ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄົນເຮົາເກີດມາເຮັດຫຍັງ ?

ຕາຍແລ້ວໄປໃສ ?

ບຸນ-ບາບ ກົດແຫ່ງກັມ ນະຣົກ-ສະຫວັນ ມີຈິງບ່?

ເລື່ອງລາວເຫຼົ່ານີ້ ບ່ວ່າໃຜຈະສົນໃຈ ຫຼືບ່ສົນໃຈ ເຊື່ອຫຼືບ່ເຊື່ອ ນັ້ນກ່ຍັງບ່ສຳຄັນກັບຄວາມຈິງທີ່ວ່າ ເຮົາທຸກຄົນຕ້ອງຕາຍ ແມ້ວ່າບ່ຢາກຕາຍກ່ຕ້ອງຕາຍ ບ່ວ່າຈະມີເຊື້ອຊາດ ສາສນາ ລືພາສາໃດກ່ຕາມ

- ດັ່ງນັ້ນ ເມື່ອເຮົາບ່ອາດຫຼີກໜີຄວາມຕາຍໄປໄດ້ ທາງທີ່ດີຄວນຫັນມາສຶກສາເລື່ອງລາວຄວາມຈິງຂອງຊີວິດ ໂດຍສະເພາະຢ່າງຍິ່ງເລື່ອງ ກົດແຫ່ງກັມ ທີ່ເປັນເລື່ອງຂອງເຫດກັບຜົນວ່າ ''ໃຜທຳກັມໃດໄວ້ ບ່ວ່າຈະດີຫຼືຊົ່ວກ່ຕາມ ເຂົາຍ່ອມໄດ້ຮັບຜົນຂອງກັມນັ້ນ''

- ເລື່ອງລາວທີ່ທ່ານຈະໄດ້ອ່ານຕ່ໄປນີ້ ເປັນກ໋ລະນີສຶກສາເລື່ອງກົດແຫ່ງກັມ ທີ່ມີຜົນຕ່ຊີວິດຫລັງຄວາມຕາຍ ແລະການວຽນວ່າຍຕາຍເກີດໃນສັງສາລະວັດ ທັ້ງນີ້ເພື່ອຕອກຢ້ຳໃຫ້ເກີດຄວາມເຂົ້າໃຈທີ່ຖືກຕ້ອງວ່າຄົນເຮົານັ້ນບ່ມີທາງເລືອກອື່ນໃດເລີຍ ທີ່ຈະບ່ໄປສູ່ປ໋ລະໂລກ ແລະການກະທຳທຸກຢ່າງຂອງເຮົາ ເມື່ອຕອນຍັງມີຊີວິດຢູ່ບ່ວ່າຈະເປັນທາງກາຍ ວາຈາ ແລະໃຈ ຄືສິ່ງສຳຄັນທີ່ຈະເປັນຕົວກຳນົດຈຸດໝາຍປາຍທາງໃນການເດີນທາງໄປສູ່ປ໋ລະໂລກຂອງເຮົາ

- ສຸດທ້າຍນີ້ ຫວັງເປັນຢ່າງຍິ່ງວ່າ ໄດອາຣີເລື່ອງນີ້ຈະເປັນຂ້ມູນໃຫ້ເພື່ອນໆໄດ້ຮັບຮູ້ຫົນທາງໃນການດຳເນີນຊີວິດທີ່ຖືກຕ້ອງ ແລະບ່ຫຼົງໄປເຮັດບາບອະກຸສົນ ໂດຍຮູ້ເທົ່າບ່ເຖິງການ ເຊີ່ງອາດເປັນແຮງບັນດານໃຈໃຫ້ເພື່ອນໆໄດ້ຫັນມາພິສູດເລື່ອງລາວຄວາມຈິງຂອງຊີວິດ ດ້ວຍການສຶກສາ ທັມມະຂອງ ອົງສົມເດັດພຣະສັມມາສັມພຸທທເຈົ້າຜ່ານສື່ສີຂາວ ທີ່ເປັນທາງເລືອກໃໝ່ຂອງສັງຄົມ ສືບຕ່ໄປ...

- ຕາຍແລ້ວໄປໃສ ?

ຕາຍແລ້ວໄປໃສ ? ''ຕາຍແລ້ວກ່ໄປທີ່ຊອບໆ ນັ້ນແຫຼະ !'' ນີ້ເປັນຄຳຕອບທີ່ເພື່ອນໆອາດຈະເຄີຍຜ່ານໆຫູມາແລ້ວ ເຊິ່ງໝາຍເຖິງວ່າ ຕອນທີ່ຄົນເຮົາຍັງມີຊີວິດຢູ່ ຫາກຊອບຫຼືມັກເຮັດສິ່ງໃດເອົາໄວ້ ບ່ວ່າຈະເປັນເລື່ອງດີຫຼືຊົ່ວ ຜົນຂອງກັມນັ້ນກ່ຈະນຳໄປສູ່ປ໋ລະໂລກ ຄື ໂລກໜ້າ ເຊິ່ງກ່ມີຢູ່ 2 ຝ່າຍຄື ສຸຄຕິ ແລະທຸຄຕິ ຫຼືເວົ້າງ່າຍໆ ຖ້າເຮັດດີກ່ຂື້ນສະຫວັນ ຖ້າເຮັດຊົ່ວກ່ຕົກນະຣົກນັ້ນເອງ

- ຖາມວ່າ ເປັນຫຍັງຈຶ່ງເປັນແນວນັ້ນ..? ເຫດຜົນກ່ຄື ການກະທຳທຸກຢ່າງຂອງຄົນເຮົາ ບ່ວ່າຈະເປັນທາງກາຍ ວາຈາ ແລະໃຈ ລ້ວນມີຜົນທັ້ງສິ້ນ ເພາະມັນຕິດຢູ່ໃນຕົວຂອງເຮົາ ເປັນພາບແຫ່ງຄວາມຈຳທີ່ຖືກບັນທຶກເອົາໄວ້ ເມື່ອໃກ້ຈະລະໂລກ ພາບແຫ່ງການກະທຳທັງໝົດ ກ່ຈະກຣ໋ກັບມາສາຍໃຫ້ເຮົາເຫັນ ເອີ້ນວ່າກັມນິມິຕ ຊຶ່ງກ່ແມ່ນພາບການກະທຳຕອນທີ່ເຮົາຍັງແຂງແຮງດີຢູ່ນັ້ນແລ່ະ ເປັນພາບທີ່ຄົນໆນັ້ນຈະເບິ່ງເຫັນພຽງຄົນດຽວ ຄົນອື່ນໆເບິ່ງບ່ເຫັນ ໄດ້ແຕ່ມາຢືນໃຫ້ກຳລັງໃຈຂ້າງຕຽງຄົນປ່ວຍ

ຖ້າຫາກວ່າພາບທີ່ສາຍໃຫ້ເຫັນນັ້ນ ເປັນພາບແຫ່ງຄວາມດີທີ່ໄດ້ສັ່ງສົມເອົາໄວ້ ໃຈກ່ຈະຜ່ອງໃສ ແລະເປັນສະເໝືອນລະຫັດຜ່ານໄປສູ່ສຸກຄຕິໂລກສະຫວັນ ກົງກັນຂ້າມ ຖ້າເປັນທີ່ເຮັດບ່ດີເອົາໄວ້ ໃຈກ່ເສົ້າໝອງ ເປັນເຫດທີ່ນຳໄປສູ່ທຸຄຕິພູມ

- ສຳຫຼັບຜູ້ທີ່ທຳບາບມາຕະຫຼອດຊີວິດ ກ່ອນຕາຍນຶກເຖິງພາບດີໆ ບ່ອອກເລີຍ ພ໋ກາຍລະອຽດ (''ວິນຍານ'' ຕາມທີ່ບັນພະບູລູດມັກເວົ້າ) ອອກຈາກຮ່າງ ກະຈະຖືກດູດໄປສູ່ພົບພູມທີ່ພ໋ເໝາະພ໋ສົມແກ່ກັມທີ່ມັກເຮັດຕອນເປັນມະນຸດ

ຍົກຕົວຢ່າງເຊັ່ນ: ຜູ້ທີ່ດື່ມເຫຼົ້າທຸກວັນເປັນອະຈິນກັມ ຕາຍໄປຄະນະໃຈເສົ້າໝອງ ກາຍລະອຽດຈະຖືກດູດໄປສູ່ ມະຫານະຣົກຂຸມທີ່ມີການລົງທັນກ່ຽວກັບການດື່ມສຸລາ (ດັ່ງຄຣິບ ໜ້າໂປຣໄຟຣ ຂອງຂ້ອຍເອົມາລົງໃຫ້ເບີ່ງ) ມະຫານະຣົກຂຸມນັ້ນ ເປວໄຟໃນນະຣົກຈະເປັນສີດຳສະນິດ ມີຄວາມຮ້ອນແຮງກວ່າໄຟບົນໂລກມະນຸດຫຼາຍລ້ານໆໆເທົ່າ

ສັດນະຣົກຈະຖືກ ນາຍນິຣະຍະບາລ ທີ່ຕົວໃຫຍ່ ມີຜິວດຳສະນິ ຈັບຂຶງພືດ ແລ້ວຖອກນໍ້າກົດສີດຳເຂົ້າໄປໃນປາກ ນໍ້າກົດນັ້ນຈະກັດກິນລະລາຍສັດນະຣົກທັ້ງຕົວຈົນຂາດໃຈຕາຍ ພ໋ຕາຍແລ້ວກ່ຟື້ນ ມີຮູບຮ່າງຂື້ນມາໃໝ່ ແລ້ວກ່ຖືກຈັບກຣອກໃໝ່ ຕ້ອງຕາຍເກີດ ຕາຍເກີດຢູ່ແບບນີ້ຫຼາຍລ້ານປີ

- ສຳຫຼັບກ໋ລະນີຂອງຜູ້ທີ່ລະໂລກແລ້ວໃຈບ່ເສົ້າໝອງ ແຕ່ ກ່ບ່ໃສ ຄື ກ່ອນຕາຍພາບແຫ່ງຄວາມຊົ່ວ ຫຼືຄວາມດີ ຍັງບ່ມີຝ່າຍໃດທີ່ຈະສົ່ງຜົນໄດ້ຊັດເຈນກວ່າກັນ ຄົນເຫຼົ່ານີ້ ເມື່ອຕາຍແລ້ວ ກາຍລະອຽດຈະຖອດອອກມາຢູ່ທີ່ພື້ນໂລກມະນຸດ ທ່ຽວໄປວົນວຽນຫາຄອບຄົວ ໝູ່ຍາດ ເພື່ອນຝູງ ໄປເວົ້າຈານຳໃຜກ່ບ່ມີໃຜຮູ້ເລື່ອງ ວົນວຽນຢູ 7 ວັນ ຊຶ່ງເປັນລະຍະເວລາທີ່ເປີດໂອກາດໃຫ້ນຶກເຖິງບຸນກຸສົນ

ພ໋ຄົບ 7 ວັນ ຖ້ານຶກເຖິງບຸນບ່ອອກເພາະໃຈມັນສັບສົນ ຫຼືບ່ຄ່ອຍໄດ້ທຳບຸນກຸສົນ ກ່ຕ້ອງຢ້ອນກັບມາທີ່ ທີ່ຕົວເອງເຄຍຕາຍ ຈະເປັນທີ່ໂຮງໝ໋ ທີ່ບ້ານ ຫຼືທີ່ໃດໆກ່ຕາມ ເມື່ອເຖິງເວລານັ້ນຈະມີເຈົ້າໜ້າທີ່ຈາກຍົມມະໂລກ ຮູບຮ່າງໃຫຍ່ ຜິວດຳສະນິດ ຜົມຍິກກູດ ຕາໃຫຍ່  ນຸ່ງຜ້າຫຍັກລັ້ງສີແດງ ເບິ່ງແລ້ວໜ້າຢ້ານກົວ ເອົາໂສ້ໃຫຍ່ມາລ່າມ ແລ້ວຄຸມຕົວກາຍລະອຽດນັ້ນໄປສູ່ຍົມມະໂລກ ໄປລ໋ຮັບການພິພາກສາຈາກ ພະຍາຍົມມະລາຊ ຄື ກຸມພັນ ຊຶ່ງເປັນຍັກປະເພດໜຶ່ງຂອງສະຫວັນຊັ້ນຈາຕຸມຫາຣາຊິກາ ແຕ່ເພາະມີກັມຈິ່ງຕ້ອງມາທຳໜ້າທີ່ຕັດສິນບຸນບາບໃນຍົມມະໂລກ

ຂະນະຕັດສິນນັ້ນ ພາບບຸນແລະບາບ ທີ່ເຄີຍທຳຕອນເປັນມະນຸດກ່ຈະສາຍອອກມາໃຫ້ເຫັນຕ່ໜ້າພະຍາຍົມມະຣາຊ ຈຶ່ງບ່ສາມາດທີ່ຈະຕົວ ຫຼືປະຕິເສດໄດ້ ເມື່ອພິພາກສາແລ້ວ ຫາກມີບັນຊີບາບຫຼາຍກວ່າບຸນ ກ່ຈະຖືກຕັດສິນໃຫ້ນຳໄປລົງທັນມານະໃນນະຣົດຂຸມຍົມມະໂລກ ຕາມແຕ່ປະເພດຂອງກັມທີ່ທຳໄວ້

ແຕ່ຖ້າຫາກລາຍໃດ ນຶກເຖິງບຸນອອກ ແລະເປັນບຸນໃຫຍ່ ທີ່ສາມາດສົ່ງຜົນກ່ອນບາບ ພະຍາຍົມມະຣາຊກ່ຈະຕັດສິນໃຫ້ໄປເກີດໃໝ່ຕາມກຳລັງບຸນຂອງແຕ່ລະລາຍ ເຊັ່ນຖ້າມີບຸນນ້ອຍກ່ອາດຈະໄດ້ໄປເກີດເພື່ອໃຊ້ເສດກັມ ໃນພູມຂອງເປຣດ ອະສູນລະກາຍ ຫຼືສັດເດຣັຈສານ (ເບິ່ງໄດ້ໜ້າໂປຣໄຟຣ ເດີ່) ເຊິ່ງເປັນທຸຄຕິພູມທີ່ມີຄວາມທຸກນ້ອຍກວ່າຍົມມະໂລກ ແຕ່ຖ້າມີບຸນຫຼາຍພ໋ກ່ຈະຖືກນຳໄປເກີດເປັນມະນຸດໃໝ່ອີກຄັ້ງ

- ສຳຫຼັບຜູ້ທີ່ສັ່ງສົມຄຸນງາມຄວາມດີມາຕລອດຊີວິດ ແມ້ນອນຢູ່ເທິງຕຽງຄົນປ່ວຍ ເບີ່ງພາຍນອກເຫັນອາການແລ້ວໜ້າໜັກໃນ ແຕ່ພາຍໃນນັ້ນໃຈໃສ ເພາະມີພາບບຸນກຸສົນລວນວຽນມາໃຫ້ລະລຶກເຖິງຢູ່ຕລອດ ພ໋ລະໂລກໄປ ກ່ໄປດ້ວຍອາການສະຫງົບເໝືອນຄົນທີ່ຫຼັບໄປ ຮູ້ສຶກຕົວອີກທີ ເມື່ອໄດ້ຍິນສຽງຮຽກວ່າ ''ຕື່ນເທີ້ນໆ'' ໄພເລາະຈັບໃຈຫຼາຍ ເປັນສຽງຂອງຫົວໜ້າບ໋ລິວານທີ່ລົງມາຈາກວິມານຫຼາກຫຼາຍຕັ້ງແຖວລ໋ຮັບ ຊຶ່ງລ້ວນແຕ່ມີຮູບຮ່າງໜ້າຕາທີ່ງົດງາມຜິວກາຍສະຫວ່າງ

 ຈາກນັ້ນກາຍເດີມທີ່ເປັນກາຍລະອຽດ (ທີ່ເຮົາເອີ້ນວ່າ: ວິນຍານ) ກ່ຈະປ່ຽນເປັນກາຍທິບທີ່ມີຣັສໝີສວ່າງເຈີດຈ້າຕາມແຕ່ກຳລັງບຸນຂອງບຸກຄົນຜູ້ນັ້ນ ແລະຢ່າງໄປຂື້ນຣາຊຣົດຄັນໃຫຍ່ ທີ່ປະດັບຕົບແຕ່ງດ້ວຍຣັຕນະຊາດອັນລໍ້າຄ່າຕະການຕາ ເພື່ອເດີນທາງກັບໄປຍັງວິຫານຂອງຕົນ ຊຶ່ງຈະຢູ່ສະຫວັນຊັ້ນໃດນັ້ນກ່ຕາມແຕ່ກຳລັງບຸນທີ່ໄດ້ສັ່ງສົມມາ

 

ສະຫຼຸບແລ້ວປ໋ລະໂລກເປັນສິ່ງທີ່ເຮົາທຸກຄົນຕ້ອງໄປ ແຕ່ທັ້ງນີ້ເຮົາບ່ຄວນດ່ວນປະຕິເສດວ່າ ສິ່ງໃດທີ່ເຮົາເບິ່ງບ່ເຫັນ ແປວ່າສິ່ງນັ້ນບ່ມີ ແຕ່ທາງທີ່ດີເຮົາຄວນເປີດໂອກາດໃຫ້ຕົວເອງໄດ້ລອງສຶກສາເລື່ອງເລົ່ານີ້ເບິ່ງກ່ອນ ຢ່າງນ້ອຍບົດເລື່ອງນີ້ ຈະເປັນຈຸດເລີ່ມຕົ້ນທີ່ດີໃຫ້ກັບເພື່ອນທຸກຄົນ, ທຸກທ່ານ

 

ຂ້ອຍຂ໋ອະນຸໂມທະນາບຸນ ແລະ ໃຫ້ທຸກຄົນທີ່ເຂົ້າມາອ່ານເລື່ອງ ''ຄວາມຈິງຂອງຊີວິດ ທີ່ທຸກຄົນຕ້ອງຮູ້''

ໃຫ້ໄດ້ບຸນກັນທຸກຄົນ ມີສຸຂະພາບພະລະນາໄມສົມບູນ

ໃຫ້ໃຈໃສໆ ເຫັນທັມມະກາຍໃນຕົວກັນທຸກຄົນ

ໃຫ້ເປັນມະຫາເສດຖີຢ່າງອັດສະຈັນ ມີນິພພານເປັນທີ່ໄປໃນອະນາຄົດຕະການ....ເທີ້ນ

ສາທຸ...ສາທຸ...ສາທຸ

 

 

ບົດເລື່ອງນີ້ແມ່ນ ຂຽນມາຈາກປື້ມເຫຼັ້ມນຶ່ງຂອງ ວັດພຣະທັມມະກາຍ

Delicious Digg Fark Twitter