ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 13, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

<!--Session data-->

 

ຫຼໍ່ ສວຍ ລວຍ ສະຫຼາດ ສົມປາຖະໜາ

ຄຸນຄ່າຂອງຊີວິດອອກແບບໄດ້ດ້ວຍຕົນເອງ

www.kalyanamitra.org

1. ບື້ອງຫຼັງການອອກແບບຊີວິດ

- ມີບາງຄັ້ງແມ່ນບໍ່ ທີ່ເພື່ອນໆພັນລາວເຮົາອາດສົງໄສວ່າ "ເປັນຫຍັງບາງຄົນຈິ່ງໂຊກດີ ມີຊີວິດທີ່ລາບລື່ນສົມຫວັງໄປໝົດທຸກຢ່າງ ແຕ່ບາງຄົນກັບຕ້ອງຟັນຝ່າອຸປະສັກສາລະພັດຊະນິດ"

ຄຳຖາມນີ້ບໍ່ໄດ້ເກີດຂື້ນກັບເຮົາຄົນດຽວ ມີຄົນຫຼາກຫຼາຍທີ່ຄິດເຊັ່ນນີ້ ແລະ ຈາກໂລກນີ້ໄປໂດຍບໍ່ໄດ້ຮັບຄຳຕອບທີ່ຊັດເຈນຫຍັງເລີຍ.

ເມື່ອຳໄດ້ມາສຶກສາຄຳສອນໃນພຸດທະສາສນາ ກໍ່ພົບວ່າເລື່ອງນີ້ມີເບື້ອງຫຼັງ...

ນັບພົບນັບຊາດບໍ່ຖ້ວນທີ່ຜ່ານມາ..ມະນຸດທຸກຄົນຕ່າງກໍ່ວຽນວາຍຕາຍເກີດກັນມານານແສນນານ ແລະຈະຍັງຄົງເປັນເຊັ່ນນີ້ຕໍ່ໄປອີກຈົນກວ່າຈະໝົດກິເລດເປັນພຣະອະຣະຫັນ ໃນລະຫວ່າງນັ້ນຊີວິດມີຂື້ນລົງ ປາສະຈາກຄວາມແນ່ນອນ ຕາຍແລ້ວໄປເກີດເປັນເທວະດາແດ່ ເປັນສັດນາໆຊະນິດແດ່ ເປັນມະນຸດທີ່ຍາກຈົນແດ່ ລ່ຳລວຍແດ່ກໍ່ມີ ເປັນຕົ້ນ ຊຶ່ງສ່ວນໃຫຍ່ຈະມີທຸກຫຼາຍກວ່າສຸກ.

 

ການທີ່ເຮົາຕ້ອງມີຊີວິດຂື້ນໆລົງໆ ສຸກແດ່ທຸກແດ່ນັ້ນບໍ່ແມ່ນເລື່ອງບັງເອີນ ທຸກຢ່າງລ້ວນແຕ່ມີເຫດ ມີຜົນ ມາຈາກການກະທຳຂອງເຮົາ ທັ້ງໃນອະດີດ ແລະ ປະຈຸບັນນະຊາດ ຖ້າທຳດີ ກໍ່ຈະໄດ້ຮັບຜົນດີ ຖ້າທຳຊົ່ວ ກໍ່ຈະໄດ້ຮັບຜົນຊົ່ວຕາມກົດແຫ່ງເຫດຜົນ ຫຼືກົດແຫ່ງກັມ ຊຶ່ງເປັນກົດທີ່ມີອິດທິພົນເໜືອຊີວິດມະນຸດ ແລະ ສັບພະສັດທັງຫຼາຍ

 

ກົດແຫ່ງກັມເປັນກົດຂອງສັງສາລວັດ ທີ່ມີຫຼັກວ່າ: ບຸກຄົນ ທຳສິ່ງໃດ ຍ່ອມໄດ້ສິ່ງນັ້ນ. ດັ່ງຂໍ້ຄວາມໃນສະມຸດທົກສູດທີ່ວ່າ: ບຸກຄົນຫວ່ານພືດເຊັ່ນໃດ ຍ່ອມໄດ້ຜົນເຊັ່ນນັ້ນ ຍ່ອມໄດ້ຜົນເຊັ່ນນັ້ນ ຄົນທຳດີຍ່ອມໄດ້ດີ ທຳຊົ່ວຍ່ອມໄດ້ຊົ່ວ

 

ກົດແຫ່ງກັມບໍ່ແມ່ນກົດທີ່ພຣະສັມມາສັມພຸດທະເຈົ້າຊົງສ້າງຂື້ນ ບໍ່ວ່າໃຜຈະນັບຖືສາສນາໃດ ມີເຊື້ອຊາດໃດ ຈະຮູ້ຈັກ ຫຼືບໍ່ຮູ້ຈັກ ຈະເຊື່ອ ຫຼືບໍ່ເຊື່ອກໍ່ຕາມ ລ້ວນຕົກຢູ່ພາຍໃຕກົດແຫ່ງກຳທັງສິ້ນ

 

ເມື່ອເຮົາສາມາດຈັບກົດແຫ່ງກັມໄດ້ ເຮົາກໍ່ສາມາດຈະເອົາຫຼັກການນີ້ມາໃຊ້ໃຫ້ເປັນປະໂຫຍດໃນການອອກແບບຊີວິໄດ້ ວ່າເຮົາຄວນເຮັດ ຫຼືບໍ່ເຮັດສິ່ງໃດ ຊຶ່ງໃນທີ່ນີ້ຈະຍົກຕົວຢ່າງທີ່ພຣະສັມມາສັມພຸທທະເຈົ້າຕຣັດໄວ້ໃນ ຈູຟກັມວິພັງຄະສູດ ມາສະແດງເພື່ອຄວາມຊັດເຈນຍິ່ງຂື້ນໃນເລື່ອງຜົນຂອງກັມ

 

ຄົນໂຫດຫ້ຽມ ມັກຂ້າສັດ ມັກບຽດບຽນ ທໍລະມານສັດ

ເມື່ອຕາຍໄປຈະເຂົ້າຖຶງອະບາຍ ທຸຄະຕິ ວິນິບາກ ນະຣົກ ເມື່ອມາເກີດເປັນມະນຸດຈະອາຍຸສັ້ນ

ບຸກຄົນມັກໂກດ, ຮ້າຍ ອາຄາດ ພະຍາບາດ

ຕາຍໄປຈະເຂົ້າສູ່ອະບາຍ ທຸຄະຕິ ວິນິບາກ ນະຣົກ ເມື່ອມາເກີດເປັນມະນຸດຈະມີຜີວພັນຊາມ

ບຸກຄົນໃດມີໃຈອິດສາລິສະຫຍາ ມຸ້ງຮ້າຍ

ຕາຍໄປຈະເຂົ້າສູ່ອະບາຍ ທຸຄະຕິ ວິນິບາກ ນະຣົກ ເມື່ອມາເກີດເປັນມະນຸດຈະເປັນຄົນໄຮ້ອຳນາດ

ບຸກຄົນໃຈແຄບ ບໍ່ມັກໃຫ້ທານ ບໍ່ມັກຊ່ວຍເຫຼືອຄົນອື່ນ

ຕາຍໄປຈະເຂົ້າສູ່ອະບາຍ ທຸຄະຕິ ວິນິບາກ ນະຣົກ ເມື່ອມາເກີດເປັນມະນຸດຈະເປັນຄົນໄຮ້ຊັພ

ບຸກຄົນກະດ້າງ ເຢີຍິ່ງ ບໍ່ເຄົາລົບຜູ້ຄວນເຄົາລົບ

ຕາຍໄປຈະເຂົ້າສູ່ອະບາຍ ທຸຄະຕິ ວິນິບາກ ນະຣົກ ເມື່ອມາເກີດເປັນມະນຸດຈະເກີດໃນຕະກູນຕ່ຳ

ບຸກຄົນບໍ່ມັກຄົບພົບປະກັບບັນດິດ ສັມມະນະພຣາມ

ຕາຍໄປຈະເຂົ້າສູ່ອະບາຍ ທຸຄະຕິ ວິນິບາກ ນະຣົກ ເມື່ອມາເກີດເປັນມະນຸດຈະເປັນຄົນໄຮ້ປັນຍາ

 

ໃນທາງກົງກັນຂ້າມ ຄົນທີ່ເວັ້ນຈາກ ການຂ້າສັດ, ບໍ່ໍບຽດບຽນສັດ ບໍ່ມັກໂກດຮ້າຍ ບໍ່ອິດສາລິສະຫຍາ ມັກໃຫທານແກ່ຜູ້ຊົງສີນ ຊົງຄຸນນະທັມ ບໍ່ກະດ້າງເຢີ່ຍິ່ງ ເຄົາລົບຄົນທີ່ຄວນເຄົາລົບ ມັກພົບຫາສາມະນະ ບັນດິດ ເມື່ອຕາຍໄປຈະເຂົ້າເຖິງສຸກຂະຕິໂລກສະຫວັນ ເມື່ອມາເກີດເປັນມະນຸດຈະມີອາຍຸຍືນ ໂຣກໄພບໍ່ບຽດບຽນ ມີຄົນເຄົາຣົບນັບຖື ມີອຳນາດ ມີຊັພຫຼາຍ ເກີດໃນຕະກູນດີ ແລະເປັນຄົນມີປັນຍາ ຕາມລຳດັບ

 

ຄຳສອນໃນພຣະສູດນີ້ ຊີ້ໃຫ້ເຫັນຊັດເຈນວ່າ ຖ້າຕ້ອງການຄວາມປອດໄພໃນຊີວິດ ຕ້ອງເລືອກທຳແຕ່ກັມດີ ເພາະທຸກຄັ້ງທີ່ທຳກັມດີ ເຊັ່ນ: ທຳທານ ຮັກສາສີນ ຈະເຣີນພາວະນາ ໆລໆ ຈະມີບຸນເກີດຂື້ນຢ່າງມະຫາສານ ບຸນຈະຫຼໍ່ລ້ຽງຊີວິດເຮົາໃຫ້ມີຄວາມສຸກ ຄວາມຈະເຣີນ ຊ່ວຍແຕ່ງເຕີມຊີວິດເຮົາໃຫ້ສົມບູນຍິ່ງໆຂື້ນໄປທຸກພົບທຸກຊາດ

... ເສັ້ນທາງໃນສັງສາຣວັດຂອງເຮົາຈະລາບລື່ນ ສະດວກສະບາຍ ບໍ່ຕ້ອງຂື້ນໆ ລົງໆ ອີກຕໍ່ໄປ ກໍ່ດ້ວຍ "ບຸນ"

... ຈະໄປເຖິງຈຸດໝາຍແຫ່ງການເດີນທາງ ຄືນິພພານໄດ້ກໍ່ດ້ວຍ "ບຸນ"

"ບຸນ" ຄຳສັ້ນໆ ຄຳນີ້ ຈິ່ງມີຄວາມໝາຍສຸດທີ່ຈະພັນລະນາ

ດັ່ງຄຳສອນຍາຍວ່າ: ຍອມແພ້ຫຍັງກໍ່ຍອມໄປ ແຕ່ຢ່າຍອມແພ້ເລື່ອງບຸນກໍ່ແລ້ວກັນ

 

Delicious Digg Fark Twitter