ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 20, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

 ອະລຸນວັນໃໝ່ເຊິ່ງເປັນວັນທີ 3 ມັງກອນ 2007 ປະມານ 8:00 ໂມງ       ຂ້ອຍໄດ້ມາເຕົ້າລວມຢູ່ເດີ່ນໂຮງຮຽນ ມັດທະຍົມສົມບູນທ່າແຕງ ຫຼັງຈາກພົບປະກັບບັນດາຄູອາຈານ

ໃນໂຮງຮຽນແລ້ວ ແລະ ພໍ່ແມ່ນ້ອງໆນັກຮຽນຂອງຊາວເມືອງປາກຊ່ອງ ສິ່ງທີ່ຂ້ອຍບໍ່ລືມກ່ອນຂ້ອຍຈະຂື້ນລົດກັບໂຮງຮຽນ ກໍ່ຄືນ້ອງໆ ນັກຮຽນດຶງແຂນຂ້ອຍໃວ້       ທັງນ້ຳຕາ

ທີ່ລິນໄຫຼຂ້ອຍຈຶ່ງບໍ່ສາມາດອົດກັ້ນນ້ຳຕາໃວ້ໄດ້    ຫຼັງຈາກລົດໄດ້ຄ່ອຍໆເຄື່ອນຍ້າຍອອກຈາກເດີ່ນຂອງໂຮງຮຽນມັດທະຍົມສົມບູນທ່າແຕງ ແລ້ວມຸ່ງໜ້າສູ່ໄປໂຮງຮຽນວິທະ

ຍາໄລຄູປາກເຊຈົນຮອດເວລາ 11:00 ໂມງ ຂະບວນລົດຈິ່ງໄດ້ຈອດຢູ່ກ້ອງຕົ້ນໄມ້ສາມສາຂ້າງຫໍພັກໃກ້ໆກັບສະໂມສອນ ແລະ ໃນເວລາທີ່ຂ້ອຍລົງອອກຈາກລົດ   ຂ້ອຍຄິດ

ເຫັນເພື່ອນໆ ອ້າຍ,    ເອື້ຍນ້ອງທີ່ຂ້ອຍມີຄວາມລຶ້ງເຄີຍກັນມາກ່ອນ ຂ້ອຍມີຄວາມຮູ້ສຶກພາກພູມໃຈ ທີ່ໄດ້ພົບພໍ້ໝູ່ຄູ່ດ້ວຍຄວາມຍິ້ມແຍ້ມແຈ່ມໃສ ແຕ່ສິ່ງທີ່ຂ້ອຍຄາໃຈ ກໍ່ຄືອ້າຍ

ສົມໃຈ ທີ່ຍັງບໍ່ທັນກັບມາແຕ່ລົງຝຶກຫັດເພາະວ່າເສັ້ນທາງການກັບມາຂອງເຂົາແມ່ນຍາວໄກພໍສົມຄວນ.

  ໃນຕອນແລງຂອງມື້ນີ້ ໃນເວລາທີ່ຂ້ອຍກຳລັງນອນຜັກຜ່ອນຢູ່ຫ້ອງພັກນັ້ນ ຈັກວ່ານາງ ແບນໂກ   ໄດ້ຂ່າວມາແຕ່ທາງໃດກະບໍ່ຮູ້ເພີ່ນຍ່າງມາຫາຂ້ອຍດ້ວຍຄວາມຟ້າງຟັ່ງ

ແລ້ວເວົ້າສູ່ຂ້ອຍຟັງວ່າ:  

-  ແບນໂກ:  ໂຕ່ຍ!!!

-  ໂຕ່ຍ:  ຫຶ! ເປັນຫຍັງ! ສັງມາເຮັດຕາຕີ່ຕາລົນແທ້!

-  ແບນໂກ:  ຮູ້ຂ່າວດີແລ້ວບໍ?

-  ໂຕ່ຍ:  ຂ່າວດີອີ່ຫຍັງລະ?

-  ແບນໂກ:  ເລື່ອງທ້າວໂຢດຫັ້ນນ໋າ ( ໂຢດ ແມ່ນຊື່ຫຼິ້ນຂອງສົມໃຈ )

-  ໂຕ່ຍ:  ອ້າຍໂຢດເພີ່ນເປັນຫຍັງ?

-  ແບນໂກ:  ຄືວ່າ: ເອີ! ອືື!...

-  ໂຕ່ຍ:  ຄືວ່າອີ່ຫຍັງລະ! ຟ້າວເວົ້າມາທະແມ໋!

-  ແບນໂກ:  ອ້າຍສົມໃຈເອົາເມຍແລ້ວເດ!

-  ໂຕ່ຍ:  ຫ໋າ!!! ເອົາເມຍແລ້ວ!!! ເອົາກັບໃຜ!!!

-  ແບນໂກ:  ກະເອົາກັບສາວທີ່ເພີ່ນລົງຝຶກຫັດຫັ້ນແລ້ວ!

  ຫົວໃຈຂອງຂ້ອຍແທບສະຫຼາຍເມື່ອໄດ້ຍິນຂ່າວນີ້ ຂ້ອຍຄຶດຢ່າງສັບສົນ ແລະ ວຸ້ນວາຍປານຄື້ນຟອງທະເລທີ່ປັ່ນປ່ວນ ແລະ ຫົວໃຈຂອງຂ້ອຍໃນຕອນນີ້ ມັນອັດຕັນບໍ່ຮູ້

ຈະເຮັດແນວໃດຂ້ອຍຢາກເອົາຄື້ນຟອງທະເລທີ່ໃຫຍ່ແສນໃຫຍ່ມາພັດເອົາສິ່ງທີ່ອັດຕັນອອກຈາກຫົວໃຈຂອງຂ້ອຍໃຫ້ເຫຼືອແຕ່ຄວາມສະອາດບໍລິສຸດປອດໂປ່ງສົດໃສ

ແຕ່ມັນກໍ່ເປັນພຽງໄດ້ດັ່ງທີ່ຄິດເທົ່ານັ້ນ.

  ໝົດຄວາມໝາຍຮັກທ້າຍປີຮຽນ 1

 ໝົດຄວາມໝາຍຮັກທ້າຍປີຮຽນ 3

 ໝົດຄວາມໝາຍຮັກທ້າຍປີຮຽນ 4

 ໝົດຄວາມໝາຍຮັກທ້າຍປີຮຽນ 5

 ຕອນຈົບບໍຣິບູນ

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

Delicious Digg Fark Twitter