ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

          "ປາ "    ເປັນອາຫານຫຼັກຂອງຄົນເຮົາໂດຍສາມາດນຳມາແຕ່ງກິນໄດ້ຫຼາຍວິທີ. ປົກກະຕິແລ້ວຊາວລາວເຮົາມັກແຕ່ງກິນດ້ວຍວິທີດັ່ງນີ້ :

         ກ້ອຍ ລາບ

     ຖ້າເປັນປາທີ່ມີເກັດ ກໍຕ້ອງເຊາະເກັດຂອງມັນອອກກ່ອນ; ແລ້ວເອົາຂີ້ແລະໃສ້ຂອງມັນອອກ ລືບເອົາໃສ້ຂອງມັນເພື່ອຊອຍເປັນຕ່ອນໆ ຫຼືຟັກໄຫ້ມຸ່ນຖ້າຈະຮັບລາບ. ສິ່ງທີ່ຄວນຄຳນຶງໃນການເຮັດລາບ ແລະ ກ້ອຍກໍ່ຄື ກີ່ນຄາວ. ເມື່ອເຮັດສຳເລັດ ຊຶ່ງເຮົາຄວນໃຊ້ໝາກນາວ ຫອມຕ່າງໆ ປະສົມເພື່ອບໍ່ໄຫ້ມັນຄາວ ສິ່ງສຳຄັນຄື ບໍ່ຄວນກິນດິບໆແດງ  .

         ຕົ້ມ ແກງ

     ກ່ອນອື່ນຄວນຄຳນຶງເຖີງກິ່ນຄາວຂອງປາ ເພາະປາຊະນິດຕ່າງໆຈະມີກີ່ນຕ່າງໆກັນ.  ສະນັ້ນຖ້າປາຊະນິດໃດທີ່ມີກີ່ນຄາວຫຼາຍກໍ່ຄວນທຳຄວາມສະອາດດີໆ ໂດຍການລ້າງດວ້ຍເກືອ ຫຼືລ້າງດ້ວຍແປ້ງມັນ.

           ທອດ

ໃຫ້ທຳຄວາມສະອາດໂດຍການເຊາະເກັດ ເອົາໃສ້ແລະຂີ້ຂອງມັນອອກໄຫ້ໝົດແລ້ວລ້າງໄຫ້ສະອາດ.  ຫຼັງຈາກນັ້ນກໍ່ເອົາປາເອືອບເຄື່ອງຕາມໃນຳນ້ຳມັນພືດໃສ່ໝໍ້ກະທໃຫ້ຮຳພ່້ຍນປາທີ່ເອືອບແລ້ສລົງທອດໄຫ້ສຸກເຫຼືອງທັງສອງດ້ານ ຕັກຂື້ນໄຫ້ສະເດັນນ້ຳມັນ. ສຳລັບປາແດດດຽວ ໃຫ້ທຳຄວາມສະອາດໂດຍການລ້າງໄຫ້ສະອາດເພາະອາດມີຝຸ່ນຕິດມາແລ້ວປະໄວ້ໄຫ້ສະເດັນນ້ຳ ກ່ອນຈະນຳໄປທອດ.

         ຫນື້ງ

ໃຫ້ທຳຄວາມສະອາດໂດຍການຊາະເກັດ ເອົາໃສ້ແລະຂີ້ຂອງມັນອອກໄຫ້ໝົດແລ້ວລ້າງໄຫ້ສະອາດ.  ຫຼັງຈາກນັ້ນ ກໍນຳປາເອືອບເຄື່ງຕາມໃຈມັກ. ນຳນ້ຳມັນພຶດໃສ່ໝໍ້ກະທະ

ໃຫ້ຮ້ອນແລ້ວນຳປາທີ່ເອືອບແລ້ວລົງທອດໃຫ້ສຸກເຫຼືອງທັງສອງດ້ານ ຕັກຂື້ນໄຫ້ສະດັນນ້ຳມັນ.  

       ປີ້ງ ເຜົາ

   ເຮົາສາມາດເຮັດໄດ້ດ້ວຍຫຼາຍວິທີເຊັ່ນ ການຫໍ່ແລ້ວນຳໄປເຜົາ ໃຊ້ໃບບບຕອງຫໍ່ປາ ແລ້ວນຳໄປອົບກັບກືອກໍ່ໄດ້ ຫຼືອາດຈະປີ້ງແບບທຳມະຊາດທົ່ວໆໄປກໍ່ໄດ້ ແຕ່ຈະມີລົດຊາດແຕກຕ່າງກັນອອກໄປ.

ຂໍ້ມູນຈາກ  ວາລະສານອັບເດດ  ສະບັບທີ 15. 2009

 

Delicious Digg Fark Twitter