ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2014 | ມີ 0 ຄຳເຫັນ ແລະ 0 trackback(s)

ຄຳຖາມບົດທີ 8      ຂະໜານຕອບວັນນະຄະດີຊັ້ນ ມ4

  1. ບົດ​ປະພັນ​ວັນນະຄະດີ​ແມ່ນ​ຫຍັງ?
  2. ມູນ​ພາກ​ຕ່າງໆ ທີ່​ປະກອບ​ເປັນ​ບົດ​ປະພັນ​ວັນນະຄະດີ​ມີ​ຄື​ແນວ​ໃດ?
  3. ​ໂຄງ​ເລື່ອງ ​ແລະ ​ໂຄງ​ປະກອບ​ສ້າງ​ແມ່ນ​ແນວ​ໃດ? ( ອະທິບາຍ )
  4. ​ໂຄງ​ເລື່ອງ​ຂອງ​ບົດ​ເລື່ອງ​ໃດ​ໜຶ່ງ​ມີ​ຈັກ​ພາກສ່ວນ? ຄື​ພາກສ່ວນ​ໃດ​ແດ່? ຈົ່ງ​ອະທິບາຍ.
  5. ​ເນື້ອ​ໃນ ​ແລະ ຮູບ​ການ​ຂອງ​ບົດ​ປະພັນ​ວັນນະຄະດີ​ມີ​ການ​ພົວພັນ​ກັນ​ຄື​ແນວ​ໃດ?

ຕອບຄຳຖາມບົດທີ 8

  1. ບົດ​ປະພັນ​ວັນນະຄະດີ ​ແມ່ນ​ຄວາມ​ສຳນຶກ​ອັນ​ໜຶ່ງ​ກ່ຽວ​ກັບ​ບົດ​ເລົ່າ​ເລື່ອງ, ກາບກອນ ​ແລະ ບົດ​ລະ

ຄ​ອນ​ເຊິ່ງອາດ​ຈະ​ເປັນ​ບົດສັ້ນ ຫລື ຍາວ, ​ແຕ່​ເຖິງ​ຈະ​ສັ້ນ ຫຼື ຍາວ​ນັ້ນ ມັນ​ຕ້ອງ​ແມ່ນ​ໂຄງ​ສ້າງ​ສິລະ

ປະ​ບົດ​ໜຶ່ງ​ທີ່​ມີ​ຫຼາຍ​ພາກສ່ວນ​ມາ​ປະກອບ​ມີ​ຄື: ຫົວ​ເລື່ອງ, ກະທູ້, ​ແນວ​ຄິດ, ​ໂຄງ​ເລື່ອງ ​ແລະ ​ໂຄງ

ປະກອ​ບສ້າງ.

2.   ມູນ​ພາກ​ຕ່າງໆ ທີ່​ປະກອບ​ເປັນ​ບົດ​ປະພັນ​ວັນນະຄະດີ​ມີ​ຄື: ຫົວ​ເລື່ອງ, ກະທູ້, ​ແນວ​ຄິດ, ​ໂຄງ​ເລື່ອງ

ແລະ ​ໂຄງປະກອ​ບສ້າງ.

3.  ​ໂຄງ​ເລື່ອງ ​ແລະ ​ໂຄງ​ປະ​ກອບ​ສ້າງ​ມີ​ຄື:

  • ​ໂຄງ​ເລື່ອງ: ​ແມ່ນ​ບັນດາ​ເຫດການ​ອັນ​ລະອຽດ​ປະສົມ​ກົມກຽວ​ກັນ​ກາຍ​ເປັນ​ສາຍ​ໃຍ ​ເກາະ​ກ່າຍ

ກັນ ​ແລະ ກາຍ​ເປັນ​ເນື້ອ​ໃນ​ຂອງ​ເລື່ອງ​ນັ້ນ ​ໂດຍ​ຜ່ານ​​ໂຄງ​ເລື່ອງ​ນີ້​ເອງ, ນັກ​ປະພັນ​ສະ​ແດງ​ໃຫ້​

​ເຫັນ​ການ​ພົວພັນ, ການ​ຕໍ່ສູ້​ຂອງ​ບັນດາ​ຕົວ​ລະຄອນ​ຈາກ​ນັ້ນກະທູ້ ​ແລະ ​ແນວ​ຄິດຈະ​ພົ້ນ​ເດັ່ນ​ຂື້ນ

ມາ.

  • ​ໂຄງ​ປະ​ກອບ​ສ້າງ​ຂອງ​ບົດ​ປະພັນ​ວັນນະຄະດີ: ​ແມ່ນ​ລະບົບ​ການຈັດຕັ້ງສັບ​ຊ້ອນ​ຂໍ້​ປີກ​ຍ່ອຍ​ຕ່າງໆ

ຂອງ​ບັນດາ​ຕົວ​ລະຄອນ ​ແມ່ນ​ການຈັດ​ວາງ​ຂອງ​ພາກສ່ວນ​ຕ່າງໆ ທີ່​ປະກອບ​ເປັນ​ບົດ​ປະພັນ​ວັນ

ນະ​ຄະດີ. ຄົ້ນຄວ້າ​ໂຄງ​ປະກອບ​ສ້າງ​ແມ່ນ​ຄົ້ນຄວ້າ​ການຈັດ​ວາງ ​ແລະ ການ​ສັບ​ຊ້ອນ​ພາກສ່ວນ

ຕ່າງ​ທ ຂອງ​ບົດ​ປະພັນ​ນັ້ນ​ເອງ.

4.  ​ໂຄງ​ເລື່ອງ​ຂອງ​ບົດ​ເລື່ອງ​ໃດ​ໜຶ່ງ​ມີ 5 ພາກສ່ວນ​ຄື:

   ພາກ​ສະ​ເໜີ:  ​ແມ່ນ​ພາກ​ສະ​ເໜີ​ສະພາບ​ສັງຄົມ, ສະພາບ​ເບື້ອງ​ຕົ້ນຂອງ​ຕົວ​ລະຄອນ​ໃນ​ການ​ດຳ

ດຳລົງ​ຊີວິດ​ຖານະ​ໃນ​ສັງຄົມ…

   ພາກ​ຂອດ​ບັນຫາ:  ​ແມ່ນ​ພາກ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ຂໍ້​ຂັດ​ແຍ້​ງ​ເລີ່​ມ​ເກີດ​ຂື້ນ​ພາກ​ຂອດ​ບັນຫາຈະ

ບໍ່​ຍາວ​ບາງ​ເລື່ອງ​ເປັນ​ພຽງ​ຕອນສັ້ນໆ ​ເທົ່າ​ນັ້ນ. ​ແຕ່​ພັດ​ມີ​ຄວາມ​ໝາຍ​ສຳຄັນ, ​ເພາະ​ພາກ​ນີ້​ເປັນ​ພາກ

ພາ​ໃຫ້​ເກີດ​ຂໍ້​ຂັດ​ແຍ້​ງຂື້ນ​ມາ.

   ພາກ​ຂະຫຍາຍ:  ​ແມ່ນ​ການ​ຂະຫຍາຍ​ຂໍ້​ຂັດ​ແຍ້​ງ. ​ໂຄງ​ເລື່ອງ​ຂອງ​ບົດ​ປະພັນ​ວັນນະຄະດີ​ໃດ​ໜຶ່ງ

ພາກ​ຂະຫຍາຍ​ເປັນ​ພາກ​ທີ່​ຍາວ​ກວ່າ​ໝູ່. ​ໃນ​ພາກ​ນີຄຸນ​ລັກສະນະ​ຂອງຕົວ​ລະຄອນ​ຈະ​ຄ່ອຍໆ ປາກົດ

​ແຈ້ງ​ຂື້ນ​ເທື່ອ​ລະ​ກ້າວ.

   ຈຸດ​ສູງ​ສຸດ:  ​ແມ່ນ​ຂໍ້​ຂັດ​ແຍ້​ງຂະຫຍາຍຕົວ​ສູ່​ລະດັບ​ສູງ​ສຸດ. ການ​ສູ້​ກັນ​ກັນ​ລະຫວ່າງ​ຝ່າຍ​ຕ່າງໆ

ຂະຫຍາຍຕົວ​ສູ່​ລະດັບ​ສູງ​ສຸດ​ຕ້ອງ​ມີ​ວິທີ​ແກ້​ໄຂັນ​ຫາ​ອັນ​ແນ່ນອນ​ຮອດ​ຈຸດ​ສູງ​ສຸດ, ຜູ້​ອ່ານ​ຈະ​ເຫັນ​ໄດ້

​ແຈ້ງ​ຄຸນ​ລັກສະນະ​ຂອງ​ຕົວ​ລະຄອນ.

   ພາກສ່ວນ​ທ້າຍ:  ​ແມ່ນ​ພາກ​ແກ້​ບັນຫາ​ຂອດ​ຢູ່​ພາກ​ສອງ, ໝາຍ​ຄວາມ​ວ່າ: ​ເນື້ອ​ໃນ​ຂໍ້​ຂັດ​ແຍ້​ງ

ກ້າວ​ສູ່​ລະດັບ​ສູງ, ຜົນ​ສຸດ​ທ້າຍ​ຂອງ​ບັນຫາ​ເປັນ​ໄປ​ແນວ​ໃດ, ນັກ​ປະພັນ​ຈະ​ສະ​ເໜີ​ໃນ​ພາກ​ມ້ວນທ້າຍ

ນີ້​ເອງ.

   +  ວິທີ​ມ້ວນທ້າຍ​ແບບ​ປິດ: ​ແມ່ນ​ຂໍ້​ຂັດ​ແຍ້​ງສິ້ນສຸດ​ໂຊກ​ຊາຕາກຳ​ຂອງ​ຕົວ​ລະຄອນ​ທຸກ​ຢ່າງ​ຈະ​​

      ​ແຈ້ງ.

   +  ວີ​ທີ​ມ້ວນທ້າຍ​ແບບ​ເປີດ: ​ແມ່ນ​ໂຊກ​ຊາຕາກຳ. ຄຸນ​ລັກສະນະ​ຕົວ​ລະຄອນ​ຈະ​ແຈ້ງ, ​ແຕ່​ຂໍ້​ຂັດ

      ​ແຍ້​ງຍັງ​ສືບ​ຕໍ່​ເຮັດ​ໃຫ້​ຜູ້​ອ່ານ​ຍັງ​ມີ​ຄວາມ​ສົນ​ໃຈ.

5.     ​ເນື້​ອໃນ ​ແລະ ຮູບ​ການ​ຂອງ​ບົດ​ປະພັນ​ວັນນະຄະດີ​ມີ​ການ​ພົວພັນ​ກັນ​ຄື​: ລະຫວ່າງ​ຮູບ​ການ ​ແລະ

​ເນື້ອ​ໃນ​ສະ​ແດງ​ອອກ​ຢ່າງ​ເລິກ​ເຊິ່ງ​ໃນ​ສັບ​ພາສາ ​ແລະ ມີ​ການ​ພົວພັນ​ນຳ​ກັນ​ຢ່າງ​ສະໜິດ​ແໜ້ນ, ບໍ່

ສາດ​ຕັດ​ແຍກ​ອອກ​ຈາກ​ກັນ​ໄດ້. ​ເນື້ອ​ໃນ​ໃດ​ໜຶ່ງ​ຕ້ອງ​ຖືກ​ສະ​ແດງ​ອອກ​ດ້ວຍ​ຮູບ​ການ​ໃດ​ໜຶ່ງ​ທີ່​ແນ່ນອນ

​ແລະ ຮູບ​ການ​ຕ້ອງ​ແມ່ນ​ຮູບ​ການ​ຂອງ​ເນື້ອ​ໃນ​ໃດ​ໜຶ່ງ​ອັນ​ແນ່ນອນ, ມັນ​ບໍ່​ມີ​ເນື້ອ​ໃນ​ແບບ​ລວມໆ ຫລື

ຮູບ​ການ​ແບບ​ລວມໆ.

Delicious Digg Fark Twitter