ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2009 | ມີ 28 ຄຳເຫັນ ແລະ 0 trackback(s)

ໃຜກາໄດ້ຊ່ອຍ ຂພຈ ແດ່ alt

ມື້ນີ້ ຂພຈ ໄດ້ຣັບໂທລະສັບຈາກເພື່ອນຣັກ ພ້ອມທັງສຽງຣ້ອງໄຫ້

ຄໍາຕໍ່ຈາກ5ໂຫຼກາຄື ຊ່ອຍເຣົາແນ່ ເນື່ອງຈາກວ່າແຟນຂອງລາວໄດ້ຂໍເລີກກັບລາວ

ລາວຕ້ອງການໃຫ້ ຂພຈໄປປອບໃຈນີ້ລະຄືປັນຫາຂອງ ຂພຈ ຕອນນີ້

ເພາະ ຂພຈ ຍັງຄິດບໍ່ອອກວ່າຈະໄປປອບໃຈໝູ່ວ່າແນວໃດດີ

ຕອນເຂົາຣັກກັນເຂົາບໍ່ມາສົນໃຈກັບ ຂພຈ ບາດວ່າເລີກກັນລະໂທມາໄວປານຫັຍງ

ແຕ່ກາຊ່າງທໍ ຈັ່ງໃດກາໝູ່ຣັກກັນ ຊ່ອຍກັນໄດ້ກາຊ່ອຍກັນໄປ ທີເພີ່ນ ທີໂຕ

ກາເລີຍຢາກຂໍຄວາມກະລຸນາ ເພື່ອນໆ1000ລາວແດ່

ຖ້າໃຜມີຄວາມຄິດດີໆ ກາມາບອກກັນແນ່ ເພາະ ຂພຈ ກໍ່ໄດ້ນັດໝູ່ໄວ້ວ່າວັນເສົາຈະໄປຫາ

ແນ່ນອນ ຕ້ອງໄດ້ຕຽມຄໍາເວົ້າໄປນໍາເພາະຈາກຟັງນ້ຳສຽງຂອງລາວລະ

ຣູ້ສືກວ່າລາວເສຍໃຈຫລາຍທີ່ສຸດ ປົກກະຕິລາວກໍ່ເປັນຄົນໃຈແຂງ ບໍ່ຄ່ອຍໃຫ້ໃຜເຫັນນ້ຳຕາງ່າຍໆ

ເລື່ອງອີ່ຕົນ ກໍ່ສຸດແຕ່ອີ່ຕົນແຕ່ ຂພຈ ຈະຊ່ອຍໝູ່ ຂພຈ ແນວໃດ

ຖ້າເພື່ອນໆ1000ລາວຢູ່ໃນກໍລະນີແບບ ຂພຈຈະເຣັດຈັ່ງໃດ?

ຂພຈ ຣູ້ສືກວ່າບໍ່ຢາກໃຫ້ຣອດວັນເສົາເລີຍ ຈັ່ງໃດກາຊ່ອຍ ຂພຈ ແນ່ເດີ້

ໃຜມີຄໍາແນະນໍາດີໆກາແນະນໍາ ຂພຈແນ່ ຂພຈຈະໄດ້ເອົາໄປໃຊ້ກັບໝູ່ ຂພຈ

ເລື່ອງແບບຊີ້ກາຍັງບໍ່ຖືກກັບໂຕເອງ ກາເລີຍບໍ່ທັນມີປະສົບປະການ

ເວົ້າແບບນີ້ບໍ່ໄດ້ໝາຍຄວາມວ່າຢາກເຈີເດີ້ ບໍ່ເຈີເລີຍແຫ່ງດີ alt

ຕອນນີ້ກາເດີກຫລາຍລະ ໄວ້ຫັລງວັນເສົາຈະມາເລົ່າໃຫ້ຟັງຕໍ່ເດີ້

ຖ້າມີຄົນຟັງດອກລະ ຣ່າາາາາາາາາ ນອນລັບຝັນດີທຸກຄົນ alt

ກະແຕນ້ອຍ ຂີ້ດື້ alt


Photobucket




PhotobucketPhotobucketPhotobucketPhotobucketPhotobucket

















 

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

 


Photobucket

 

ເລື່ອງນີ້ເປັນເລື່ອງຈີງ ທີ່ເກີດຂື້ນກັບຄົນພິເສດຂອງ ຂພຈເອງ

ເກີດຂື້ນລະຫ່ວາງກ່ອນປີໃໝ່ມື້ສອງມື້ ນີ້ແລະ

ເລື່ອງມີຢູ່ວ່າ ລາວລ້ຽງແມວແຕ່ລ້ຽງແມວມັນບໍ່ແປກຫັຍງດອກ

ໃຜໆກໍ່ລ້ຽງກັນແຕ່ແປກແລະວິເສດກໍ່ຄື ແມວລາວສາມາດບອກເລກໄດ້

ແຖມຖືກອີກຕ່າງຫາກ ຕາມປົກກະຕິຖ້າມັນຫີວມັນກໍ່ຈະຣ້ອງ ແມວ ໆ

 ເປັນປົກກະຕິຂອງແມວຖົ່ວໄປ ແຕ່ມີມື້ໝື່ງຣູ້ສືກວ່າມັນບໍ່ຄ່ອຍປົກກະຕິ

ລາວກໍ່ນັ່ງແຊັດຕາມປົກກະຕິ ແຕ່ບັງເອີນມື້ນັ້ນແມວໂຕນັ້ນກໍ່ໂດດຂື້ນມານັ່ງຢູ່ຂາຂອງລາວ

ຄ້າຍໆວ່າ ມັນຢາກບອກອັນໃດອັນໝື່ງ ທັງໆທີ່ແມວໂຕນີ້ມັນບໍ່ມັກຊູຊີປານໃດ

ລາວກໍ່ຣູ້ສືກວ່າຜິດສັງເກດ ມັນຂື້ນມານັ່ງແລ້ວກໍ່ຣູ້ສືກ ງຸດງິດແນວໃດຫຸ

ພະຍາຍາມຄ້າຍໆວ່າ ເອົາມືໝີ ເອົາມືອອກແນ່ປະມານນີ້

ລະມັນກາເອົາມືມັນ ມົ້ວຄີບ໋ອດ ແບບບໍ່ເຄີຍເຫັນອາການແບບນີ້ມາກ່ອນ

ລາວຈື່ງໄດ້ເອົາມືໂຕເອງອອກ ແມວກໍ່ໄດ້ເອົາມືມັນມົ້ວຄີບ໋ອດ

ຫລາຍເທື່ອເຕີບ ຕັບໆໆໆ..........ປະກົດວ່າຫັລງຈາກນັ້ນໄດ້ມີ

ເລກປະກົດຂື້ນມາ3ໂຕທີ່ໝ້າຈໍຄອມຂອງລາວ 093 ແຕ່ລາວກໍ່ບໍ່ຄ່ອຍໄດ້ໃສ່ໃຈປານໃດ

ມື້ຕໍ່ມາມີໝູ່ຂອງລາວບອກວ່າມີໃຜສິຊື້ເລກບໍ່?ສິອອກໄປຊື້ເລກ ຄົນພິເສດຂອງ ຂພຈ ກາເລີຍຄິດອອກ

ວ່າລອງຊື້ເລກທີ່ແມວບອກເບີ່ງກ່ອນນະ ແຕ່ກາບໍ່ຄິດດອກວ່າຈະຖືກ

ຈົກເງີນອອກມາໝົດກະເປົາກາມີແຕ່ 10$alt ກາເລີຍຕັດສີນໃຈຊື້ 093

5$ ປະກົດວ່າ ເລກອອກ093 ອີ່ຫລີ ຈາກ 5$ ກາຍເປັນ 2.500$

ຫລັງຈາກມື້ນັ້ນມາ ແມວມັນກາບໍ່ເຫັນມາສົນໃຈຫັຍງເລີຍ ອູ້ມຂື້ນມານັ່ງມັນກາໂດດລົງ

ສະແດງວ່າມັນຕັ້ງໃຈຢາກບອກເລກກ່ອນປີໃໝ່ ຊື່ໆເນາະ

                            

ຈົບ ແຣະ ໆalt

 

ກະແຕນ້ອຍ ຂີ້ດື້ alt

 


Photobucket


Photobucket


Photobucket


Photobucket


Photobucket