ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2008 | ມີ 18 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ເປັນເລື່ອງຈີງທີ່ ຂພຈ ໄດ້ຟັງມາເຕັມສອງຫູ ເລື່ອງມີຢູ່ວ່າ ມີຊາຍຄົນໝື່ງໄປເຣັດວຽກຢູ່ຕ່າງປະເທດ ກ່ອນໄປກໍ່ຄິດວ່າເປັນເມືອງສະຫັວນບົນດີນພູ້ນລະໄປ

ແຕ່ມັນກໍ່ບໍ່ເປັນຄືຄິດໄວ້ເລີຍ ແຕ່ອະນຸຍາດບໍ່ອອກຊື່ປະເທດເດີ້

ຊາຍຄົນນີ້ມີອາຍຸປະມານ38ປີ ເອື້ອຍລາວຣັບປະກັນໄປຕ່າງປະເທດແລ້ວລາວກໍ່ໄປເຣັດວຽກແນ່ນອນ ວີຊ້າລາວຂາດແລ້ວ

ໄດ້ລັກໆລີ້ໆຢູ່ ຕອນໄປເຣັດວຽກໃໝ່ໆເຂົາກໍ່ບໍ່ກ້າເວົ້າຫັຍງຫລືເຣັດຫັຍງລາວຫລາຍດອກ

ພໍແຕ່ ວີຊ້າລາວຂາດລາວຣູ້ສືກວ່າທຸກຄົນໃນໂຣງງານຂອງລາວກໍ່ປ່ຽນໄປ

ລັກສະນະຢາກຂົ່ມລາວ ຄິດວ່າລາວບໍ່ມີທາງໄປຢາກເວົ້າຫັຍງ ຢາກເຣັດຫັຍງກັບລາວກໍ່ໄດ້

ຄວາມຣູ້ສືກຂອງລາວຕອນນັ້ນຄ້າຍໆກັບວ່າ ໄປເຣັດວຽກຊໍ່າກັບໄປຂໍທານ

 ຢາກຕັດເງີນເດືອນລາວກໍ່ຕັດ ໂດຍທີ່ບໍ່ໄດ້ເຣັດຫັຍງຜິດຫລືເສຍຫາຍ ຕາມຄວາມເປັນຈີງບໍ່ມີໝ້ອງໄປກໍ່ໄດ້ອົດ

 ໂຕເອງຢູ່ບໍ່ຖືກຕ້ອງ ຈະໄປຟ້ອງກໍ່ເຣັດບໍ່ໄດ້

ແຕ່ລະມື້ບໍ່ຣູ້ວ່າຈະເກີດຫັຍງຂື້ນກັບໂຕເອງ ຈະຖືກເວົ້າຫັຍງໃສ່ແນ່ ເຣັດຫັຍງໃສ່ແນ່

ຄອຍຫວາດພະຫວາຢູ່ຕະຫລອດ

ເຈົ້ານາຍອາລົມບໍ່ດີມາແຕ່ໃສກາບໍ່ຣູ້ກາມາລະບາຍໃສ່ທີ່ລາວ ເລື່ອງບໍ່ກ່ຽວກັບລາວກໍ່ເອົາມາລະບາຍໃສ່ລາວ

ລາວໄດ້ແຕ່ທ່ອງໃນໃຈວ່າ ລູກກັບເມຍ ລູກກັບເມຍຜູ້ທີ່ຕັ້ງໝ້າຕັ້ງຕາລໍຖ້າລາວກັບມາ

ແນ່ນອນ ລາວບໍ່ໄດ້ກັບມາໂຕເປົ່າເພາະລູກເມຍກໍ່ຣູ້ວ່າເຣັດວຽກຫາເງີນ

ມີຫລາຍເທື່ອທີ່ຫົວໝ້າລາວມາໃຊ້ອາລົມກັບລາວ ເຊັ່ນວ່າລົມກັນບໍ່ເຂົ້າພາສາກາຫງຸດຫງິດໃສ່ລາວ

ເພາະລາວຍັງບໍ່ເກັ່ງພາສາເຂົາ ປູໆປາໆ ມີມື້ໝື່ງບໍ່ຣູ້ວ່ານາຍໃຈຣ້າຍຫັຍງມາແຕ່ໃສ

ມາກໍາຄໍເສື້ອລາວ ລະມີຫລາຍເທື່ອຍູ້ລາວໃສ່ກອງໄຟທີ່ກໍາລັງລຸກໄໝ້ຢູ່

ຖ້າຫລີກບໍ່ທັນ ເຖີງບໍ່ຕາຍກໍ່ໄຟໄໝ້ໂຕ ບໍ່ຫລາຍກາໝ້ອຍ

ແຖມຍັງບໍ່ໄດ້ເຣັດຫັຍງຜິດເຂົາກໍ່ບອກລາວ ນົບຕີນ3ບາດເພື່ອເປັນການຂໍໂທດ

ຈື່ງຈະໃຫ້ອະໄພ ບໍ່ຊັ້ນລະມື້ອື່ນໄປໃຫ້ມຶງພັກການ1ເດືອນ

ລາວອົດເກືອບຕາຍ ຄິດເຫັນແຕ່ໝ້າລູກໝ້າເມຍ

ລາວຈົນຍອມໄດ້ເຣັດຕາມເຂົາບອກ ທັງໆທີ່ບໍ່ຣູ້ຄວາມຜິດຂອງຕົນເອງເລີຍ

ຂພຈ ໄດ້ຍີນຣອດໝ້ອງນີ້ ບໍ່ຣູ້ວ່ານ້ຳຕາໄຫຼອອກມາຕອນໃດalt

ບໍ່ຄິດວ່າຄົນທີ່ເຄີຍເປັນນັກເລັງຫົວໂຕຄືອ້າຍຄົນໃນເລື່ອງນີ້ ຈະຣັກລູກຣັກເມຍ

ແລະອົດທົນໄດ້ຣອດປານນີ້ ເພາະວ່າ ຂພຈກໍ່ແມ່ນຜູ້ໝື່ງທີ່ຣູ້ປະຫັວດຂອງລາວດີ

ສະໄໝກ່ອນລາວເຄີຍເປັນຫົວໝ້ານັກເລັງຄຸມຊອຍກາວ່າໄດ້

ລາວອາດຈະແມ່ນ ຈິກໂກກັບໃຈ ຖ້ານາຍຢາກຣ້າຍກໍ່ມັກຈະຂູ່ລາວວ່າໂທບອກເອື້ອຍມືງມາເວົ້າກັນແມະ

ລາວອົດຍ້ອນວ່າບໍ່ຢາກລົບກວນເອື້ອຍແລະອ້າຍເຂີຍ ລາວກໍ່ໄດ້ແຕ່ນົບຂໍໂທດ

ທັງໆທີ່ລາວບໍ່ໄດ້ຜິດ ພາສາກໍ່ບໍ່ໄດ້ ບໍ່ຜິດກໍ່ໄດ້ຂໍໂທດ ລາວຄິດກັບໂຕເອງວ່ານີ້ບໍ່ຊີວິດຢູ່ຕ່າງປະເທດນະ?

ຈະມີໃຜຖືກແບບກູບໍ່ ຫລືວ່າຈະມີອີກຫລາຍໆຄົນທີ່ຖືກຫລາຍກົ່ວກູບໍ່?ລາວຕັ້ງຄໍາຖາມກັບໂຕເອງ

ຈັ່ງແມ່ນມັນຕົງກັບຄໍາວ່າ ຄັບຖີ່ຢູ່ໄດ້ ຄັບໃຈຢູ່ຍາກແທ້ໆ

ມີເທື່ອ1ນາຍລາວບອກວ່າໂທໄປເອີ້ນເອື້ອຍມືງມາແມະ ລາວກໍ່ຕອບກັບວ່າບໍ່ຕ້ອງເອີ້ນເອື້ອຍມາດອກ

ໂທເອີ້ນຕໍາຫລວດຫັ້ນມາໂລດ ນາຍກໍ່ມິດໄປເພາະຢ້ານຖືກໄໝທີ່ຣັບເອົາຄົນບໍ່ມີ ວີຊ້າມາເຣັດວຽກຄືກັນ

ອົດມາສອງປີ ໂອ໋ລາວຄິດກັບໂຕເອງ ອີ່ມເດະຊີວິດຢູ່ຕ່າງປະເທດນີ້ ຖ້າເລືອກໄດ້ບໍ່ຂໍມາອີກລະ......

ຈົນມາມື້ໝື່ງລາວຖືກຫົວໝ້າຂົ່ມເຫັງແຣງ ລາວຕັດສີນໃຈວ່າຈະລາອອກ

ເພາະໄປເຣັດວຽກນໍາກັນກໍ່ແກ້ງລາວຕ່າງໆນາໆ ຄົນອື່ນໄດ້ພັກທ່ຽງ1ຊ/ມ

ແຕ່ກັບລາວໃຫ້ພັກພຽງແຕ່20ນາທີ ກໍ່ໃຫ້ເຣັດວຽກຕໍ່ເລີຍ ເກີດຫັຍງກັບກູ ກູເຣັດຫັຍງຜິດ

ລາວບໍ່ຣູ້ສາເຫດເລີຍ ຄືວ່າຫັ້ນລະແລະເນາະ ອົດຈົນຣອດຂີດສຸດທ້າຍຍຍ

ລາວກໍ່ເລີຍຂໍລາອອກ ເພາະຢ້ານອົດບໍ່ໄດ້ສິຫົລງໄດ້ຂ້າຄົນຕາຍຍ້ອນ ມັນສິບໍ່ຄູ້ມຄ່າ ລູກເມຍຄອງຄອຍ ໃນທີ່ສຸດລາວກໍ່ຂໍລາອອກ

ແລ້ວກໍ່ກັບມາຫາລູກເມຍ ທີ່ເມືອງລາວ

 

 

ຈົບ alt

ລືມບອກໄປວ່າວຽກລາວແມ່ນວຽກກໍາມະກອນ

 

           ກະແຕນ້ອຍ ຂີ້ດື້ alt


Thanks Comments
 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2008 | ມີ 49 ຄຳເຫັນ ແລະ 0 trackback(s)

 

ມາອີກກກກກກກກແຢ້ວເດີ້

 

ມາພ້ອມກັບຄໍາດີໆຂອງຄົນບໍ່ມີແຟນ  30 ຂໍ້alt

 

1: ມີເວລາຢູ່ກັບໝູ່ຫລາຍຂື້ນ

2: ກັບບ້ານຊ້າກາບໍ່ຕ້ອງໂທລາຍງານໃຜ

3: ບໍ່ຕ້ອງຜິດກັບໃຜ

4:ປະຢັດຄ່າໃຊ້ຈ່າຍ ບໍ່ຕ້ອງໄປທ່ຽວໃສກັບແຟນ

5:ບໍ່ຕ້ອງຄອຍເອົາອົກເອົາໃຈແຟນ

6: ບໍ່ຕ້ອງໄປເຈີໝູ່ຂອງແຟນ ທີ່ເຣົາບໍ່ຢາກເຈີ

7: ບໍ່ຕ້ອງຢ້ານວ່າໃຜສິມາຍາດແຟນເຣົາ

8:ບໍ່ຕ້ອງຫືງ ບໍ່ຕ້ອງຫວງໃຜໃຫ້ເມື່ອຍ

9:ບໍ່ຕ້ອງຫ່ວງວ່າເຂົາສະບາຍດີຫລືບໍ່?

10: ມີເວລາໃຫ້ໂຕເອງຫລາຍຂື້ນ

11: ບໍ່ຕ້ອງຢ້ານວ່າສິອົກຫັກ

12: ບໍ່ຕ້ອງກັງວົນວ່າ ແຕ່ລະມື້ສິໃສ່ສຸດໃດໃຫ້ຖືກໃຈເຂົາ

13: ຢາກຈີບໃຜກາໄດ້ ບໍ່ຕ້ອງເກັງໃຈໃຜ

14: ພໍ່ແມ່ ກາຣັກຫລາຍຂື້ນເພາະຢູ່ແຕ່ບ້ານ

15: ບໍ່ຕ້ອງປ່ຽນໂຕເອງເພື່ອເອົາໃຈແຟນ

16: ບໍ່ຕ້ອງໃຫ້ ຍາມເມື່ອເຂົາຈາກໄປ

17: ໄດ້ເຣັດແນວໂຕມັກ ແບບບໍ່ຫ່ວງໝ້າຫ່ວງຫັລງ

18: ຄິດຣອດຫລາຍໆຄົນພ້ອມກັນໄດ້ ໂດຍບໍ່ຕ້ອງເກັງໃຈແຟນ

19: ລື້ງກັບຄວາມຢູ່ບ້ານ ເພາະບໍ່ຕ້ອງອອກເດດ

20: ຫຼີ້ນເນັດຈັກຊ/ມ ກາໄດ້ລົມກັບໃຜກາໄດ້ບໍ່ມີແຟນຮ້າຍ

21: ບໍ່ຕ້ອງຖ້າໂທລະສັບຈາກແຟນ

22: ບໍ່ຕ້ອງເປືອງຄ່າໂທລະສັບໂທຫາແຟນ

23: ໝູ່ກາບໍ່ໄດ້ເວົ້າໃຫ້ວ່າລືມໝູ່ຍ້ອນມີແຟນ

24: ຄິດຣອດໃຜກາໄດ້ ທີ່ຢາກຈະຄິດຣອດ

25: ໃຜຈີບມາກາລົມໄປເພາະຍັງບໍ່ມີແຟນ

26: ບໍ່ຕ້ອງເອົາໃຈຄົນໃນຄອບຄົວຂອງແຟນ

27: ສາມາດລົມກັບເພດຕົງຂ້າມໄດ້ແບບສະບາຍໃຈ

28: ບໍ່ຕ້ອງໄປຣັບໄປສົ່ງໃຫ້ເປືອງນ້ຳມັນລົດ

29: ຢາກນອນຈັກໂມງການອນ

30: ຢາກຕື່ນຈັກໂມງກາຕື່ນ

 

ມີແຕ່ແນວດີໆກັບໂຕເອງເນາະ ບໍ່ມີແຟນນີ້ alt

 

                      ກະແຕນ້ອຍ ຂີ້ດື້ alt


Thanks Comments