ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2009 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບົດສົນທະນາບ່າວ ສາວຄູ່ໝື່ງ ຊື່ງເປັນແຟນກັນ

 


Photobucket



 

ຍ/: ເຈົ້າເຄີຍຄິດຣອດ ຂ້ອຍບໍ່?

ຊ/: ບໍ່ເຄີຍ

ຍ/: ເຈົ້າມັກ ຂ້ອຍບໍ່?

ຊ/: ບໍ່

ຍ/: ເຈົ້າຢາກໄດ້ ຂ້ອຍບໍ່?

ຊ/: ບໍ່

ຍ/: ເຈົ້າສິໄຫ້ບໍ່ ຖ້າຂ້ອຍຈາກໄປ

ຊ/: ບໍ່

ຍ/: ເຈົ້າສິຢູ່ເພື່ອ ຂ້ອຍໄດ້ບໍ່?

ຊ/: ບໍ່

ຍ/: ເຈົ້າສິເຣັດຫັຍງເພື່ອ ຂ້ອຍໄດ້ບໍ່?

ຊ/: ບໍ່ໄດ້

ຍ/: ເຈົ້າລະເລືອກຫັຍງລະຫ່ວາງ ຊີວິດຂ້ອຍກັບຊີວິດ ເຈົ້າ?

ຊ/: ຊີວິດຂ້ອຍ

ຝ່າຍຍີງຣູ້ສືກເສຍໃຈຫລາຍ ລາວຫັນຫລັງແລ້ວແລ່ນໝີຈາກຊາຍໝຸ່ມ

 

ທີ່ຂື້ນຊື່ວ່າເປັນແຟນລາວແຕ່ຊາຍຄົນນັ້ນກໍ່ແລ່ນນໍາ ທັງຣ້ອງບອກວ່າ

ເຫດຜົນທີ່ຂ້ອຍບໍ່ຄິດຣອດເຈົ້າ…………ເພາະວ່າເຈົ້າຢູ່ໃນຄວາມຄິດຂອງຂ້ອຍສະເໝີ

ເຫດຜົນທີ່ຂ້ອຍບໍ່ມັກເຈົ້າ …………..ເພາະວ່າ ຂ້ອຍຣັກເຈົ້າ

ເຫດຜົນທີ່ຂ້ອຍບໍ່ຢາກໄດ້ເຈົ້າ……….ເພາະຂ້ອຍຕ້ອງການ ແລະຈໍາເປັນຕ້ອງມີເຈົ້າ

ເຫດຜົນທີ່ຂ້ອຍບໍ່ໄຫ້ ຕອນເຈົ້າຈາກໄປ…….ເພາະຂ້ອຍຄົງຕາຍທັງເປັນ ຖ້າບໍ່ມີເຈົ້າ

ເຫດຜົນທີ່ຂ້ອຍບໍ່ຢູ່ເພື່ອເຈົ້າ……..ເພາະຂ້ອຍຈະຕາຍເພື່ອເຈົ້າ

ເຫດຜົນທີ່ຂ້ອຍເຣັດຫັຍງໃຫ້ເຈົ້າຈັກຢ່າງບໍ່ໄດ້……….ເພາະຂ້ອຍຍີນດີແລະເຕັມໃຈເຣັດທຸກຢ່າງ

ເຫດຜົນທີ່ຂ້ອຍເລືອກຊີວິດຂ້ອຍ……..ເພາະເຈົ້າຄືຊີວິດຂ້ອຍ

ກະແຕນ້ອຍ ຂີ້ດື້ alt

 


Photobucket




Photobucket
PhotobucketPhotobucketPhotobucketPhotobucket



















 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2008 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

Photobucket

ຖ້າຫາກວ່າ ຕອນນີ້ທ່ານກໍາລັງຫົລງຣັກໃຜ ຫລືຢາກບອກຣັກໃຜກາຫີບບອກສະເດີ້

ຖ້າບໍ່ເວົ້າອີກຟ່າຍກໍ່ຄົງບໍ່ຣູ້ ຢ່າເກັບໄວ້ໃນໃຈຄົນດຽວ alt

ຢ່າມອງຂ້າມໃຜຄົນ1ໄປ ພຽງແຕ່ເຫດຜົນທີ່ຈະຣັກບໍ່ໄດ້

ຖ້າເຣົາເກີດມາ ເພື່ອຈະຣັກໃຜຈັກຄົນ…….ຄົນໆນັ້ນຈະຣັກເຣົາຕອບ

ແຕ່ຖ້າເຣົາເກີດມາ…….ເພື່ອທີ່ຈະຣັກໃຜຫລາຍໆໆໆຄົນ

ເຊື່ອໄດ້ເລີຍວ່າຈະບໍ່ມີໃຜຣັກເຣົາແທ້ເລີຍ…….ພຽງແຕ່ຄົນດຽວ

ບາງຄັ້ງຄວາມຣັກອາດເດີນຜ່ານເຂົ້າມາ……ໃນຊີວິດເຣົາພຽງແຕ່ຄັ້ງດຽວ

 

ແລະບໍ່ມີວັນຫວນຄືນກັບມາອີກ …..ເຣົາບໍ່ອາດຣູ້ໄດ້ເລີຍວ່າ….

 

 

ຄວາມຣັກຄັ້ງນີ້ ຫຼືວ່າຄັ້ງໃດຈະເປັນເທື່ອສຸດທ້າຍ….

 

ມີຫລາຍເທື່ອທີ່ເຣົາພະຍາຍາມຕາມຫາຣັກ

 

ແຕ່ຄວາມຣັກກາໝີຈາກເຣົາໄປ ມີຫລາຍເທື່ອທີ່ເຣົາບໍ່ສົນໃຈ

 

ແຕ່ຄວາມຣັກພັດເຂົ້າມາຫາ ຢ່າຖາມຫາເຫດຜົນເມື່ອຈະຣັກໃຜ

 

ໃຫ້ຄວາມສໍາພັດຈາກຫົວໃຈວ່າຣູ້ສືກແນວໃດ

 

ຢ່າມອງຫາຄວາມຣັກດ້ວຍສາຍຕາ ແຕ່ໃຫ້ມອງຫາຄວາມຣັກດ້ວຍຫົວໃຈ

 

ຢ່າເຊື່ອຄວາມຣັກທີ່ໄດ້ຍີນຈາກຫູທັງສອງຂ້າງ

 

ແຕ່ໃຫ້ເຊື່ອຄໍາທີ່ດັງກ້ອງມາຈາກຄວາມຣູ້ສືກ ແລະສ່ວນເລີກຂອງຫົວໃຈ

 

ຄວາມຣັກເປັນສີ່ງທີ່ມີຄ່າ ແຕ່ມັນຈະໄລ້ຄ່າຖ້າບໍ່ມອບໃຫ້ໃຜ

 

ຫາກມື້1ເຣົາເຈີໃຜຈັກຄົນ ທີ່ແນມເຫັນຄວາມຣັກຂອງເຣົາ

 

ເຣົາຄວນມອບຣັກເຣົາໃຫ້ເຂົາໄປ ແລະເຣົາຈະຣູ້ວ່າຄວາມຣັກຫັ້ນ

 

ມີຄ່າແລະມີຄວາມໝາຍຊໍ່າໃດ

 

ຈົບ alt

 

               ກະແຕນ້ອຍ ຂີ້ດື້ alt

 

Photobucket

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ມື້ນີ້ເປັນວັນກົງກັບວັນ Christmas ພໍດີ ມີຄອບຄົວ1ມີສອງພໍ່ລູກອາໃສຢູ່ນໍາກັນ

 

ລູກສາວລາວໄດ້ລັກເງີນໄປຊື້ເຈ້ຍຫໍ່ຂອງຂັວນສີທອງໂດຍທີ່ບໍ່ໄດ້ຣັບອະນຸຍາດຈາກລາວກ່ອນ

 

ພໍ່ຢາກຣ້າຍລູກສາວລາວສຸດໆ ແຖມລາຄາກໍ່ແພງໃນຄະນະທີ່ການເງີນທາງບ້ານບໍ່ຄ່ອຍດີປານໃດ

 

ແລະພໍ່ກໍ່ໄດ້ອາລົມເສຍອີກເທື່ອ1ເມື່ອເຫັນລູກສາວເອົາເຈ້ຍຫໍ່ຂອງຂັວນລາຄາແພງ

 

ມາຫໍ່ກ່ອງຂອງຂັວນເພື່ອວາງໄວ້ກ້ອງຕົ້ນ Christmas

 

ແລະເຊົ້າຕໍ່ມາ ລູກສາວກໍ່ໄດ້ມອບກ່ອງຂອງຂັວນສີທອງນັ້ນໃຫ້ພໍ່

 

ນີ້ແມ່ນຂອງຂັວນ Christmas ຈາກລູກເດີ້ພໍ່ ພໍ່ຣູ້ສືກຜິດກັບເລື່ອງທີ່ເວົ້າບໍ່ດີກັບລູກສາວໄປວານນີ້

 

ແຕ່ຫຼັງຈາກພໍ່ໄດ້ຣັບຂອງຂັວນຈາກລູກສາວແລ້ວແທນທີ່ສິດີໃຈແຫ່ງຢາກຣ້າຍຂື້ນກົ່ວເກົ່າອີກ

 

ພໍ່ໄດ້ແກະກ່ອງຂອງຂັວນອອກປະກົດວ່າບໍ່ມີຫັຍງເລີຍໃນກ່ອງລາວຢາກຣ້າຍລູກສາວສຸດໆ

 

ແລ້ວພໍ່ກໍ່ເວົ້າກັບລູກສາວວ່າ ລູກບໍ່ຣູ້ແທ້ໆບໍ່ວ່າການສິໃຫ້ຂອງຂັວນໃຜຈັກຄົນ

 

ມັນຕ້ອງມີຂອງຂັວນໃນກ່ອງພ້ອມນະ? ລູກສາວໄດ້ແນມໄປເບີ່ງໝ້າພໍ່ແລ້ວບອກພໍ່ວ່າ

 

ມັນບໍ່ແມ່ນກ່ອງເປົ່າໃດຫັ້ນ

 

ລູກເອົາຄວາມຣັກທີ່ມີຕໍ່ພໍ່ໃສ່ເຕັມໃນກ່ອງເລີຍໃດ

 

ພໍ່ຣູ້ສືກຕື້ນຕັນໃຈກັບຄໍາເວົ້າຂອງລູກສາວ7ປີຂອງຕົນເອງ ລາວນັ່ງລົງລະກອດລູກພ້ອມດ້ວຍນໍ້າຕາ

 

ພໍ່ໄດ້ເວົ້າກັບລູກສາວວ່າຍົກໂທດໃຫ້ກັບພໍ່ໄດ້ບໍ່ທີ່ເວົ້າບໍ່ດີກັບລູກ

 

ລູກສາວ:ໂດຍ ລູກຣັກພໍ່ທີ່ສຸດໃນໂລກເລີຍ ລູກບໍ່ເຄີຍຄິດຄຽດໃຫ້ພໍ່ຫລືຊັງພໍ່ເລີຍ

 

ພໍ່ສະບາຍໃຈໄດ້ ພໍ່ເວົ້າຕໍ່ໄປວ່າ:ຊ່າງເປັນວັນ Christmas ທີ່ພິເສດໃນຊີວິດພໍ່ເລີຍກໍ່ວ່າໄດ້

 

ຕໍ່ໄປບໍ່ດົນອຸບັດເຫດກໍ່ໄດ້ເກີດຂື້ນກັບລູກສາວຂອງລາວຈົນເສຍຊີວິດໄປ

 

ຫັລງຈາກນັ້ນມາພໍ່ກໍ່ໄດ້ເກັບກ່ອງຂອງຂັວນສີທອງຂອງລູກສາວໄວ້ຂ້າງຕຽງຕະຫລອດຊີວິດຂອງພໍ່ເລີຍ

 

ລະບໍ່ວ່າພໍ່ຈະເຈີເລື່ອງທີ່ລໍາບາກ ຫລືທໍ້ແທ້

 

ພໍ່ກໍ່ຈະເອົາກ່ອງຂອງຂັວນອອກມາແລ້ວລົມກັບກ່ອງຂອງຂັວນ

 

ມັນປຽບເໝືອນຕົວແທນລູກສາວລາວເອີ້ນວ່າເປັນກ່ອງຂອງຂັວນທີ່ມີຄ່າທີ່ສຸດໃນຊີວິດຂອງລາວກໍ່ວ່າໄດ້

 

ຈົບ alt

        

ກະແຕນ້ອຍ ຂີ້ດື້ alt

 

 

alt

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2008 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ອ່ານລະກາຄິດດີໆ ກ່ອນຈະຕອບຫັຍງພໍ່ກັບແມ່ ເດີ້ພີ່ນ້ອງ alt

 

ມີພໍ່ຕູ້ຄົນໝື່ງ ລົມກັບລູກຊາຍທີ່ກັບມາຢາມບ້ານ ເນື່ອງຈາກແຕ່ງງານອອກໄປ

ເລີຍກັບມາຢາມພໍ່ຢູ່ ບ້ານນອກ

ພໍ່ກໍ່ດີໃຈຫລາຍທີ່ລູກຊາຍມາຢາມ ເລີຍຊວນລູກຊາຍອອກໄປນັ່ງຫຼີ້ນໝ້າບ້ານ

ພໍດີມີງົວຍ່າງຜ່ານມາພໍດີ ພໍ່ເລີຍຖາມລູກວ່າ

ພໍ່:ລູກໆໆ...ແມ່ນຫັຍງຍ່າງກາຍໝ້າພໍ່ໄປກີ້ນີ້

ລູກຊາຍ: ເອາະ...... ງົວນະພໍ່

ຜ່ານໄປປະມານ1-2 ນາທີ ພໍ່ກໍ່ໄດ້ຖາມປະໂຫຍກເກົ່າອີກ

ພໍ່: ລູກໆໆ......ແມ່ນຫັຍງຍ່າງກາຍໝ້າພໍ່ໄປ

ລູກຊາຍ: ງົວນະພໍ່ .........ກາງົວໂຕເກົ່າຫັ້ນລະ

ຜ່ານໄປບໍ່ພໍ 1-2ນາທີພໍ່ກໍ່ໄປຖາມລູກຊາຍປະໂຫຍກເກົ່າອີກ

ພໍ່: ລູກໆໆ......ແມ່ນຫັຍງຍ່າງກາຍໝ້າພໍ່ໄປ

ລູກຊາຍ: ຣູ້ສືກຢາກຣ້າຍແດ່ແລ້ວ ເພາະພໍ່ຖາມແຕ່ແນວເກົ່າ

ລູກຊາຍ: ເຣົາສິບອກພໍ່ເປັນເທື່ອສຸດທ້າຍເດີ້ ລະຢ່າຖາມອີກ

ກາງົວ ໂຕເກົ່າຫັ້ນລະ ພໍ່ນີ້ເຖົ້າແກ່ມາລະກາ ຫູຕາບໍ່ດີເນາະ

ແຖມສະໝອງຍັງເຫຼີເລືອນອີກ ຫາກໍ່ບອກໄປກີ້ນີ້ ລືມລະບໍ່?

ພໍ່: ຍ້ອນຄວາມຢາກລົມກັບລູກຊາຍ ບໍ່ຣູ້ວ່າຈະຖາມຫັຍງ

ກໍ່ຖາມປະໂຫຍກເກົ່າອີກ.........

ພໍ່:ລູກໆໆ...... ແມ່ນຫັຍງຍ່າງກາຍໝ້າພໍ່ໄປກີ້ນີ້

ລູກຊາຍ: ຫ້ວຍ.........ພໍ່ນີ້ເວີ້ຍຊ່າງບໍ່ເຂົ້າໃຈພາສາແທ້ ກາຍັງວ່າໂຕງົວ ໂຕງົວ

ໄປດອກ ບໍ່ລົມນໍາລະ ລໍາຄານແລ້ວລູກຊາຍກໍ່ຍ່າງໝີ ຈາກພໍ່ໄປ

ຈົນຣອດຕອນຄໍ່າວັນດຽວກັນ ເປັນຊ້ວງແລງໆ

ລູກຊາຍບໍ່ເຫັນພໍ່ລົງມາແຕ່ຫ້ອງ ເລີຍຂື້ນໄປຣ້ອງພໍ່ມາກີນເຂົ້າ

ເຄາະປະຕູເອີ້ນ ພໍ່ໆກີນເຂົ້າເດີ້

ປະກົດວ່າບໍ່ໄດ້ຍີນສຽງພໍ່ຕອບຣັບລາວເລີຍໄຂປະຕູເຂົ້າໄປ

ເຫັນພໍ່ກໍາລັງນອນຢູ່ ແລະລາວກໍ່ໄດ້ແນມເຫັນປື້ມຫົວ1

ວາງໄວ້ໝ້າໂຕະຂອງພໍ່ ລາວຄິດແປກໃຈຫລາຍເພາະມັນເກົ່າຫລາຍ

ລາວເລີຍຈັບຂື້ນມາອ່ານ ລາວໄດ້ອ່ານປື້ມບັນທືກຂອງພໍ່ລາວຂຽນໄວ້

ແຕ່ສະໄໝລາວຍັງນ້ອຍໆຢູ່ ພໍ່ລາວຂຽນວ່າມື້ນີ້ເປັນມື້ທີ່ອາກາດດີທີ່ສຸດ

ຂ້ອຍແລະລູກຊາຍໄດ້ພາກັນອອກມານັ່ງຫຼີ້ນຢູ່ໝ້າບ້ານ

ລູກຊາຍຂ້ອຍອາຍຸປະມານ2ປີ ກໍາລັງຣຽນເວົ້າ ໝັາຣັກໝ້າຊັງແທ້ໆ

ພໍດີຕອນນັ້ນມີງົວຍ່າງຜ່ານມາ ລູກຊາຍຖາມຂ້ອຍວ່າ

ລູກຊາຍ: ພໍ່ໆໆ ........ນັ້ນແມ່ນໂຕຫັຍງ?

ພໍ່: ເອາະ..........ງົວນະລູກ

ຜ່ານບໍ່ພໍໄປ1-2ນາທີ ລູກຊາຍກໍ່ຖາມຄໍາຖາມເກົ່າອີກ

ລູກຊາຍ: ພໍ່ໆໆ..... ນັ້ນແມ່ນໂຕຫັຍງ?

ພໍ່: ງົວຕົ່ວຫັ້ນ ລູກ

ລູກໄດ້ແຕ່ຖາມຄໍາຖາມ ເກົ່າໆ ຫລາຍໆໆເທື່ອ

ແຕ່ພໍ່ບໍ່ຣູ້ສືກເບື່ອເລີຍ ກັບຣູ້ສືກດີໃຈຫລາຍ

ແຕ່ມື້ນີ້ ເປັນຄໍາຖາມອັນເກົ່າ ທີ່ຄົນສອງຄົນເຄີຍຖາມເຄີຍຕອບກັນ

ກັບມາຖາມອີກ ແຕ່ປ່ຽນຈາກຜູ້ຕອບມາເປັນຜູ້ຖາມ

ພໍ່ຖາມລູກ ບໍ່ພໍ2-3ເທື່ອ ລູກກາຢາກຣ້າຍແລ້ວ ລັງກຽດຣອດສິລົມກັບພໍ່

ແຕ່ຈັ່ງໃດ ພໍ່ກໍ່ຢາກບອກລູກວ່າ ພໍ່ຣັກລູກທີ່ສຸດໃນໂລກ

ພໍລາວໄດ້ອ່ານປື້ມບັນທືກຈົບ ນ້ຳຕາກໍ່ໄຫຼອອກມາຈາກຕາຂອງລາວທັນທີ

ທັນໃດນັ້ນລາວຄິດຢາກຈະຂໍໂທດພໍ່ ເລື່ອງມື້ສວຍນີ້ ລາວເລີຍວ່າຈະປຸກພໍ່

ໃນຂະນະທີ່ລາວຣູ້ສືກຜິດນັ້ນມັນກໍ່ສາຍໄປແລ້ວ

ພໍ່ຂອງລາວໄດ້ຈາກໂລກນີ້ໄປແລ້ວ ພໍ່ລາວນອນລັບແບບບໍ່ມີມື້ຕື່ນ

ລາວໄດ້ແຕ່ກອດສົບຂອງພໍ່ລາວ ແລ້ວກ່າວຄໍາວ່າ

ພໍ່ໆໆໆໆໆໆ.........ລູກຂໍໂທດ  alt alt alt

 

ຈົບ alt

 

                   ກະແຕນ້ອຍ ຂີ້ດື້ alt


alt
 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

10: ເຫດຜົນທີ່ເຮັດໃຫ້ເຮົາບໍ່ກ້າບອກ

 

 


'Love
 

 

ຄົນທີ່ເຂົາບໍ່ຮັກເຮົາ alt

 

 

1: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເປັນຈຸດຈົບຂອງທຸກຢ່າງ  

 

2: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເຮັດໃຫ້ເຮົາບໍ່ເຫຼືອຮອດຄໍາວ່າເພື່ອນ  

 

3: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເຮັດໃຫ້ເຮົາກັບເຂົາາຮ່າງໄກກັນ  

 

4: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ສິເຮັດໃຫ້ເຮົາເບີ່ງໝ້າກັນບໍ່ຕິດ  

 

5: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເຮັດໃຫ້ເຫຼືອແຕ່ເຮົາພຽງຄົນດຽວ  

 

6: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ສິເຮັດໃຫ້ຝັນຂອງເຮົາບໍ່ມີເຂົາອີກ  

 

7: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເຮັດໃຫ້ເຮົາອ້າງຫ້ວາງຕະຫລອດໄປ  

 

8: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເຮັດໃຫ້ເຮົາເຈີກັບຄວາມຈີງທີ່ໂຫດຮ້າຍ  

 

9: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເຮັດໃຫ້ເຮົາບໍ່ມີເຂົາອີກ  

 

10: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເຮັດໃຫ້ທຸກຢ່າງຈົບດ້ວຍຄວາມເສົ້າalt

 

ຈົບ

 

                   ກະແຕນ້ອຍ ຂີ້ດື້ alt


'Thank
 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ເຈີກັນອີກຕາມເຄີຍກັບມືສະໝັກຫຼີ້ນ alt

 

ມີຄອບຄົວໝື່ງ ມີພໍ່ແມ່ ລູກນ້ອຍອີກ2ຄົນ

ແຕ່ອານິຈາຟ້າຊ່າງບໍ່ເປັນໃຈ ຄອບຄົວກໍາລັງມີຖານະ

ແຕ່ຜູ້ເປັນພໍ່ກັບມາຕາຍຈາກໄປ

ເລີຍຕ້ອງເຣັດໃຫ້ແມ່ ແລະລູກນ້ອຍຕ້ອງສູ້ຊີວິດ

ທຸກຍາກລໍາບາກເພາະຂາດຫົວໝ້າຄອບຄົວ

ແຕ່ແມ່ກໍ່ສູ້ຊົນ ລ້ຽງລູກດີມາຕະຫລອດ

ໝັກກໍ່ເອົາ ເບົາກໍ່ສູ້

 

ສູ້ເພື່ອລູກທີ່ເປັນດວງໃຈ

ລູກນ້ອຍກໍາລັງໝ້າຣັກ ໝ້າຊັງ

ແຕ່ມີມື້ໝື່ງອາກາດຣ້ອນຫລາຍ

ຄ້າຍວ່າຟ້າຈະລົງໂທດໃຜບາງຄົນ

ໃຫ້ໄດ້ຣັບຄວາມເດືອດຣ້ອນ

ໂດຍປົກກະຕິແມ່ຈະໄປຕະຫລາດຊື້ອາຫານມາໃຫ້ລູກນ້ອຍ

ເປັນປະຈໍາ ມື້ນີ້ກໍ່ເຊັ່ນດຽວກັນ

ລູກນ້ອຍທັງສອງນອນພໍດີ

 

ແມ່ໄດ້ອອກໄປຕະຫລາດແລ້ວໃສ່ກຸນແຈເຣືອນໄວ້

ເພື່ອບໍ່ໃຫ້ລູກນ້ອຍອອກໄປນອກບ້ານ

ແມ່ກໍາລັງຊື້ເຄື່ອງຢູ່ຕະຫລາດທີ່ບໍ່ໄກຈາກເຣືອນປານໃດ

ທັນໄດ້ນັ້ນໄດ້ຍີນສຽງລົດດັບເພີງ ບີບແກ

ສົ່ງສັນຍານວ່າເກີດໄຟໄໝ້ ຄົນໃນຕະຫລາດບາງຄົນ

ກໍ່ຣ້ອງວ່າ ໄຟໄໝ້ ໄຟໄໝ້.............

ແມ່ຍັງຊື້ເຄື່ອງຢູ່ ຈົນມີຄົນມາບອກວ່າ

ໄຟໄໝ້ແຖວເຣືອນເຈົ້າແລ້ວ......

ພໍໄດ້ຍີນແຕ່ຊໍ່ານັ້ນລະ ແມ່ເຖີງກັບຖີ້ມກະຕ່າເຄື່ອງ

ພ້ອມດ້ວຍກະເປົາເງີນໂດຍບໍ່ຄິດເຖີງອັນໃດເລີຍ

ຄິດແຕ່ວ່າ ລູກໆ ....ລູກຂ້ອຍ......

ລາວອຸທານອອກມາ ລູກແມ່ເປັນແນວໃດ?

ເທວະດາເອີ້ຍຍ ຂໍຢ່າໃຫ້ໄຟໄໝ້ມາຣອດເຣຶອນຜູ້ຂ້າເດີ້..

ແຕ່ຄວາມໄວຂອງໄຟໄດ້ລາມມາຣອດເຣືອນຂອງລາວ

ເພາະວ່າເປັນມື້ທີ່ມີລົມແຣງ

ແມ່ເພີ່ນແລ່ນ ເອົາແທ້ເອົາວ່າ ໂດຍບໍ່ຄິດຫາຊີວິດໂຕເອງເລີຍ

ເພາະໃນໃຈເປັນຫ່ວງແຕ່ລູກສອງຄົນ

ຣ້ອງຫາແຕ່ວ່າ ລູກໆ ລູກໆ...

ໃນຂະນະນັ້ນເອງ ໄຟເລີ້ມໄໝ້ແຣງຂື້ນແລ້ວ

ໝ່ວຍດັບເພີງບໍ່ກ້າເຂົ້າໄປໃນເຣືອນ

ແຕ່ແມ່ບໍ່ໄດ້ຄິດຢ້ານຈັກໝ້ອຍ ບອກໝ່ວຍດັບເພີງວ່າ

ປ່ອຍຂ້ອຍເຂົ້າໄປ ປ່ອຍຂ້ອຍເຂົ້າໄປ

ລູກຂ້ອຍຢູ່ໃນເຣືອນຫັ້ນ ຣື້ໆໆໆໆໆໆລູກ ໆ alt

ເປັນແນວໃດແລ້ວລູກແມ່................ທັງຣ້ອງທັງໃຫ້

ລາວບໍ່ຍອມຟັງໝ່ວຍດັບເພີງລາວຕັດສີນໃຈແລ່ນເຂົ້າໄປໃນເພີງໄຟ

ທີ່ກໍາລັງລຸກໄໝ້ຢ່າງແຣງໂດຍບໍ່ຄິດວ່າໂຕຈະເປັນຫລືຕາຍ

ເພື່ອຈະເຂົ້າໄປຊ່ອຍລູກນ້ອຍ

ເຂົ້າໄປແລ້ວເຫັນລູກນ້ອຍທັງສອງຄົນນັ່ງກອດກັນຢູ່

ເພື່ອລໍຖ້າການຊ່ວຍເຫຼືອ ລາວຟ້າວໂດດຜ່ານກອງໄຟທີ່ຣ້ອນແຣງ

ເຂົ້າໄປໂອບກອດລູກໄວ້ ໃນຂະນະທີ່ທັງສາມຄົນຈະອອກມາຈາກ

ກອງໄຟທີ່ກໍາລັງລຸກແຣງຢູ່ນັ້ນ ປະກົດວ່າມີໄມ້ເຣືອນທີ່ຖືກໄໝ້ຕົກມາໃສ່ຫັລງແມ່ພໍດີ

ປານນັ້ນແມ່ຍັງບໍ່ຣູ້ສືກເຈັບປວດເລີຍ ລາວກອດລູກໄວ້ເພື່ອບໍ່ໃຫ້ລູກຖືກໄຟ

ໂຕເອງສິຕາຍແມ່ກໍ່ບໍ່ເສຍດາຍຊີວິດ ຄິດຢູ່ຢ່າງດຽວວ່າຕ້ອງຊ່ອຍລູກໃຫ້ປອດໄພ

ພໍແມ່ພາລູກອອກມານອກໄດ້ດ້ວຍຄວາມປອດໄພ ພາຍຫັລງນັ້ນແມ່ກໍ່ໄດ້ໝົດສະຕິໄປ

ເພາະຖືກໄມ້ທີ່ມີໄຟຕົກໃສ່ ແລະຍັງໄດ້ດົມຄັວນໄຟອີກ ຈື່ງເຣັດໃຫ້ແມ່ໝົດສະຕິໄປທັນທີ

ເຫຼືອແຕ່ລູກນ້ອຍ ນັ່ງໃຫ້ຢູ່ຂ້າງໆໆໆໆ

ພໍດີໝ່ວຍດັບເພີງເຂົ້າມາຊ່ອຍ ແລ້ວພາໄປສົ່ງໂຣງໝໍ

ປະມານຊົ່ວໂມງແມ່ກໍ່ໄດ້ສະຕິ ຫັລງຈາກໄດ້ສະຕິ

ຄໍາແລກທີ່ແມ່ອອກປາກຄື ລູກໆໆ ລູກໆໆໆ...

ລູກຂ້ອຍເດະໄປໃສແລ້ວ ປອດໄພບໍ່?

ລູກນ້ອຍທັງສອງຄົນກໍ່ຢູ່ຂ້າງໆ ແລ່ນເຂົ້າໄປກອດແມ່

ດ້ວຍນ້ຳຕາທີ່ດີໃຈ ແມ່ໆໆໆ ແມ່ໆໆໆalt

ຜູ້ເປັນແມ່ ລູກໆໆໆ ລູກຂອງແມ່ປອດໄພແລ້ວ...

ຂອບໃຈເທວະດາ ແທ້ໆທີ່ຣັກສາລູກແມ່ໃຫ້ປອດໄພ

ເວລາຜ່ານໄປຫລາຍປີ ລູກທັງສອງກໍ່ຣຽນຈົບ

ແລະເບີ່ງແຍງແມ່ ເປັນຢ່າງດີ ...

ຈົບ alt

 

ກະແຕນ້ອຍ ຂີ້ດື້ alt


'Thank
 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 4, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ນັກຂຽນສະໝັກຫຼີ້ນມາອີກລະເດີ້ ພີ່ນ້ອງalt

ໃນໝູ່ບ້ານແຫ່ງໝື່ງ ມີສອງແມ່ລູກອາໃສຢູ່ນໍາກັນ

ເຊີ່ງແມ່ກໍ່ເຖົ້າແກ່ຫລາຍແລ້ວ ລູກຊາຍກໍ່ດູແລແມ່ມາດົນພໍສົມຄວນ

 

ແຕ່ລ້ຽງໄປໄດ້ໄລຍະ1 ຈື່ງຄິດເບື່ອໝ່າຍ

ເພາະແມ່ລາວ ໄປມາກໍ່ຍາກແລ້ວ ຍ້ອນຄວາມແກ່ສະລາຕ້ອງອາໃສລາວ

ບໍ່ວ່າຈະໄປໃສມາໃສ ລວມທັງເຂົ້າຫ້ອງນ້ຳ ທຸກໆຢ່າງ

ລາວໄດ້ແຕ່ຄິດວ່າ ເປັນຫັຍງແມ່ໂຕເອງຈື່ງເປັນແບບນີ້

ແມ່ຄົນອື່ນບໍ່ເຫັນເຂົາຈະເປັນແບບນີ້

ໄດ້ແຕ່ຕັ້ງຄໍາຖາມກັບຕົວເອງ

ລາວຄິດວ່າຈະເຣັດແນວໃດດີ ຈື່ງຈະບໍ່ໄດ້ລ້ຽງແມ່ຕໍ່ໄປອີກ

ບໍ່ວ່າແມ່ຈະເວົ້າຫັຍງບອກຫັຍງລາວກໍ່ບໍ່ຟັງແລ້ວ

ເພາະໃນໃຈລາວຄິດວ່າປານໃດສິຕາຍຫຸ ຢູ່ກາລໍາບາກລູກເຕົ້າ

ຫລາຍເດືອນຜ່ານໄປລາວຄິດຫາວິທີອອກວ່າ

ຈະເຣັດແບບໃດທີ່ຈະບໍ່ເປັນພາລະໃນການລ້ຽງແມ່ຕໍ່ໄປອີກ

ເຊົ້າຕໍ່ມາລາວຊວນແມ່ວ່າ ໄປແມ່ໆລູກສິພາໄປຫຼີ້ນໃນປ່າ

ແຕ່ໃນຄວາມເປັນຈີງມັນບໍ່ເປັນແບບລາວເວົ້າເລີຍ

ລາວຄິດຈະເອົາແມ່ໄປປ່ອຍປ່າເພື່ອໝີປັນຫາ

ຫັລງຈາກນັ້ນລາວກໍ່ແບກແມ່ໃສ່ຫັລງແລ້ວກໍ່ຍ່າງເຂົ້າປ່າໄປ

ລາວພາແມ່ເຂົ້າປ່າໄກພໍສົມຄວນລາວກໍ່ວາງແມ່ລົງ

ແມ່ ແມ່ ຖ້າລູກຢູ່ນີ້ເດີ້ ດຽວລູກມາຣັບລູກລືມເຄື່ອງ

ແຕ່ໃນຂະນະນັ້ນແມ່ເຂົ້າໃຈແລ້ວວ່າ ລູກຊາຍຕັ້ງໃຈເອົາແມ່ມາປະໄວ້ໃນປ່າ

ແມ່ກໍ່ບໍ່ປາກບໍ່ຕີງ ເພາະຄິດເຫັນໃຈລູກຊາຍທີ່ຕ້ອງເບີ່ງແຍງໂຕ

ໃນຂະນະທີ່ລູກຊາຍ ຍ່າງຫັນຫັລງກັບບ້ານນັ້ນ ແມ່ໄດ້ຣ້ອງໃສ່ລູກຊາຍວ່າ

ລູກໆ ລູກໆ ລູກໆເອີ້ຍ.........ແຕ່ລູກກໍ່ບໍ່ຍອມຟັງສຽງແມ່ເລີຍ

ລູກເອີ້ຍຍ..................

ໄປຕາມທາງທີ່ແມ່ ຫັກໄມ້ໄວ້ຫັ້ນເດີ້ຈື່ງບໍ່ຫົລງທາງກັບບ້ານ......

ພໍລາວກັບບ້ານໄດ້ໄລຍະ1 ລາວກໍ່ບັງເອີນໄດ້ໄປເຫັນ ຈ.ມ

ທີ່ແມ່ລາວຂຽນໄວ້ ວ່າເຖີງລູກຣັກຂອງແມ່ເອີ້ຍຍ

ລູກຊ່າງເປັນລູກທີ່ດີຂອງແມ່ແທ້ໆ ເຣັດທຸກຢ່າງເພື່ອແມ່

ແມ່ຄົນອື່ນຫັ້ນເຫັນແຕ່ເຂົາເຣັດເພື່ອລູກ ແຕ່ລູກຂອງແມ່ ກັບເຣັດເພື່ອແມ່

ແມ່ຕ້ອງຂອບໃຈລູກຫລາຍໆໆ ຖ້າມື້ໃດແມ່ໄປສະຫັວນຫາພໍ່ໂຕລະ

ແມ່ ຈະໄດ້ເລົ່າເລື່ອງລູກຂອງແມ່ໃຫ້ຄົນຢູ່ສະຫັວນໄດ້ຟັງ

ແມ່ລັບລອງວ່າ ໃຜໆກໍ່ຕ້ອງອິດສາແມ່ ທີ່ແມ່ມີລູກດີແບບລູກນີ້

ຂອບໃຈລູກຫລາຍໆ.....

ພໍລາວອ່ານ ຈ.ມ ຂອງແມ່ຈົບລາວກໍ່ຄິດຫາແມ່

ໂອ໋ ຕາຍລະ....ກູເຣັດຫັຍງກັບແມ່ຂອງກູ

ລາວຟ້າວແລ່ນກັບຄືນເພື່ອຈະໄປຣັບແມ່ກັບບ້ານ

ແຕ່ມັນກໍ່ສາຍໄປແລ້ວ ຍ້ອນອາກາດທີ່ໝາວ

ແມ່ກໍ່ໄດ້ໝົດລົມຫາຍໃຈກ່ອນລາວຈະໄປເຖີງ

ລາວໄດ້ແຕ່ນັ່ງກອດສົບຂອງແມ່ ພ້ອມກັບນຳ້ຕາ

ກູຂ້າແມ່ ກູຂ້າແມ່ ແມ່ ຕື່ນໆໆ ກັບບ້ານເຣົາ ກັບບ້ານເຣົາ

 

ລູກມາຣັບແມ່ກັບບ້ານແລ້ວ.......

ຣື້ໆໆໆໆໆໆໆໆໆໆໆ alt

 

 

ຈົບ

 

             ຂຽນໂດຍ: ກະແຕນ້ອຍ ຂີ້ດື້ alt


'Thank
 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 2, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມືສະໝັກຫຼີ້ນມາອີກແລ້ວ alt

 

ໃນທຸກໆປີເປັນເລື່ອງປົກກະຕິທີ່ ບ່າວ

ສາວຕ້ອງແລກຂອງຂັວນກັນຫລືວ່າບອກຣັກກັນຕາມພາສາຄົນຣັກກັນ

 

"ໃນວັນແຫ່ງຄາວມຣັກ"

 

ປີນີ້ກໍ່ເຊັ່ນດຽວກັນ ຊາຍໝຸ່ມຄົນ1ລາວກໍ່ໄດ້ຣັບຂອງຂັວນຈາກແຟນລາວ

ແລະຍັງໄດ້ຟັງຄໍາບອກຣັກຈາກແຟນສາວອີກ

 

ແລະເຊັ່ນດຽວກັນລາວກໍ່ໄດ້ຕຽມຂອງຂັວນໃຫ້ແຟນສາວລາວເຊັ່ນດຽວກັນນັ້ນກໍ່ຄືຜ້າຂົນໝູ ທີ່ໝ້າຣັກ

 

ເຊົ້າວັນນັ້ນເອງ ລາວກໍ່ໄດ້ໂທໄປຫາແຟນສາວ ບອກຣັກບອກຄິດຣອດຕາມພາສາ ບ່າວ ສາວ

 

ແລະໄດ້ວາງຜ້າເສັດໝ້າທີ່ວ່າຈະເອົາໄປເປັນຂອງຂັວນໃຫ້ແຟນໄວ້ໝ້າໂຕະ ພ້ອມດ້ວຍ ຈ.ມ ບອກຣັກ

 

ຫລັງຈາກນັ້ນຊາຍໝຸ່ມຄົນນັ້ນກໍ່ຍ່າງອອກມາໝ້າບ້ານເພື່ອຈະມາກຽມລົດອອກໄປຫາຜູ້ສາວ

 

ທັນໃດນັ້ນພໍ່ກໍ່ຍ່າງອອກມາໝ້າບ້ານພ້ອມດ້ວຍຜ້າຂົນໝູ

 

ຂອງລາວທີ່ຕຽມໄວ້ເປັນຂອງຂັວນວັນແຫ່ງຄວາມຣັກໃຫ້ຜູ້ສາວ

 

ແລະພ້ອມດ້ວຍຄໍາເວົ້າທີ່ວ່າ ລູກເອີ້ຍ ລູກເອີ້ຍຍ ພໍ່ຂໍໂທດ ພໍ່ຂໍໂທດໆໆໆ

 

ຜ້າຂົນໝູລູກໄດ້ເປື້ອນໝ້ອຍ1ແລ້ວ

 

ລູກຊາຍ:ໂອ໋......!!!?ພໍ່ເຣັດຫັຍງແນວນີ້ ຄືບໍ່ເບີ່ງໃຫ້ຄັກໆກ່ອນເນາະ

 

ຜ້າຂົນໝູນີ້ ລູກກຽມໄວ້ໃຫ້ແຟນເປັນຂອງຂັວນ ວັນແຫ່ງຄວາມຣັກໃດ alt

 

ພໍ່ຂໍໂທດລູກ...............ພໍ່ຂໍໂທດໆໆໆໆໆ

 

ລູກຊາຍ: ຂໍໂທດລະໄດ້ຫັຍງ ເປື້ອນປານນີ້ແລ້ວ ຈະເຣັດແນວໃດລະບາດນີ້?

 

ບໍ່ເປັນຫັຍງ ພໍ່ສິຊັກໃຫ້ ຜ້າຂົນໝູໄດ້ເປື້ອນເລືອດໝ້ອຍ1 ແຕ່ລາວກໍ່ຢາກຣ້າຍໃຫ້ພໍ່

 

ຢ່າງແຣງ ໂດຍບໍ່ຖາມວ່າແມ່ນເລືອດໃຜ ຫລືວ່າໃຜເປັນຫັຍງເລີຍໆໆໆ

 

ໄດ້ແຕ່ຣ້າຍພໍ່ແນວນັ້ນ ແນວນີ້ ໂດຍບໍ່ຄິດຈະຖາມຫັຍງກັບທີ່ມາທີ່ໄປຂອງເລືອດ

 

ທີ່ຕິດຜ້າຂົນໝູນັ້ນເລີຍ ລາວໃຊ້ແຕ່ອາລົມກັບພໍ່

 

ພໍ່ກໍ່ບໍ່ໄດ້ເວົ້າຫັຍງ ໄດ້ແຕ່ກົ້ມໝ້າແລ້ວກໍ່ເວົ້າວ່າ ພໍ່ຂໍໂທດລູກ ພໍ່ຂໍໂທດລູກ

 

ຫັລງຈາກນັ້ນລາວກໍ່ເຂົ້າຫ້ອງປິດປະຕູໃສ່ລ໋ອກ ບໍ່ຍອມລົມກັບພໍ່ແລະແມ່

 

ເຂົ້າກໍ່ບໍ່ຍອມລົງມາກີນເລີຍ ພໍ່ແມ່ ເປັນຫ່ວງຫລາຍເຄາະປະຕູກໍ່ບໍ່ຍອມອອກມາ

 

ພໍ່ຈື່ງໄດ້ບອກແມ່ ເອົາອາຫານຂື້ນໄປໃຫ້ລູກກີນຢູ່ເທີງຫ້ອງຊະ ອີ່ຕົນລາວບໍ່ໄດ້ກີນຫັຍງໝົດມື້ແລ້ວ

 

ແລງມື້ນັ້ນເອງ ລາວໄດ້ສັງເກດເຫັນວ່າແມ່ ມີນ້ຳຕາ

 

ພ້ອມດ້ວຍອາຫານ 

 

ທີ່ເອົາຂື້ນມາໃຫ້ລາວ

 

ລາວຍອມອອກມາຈາກຫ້ອງ ແລ້ວກໍ່ຍ່າງໄປທີ່ໝ້ອງຊັກຜ້າແລ້ວກໍ່ປະກົດເຫັນວ່າ

 

ມີເສື້ອຜ້າຫລາຍຜືນແລະປະກົດເຫັນຜ້ານ້ອຍທີ່ມີເລືອດຕິດຢູ່

 

ລາວເລີຍຄິດໄດ້ວ່າ ຢາກຂໍໂທດພໍ່ ພໍ່ອາດບໍ່ສະບາຍເຈັບໝ້ອງໃດໝ້ອງໝື່ງ

 

ເລືອດພໍ່ຈື່ງອອກ ເລີຍຢາກຂໍໂທດພໍ່ ທັນໃດນັ້ນເອງ

 

ແມ່ລາວໄດ້ແລ່ນອອກມາດ້ວຍສີໝ້າອັນຕື່ນ ຕົກໃຈແລ້ວມາກອດລາວໄວ້

 

ກັບຄໍາເວົ້າທີ່ວ່າ ລູກເອີ້ຍຍຍ.....ພໍ່ ໆໆໆໆ ພໍ່ຂອງເຈົ້າ...

 

ລູກຊາຍ: ແມ່ ພໍ່ເປັນຫັຍງ..!!!!!!!!!???????????

 

ພໍ່ຂອງເຈົ້າ ເສຍຍຍຍຍຍຍແລ້ວ

 

ລາວເວົ້າຫັຍງບໍ່ອອກເລີຍໆໆ ຕໍ່ມາແມ່ກໍ່ເລົ່າເຫດການໃຫ້ຟັງວ່າ

 

ພໍ່ເປັນໂລກຕິດເຊື້ອ ແຕ່ດົນແລ້ວ ເວລາຈາມຫລືໄອຈະມີເລືອດອອກ

 

ພໍ່ແນມບໍ່ເຫັນຜ້າຂົນໝູຂອງລູກທີ່ວາງໄວ້ເລີຍຈາມອອກ ເລືອດເລີຍຟົ້ງ

 

ຕິດຜ້າຂົນໝູຂອງລູກ ພໍ່ເປັນຫ່ວງຢ້ານລູກເສຍໃຈເລີຍເອົາໄປຊັກ

 

ແຕ່ເລືອດກໍ່ຊັກອອກບໍ່ໝົດ ແຕ່ພໍ່ກໍ່ບອກແມ່ວ່າຫ້າມບອກລູກເດີ້

 

ກ່ຽວກັບເລື່ອງທີ່ພໍ່ບໍ່ສະບາຍ ບໍ່ຢາກໃຫ້ລູກເປັນຫ່ວງ

 

ແລະກາຢາກໃຫ້ລູກໄດ້ໄປພົບແຟນ

 

ພໍ່ບໍ່ຢາກເຫັນລູກເສຍໃຈ

 

ທີ່ຈະພາດໂອກາດໄດ້ບອກຣັກແຟນສາວ ໃນວັນແຫ່ງຄວາມຣັກ

 

ພໍ່ສັ່ງແມ່ໄວ້ວ່າ ພໍ່ໄດ້ຊັກຜ້າຂົນໝູໃຫ້ລູກແລ້ວ ແຕ່ມັນກໍ່ແຫ້ງບໍ່ທັນ

 

ແຖມເລືອດກໍ່ຍັງຊັກບໍ່ອອກໝົດອີກ ແຕ່ພໍ່ກໍ່ຍັງໄດ້ສັ່ງຄວາມວ່າ

 

ພໍ່ເຣັດດີທີ່ສຸດແລ້ວ ຫລັງຈາກທີ່ລາວໄດ້ຟັງເລື່ອງຈາກແມ່ຈົບແລ້ວ

 

ລາວທັງຂຸເຂົ່າກອດແມ່ທັງໃຫ້ ເສຍໃຈທີ່ໄດ້ເວົ້າໃຫ້ພໍ່ແບບນັ້ນ

 

ເສຍດາຍລູກບໍ່ຄິດຈະເອົາຫັຍງໃຫ້ ພໍ່ແລະແມ່ໃນວັນແຫ່ງຄວາມຣັກເລີຍ

 

ລູກກັບໄປຄິດຫາສາວຫລາຍກົ່ວ ຣື້ໆໆໆໆໆໆalt

 

ລູກມັນບໍ່ດີ ລູກມັນຊົ່ວ

 

ມັນຊ່າງເປັນວັນແຫ່ງຄວາມຣັກ ທີ່ລູກບໍ່ຢາກຈົດຈໍາ

 

ແລະລູກຢາກບອກພໍ່ວ່າ ພໍ່ ລູກຂໍໂທດໆໆໆໆໆໆໆໆໆໆໆໆ

 

 

ຈົບ alt

 

 ຂຽນໂດຍ: ກະແຕນ້ອຍ ຂີ້ດື້

 

 

MyHotComments.com

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2008 | ມີ 26 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ມືໃຫ່ມເດີ້ພີ່ນ້ອງຜິດພາດໝ້ອງໃດກໍ່ຕິຊົມແນ່ alt

 

ມີໝູ່ບ້ານແຫ່ງໝື່ງມີຜົວກັບເມຍອາໃສຢູ່ ທັງສອງແຕ່ງງານກັນມາດົນນານພໍສົມຄວນແຕ່ບໍ່ມີລູກນໍາເພີ່ນຈັກເທື່ອ ທັງສອງລຸງປ້າ ເປັນຄົນທີ່ຣັກເດັກນ້ອຍຫລາຍຢາກໄດ້ລູກແຣງທັງຜົວທັງເມຍ ແຕ່ງງານກັນມາເປັນ10ໆປີ ຈື່ງໄດ້ລູກຊາຍຊື່ທ້າວແອນ້ອຍ”ນາມສົມມຸດ”ທັງສອງ ທັງຣັກທັງຖະນຸຖະໝອມທ້າວແອນ້ອຍເປັນຢ່າງດີ ທ້າວແອນ້ອຍເປັນເດັກນ້ອຍທີ່ມີຄວາມສຸກຄົນໝື່ງ ທີ່ພໍ່ແມ່ ໃຫ້ຄວນຣັກມາຕະລອດ ຫລາຍປີຕໍ່ມາພໍ່ແມ່ກໍ່ເລີ້ມເຖົ້າແກ່ລົງ ສ່ວນທ້າວແອນ້ອຍກໍ່ໃຫ່ຍເປັນບ່າວ ມີມື້ໝື່ງພໍ່ຂອງທ້າວແອນ້ອຍຂາກັບຈາກເລີກວຽກໄດ້ເກີດອຸບັດເຫດເຣັດໃຫ້ພໍ່ຂອງທ້າວແອນ້ອຍເສຍຊີວິດໃນອຸບັດເຫດຄັ້ງນັ້ນ ເມື່ອຂາດຫົວໝ້າຄອບຄົວຄືຜູ້ເປັນພໍ່ທັງແມ່ແລະທ້າວແອນ້ອຍ ກໍ່ກີນຢູ່ ແບບຂາດໆເຂີນໆ ບໍ່ໄດ້ກີນດີຄືແບບຕອນພໍ່ຢູ່ ຕໍ່ມາຫລາຍປີແມ່ກໍ່ເຖົ້າສະລາລົງ ທ້າວແອນ້ອຍກໍ່ໃຫ່ຍເຕັມບ່າວ ລາວເບື່ອການຄອງຊີບແບບນີ້ແບບທຸກໆຍາກໆຍ້ອນຄວາມທີ່ເປັນບ່າວລາວກໍ່ເລີ້ມບໍ່ຟັງຄວາມແມ່ ຄືຜ່ານໆມາລາວມັກຈະເວົ້າໃຫ້ແມ່ວ່າເກີດເຣົາມາຫັຍງ ເກີດມາລະໃຫ້ມາທຸກໆຍາກໆບໍ່ມີຄວາມສຸກແບບນີ້ ລາວເວົ້າແບບບໍ່ສົນວ່າແມ່ຈະຄິດແບບໃດ ຈະເສຍໃຈຊໍ່າໃດ ຍ້ອນຄວາມທີ່ແມ່ຣັກລູກມີໝ້ອຍກາໃຫ້ລູກກີນ ຕົວະລູກວ່າແມ່ບໍ່ຢາກ ບໍ່ຊັ້ນກະກາວ່າແມ່ອີ່ມລະ ເພາະຢາກໃຫ້ລູກໄດ້ກີນໃຫ້ອີ່ມ

ທັງໆທີ່ແມ່ບໍ່ໄດ້ກີນເຂົ້າມາ 2-3ມື້ຕິດຕໍ່ກັນ ທ້າວແອນ້ອຍລາວກໍ່ເລີ້ມເບື່ອຊີວິດແບບນີ້ເຕັມທີຫລາຍມື້ຜ່ານໄປລາວໄດ້ຍີນຄົນໃນໝູ່ບ້ານລົມກັນວ່າ ຢູ່ເທີງພູມີໝໍເທວະດາ ຂໍຫັຍງແມ່ນໄດ້ໝົດ ຍ້ອນຄວາມຢາກໄດ້ຂອງລາວ ລາວກໍ່ລັກອອກບ້ານໄປໂດຍບໍ່ໄດ້ບອກແມ່ຈັກຄໍາ ແມ່ຜູ້ຖ້າຢູ່ບ້ານກໍ່ເປັນຫ່ວງເພາະລູກຊາຍບໍ່ເຄີຍເຣັດໂຕແບບນີ້ຈັກເທື່ອ ໄດ້ແຕ່ຄິດຣອດລູກ ເປັນຫ່ວງລູກອາກາດກໍ່ໝາວ ຈະໄດ້ກີນຫັຍງແລ້ວບໍ່ ?ຈະເປັນຈະຕາຍຈັ່ງໃດ ໄດ້ແຕ່ຕັ້ງຄໍາຖາມກັບໂຕເອງ ທ້າວແອນ້ອຍລາວພະຍາຍາມຕັ້ງໝ້າຕັ້ງຕາຍ່າງຂື້ນພູໝ່ວຍນັ້ນເພື່ອຈະໄປຫາໝໍເທວະດາເພື່ອຈະໄດ້ຂໍສີ່ງທີ່ຕົວເອງຕ້ອງການ ທັງໝາວທັງຫີວເຂົ້າ ຍ່າງ2ມື້ຕິດຕໍ່ກັນພໍລາວໄປຣອດໝໍເທວະດາ ລາວກໍ່ບໍ່ລໍຖ້າລະ ຂໍສີ່ງທີ່ຢາກໄດ້ກັບໝໍທັນທີ ພໍແຕ່ໝໍເທວະດາເຫັນໝ້າລາວກໍ່ຣູ້ລະວ່າລາວຢາກໄດ້ຫັຍງ ໝໍເທວະດາເລີຍຖາມວ່າເວົ້າມາດຸໂຕຢາກໄດ້ຫັຍງ ລາວກໍ່ເວົ້າທຸກຢ່າງທີ່ລາວຢາກໄດ້ ບໍ່ພໍທໍ່ໃດ ໝໍກໍ່ຕັດບົດລາວວ່າມື້ນີ້ໃຫ້ເຈົ້າກັບບ້ານກ່ອນສະ ດຽວມັນແຫ່ງສິຄໍ່າສິມືດກ່ອນນີ້ ສິກັບຍາກ ທ້າວແອນ້ອຍຢາກຣ້າຍສຸດໆໆວ່າເປັນຫັຍງໝໍເທວະດາຄືເວົ້າແບບນີ້ ແຖມບໍ່ເຫັນຈະໃຫ້ຫັຍງຄືຄໍາເລົ່າລືເລີຍ ໝໍໄດ້ເວົ້າກັບລາວວ່າເຈົ້າມີແນວທີ່ດີທີ່ສຸດ ແລະວິເສດທີ່ສຸດໃນບ້ານລະເຈົ້າຍັງຢາກໄດ້ຫັຍງອີກ ຫລາຍໆຄົນຍັງບໍ່ມີຄືເຈົ້າເລີຍ ທ້າວແອນ້ອຍກໍ່ຄິດຄົນດຽວວ່າມີຫັຍງວິເສດ ຄືບໍ່ເຫັນສິມີຫັຍງມີແຕ່ ບ້ານເກົ່າໆເຄື່ອງໃຊ້ໂຊມໆ ນອກນັ້ນກໍ່ບໍ່ມີຫັຍງ ລະຂອງວິເສດທີ່ໝໍໝາຍເຖີງນັ້ນມັນຢູ່ໃສ? ຂອງດີອີ່ຫັຍງທີ່ຂະນ້ອຍມີນະ ໃສບອກມາເບີ່ງດຸ?ໝໍກໍ່ໄດ້ເວົ້າວ່າ ໃຫ້ເຈົ້າກັບບ້ານໄປເຈົ້າຈະເຫັນຜູ້ເຖົ້າຜູ້1 ໃສ່ເສື້ອເກົ່າໆ ກະດຸມເສື້ອບໍ່ຕົງກັນ ໃສ່ເກີບຄົນລະກີ່ງນັ້ນລະແມ່ນຂອງວິເສດທີ່ສຸດໃນຊີວິດເຈົ້ານະ

ທ້າວແອນ້ອຍທັງຢາກຣ້າຍທັງປະສົມກັບຄວາມຫີວເຂົ້າ ຍ່າງກັບບ້ານທັງໝາວສັ່ນ ຕອນທີ່ລາວຍ່າງຣອດໝ້າບ້ານແມ່ລາວກໍ່ຄິດວ່າແມ່ນລູກຊາຍກັບມາບ້ານແລ້ວຫີບຟ້າວຢີບເສື້ອກັນໝາວມານຸ່ງດ້ວຍຄວາມຟ້າວກະດຸມກໍ່ໃສ່ບໍ່ຖືກກັນ ແລະດ້ວຍຄວາມຟ້າວເກີບກໍ່ໃສ່ຄົນລະກີ່ງຫີບຟ້າວເປີດປະຕູໃຫ້ລູກຊາຍ

ແມ່:ຈັ່ງໃດ ຫີວເຂົ້າບໍ່ ໝາວບໍ່!? ມາໆເຂົ້າມາທາງໃນລ້າງມືກີນເຂົ້າກີນນໍ້າກ່ອນມາລູກມາ ໂດຍທີ່ແມ່ບໍ່ຖາມວ່າຫາຍໄປໃສມາລະກາບໍ່ຣ້າຍຈັກຄໍາ ທ້າວແອນ້ອຍແນມເບີ່ງແມ່ ແລະຄິດເຫັນຄໍາເວົ້າຂອງໝໍເທວະດາວ່າ ຄົນແລກທີ່ເຈົ້າຈະເຈີເປັນຜູ້ເຖົ້າ ນຸ່ງເຄື່ອງເກົ່າໆ ໃສ່ກະດຸມເສື້ອບໍ່ຕົງກັນ ເກີບຄົນລະກີ່ງນັ້ນລະຂອງພິເສດທີ່ສຸດໃນຊີວິດນະ ລາວຄິດໄດ້ຊໍ່ານັ້ນລາວກໍ່ນັ່ງລົງ ກາບຕີນແມ່ທັນທີ ພ້ອມດ້ວຍນໍ້າຕາalt ໂອ໋ ທີ່ແທ້ຂອງວິເສດທີ່ສຸດໃນຊີວິດເຣົາກໍ່ແມ່ນ ແມ່ນີ້ເອງເນາະ ແມ່ເປັນຫ່ວງລູກ ເຣັດເພຶ່ອລູກ ເປັນຫັຍງລູກຄືແນມບໍ່ເຫັນ ຖ້າລູກບໍ່ໄປຫາໝໍເທວະດາລູກກາຄືຈະບໍ່ຣູ້ ທັງເວົ້າທັງໃຫ້ ລາວສັນຍາກັບແມ່ວ່າ ຕໍ່ຈາກນີ້ໄປລູກຈະເປັນລູກທີ່ດີຂອງແມ່ ຟັງຄວາມແມ່ ແມ່ລາວກໍ່ງົງວ່າລູກເປັນຫັຍງ ເປັນຫັຍງ ຫລັງຈາກນັ້ນທັງສອງກໍ່ນັ່ງກີນເຂົ້ານໍາກັນແບບມີຄວາມສຸກ ລະຫັລງຈາກນັ້ນມາທ້າວແອນ້ອຍກໍ່ເປັນລູກທີ່ດີຂອງແມ່ ຈົບ

 

 

ແຕ່ງໂດຍ: ກະແຕນ້ອຍ ຂີ້ດື້ alt


Thanks Comments
 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໄດອາຣີ້ນີ້ຢາກເຕືອນໃຫ້ເພື່ອນໆທຸກໆຄົນບໍ່ວ່າຈະຢູ່ໄກ້ຫລືໄກ

 

ພໍ່ແມ່ບໍ່ຄວນຄິດແບບໃນຕົວລະຄອນເລື່ອງນີ້ບໍ່ຄວນເຫັນແຟນສໍາຄັນກົ່ວພໍ່ແມ່.

 

ຂ້ອຍບໍ່ຣູ້ວ່າຈະເລົ່າໄດ້ຊໍ່າໃດແຕ່ຈັ່ງໃດກາສິພະຍາຍາມເລົ່າສຸດຄວາມສາມາດ

 

ເຊົ້າມື້ນີ້ເອງຂ້ອຍແລະຫມູ່ຂອງຂ້ອຍອີກ33ຊີວິດໄດ້ຟັງເລື່ອງນີ້ຈາກອາຈານໃນຫ້ອງຣຽນຂອງຂ້ອຍ ເຂົ້າເລື່ອງເລີຍບາດນີ້.

 

ມີໄວລູ້ນຄົນໝື່ງລາວໄດ້ຈາກປະເທດ ພໍ່ແມ່ເອື້ອຍອ້າຍນ້ອງໄປຣຽນຕໍ່ຢູ່ຕ່າງປະເທດ

 

ລາວໄດ້ໄປພົບຣັກຢູ່ຫັ້ນ ຕາມພາສາໄວລູ້ນແຕ່ລະມື້ກໍ່ລົມໂທລະສັບກັນເປັນເວລາຫລາຍໆຊ/ມຕາມພາສາຄົນຣັກກັນ

 

ເຊັ່ນດຽວກັນແຕ່ລະມື້ແມ່ຂອງລາວກໍ່ໂທລະສັບຖາມຂ່າວ ການຢູ່ການກີນ ການໄປການມາ

 

ດີນຟ້າອາກາດຕາມພາສາຜູ້ເປັນແມ່ທີ່ຣັກແລະຄິດຣອດລູກ ເວລາຜ່ານໄປ

 

5-6ເດືອນທັງສອງກໍ່ຍັງຫວານແຫ໋ວວເໝືອນເດີມລົມກັນທຸກໆມື້ຄືເກົ່າ

 

ມີມື້ໝື່ງລາວລົມສາຍກັບແຟນຢູ່ ແມ່ໂທມາລາວຈະຣູ້ເພາະເບີແລະຊື່ແມ່ຂອງລາວໂຊ

 

ເປັນເວລາທີ່ລາວກໍາລັງລົມມ່ວນໆກັບແຟນລາວຢູ່ລາວບໍ່ຍອມຣັບສາຍແມ່ລາວ

 

ເພາະລາວຄິດວ່າຈັ່ງໃດແມ່ກາຄົງໂທມາຖາມເລື່ອງເກົ່າໆຄືທຸກມື້ອີກ...... ບາດນັ້ນເພີ່ນຫາກສິໂທມາອີກຕີ້ບໍ່?

 

ຈົນລາວວາງສາຍຈາກແຟນລາວແມ່ກໍ່ໂທມາຫລາຍເທື່ອຕິດຕໍ່ກັນຍ້ອນຄວາມເປັນຫ່ວງລູກ

 

ແຕ່ລະເທື່ອກາເປັນແນວລູກລາວຄິດໄວ້ບໍ່ມີຫັຍງພິເສດພຽງຢາກໄດ້ຍີນສຽງລູກວ່າສະບາຍດີຄືທຸກມື້ແມ່ກໍ່ດີໃຈລະແມ່ລາວວ່າ.

 

ມື້ຕໍ່ມາລາວລົມສາຍກັບແມ່ລາວວ່າ ແມ່ໆ ລູກຢາກໄດ້ຊີດີຂອງຜູ້ນັ້ນນະ…ແມ່ຊື້ຝາກໃຫ້ລູກໄດ້ບໍ່?

 

ແມ່ເລີຍວ່າຊັ້ນຕອນແມ່ເລີກການແມ່ຈະແວ່ຊື້ໃຫ້ເລີຍ ແລ້ວມື້ອື່ນເຊົ້າແມ່ສິໄປຝາກໃຫ້ລູກແຕ່ເຊົ້າໆເລີຍ

 

ລູກຈື່ງຈະບໍ່ໄດ້ຖ້າດົນ

 

ແລ້ວອັນອື່ນໆໆເດະ ມີຫັຍງຢາກໄດ້ເພີ້ມບໍ່ອາຫານການກີນຂອງລາວເຣົາເດະບໍ່ຢາກບໍ່ ມີຫັຍງແດ່ບໍ່ທີ່ພໍຈະຝາກໄປໄດ້

 

ຕາມພາສາແມ່ທີ່ຣັກແລະຫ່ວງໄຍລູກ.

 

ລູກ:ບໍ່ໆ ບໍ່ຕ້ອງຝາກຫັຍງມາເດີ້ ອາຍເຂົາຕອນກີນເຂົາກາເບີ່ງ ເຂົາກາຖາມ

 

ແມ່: ໂດຍໆຊັ້ນແມ່ສິຊື້ຊີດີໃຫ້ ລະກັບຣອດບ້ານດຽວແມ່ໂທຫາລູກໃຫ່ມເດີ້ມື້ແລງ ລູກ:ໂດຍ

 

ແມ່:ຣັກສາສຸຂະພາບໃຫ້ດີໆເດີ້ລູກ ອາກາດກໍ່ເລີ້ມໝາວມາລະ ໂຊກດີ......

 

ໃຜຈະຄິດວ່ານັ້ນແມ່ນຄັ້ງສຸດທ້າຍທີ່ລາວຈະໄດ້ລົມແລະໄດ້ຍີນສຽງຜູ້ເປັນແມ່ລາວ

 

ຜູ້ທີ່ຄອຍຣັກແລະເປັນຫ່ວງລາວມາຕະຫລອດ

 

ແລງວັນນັ້ນເອງຂາກັບຈາກຊື້ ຊີດີ ແມ່ຂອງລາວໄດ້ເກີດອຸບັດເຫດຕໍາກັບລົດ10ລໍ້

 

ໃນເວລານັ້ນແທນທີ່ແມ່ລາວຈະຄິດໂທຫາ191

 

ຫລືບໍ່ກໍ່ຫາຄົນທີ່ຈະມາຊ່ອຍໄດ້ໃນເວລານັ້ນ ແມ່ລາວກັບຄິດຫາຄົນແລກແມ່ນລູກ

 

ແມ່ຕັ້ງໃຈໂທຫາລູກຫລາຍໆເທື່ອຕິດຕໍ່ກັນ...

 

ແຕ່ລູກລາວກາພັດຄາລົມສາຍກັບແຟນຕາມເຄີຍ ລູກລາວກໍ່ເຫັນເບີແມ່ອອກ ກໍ່ຄິດວ່າບາດນັ້ນຈື່ງໂທກັບກາໄດ້

 

ບໍ່ຊັ້ນກາແມ່ກໍ່ຄົງໂທມາອີກດອກຄືສິບໍ່ມີຫັຍງຕີ້ບໍ່? ລາວບໍ່ສົນໃຈກັບໂທລະສັບແມ່ລາວເລີຍ

 

ລາວບໍ່ສາມາດຣູ້ໄດ້ວ່າມັນຈະແມ່ນຄັ້ງສຸດທ້າຍທີ່ແມ່ລາວຈະສາມາດໂທຫາລາວໄດ້ຈົນລາວລົມກັບແຟນລາວແລ້ວ

 

ລາວໄດ້ເປີດຟັງສຽງແມ່ລາວຝາກຂໍ້ຄວາມໄວ້ໃນໂທລະສັບວ່າ ລູກທີ່ຣັກຊອງແມ່ເອີ້ຍຍ

 

ແມ່ຕ້ອງຂໍໂທດລູກຫລາຍໆ ທີ່ແມ່ບໍ່ສາມາດໄປຝາກຊີດີໃຫ້ລູກໄດ້ ເພາະນີ້ກໍ່ຄົງຈະເປັນຄັ້ງສຸດທ້າຍທີ່ແມ່ຈະໂທຫາລູກໄດ້

 

ເຊັ່ນດຽວກັນ.ແຕ່ໝ້າເສຍດາຍແມ່ບໍ່ສາມາດໄດ້ຍີນສຽງລູກໄດ້ເປັນຄັ້ງສຸດທ້າຍ ແຕ່ຈັ່ງໃດກາໃຫ້ລູກຣັກສາສຸຂະພາບໃຫ້ດີ

 

ກີນອີ່ມນອນອຸ່ນເດີ້ ຕັ້ງໃຈຣໍ່າຣຽນເດີ້ເປັນຄົນດີຂອງສັງຄົມ ຊໍ່ານີ້ແມ່ກໍ່ດີໃຈແລ້ວທີ່ຈີງແມ່ຢາກເວົ້າຫລາຍໆຢ່າງກົ່ວນີ້ຢູ່

 

ແຕ່ແມ່ຄືສິບໍ່ໄຫວລະເພາະຕອນນີ້ແມ່ເກີດອຸບັດເຫດໃຫ່ຍ ເທວະດາເພີ່ນມາຣັບແມ່ໄປຢູ່ນໍາລະ ລູກບໍ່ຕ້ອງເປັນຫ່ວງແມ່ເດີ້

 

ແມ່ຈະຄອຍເບີ່ງແຍງລູກຢູ່ທີ່ສູງໆບໍ່ໃຫ້ຄ໋າດສາຍຕາ ຕອນນີ້ຕາແມ່ແນມຫັຍງບໍ່ເຫັນແລ້ວ ຄ້າຍໆໄຟດັບ

 

ໄຄແຕ່ເທວະດາເພີ່ນຍັງເຫັນໃຈແມ່ ຍັງບໍ່ເອົາສຽງຂອງແມ່ໄປພ້ອມກັບໝ່ວຍຕາ

 

ບໍ່ຊັ້ນແມ່ຄົງໃຈຂາດຕາຍກ່ອນຕອນເພີ່ນຈະເອົາດວງຕາຂອງແມ່ໄປລະ.

 

ລູກທັງຟັງສຽງຄັ້ງສຸດທ້າຍຂອງແມ່ ດ້ວຍຄວາມເສຍໃຈແລະທັງຣ້ອງໃຫ້

 

ເພາະລາວຄິດວ່ານັບແຕ່ວິນາທີນີ້ຕໍ່ໄປລາວຈະບໍ່ມີແມ່

 

ທີ່ມາຄອຍໂທຖາມສາລະສຸກທຸກດີບລາວອີກແລ້ວ ລາວກໍ່ໂທດໂຕເອງວ່າເປັນຫັຍງຕອນນັ້ນລາວຈື່ງບໍ່ຍອມຣັບສາຍແມ່ລາວ

 

ເປັນຫັຍງລາວຈື່ງຕ້ອງສັ່ງໃຫ້ແມ່ຊື້ຊີດີໃຫ້ ຖ້າບໍ່ຊັ້ນເລື່ອງນີ້ກໍ່ຄົງບໍ່ເກີດຂື້ນກັບແມ່.......

 

 ທີ່ຈີງເລື່ອງນີ້ມັນຊື້ງຫລາຍກົ່ວນີ້ແຕ່ຂ້ອຍຈໍາໄດ້ເທົ່ານີ້ ເພາະຕອນຟັງຂ້ອຍກໍ່ໃຫ້ ເລີຍບໍ່ຄ່ອຍຈໍາເນື້ອໃນໄດ້ໝົດ

 

ຕອນຂຽນຢູ່ນີ້ການໍ້າຕານອງແກ້ມ alt ເອົາຊໍ່ານີ້ກ່ອນເດີ້ ຈໍາໄດ້ແຕ່ຊໍ່ານີ້ລະ


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2008 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ກ່ອນອື່ນຕ້ອງຂໍແນະນໍາຕົວລະຄອນໃນເລື່ອງນີ້ກ່ອນ ຕົວເອກແມ່ນ1ສ່ວນ2ແມ່ນສ່ຽວຣັກຂອງ1


3ແມ່ນຄົນຣັກຂອງ1 ເລື່ອງມີຢູ່ວ່າ1ກັບ2ເປັນຫມູ່ກັນມາແຕ່ມໍ3ຣອດມໍ6

 

ທັງສອງຣັກກັນຫລາຍລະກາຣຽນຫ້ອງດຽວກັນມາຕະຫລອດແຖມນັ່ງໂຕະດຽວກັນອີກ

 

ທັງສອງຣູ້ສືກວ່າຣັກແພງກັນຫລາຍກົ່ວຄົນໃນຄອບຄົວເພາະເວລາຢູ່ນໍາກັນຈະຫລາຍກ່ອນຄົນໃນຄອບຄົວ

 

ລວມເຖີງການໄປການມາຂອງຣ/ຣກໍ່ໄປກັບ ພ້ອມກັນ


ຕໍ່ມາ1ກໍ່ໄດ້ມີແຟນຊື່ວ່າ3ເລີຍໄປແນະນໍາໃຫ້2”ສ່ຽວຣັກ”ຣູ້ຈັກ ແຕ່ໃຜຈະຣູ້ວ່າຫຼັງຈາກນັ້ນ 2ກັບ3

 

ຈະລັກຄົບກັນແບບບໍ່ໃຫ້1ຣູ້

 

ເວລາຜ່ານໄປໄລຍະໝື່ງ ຫມູ່ຂອງ1ຄື4 ມາຖາມ1ວ່າ 1ໆ ໂຕກາຣູ້ຈັກຢູ່ຫວາ ວ່າ2ກັບ

 

3ເຂົາລັກເປັນແຟນກັນ? 1ງົງ

 

ລະກາຄິດຢາກຫົວໃນໃຈ ຈະເປັນໄປໄດ້ແນວໃດສອງຄົນນັ້ນເຂົາຫາກໍ່ເຈີກັນເທື່ອດຽວຄືຕອນເຣົາແນະນໍາ

 

1ຄິດໃນໃຈວ່າ ສົງໃສ4

 

ຢາກມາເຣັດໃຫ້1ກັບ2ຜິດໃຈກັນເລີຍສ້າງເລື່ອງຂື້ນມາ. 1ຕອບ4ໄປວ່າ

 

4ຫຼົງຄົນແລ້ວສອງຄົນນັ້ນເຂົາບໍ່ໄດ້ຣູ້ຈັກກັນ

 

ເຈີກັນເທື່ອດຽວຕອນ1ແນະນໍານີ້ລະ ຫຼັງຈາກນັ້ນເຂົາກໍ່ບໍ່ໄດ້ເຈີກັນອີກ ແຕ່ກາຂອບຈາຍ4ເດີ້ທີ່ມາບອກ.

 

ມື້ໃຫ່ມມາ1ກໍ່ລອງມາຖາມ

 

2ຫລີ້ນໆບໍ່ຄິດວ່າເລື່ອງທີ່ 4ມາຖາມຈະເປັນຄວາມຈີງ 1ຖາມ2ພ້ອມກັບຍີ້ມນ້ອຍໝື່ງວ່າ

 

2ໆມື້ນີ້ຕາຫົວຂະໝາດເລີຍ

 

4ລາວສ້າງເລື່ອງຂື້ນມາໃຫ້ເຣົາຜິດໃຈກັນ 2ຖາມ1ກັບວ່າ ເລື່ອງຫັຍງລະ? 4ລາວວ່າ

 

2ກັບ3ຫັ້ນລັກເປັນແຟນກັນບໍ່ໃຫ້1ຣູ້ວ່າຊັ້ນ

 

1ລະຢາກຫົວໃນໃຈຢູ່ 2ບໍ່ຕອບໄດ້ແຕ່ກົ້ມໝ້າ ແລ້ວເວົ້າກັບ1ວ່າ 1ເຣົາຂໍໂທດ ເຣັດໃຫ້1ງົງອ້າວ

 

ມາຂໍໂທດເຣັດຫັຍງລະບາດນີ້

 

1ຍັງບໍ່ເຂົ້າໃຈ ຕໍ່ມາ2ໄດ້ບອກກັບ1ວ່າ 2ກັບ3ລັກຄົບກັນແທ້ 4ບໍ່ໄດ້ສ້າງເລື່ອງ ມັນແມ່ນແທ້ 1ທັງອື້ງ

 

ທັງບໍ່ຄິດບໍ່ຝັນວ່າຈະໄດ້ຍີນຄໍານີ້ອອກມາຈາກ2ສ່ຽວໂຕ ດ້ວຍຄວາມໃຈຣ້ອນຂອງ1 ລາວເລີຍເວົ້າກັບ2ວ່າ

 

ຖ້າເປັນແບບນີ້ແທ້

 

1ກາຄົງຈະຄົບກັບ2ຕໍ່ໄປບໍ່ໄດ້ອີກລະ ເພາະ1ບໍ່ສາມາດມີແຟນຄົນດຽວກັບ2”ຫມູ່ຣັກ”ໄດ້

 

2ໄດ້ແຕ່ກົ້ມໝ້າລະກາຂໍໂທດ1


1ຕັດສີນໃຈຂໍຕັດມິດຕະພາບກັບ2 ຫຼັງຈາກນັ້ນ1ໄດ້ໄປຖາມ3ວ່າແມ່ນຄື4ກັບ2ເວົ້າແທ້ບໍ່?

 

3ກໍ່ຕອບວ່າແມ່ນແທ້ ຫຼັງຈາກມື້1ແນະນໍາ

 

3ໃຫ້ຣູ້ຈັກ2.

3ກໍ່ທຽວໄປຫຼີ້ນບ້ານ2ປະຈໍາ ຈົນເກີດຄວາມຜູກພັນແລະຣັກ2 ໂດຍທີ່3ບໍ່ຣູ້ໂຕ


ທັງ3ແລະ2 ກໍ່ບໍ່ຣູ້ວ່າຈະບອກ1ແນວໃດດີ ທີ່ຈະໃຫ້1ເສຍໃຈໝ້ອຍທີ່ສຸດທີ່ຈະເຣັດໄດ້

 

1ກໍ່ຕັດສີນໃຈຂໍເລີກກັບ3.


1ເສຍທັງ ເພື່ອນຣັກແລະຄົນຣັກໄປໃນຂະນະດຽວກັນ


ເວລາຜ່ານໄປໄລຍະໝື່ງ 2ມາຫາ1ດ້ວຍຄໍາຂໍໂທດແລະຢາກໃຫ້1ຍົກໂທດໃຫ້


2ບອກ1ວ່າ 2ຂໍເລີກກັບ3ແລ້ວ ເພາະບໍ່ມີໃຜທີ່ຈະມາແທນ1ໄດ້ 2ກໍ່ຄິດຄືກັນວ່າຖ້າ3ກ້າຖີ້ມ1ໄປໄດ້ ມີມື້ໝື່ງ

 

3ກໍ່ຄົງຈະຖີ້ມ

 

2ໄປຫາຄົນໃຫ່ມໄດ້ຄືກັນ ຜົນສຸດທ້າຍ1ກໍ່ໃຫ້ອະໄພ2


ລະກັບມາເປັນເພື່ອນຣັກກັນເໝືອນເດີມ ຕອນນີ້2ໄປຣຽນຕໍ່ຢູ່ AUSແລະກໍ່ຍັງໂທລົມກັບ1ບໍ່ຂາດ

 

ບາງມື້ທັງສອງກໍ່ຍັງລົມເລື່ອງ3

 

ລະກາພາກັນຫົວ ບໍ່ຣູ້ວ່າລາວຈະເປັນແນວໃດລະເນາະ ເວົ້າມາລະກາຢາກເຈີ


ເລື່ອງນີ້ແມ່ນເລື່ອງຈີງ ທີ່ເກີດກັບຄົນໄກ້ໂຕຂະນ້ອຍເອງ


ລະມັນຍັງໄດ້ບອກເຖີງ ມິດຕະພາບອັນບໍ່ມີມື້ປ່ຽນລະຫ່ວາງ1ແລະ2 ຈົບ ^__^

 


ລະຄອນເລື່ອງນີ້ ມີເພງປະກອບນໍາເດີ້ ໃຫ້ເພື່ອນໆຟັງເບີ່ງ