຄໍໄດ້ ເປັນເຊັ່ນນີ້ຢູ່ຕະຫຼອດເວລາ ຕາບທີ່ຈະໝົດສິ້ນບາບກຳທີ່ທຳໄວ້.

ອະບາຍຍະພູມ ທີ່ 3.ເດຍລະສານພູມ: ເມື່ອວິນຍານບາບ ສົດໃຊ້ໜີ້ກຳພົ້ນຈາກຂຸມນະຣົກ ແລະ ພູມເປຣດແລ້ວ ກໍ່ຕ້ອງໄປເກີດເປັນ ສັດເດຍລະສານ ຕ້ອງຖືກເຂົາຂ້າຕາຍຊາດແລ້ສຊາດເລົ່າ ຈົນກວ່າຈະຄົບຕາມຈຳນວນທີ່ຕົນໄດ້ເຄີຍບຽດບຽນທຳລາຍຊີວິດຜູ້ອື່ນ.

ຖ້າບໍ່ໄດ້ສຶກສາທັມມະ ເຮົາຈຶ່ງຍັງບໍ່ຮູ້ຄວາມຈິງແຫ່ງຊີວິດ ແລະ ກໍ່ໜີ້ກຳໂດຍບໍ່ຮູ້ຕົວ ງົດຂ້າສັດຕັດຊີວິດເທີ້ນ....

( ຕັດກິເລດ ກຳຈັດໂລບ ໂກດ ຫຼົງ ໃຫ້ໝົດສີິ້ນ ) ປາຖະໜາດີ ໂດຍ: ຊຽນຫວັງ _ WaTo

ຂຽນເມື່ອ ຂຽນເມື່ອ: ພ.ພ.. 18, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ງານວັນເກີດ ຍິ່ງໃຫຍ່ ໃຜຄົນນັ້ນ             ສະຫຼອງກັນໃນກຸ່ມຜູ້ລຸ່ມຫຼົງ

ຫຼົງລາບຍົດ ສັນລະເສີນ ເພີນທະນົງ       ວັນເກີດສົ່ງຊີວິດສັ້ນ ເລ່ງວັນຕາຍ

ອີກຈຸດນຶ່ງ ຊື້ງເຫງົາ ໜ້າເສົ້າແທ້               ຍິງແກ່ໆ ນັ່ງຫງອຍ ແລະ ຄອຍຫາຍ

ໂອ ວັນນັ້ນ ເປັນວັນອັນຕະລາຍ               ແມ່ຄອດ ສາຍໂລຫິດ ແທບສິ້ນໃຈ

ວັນເກີດລູກ ເກືອບຄ້າຍ ວັນຕາຍແມ່        ເຈັບທ້ອງແທ້ ເທົ່າໃດບໍ່ເຄີຍໄດ້ຈົ່ມ

ກວ່າອຸ້ມທ້ອງ ກວ່າຈະຄອດ ລອດເປັນຄົົນ      ເຕີບໂຕຈົນບັດນີ້ ນີ້ເພາະໃຜ

ແມ່ເຈັບຫຼາຍ ຈະຂາດໃຈ ໃນວັນນັ້ນ        ກັບເປັນວັນລູກສະຫຼອງ ກັນຜ່ອງໃສ

ໄດ້ຊີວິດ ກໍ່ຫຼົງ ລະເລີງໃຈ                      ລືມຜູ້ໃຫ້ຊີວິດ ອານິດຈາ

ແທ້ຈິງແລ້ວ  ຮຽກກັນວ່າ ເປັນວັນເກີດ    ວັນຜູ້ໃຫ້ກຳເນີດ ຈະຖືກກວ່າ

ຄຳອວຍພອນ ທີ່ຂຽນ ຄວນປ່ຽນມາ      ໃຫ້ມານດາ ທ່ານເປັນສຸກ ຈະຖືກແທ້

ເລີກຈັດງານ ວັນເກີດ ກັນເທີດນາ         ຄວນທີ່ຈະຂຸເຂົ່າ ກາບເທົ່າແມ່

ລະລຶກເຖີງ ພະຄຸນ ຜູ້ອົຍອຸ່ນແດ່          ຢ່າມົວແຕ່ ຈັດງານ ປະຈານຕົວ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 18, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ສຽງຮ້ອງຂໍຊີວິດ ຈິດຫວາດຫວັນ    ສຽງຮຳ່ຮັນເຂັນຂ້າໜ້າສະຫຍອງ

ສຽງຊວບຊາບຄົມດາບ                  ເຊືອດໄຫຼນອງ

ສຽງກີດກ້ອງ                                ສະທ້ານຈິດສະທ້ານໃຈ

ສຽງສັບເພສັບຕາ ພາໃຫ້ຄິດ         ວ່າຊີວິດນີ້ມີຄ່າກວ່າສິ່ງໃດ

ອະເວລາຢ່າມີເວນ ຢ່າເປັນໄພ         ຊີວິດໃຜໆ ກໍ່ຫວງຢ່າລ່ວງເກີນ

ທ່ອງສັບເພສັບຕາມາແຕ່ໃດ           ຍັງເຂົ້າໃຈແຕ່ເນື້ອແທ້ ແຄ່ຜິວເຜີນ

ຍັງຂ້າຢູ່ ຍັງກິນຢູ່ ຢ່າເພີດເພີນ        ຍັງໃຊ້ເງີນ ຊື້ຊີວິດອານິດຈາ

ສັດເກີດກາຍມາໃຊ້ກຳທີ່ທຳໄວ້        ເປັນເປັດໄກ່ກຸ້ງປູ, ເປັນໝູໝາ

ຕາມຕົ້ນເຫດຜົນກຳ ທີ່ທຳມາ           ບໍ່ແມ່ນຟ້າ ປະທານໄວ້ໃຫ້ຄົນກິນ

ມີປັນຍາເ ປັນຫຍັງຈຶ່ງບໍ່ຄິດ              ມອງຊີວິດ ກັບເຫັນເປັນຊັບສິນ

ສຽງກຣິດຮ້ອງ ກ່ອນຕາຍ ໃຜໄດ້ຍິນ      ນ້ຳຕາລີນເ ມືອ່ຖືກເຊືອດ ເລືອດໄຫຼນອງ

ບອກວ່າເຂົາ ເກີດມາເປັນອາຫານ      ເຂົາດິ້ນລົນໜີຕາຍ ບໍ່ມີໃຜເຫັນ

ເຂົາຈົນໃຈ ບອກບໍ່ໄດ້ ຖຽງບໍ່ເປັນ      ຊ່າງເລືອດເຢັນເຂັນຂ້າ ບໍ່ປານີ

ມີພຶດຜັກມາກມາຍນັບບໍ່ຖ້ວນ        ທຸກກິ່ນລົດ ສົດໃສຫຼາຍລາກສີ

ທຳມະຊາດ ຈັດວາງໄວ້ຢ່າງດີ           ສັດຫວິ້ງໜີພຶດ ເຕັມໃຈໃຫ້ກິນມັນ

ເພາະເຮົາກິນເຂົາ ຈຶ່ງຂ້າເອົາມາຂາຍ    ເຮົາສະບາຍ ແຕ່ສັດໂລກ ຕ້ອງໂສກເສົ້າ

ທ່ອງສັບເພສັບຕາ ມາທຸກວັນ         ເມດຕາກັນໂປຣດຢ່າຂ້າ ແລະ ກິນ.