ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

   ແຕ່ປາງປະຖົມະກັບພຸ້ນ  ເຂດນີ້ເປັນປ່າຕຶບດົງໜາ  ມີຊ້າງຫຼາຍ  ຍັງມີນົກໃຫຍ່ແນວໜຶ່ງຂົບຄາບເອົາສັດກິນ  ນົກນີ້ມີງວງຄືຊ້າງ  ມັນມັກຢູ່ໃນເຂດນີ້ຜົກຈອບເອົາຊ້າງກິນ  ຖິ່ນນີ້ຈິ່ງເປັນບ່ອນຢູ່ຂອງມັນ  ນົກນີ້ຊື່ວ່ານົກຫັສດີລີງ ຫຼື ຫັຕຖີລິງຄະ  ເມື່ອຄົນຊາດລາວສ້າງປ່າດົງແຫ່ງນີ້ເປັນບ້ານຈຶ່ງຊື່ວ່າ  ຫັດສະດີ  ຕໍ່ມາບ້ານນີ້ຮ້າງພ້ອມໝູ່ປາງອຶດເຂົ້າ  ພຍາບາອັດໃຫ້ພວກມາແຕ່ເມືອງຊວາຊຽງທອງສ້າງຂື້ນໃໝ່  ຫາດທາງທ່າມີກົກໝາກຊາຕີຫຼາຍຈຶ່ງໃສ່ຊື່ວ່າ  ບ້ານຫາດຊາຕີ  ຊື່ເກົ່າວ່າ ຫັດສະດີ  ຕາມຊື່ນົກຫັດສະດີລີງ ດັ່ງນີ້ແລ.

  ຄັດຈາກປື້ມ ພົງສາວະລີ ແຂວງ ອັດຕະປື.

Delicious Digg Fark Twitter