ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຄຳຖາມບົດທີ 2        ຂະໜານຕອບວັນນະຄະດີຊັ້ນ ມ4

  1. ເນື້ອໃນຂອງກອນເມືອງລາວສວຍງາມຮັ່ງມີເວົ້າເຖິງຫຍັງ?
  2. ກອນບົດນີ້ແບ່ງອອກເປັນຈັກຕອນ? ແຕ່ລະຕອນເວົ້າເຖິງຫຍັງ?
  3. ເມື່ອອ່ານກອນນີ້ແລ້ວພວກນ້ອງມີຄວາມຮູ້ສຶກແນວໃດ?
  4. ກອນ ເມືອງລາວສວຍງາມຮັ່ງມີ ຂອງທ່ານ ພູມີ ວົງວິຈິດ ທີ່ພັນລະນາເຖິງດອກໄມ່ປ່າ, ສັດປ່າ

ແລະ ທົ່ງນາ ມີແນວໃດ?

ຕອບຄຳຖາມບົດທີ 2

  1. ເນື້ອໃນຂອງບົດກອນເມືອງລາວສວຍງາມຮັ່ງມີ ເວົ້າເຖິງຄວາມສວຍສົດງົດງາມຂອງທຳມະຊາດ,

ຄວາມອຸດົມຮັ່ງມີທາງຊັບພະຍາກອນທຳມະຊາດ ແລະ ມູນເຊື້ອວັດທະນະທຳຂອງຊາດລາວ.

2. ບົດກອນນີ້ແບ່ງອອກເປັນ 5 ຕອນແຕ່ລະຕອນມີເນື້ອໃນດັ່ງນີ້:

  • ຕອນທີ1 ເວົ້າເຖິງທີ່ຕັ້ງຂອງປະເທດລາວ.
  • ຕອນທີ2 ເວົ້າເຖິງຄວາມອຸດົມຮັ່ງມີ ແລະຄວາມສວຍສົດງົດງາມຂອງທຳມະຊາດຂອງລາວ.
  • ຕອນທີ3 ເວົ້າເຖິງມູນເຊື້ອວັດທະນະທຳອັນເກົ່າແກ່ ( ວັດຖຸບູຮານ ) ແລະ ຄວາມອຸດົມຮັ່ງມີ

       ທາງດ້ານບໍ່ແຮ່ຂອງລາວ.

  • ຕອນທີ4 ​ເວົ້າ​ເຖິງ​ການ​ຮຸກ​ຮານ​ຂອງ​ຈັກກະພັດ​ຝຣັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ​ຕໍ່​ປະຊາ​ຊັນ

       ລາວ.

  • ຕອນ​ທີ5 ເວົ້າເຖິງປະຊາຊົນໄດ້ສາມັກຄີເປັນຈິດໜຶ່ງໃຈດຽວກັນລຸກຂື້ນຕໍ່ສູ້ຕ້ານຈັກກະພັດຝຣັ່ງ

       ແລະ ຈັກກະພັດອາເມລິກາເພື່ອກອບກູ້ເມືອງລາວ.

3. ​ເມື່ອ​ອ່ານ​ບົດ​ກອນ​ນີ້​ແລ້ວພວກ​ນ້ອງ​ມີ​ຄວາມ​ຮູ້ສຶກ​ວ່າ: ບົດ​ກອນ​ດັ່ງກ່າວ​ເປັນ​ກອນ​ລຳ​ເຍີ້ນ​, ມີ​ການ​

ສຳ​ພັດ​ນອກ ​ແລະ ສຳ​ພັດ​ໃນ, ​ໃຊ້​ສຳ​ທີ່​ເຂົ້າ​ໃຈງ່າຍ, ມ່ວນ ​ແລະ ມີ​ຮູບ​ພາບ.

4. ກອນ ​ເມືອງ​ລາວ​ສວຍ​ງາມ​ຮັ່ງມີ ຂອງ​ທ່ານ ພູມີ ວົງ​ວິຈິດ ທີ່​ພັນ​ລະນາ​ເຖິງ​ດອກ​ໄມ້​ປ່າ, ສັດປ່າ

​ແລະ ທົ່ງ​ນາ​ມີ​ດັ່ງ​ນີ້:

        ເດືອນ​ຍີ່​ສາມ​ສີ່​ເຕົ້າ                    ​ເອົ້າອຸ່ນ​ລະດູບານ

​ແສນ​ສ່ຳ​ປານ​ມາລາ                           ​ເບີກ​ເບີຍ​ບານ​ແຍ້ມ

ສີ​ດ່າງ​ແດງ​ດຳ​ແຫ້ມ                          ​ເຫລື​ອງກະຈາຍ​ເຕັມ​ປ່າ

​ເໝືອນ​ດັ່ງ​ດາວ​ສ່ອງ​ຟ້າ                        ປະດາ​ເຫລື້​ອ​ມ​ເຮື່ອ​ເຮືອງ.

        ມີ​ງົວ​ຄວາຍ​ທັງ​ໝູ                     ມູ່ກະທິງ​ເຍືອງ​ແບ້

ອໍ​ແອ​ເຕັມ​ດົງ​ກວ້າງ                           ກວາງ​ຟານ​ມ້າ​ມັ່ງ

ມີ​ທັງ​ເສືອ​ແຮດ​ຊ້າງ                           ໝີ​ເໝັ້ນຄ່າງ​ທະນີ

ກະຕ່າຍ​ແລ່ນ​ລິ່ນ​ລີ້                           ໝີ​ໝູ່​ລີງ​ເຫງັນ

ຝູງ​ກະ​ເລັນ​ງູ​ເຫລືອມ                          ​ເຕົ່າ​ກະ​ແຕ​ແມງ​ໄມ້.

        ​ເຖິງ​ເມື່ອ​ຍາມ​ແດດ​ຕ້ອງ                ລະດູ​ດ່ານ​ເດືອນ​ສິບ​ສອງ

ຕາ​ລ່ຳມອງ​ຍັງ​ແຖວ                           ທົ່ງ​ນາ​ຕອນ​ເຊົ້າ

ຈັ່ງ​ແມ່ນ​ງາມ​ຮວງ​ເຂົ້າ                         ​ເຫລືອງ​ລຽນ​ເປັນ​ແຜ່ນ

ຕະຫລອດ​ໄປ​ທົ່ວ​ແຄວ້ນ                       ສະ​ເຫມີ​ປັ້ນປ່ຽງ​ຄຳ.

Delicious Digg Fark Twitter