ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຄຳຖາມບົດທີ 3       ຂະໜານຕອບວັນນະຄະດີຊັ້ນ ມ4

  1. ປະຫວັດ ​ແລະ ຜົນງານ​ການ​ປະດິດ​ແຕ່ງ​ຂອງ​ນັກ​ກະວີ​ມີ​ຄື​ແນວ​ໃດ?
  2. ຈົ່ງ​ອ່ານ ​ແລະ ອະທິບາຍ​ຄວາມ​ໝາຍ​ຂອງ​ກອນ​ລຳ

ແນວ​ໂຮມ​ລາວ, ມີ​ຈິດ​ໃຈ​ແກ່ນ​ໝັ້ນ           ພັນທະ​ພາບ​ພະລາດອນ

         ກຳມະກອນຊາວນາ                         ພັກນຳພາຊີ້

         ສາມັກຄີປົກປ້ອງ                           ພະຈັນເພັງປະເທດຊາດ

         ພັດທະນາກໍໍ່ສ້າງ                           ບ້ານເມືອງໃຫ້ຮຸ່ງເຮືອງ

            ໃຫ້ລາວຫັນປ່ຽນເບື້ອງ                    ຟ້ອນໃສ່ສຽງແຄນ

         ຟ້ອນແບບລາວລຳແຟນ                      ຜ່ານສາມຈັ່ງຫວະຟ້ອນ

         ຈັ່ງຫວະໜຶ່ງອອກກ່ອນ                       ແມ່ນຟ້ອນວາງແຜນການ

         ຈັ່ງຫວະສອງວຍກງານ                       ແມ່ນຟ້ອນລົງມືເຮັດ

            ຈັ່ງຫວະສາມສໍາເລັດ                     ແມ່ນຟ້ອນຖອດບົດຮຽນ

         ແລ້ວກໍ່ຟ້ອນໝູນວຽນ                        ມາວາງແຜນການໃໝ່

         ຟ້ອນຂື້ນສູງຊັກໃຊ້                          ບໍ່ມີມື້ຖອຍຫລັງ

         ປຸກລະດົມກຳລັງ                           ເຜົ່າລາວໂຮມເຕົ້າ

            ຈັ່ງວ່າຈົດຈໍາເຂົ້າ                        ແຄນລາວຮີບເປົ່າ

         ປາກເປົ່າເຕົ້າ                              ມືເຈົ້າໃຫ້ເຄື່ອນໃຫວ

         ສະແດງອອກໃຫ້ໄດ້                       ປາກວ່າມືເຮັດ

         ໃຫ້ເຖິງຜົນສຳເລັດ                        ບໍ່ປ່ອຍວາງມືລ້າ

            ບໍ່ຍອມປະມືໄວ້                        ແບຫງາຍດາຍເປົ່າ

         ປາກເປົ່າເຕົ້າ                            ມືເຈົ້າກໍບໍ່ເຊົາ

         ແຄນໃຫຍ່ເຕົ້າ                           ປາກເປົ່າມືນັບ

         ເອົາສອງມືໂຈມຈັບ                        ນັບແຄນຫລາຍດິ້ວ

            ສອງມືມີສິບນິ້ວ                        ປະສານແຮງໂຮມໝູ່

         ຮູບແຄນລາວລັກສະນະຕໍ່ສູ້                  ຍາວສັ້ນດັ່ງປືນ

         ສຽງແຄນລາວດັງສະເນືອນຟົດຟື້ນ             ສັດຕູຕື່ນຕົກໃຈ

         ສຽວແຄນຍຸກສະໃໝ                       ໃໝ່ລາວດັງກ້ອງ.

3. ເນື້ອໃນຂອງກອນລຳແຄນລາວບໍ່ລືມເຕົ້າເວົ້າເຖິງຫຍັງ?

ຕອບຄຳຖາມບົດທີ 3

  1.  ປະຫວັດ ແລະ ຜົນງານການປກະດິດແຕ່ງຂອງນັກກະວີມີຄື:

ທ່ານໂສມສີ ເດຊາຄຳພູ ມີນາມປາກກາວ່າ ສ. ເດຊາ ເກີດເມື່ອວັນທີ 27 ສິງຫາ 1926 ຈັ່ງຫວັດ

   ອຸບົນ ປະເທດໄທ ຈາກນັ້ນທ່ານໄດ້ຍ້າຍມາຢູ່ແຂວງ ຈຳປາສັກ ປະເທດລາວ. ເບື້ອງຕົ້ນທ່ານໄດ້ບວດ

   ແລະ ໄປຮຽນຢູ່ບາງກອກເປັນເວລາ 3 ປີ. ຈາກນັ້ນທ່ານກັບຄືນປະເທດດ້ວຍສາມະເນນ ແລ້ວທ່ານກໍ

   ເລີ່ມຮຽນວິທີແຕ່ງກອນນໍາຄູບາ - ອາຈານ ເວລາອາໃສຢູ່ວັດທ່ານພົບກັບຂະບວນແນວລາວອິດສະຫຼະ

   ຢູ່ທາງພາກໃຕ້, ເບື້ອງຕົ້ນທ່ານເຮັດວຽກນຳໜັງສືພິມລາວອິດສະຫຼະປະຈຳພາກໃຕ້ຂອງລາວທັງເປັນສະ

   ໝຽນແກ່ທ່ານ ສີທົນ ກົມມະດໍາ.

      ຮອດປີ 1950 ກອງປະຊຸມໃຫຍ່ແນວລາວອິດສະຫຼະ ໄຂຂື້ນຢູ່ຊຳເໜືອ ແລະ ທ່ານກໍ່ໄດ້ຮັບໜ້າທີ່

   ໂຄສະນາອົບຮົມຂອງສູນກາງວຽກງານໜັງສືພິມ ລາວອິດສະຫຼະ ລົງເລິກດ້ານການແຕ່ງກອນ.

      ປີ 1961 – 1971 ຮັບຜິດຊອບວຽກງານຄົ້ນຄວ້າວິທະຍາສາດ.

      ປີ 1972 – 1976 ຢູ່ໃນຄະນະຮັບຜິດຊອບວຽກງານສຶກສາສູນກາງ.

      ປີ 1981 – 1988 ເປັນຮອງລັດຖະມົນຕີ ກະຊວງວັດທະນະທຳ.

            ບົດກອນທຳອິດຂອງເພິ່ນແມ່ນ: ເປັນຄົນຊາດໃດຕ້ອງຮັກຊາດນັ້ນ ປີ 1964, ຈາກນັ້ນທ່ານ

   ກໍ່ໄດ້ສືບຕໍ່ແຕ່ງບົດກອນຢ່າງຫຼວງຫຼາຍ, ບົດກອນໄລຍະນີ້ມີ: ໝໍຢານົກກະຊຸມ, ສຽງເພງຍາມເດິກ, ຕ້ອນ

   ຮັບວັນທີ 12 ຕຸລາ ແລະ ຈົດຈຳບຸນຄຸນຂອງທ່ານ ໂຮ່ຈີມິນ.

      ນອກນັ້ນຍັງມີປື້ມກອນລຳ ຍ່າງສອງຂາເອົາຕາໄປກ່ອນ ໃນປຶ້ມກອນລຳຍັງມີບົດກອນລຳຫຼາຍບົດ

   ລວມຢູ່ນຳເຊິ່ງພິມອອກໃນປີ 1982 ໂດຍສະເພາະກອນລຳ ແຄນລາວບໍ່ລືມເຕົ້າ ນອກນີ້ທ່ານຍັງແຕ່ງ

   ບົດກອນດ ໂຄງ, ສານຕ່າງໆ ອອກເປັນຈຳນວນຫຼວງຫຼາຍ.

      ທ່ານໂສມສີ ເດຊາຄຳພູ ໄດ້ຮັບລາງວັນນັກກະວີ ຊິໄຣ ປະຈຳປີ 2001 ດ້ວຍບົດກອນລຳປະຫວັດ

   ສາດ ພິກແຜ່ນດິນປີ້ນແຜ່ນຟ້າ ຢາກເຫັນໜ້າໃຫ້ເບິ່ງຫຼັງ ເປັນຊຸດທີ່ໂດງດັງແກ່ນັກກະວີທ່ານນີ້ ຕັ້ງແຕ່

   ສະໃໝຕໍ່ສູ້ຈົນເຖິງປັດຈຸບັນ.

2.     ຄວາມໝາຍຂອງກອນລຳຕອນນີ້ເວົ້າເຖິງ: ປະຊາຊົນລາວ, ພະນັກງານ, ກຳມະກອນຊາວນາ ແລະ

ພໍ່ຄ້າຊາວຂາຍຍ້ອນມີພັກນຳພາສາມັກຄີກັນປົກປັກຮັກສາ ແລະສ້າງສາປະເທດຊາດໃຫ້ຮຸ່ງເຮືອງສີ

ວິໄລໄປພ້ອມໆ ກັບຄວາມສາມັກຄີຂອງປວງຊົນລາວ ແລະ ມີການວາງແຜນການຫັນທິດທາງໄປ

ຕາມຍຸດທະສາດຄື: ມີພາກທິດສະດີ ແລະ ປະຕິບັດຕົວຈິງໃຫ້ໄດ້ຜົນສຳເລັດທຸກວຽກງານ.

3.    ເນື້ອໃນຂອງກອນລໍາ ແຄນລາວບໍ່ລືມເຕົ້າ ເວົ້າເຖິງຄວາມສາມັກຄີຂອງປະຊາຊົນລາວ ມາປຽບ

ທຽບໃສ່ກັບແຄນ ເຊິ່ງເປັນເຄື່ອງດົນຕີປະຈຳຊາດ ໃຫ້ປະຊາຊົນລາວມີຄວາມສາມັກຄີ ເໝືອນກັບລູກ

ແຄນທີ່ປະສານກັນອອກມາມີສຽງທີ່ມ່ວນ ແລະ ອອນຊອນ ແລະ ເວົ້າເຖິງການປຸກລະດົມ, ເຕົ້າໂຮມ

ປະຊາຊົນລາວໃຫ້ມີຄວາມາມັກຄີກັນ ເພື່ອພ້ອມກັນປົກປັກຮັກສາ, ສ້າງສາປະເທດຊາດໃຫ້ວັດທະນາ

ຖາວອນເປັນສ່ວນໜຶ່ງທີ່ສຳຄັນ ເພື່ອປະກອບສ່ວນສ້າງຄົນໃໝ່ດ້ານສະຕິປັນຍາ ແລະ ຈິດໃຈເບີກບານ

ມ່ວນຊື່ນສົດໃສ. ສ້າງໃຫ້ຄົນລາວຮຸ່ນໃໝ່ ມີຄວາມສາມັກຄີພາຍໃນຊາດ ແລະ ປົກປັກຮັກສາມູນເຊື້ອ

ສິລະປະວັນນະຄະດີອັນດີງາມຂອງຊາດໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

Delicious Digg Fark Twitter