ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

     ກ່ອນອື່ນຂໍກ່າວຄຳວ່າ: ສະບາຍດີເພື່ອນໆ ພັນລາວໝົດທຸກຄົນ ພິເສດກໍ່ແມ່ນນ້ອງ ຕີບ ທີ່ຖາມກ່ຽວກັບວິທີເອົາຮູບລົງຄອມເມັ້ນໃສ່ຫ້ອງຄຳເຫັນຂອງເພື່ອນໆໃນພັນລາວ ທ້າວ ກໍ່ເລີຍມີໂອກາດໄດ້ຂຽນວິທີຄອມເມັ້ນນີ້ຂື້ນມາເຊິ່ງມັນອາດຈະມີເປັນບົດຮຽນບໍ່ຫຼາຍກໍ່ຄົງໜ້ອຍ ແລະ ກະຂໍໂທດຖ້າວ່າມັນບົດຮຽນນີ້ມີເນື້ອຄວາມທີ່ບາງທ່ານອາດຈະເຂົ້າໃຈຍາກເລັກນ້ອຍ ເຊິ່ງພໍສາມາດອະທິບາຍຕາມວິທີຕ່າງໆດັ່ງລູ່ມນີ້:

1.  ເປີດເທັບໃໝ່ເພື່ອຄົ້ນຫາພາບຕາມທີ່ຕ້ອງການໃນບາວເຊີ

2.  ຄິກເມົາເບື້ອງຂວາມືໃສ່ພາບທີ່ຕ້ອງການ

3.  ໄປທີ່ລາຍການ ຄັດລອກ URL ຮູບພາບ ( Coppy URL )

4.  ຄິກໃສ່ຫ້ອງຄຳເຫັນໃນພັນລາວ

5.  ວາງຕົວກະພິບໃສ່ຫ້ອງຄຳເຫັນ

6.  ຄິກທີ່ສັນຍາລັກແນບລິ້ງ

7.  ຄິກເມົາເບື້ອງຂວາມືໃສ່ຫ້ອງ URL

8.  ເລື່ອນໃສ່ລາຍການ ວາງ ຫລື ກົດປຸ່ມ Ctrl + V ໃນແປ້ນພິມ

9.  ຄິກປູ່ມ ຕົກລົງ ຫລື OK.

10.  ຄິກທີ່ປູ່ມສົ່ງຄຳເຫັນ

11.  ພາບທີ່ໄດ້

ປະຕິບັດຕາມຮູບປະກອບລູ່ມນີ້:

 

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 2, 2012 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 ອ້າຍນີ້  ປຽບເໝືອນດັ່ງຈອກນ້ຳນ້ອງເຫຍັ້ນດື່ມແລ້ວໄລໜີນີ້ລະນໍຄວາມຮັກ/ທີ່ອ້າຍປັກໝາຍຊ້ອນ ເມື່ອໃກ້ນອນອີ່ນາງຫຼ້າ ເຢັ້ນທາລາເຕັມຈອກກ່ອນ ຂ້າງບ່ອນນອນຈອກໜ່ວຍນີ້ ໄດ້ແຍງເຈົ້າຢູ່ບໍ່ວາຍ ນີ້ລະນໍບັກອ້າຍ ແຕກເປັນສ່ຽງຫມົດຄວາມຫວັງ ສຽງກຣິ່ງດັງເນືອງນັນ ໄລ່ກັນແທ້ນໍນ້ອງ ພາໃຫ້ໝອງໃຈເຕັ້ນ ຈອກສະເດັນທີ່ເຈົ້າດື່ມ ຫຍັບມໍ່ແຄມບ່ອນບັ້ນ ເຫວຕັ້ງຂ້າງບ່ອນນອນ ຄາວໜຶ່ງນ້ອງລຸກໄດ້ ໄຂໄລລັອກປະຕູອັດ ເໝືອນມີດຕັດຢູ່ໃນຊວງ ຝ່າຍຈອກງວງແທ້ນໍເຈົ້າ ນ້ອງນັດເອົາເຂົາມາຊ້ອນ ນອນຮຽງສອງຮ່ວມຊ້ອນບ່ອນ ນ້ອງແລະເຂົາຈູບກອດກ້ຽວ ບໍ່ຫຼຽວເບື້ອງຝ່າຍເຮົາ ພໍ້ລະນໍບັ້ນໂສກເສົ້າ ຈອກວງເກົ່ານ້ອງລືມຫລົງ ສ່ວນອານົງພານພົບ ມ່ວນໃນມະໂນແມ້ງ ເຂົາຈັບແທງນາງນ້ອງ ແກມສຽງຄາງຮ້ອງອ່ອຍໆ ປະໃຫ້ອ້າຍຜູ້ຈອກນ້ອຍ ນ້ຳຕາຍ້ອຍຍ່າວລົງ/  ຫມົດລະນໍປະສົງອ້າຍ ຜູ້ຄອງຮັກຫວງແຫນ ຈັກແມ່ນແຂນຫຼືຂາ ນ້ອງຂວ່າງມາເຖິງອ້າຍ ຈອກນ້ຳຫງາຍລັງກາປີ້ນ ຂິດລົງຂ້າງກັບບ່ອນ ສ່ວນນ້ອງສຸກມ່ວນແມ້ງ ກັບຊາຍຊູ້ຢູ່ສະເໝີ ຄິດສະເດີພວກໝູ່ເຈົ້າ ເຮົາຜູ້ຈອກງວງຫັກ ຜູ້ເສຍຫຼັກຄືເຮົາ ເພີ່ນນອກໃຈແລ້ວແຟນອ້າຍ ບໍ່ສົນເຮົາຜູ້ຫງາຍຂວ້າມ ຈອກນ້ຳນອນຫງາຍແລ່ງແຫງ່ງ ສ່ວນຂອງແພງຄິດຄາດໄວ້  ຝັນນັ້ນມຸ່ນທະລາຍ ເຈົ້າເອີຍ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 2, 2012 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 ນ້ອງນີ້  ຢູ່ໃນເຊື້ອໄກ່ກຸ້ມ ປີກບໍ່ຫຸ້ມພໍມີປົກ ໂຊອົກສີຂາວໆ ສັ່ນເຊັນເມື່ອເຫັນອ້າຍ ນ້ອງນີ້ໝາຍໃຈແທ້ ບໍ່ແປຝັນເປັນອື່ນ ຍາມກາງຄ່ຳກາງຄືນ ຈັກມາຫຍັງແທ້ລະອ້າຍ ໝາຍປອງຝັ້ນໃສ່ອີ່ນາງ ຢ້ານແຕ່ທາງຝ່າຍເຈົ້າ ເຊື້ອງູເຫົ່າຈອງຫອງ ມາຫວັງຄອງຮຽງຮັກ ມັກອີ່ນາງສະເໝີເລື້ອຍ ຢ້ານແຕ່ທາງຫາງອ້າຍ ກ້ຽວອີ່ນາງບໍ່ປະປ່ອຍ ນ້ຳຕາໄຫຼລັ່ງຍ້ອຍ ຍ້ອນຕົວເຈົ້າຜູ້ບ່າວງູ ດອກນາ.

 

ອ່ານສານຈາກງູເຫົ່າຫ້ອມ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 2, 2012 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 ອ້າຍນີ້  ປຽບເໝືອນງູເຫົ່າຫ້ອມ ພະຈົນຜ່າປະຕູໜາ ໃສ່ກະແຈຄາຕິດ ເກືອບບໍ່ມີຮູລອດ ອ້າຍຈິ່ງຫຼອຍຫວັງນອນຝັ້ນ ນ້ອງສາວງາມໄກ່ກຸ້ມອ່ອນ ຢ່າໄດ້ຕົກຕື່ນທ້ວງ ສຽງຮ້ອງສະໜັ່ນເນືອງ ອ້າຍຊິບອກບ່ອນເບື້ອງ ຢາກນອນຮ່ວມຮຽງສາວ ແກ້ມຂາວໆ ນວນໆ ແກ້ມເບັ່ງແດງແທງອ້າຍ ທຸກມື້ໝາຍນາງນ້ອງ ຢ່າຮ້ອງສຽງແຊວສົ່ງ ໃຈປະສົງຮັກແທ້ ບໍ່ແປປີ້ນປ່ຽນໃຈ ນ້ອງໄກ່ເອີຍ.

 

ສານຕອບຈາກ ໄກ່ກຸ້ມອ່ອນນອນເກີ້

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2012 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ນ້ອງນີ້ ຄືດວງເດືອນສະຫວ່າງແຈ້ງ ຍັງແຍງບ່າວດວງຕາໃສ ໃບຫູສີຍາວໆ ປ້ອມໃນຫາງອ້າຍ ເຖິງວ່າຊາຍດາວລ້ອມ ເຂົ້າຫານາງກະຕາມສ່າງ ເດືອນຫາກແຍງສ່ອງຊອດ ຕົວອ້າຍກະຕ່າຍໝອງ ເຖິງວ່ານ້ອງຕ່າງອ້າຍ ຫຼາຍໜ່ວຍຈັກກະວານ ການໝູນວຽນເວລາໃດ ມອບສົ່ງໃຈເຖິງເຈົ້າ ກະຕ່າຍເຫງົາຫງອຍງວ້ງ ຄິດເຖິງເດືອນທຸກໆສິ່ງ ກິ່ງໄມ້ໜາຜ່າສ່ອງພົ້ນ ເຖິງໝ້ອງກະຕ່າຍນອນ ທຸກມື້ຂໍກ່າວໄວ້ ເດືອນບໍ່ຈືດຈາງໜີ ສິ່ງທີ່ມີຄືເຮົາຄົບ ໄດ້ແຕ່ພຽງແຍງອ້າຍ ໃຫ້ອ້າຍຫາຍເຫງົາງ້ວງ ເມກມາບັງກະຕາມສ່າງ ບໍ່ຫ່າງເຫີນເຈົ້າດອກອ້າຍ ນ້ອງແຍງເລື້ອຍຢູ່ສະເໝີ ອ້າຍເອີຍ

 

ສົນໃຈສານຈາກ ກະຕ່າຍນ້ອຍຄອຍຈັນ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2012 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 ອ້າຍນີ້ ປຽບເໝືອນຕົວກະຕ່າຍນ້ອຍ ຫວັງຄອນຮ່ວມຮຽງເດືອນ ໃຈສະເທືອນຫວນຄິດ ພວກໝູ່ດາວຂາວລ້ວນ ຢ້ານເຂົາຊວນເດືອນແຈ້ງ ເດືອນແຍງດາວດວງໃໝ່ ສ່ວນວ່າຊາຍກະຕ່າຍນ້ອຍ ບໍ່ຫວັງແລ້ວຊິຮ່ວມຮຽງ ຍ້ອນວ່າຊາດຕ່າງຊັ້ນ ພົງພັນເຜົ່າເຮົາຄົບ ນ້ອງຈິ່ງປົບໄປຫາດາວ ເດັ່ນໃນມານອນຊ້ອນ ໄດ້ແຕ່ນອນຄອຍເກີ້ ໃຈລະເມີຄິດຮອດຮ່ຳ ນຳເດືອນເພັນແຈ້ມແຈ້ງ ຄວາມຫວັງອ້າຍກະຕ່າຍໝອງ ໃຫ້ນ້ອງລອງສ່ອງພົ້ນ ເຂດປ່ານະພາໜາ ນ້ຳຕາລິນໆໄຫຼ ຫຼັ່ງບໍ່ມີຍາມເວັ້ນ ຫຼືເປັນເວນຂອງອ້າຍ ພຽງໝາຍເດືອນມາຊ້ອນບ່ອນ ຈິ່ງໄດ້ພຽງຮ່ວມຊັ້ນ ຝັນເກີ້ເມີ່ລອຍ ເຈົ້າເອີຍ.

 

ອ່ານສານຕອບຈາກແສງເດືອນ

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ


ອ້າຍເອີຍ!  ເຖິງວ່າເປັນໄກ່ນ້ອຍ ຫວັງຄອຍຮ່ວມຮຽງເປັດ ທຸກມື້ເບັດສາຍຕາ ງວາກແນມນຳອ້າຍ ຢ້ານແຕ່ທາງຫຼັງອ້າຍ ມີຍິງສາວຄົນໃໝ່ ໃຈປະສົງຄິດຮອດນ້ອງ ຄຳນີ້ອ້າຍຫ່າງລາ ສ່ວນວ່າກຸດຕານ້ອງ ໝາຍຊ້ອນບ່ອນຮຽງຮັກ ເຖິງຢູ່ຫຼັກຄອນສູງ ໄຕ່ຄອນນອນເປີ້ຍ ນ້ອງບໍ່ເຄີຍໄລອ້າຍ ເຫັນຢ່າງກາຍກົ້ມແນມເບິ່ງ ເຖິງວ່າຊາດຕ່າງຊັ້ນ ໃຫ້ພັນກ້ຽວຮ່ວມຫໍ ຍ້ອງວ່າງາມເຫຼືອລົ້ນ ສີໝົ່ນໆ ແກມເຫຼືອງ ມັນຕ້ອງເຄືອງໃຫ້ໃຈຄິດ  ທີ່ອ້າຍຊົມຕົວນ້ອງ ໃຫ້ອ້າຍລອງຫັດແອບ ປີກແຂງແຮງແລ້ວບິນເວີ່ນ ເຖິງຄອນຫຼັກຮັກໄກ່ນ້ອຍ ໃຈລະຫ້ອຍຫ່ວງບໍ່ວາຍ ອ້າຍເອີຍ.

 

ສານຈາກເປັດນ້ອຍຄິກບ່ອນນີ້

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 ອ້າຍນີ້  /ປຽບເໝືອນຕົວເປັດນ້ອຍ /ຢາກນອນຄອນນຳໄກ່ /ໃຈປະສົງຕໍ່ຕັ້ງ /ນຳນ້ອງຢູ່ຫວ່າງຊວງ /ຢ້ານແຕ່ດວງຂອງອ້າຍ/ ບໍ່ກ້ຳກ່າຍກຸດຕາ/ສາຍທາລາລຳທານໃສ /ອ້າຍມ່ວນລອຍໆວິ້ງ /ສ່ວນເຈົ້າຫຼິງເຫັນອ້າຍ/ຈາກປາຍຄອນເຈົ້າສູງສົ່ງ/ ຕີນເປີ່ງເປິເປີ່ງເປີ້ຍ /ປີນຂື້ນອ້າຍໝື່ນລົງ /ເຖິງປະສົງຕໍ່ເຈົ້າ /ຢາກເນົາແນບນອນໃນ/ ຄອນໄກ່ເປັນພຽງຄິດ /ເທົ່າທີ່ມີມາໄວ້/ ນ້ອງໄກ່ງາມເຫຼືອລົ້ນ /ໃຫ້ອີ່ຕົນເປັດນ້ອຍອ່ອນ /ຍາມຫຼັບນອນອ້າຍຄິດພໍ້ /ຝັນເຖິງນ້ອງຢູ່ບໍ່ວາຍ/ແທ້ດາຍ/.

ຄິກບ່ອນນີ້ ເພື່ອອ່ານສານຕອບຈາກໄກ່ນ້ອຍ

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ມຶງເມົາມຶງເມືອ

ເມຍມຶງມາ

ມືເມຍມຶງມີມີດ

ມຶງເມືອແມ໋

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

       ເພງນີ້ແຕ່ງຂື້ນຕອນຝຶກອົບຮົມ ໂຄງການເສີມສ້າງຄວາມເຂັ້ມແຂງແກ່ຊຸມຊົນ

ເພື່ອສຸຂະພາບຈະເລີນພັນທີ່ດີຂື້ນ.

 

       ເພງ:  ສັນຍານອັນຕະລາຍ  Lamvong

 

      ສັນຍານ                     ອັນຕະລາຍ

ທັງຍິງຊາຍ                       ທຸກຄົນຄວນຮູ້

ໄລຍະ                              ຖືພາມີຢູ່          (2)

ທີ່ຄວນຮູ້                           ອາການຕໍ່ໄປ

      ອາການ                      ທັງຫຼາຍຄືວ່າ

ຈືດມ້ານໜ້າຕາ                  ສີສັນປ່ຽນແປງ

ອາການທີໜຶ່ງ                    ເຈັບຫົວແຮງໆ  (2)

ທີ່ສ່ອງແສງ                      ສັນຍານເຕືອນໄພ

      ໃນໄລຍະ                   ຖືພາຄືວ່າ

ອ່ອນເພຍໜັກໜາ              ອິດອ່ອນໂຮຍແຮງ

ເກີດເປັນລົມ                     ຕາມົວສິ້ນແສງ   (2)

ອາການແຊກແຊງ             ໃນເວລາຖືພາ

      ອີກບັນຫາ                  ຮາກຫຼາຍເຫຼືອລົ້ນ

ເປັນໄຂ້ຮ້ອນຮົນ                ຊັກດີ້ນປີ້ນຕົວ

ອາການທີ່ກ່າວ                  ເຫັນແລ້ວຢ່າເມົາມົວ  (2)

ຮີບພາຕົວ                        ໄປສຸກສາລາ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ                     

 

      

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

       ເພງນີ້ແຕ່ງຂື້ນຕອນຝຶກອົບຮົມ ໂຄງການເສີມສ້າງຄວາມເຂັ້ມແຂງແກ່ຊຸມຊົນ

ເພື່ອສຸຂະພາບຈະເລີນພັນທີ່ດີຂື້ນ.

 

       ເພງ:  ຮູ້ໄວ້ໃນເວລາຖືພາ  Lamvong

 

      ໃນເວລາ               ຖືພາຄືວ່າ

ຄວນໄປປຶກສາ             ຫຼືຝາກທ້ອງທຸກຍາມ

ໄປພົບແພດ                ດູແລແລະຕິດຕາມ      (2)

ບໍ່ຮູ້ຕ້ອງຖາມ               ຫຼັກການອະນາໄມ

      ກິນອາຫານ           ຖືກຕາມຫຼັກສູດ

ຢຸດດື່ມສິ່ງມືນເມົາ        ພັກຜ່ອນໃຫ້ພຽງພໍ

ທັງໂຜ້ງປາກ              ຟັນແຂ້ວໃຫ້ຮູ້ໜໍ          (2)

ອະນາໄມພຽງພໍ          ອາບນໍ້າທຸກເຊົ້າແລງ

      ຍາມນອນ             ກໍ່ຄວນກາງມຸ້ງ

ເພື່ອປ້ອງກັນຕົວຍຸງ     ກັດຕອດກາຍຍາ

ເຮັດວຽກໜັກ              ສູບຢາຢ່າໃກ້ໜາ          (2)

ຕະຫຼອດທຸກໆຢາ        ທີ່ເປັນສານເຄມີ

      ອີກບັນຫາ            ຢ່າລົງແຊ່ນ້ຳເປື້ອນ

ເຄື່ອງນຸ່ງຫົ່ມປິດເບືອນ  ຮັດຈົນເກີນໄປ

ສິ່ງທີ່ກ່າວ                   ຄືຫຼັກການອະນາໄມ     (2)

ປະຕິບັດກັນໄວ້            ໃນເວລາຖືພາ

 ລະຄອນປະກອບ

ໂດຍ:  ທ. ທ້າວ ຄູນພະໄທ ເມືອງແພນ 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2012 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

    ເພງນີ້ແຕ່ງຂື້ນຕອນຝຶກອົບຮົມ ໂຄງການເສີມສ້າງຄວາມເຂັ້ມແຂງແກ່ຊຸມຊົນ

ເພື່ອສຸຂະພາບຈະເລີນພັນທີ່ດີຂື້ນ.

 

      ເພງ:  ການວາງແຜນລູກຫ່າງ  Lamvong

 

      ວິທີ                         ວາງແຜນລູກຫ່າງ

ມັນມີຫຼາຍຢ່າງ               ຕ່າງໆ ນາໆ

ທັງຊົ່ວຄາວ                    ຖາວອນຮູ້ໄວ້ໜາ

ມີຫຼາຍຕຳລາ                  ກ່າວໃນສຽງເພງ

      ເຮັດໝັນ                  ຍິງ-ຊາຍໃສ່ຮ່ວງ

ຄຸນປະໂຫຍດທັງປວງ      ພ້ອມພາກັນວາງແຜນ

ທັງກິນທັງສັກ                 ມັນເປັນຕົວແທນ

ອີກຕຳລາວາງແຜນ         ກະຄືຖົງຢາງອະນາໄມ

      ໄລຍະ                    ການມີລູກຖີ່

ຖ້ານຳໃຊ້ວິທີ                  ຂອງການວາງແຜນ

ຈະມີເງິນໃຊ້                   ບໍ່ຈຳເປັນບໍ່ຂາດແຄນ

ມີຮ່າງກາຍໜັກແໜ້ນ       ເຂັ້ມແຂງກາຍຍາ

      ຖານະ                     ຄອບຄົວສຸກລົ້ນ

ຕະຫຼອດທຸກຄົນ              ຍິ້ມແຍ້ມແຈ່ມໃສ

ຈົດຈຳຝັງແໜ້ນ              ການວາງແຜນເອົາໄວ້

ຖ້າຜູ້ໃດລືມໄລ               ຈະພົບບັນຫາມາຕົວ.

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

       ບາງຄົນມົວເມົາຫຼິ້ນ                ສະກາຍຮ່ວມເຟສບຸກ

ຮູ້ບໍ່ນໍວ່າແຟນທຸກ                    ຜູ້ທີ່ຍັງລໍຄອຍນ້ອງ

ຫາກວັນໃດໃຈນາງເສົ້າ          ໃຫ້ໂງຫາຜູ້ໄຮ່ຄ່າ

ຍັງຄິດຫານາດນ້ອງ                ເລີງເລື້ອຍຢູ່ບໍ່ວາຍ.

 

ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

 

ໂດຍ: ອ. ຄູນພະໄທ 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

       ຊີ້ແຂນລົງ            ເບື້ອງຝັ່ງແມ່ນ້ຳຂອງ

ໃນສະໝອງ              ຍັງຄຽດແຄ້ນແສນອະໜາດ

ຂອງທາດແທ້             ພວກໝູ່ມານລຳຄານໃຈ

ໃຫ້ພວກໄທ               ວຸ້ນວາຍເປັນວັນໆ.

      ອະໂຫສີ              ຊາດນີ້ຫລືຊາດໜ້າ

ຂ້າພະເຈົ້າ                 ອະນຸວົງບໍ່ສົງສານ

ເຈົ້າຕັດຄໍ                   ໃສ່ແພແບບວິຈານ

ທັງຈູດຜ່ານ                ນະຄອນບ້ານເມືອງກູ.

      ມຶງປີ້ນປັບ            ຄຳຂໍສົມມາພະ

ເຖິງຈະບະ                 ຈະບົນໃຫ້ຮັກກັນ

ສ້າງສະພານ              ລາວ-ໄທໄປທີ່ນັ້ນ

ເພື່ອໃຫ້ຫັນ                ພະແກ້ວກັບມາລາວ.

      ມຶງວ່າຄາວ            ສາກົນຍຸກສະໃໝ

ແຕ່ຫົວໃຈ                  ຍັງຝັງແຄ້ນບໍ່ເສື່ອມສີ

ມຶງວ່າແທ້                   ອິນດູຈີນມິດໄມຕີ

ກູຂໍຊີ້                          ສາບແຊ່ງແຮງຄະນາ.

      ເຈົ້າອະນຸ               ມື້ນີ້ດີອຸລາ

ບອກມາວ່າ                 ຄົນລາວຈົ່ງເຂັ້ມແຂງ

ຮ່ວມແຮງກັນ              ຮັກສາບ້ານເມືອງແພງ

ໃຜແຊກແຊງ              ອິດສະຫຼະຂ້າແນ່ນອນ.

 

ບົດກະວີໂດຍ ທ. ທ້າວ ຄູນພະໄທ ເມືອງແພນ

ໃນການໂອວາດສະເຫຼີມສະຫຼອງຮູບປັ້ນຫຼໍ່ເຈົ້າອະນຸວົງ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກຄື:

ຍິ້ມ:                 ໂດຍບໍ່ຮູ້ສຶກຕົວ

ຮ້ອງໃຫ້:          ໂດຍບໍ່ອາຍຜູ້ຄົນ

ຢ້ານກົວ:          ໂດຍບໍ່ມີເຫດຜົນ

ອົດທົນ:            ໂດຍບໍ່ຄິດອັນໃດ

ຍອມ:               ໂດຍບໍ່ມີຂໍ້ແກ້

ອ່ອນແອ:          ໂດຍບໍ່ອາດຝືນໃຈ

ໃຫ້:                  ໂດຍບໍ່ຫວັງສິ່ງໃດໆ

ໄວ້ໃຈ:              ໂດຍບໍ່ຄິດລະແວງ

ປ່ຽນແປງ:         ໂດຍບໍ່ມີເງື່ອນໄຂ

ທຸ້ມໃຫ້:             ໂດຍບໍ່ຄິດເສຍດາຍ

ເປັນຄວາຍ:      ໂດຍບໍ່ໄດ້ລະວັງ

ລຳພັງ:             ໂດຍບໍ່ເຄີຍເຕັມໃຈ

 

   ຫມາຍເຫດ:  ຖ້າຫາກເພື່ອນໆ ມີນິຍາມຮັກເປັນຂອງຕົນເອງຂໍເຊີນສະແດງຄວາມເຫັນໄດ້

                      ຂ້າພະເຈົ້າຈະຕື່ມເປັນນິຍາມຮັກໃຫ້ສົມບູນຍິ່ງຂື່ນ

                     ( ຂໍຂອບໃຈລ່ວງໜ້າສຳລັບຄຳເຫັນຂອງທ່ານ )

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 ວຽງຈັນ                   ຂີ້ຖີ່

ຜົ້ງສາລີ                   ຫລອກລວງ

ຊຽງຂວາງ               ມານຍາ

ຫລວງນ້ຳທາ           ກິນແຫ້ວ 

ບໍ່ແກ້ວ                     ມັກຕີກັນ

ຫົວພັນ                    ຫລາຍໃຈ

ຫົວໃຫຍ່                  ຫລວງພະບາງ

ແຂງກະດ້າງ            ໄຊຍະບູລີ

ນິໃສບໍ່ດີ                  ອຸດົມໄຊ

ບໍ່ຈິງໃຈ                   ນະຄອນຫລວງ

ຄົນຂວາງ                ບໍລິຄຳໄຊ

ເວົ້າໃຫຍ່                 ຄຳມ່ວນ

ເວົ້າກວນ                 ສະຫວັນນະເຂດ

ໜ້າສົມເພດ             ແຂວງເຊກອງ

ມັກຫລິ້ນຂອງ          ສາລະວັນ

ບໍ່ມັກນັນ                  ອັດຕະປື

ໂຄດຂີ້ດື້                  ແມ່ນຈຳປາສັກ 555

ຫົວໃຫ້ແດ່ເດີພີ່ນ້ອງ ອິອິອິ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.        

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 

1.  ນະຄອນຫລວງວຽງຈັນ:       ນ້ຳຂອງ,ນ້ຳງື່ມ,ນ້ຳຫຸມ,ນ້ຳສັກ,

                                              ຫ້ວຍໝາກນາວ,ຫ້ວຍໝາກຮຽວ.

2.  ແຂວງ ຜົ້ງສາລີ                    : ນ້ຳອູ, ນ້ຳນີ່ວ ແລະ ນ້ຳພາກ.

3.  ແຂວງ ຫລວງນ້ຳທາ             : ນ້ຳທາ, ນ້ຳມາແລະນ້ຳຜາ.

4.  ແຂວງ ອຸດົມໄຊ                   : ນ້ຳແບ່ງ, ນ້ຳກໍ່ແລະນ້ຳງາ.

5.  ແຂວງ ບໍ່ແກ້ວ                     : ນ້ຳງ້າວແລະນ້ຳທາ.

6.  ແຂວງ ຫລວງພະບາງ           : ນ້ຳຂອງ,ນ້ຳຄານ,ນ້ຳງາ,ນ້ຳງອຍ,ນ້ຳມັດ

                                              ນ້ຳມີ້,ນ້ຳບາກ,ນ້ຳບາກ,ນ້ຳແຊງ,ນ້ຳເຊືອງ

                                              ນ້ຳອູ.

7.  ແຂວງ ຫົວພັນ                    : ນ້ຳຊຳ,ນ້ຳເນີນ,ນ້ຳມ້າແລະນ້ຳແອດ.

8.  ແຂວງ ໄຊຍະບູລີ                 : ນ້ຳແມດ,ນ້ຳເຫືອງແລະນ້ຳງາມ.

9.  ແຂວງ ຊຽງຂວາງ                : ນ້ຳງື່ມ, ນ້ຳຍວນ, ນ້ຳມັດແລະນ້ຳງີ້ວ.

10.  ແຂວງ ວຽງຈັນ                 : ນ້ຳງື່ມ, ນ້ຳລີກແລະນ້ຳຊອງ.

11.  ແຂວງ ບໍລິຄຳໄຊ              : ນ້ຳຂອງ,ນ້ຳຊັນ,ນ້ຳກະດິງ,ນ້ຳເລິກແລະນ້ຳງຽບ.

12.  ແຂວງ ຄຳມ່ວນ                : ນ້ຳເທີນແລະເຊບັ້ງໄຟ.

13.  ແຂວງ ສະຫວັນນະເຂດ     : ເຊຈຳພອນ ແລະ ເຊບັ້ງຫຽງ.

14.  ແຂວງ ສາລະວັນ              : ເຊໂດນ ແລະ ເຊເສັດ.

15.  ແຂວງ ເຊກອງ                 :  ເຊກອງ.

16.  ແຂວງ ຈຳປາສັກ               : ເຊໂດນ ແລະ ນ້ຳຂອງ.

17.  ແຂວງ ອັດຕະປື                : ເຊກອງ ແລະ ເຊກະຫມານ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 1.  ແຂວງ ນະຄອນຫລວງວຽງຈັນ  :  3,920 ກິໂລຕາແມັດ.

2.  ແຂວງ ຜົ້ງສາລີ                     :  16,270 ກິໂລຕາແມັດ.

3.  ແຂວງ ຫລວງນ້ຳທາ.              :  9,325 ກິໂລຕາແມັດ.

4.  ແຂວງ ອຸດົມໄຊ                     : 21,190 ກິໂລຕາແມັດ.

5.  ແຂວງ ບໍ່ແກ້ວ                       :  4,970 ກິໂລຕາແມັດ.

6.  ແຂວງ ຫລວງພະບາງ           :   16,875 ກິໂລຕາແມັດ.

7.  ແຂວງ ຫົວພັນ                     :  16,500 ກິໂລຕາແມັດ.

8.  ແຂວງ ໄຊຍະບູລີ                  :  11,795 ກິໂລຕາແມັດ.

9.  ແຂວງ ຊຽງຂວາງ                 :   17,315 ກິໂລຕາແມັດ.

10.  ແຂວງ ວຽງຈັນ                   :   19,990 ກິໂລຕາແມັດ.

11.  ແຂວງ ບໍລິຄຳໄຊ                :   16,470 ກິໂລຕາແມັດ.

12.  ແຂວງ ຄຳມ່ວນ                  :   16,315 ກິໂລຕາແມັດ.

13.  ແຂວງ ສະຫວັນນະເຂດ      :   22,080 ກິໂລຕາແມັດ.

14.  ແຂວງ ສາລະວັນ               :  10,385 ກິໂລຕາແມັດ.

15.  ແຂວງ ເຊກອງ                   :   7,665 ກິໂລຕາແມັດ.

16.  ແຂວງ ຈຳປາສັກ                :   15,415 ກິໂລຕາແມັດ.

17.  ແຂວງ ອັດຕະປື                  :   10,320 ກິໂລຕາແມັດ.

18.  ເຂດພິເສດໄຊສົມບູນ          :   4,940 ກິໂລຕາແມັດ.

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

1.  ແຂວງ ນະຄອນຫລວງວຽງຈັນ      : 650,600 ຄົນ.

2.  ແຂວງ ຜົ້ງສາລີ                            : 189,700 ຄົນ.

3.  ແຂວງ ຫລວງນ້ຳທາ.                   : 142,400 ຄົນ.

4.  ແຂວງ ອຸດົມໄຊ                            : 260,900 ຄົນ.

5.  ແຂວງ ບໍ່ແກ້ວ                              : 141,000 ຄົນ.

6.  ແຂວງ ຫລວງພະບາງ                  : 452,900 ຄົນ.

7.  ແຂວງ ຫົວພັນ                             : 303,700 ຄົນ.

8.  ແຂວງ ໄຊຍະບູລີ                         : 362,200 ຄົນ.

9.  ແຂວງ ຊຽງຂວາງ                        : 249,000 ຄົນ.

10.  ແຂວງ ວຽງຈັນ                          : 373,200 ຄົນ.

11.  ແຂວງ ບໍລິຄຳໄຊ                       : 203,100 ຄົນ.

12.  ແຂວງ ຄຳມ່ວນ                         : 338,200 ຄົນ.

13.  ແຂວງ ສະຫວັນນະເຂດ             : 883,900 ຄົນ.

14.  ແຂວງ ສາລະວັນ                       : 318,000 ຄົນ.

15.  ແຂວງ ເຊກອງ                          :   79,700  ຄົນ.

16.  ແຂວງ ຈຳປາສັກ                       : 622,400 ຄົນ.

17.  ແຂວງ ອັດຕະປື                         : 108,300 ຄົນ.

18.  ເຂດພິເສດໄຊສົມບູນ                 :  49,600 ຄົນ.

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ. 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ເກົ້າສະຫຼຶງຢູ່ຟາກນ້ຳາ               ຢ່າຟ້າວອົ່ງຄະນຶງຫາ

ອົດທົນໂຮມແຮງຮິບ                  ຮັ່ນໄປໃຫ້ເຖິງຕົ້ນ

ເກົ້າກະພາໃຫ້ເກັບມ້ຽນ              ຮີບຮັກສາສະເດີທ່ານ

ເຍື້ອນເວລາທີ່ທ້ອນໄວ້               ໃຫ້ຫຼາຍລົ້ນລື່ນຫຼັງ

ຫາກວ່າທ່ານຄິດຕັ້ງ                    ໃຊ້ຈ່າຍບໍ່ເຖິງຖອງ

ຊິຄິດຄອງຄອຍຫາ                     ກະຕ່າແປນບາງປີ້ນ

ໄດ້ແຕ່ລິນນ້ຳຕາຍ້ອຍຍ                ຄະນິງຫາກະຕ່າໃຫຍ່

ທ່ອນທີ່ເຮົາເຄີຍມັກໃຊ້               ບໍ່ປະຢັດມັດແມ້ງ

ຄຳນັ້ນຊິຫ່າງເຫີນ ເດີນທາງໃດກະຄິດພໍ້ ເຮົານັ້ນບໍ່ຮິ່ນຕອງ ທ່ານເອີຍ.

 

ໂດຍ: ທ.ທ້າວ ຄູນພະໄທ ເມືອງແພນ.                    

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄົນຜູ້ມີຄວາມຮູ້                              ຊູຍິ່ງເຫຼືອຫຼາຍ ກໍ່ຕາມທ້ອນ

ທີ່ສອນໂຕເອງບໍ່ໄດ້                           ໃຜຊິຍ້ອງວ່າດີ

ມີກໍ່ມີແຕ່ອວດ                                 ໂອ້ອົ່ງນະນົງຕົວ

ຄວາມຮູ້ມີຖ້ວມຫົວ                          ບໍ່ຫ່ອນອຳເອົາໄວ້

ຮູ້ແຕ່ໃນນາມຕື້ນ                             ເຖິງຖອງບໍ່ທັນໝູ່

ຍ່ອມເປັນຄົນອວດອ້າງ                   ວ່າໂຕຮູ້ລື່ນຄົນ

ກົ້ມກ່ອງລົງດັ່ງຕົ້ນ                          ເຂົ້າແກ່ຮວງສຸກ

ໜ້າທີ່ເປັນຂອງທານ                       ແກ່ຄົນຫຼາຍລົ້ນ

ສະເພາະຄົນສະໝອງຕື້ນ               ແກ້ບັນຫາບໍ່ເຂົ້າຮ່ອມ

ເໝີເມີ່ອືປາກອ້າ                              ວາຈາເວົ້າບໍ່ຮິ່ນຕອງ

ປຽບດັ່ງຄົນທີ່ຮູ້ຕ້ອງ                        ເວົ້າໃຫຍ່ໃນການຫົວ

ເໝືອນດັ່ງດັງໆຂັນ                          ອື່ງຢາງຂະຫຍອງເຕັ້ນ

ຮວງເຂົ້າເປັນສາຍຕົ້ນ                     ໃຫ້ຄົນເຮົາເປັນແບບຢ່າງ

ເຂົ້າກ່ອງສຸກຈາກກ້າ                        ຫຼາຍລົ້ນຜ່ານມາ

ທີ່ທ່ານເຄີຍໄດ້ປັ້ນ                           ເຂົ້າໜຽວອ່ອນໃນມື

ຜ່ານຂະບວນວິວັດ                           ແດດຝັນກໍ່ທົນສູ້

ໄລຍະທາງຍາວເຍີ້ນ                        ແຕ່ຄົນເຮົາບໍ່ຮູ້ຄ່າ

ຍະເວລາໃຫ້ຫ່າງເວັ້ນ                      ຄວາມພຽນນັ້ນເຈົ້າຫ່າງເຫີນ

ເວທີທີ່ຍາກເຍີ້ນ                               ດຸໝັ້ນຂະຫຍັນພຽນ

ລາການຮຽນສຶກສາ                         ຫ່າງຄວາມອົດທົນແລ້ວ

ຈົນວ່າແຖວຊາວບ້ານ                       ຊຸມໃຜໆກໍ່ເວົ້າກ່າວ

ເຖິງຕອນນ້ອຍຍັງສາວ                    ລາວເປັນຄົນຂີ້ຄ້ານ

ຕອນນັ້ນລືມລະແລ້ວ                       ບໍ່ມີແນວຊິສືບເຊື້ອ

ແກ່ຄວາມຮູ້                                     ພໍ່ແມ່ສອນ ແທ້ນອນ

 

ໂດຍ:  ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 5, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 1.  ແຂວງຄຳມ່ວນ:  ຄຳມ່ວນດິນແດນທຳມະຊາດ     ປະຫວັດສາດວິລະຊົນ    ຕົ້ນກຳເນີດລຳຜະຫຍາມະຫາໄຊ

      ກິນຊຸບໜໍ່ໄມ້ ແກງໄກ່ໃສ່ລານ ນະມັດສະການພະທາດສີໂຄດຕະບອງ ເປັນເຈົ້າຂອງເຂົ້າໜົມປ່ານ ປະສານ

     ປວງປະຊາ  ເລັ່ງພັດທະນາ  ຊ່ວຍປະຊາໃຫ້ມີສຸກ.

2.  ແຂວງສະຫວັນນະເຂດ:   ສະຫວັນນະເຂດຜືນແຜ່ນດິນຄຳ  ພະທາດອີງຮັງສະຖານບູຮານງາມສະຫງ່າ  ສັດ

    ໂລກໄດໂນເສົາຮ້ອຍລ້ານປີ ປະເພນີວັດທະນະທຳລ້ຳລື ກຳເນີດຂັບລໍ4 ຈັ່ງຫວະ.

3.  ແຂວງສາລະວັນ:  ໝາກພ້າວນາໄຊ ປີ້ງໄກ່ນາປົ່ງ ເຫຼົ້າຂາວເມືອງຄົງ ລຳວົງສາລະວັນ.

4.  ແຂວງກຳແພງນະຄອນຫຼວງວຽງຈັນ:  ມາວຽງຈັນ ຊົມຂົວມິດຕະພາບ ກາບໃຫວ້ຫໍພະແກ້ວ ຊົມສວນປະຕູໄຊ

    ໃຫວ້ພະທາດຫຼວງມິ່ງຂວັນ ຊົມວີວທີວທັດແຄມຂອງ ຫາດຊາຍສີທອງດອນຈັນ ຊີມລົດອາຫານນາໆຊາດ ເທິງ

    ຫໍຜາສາດສີ່ສິບຊັ້ນ ພັກຜ່ອນເທິງວິມານສະຫວັນ ໂຮງແຮມດອນຈັນພາເລດລືນາມ.

5.  ແຂວງຊຽງຂວາງ:  ພູກູດມີໄຊ ທົ່ງໄຫຫີນລືນາມ ສາວງາມເມືອງພວນ ເຊີນຊວນທ່ຽວຊົມແຂວງວິລະຊົນ.

6.  ແຂວງໄຊຍະບູລີ:  ງາມທາດປວກເມືອງຄອບ ປະນົມນອບພະທາດມັດຄຳ ເມືອງເງິນແສນເພີດເພີນພະທາດ

     ຊຽງລົມ ເມືອງຊຽງຮ່ອນອອນຊອນບຸນບັ້ງໄຟ ເມືອງປາກລາຍງາມເຫຼືອຫຼາຍ  ສາວດອກຝ້າຍຈັນເມືອງແກ່ນ

     ທ້າວຫວານນ້ຳໝາກພ້າວເມືອງບໍ່ແຕນ ແດນພູເຂົາຊ້າງເມືອງຫົງສາ-ເມືອງທົ່ງ   ຮວງເຂົ້າກົ່ງເມືອງພຽງ ສຽງ

     ຂັບລຳລ່ອງຮຸ່ງ ເມືອງໄຊຍະບູລີ.

7.  ແຂວງເຊກອງ:  ເອກະລັກພູນາງລາວ ແວວວາວຄ່ານ່າຊື່ນໃຈ ທ່ຽວວັງໄງດື່ມເຫຼົ້າໄຫ ເມືອງດາກຈຶງຄະນຶງຫາ

     ສາຍທາລາຕົກຕາດແສກ ແປດພະໄທຢ່າລືມໄປຂໍເປັນກອບ ບອກຄວາມສາມັກຄີ ໄປຮູ້ຈັກບຸນປະເພນີບັນດາເຜົ່າ.

8.  ແຂວງບໍ່ແກ້ວ:  ບໍ່ແກ້ວມະນີລ້ຳຄ່າຊົມປ່າດອກງີ້ວບານເທດສະການບັນດາເຜົ່າຖິ່ນເມືອງເກົ່າສຸວັນນະໂຄມຄຳ

    ຊົມຖ້ຳນ້ຳຍູ້ອູ້ສາວລາວຢວນ ຊວນຊົມວັດຈອມເຂົາມະນີລັດ ໃຫວ້ພະທາດສຸວັນນະຜາຄຳ

9.  ແຂວງບໍລິຄຳໄຊ:  ຖິ່ນອາໃສສາວລາວເມີ້ຍຜູ້ໂສພາ ຖິ່ນຢູ່ໂຕເສົາຫຼາ ໄມ້ເກດສະໜາຄ່າແພງ ທົ່ງນາແຊງກວ້າງ

    ໄກພະບາດໃຫຍ່ໂພນສັນ ຄົນຊ່າລືກ່າວເອີ້ນ ແດນກຸຫຼາບປາກຊັນ.

10.  ແຂວງຜົ້າສາລີ:  ຜົ້າສາລີປຽບຄືດັ່ງສະຫວັນ ວິມານດ່ານແດນພູດອຍ ເປັນດິນແດນວິລະຊົນ ຮັກຄອນພົງພັນ

    ເຊື້ອ ງາມເຫຼືອຫຼາຍພູຟ້າ ທະເລຫຼວງໝອກໃຫຍ່ ເຊີນຊີມປາພູຟ້າ ດື່ມເຫຼົ້າຂຽວແອ່ວສະຖານທີ່ ເບີ່ງຮີດຄອງປະ

    ເພນີ ເອກະລັກຫຼາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານຜູ້ຊົມ.

11.  ແຂວງຫຼວງນ້ຳທາ:  ບັນຮົບຫຼວງນ້ຳທາ ພະທາດໃຫຍ່ຊຽງເປງ ຊາບຊຶ້ງກັບວັດທະນະທຳຫຼາຍເຜົ່າ ເຂົ້າຊອຍ

    ແຊບເມືອງສິງ ລິງລາຍແພໄໝມ້ອນ ເມືອງຫຼວງນ້ຳທາທ່ຽວປ່າສະຫງວນແຫ່ງຊາດນ້ຳຮ່ອງເຂດພັດທະນາເສດ

    ຖກິດພິເສດບໍ່ເຕັນແດນຄຳ ຮ່ວມເຕັ້ນແຊນຳສາວໄຕດຳ ງາມແທ້ລະກ໋າ.

12.  ແຂວງຫຼວງພະບາງ:  ຫຼວງພະບາງເມືອງງາມ ອາຮາມຮຸ່ງເຮືອງ ງາມພູຕັ້ງຢູ່ກາງເມືອງ ເລື່ອງລືວັດທະນະທຳ

    ເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເອາະຫຼາມໃສ່ສະຂ່ານ ງານຊ່ວງເຮືອເດືອນ9ເມືອງກ້ຽວຄຳຫວານ ຕຳ

    ນານເມືອງຂັບທຸ້ມ ວັດເກົ່າແກ່ມາກມີ ຕາດກວາງຊີ ແລະ ຖ້ຳຕິ່ງ ເປັນເມືອງມໍລະດົກໂລກ.

13.  ແຂວງວຽງຈັນ:   ເມືອງເກົ່າໄຜ່ໜາມ ລືນາມອ່າງນ້ຳງື່ມ ຕຳນານເດີນລາຍງ້າວ ອູ່ເຂົ້າຊາວເມືອງ ຄົນເຮືອງຂັບ

    ງື່ມດື່ມດຳທຳມະຊາດ ປະຊາລາດສາມັກຄີ.

14.  ແຂວງຫົວພັນ:  ງົດງາມພູຜາ ນ້ຳມ້າສ່ອງໃສວຽງໄຊປະຫວັດສາດຜ້າໄໝຊຳໃຕ້ຫີນຕັ້ງຫົວເມືອງຖິ່ນພູສາມ

    ເສົ້າ ກົກເຂົ້ານ້ຳລຶກ ແຜ່ນດິນວິລະຊົນ.

15.  ແຂວງອຸດົມໄຊ:  ທ່ຽວອຸດົມໄຊ ໄປຊົມທຳມະຊາດ ນ້ຳຕົກຕາດຫົວນາກຊົມວັດທະນະທຳຊົນເຜົ່າໃຫວ້ພະເຈົ້າ

    ສິງຄຳ ດື່ມນ້ຳຊາພັນປີຂີ່ເຮືອທ່ອງທ່ຽວຊົມທຳມະຊາດແຄມຂອງ.

16.  ແຂວງອັດຕະປື:  ລຳນ້ຳໃສປ່າໄມ້ຂຽວທ່ອງທ່ຽວໜອງຟ້າຊົມຜ້າຮຽງຊານໄຊໃຫວ້ພະອົງແສນພັກແດນສາມັກຄີ.

17.  ແຂວງຈຳປາສັກ:  ເອກະລັກວັດພູ ກຸຫຼາບປາກເຊ ກະເຟປາກຊ່ອງ ນ້ຳຂອງໂຕນຄອນສີພັນດອນລືນາມ.

 ລວບລວມຂໍ້ມູນຕອນໄປຝຶກອົບຮົມທີ່ສູນວັງວຽງ

 ໂດຍ:  ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 5, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

       ປາງປະຖົມນານມາແລ້ວ  ມະນຸດເຮົາໄດ້ສ້າງແປງປ່າດົງໃນແຜ່ນດິນພາຍລຸ່ມໃຫ້ເປັນບ້ານເມືອງແລ້ວຍັງເພິ່ງແຖນຢູ່

ເມື່ອມີເຫດແນວໃດບໍ່ດີບໍ່ງາມຜາບບໍ່ໄດ້ກໍ່ຂື້ນຫາແຖນຢູ່ເລື້ອຍໆ  ຄັນເຫິງມາພະຍາແຖນໝຸດໝັດ ແລະ ຊັງຄົນລາວລຸ່ມ ດັ່ງ

ນັ້ນຈິ່ງຕົກລົງຈັກເປັ່ງນ້ຳສະອະໂນລາດ  ໃຫ້ໄຫຼແລະແຕ່ງຝັນໃຫ້ໄຫຼລົງມາຖ້ວມລຶບຄົນລາວລຸ່ມຕາຍດັບເໝິດ.

       ລູກຫຼ້ານ້ອຍຂອງພະຍາແຖນຫຼວງຮູ້ຈັກຈັ່ງຊັ້ນ  ກໍ່ສົ່ງສານນາງຄຳສົງກາ ແລະ ເວົ້າໃຫ້ພະຍາລາວລຸ່ມຍ້ອນມັກຮັກນາງ

ນັ້ນ  ລູກຊາຍພະຍາແຖນຈິ່ງລົງມາຢູ່ນຳນາງສົງກາ ແລະ ເວົ້າໃຫ້ພະຍາລາວລຸ່ມຟັງສູ່ເຍື່ອງ  ພະຍາລາວລຸ່ມຖາມວ່າ:  ເຮັດ

ແນວໃດຈິ່ງຊິຮັກສາຊີວິດຄົນ,ສັດ ແລະ ຊັບສົມບັດເຂົ້າກ້າໝາກໄມ້ກ້ວຍອ້ອຍໄວ້ສືບໜໍ່ແທນແນວຕໍ່ໄປໄດ້?.  ລູກພະຍາ

ແຖນບອກວ່າ:  ເຮົາມາພາກັນເຮັດສະເພົາເອົາຄົນສັດ ແລະ ສິ່ງຂອງທີ່ຢາກເອົາໄວ້ເປັນໜໍ່ແນວທັງເໝິດໃສ່ສະເພົານັ້ນ

ຄັນນ້ຳລຶບມາສະເພົາກໍ່ພູຂື້ນໆນຳນ້ຳຄົນສັດສິ່ງຂອງໃນສະເພົານັ້ນກໍ່ຈັກບໍ່ຈິບຫາຍກໍ່ຈັກເປັນໜໍ່ແນວແຖວສືບເຊື້ອໄປໄດ້

ອີກ.  ເວົ້າແລ້ວລູກພະຍາແຖນກັບພະຍາລາວລຸ່ມກໍ່ຊວນຄົນລາວທັງປວງເອົາໄມ້ຜຸ່ງໄມ້ໄຜ່ໄມ້ກະຊະ,ໄມ້ເຮ້ຍ,ໄມ້ພາງ,ໄມ້

ຊອດ,ໄມ້ປ່ອງອໍ້ມາໂຮມກັນ  ແລ້ວເອົາເຄືອຫວາຍຫາງໜູ, ຫວາຍດິນເປັນເຄົ້າມັດໄມ້ລຳນີ້ຕິດລຳນັ້ນຕິດລຳອື່ນໆຕໍ່ໆກັນ

ໄປໃຫ້ແໜ້ນໃຫ້ກວ້າງໃຫຍ່ຍາວສູງໄດ້ໝື່ນວາ,  ຍາວຫ້າໝື່ນວາ, ກວ້າງໝື່ນສອງພັນວາ  ແລ້ວຂົນສິ່ງຂອງຕ່າງໆທີ່ຕ້ອງ

ການ ແລະ ສັດຄູ່ແນວ ແລະ ຄົນລາວລຸ່ມທັງປວງໃຫ້ຢູ່ໃນສະເພົາເໝິດ  ບໍ່ເຫິງທໍ່ໃດ  ພະຍາແຖນກໍ່ໃຫ້ເປັ່ງນ້ຳາ ແລະແຕ່ງ

ຝົນຕົກລົງມານຳຮຸແມ່ນ້ຳຂອງເຊກອງເຊກະໝານແລະທົ່ວທ້ອງຟ້າຢ່າງແຮງບໍ່ມີປ່ອງວ່າງບໍ່ເຊົາຮອດເຈັດມື້ເຈັດຄືນນ້ຳ

ກໍ່ຖ້ວມລຶບໆຂື້ນລຶບນາລຶບບ້ານເຮືອນລຶບຫຼັງເຮືອນລຶບປາຍໄມ້ລຶບພູຫຼວງເປັນລຳດັບໆນ້ຳກໍ່ໄຫຼບໍ່ເຊົາຝັນກໍ່ຕົກບໍ່ເອື້ອນ

ສະເພົາກໍ່ຟູຂື້ນໆ ຈົນຈຸຈອດຮອດເມືອງພະຍາແຖນສະເພົາກໍ່ຈອດທ່າເມືອງພະຍາແຖນໆຈິ່ງໄດ້ຍິນສຽງຟົດພີ່ນີ່ນັນສຽງ

ໝາ,ສຽງໄກ່ຂັນຄົນຈາກັນຊິຊື່ວ່າບ້ານໃຜເມືອງໃຜບຸເດ ແອ້ຢະເອີຍ  ສັງມາງາມກະດໍ້  ເວົ້າຈໍ້ແຈ້ຈໍແຈຢູ່ຫັ້ນແລພະຍາແຖນ

ຈິ່ງໃຊ້ຜູ້ນ້ອຍໄປລ່ຳຫຼິງດູຜູ້ນ້ອຍກໍ່ຮູ້ວ່າເປັນສະເພົາຂອງລູກຫຼ້າພະຍາແຖນເອງພາເອົາພະຍາຄົນລຸ່ມມົ້ມຄວາມຕາຍມາ

ຮອດດັ່ງນັ້ນ  ຈິ່ງໄປໃຫວ້ພະຍາແຖນໆ ຈິ່ງໃຫ້ຄຸມໂຕລູກຫຼ້ານັ້ນໄປໃຫວ້  ຄັນຜູ້ຫານຂອງພະຍາແຖນຄຸມໂຕລູກຫຼ້າໄປໃຫວ້

ພະຍາແຖນແລ້ວ  ພະຍາແຖນຈິ່ງໂຈດວ່າ:  ແອ້  ມຶງລັກໜີໄປພາພວກຄົນລຸ່ມມາອີ່ສັງຈາ  ລູກພະຍາແຖນຈິ່ງວ່າ:  ແອ້ ຂ້າ

ໃຫວ້ພະຍາພໍ່ເຮີຍ  ລູກຫຼ້ານ້ອຍນີ້ພອຍມີຄຳມັກຄຳຮັກ  ນາງຄຳສົງກາ  ລູກພະຍາລາວລຸ່ມເຮັ່ງພໍໄດ້ຍິນພໍ່ວ່າຊິໃຫ້ນ້ຳລຶບ

ຄົນເມືອງລຸ່ມຕາຍດັບ  ຍ້ອນພໍ່ຊັງຄົນເມືອງລຸ່ມເຮັງຈັ່ງຊັ້ນລູກຫຼ້າທົນບໍ່ໄດ້ຈິ່ງລົງໄປພາພະຍາລາວລຸ່ມເຮັດສະເພົາເອົາກັນ

ເຂົ້າຢູ່ຮອດມື້ນ້ຳລຶບສະເພົາກໍ່ພາຟູຂື້ນໆມາຈຸຮອດພະຍາພໍ່ກໍ່ຂ້າແລຂໍແກ່ພະຍາພໍ່  ຈົ່ງກະລຸນາໂຜດລູກຫຼ້າປາງດຽວນີ້ແດ່

ແມ  ຢະເອີຍ.  ເມື່ອພະຍາແຖນຫຼວງໄດ້ຟັງຈັ່ງຊັ້ນກໍ່ລວດອີ່ດູກູນາລູກຕົນປານໃຈຈັກຂາດ.  ຈິ່ງໂອວາດລູກຕົນວ່າ  ແອ້ ຄັນ

ຊັ້ນພໍ່ຈັກຕົບແຕ່ງປົວແປງລູກໃຫ້ເປັນຄູ່ຜົວເມຍກັບດອມນາງຄຳສົງກາ  ບໍ່ຢ່າຊະແລ ຄັນກ່າວຈັ່ງຊັ້ນແລ້ວພະຍາແຖນຫຼວງ

ກໍ່ໃຫ້ພະຍາແຖນເລີງບອກພະຍາແຖນ ແລະ ແຖນຊ່າງທັງປວງຈັດແປງເຄື່ອງອະພິເສກ ແລະ ຫໍສົງຜາມໃຫຍ່ເພື່ອອະພິ

ເສກລູກຕົນໃຫ້ເປັນຄູ່ຜົວເມຍກັນກັບນາງຄຳສົງກາ  ແລ້ວເຊີນພະຍາລາວລຸ່ມໄປຫາພະຍາແຖນຫຼວງຖາມຄວາມສຸກສຳ

ບາຍກັນຕ່າງໆ  ພະຍາລາວລຸ່ມຈິ່ງວ່າຜູ້ຂ້າເປັນພະຍາລາວລຸ່ມປົກຄອງຄົນເມືອງລາວລຸ່ມກໍ່ຢູ່ຊຸ່ມສຸກກະເສີມເຕີມຄອງແຕ່

ບູຮານມາຮອດມື້ພະຍາແຖນເຈົ້າບັນດານນ້ຳລົງລຶບເມືອງລາວລຸ່ມໃຫ້ຈິບຫາຍຈິ່ງເປັນທຸກສຸດຂະໜາດ ຢະເອີຍເປັນຈັ່ງ

ບຸນວາດສະໜາຊາຕາບໍ່ຂາດຈິ່ງມີລູກຫຼ້າຊ້ອຍພະຍາເຈົ້າລົງຊ່ອຍລາວລຸ່ມຂື້ນມາເທິງເຖິງພະຍາເຈົ້າບັດນີ້ຊະແລ ຢະເອີຍ

ພະຍາແຖນຈິ່ງວ່າ:  ແອ້ພະຍາລາວລຸ່ມເອີຍເຮົາໃຫ້ນ້ຳລຶບຄົນລາວລຸ່ມປາງນີ້ຍ້ອນວ່າຄົນລາວລຸ່ມປົບແລ່ນຫາເຮົາຢູ່ຈົ້ນໆ

ຝົນບໍ່ຕົກກໍ່ແລ່ນຫາເຂົ້າປາອາຫານອຶດກໍ່ແລ່ນຮອດເສິກເສືອມາຈອດກໍ່ວອນໃຫ້ລົງຊ່ວຍລົງຂະນັ້ນຄັນບໍ່ຊ່ວຍກໍ່ປັນກໍ່ປ້ອຍ

ກໍ່ດ່າເຮົາບໍ່ແລ້ວ  ເຮົາຈິ່ງຊັງຄົນລຸ່ມເຮັງຈິ່ງເປັ່ງນ້ຳລຶບລວາດໃຫ້ຕາຍດັບຫັ້ນແລພະຍາລາວລຸ່ມຈິ່ງວ່າ:  ແອ້ ຢະເອີຍ ທຳມະ

ດາຄົນພາຍລຸ່ມຕ້ອງອາໃສຄົນພາຍບົນ  ແຖນພາບບົນກໍ່ຫົນລົງອາໃສຄົນພາບລຸ່ມຈິ່ງຢູ່ໄດ້  ປ່າໄມ້ອາໃສເສືອ, ເສືອອາໃສ

ປ່າໄມ້ຈິ່ງຈັກເປັນໂລກຢູ່ໄດ້ຊັ້ນຕົວາ  ຢະເອີຍ  ພະຍາແຖນຈິ່ງວ່າ:  ແອ້ກະຄືວ່າຫັ້ນແລ້ວ  ແລ້ວກໍ່ເລີກລາກັນ  ພະຍາລາວ

ລຸ່ມກໍ່ເຂົ້າຢູ່ໃນສະເພົາ  ພະຍາແຖນຫຼວງກໍ່ໃຫ້ຂົນເອົາເຄື່ອງຢູ່ຂອງກິນມາສົ່ງໃຫ້ພະຍາລາວລຸ່ມຢູ່ໃນສະເພົາມາກເຫຼືອລາຍ

ຮອດມື້ດີງາມຕາມຮີດພະຍາແຖນຫຼວງຈິ່ງພານາງພະຍາແຖນໄປຢາມພະຍາລາວລຸ່ມຕອບກັນ.  ຄັນໄດ້ມື້ດີງາມປອດພະຍາ

ແຖນມິ່ງແຖນແນນແມນພານາງພະຍາແຖນແລະ ບ່າວສາວແຖນໄດ້ພັນຫ້າຮ້ອຍແຫ່ຂັນໝາກຂອງໂອມໄປກ່າວໂອມເອົາ

ນາງຄຳສົງກາ  ດອມພະຍາລາວລຸ່ມຢູ່ສະເພົາຫັ້ນແລ.  ຄັນຮອດມື້ດີຍາມແມ່ນມື້ແກ່ນມະຫາໄຊພະຍາແຖນຫຼວງແຖນເຖິກ

ກໍ່ໃຫ້ພະຍາແຖນຫຼອມແຖນຫຼໍ່  ເອົານາງຄຳສົງກາເຂົ້າຫຼອມຫຼໍ່ໃນເບົ້າອັນມີຮູບໂສມງາມຖືກເນື້ອເພິງໃຈນາງຄຳສົງກາເອງ

ແລະຕາມຄຳມັກຄຳປັດຖະໜາຂອງລູກຫຼ້າແຫ່ງຕົນ  ຄັນຫຼອມຫຼໍ່ແລ້ວນາງກໍ່ມີຮູບໂສມງາມຍັ່ງຍ້ອຍເປັນສາວນ້ອຍອາຍຸ 16

ປີ.  ກໍ່ມີແລ  ເມື່ອນັ້ນ  ພະຍາແຖນຫຼວງກັບພະຍາແຖນລຸ່ມກໍ່ຫາມື້ງາມຍາມດີລຶກໝັ້ນແກ່ນແມ່ນມື້ອະມຸດຕະໂຊກມະຫາຊັຍ

ມື້ຄ້ຳຍາມຄູນ ແລະ ມື້ແກ່ນຍາມແຂງໄດ້ແລ້ວ  ພະຍາແຖນຫຼວງ  ກັບພະຍາແຖນທັງມວນໄດ້ສາມແສນກໍ່ແຫ່ແຫນລູກຊາຍ

ຫຼ້ານ້ອຍໄປສູ່ຜາມບ່ອນອະພິເສກ  ສ່ວນວ່າພະຍາລາວລຸ່ມກັບນາງພະຍາລາວລຸ່ມພ້ອມທ້າວພະຍາເສນາອາມາດເຖົ້າແກ່

ບ່າວສາວລາວລຸ່ມທັງປວງກໍ່ອວນກັນແຫ່ແຫນແພນກັ້ງນາງຄຳສົງກາແມນຫຼໍ່ອອກຈາກພະເພົາໄປຍັງຜາມບ່ອນອະພິເສກ

ພະຍາແຖນຫຼວງຈູງແຂນລູກຫຼ້ານ້ອຍມານັ່ງຮຽນພາຂວັນກ້ຳຂວານາງພະຍາລາວລຸ່ມກໍ່ຈູງແຂນນາງຄຳສົງກາແມ່ນຫຼໍ່ເຂົ້າ

ນັ່ງຮຽງລູກພະຍາແຖນຫຼວງກ້ຳຊາຍຄັນໄດ້ຍາມຫົດຍາມສົງແລ້ວກໍ່ຈູງແຂນທັງສອງເຂືອຂື້ນເທິງຫໍໃຫ້ນັ່ງເທິງກອງເງິນ

ຄຳແລ້ວກອງແກ້ວແລ້ວພາກັນຫົດສົງອະພິເສກໃຫ້ເປັນຄູ່ຜົວເມຍກັນແລ້ວສົ່ງນັ່ງຮຽງພາຂວັນໃນຜາມດັ່ງເກົ່າແຖນຍືນຜູ້

ເຖົ້າເກີດພ້ອມປະຖົມມະກັບຈິ່ງເຂົ້າຖວາຍພອນຜູກ ຜູກແຂນສອງຮາໃຫ້ມີອາຍຸຍືນໝັ້ນຄົງດອມກັນມີລູກຫຼານແຜ່ຫຼາຍ

ປານເມັດຫີນ ເມັດຊາຍສືບສ້າງເມືອງລາວລຸ່ມໃຫ້ກຸ່ງກວ້າງເຫິງນານກໍ່ມີແລ.  ຄັນເລີກລາແລ້ວ ພະຍາລາວລຸ່ມ ກັບນາງ

ພະຍາ ແລະ ເສນາອາມາດເຖົ້າແກ່ລາວລຸ່ມກໍ່ຂໍໃຫ້ພະຍາແຖນສົ່ງລົງເມືອເມືອງລຸ່ມ  ລູກຫຼ້ານ້ອຍຂອງພະຍາແຖນ ກັບ

ນາງຄຳສົງກາແມ່ນຫຼໍ່ກໍ່ເຂົ້າຄາຣາວະສົມມາອຳລາພະຍາແຖນພໍ່ແມ່ເຖົ້າແກ່ແຖນທັງປວງຂໍລົງເມືອສ້າງເມືອງລຸ້ມເຮັດນ້ຳ

ກິນປາເຮັດນາກິນເຂົ້າ  ປັ້ນເບົ້າຫຼໍ່ຫຼອມເງິນຄຳ  ພະຍາແຖນປ່າວໃຫ້ຄົນເມືອງລຸ່ມທັງປວງເກັບກວ້ານກວາດຕ້ອນເອົາຄົນ

ສັດສິ່ງຂອງຂວັນເອົາມາແຕ່ເມືອງລຸ່ມເຂົ້າມາໃນສະເພົາໃຫ້ກ້ຽງຢ່າໃຫ້ຄ້າງຄາຢູ່ເມືອງແຖນຈັກສິ່ງຈັກອັນ.  ແລ້ວຈິ່ງບອກ

ແຖນຟ້າແຖນຝົນແຖນເມກວ່າຢ່າໃຫ້ຟ້າກ່ຳຢ່າໃຫ້ຝົນຕົກຢ່າໃຫ້ເມກມືດ ແລະ ບອກໃຫ້ແຖນລົມແຕ່ງລົມພັດເຮັ່ງແຖນ

ແດດໃຫ້ແຕ່ງແດດກ້າເຮັ່ງເຜົານ້ຳໃຫ້ແຫ້ງຂອດລົງພະລັນໃຫ້ທັນໃຈໂດຍດ່ວນ.  ເມື່ອພະຍາລາວລຸ່ມຈັດສິ່ງຂອງຄົນສັດ

ເຂົ້າໃນສະເພົາແລ້ວ  ແຖນຟ້າກໍ່ໃຫ້ຟ້າຂາວ, ແຖນຝົນກໍ່ໃຫ້ຝົນເອື້ອນ,  ແຖນເມກກໍ່ໃຫ້ແຈ້ງສະຫວ່າງແຖນແດດກໍ່ໃຫ້

ແດດກ້າ, ແຖນລົມກໍ່ໃຫ້ລົມພັດ ນ້ຳກໍ່ໂຍບລົງໆ  ສະເພົາກໍ່ຕ່ຳລົງໆ ນຳນ້ຳໜ້ອຍບໍ່ນານກໍ່ຈຸແຜ່ນດິນບ່ອນເປັນມຸງຄຸນບ່ອນ

ໜຶ່ງ  ດິນນັ້ນຍັງອ່ອນເປັນຕົມສະເພົາກໍ່ຈົມລົງດິນເຄິ່ງໜຶ່ງພົ້ນດິນເຄິ່ງໜຶ່ງ  ຄົນສັດກໍ່ຢູ່ໃນສະເພົາຈົນດິນແຂງພໍຢຽບໄດ້ຈິ່ງ

ອອກມາເອົາສັດປ່ອຍລ້ຽງໄວ້ເອົາເຂົ້າໝາກໄມ້ຜັກຫຍ້າຫົວເຜືອກມັນປູກຝັງໃຫ້ແຜ່ດອກອອກດີ  ຄົນທັງຫຼາຍອາໃສກັນຢູ່

ໃນສະເພົາຫັ້ນຈົນກົກໄມ້ເຄືອໄມ້ແລະຫຍ້າໃຫຍ່ພໍແປງຕູບໄດ້ຈິ່ງແປງຕູບອອກຢູ່ຕູບໃຜມັນ ຕັ້ງເປັນບ້ານເມືອງສືບຕໍ່ກັນ

ມາເມື່ອພະຍາລາວລຸ່ມຕາຍແລ້ວຄົນທັງປວງກໍ່ຕັ້ງລູກຫຼ້ານ້ອຍຂອງພະຍາແຖນຫຼວງເປັນພະຍາຊື່ວ່າ:  ພະຍາລາວຫຼົງ

ຍ້ອນວ່າສະເພົາພາລົງມາຢູ່ບ່ອນເກົ່າຫັ້ນເອງ.  ແຕ່ວ່າໃຜກໍ່ຈື່ບໍ່ໄດ້ຈັກຄົນໃຜກໍ່ຫຼົງລືມໝົດປານຕາຍເກີດໃໝ່ ຊາດລາວ

ເຫຼົ່ານີ້ຈິ່ງຊື່ວ່າ:  ລາວຫຼົງ  ເມືອງອັນນີ້ຈິ່ງຊື່ວ່າເມືອງລາວຫຼົງ  ພະຍາຜູ້ປົກຄອງເມືອງນີ້  ກໍ່ຊື່ວ່າພະຍາລາວຫຼົງ  ສືບໆກັນ

ມາຮຶດຊູ່ມື້ນີ້ຊະແລ.  ເຊື້ອກະສັດຂອງລາວຫຼົງນີ້  ຫາກແມ່ນເຊື້ອຊາດພະຍາລາວລຸ່ມກັບລູກຫຼ້າຊ້ອຍຂອງພະຍາແຖນ

ຫຼວງປາງນັ້ນສືບມາບໍ່ຂາດສາຍຈັ່ງຊີ້ແລ.  ນາງຄຳສົງກາ  ໄດ້ຊື່ວ່າຄຳສົງກາແມນຫຼໍ່  ຍ້ອນພະຍາແຖນຫຼໍ່ໃຫ້ໃໝ່ຢູ່ເມືອງ

ແຖນປານນັ້ນຫັ້ນແລ.

      ສະເພົາອັນນັ້ນບໍ່ມີໃຜມ້າງເພມັນ  ຢູ່ເຫິງມາໄດ້ຫຼາຍໝື່ນຫຼາຍແສນຫຼາຍລ້ານປີກໍ່ເກີດເປັນດິນເປັນຫີນເປັນພູດອຍ

ອັນງົດງາມ  ແຕ່ກ່ອນຊື່ວ່າ:  ພູສະເພົາ  ເຫິງມາກໍ່ກາຍມາເປັນພູສະພອງຫັ້ນແລ.  ສ່ວນວ່າພະຍາແຖນຫຼວງກໍ່ໃຫ້ແຖນ

ໃນເມືອງແຖນທັງປວງກວດເບິ່ງສິ່ງຂອງວ່າ  ສູທັງປວງຈົ່ງກວດເບິ່ງບ້ານເມືອງຂອງຕົນໆຊູ່ບ່ອນຊູ່ແຫ່ງໃຜເຫັນສິ່ງໃດ

ອັນເປັນພະຍາ ແລະ ຄົນສັດເມືອງລຸ່ມຫຼົງລືມປະໄວ້ໃນເມືອງແຖນນີ້ຈົ່ງສົ່ງລົງໃຫ້ເໝິດກ້ຽງປອດຢ່າອຳເອົາດາຍ  ເມື່ອ

ແຖນທັງປວງກວດໄປມາບໍ່ພໍ້ສິ່ງອື່ນຈັກອັນ  ຍັງພໍ້ແຕ່ກອງຂີ້ຂອງຄົນສັດເມືອງລຸ່ມຂີ້ໄວ້ບໍ່ເອົາເມືອນຳແຖນທັງປວງຈິ່ງ

ຂວ່າງຂີ້ຄົນສັດ  ເມືອງລຸ່ມນັ້ນລົງມາ ຂີ້ຄົນເລີຍກາຍເປັນຂວານຟ້າຜ່າໄປສູ່ແຫ່ງໃຜເຫັນມື້ໃດ, ເດືອນໃດ, ປີໃດກໍ່ແກ່ວງ

ລົງມາຍາມນັ້ນບໍ່ແລ້ວເປັນຈັກເທື່ອຮອດຊູ່ມື້ນີ້ແລ.  ສ່ວນຂີ້ສັດນັ້ນແຖນກໍ່ປັດກວາດລົງມາຢູ່ບໍ່ເຊົາ ຕົກລົງນ້ຳເປັນໝາກ

ໄຄຫີນເປັນເທົາເປັນແໜອາຫານໃນນ້ຳ  ຕົກລົງບົກເປັນເຫັດ ແລະ ສິ່ງເປັນອາຫານຕ່າງໆສືບມາຮອດຊູ່ມື້ນີ້ແລ.  ( ຂີ້

ຄົນ-ສັດກໍ່ເກີດເປັນເງິນຄຳແກ້ວເພັດພອຍຂາງນິນ ແລະ ທອງເຫຼັກກົ່ວຊືນມາດອີກແລ).

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 30, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 1.  ອັງກໍວັດ.(Angkor Vat).

   ອັງກໍວັດ  ເປັນກຸ່ມສະຖານບູຮານເບື້ອງຝັ່ງຕາເວັນຕົກຂອງຝັ່ງກຳພູຊາ.  ເປັນທີ່ຕັ້ງນະຄອນຫຼວງເກົ່າຂອງເຈົ້າຊິວິດຂອມ ສ້າງຂື້ນໃນ

ປີ ຄ.ສ 889 ໂດຍ: ຍະໂສວໍລະມັນທີ 1. ມີສະຖານບູຮານຈຳນວນຫຼວງຫຼາຍ ( ສ.ວ VI- ສ.ວ ທີ XIII ). ເປັນສະຖາປັດຕະຍະກຳໂດດ

ເດັ່ນ  ອຸດົມດ້ວຍສີລະປະຕົກແຕ່ງຫີນຄວັດ.

2.  ອາແຕນ.(Athen).

    ເມືອງສຳຄັນທີ່ສຸດໃນຍຸກ ກຣິກ ບູຮານ,  ປັດຈຸບັນເປັນນະຄອນຫຼວງຂອງປະເທດ ກຣິກ.  ໃນເບື້ອງຕົ້ນຊາວ ເອີປາຕຼິດ  ເປັນຜູ້ສ້າງຕັ້ງຂື້ນເທິງຈອມພູຫີນ  ອາໂກຼໂປລ.  

ຕໍ່ມາ ( 594 - 507 ກ່ອນ ຄ.ສ)  ຈິ່ງຄ່ອຍໆ ແຜ່ຂະຫຍາຍອອກນອກເຂດກຳແພງເມືອງບູຮານ.

 3.  ອະຍຸດທະຍາ(Ayutthaya).

       ຢູປະເທດໄທ.  ເຄີຍເປັນນະຄອນຫຼວງເກົ່າສະມັຍສະຫຍາມ.  ຕັ້ງຢູ່ທາງທິດເໜືອຂອງກຸງເທບ.  ມີອາຄານທີ່ເປັນ

ສະຖານບູຮານຈຳນວນຫຼວງຫຼາຍ,ສ້າງຕັ້ງຂື້ນໃນລະຫວ່າງ( ສ.ວ XVI- XII).

4.  ສວນລອຍບາບີລອນ(Babylone).

      ຕັ້ງຢູ່ກ້ຳໃຕ້ຂອງ ເມໂຊໂປເຕມີ, ປະເທດ ອີຣັກ.  ຍັງຄົງພົບເຫັນຮ່ອງຮອຍຊາກສະຫຼັກຫັກພັງຕາມແຄມແມນ້ຳ

ເອຟັຕ, ຕັ້ງຫ່າງຈາກເມືອງ ແບກແດດ  ໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 160 ກິໂລແມັດ.  ຄົງຈະແມ່ນຊາວ

ອາກາດຽນເປັນຜູ້ສ້າງຕັ້ງຂື້ນແຕ່ 2325 - 2160 ປີ ກ່ອນ ຄ.ສ.

5.  ໂບໂຣບູດູ(Borobudur)

      ພຸດທະສະຖານຂະໜາດໃຫຍ່ຢູ່ໃຈກາງເຂດ ຊາວາ ປະເທດອິນໂດເນເຊຍ( ສ.ວ IX ) ເປັນສັນຍາລັກຂອງພູເຂົາພະສຸເມນ, ສີ່ຖ້ານທຳອິດ

ເປັນຮູບ 4 ລ່ຽມມົນທົນ ຊ້ອນຢອງກັນຂື້ນ ລຽບຂອບ ແຕ່ລະຂ້າງຄວັດແຕ່ງກ່ຽວກັບພຸດທະປະຫວັດ, ອີກ 3 ຖ້ານຖັດໄປ  ເປັນຮູບວົງມົນຊ້ອນຢອງ

ກັນຂື້ນ  ມີພຮະພຸດທະຮູບຫີນຄວັດທັງໝົດ 72 ອົງ  ກວມດ້ວຍທາດຫີນນ້ອຍໂຄ່ງໃນທີ່ຈົ່ງປ່ອງໄວ້ໃຫ້ຊ່ອງຊອດ.

6.  ຫໍກຸກຸລການ ( Kukulkan Temple )

      ຕັ້ງຢູ່ໃນເມືອງບູຮານຂອງຊົນເຜົ່າ ມາຢາ  ປະເທດເມັກຊິກ,  ທາງຕອນເໜືອຂອງ ຢູກາຕັນ.  ຖືກປະຮ້າງມາຕັ້ງແຕ່

ສ.ວ XV ເປັນຕົ້ນມາ,  ເປັນສະຖາປັດຕະຍະກຳສິລະປະ ມາຢາ - ໂຕັລແຕັກ, ສ້າງຂື້ນໃນສະມັຍ ກຼາຊິກ ຍຸກໃໝ່ ( ຄ.ສ 950 - 1500)

7.  ໂຄໂລຊຽມ( Colosseum )

      ຢູ່ປະເທດອີຕາລີ  ເປັນໂຮງລະຄອນບູຮານຂອງກຸງໂຣມ,  ສ້າງຂື້ນໃນທ້າຍສະຕະວັດທຳອິດ ຫຼັງ ຄ.ສ ພາຍໃຕ້ການປົກຄອງຂອງຊາວ

ຟຼາວຽນ.  ໂຄງສ້າງຂະໜາດມະໂຫຖານ ບັນຈຸໄດ້ເຖິງ 50,000ຄົນ, ປະດັບດ້ວຍສິລະປະທີ່ໄດ້ຮັບອິດທິພົນຈາກສະຖາປັດຕະຍະກຳ ເຣີແນຊັງ.

 8.  ຫໍໄອເຟີລ( Eiffel )

      ຕັ້ງຢູໃນກຸງ ປາຣີ ປະເທດ ຝຣັ່ງ,  ສ້າງຂື້ນໃນລະຫວ່າງ ຄ.ສ 1887 - 1889 ດ້ວຍໂຄງສ້າງເຫຼັກທັງໝົດ,  ເບື້ອງຕົ້ນສູງ 300 ແມັດ ປັດຈຸບັນສູງ 320 ແມັດ.

ຊື່ຫໍແມ່ນເອົາຕາມຊື່ຂອງວິສະວະກອນອອກແບບປຸກສ້າງ  ໄອເຟີລ ກຸສຕາວ  ເຊິ່ງເປັນຊ່ຽວຊານອັນດັບໜຶ່ງຂອງໂລກ ກ່ຽວກັບການກໍ່ສ້າງດ້ວຍໂລຫະ.

9.  ສຸສານປີຣາມິດຂອງກີຊາ( Piramide of Giza )

      ຢູ່ເມືອງ ໄຄໂຣ  ປະເທດເອຢິບ.  ສ້າງຂື້ນສຳລັບ ຟາຣາອົງ ຕ່າງໆ ຂອງລາດຊະວົງທີ IV: ເກອົບ  ຢູ່ທາງຫຼັງ, ຢູ່ທາງ

ກາງແມ່ນ ເກເຟຣັນ  ແລະ ຢູ່ທາງໜ້າຕ່ຳກວ່າໝູ່ແມ່ນ ມິເກຣູເນິສ, ເບື້ອງໜ້າສຸດ ແມ່ນທາດນ້ອຍຂອງລາຊີນີ 3 ພຣະອົງ.

ເປັນບ່ອນບັນຈຸໂລງສົບ ( ບັນຈຸສົບຫໍ່ພັນແບບ ມັມມີ້ ) ຂອງວົງກະສັດ ເພື່ອເປີດທາງໃຫ້ ຟາຣາອົງ ໄປສູ່ເທບແຫ່ງຕາເວັນ

ແຣ ພາຍຫຼັງສະວັນາຄົດ.  ປີຣາມິດ ເກອົບ  ໃນເມື່ອກ່ອນຖືເປັນໜຶ່ງໃນ 7 ມະຫັດສະຈັນຂອງໂລກ, ສູງ 147 ແມັດ ( ປັດຈຸ

ບັນ 138 ແມັດ ) ແຕ່ລະຂ້າງກວ້າງ 227 ແມັດ.

10.  ພະທາດໃຫຍ່ຊານຈິ ( The principal Stupa Sanci )

 

      ຢູ່ປະເທດ ອິນເດຍ,  ສ້າງຕັ້ງຂື້ນ 200 ກວ່າ ປີ ກ່ອນ ຄ.ສ ແລະ ໜຶ່ງ ສ.ວ ກ່ອນ ຄ.ສ,  ເປັນພຸດທະສະຖານແຮກເດີມຂອງ ອິນເດຍ

ສ້າງຂື້ນເພື່ອລະນຶກເຖິງ ແລະ ອຸທິດ ໃຫ້ພະພຸດທະອົງ.

11.  ຫໍຈິນກາກຸ - ຈິ ( Ginkaku - ji Silver Pavillion )

      ຫໍເງິນຢູ່ໂຕກຽວ  ປະເທດ ຍີ່ປຸ່ນ  ທຳອິດສ້າງເປັນເຮືອນຢູ່ຂອງ ໂຊກຸນ ອາຊີກະກະ ໂຍຊີມາຊະ  ( ຄ.ສ 1482 ) ຕໍ່ມາຈິ່ງປ່ຽນມາເປັນສິມວັດ.

12.  ເທພີເສລີພາບ ( Statue of liberty )

      ເປັນອະນຸສາວະລີຂະໜາດຍັກ ( ສູງ 93 ແມັດ ນັບທັງຖານຮອງຮັບ )  ເປັນຂອງຂວັນທີ່ປະເທດຝຣັ່ງ  ມອບໃຫ້ປະເທດ ສະຫະລັດອາເມຣິກາ

ປະກອບຕິດຕັ້ງໃນປີ ຄ.ສ 1886 ຢູ່ບໍລິເວນ ອ່າວ ນິວຢອກ.  ຜົນງານຂອງ ບາກໂທໂລດີ ( ແຜ່ນທອງແດງຕິດຕັ້ງໃສ່ເທິງໂຄງສ້າງເຫຼັກ ).

13.  ເກຣມແລັງ ( Kremlin )

      ຢູ່ມອສໂກ  ປະເທດຣັດເຊຍ,  ອ້ອມຮອບດ້ວຍກຳແພງເມືອງເກົ່າ  ປະກອບດ້ວຍຄຸ້ມເກົ່າ,  ສະຖານບູຮານຈຳນວນຫຼວງຫຼາຍນັບຕັ້ງແຕ ສ.ວ XV  - XVI,

ອອກແບບໂດຍສະຖາປະນິກ ຈາກ ອີຕາລີ:  ພະລາດສະວັງໃຫຍ່ ( ສ.ວ XIX ), ຫໍລະຄັງ ອີວານ ມະຫາລາດ ( ສ.ວ xvi ),  ກຸ່ມໂບດ ດໍມິເຊິນ ( ສ.ວ xv )

ໂບດ ອາຣຊັງເຊີ ມີແຊວ  ( ສ.ວ xvi ) ແລະ ລານ ອານົງຊີ ອາຊົງ ( ສ.ວ XV ), ໂບດ ບາຊິລ ຕັ້ງຢູ່ສະໜາມແດງ ( ສ.ວ XVI ), ດ້ວຍສິລະປະ  ສະຖາປັດຕະ

ຍະກຳແບບ ຣັດເຊຍເກືອບທັງໝົດ.

14.  ພິພິດຕະພັນລູເວຣີ ( Louvre Museum )

 

      ເປັນຫໍໂຮງຂອງລາດຊະວົງເກົ່າ,  ຢູ່ ປາຣີ  ປະເທດ ຝຣັ່ງ,  ເລີ່ມປຸກສ້າງໂດຍ  ຟີລິບໂອກຸສ.  ກາຍມາເປັນພິພິດຕະພັນ ໃນລະຫວ່າງ ຄ.ສ 1791 - 1793.

ເປັນບ່ອນສະສົມ ແລະ ເປີດວາງສະແດງວັດຖຸບູຮານ ຈຳນວຍລວງຫຼາຍຂອງໂລກ.  ໃນປີ ຄ.ສ 1989 ທ່ານ ໄອ.ເອັມ.ເພອີ  ອອກແບບທາງເຂົ້າດ້ວຍຮູບຊົງ

ປີຣາມິດແກ້ວ  ພາໃຫ້ແສງສະຫວ່າງຊ່ອງລົງຊັ້ນໃຕ້ດິນ.

15.  ດອນອີສເຕີ ( Easter lsland )

      ເປັນດອນໃນມະຫາສະໝຸດ ປາຊີຟິກ ທາງຕາເວັນຕົກຂອງ ຊີຣີ ຄອບຄອງໂດຍ ຊົນເຜົ່າພື້ນເມືອງ ໂປລີເນຊີ ( ສ.ວ V ),  ຊາວເກາະນີ້ດຳລົງຊີວິດ

ຢູ່ຢ່າງໂດດດ່ຽວແບບບໍ່ຕິດຕໍ່ກັບໂລກພາຍນອກ  ຈົນຫຼົ້ມສະຫຼາຍໄປໃນທີ່ສຸດ.  ຫຼັກຖານທາງບູຮານວັດຖຸ ແລະ ບູຮານສະຖານທີ່ມີຊື່ສຽງແມ່ນ: ອາຮູ

ບ່ອນປະກອບພິທີກຳ ( ຮີດນັບຖືບັນພະບູລຸດ ) ແລະ ໂດຍສະເພາະ ໂມອາອີ ບັນດາຫີນຄວັດຕັ້ງຂະໜາດຍັກ ( ຮູບໃບໜ້າບັນພະບູລຸດ ).

16.  ຫໍງ່ຽງປີຊາ ( Pisa )

      ຫໍງ່ຽງ ປີຊາ  ຕັ້ງຢູ່ເມືອງ ໂຕສການ ປະເທດອີຕາລີ.  ສ້າງຂື້ນໃນສະຕະວັດ XII - XIII , ຫໍເລີ່ມງ່ຽງ  ຫຼັງຈາກທີ່ແມ່ນ້ຳ ແຈນີ ຖ້ວມໜັກ ໃນປີ 1284.

17.  ກຳແພງຍັກເມືອງຈີນ ( The Great Wall )

       ເປັນກຳແພງປ້ອງກັນເຂດແດນຍາວ 5,000 ກິໂລແມັດ  ເປັນຊາຍແດນລະຫວ່າງ ຈີນ ແລະ ມົງໂກນ, ເລີ່ມສ້າງໃນ 3 ສະຕະວັດ ກ່ອນ ຄ.ສ 

ຮ່ອງຮອຍທີ່ພົບເຫັນໃນປັດຈຸບັນແມ່ນຂອງສະມັຍຂອງລາດຊະວົງ ໝິງ ( ສ.ວ XV -  XVIII ).

18.  ສະໂຕນແຮນເຈີ ( Stonehenge )

      ຢູ່ວິລຕໍໄຊນ  ປະເທດອັງກິດ.  ເປັນອະນຸສາວະລີແຜ່ນຫີນຕັ້ງຈັດວາງໄວ້ເປັນຮູບວົງມົນ  ( ບ່ອນປະກອບພິທີກຳບູຊາຕາເວັນ ).  ຜ່ານການປັບປຸງ

ແລະ ຈັດສັນຄືນໃໝ່ຫຼາຍຄັ້ງ  ໃນລະຫວ່າງທ້າຍຍຸກຫີນໃໝ່ປະມານ 2,400 ປີ ກ່ອນ ຄ.ສ ຫາຍຸກທອງທຳອິດ.

19.  ວັງທັຊມາຮາດ ( Tadj Mahall )

      ຢູ່ປະເທດ ອິນເດຍ ສ້າງດ້ວຍຫີນອ່ອນສີຂາວປະດັບດ້ວຍຫີນຫຼາກຫຼາຍຊະນິດ ແລະ ຫຼາຍສີ,  ສ້າງຂື້ນໃນສະຕະວັດທີ XVII ຢູ່ໃກ້ເມືອງ ອາກາ.  ໂດຍເຈົ້າ

ປົກຄອງເມືອງ ຈາ ດາຈາຣັນ ເພື່ອລະນຶກເຖິງ ມຸນຕາ ມາຮາມ ພັນລະຍາຂອງທ່ານ. ເປັນໜຶ່ງໃນສະຖາປັດຕະຍະກຳ ໂມໂຮລ ທີ່ງົດງາມທີ່ສຸດ ( ຄ.ສ 1631 - 1641 ).

20.  ສະເວດາກອງ ( Shwedagon )

      ຢູ່ເມືອງ ຢາງກຸງ ປະເທດ  ມຽນມາ ສ້າງໃນສະຕະວັດທີ XI ເປັນທາດສູງ 90 ແມັດ, ບູລະນະຄືນໃໝ່ໃນສະມັຍພຣະເຈົ້າ ອະໂນທະຣາ ຄ.ສ 1372.

ຈົນເຖິງ ຄ.ສ 1453 - 1475 ຈຶ່ງບູລະນະຕື່ມ ແລະ ຍັງຄົງຮູບຊົງເດີມຈົນເຖິງປັດຈຸບັນ. ພາຍໃນທາດ ປະດິດສະຖານພະເກສາຂອງພຣະພຸດທະເຈົ້າ,

ພາຍນອກພອກດ້ວຍຄຳປີວ, ສ່ວນຍອດປະດັບດ້ວຍແກ້ວຫີນປະເສີດ.

21.  ຮອຍອານ ( Hoi Han )

      ຢູ່ປະເທດຫວຽດນາມ.  ຕັ້ງຢູ່ເທິງຝັ່ງແມ່ນ້ຳ ທູໂບນ. ເຄີຍເປັນເມືອງແຄມທ່າ ຕັ້ງແຕ່ສະມັຍອານາຈັກ ຈາມປາ

ເອີ້ນວ່າ: ໄດ໋ຈຽນ ( ສ.ວ XV ), ເປັນເມືອງທ່າຂອງແວດວົງການເດີນທາງນັບແຕ່ຕົ້ນ ສ.ວ VII -  XVIII, ໃນຕົວເມືອງ

ເກົ່າສະຖານບູຮານໃນຊຸມ ສ.ວ VII ມີຂົວ, ເຈດີ ຕ່າງໆ ສ່ວນເຮືອນ ແລະ ວັດສ່ວນໃຫຍ່ ແມ່ນປຸກສ້າງໃນລະຫ່ວາງ

ຄ.ສ 1845 - 1885.

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 30, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 

     ພາສາເວົ້າ:  ໝາຍເຖິງ  ການສະແດງຄວາມໃນໃຈ  ດ້ວຍການໃຊ້ສຽງ

ເພື່ອໃຫ້ອີກຝ່າຍໜຶ່ງໄດ້ຍິນແຕ່ສຽງທີ່ເວົ້າອອກມານັ້ນ ມີລະບຽບ  ແລະ  ມີ

ຄວາມໝາຍເຂົ້າໃຈກັນໄດ້.

         ພາສາຂຽນ:  ໝາຍເຖິງການສະແດງຄວາມຮູ້ສຶກນຶກຄິດໃຫ້ອີກຝ່າຍໜຶ່ງ

ເຂົ້າໃຈ  ດ້ວຍການຂີດຂຽນເຄື່ອງໝາຍ ຫຼື ເອີ້ນວ່າ: ຕົວໜັງສື (ຕົວອັກສອນ)

ພາສາຂຽນນີ້ແມ່ນເຄື່ອງໝາຍບັນທຶກຈົດກ່າຍຄຳເວົ້າ.

    ພາສາທີ່ໃຊ້ກັນທົ່ວໂລກ  ປັດຈຸບັນນີ້  ມີຫຼາຍພາສາເປັນທີ່ຮູ້ຈັກກັນຢ່າງກວ້າງ

ຂວາງ ແລະ ນິຍົມໃຊ້ກັນຫຼາຍ ແຕ່ບາງພາສາ ກໍບໍ່ນິຍົມໃຊ້ ມີແຕ່ໃຊ້ກັນໃນຊົນ

ຊາດທີ່ເປັນເຈົ້າຂອງພາສາເທົ່ານັ້ນ.

 

ໂດຍ:  ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 30, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

 

   ພາສາ:  ແມ່ນພາຫະນະສຳລັບຕິດຕໍ່ພົວພັນ  ລະຫວ່າງຄົນກັບຄົນ  ແມ່ນລະບົບ

ສັນຍານທີ່ໃຊ້ສັນຍານສຽງເປັນຕົ້ນຕໍ ແລະ ໃຊ້ສັນຍານອື່ນໆເຊັ່ນ: ເສັ້ນ, ຮູບພາບ,

ສີ...ເພື່ອສ້າງຄວາມເຂົ້າໃຈ ແລະ ສະແດງຄວາມຮູ້ສຶກນຶກຄິດຂອງຄົນ.

   ພາສາທີ່ນິຍົມໃຊ້ກັນໃນສັງຄົມ ມີສອງແບບຄື: ພາສາເວົ້າ ແລະ ພາສາຂຽນ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 

17  ແຂວງອັດຕະປືປະກອບມີ 5ເມືອງຄື:ສາມັກຄີໄຊ,ສະໜາມໄຊ,ໄຊເຊດຖາ, ພູວົງແລະຊານໄຊ.

 

+  ເນື້ອທີ່: 10,320 ຕາລະລາງກິໂລແມັດ

+  ປະຊາກອນ:  108,300 ຄົນ

+  ຊົນຊາດ:  ລາວ - ໄຕ ( ລາວລຸ່ມ ) 40 %

                ມອນ - ຂະແມ ( ລາວເທິງ ) 60 %

+  ທີ່ວ່າການແຂວງ:  ມ ສາມັກຄີໄຊ

+  ແມ່ນ້ຳທີ່ສຳຄັນ: ເຊກອງ-ເຊກະໝານ.  

     ແຂວງອັດຕະປື  ເປັນແຂວງໃຕ້ສຸດທາງທິດຕາເວັນອອກຂອງ ສ.ປ.ປລາວ.  ມີຊາຍແດນຕິດກັບ:

 ກຳປູເຈຍ  ແລະ ຫວຽດນາມພື້ນທີ່ສ່ວນໃຫຍ່ເປັນທົ່ງ ແລະ ພູພຽງ ເຊັ່ນ ພູພຽງ ລະແວ ທີ່ປົກຫຸ້ມດ້ວຍ

ປ່າໃຫຍ່ອາໃສຢູ່ເຊັ່ນ:  ຊ້າງ, ເມີຍ, ເສືອ, ໝີ, ງົວບາ, ຟານ, ກວາງ, ເປັນຕົ້ນ.  ຢູ່ໃນແຂວງ ເຊກອງ

ທີ່ເປັນສາຂາແມ່ນ້ຳຂອງ ມີປາຂ່າອາໃສຢູ່. ປະຊາຊົນໃນແຂວງ ອັດຕະປື.ມີຄວາມຊຳນານໃນເລື່ອງ

ປັ່ນບ້າງຮ່ອນຄຳໄວ້ແລກປ່ຽນຈົນມີຜະຫຍາເວົ້າແຜ່ຫຼາຍໃນສະມັຍກ່ອນວ່າ:  

ອັດຕະປືປຶ້ງ ຂາຍຄຳແລກໄກ່  ສາລະວັນຂີ້ໄຮ້  ຂາຍຊ້າງແລກກະບອງ.

ຍ້ອນເປັນແຂວງ ສຸດຊາຍແດນ ອັດຕະປື ຈຶ່ງມີບົດບາດ ສຳຄັນໃນປະຫວັດສາດ ຄືໃນສະມັຍ

ທີ່ເຈົ້າຟ້າງຸ່ມ  ຖືກເອົາລ່ອງເຮືອມາແຕ່ ເມືອງຊວາ ກໍ່ໄດ້ມາຕົກຄ້າງຢູ່ທ້ອງຖິ່ນນີ້  ເຊິ່ງເວລານັ້ນ

ຢູ່ໃນອິດທີພົນຂອງ ຂະເໝນ.  ຂໍ້ມູສນທາງປະຫວັດວສາດລາຍຢ່າງສະແດງວ່າ  ພຮະເຈົ້າ

ໄຊຍະເຊດຖາ  ໄດ້ມາສ້ຽງຊີວິດຢູໃນແຂວງ ອັດຕະປື.  ເມື່ອຍົກກອງທັບມາຕີ  ເມືອງ ອົງການ

( ອັງກໍ ).  ປະຊາຊົນຊາວເມືອງໄດ້ກໍ່ສ້າງທາດໃສ່ກະດູກຂອງທ່ານໄວ້ ແລະ ເອີ້ນວ່າ:  ທາດພະໄຊ

ຈົນເທົ່າທຸກວັນນີ້ :  ໃນສະມັຍສົງຄາມ ກູ້ຊາດ  ອັດຕະປື.  ເປັນແຂວງໜຶ່ງທີ່ໄດ້ຮັບຄວາມເສຍຫາຍ

ຢ່າງໜັກໜ່ວງຈາກການຖິ້ມລະເບີດ.  ປະຊາຊົນໃນແຂວງ ອັດຕະປື.  ສ່ວນໃຫຍ່ເປັນ ຊົນເຜົ່າ

ລາວເທິງຄືເຜົ່າ:  ລະແວ, ຈຽງ, ອາລັກ, ຍ່າເຫີນ, ກະເສງ, ສະດາງ  ທີ່ຍັງດຳລົງຊີວິດຕາມທຳມະຊາດ

ແລະ ຮັກສາປະ ເພນີບາງອັນໄວ້ເຊັ່ນ:  ຮູບຊົງເຮືອນ, ການຈັກສານ, ພາສາ, ຮິດຄອງ, ການແຕ່ງດອງ,

ການເຢົາຢາຄົນເຈັບ ດ້ວຍການຂ້າສັດ ເຊັ່ນ: ໄກ່, ໝູ, ຄວາຍ ລ້ຽງຜີ.  ຊົນເຜົ່າລາວເທິງໃນເຂດ

ນີ້ກໍ່ຄືໃນແຂວງອື່ນມີຄວາມຊຳນານໃນເລື່ອງຈັກສານເຮັດເຄື່ອງມືໂຫ່ເນື້ອຫາປາ ເຄື່ອງໃຊ້ໃນການປູກຝັງ

ແລະ ເຄື່ອງໃຊ້ໃນເຮືອນຄົວເອງເຊັ່ນ: ຈຳພວກເປ້, ກະຕິບ, ກະຢັງ, ກະບຸງ, ກະຕ່າ ດ້ວຍຫວາຍ.

ຊົນເຜົ່ານີ້ ຮູ້ຈັກຫຼໍ່ຄ້ອງ, ຕີຄ້ອງ ດ້ວຍໂລຫະປະສົມ  ແລະ ເຮັດໄຫດິນໃສ່ເຫຼົ້າ.  ແມ່ຍິງບາງຊົນ

ເຜົ່າຕ່ຳາສິ້ນດ້ວຍກີ່ແອວເເຮັດເຄື່ອງນຸ່ງຫົ່ມມ ເຊັ່ນ: ກະຕ່ຽວ ຜ້າຫົ່ມ ສິ້ນໂລ່ມ ຜ້າກະໂດ ເປັນຕົ້ນ.

ບັນຫາການເຈັບປ່ວຍດ້ວຍໄຂ້ປ່າ ຍັງໜັກໜ່ວງ. ໃນກໍລະນີມີຄົນເສຍຊີວິດຫຼາຍ ເຊື່ອວ່າເປັນຍ້ອນຜີ ປະຊາຊົນຈະພາກັນອົບພະຍົບໄປຊອກບ່ອນຕັ້ງບ້ານໃໝ່.  

ການຮ່ອນຄຳຂອງປະຊາຊົນຊາວແຂວງ ອັດຕະປື.

ທາດໃສ່ກະດູກຂອງພະເຈົ້າໄຊຍະເຊດຖາ

ການດູດເຫຼົ້າໄຫຂອງປະຊາຊົນເຜົ່າພື້ນເມືອງ

ຊົນເຜົ່າພື້ນເມືອງ ແລະ ລັກສະນະເຮືອນຊົນເຜົ່າຂອງແຂວງ ອັດຕະປື

 

 ຊົນເຜົ່າພື້ນເມືອງຕ່ຳຫູກດ້ວຍກີ່ແອວ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສຳລັບຄີບອດ YAMAHA 510

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

ກ.  ເຄື່ອງປະກອບ :

-  ຫົວຜັກບົ່ວ

-  ຫົວຜັກທຽມ

-  ເກືອ

-  ນ້ຳຕານ

-  ນ້ຳ.

ຂ.  ການກະກຽມ.

-  ເອົາຫົວຜັກມາສ້ອມແລ້ວລ້າງນ້ຳໃຫ້ສະອາດ  ຫຼັງຈາກນັ້ນແຊ່ນ້ຳດັ່ງໄວ້ຄືນໜຶ່ງ ເພື່ອລົດຄວາມເຜັດທັງເຮັດໃຫ້ຫົວຜັກບົ່ວແຂງຕົວ.  ຖ້າວ່າຫົວຜັກບົ່ວໃຫຍ່ຫຼາຍໃຫ້ເອົາໄມ້ແຫຼມ

ສັກເປັນຮູຮອບໆ  ແລ້ວຈຶ່ງເອົາໄປດອງເພື່ອໃຫ້ນ້ຳເກືອຊຶມເຂົ້າທາງໃນຢ່າງທົ່ວເຖິງ.

-  ປະສົມນ້ຳຕານ,  ເກືອລົງໃນນ້ຳໃຫ້ພໍດີ,  ຕົ້ມໃຫ້ຟົດ ແລະ ປະໃຫ້ເຢັນເພື່ອໃຊ້ໄວ້ເຮັດນ້ຳດອງ.

ຄ.  ວິທີດອງ:

  ເອົາຫົວຜັດທີ່ຈະດອງໃສ່ລົງໃນກວດແກ້ວ ແລ້ວຖອກນ້ຳດອງໃສ່ໃຫ້ຖ້ວມຫົວຜັກເພື່ອບໍ່ໃຫ້ຫົວຜັກຟູອາດຈະໃຊ້ຖົງຢາງຖອກນ້ຳໃສ່ທາງໃນ,  ມັດປາກຖົງໃຫ້ແໜ້ນແລ້ວເອົາໄປເຕັງ

ຫົວຜັກໄວ້.  ຫຼັງຈາກນັ້ນກໍ່ອັດຝາກວດໃຫ້ແຈບບໍ່ໃຫ້ລົມເຂົ້າໄດ້  ແລ້ວເກັບມ້ຽນໄວ້ຕາມຄວາມເໝາະສົມ.

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 13, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 1.  ແກຼນແຄນຍອນ ( Grand Canyon )

  ຢູ່ປະເທດສະຫະລັດອາເມລິກາ, ກະຈາຍຢູ່ທາງແຖບເໜືອຂອງລັດ ອາຣີໂຊນາ, ເກີດຈາກການກັດເຊາະຂອງແມ່ນ້ຳ ໂກໂລຣາໂດ ທີ່ໃຊ້ເວລາາ 6 ລ້ານປີໃນການເຊາະເຈື່ອນແຜ່ນດິນ

ເຂດນັ້ນໃຫ້ເປັນຮ່ອມຜາຫີນ, ແຜ່ຍາວເຖິງ 446 ກິໂລແມັດ ແລະ ເລິກປະມານ 1,6 ກິໂລແມັດ.

 

2.  ພູແອເວແຣດສ ( Mount Everrest )

  ຢູ່ປະເທດ ເນປານ, ສູງ 8,850 ແມັດ. ຈາກໜ້ານ້ຳທະເລ, ເປັນພູສູງທີ່ສຸດໃນໂລກ, ຢູ່ໃນສາຍພູຫິມະໄລ ທີ່ເປັນຊາຍແດນ

ຂອງປະເທດເນປານ ແລະ ທິເບດ.

 

3.  ໄອເຢີຣອັກ ( Ayers Rock )

    ຢູ່ປະເທດ ອົດສະຕຼາລີ ເປັນພູຫີນຊາຍສີແດງ ໃຫຍ່ທີ່ສຸດໃນໂລກ, ສູງ 348 ແມັດ ວັດແທກວົງຮອບໄດ້ 9 ກິໂລແມັດ

ຕັ້ງຢູ່ກາງເດີ່ນທະເລຊາຍ ພາກກາງຂອງປະເທດ. ຊາວພື້ນເມືອງ ອາໂບຣິຊິນ ເອີ້ນວ່າ:  ອູລູຣູ.

 

4.  ເດີມາເທີຮອນ (  The Matterhorn )

    ໄດ້ຊື່ວ່າເປັນພູທີ່ງາມທີ່ສຸດໃນໂລກ,  ຕັ້ງຢູ່ເທິງສາຍພູ ທີ່ເນັ່ງມາແຕ່ປະເທດ ສະວິດສະແລນ ແລະ ອີຕາລີ ຈອມພູຢູ່ໃນເຂດ ສະວິດສະແລນສູງ 4,478 ແມັດ ຈາກໜ້ານ້ຳທະເລ, ມີຊື່ສຽງຍ້ອນ

ມະຫັດສະຈັນຮູບຊົງຈວຍ.

 

5.  ນ້ຳຕົກວິກໂຕເຣຽ ( Victoria falls )

  ຢູ່ທະວີບ ອາຟຣິກາໃຕ້, ໃນແມ່ນ້ຳຊຳແບຊີທີ່ເປັນຊາຍແດນລະຫວ່າງປະເທດ ຊິມບຳເວແລະຊຳບີ, ສູງ 180 ແມັດ. ແລະ ບໍລິເວນນ້ຳຕົກກວ້າງເຖິງ 1,6 ກິໂລແມັດ.

 

6.  ເມເຕໂອ ເກຼເຕີ - ຫຼຸມອູກາບາດ ( Meteor crater )

   ມີອີກຊື່ໜຶ່ງທີ່ເອີ້ນວ່າ:  ບາຣິງເກີ ເກຼເຕີ, ເປັນຂຸມເລິກໃນແຜ່ນດິນ ຢູ່ໃກ້ໆກັບ ວິນສໂລ ລັດ ອາຣີໂຊນາ. ເກີດຈາກອູກາບາດໜ່ວຍໜຶ່ງຕົກມາຕຳ

ໜ່ວຍໂລກເມື່ອປະມານ 50,000 ປີກ່ອນ. ຖືວ່າເປັນປະຫວັດສາດດ້ານທໍລະນີວິທະຍາທີ່ຂ້ອນຂ້າງໃໝ່. ຫຼຸມອູກາບາດນີ້ເລິກ 175 ແມັດ ແລະ ກວ້າງ

1, 275 ແມັດ.

 

7.  ເດີເກຼດບາເຣຍຣີຟ ( The Great Barrier Reef )

   ແມ່ນແຫຼ່ງແລວປາກາລັງຍາວທີ່ສຸດໃນໂລກ, ລຽບແຄບຝັ່ງທະເລປະເທດ ອົດສະຕຼາລີເຖິງ 3,300 ກິໂລແມັດ. ປະດອບດ້ວຍໝູ່ເກາະນ້ອຍ ຂອງ

ປະກາລັງແຂງທີ່ຈັບກັນເປັນກຸ່ມ, ຜືນປະກາລັງຊາຍ ແລະ ກຸ່ມປະກາລັງກາຝາກ ອາໃສໝູ່ເກາະຢູ່. ປະກາລັງເກີດຈາກກະດູກສັດນ້ຳທີ່ມີຊື່ວ່າ: ໂປລິບ

ນອກນັ້ນສັດຊະນຶດອື່ນກໍ່ມີສ່ວນສ້າງສັນ ໃຫ້ທ້ອງທະເລມີຫຼາກລາຍສີສັນງົດງາມ.

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 1, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 ໜ້າທີ 1

ໜ້າ 2

ໜ້າ 3

 ຄຳແປ

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

     

    ຈັ່ງວ່າ  ທ້າວຂໍກ່າວກາບນີ້                 ຕາມທີ່ແມ່ຄິດເຖິງຄາວ

ຫ່ວງລູກສາວແສນຮັກ                           ຜູ້ບ່າວແນມນຳກົ້ນ

ບໍ່ມີສົນການຮຽນນ້ອງ                             ໝາຍປອງຢາກຊ້ອນບ່ອນ

ເຖິງຍາມຫຼັບຍາມນອນ  ຄິດຫາແຟນແສນເມື່ອຍລ້າ  ຢາກເຫັນໜ້າຜູ້ບ່າວຮຽງ  ແທ້ແລ້ວ.

     ແມ່ນແມ່ຮ້າຍປ໊ຽງໆ                          ລູກສາວສ່ຽງກະທຳຜິດ  ນີ້ແລ້ວ

ລູກສາວແຊວໆ ສຽງ                              ຜູ້ບ່າວມາກາຍບ້ານ

ຖາມເຖິງການຮຽນນ້ອງ                           ຝຶກສະໝອງຄົ້ນຄິດອ່ານ

ອາຈານສອນສັ່ງຊີ້                                  ບໍ່ມີແລ້ວຊິນັ່ງຟັງ  ເຈົ້າເອີຍ.

    ເວົ້າເລື່ອງຮັກນ້ອງພັດຕັ້ງ                   ຟັງມ່ວນນໍນວນຫູ

ບາດເວົ້າແນວການຮຽນ                         ນ້ອງປ່ຽນໄປນໍເຫງົາງ້ວງ

ແສນໜັກຊວງແທ້ນໍອ້າຍ                      ຜູ້ເປັນຄູເຮົາສອນສັ່ງ

ເລື່ອງອີ່ຫຍັງນໍນ້ອງຫຼ້າ                          ສັງມາບ້າປ່ວງມະໂນ.

    ອັນຄວາມຮັກຮ້ອງວ່າໂກ້                  ຖ້າມີຢູ່ໃນໃວຮຽນ

ໃຫ້ນ້ອງພຽນສຶກສາ                                   ຮ່ຳຮຽນຂຽນຄົ້ນ

ອ້າຍນີ້ຈົນໃຈແທ້                                        ຫາວິທີຊິຊວ້ານຊ່ວຍ

ໄດ້ແຕ່ສອນສັ່ງຊີ້                                       ສະເໝີເລື້ອຍຢູ່ບໍ່ວາຍ.

    ເຖິງຍາມສອນອ້າຍບໍ່ຮ້າຍ                       ຮ້ອງດ່າວາຈາໃດ

ໄດ້ແຕ່ເຕືອນສະຕິຄິດ                                 ສິ່ງທີ່ດີໃສ່ຕົວນ້ອງ

ຍາມນັ່ງຮຽນໃນຫ້ອງ                                  ໃຫ້ລອງຟັງຄຳສອນແດ່

ຕັ້ງໃຈຮຽນເດີແທ້ໆ                                     ຢ່າແລຢ້ຽມຮັກໃຜ.

    ໃຫ້ຄິດໃສ່ສານ້ອງຫຼ້າ                             ຊຸມສາວຊ່າກໍ່ຍັງມີ

ຫຼີກການຮຽນໄປຫາຮັກ                              ຜູ້ບ່າວມານອນຊ້ອນ

ບາດເຖິງຕອນໃນທ້ອງ                               ສອງ - ສາມ ເດືອນກຳລັງໃຫຍ່

ນ້ຳຕາໄຫຼແລ້ວລະນ້ອງ                              ເຂົາໜີຈ້ອຍບໍ່ຫ່ວງຫຼັງ.

    ອັນນີ້ບໍ່ແມ່ນຕັ້ງ                                      ຫາເລື່ອງໃສ່ຊຸມສາວໆ

ເວົ້າເລື່ອງລາວຕາມເຫັນ                            ຈິ່ງແຕ່ງເປັນຄວາມເວົ້າ

ໃຫ້ນ້ອງເຊົາສາທ້ອນ                                 ຟັງຄຳສອນຂອງພໍ່ແມ່

ທີ່ເພີ່ນສອນສັ່ງຊີ້                                       ສະເໝີດ້າມອ້າຍດັ່ງດຽວ.

    ທ້າວຊິຂໍເວົ້າກ້ຽວ                                   ຮຽວໄຜ່ລຳດົກໜາ

ບັດຊ້າງມາເພພັດ                                       ຢັດລົງຈົນໝົດຊິ້ນ

ມັນຫວັງກິນຈົນກ້ຽງ                                    ຊຸມສາວໆ ໃບໄມ້ອ່ອນ

ເຖິງຍາມຫຼັບຍາມນອນ  ມັນກໍ່ໂທມາອ່ອຍເວົ້າ  ໃຫ້ນາງນັ້ນຫວັ່ນໜ່ວຍໃຈ.

    ເຖິງເທື່ອນີ້ ນ້ອງຈົ່ງໄດ້                          ປິກເຄື່ອງໃສ່ສະເດີສາວ

ຕອນນີ້ຄາຍັງຮັກ                                        ມັກສິ່ງດຽວຄືຄວາມຮູ້

ຢ່າສາຮັບສາຍທ້ອນ                                  ອ້າຍຂໍວອນເປີດປື້ມອ່ານ

ເລື່ອງນິທານສອນສັ່ງຊີ້                              ສະຕິຕັ້ງໃຫ້ອ່ານດູ.            

     ອ້າຍຊິບອກໃຫ້ຮູ້                                  ຄູສອນສັ່ງຄົນທີສອງ

ຜູ້ປົກຄອງນ້ອງໝາຍມັດ                            ຊ່ວຍສັ່ງສອນແດ່ເດີທ່ານ

ເບິ່ງການຮຽນຂອງນ້ອງ                             ຜິດອີ່ຫຍັງໃຫ້ບອກແດ່

ບາດນ້ອງຜິດນໍແທ້ໆ                                ປຶກສາແກ້ຊ່ວຍກັນ.     

    ຢ່າໄດ້ເປັນຈັ່ງຊັ້ນ                                  ໜັງທ້ອງໃຫຍ່ກ່ອນໃວຮຽນ

ບໍ່ທັນເຖິງກະສຽນຫາ                                 ຜູ້ບ່າວມານອນຊ້ອນ

ຄິດເຖິງຕອນຄາວນີ້                                   ມີສະຕິຕັ້ງຄິດຕໍ່

ພໍ່ແມ່ນາງສັ່ງຊີ້                                          ສະເໝີເລື້ອຍຢູ່ບໍ່ວາຍ.

    ເຖິງຕອນທ້າຍແລ້ວລະນ້ອງ                   ກອນລຳລ່ອງຊິລາລົງ

ແມ່ນຢູ່ແນວແຖວໃດ                                 ຄິດໃສ່ໃຈສາເດີນ້ອງ

ຜູ້ຂຽນກອນຍັງຄອຍເກີ້                             ໃຈລະເມີທຸກເຊົ້າຄ່ຳ

ອ້າຍຢ້ານຖືກເຂົານ່ຳຈົນໝົດຄືນຊອດແຈ້ງ. ຄວາມຫວັງອ້າຍຝ່າຍຜູ້ສອນ  ນ້ອງເອີຍ.

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 ກ.  ເຄື່ອງປະກອບ:

-  ໄຂ່ເປັດ ຫຼື ໄຂ່ໄກ່.

-  ເກືອ.

-  ນ້ຳ.

ຂ.  ການກະກຽມ:

  ໄຂ່ຕ້ອງລ້າງໃຫ້ສະອາດ, ເກືອຕົ້ມໃສ່ນ້ຳໃຫ້ຟົດ ແລ້ວຕັກຝອດເປືອນອອກໃຫ້ໝົດໂດຍສະເພາະສິ່ງທີ່ເປັນເຝື້ອ ແລ້ວປະໃວ້ໃຫ້ເຢັນ.

ຄ.  ວິທີປຸງ:

  ເອົາໄຂ່ລຽນໃສ່ໃນໄຫ ເທນ້ຳເກືອໃຫ້ຖ້ວມໄຂ່ ແລະອັດຝາໃຫ້ແຈບບໍ່ໃຫ້ອາກາດເຂົ້າປະໃວ້ປະມານ5 ວັນກໍ່ສາມາດນຳມາຕົ້ມກິນຕາມຄວາມຕ້ອງການໄດ້.

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 ກ.  ເຄື່ອງປະກອບ:

-  ປາ.

-  ເກືອ.

-  ຫົວຜັກທຽມແຫ້ງ.

-  ເຂົ້າໜຽວໜຶ້ງ.

ຂ.  ການກະກຽມ:

  ປາຕ້ອງຄົວລ້າງໃຫ້ສະອາດ  ຖ້າແມ່ນປາໃຫຍ່ມີເກັດໃຫ້ເສາະເກັດອອກ, ຜ່າສັນຫຼັງ ເອົາເຄື່ອງໃນອອກແລ້ວຕັດເປັນຕ່ອນພໍດີ.  ຈາກນັ້ນເອົາຕ່ອນປາຊາວໃສ່ນ້ຳມວກແລ້ວຄັ້ນເອົານ້ຳເມືອກອອກສຳລັບ

ເຄື່ອງປຸງອື່ນໆໃຫ້ກະກຽມຄືດັ່ງ ວິທີເຮັດຊີ້ນສົ້ມ

ຄ.  ວິທີປຸງ:

  ເອົາທຸກຢ່າງຄັ້ນເຂົ້າກັນໃຫ້ພໍດີ   ແລ້ວຍັດໃສ່ໄຫໃຫ້ແໜ້ນປະໃວ້ປະມານ 3-4 ມື້ກໍ່ສາມາດນຳມາຮັບປະທານໄດ້.

 

ໂດຍ:  ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ກ.  ເຄື່ອງປະກອບ:

-  ຊີ້ນງົວ ຫຼື ຊີ້ນຄວາຍ

-  ເກືອ

-  ຫົວຜັກບົ່ວແຫ້ງ

-  ຫົວຜັກທຽມແຫ້ງ

-  ເຂົ້າໜຽວໜຶ້ງ

ຄ.  ການກະກຽມ:

-  ຫົວຜັກບົ່ວແຫ້ງ, ຫົວຜັກທຽມແຫ້ງຕຳໃຫ້ແຫຼກດີ

-  ເຂົ້າໜຽວໜຶ້ງແລ້ວຕ້ອງລ້າງໃຫ້ໝົດຢາງ

-  ຊີ້ນລ້າງໃຫ້ສະອາດແລ້ວຕິດເປັນຕ່ອນພໍດີ

-  ເກືອຕ້ອງຕຳໃຫ້ມູ່ນລະອຽດດີ

ງ.  ວິທີປູງ:

  ເອົາເກືອ, ຫອມຕຳເຂົ້າໜຽວໜຶ້ງທີ່ໄດ້ກຽມໃວ້ນັ້ນມາຄັ້ນ ແລະ ຄົນໃສ່ກັບຕ່ອນຊີ້ນໃຫ້ເຂົ້າກັບເຄື່ອງປູງ  ຂາກນັ້ນກໍ່ເອົາຊີ້ນໃສ່ໃຫໃຫ້ລະອຽດ ແລ້ວເອົາຕອງປົກເປັນຄັ້ງທຳອິດ, ຊັ້ນຕໍ່ມາເອົາແຕະປົກ

ແລະ ເອົາຫີນຫຼືຂອງໜັກອື່ນໆ  ເຕັງແຕະໄວ້.  ສຸດທ້າຍປິດຝາໃຫ້ແຈບບໍ່ໃຫ້ອາກາດ ແລະ ແມງວັນເຂົ້າໄດ້ ສິ່ງສຳຄັນເວລາເອົາຊີ້ນໃສ່ໄຫຕ້ອງໃຫ້ນ້ຳຊີ້ນຍື່ງຂື້ນຖ້ວມຕ່ອນຊີ້ນ ແລະບໍ່ໃຫ້ອາກາດທາງນອກເຂົ້າໄດ້.

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ນັກຮຽນລາວສ່ຳນ້ອຍຽ                ສາວໃໝ່ຊາຍແວງ

ຮຽນໃຫ້ແສງສົດໃສ                     ສ່ອງໄປບໍ່ມີລ້າ

ດີກາຍຍາຄວາມຮູ້                        ຄຸນສົມບັດທຸກຢ່າງ

ມີຊື່ສຽງເອກອ້າງ                          ຮັກສາເຊື້ອເຜົ່າຕົນ  

ວິລະກຳພຸ່ງພົ້ນ                            ສານຕໍ່ການສຶກສາ

ໃນເວລາເຍົາໃວ                           ຮິ່ນຕອງກ່ອນເດີເຈົ້າ

ໃຊ້ເວລາຮຽນຮູ້                            ຄູ - ອາຈານຄຳສອນສັ່ງ

ເວລາຮຽນຢ່າກຽດຄ້ານ                 ຈຳໃວ້ຈື່ບໍ່ລືມ        

ລາສາເດີໝູ່ເຈົ້າ                            ຊຸມໝູ່ຄະນອງຫຼົງ

ໃຫ້ຈົ່ງລືມລົງສາ                           ຮິ່ນຢາສຸລາເຫຼົ້າ

ມີແຕ່ເອົາຄວາມຮູ້                        ລືມໄປສາທຸກສິ່ງຢ່າງ

ຄ່າຂອງຄົນຢູ່ທີ່ກ້ຳ                      ກະທຳແທ້ແຕ່ສິ່ງດີ

ຢ່າໄປເສບສິ່ງນີ້                            ໃຫ້ກ່າວອຳລາສາ

ຄິດໄລລາເລີຍໜີ                          ໂອກາດຮຽນເຮົາມີແລ້ວ

ລອງຄຶດຕອງສະເດີເຈົ້າ                 ຊຸມຊາຍສາວໃຫ້ຖ້ວນຖີ່

ຢາເສບຕິດມັນບໍດີ                         ໄປທາງໃດໃຜກໍ່ເວົ້າ    

ບ້ານັ້ນບໍ່ຈະເລີນ  ເດີນທາງໃດໃຫ້ຈື່ໃວ້  ໄລທ້ອນສິ່ງບໍ່ດີ  ເຈົ້າເອີຍ.

 

ໂດຍ:  ທ. ທ້າວ ຄູນພະໄທ ເມືອງແພນ. 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຍາມເມື່ອເຮົາຄິດແລ້ວ                 ຖິ້ມຮັກໄລໜີ

ຮຽນໃຫ້ມີຄວາມຫວັງ                  ເພີ່ມທະວີສະໝອງກ້າວ

ຢ່າໄດ້ເອົາມາຊ້ອນ                      ລືມສາວທັງຜູ້ບ່າວ

ຮຽນໃຫ້ຄິດທີ່ຖ້ວນ                      ຄະນິງຮູ້ຢູ່ບໍ່ເຊົາ  ດອກນາ

ຮັກຈະຂໍກ່າວເວົ້າ                        ຄາວຢູ່ໃນໃວຮຽນ

ຄິດບິດບຽນຫວນຫາ                   ສູ່ວັນບໍ່ມີເວັ້ນ

ຄັກທີ່ເຫັນຫຼາຍແລ້ວ                  ເຍົາວະຊົນຊຸມຊາວໜຸ່ມ

ຄັກຊີວາວ່າວຸ້ນ                          ໄຫຼກຸ້ມທົ່ວສະໝອງ

ຖິ້ມຮັກສາເຖີດນ້ອງ                     ລາຮັກໄປສາ

ຮັກຢ່າມາວຽນວົນ                       ເມື່ອເຮົາກຳລັງກ້າວ

ເອົາການຮຽນທົນສູ້                     ບຸກບືນຜ່ານຜ່າ

ຮຽນໃຫ້ຫຼາຍລື່ນລົ້ນ       ມີແລ້ວຄ່ອຍດ່ວນຫາ  ນ້ອງເອີຍ.

 

ໂດຍ:  ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 

ກ.  ເຄື່ອງປະກອບ:

-  ຊີ້ນ ຫຼື ປາ.

-  ເກືອ.

-  ນ້ຳປາ.

-  ແປ້ງນົວ.

-  ນ້ຳຕານ.

ຂ.  ການກະກຽມ:

-  ລ້າງຊີ້ນໃຫ້ສະອາດ  ເລືອກເອັນອອກໃຫ້ໝົດ  ດີທີ່ສຸດຄວນເອົາຊີ້ນສັນເພາະມີເອັນໜ້ອຍຫຼັງຈາກນັ້ນກໍ່ຕັດເປັນຕ່ອນພໍດີ.

-  ຖ້າແມ່ນປາ  ຄວນເລືອກເອົາໂຕໃຫຍ່ ແລະ ເລືອກເອົາແຕ່ຊີ້ນມາຕັດເປັນຕ່ອນພໍດີ.

ຄ.  ວິທີປຸງ:

  ເອົາຊີ້ນມາຕົ້ມໃຫ້ສຸກ ຫຼື ອົບແລ້ວຈຶ່ງຕົ້ມໃຫ້ສຸກ.

+  ວິທີຕົ້ມໃຫ້ສຸກ:

  ກະນ້ຳໃສ່ໝໍ້ໃຫ້ພໍດີ ຕົ້ມນ້ຳໃຫ້ຟົດ ແລ້ວຈຶ່ງເອົາຕ່ອນຊີ້ນລົງໃສ່ໝໍ້.  ເມື່ອຊີ້ນສຸກດີແລ້ວກໍ່ຕັກຊີ້ນອອກສ່ວນນ້ຳຊີ້ນຈະເຮົດນ້ຳແກງກໍ່ໄດ້.

+  ວິທີອົບແລ້ວຈິ່ງຕົ້ມ:

  ເອົາຊີ້ນໃສ່ໝໍ້ ( ບໍ່ໃສ່ນ້ຳ ) ອົບດ້ວຍໄຟອ່ອນໆ ເມື່ອນ້ຳຊີ້ນແຫ້ງລົງຫຼາຍແຕ່ບໍ່ໃຫ້ແຫ້ງຈົນຂາດນ້ຳ  ແລ້ວກໍ່ເອົານ້ຳຕົ້ມກຳລັງຟົດທີ່ໄດ້ກະກຽມໃວ້ຕ່າງຫາກລົງໃສ່ໝໍ້ໂດຍກະຕວງນ້ຳໃຫ້

ພໍດີ ກະວ່າພໍດີຕົ້ມນ້ຳແຫ້ງຊີ້ນກໍ່ພໍດີສຸກ.  ຫຼັງຈາກນັ້ນກໍ່ຕັກຊີ້ນອອກຈາກໝໍ້ແລ້ວປະໃຫ້ຊີ້ນເຢັນ.

-  ຫຼັງຈາກນັ້ນເອົາຊີ້ນມາຈີກເປັນຕ່ອນນ້ອຍໆ ແລະ ຕຳໃຫ້ມຸ່ນລະອຽດດີພ້ອມດ້ວຍເອົາເກືອ,ນ້ຳປາ,ນ້ຳຕານ,ແປ້ງນົວລົງໃສ່ໃຫ້ພໍດີຕາມຄວາມຕ້ອງການ.

-  ເມື່ອຕຳເຂົ້າກັນແລ້ວກໍ່ເອົາຊີ້ນມາຂົ້ວດ້ວຍໄຟອ່ອນໆ ຄົນໄປຄົນມາຈົນວ່າໃຫ້ແຫ້ງກາຍເປັນສີເຫຼືອງອ່ອນ ແລ້ວກໍ່ປົງໝໍ້ປະໃຫ້ເຢັນແລ້ວຈິ່ງມ້ຽນໃວ້ໃນກວດຫຼືຖົງຢາງຕາມຄວາມເໝາະສົມ.

 

ໂດຍ:  ທ.ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

 

 ຊີ້ນຫຼອດກໍ່ແມ່ນຊີ້ນແຫ້ງປະເພດໜຶ່ງແຕ່ວ່າວິທີເຮັດຊີ້ນຫຼອດກໍ່ມີວິທີສະເພາະຂອງມັນເຊິ່ງແຕກຕ່າງກິບວິທີເຮັດຊີ້ນແຫ້ງເລັກນ້ອຍລາຍລະອຽດດັ່ງລຸ່ມນີ້:

ກ.  ເຄື່ອງປະກອບ.

-  ຊີ້ນຫຼືປາ

-  ເກືອ

-  ນ້ຳປາ

-  ແປ້ງນົວ

-  ຫົວສີໄຄ

-  ຫົວຜັກທຽມແຫ້ງ

-  ຫົວຂີງ

-  ໝາກງາ

ຂ.  ການກະກຽມ.

-  ຊີ້ນ:  ລ້າງໃຫ້ສະອາດ,ຕັດເປັນຕ່ອນນ້ອຍ,ບາງຕາມລວງຂວາງກັບເສັ້ນຊີ້ນ.

-  ຖ້າແມ່ນປາ,ຕ້ອງເລືອກເອົາໂຕໃຫຍ່ແລະກະກຽມຄືກັນກັບຊີ້ນ.

-  ຫົວສີໄຄ,ຂີງແລະຫົວຜັກທຽມແຫ້ງ:  ຊອຍແລບແລະຕຳໃຫ້ແຫຼກ.

-  ໝາກງາ:  ໃສ່ເປັນເມັດ.

ຄ.  ວິທີປຸງ.

      ເອົາເກືອ,ນ້ຳປາ,ແປ້ງນົວ,ໝາກງາ,ຫອມຕຳລົງຄົນໃສ່ຊີ້ນຫຼືປາໃຫ້ທົ່ວເຖິງ

ຊີມແລະປຸງແຕ່ງລົດໃຫ້ພໍດີປະໄວ້ໄລຍະໜຶ່ງເພື່ອໃຫ້ທຸກຢ່າງເຂົ້າກັນແລ້ວຈິ່ງ

ເອົາຕອກຮ້ອຍເປັນພວງຕາມຄວາມຕ້ອງການ.  ຫຼັງຈາກນັ້ນກໍ່ເອົາໄປຕາກແດດ

ໃຫ້ແຫ້ງແລະມ້ຽນໃວ້ເປັນຢ່າງດີຫຼືອາດຈະເອົາມາໜຶ້ງໃຫ້ພໍສຸກຮາດແລ້ວເອົາ

ຕາກແດດອີກເທື່ອໜຶ່ງແລ້ວຈຶ່ງມ້ຽນໃວ້.

 

ໂດຍ:  ທ.ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ກ.  ເຄື່ອງປະກອບ

-  ຊີ້ນ,ປາ

-  ເກືອ

- ນ້ຳປາ

- ແປງນົວ

ຂ.  ການກະກຽມ

-  ຊີ້ນ:  ລ້າງໃຫ້ສະອາດແລ້ວຕັດເປັນຕ່ອນສີຍາວໆ ແລະ ບໍ່ໜາປານໃດຕັດຕາມທາງຂວາງກັບເສັ້ນຊີ້ນຈຶ່ງຜ່ອນດີ.

-  ປາ:  ລ້າງໃຫ້ສະອາດ ຜ່າສັນຫລັງລົງຫາທ້ອງ ແລ້ວເອົາເຄື່ອງໃນອອກໃຫ້ໝົດ ຖ້າແມ່ນປາໃຫຍ່ອາດຈະຕັດເປັນຕ່ອນໃຫ້ພໍດີ.

- ເກືອ:  ຖ້າແມ່ນເກືອເມັດໃຫຍ່ຕ້ອງຕຳໃຫ້ແຫຼກເສຍກ່ອນ.

ຄ.  ວິທີປູງ.

-  ເອົາເກືອ,ນ້ຳປາແລະແປ້ງນົວຄັ້ນເຂົ້າກັບຕ່ອນຊີ້ນ ຫຼື ຕ່ອນປາໃຫ້ລະອຽດດີ ພ້ອມທັງຊີມແລະປູງລົດໃຫ້ພໍດີແລ້ວປະໄວ້ໄລຍະໜຶ່ງເພື່ອໃຫ້ທຸກຢ່າງເຂົ້າກັນດີ.

-  ເອົາຕອກຫຼືໄມ້ຮ້ອຍຫຼືຢາຍໃສ່ພາສະນະອື່ນໆກໍ່ໄດ້ສຸດແລ້ວຕາມຄວາມເໝາະສົມ.

- ເອົາໄປຕາກແດດຫຼືຢ້າງໄຟໃຫ້ແຫ້ງແລ້ວຈຶ່ງມ້ຽນໃວ້.

ງ.  ສິ່ງທີ່ຄວນເອົາໃຈໃສ່.

+  ເວລາເອົາຊີ້ນຫຼືປາຕາກແດດຄວນຫາວິທີບໍ່ໃຫ້ແມງວັນໄຂາໃສ່ໄດ້.

+  ໄຟສຳລັບຢ້າງຊີ້ນຄວນໃຫ້ສະເໝີແລະບໍ່ໃຫ້ແຮງຈົນເກີນໄປ.

  

ໂດຍ: ທ.ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2012 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ນ້ຳສໆສຸດຊາບຊຶ້ງງ                     ຈາກໃຈຍິ່ງເຫຼືອແສນ

ໄຫຼຈາກແດນອຸລາ                               ວ່າຫ່ວງຫຼາຍເດເຈົ້າ

ບໍ່ມີເຫງົາບໍ່ມີເສົ້າ                                  ທຸກເວລາໃຈຕັ້ງຕໍ່

ຖ້າບໍ່ມີມ່ອມເຈົ້າ                                    ເຫງົາເລື້ອຍຢູ່ບໍ່ວາຍ

ປາຊື່ນຫຼາຍຍ້ອນນ້ຳ                            ອາໃສຢູ່ເວີນວັງ

ເວທີລີລາຂັງ                                        ດັ່ງນ້ຳມີປາບ້ອນ

ລາກ່ອນເດີວັງເຈົ້າ                                ນ້ຳໃສໆບໍ່ມີຄ່າ

ໄຫຼລ່ອງລົງຖິ່ນໃຕ້                                ຫາເຊື້ອເຜົ່າປາ

ບໍ່ມີປາບໍ່ມີນ້ຳາ                                     ເວລາໃດຊິສົດຊື່ນ

ຖ້າມື້ເວັນມື້ຄືນ                                      ບໍ່ມີປາມາຮ່ວມບ້ອນ

ຄົນວອນວ່າອ່າງນ້ຳາ                          ວັງຮ້າງແມ່ນະທີີ  ແທ້ແລ້ວ

 

ໂດຍ:  ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2012 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

      ຄັດຈາກຄຳຮ້ອຍແກ້ວ                               ເລື່ອງສອງບ່າວປາສາວ

ເປັນເລື່ອງລາວນິທານຄິດ                               ແຕ່ງຂື້ນມາໃຫ້ຫາຍງ້ວງ

ມາເຖິງຕອນລຳເລື່ອງ                                      ປະພັນເປັນກອນກ່າວ

ສາວປາດຸກກັບຄໍ່ກັ້ງ                                       ຟັງເອົາທ້ອນເລື່ອງນິທານ

      ແຕ່ກອ່ນໃນຖິ່ນກ້ຳາ                                 ຖ້ຳໃຫຍ່ນະທີຫຼວງ

ອາໃສໂກນພົງໄພ                                          ແຫ່ງນະທີສາຍນ້ຳ

ປາຄໍ່ໂທນອາໃສຊົ້ນ                                        ແສນສະບາຍກາຍສຸກຍິ່ງ

ແຕ່ຂາດຍິງຮ່ວມຊ້ອນ                                     ມານອນຝັ້ນຮ່ວມກະສັນ

     ວັນນີ້ຄິດອອກໄດ້                                       ປາຄໍ່ໃຫຍ່ຊິເດີນຫາ

ຊຸມສາວມາຮຽງຮັກ                                         ມັກຢູ່ບໍ່ພີ່ຊາຍນີ້

ມີຢູ່ບຊຸມສາວນ້ອຍ                                         ໃຫ້ລອຍມາຫາອ້າຍແດ່

ຢາກມີຮັກແທ້ໆ                                              ມານອນຂ້ອນຮ່ວມຮຽງ

      ເຖິງຕອນທ່ຽງຫາຊອກຊົ້ນ                         ປາຄໍ່ໃຫຍ່ອາໃສເຊົາ

 ເລີຍເລົ່າໄປພານພົບ                                      ແຫ່ງສາວງາມປາດຸກລົ້ນ

ໃຈກະວົນວາຍຮ້ອນ                                       ຂໍເວົ້າວອນນຳນ້ອງແດ່

ອ້າຍຄິກມັກນໍແທ້ໆ                                         ໃຫ້ແລຢ້ຽມອ່ານດູ

      ສາວປາດຸກບູດມູ້ຍູ້                                    ເວົ້າທັ່ງໃສຢາມາຖາມ

ແມ່ນເຈົ້າແນວນາມໃດ                                     ໃຫ້ອວ່າຍຄືນເມືອທາງນັ້ນ

ຢ່າຊິມາເຜືອຝັ້ນ                                              ເຂົ້າຫານາງເປັນຄາໜ່າຍ

ເບິ່ງຕົນຕົວອ້າຍຂີ້ລ້າຍ                                     ບໍ່ສົມແທ້ເນື້ອມ່ອມນາງ

      ຫຼຽວເບິ່ງແມ໋  ຮູບຮ່າງນ້ອງ                         ຂາວຜ່ອງຜີວສະດຸດ

ອັນນີ້ແນວນາມໃດ                                          ບູດທົ່ວກາຍຢາກອາຍລົ້ນ

ປາຄໍ່ໂທນໄດ້ຍິນແລ້ວ                                     ສາວປາດຸກແຊວ  ຮ້ອງຮ້າຍດ່າ

ໜີໄກຕາສາເທາະອ້າຍ                                     ບໍ່ໝາຍຊ້ອນດອກມ່ອມຊາຍ

      ບ່າວປາຄໍ່ຜູ້ຖືກຮ້າຍ                                  ກ່ອນຊິດ່ວນລາໜີ

ສາວປາດຸກແຊວສຽງ                                      ດ່າຈວນຈາຮ້າຍ

ເລີຍກ່າວມາຈາຕ້ານ                                         ສາວໆງາມແສນສຸດຍິ່ງ

ສ່າງບໍ່ຫຼິງລ່ຳແທ້້                                          ຕົວນ້ອງນັ້ນເຊັ່ນກັນ

      ອ້າຍຊິບອກບ່ອນບັ້ນ                                  ປະພັນກ່າວຈາໄຂ  ນີ້ແລ້ວ

ເຈົ້າກໍ່ແນວນໍນາມໃດ                                         ບໍ່ລ່ຳແລພໍດີ້

ອ້າຍຍັງມີເກັດຫຸ້ມ                                             ຊຸມເຂົາເຫັນຍັງບໍ່ວ່າ

ເປືອຍໂປ້ຄັກແທ້ຫຼ້າ                                         ກາຍເຈົ້າສ່າງບໍ່ອາຍ

      ຂີ້ຮ້າຍໄປກວ່ານັ້ນ                                      ຕາສອດສ່ອງບໍ່ຫຼິງເຫັນ

ແມ່ນຈັກຫຼັບຕາຊັງ                                           ໃສ່ຜູ້ໃດແດນ້ອງ

ໜວດຍາວໆສອງສາມເສັ້ນ                               ແນມບໍ່ເຫັນຕາຫິບຫີ່

ສາວປາດຸກນ້ອຍຜູ້ນີ້                                        ມີໃຜແທ້ຊິຮ່ວມນອນ

      ເຖິງກ່າວກອນບ່ອນບັ້ນ                               ປະພັນກ່າຍບັນຍາຍຂຽນ

ໃຫ້ຈື່ເປັນບົດຮຽນ                                             ກ່ອນຊິວາຈາເວົ້າ

ໃຫ້ເບິ່ງເຮົາ  ກ່ອນເດີນ້ອງ                                 ຈິ່ງລອງຈາ  ໄຂປາກກ່າວ

ຊຸມຜູ້ບ່າວຜູ້ສາວ    ຂໍໃຫ້ຄິດຊອກຄົ້ນ                ສົມແລ້ວຈິ່ງຄ່ອຍຈາ  ແທ້ນາ

      ຂໍກ່າວລາທໍ່ນີ້                                              ຍັງມີເລື່ອງປະພັນຂຽນ

ໂອກາດວຽນມາເຖິງ                                           ຫາກຊິມີເດີກອນຊ້ອນ

ຂໍອ່ວຍພອນສຸກລົ້ນ                                          ທຸກຊົນລາວນ້ອຍໃຫຍ່

ຂໍກ່າວລາທໍ່ນີ້                                                    ມີແທ້ເລື່ອງຕໍ່ໄປ  ທ່ານເອີຍ

 

ໂດຍ:  ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເຖິງຍາມໃດໃຈກໍ່ສູ້                            ບໍ່ລ້າຫຼ່ອຍຖອຍໜີ

ວ່າຊີວີຂອງຄູ                                            ຢູ່ບໍ່ມີສຳລານແທ້

ເງິນກະແສລາຍຮູ້                                      ຊູຊີວີພໍພົ້ນຜ່ານ

ເດືອນ 2 3 4 5                                          ທີ່ນານເບີກກໍ່ບໍ່ຖອຍ

ນ້ອຍໜຸ່ມລາວຊາດເຊື້ອ                           ຄິດເບິ່ງປາງສົງຄາມ

ຊີວິດເປັນເດີມພັນ                                    ຜ່າກະສູນຫຼາຍລົ້ນ

ວິດວາດກຳທົນສູ້                                       ເງິນບໍ່ຫຼາຍກໍ່ຄາມສ່າງ

ຄູຜູ້ເສີມສົ່ງສ້າງ                                        ຖອຍສູ້ຢ່າຄິດໜີ  ເຖີດໜາ

ບໍ່ໄດ້ຄິດຄັ່ງທໍ້                                            ທຸກສິ່ງຢ່າງທີມງານຄູ

ງໍ້ງ່ຽງຈົນພຽງໃດ                                        ໃຫ້ໝູ່ຄູອົດທົນສູ້

ງ່ຽງກະແສຄືຄົນເວົ້າ                                  ໃຫ້ເຊົາການຫາວຽກໃໝ່

ພຽງຊີວິດສືບສ້າງ                                      ສອນໄດ້ກໍ່ບໍ່ເຮືອງ  ດອກນາ

ແຕ່ວ່າຢ່າຄິດຟ້່າວ                                    ໝູ່ຄູ່ຄູອາຈານ

ເຮົາຮ່ວມແຮງກັນສອນ                            ສົ່ງກະແສຄວາມຮູ້

ສົ່ງເສີມຄູລາວສ້າງ                                    ອາຊີບງານເສີມຊ່ວຍ

ຮູ້ຜະລິດຄິດຄົ້ນ                                        ປະສານສູ້ຢູ່ບໍ່ເຊົາ  ແທ້ນາ

ນັກສຶກສາສົ່ງຮູ້                                         ບໍ່ໃຫ້ດ່ວນພະລັນໜີ

ຮຽນໃຫ້ຂົນຂວາຍຫາ                                ຄ່າບໍ່ມີກໍ່ຕາມທ້ອນ

ກ້າແກ່ນດອນດົງໄມ້                                 ຂຽວວິໄລນະພາປ່າ

ແກ່ນປັນຍາບອກແຈ້ງ                              ໃສຈ້າສ່ອງບໍ່ເຫັນ  ດອກນາ

ແຂງໃຫ້ແຂງດັ່ງພ້າ                                  ຂວານໃຫຍ່ໃບໜາ

ກໍ່ໃຫ້ມັນສູງໆ                                           ດັ່ງຜູ້ມີຄວາມຮູ້

ພໍໃຫ້ມັນເຫັນແຈ້ງ                                   ຄືດັ່ງແສງໃສສ່ອງ

ແລ້ວຊົນລາວພີ່ນ້ອງ                               ຄູເຈົ້າບໍ່ດ່ວນໜີ  ແທ້ແລ້ວ

 

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

     ໃນບັນຍາກາດໜອງນ້ຳແຫ່ງໜຶ່ງທີ່ໃສເຢັນ ແລະ ອຸດົມສົມບູນເຊິ່ງມີປູ, ປາ, ກຸ້ງ, ຫອຍນາໆຊະນິດ

ຕ່າງກໍ່ລ້ວນແຕ່ອອກຊອກຢູ່ຫາກິນໃນຈຳນວນພວກໝູ່ສັດທັງຫຼາຍເປັນຕົ້ນກໍ່ແມ່ນໂລກຂອງສັດນ້ຳນາໆຊະນິດ.

      ຕອນເຊົ້າມື້ໜຶ່ງບ່າວປາຄໍ່ລຸກຈາກຫ້ອງນອນຂອງຕົນເຊິ່ງກໍ່ເປັນໂກນໄມ້ໃຫຍ່ຢູ່ໃຕ້ພື້ນ້ຳແຕ່ກ່ອນແລ້ວ,  ບ່າວ

ປາຄໍ່ຕື່ນຈາກຫ້ອງນອນປະມານແປດໂມງປາຍຮູ້ສຶກວ່າມື້ນີ້ຕື່ນສວາຍພໍສົມຄວນເພາະຄືນນີ້ບ່າວປາຄໍ່ເກືອບນອນ

ບໍ່ຫຼັບທັງຄືນຄິດເຫັນໃບໜ້າຜູ້ສາວທີ່ຈະມາເປັນຄູ່ຄອງກັບຕົນເອງເພາະວ່າຕົນເອງກໍ່ເປັນບ່າວໂທນມາໄດ້ຫຼາຍປີແລ້ວ

ບ່າວປາຄໍ່ອ້າປາກຫາວ  ລຸກຈາກບ່ອນນອນເຫັນແຕ່ເປົ້າລົມໄລ່ກັນສີ່ຫ້າຝອດລອຍຂື້ນສູ່ໜ້ານ້ຳ.

      ໃນບັນຍາກາດທີ່ບ່າວປາຄໍ່ກຳລັງລອຍຊົມທີວທັດທຳມະຊາດຢູ່ນັ້ນ  ບັງເອີນບ່າວປາຄໍ່ໄດ້ພໍ້ສາວປາດຸກ ເຊິ່ງຕ່າງ

ຝ່າຍກໍມາພົບພໍ້ກັນແບບບັງເອີນ  ບ່າວປາຄໍ່ກໍ່ເກີດຄິດສົນໃຈສາວປາດຸກຂື້ນທັນທີ  ເຫັນສາວປາດຸກລອຍໄປທາງ

ໃດ  ບ່າວປາຄໍ່ກໍ່ລອຍຄຽງຂ້າງສາວປາດຸກສະເໝີ  ແລະ  ສະແດງທ່າທີກິລິຍາໃສ່ສາວປາດຸກເພື່ອຢາກຜູກຂອດຮັກ

ຂອດສຳພັນ  ໂດຍທີ່ວ່າ  ບ່າວປາຄໍ່ກຳລັງຈະອ້າປາກເວົ້າທັນໃດນັ້ນ  ສາວປາດຸກກໍ່ເວົ້າຂື້ນໂລດວ່າ:

  ສາວປາດຸກ:

      ອ້າຍນີ້  ສັງມາໂພດກະດໍ້                                  ແນວປາຄໍ່ບໍ່ງາມເຫຼືອ

ແມ່ນເຈົ້າມາແຕ່ທາງໃດ                                       ໃຫ້ຕ່າວເມືອເດີທາງນັ້ນ

ຢ່າຊິມາເຝືອຜັ້ນ                                                   ເຂົ້າຫານາງເປັນຕາໜ່າຍ

ເບິ່ງຕົນຕົວກໍ່ຂີ້ຮ້າຍ                                             ບໍ່ສົມແທ້ເນື້ອມ່ອມນາງ

      ຫຼຽວເບິ່ງແມ໋  ຮູບຮ່າງນ້ອງ                             ຜີວຜຸດຜ່ອງງາມສະດຸດ

ສຸດກ້ຽງງາມໃນຕາ                                               ບໍ່ແມ່ນຫາທາງເວົ້າ

ອັນນີ້ມີເກັດກາກ                                                 ຄືຕົວຊາຍບໍ່ສົມຍິ່ງ

ເປັນມິ່ງຄອງຄູ່ນ້ອງ                                              ບໍ່ໝາຍຊ້ອນດອກມ່ອມຊາຍ  ອ້າຍເອີຍ

      ບ່າວປາຄໍ່ໄດ້ຟັງສາວປາດຸກເວົ້າແນວນັ້ນ  ກ່ອນບ່າວປາຄໍ່ຈະລອຍໜີຈາກສາວປາດຸກ  ບ່າວປາຄໍ່ກໍ່ກ່າວຕອບ

ສາວປາດຸກຢ່າງສຸພາບ  ເຊິ່ງຕ່າງກໍ່ບໍ່ໃຫ້ກຽດຜູ້ໃດ  ເພາະທັງສອງກໍ່ບໍ່ທັນໄດ້ຮູ້ລົດຊາດຂອງຄຳວ່າ:  ຮັກ  ມາກ່ອນ

ແລ້ວບ່າວປາຄໍ່ກໍ່ເວົ້າວ່າ:

  ບ່າວປາຄໍ່:

      ນ້ອງນີ້  ສັງມາໂພດກະດໍ້                                 ຍ້ອງວ່າໂຕງາມເຫຼືອ

ນ້ອງນີ້ແນວນາມໃດ                                             ຈິ່ງໄລ່ລາກັນເວັ້ນ

ອ້າຍມາເຫັນມ່ອມນາງນ້ອງ                                 ຢາກລອງຈາຖາມຂ່າວ

ເບິ່ງຕົວສາວແຮ່ງຂີ້ຮ້າຍ                                      ບໍ່ຫຼຽວເບື້ອງຝ່າຍໂຕ

      ເຈົ້າວ່າ  ຜີສຜ່ອງໂກ້                                      ຮູບຮ່າງນ້ອງງາມເຫຼືອ

ຈັກເບິ່ງໂຕແນວໃດ                                             ບໍ່ລ່ຳແຍງພໍດີ້

ເນື້ອບໍ່ມີຫຍັງຫຸ້ມ                                                 ຊຸມເຂົາເຫັນເປັນຕາໜ່າຍ

ຍັງເວີ່ນເລາະທ່ຽວຫຼິ້ນ                                          ເປືອຍໂປ້ແບບບໍ່ອາຍ  ນ້ອງເອີຍ

      ເມື່ອບ່າວປາຄໍ່ເວົ້າສຸດຄວາມແລ້ວ  ສາວປາດຸກກໍ່ບໍ່ຮູ້ຈະເຮັດແນວໃດໄດ້ແຕ່ມືນຕາເຮັດໂຈ່ໂລ່  ສ່ວນບ່າວປ່ຄໍ່

ກໍ່ຍູທາງລອຍຊົມທຳມະຊາດຢ່າງເບີກບານມ່ວນຊື່ນ.

    ນີ້ລະທ່ານເອີຍ:  ກ່ອນຈະເວົ້າຫຍັງອອກມາກ່ອນອື່ນໝົດກໍ່ຄວນເບິ່ງໂຕເອງເສຍກ່ອນ.

 

ຖອດເປັນຄຳຮ້ອຍກອງ

 

ໂດຍ:  ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

     ກອນນີ້  ຄິດແຕ່ງແຕ້ມ                                     ແຊມກ່າຍກະວີຂຽນ

ຄ່ອຍຂີດພຽນສຶກສາ                                                ແຕ່ງເປັນຜະຫຍາຍ້ອຍ

ຄ່ອຍຂີດຂຽນຮຽນຮູ້                                                 ອ່ວຍພອນຄູວັນປີໃໝ່

ປາຍປາກກາກ້ານນ້ອຍ                                            ບໍ່ຖອຍແທ້ຊິແຕ່ງໄປ

      ນັບວ່າ  ໂອກາດໄດ້                                             ທີໜຶ່ງມັງກອນເຖິງ

ເບິ່ງທຸກມູມໂລກາ                                                    ສ່າງງາມເຫຼືອລົ້ນ

ວັນສາກົນປີນີ້                                                          ວັນດີຄືປີໃໝ່

ຂໍອ່ວຍໄຊສົ່ງໃຫ້                                                       ຄູກ້າແກ່ນແຂງ  ທ່ານເອີຍ

      ອັນໜຶ່ງ  ໃຫ້ຈິດໃຈສ່ອງແຈ້ງ                               ສົດຊື່ນສະບາຍເຫຼືອ

ຕໍ່ຄູລາວທຸກຄົນ                                                       ທົ່ວກາງເໜືອໃຕ້

ສະບາຍໃຈເຫຼືອລົ້ນ                                                   ທັງກາຍຍາຢ່າໝອງໝົ່ນ

ສຸຊື່ນໃຈລື່ນລົ້ນ                                                        ຢ່າໝອງເສົ້າໃຫ້ສວ່າງໃຈ

      ຂໍອ່ວຍພອນຄູໃຫ້                                               ສະດວກແລ່ນເດີນດີ

ຢ່າໄດ້ມີມົວໝອງ                                                     ຈົ່ງເບີດເບີຍບານແຍ້ມ

ແຊມດ້ວຍສີເຫຼືອງເຫຼື້ອມ                                         ຈາກໃຈຈິງຂາວຜຸດຜ່ອງ

ວຽກການງານກໍ່ຖືກຕ້ອງ                                         ສະໜອງຮູ້ໃຫ້ນັກຮຽນ        

      ອັນວ່າ:  ວຽນເວົ້າເຖິງໂລກຮ້າຍ                           ໃຫ້ຫາຍຜ່ານເຫີນໜີ

ຢ່າໃຫ້ມີມົວໝອງ                                                    ເຄາະເຂັນຢ່າມາຕ້ອງ

ຢ່າໄດ້ມີແນວເສົ້າ                                                     ນຳເອົາແຕ່ສິ່ງໃໝ່

ສຸກສິ່ງໃດໃຫ້ຫຼັ່ງເຂົ້າ                                                ໂຮມເຈົ້າແຕ່ສິ່ງດີ  ທ່ານເອີຍ

      ແຕ່ວ່າ:  ແຕ່ງມາຮອດສ່ຳນີ້                               ບ່ອນທີ່ຂອບໃຈເຫຼືອ

ຕໍ່ຄູລາວທຸກຄົນ                                                      ທີ່ອະໄພຕົວທ້າວ

ເພາະວ່າ:  ການແຊມຊ້ອນ                                        ເນື້ອໃນກອນບໍ່ເກາະກ່າຍ  ອະໄພທ້ອນ

ຂໍບັນຍາຍສ່ຳນີ້                                                         ທີ່ໜ້າຄ່ອຍພົບກັນ  ທ່ານເອີຍ

 

ໂດຍ:  ທ. ທ້າວ ຄູນພະໄທ ເມືອງແພນ         

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

   ທັມມະເປັນແກ່ນເຫງົ້າ  ຊູຊ່ວຍໃຫ້ຄົນດີ  ທັມມະເປັນແສງທຽນ  ສ່ອງທາງໃຫ້ເຫັນແຈ້ງ  ທັມມະເປັນວັງນ້ຳ  ໃຫ້ຊາວຊົນໄດ້ລ້າງຊ່ວຍ  ທັມມະເປັນບ່ອນສ້າງ  ໃຫ້ຄົນຮູ້ຄ່າຄົນ 

ທັມມະຖືວ່າເປັນສິ່ງສຳຄັນທີ່ສຸດ  ໃນຊີວິດຂອງຄົນເຮົາ  ເພາະທັມມະຈະເຮັດໃຫ້ຄົນເຮົາມີຄວາມເມດຕາປານີສາມັກຄີ ຮັກແພງເອື້ອເພື້ອເພື່ອແຜ່ເຊິ່ງກັນ ແລະ ກັນ  ເພາະສະນັ້ນ

ຈິ່ງຖືວ່າ:  ທັມມະເປັນສິ່ງສຳຄັນຫຼາຍໃນການດຳລົງຊີວິດຂອງມະນຸດທັງປວງ

 

ຄັດຈາກປື້ມໃຫວ້ພຮະ

 

ໂດຍ:  ອ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2012 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

       ການສຶກສາບໍ່ມີຄຳວ່າປື້ມໜ້າສຸດທ້າຍ  ຄຳທີ່ວ່າເປັນໄປບໍ່ໄດ້  ມີບັນທຶກໄວ້  ໃນພົດຈະນານຸກົມຂອງຄົນໂງ່

 

      ອັນວ່າ  ໃຜຜູ້ເຄີຍຄິດຄົ້ນ                                       ພຽນຕໍ່ການສຶກສາ

ພູມປັນຍາແຫຼມຄົມ                                                   ສ່ອງແສງໃສຈ້າ

ການສຶກສາບໍ່ເຄີຍຫຼູ້ຍ                                                  ບໍ່ແມ່ນຄຸຍເວົ້າຕາມຊື່

ນັບມື້ພືປີກຈ້າ                                                            ຄວາມຮູ້ຄູ່ຊູ່ແນວ  ທ່ານເອີຍ

      ຮູ້ໜຶ່ງຍັງບໍ່ແລ້ວ                                                    ຄຳວ່າ:  ການສຶກສາ

ຕ້ອງຊອກຫາມາຮຽນ                                                 ເພື່ອຕື່ມເຕັມລົງເລື້ອຍ

ປຽບເໝືອນເຟືອຍຟອຍໄມ້                                        ຂຽວວິໄລນະພາປ່າ

ອຸດົມຄ່າເລີດລ້ຳ                                                           ສຳລານແທ້ເຜັ່ນຜາຍ

       ຄຳວ່າ:  ໜ້າສຸດທ້າຍ                                           ມີຕໍ່ການສຶກສາ

ມັນບໍ່ມີເວລາໃດ                                                           ທີ່ສ້ຽງສຸດໝົດສິ້ນ

ຍິນແຕ່ຄຳເຂົາເວົ້າ                                                       ຍາມເຮົາສິ້ນລົມກ່ອນ

ເປັນບ່ອນໝາຍຂີດໄວ້                                                 ລົງພ້ອມພ່ຳກັນ

      ຄຳວ່າ:  ມີຜູ້ເວົ້າ                                                      ທຸກສິ່ງການສຶກສາ

ເພີ່ນວ່າມີແນວສຸດ                                                       ອ່ານຂຽນຮຽນຮູ້

ແລ້ວຍູທາງນອນເນີ້ງ                                                    ເຢັນສະບາຍຫາຍໃຈຜ່ານ

ຈັ່ງແມ່ນຄົນໂງ່ແທ້                                                        ບໍ່ແລຢ້ຽມອ່ານດູ              

      ເພີ່ນຜູ້ເຄີຍຊອກຮູ້                                                  ສານຕໍ່ການສຶກສາ

ບໍ່ລະໄລເລີຍໜີ                                                             ຊອກວິຊາຫາຮູ້

ເພື່ອພື້ນຟູຄວາມຍາກ                                                   ຂາດສະເດັນໃຫ້ໜີຜ່ານ

ຄວາມຮູ້ຫຼາຍລື່ນລົ້ນ                                                     ບໍ່ມີມື້ເສື່ອມແສງ

      ການສຶກສາໃສສ່ອງແຈ້ງ                                         ແຍງອ່ານວິຈານເຫັນ

ເປັນແວ່ນວັນອະລຸນສີ                                                   ເພີ່ມທະວີສະໝອງກ້າວ

ບອກຂ່າວໄຂປະຕູໃຫ້                                                     ວິຊາການອັນໃໝ່ໆ

ການສຶກສາເປັນທວານໄຟ  ໃຜຮຽນຫຼາຍກໍ່ຍິ່ງໄດ້            ວິໄລຮູ້ຮຸ່ງທາງ  ແທ້ແລ້ວ

 

ໂດຍ:  ທ. ທ້າວ ຄູນພະໄທ ເມືອງແພນ                    

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

   ຄວາມໝາຍຂອງຄຳເຊື່ອມ:  ຄຳເຊື່ອມແມ່ນຄຳທີ່ເຊື່ອມລະຫວ່າງ  ຄຳນາມກັບຄຳນາມ, ຄຳນາມກັບຄຳກຳມະ, ຄຳນາມກັບຄຳແທນນາມ, ຄຳກຳມະກັບຄຳກຳມະ.

ຕົວຢ່າງຄຳເຊື່ອມດັ່ງນີ້:  ເຊິ່ງ,ສູ່,ຍັງ,ສິ້ນ,ດ້ວຍ,ໂດຍ,ອັນ,ຕາມ,ເພາະ,ມີ,ກັບ,ຍ້ອນ,ຄອບ,ແຫ່ງ,ຂອງ,ເມື່ອ,ແຕ່,ຈາກ,ກວ່າ,ເຫດ,ຄັນເມື່ອ,ຈົນ,ຈົນເຖິງ,ຈົນກະທັ້ງ ແລະ ອື່ນໆ.

 

 ຄັດຈາກປື້ມແບບຮຽນພາສາລາວປີທີສາມ


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 86  |  ໜ້າຕໍ່ໄປ »