ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 ມີມື້ໜຶ່ງ ຂ້ອຍໄດ້ຖາມຄວາມຈິງກັບອ້າຍສົມໃຈ ໃຫ້ເລົ່າເລື່ອງທັງໝົດທີ່ເປັນໄປກັບຕົວຂອງເຂົາ ແລະເຂົາກໍ່ເລົ່າດ້ວຍຄວາມຈິງໃຈ ແລະ ບໍ່ມີຮອຍຍິ້ມໃດໆ ອີກອອກມາ ເລື່ອງກໍ່ມີຢູ່ວ່າ:

 ຟັງເດີ: ທຳອິດຂັ້ນຕົ້ນນໍ! ຫຼັງຈາກໄປຮອດໂຮງຮຽນຈັກເປັນຈັ່ງໃດແລ້ວ ຫຼັງຈາກຂ້ອຍໄດ້ໄປຢູ່ເຮືອນເພີ່ນ ຂ້ອຍກໍ່ເຮັດວຽກດຸອີ່ຫຼີໃດຢູ່ຫັ້ນ ເພີ່ນເລົ່າມາຮອດນີ້ແລ້ວເພີ່ນກໍ່ຫົວອອກມາ ແລ້ວເພີ່ນກໍ່ເວົ້າຕໍ່  ຫຼັງຈາກມື້ທີໜຶ່ງທີສອງຂ້ອຍບໍ່ຈັກຊິເຮັດວຽກໃດຢູ່ເຮືອນເພີ່ນ ຂ້ອຍສັງເກດເບິ່ງກ່ອນວ່າ:  ຈະເຮັດແນວໃດຈິ່ງຖືກນິດໃສຂອງເພີ່ນແລ້ວຫຼັງຈາກນັນສາມສີ່ມື້ຕໍ່ມາ ຂ້ອຍກໍ່ເລີ່ມເຮັດວຽກທຸກສິ່ງທຸກຢ່າງ ທີ່ຂ້ອຍສາມາດເຮັດໄດ້ ແລະ ຄອບຄົວເພີ່ນກໍ່ມີລູກສາວໜຶ່ງຄົນ ກະງາມພໍເບິ່ງຢູ່ດອກ ແຕ່ຄວາມໃກ້ຊິດກັນ ກໍ່ບໍ່ທັນສະນິດແໜ້ນພໍປານໃດ ແຕ່ຂ້ອຍກະຮູ້ນິດໃສເພີ່ນວ່າ: ສາວນາງເປັນຄົນທີ່ມີນິດໃສຄຽດງ່າຍຫາຍໄວ ຢູ່ໄປຫຼາຍມື້ສາວນາງເລີຍຖາມຂ້ອຍວ່າ:

- ສາວນາງ:  ອ້າຍໂຢດ!

- ສົມໃຈ: ແມ່ນຫຍັງນາງ?

ສາວນາງ: ອ້າຍ...ມີແຟນແລ້ວບໍ່?

- ສົມໃຈ: ບໍ່ມີດອກ...ຄັນມີກະມີແຕ່ນ້ອງຄົນດຽວຫັ້ນແລະ!

ສາວນາງ: ຢາຊິມາຕົວະນ້ອງ!

- ສົມໃຈ: ຊິຕົວະອີ່ຫຍັງາ ອ້າຍເວົ້າອີ່ຫຼີໃດ! ເອີ...ອັ່ນນັ້ນ...ນາງ...ອ້າຍເວົ້າຄວາມຈິງເຖາະ!

ສາວນາງ: ຄວາມຈິງອີ່ຫຍັງ?

- ສົມໃຈ: ນາງມີແຟນແລ້ວບໍ່?

ສາວນາງ: ບໍ່ທັນມີໃຜນ໋າອ້າຍໂຢດ!

- ສົມໃຈ: ເວົ້າໄປ!...ຢ່າຕົວະ!

ສາວນາງ: ກະເວົ້າຕາມຄວາມຈິງຫັ້ນແລະ!...ຄັນມີກະມີແຕ່...

- ສົມໃຈ: ກະມີແຕ່ອີ່ຫຍັງ?

ສາວນາງ: ກະມີແຕ່ອ້າຍໂຢດຄົນດຽວຫັ້ນແລະ!...

 ແລະຂ້ອຍກໍ່ບໍ່ເວົ້າຫຍັງອີກ ໃນມື້ຕໍ່ໆໄປຂ້ອຍກໍ່ເລີ່ມຢແກໄຢສາວນາງ ແລະເປັນອັນວ່າ ຄວາມໃກ້ຊິດຄວາມຜູກພັນຍິ່ງຫຼາຍຂື້ນກວ່າເກົ່າກັບສາວນາງ ແລະ ໃນມື້ໜຶ່ງເປັນວັນທີ 25 ພະຈິິກ 2006 ຂ້ອຍໄດ້ໄປຟາດເຂົ້າຊ່ວຍຄອບຄົວພາຍໃນບ້ານ ແລະ ມີສາວນາງ ກັບ ໝູ່ເພີ່ນອີກໜຶ່ງຄົນອັດກັນໄປເລີຍໃນໄລຍະທາງປະມານ 450 ແມັດ ໃນບັນຍາກາດຟາດເຂົາຂອງຄ່ຳຄືນໃນມື້ນີ້ ຂ້ອຍໄດ້ມີໂອກາດລົມກັບສາວນາງຫຼາຍຂື້ນພໍຟາດເຂົ້າຊ່ວຍຊາວບ້ານແລ້ວ ຈັກເປັນຈັ່ງໃດແລະ ບັດຊິກັບບ້ານກໍ່ຖົກຖຽງກັນໃຜໆກໍ່ບໍ່ຢາກຂີ່ລົດ ແນວຂ້ອຍເປັນຄົນຂີ້ດື້ເນາະ ຂ້ອຍກະບໍ່ຍອມເພີ່ນທຳອິດເພີ່ນເວົ້າວ່າ:

ສາວນາງ: ອ້າຍໂຢດ ຂີ່ເມືອແມ໊ລົດຈັກຫັ້ນ!

- ສົມໃຈ: ນ້ອງຫັ້ນລ໋ະເອົາເມືອ...ອ້າຍເປັນຜູ້ຊາຍຍ່າງເມືອກະໄດ້...

 ຂ້ອຍເວົ້າມາຮອດນີ້ ສາວນາງກໍ່ຍ່າງມຸ້ງໜ້າກັບເມືອເຮືອນຂ້ອຍກໍ່ຍ່າງນຳເພີ່ນປະລົດໄວ້ຢູ່ຫັ້ນແລະ ສ່ວນວ່າໝູ່ສາວນາງກໍ່ຢ່າງໄປກ່ອນແນວວ່າເຫັນພວກຂ້ອຍຜິດກັນ  ແລ້ວກໍ່ເປັນອັນວ່າ ສາວນາງໄດ້ກັບໄປເອົາລົດ ແລ້ວຂື່ມາຫາຂ້ອຍ ເພື່ອຢາກໃຫ້ຂ້ອຍເອົາລົດເມືອ ຫຼັງຈາກສາວນາງລົງຈາກລົດແລ້ວກໍ່ຫັນໜ້າມາໂສກັບຂ້ອຍ ສັງເກດເບິ່ງວ່າສະພາບແວດລ້ມອ້ອມຂ້າງ ຮູ້ສຶກວ່າ ບໍລິເວນນີ້ເປັນສີມືດສະຫຼົວມົວໆແດ່ຈັກໜ່ອຍ ຂ້ອຍກໍ່ຈັບແຂນສາວນາງແລ້ວດຶງເພີ່ນເຂົາມາກອດ ແລະ ເປັນອັນວ່າ ດວງຕາ ແລະ ຮີມສົບທີ່ປະທະກັນ ແລະ ສອງພວງແກ້ມເຮັດໃຫ້ຂ້ອຍບໍ່ສາມາດຄວບຄຸມອາລົມໃວ້ໄດ້ ແລະ ຫຼັງຈາກຄ່ຳຄືນຂອງມື້ນັນເພີ່ນກໍ່ບໍ່ເວົ້າຫຍັງອີກ ນອກຈາກສະແດງຕົນເຮັດເປັນຄົນຂີ້ງອນ ແລະ ຂ້ອຍເອງກໍ່ບໍ່ຮູ້ວ່າຂ້ອຍເຮັດລົງໄປໄດ້ແນວໃດ.

 ໃນຄ່ຳຄືນຂອງມື້ນີ້ ຂ້ອຍເອງກໍ່ບໍ່ສາມາດຄວບຄຸມສະຕິໄດ້ຂ້ອຍໄດ້ແຕ່ຄິດໄດ້ແຕ່ຝັນເຖິງເລື່ອງທີ່ຂ້ອຍໄດ້ເຮັດຜ່ານມາ ກັບສາວນາງ ຂ້ອຍຄິດວ່າ ຖ່າສາວນາງເປັນຫຍັງໄປຜົນຂອງການຝຶກຫັດວິຊາຊີບຂອງຂ້ອຍຈະເປັນໄປແບບໃດ ທີ່ຈິງແລ້ວມັນຜິດກັບຕົວຂ້ອຍເອງ ອີກອັນໜຶ່ງບັ້ນໜີກໍ່ເປັນບັ້ນໃກ້ຈະສິ້ນສຸດການຝຶກຫັດແລ້ວ ຂ້ອຍຄິດມາຮອດນີ້ຫົວໃຈຂອງຂ້ອຍເລີ່ມສັບສົນວຸ້ນວາຍບໍ່ຮູ້ຈະຫາທາງອອກດ້ວຍ ວິທີໃດແລະ ຍາກທີ່ສຸດທີ່ຈະບັງຄັບໃຫ້ຫຼັບລົງໄດ້ຢ່າງສະບາຍ...ຈົນບໍ່ຮູ້ວ່າເວລາໃດກັນແທ້ທີ່ເຊືອບຫຼັບໄປໃນລາຕີທີ່ວຸ້ນວາຍ.

 ໝົດຄວາມໝາຍຮັກທ້າຍປີຮຽນ 1

 ໝົດຄວາມໝາຍຮັກທ້າຍປີຮຽນ 2

 ໝົດຄວາມໝາຍຮັກທ້າຍປີຮຽນ 4

 ໝົດຄວາມໝາຍຮັກທ້າຍປີຮຽນ 5

 ຕອນຈົບບໍຣິບູນ

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

Delicious Digg Fark Twitter