ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

   ມີມື້ໜຶ່ງອາກາດຮ້ອນອົບເອົ້າທີ່ຖຽງນານ້ອຍມີສອງຜູ້ເຖົ້າອາໃສຢູ່ຢ່າງມີຄວາມສຸກ...

ຄືນນີ້ນັບວ່າສອງເຖ້າໄດ້ເວົ້າເລື່ອງອະດີດທີ່ເຄີຍຜ່ານມາເຊິ່ງຕ່າງຄົນກໍ່ເລົ່າປະສົບການ

ຕອນຍັງເປັນບ່າວເປັນສາວ...

  ພໍເຖ້າເລີຍຄິດຢາກເວົ້າໂມ້ໃສ່ແມ່ເຖົ້າວ່າ

  ພໍ່ເຖົ້າ:  ເຖົ້າເອີຍ...ຂ້ອຍຊິໂສຄວາມຫຼັງສູ່ເຈົາຟັງເຈົ້າຢ່າຄຽດໃດເດີ!

  ແມ່ເຖົ້າ:  ຊິຄຽດອີ່ສັງເຮີຍ...ເຮົາຢູ່ນຳກັນກໍ່ເຖົ້າຊາກັນແລ້ວ...

  ພໍ່ເຖົ້າ:  ຄັນຊັ້ນຂ້ອຍຊິເລົ່າຄວາມຫຼັງສູ່ເຈົ້າຟັງເຈົ້າຢ່າຄຽດໃດເດີ...

  ແມ່ເຖົ້າ:  ເລົ່າມາໂລດເຖົ້າເອີຍ...

  ພໍ່ເຖົ້າ:  ເຮີຍເອີຍ!...ຕອນຂ້ອຍຍັງເປັນບ່າວຜູ້ແສ້ຜູ້ສາວບໍ່ເຫຼືອຂ້ອຍ

                     ຈັກດີ້ເກືອບວ່າໄດ້ນອນນຳໝົດທຸກຄົນ...ຜູ້ສາວບ້ານໃຕ້ກະບໍ່

                     ເຫຼືອ...ຜູ້ສາວບ້ານເໜືອກະບໍລອດ....

  ແມ່ເຖົ້າ:  ທໍ່ນັ້ນຫັ້ນເຈົ້າເລົ່າມາ...ຂ້ອຍແຮງເກັ່ງກວ່າເຈົ້າ...ສ່ຳດ້າມຈົກ

                      ດ້າມຊວ້ານເຮັດໄດ້ 9...ເຮັດບໍ່ເຂົ້ານັບໄດ້ຄືຊິແມ່ນ 15 ອັ່ນທໍ່

                      ດ້າມຈົກດ້າມພ້ານັບບໍ່ໄດ້...

 ເມື່ອພໍ່ເຖົ້າໄດ້ຍິນແມ່ເຖົ້າເລົ່າຄວາມຫຼັງຄືແນວນັ້ນກໍ່ຄຽດໃຫ້ແມ່ເຖົ້າ...

+++555555555++++ ຫົວໃຫ້ແນ່ພີ່ນ້ອງເອີຍ 55

  ເລື່ອງເລົ່າຈາກຊາວບ້ານ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

Delicious Digg Fark Twitter