ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2008 | ມີ 13 ຄຳເຫັນ ແລະ 0 trackback(s)

 

ລູກໄມ້ຫຼົ່ນບໍ່ໄກຕົ້ນເນາະ ພີ່ນ້ອງເນາະ alt

ພາຍຫຼັງທີ່ເສຍຫົວໃຫ້ຍິງສາວຈອມໂຈນນິລະນາມຄົນໝື່ງ

ໃນທີ່ສຸດທອງດີ ກໍ່ສືບຮູ້ໄດ້ວ່າຍິງຄົນນັ້ນແມ່ນໃຜ...

ທອງດີຈິ່ງວາງແຜນເພື່ອຈີບຍິງຄົນດັ່ງກ່າວ...

ແລະ ໃນທີ່ສຸດທັງສອງກໍ່ແຕ່ງງານກັນ...


ພໍເວລາຜ່ານໄປໄດ້ເກົ້າເດືອນ... ເມຍຂອງທອງດີ ກໍ່ຈະເກີດລູກ..

.ຈຶ່ງໄດ້ພາເມຍໄປເກີດທີ່ຄີນີກຊື່ດັງແຫ່ງ1...

ພາຍຫຼັງລູກຄອດອອກມາ... ທອງດີ ກໍ່ຄິດຈະຫາວິທີ່ທີ່ຈະສອນໃຫ້ລູກເປັນນັກລ້ວງກະເປົາທີ່ເກັ່ງທີ່ສຸດ...

ເພາະຕົນເອງ ກັບເມຍ ຖືວ່າເປັນອັນດັບແນວໜ້າຢູ່ແລ້ວ...

ໜຶ່ງອາທິດຫຼັງຈາກມື້ຄອດລູກ...ປະກົດວ່າ ລູກຂອງທອງດີ ບໍ່ຍອມວາງກຳມືເບື້ອງໜຶ່ງຕັ້ງແຕ່ມື້ເກີດ...

ແລະ ກຳຢ່າງແໜ້ນ ເຖີງວ່າຊິພະຍາຍາມແກະປານໃດກໍ່ບໍ່ຍອມປ່ອຍ...

ມື້ນີ້ ທອງດີ ຈິ່ງພະຍາຍາມແກະມືຂອງລູກຕົນ... ແລະ ໜ້າປະຫຼາດໃຈທີ່ພົບວ່າ

ລູກຂອງຕົນກຳລັງກຳແຫວນເພັດໄວ້ວົງໜຶ່ງ....

ທອງດີຈິ່ງຄິດອອກວ່າ ນີ້ແມ່ນແຫວນເພັດຂອງທ່ານໝໍທີ່ເຮັດຄອດລູກຕົນເອງ

.... ເພາະມື້ນັ້ນພາກັນຊອກຊ່ວຍທ່ານໝໍຈົນເມື່ອຍ...

ທີ້ແທ້ ແມ່ນລູກເຮົານີ້ເອງ...ເກັ່ງຫລາຍລູກພໍ່ alt

ຍ້ອນສາຍເລືອດແທ້ໆ

ກໍາມະພັນອີ່ຫຼີເນາະ ແຣະ ໆ ຕາຢ້ານເວີ້ຍຍ alt

 

ກະແຕນ້ອຍ ຂີ້ດື້ alt

Photobucket

taeeeetaeeeetaeeeetaeeeetaeeee

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2008 | ມີ 12 ຄຳເຫັນ ແລະ 0 trackback(s)

 

ຢາກລວຍທາງລັດ ແຕ່ບໍ່ມີດວງທາງນີ້ ທ້າວຫຼານຊາຍເອີ້ຍຍ alt

ມີອາຈານວັດໜຶ່ງໃຫ້ເລກເດັດ ໃຜໄດ້ເລກເດັດກັບອາຈານຕ້ອງຖືກ  ຫຼານຊາຍອາຈານມາຕໍ່ວ່າ

ຫຼາຍຊາຍ: ອາຈານໃຫ້ເລກຜູ້ອື່ນຖືກຈົນຮັ່ງ ບາດຂະນ້ອຍໄດ້ເລກນຳອາຈານຄືກັນຊື້ບໍ່ເຫັນຖືກຈັກເທື່ອ

ອາຈານ: ມຶງນັ້ນມັນບໍ່ມີຫວາດສະໝານາກັບຫວຍກັບເລກ, ບອກເລກກົງໆກະບໍ່ຖືກ ບອກໃບ້ກະບໍ່ຖືກ

ຫຼານຊາຍ: ມື້ນີ້ຂະນ້ອຍຂໍຈັກໂຕຄັກໆເບິ່ງນາ ມັນຊິບໍ່ມີຫວາດສະໝາແທ້ໆບໍ່?

ອາຈານ: ບໍ່ ກູບໍ່ໃຫ້ມຶງດອກ.

ຫຼາຍຊາຍ: ຂະນ້ອຍຂັດສົນແທ້ໆ ເອົາຈັກງວດນ່າ ຂະນ້ອຍຊິເຊື່ອເລີຍວ່າອາຈານໃຫ້ເລກຄີ້ວແທ້

ອາຈານ: ເອົາກະເອົາ ກູລືມໄປແລ້ວ, ມຶງໄປເບິ່ງດຸ ຢູ່ກ້ອງເສົານັ້ນຍັງບໍ່ ?

ຫານຊາຍ: ໄປຊອກຫາຢູ່ກ້ອງເສົາ ຈົນເມື່ອຍກໍ່ບໍ່ເຫັນ ທາງອາຈານກໍ່ເຂົ້າຫ້ອງໄປ ຄິດໃນໃຈວ່າອາຈານຕົວະ

ມື້ອື່ນຕອນເຊົ້າມາ ຊາຍຄົນນັ້ນມາວັດແຕ່ເຊົ້າ ອາຈານຖາມວ່າ

ອາຈານ: ເປັນຈັ່ງໃດຖືກບໍ່ເລກນະ?

ຫຼານຊາຍ: ບໍ່ຖືກ ຂະນ້ອຍ.

ອາຈານ: ມັນອອກຫຍັງ ?

ຫຼານຊາຍ: ເກົ້າ ສອງ "92"

ອາຈານ: 92 ກ້ອງເສົາ, ກ້ອງເສົາ 92 ເວົ້າແລ້ວກະຢ່າງເຂົ້າໄປກຸຕິເລຍ....

ຫຼານຊາຍ: ບຸນນໍບຸນ......................ຮຶໆໆໆໆໆໆໆໆໆໆໆໆໆໆໆalt

ຣ່າາາາາາາ ສົມແນ່ ບອກຕົງໆປານນັນລະ ຍັງບໍ່ຣູ້ກາຊ່ອຍບໍ່ໄດ້ລະ alt

                             ກະແຕນ້ອຍ ຂີ້ດື້ alt

Photobucket

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2008 | ມີ 23 ຄຳເຫັນ ແລະ 0 trackback(s)

ຄາຍຄຽດເດີ້ ພີ່ນ້ອງ

ກັບມືສະໝັກຫຼີ້ນ ກະແຕນ້ອຍເຈົ້າເກົ່າ ແຮະໆ alt

ຜົວເມຍເພີ່ນລົມກັນ

 

  ຊາຍ: ແມ່ນລະ, ໃນທີ່ສຸດ ກະທົນຕໍ່ໄປບໍ່ໄດ້ອີກແລ້ວ!

 

ຍິງ: ເຈົ້າຢາກໃຫ້ຂ້ອຍໄປຈາກເຈົ້າບໍ່?

 

ຊາຍ: ບໍ່...... ບໍ່ເຄີຍຄິດເລື່ອງແບບນັ້ນ!

 

ຍິງ: ເຈົ້າຈະຮັກຂ້ອຍບໍ່?

 

ຊາຍ: ແນ່ນອນ!

 

ຍິງ: ເຈົ້າເຄີຍນອກໃຈຂ້ອຍບໍ່?

 

ຊາຍ: ບໍ່, ເຈົ້າບໍ່ຕ້ອງຖາມກະໄດ້!

 

ຍິງ: ເຈົ້າຈະຈູບຂ້ອຍບໍ່?

 

ຊາຍ: ແມ່ນລະ!

 

ຍິງ: ເຈົ້າຈະຕີຂ້ອຍບໍ່?

 

ຊາຍ: ບໍ່ມີທາງ, ຂ້ອຍບໍ່ແມ່ນຄົນແບບນັ້ນ!

 

ຍິງ: ຂ້ອຍຈະເຊື່ອໃຈເຈົ້າໄດ້ບໍ່?


ບາດນີ້ພາຍຫຼັງການແຕ່ງງານ, ທ່ານລອງອ່ານແຕ່ລຸ່ມຂຶ້ນເທິງເບິ່ງດຸ!!!

 

    ກະແຕນ້ອຍ ຂີ້ດື້ alt

Photobucket

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 26, 2008 | ມີ 17 ຄຳເຫັນ ແລະ 0 trackback(s)

 

 ຜົວເມຍຢາກເອົາຊະນະກັນ ຈັ່ງແມ່ນເນາະ alt

ຍອດຊາຍ ໄດ້ຢ່າຮ້າງກັບເມຍມາໄດ້18ປີນີ້ພໍດີ ແລະ ກໍ່ໄດ້ຈ່າຍເງິນລ້ຽງລູກເດືອນນີ້ເປັນ

 

ເດືອນສຸດທ້າຍແລ້ວ ຍອດຊາຍດີໃຈຫຼາຍທີ່ຈະໄດ້ໝົດໜ້າທີ່ຮັບຜິດຊອບທີ່ຈະໄດ້ຈ່າຍເງິນຄ່າລ້ຽງລູກ

ຍອດຊາຍຈຶ່ງໄດ້ບອກກັບລູກສາວວ່າ ( ອີ່ນາງເອີ້ຍພໍ່ຝາກຄວາມໄປບອກແມ່ເຈົ້າແດ່ເນີ້ວ່າພໍ່ໝົດໜ້າທີ່ຈ່າຍ

ເງິນລ້ຽງລູກແລ້ວ ແລະ ພໍ່ຢາກຮູ້ວ່າແມ່ເຈົ້າຈະເປັນຈັ່ງໃດແລ້ວແມ່ເຈົ້າຈະເຮັດໜ້າຈັ່ງໃດເມື່ອລູກເຫັນ

ແລ້ວມາບອກພໍ່ໃຫ້ຮູ້ແດ່ເດີ້) ລູກຟັງພໍ່ບອກແລ້ວກໍ່ຟ້າວແລ່ນກັບບ້ານໄປຫາແມ່ ແລະ ກໍ່ບອກໃຫ້ແມ່ຟັງຕາມຄວາມ

ເວົ້າຂອງພໍ່ ເມື່ອແມ່ໄດ້ຍິນດັ່ງນັ້ນກໍ່ຫົວຂວັນຂື້ນບັກດັງຯ ແລະ ກໍ່ໄດ້ບອກໃຫ້ລູກສາວໄປບອກໃຫ້ພໍ່ຮູ້ເຊັ່ນກັນ

ວ່າ ( ອີ່ນາງເອີ້ຍໃຫ້ເຈົ້າໄປບອກພໍ່ເຈົ້າໃຫ້ຮູ້ແດ່ເດີ້ວ່າ ແມ່ຂໍຂອບໃຈນໍາຫຼາຍຯທີ່ຊ່ອຍໃຫ້ເງິນລ້ຽງລູກຕັ້ງ

 

18ປີພູ້ນທັງຯທີ່ອີ່ນາງບໍ່ແມ່ນລູກແທ້ຯຂອງໂຕເອງເມື່ອຮູ້ແບບນີ້ແລ້ວເບີ່ງດູວ່າພໍ່ເຈົ້າຈະມີອາການແບບໃດແລະເຮັດໜ້າແບບ
ໃດ )

ລູກສາວ: ຣະ….!!?????? ອີ່ແມ່ alt

 

ຈົບ ເອົາ ຊື່ໆ alt

 

             ກະແຕນ້ອຍ ຂີ້ດື້ alt

 

 

 

 

 


 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2008 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

Photobucket

ຖ້າຫາກວ່າ ຕອນນີ້ທ່ານກໍາລັງຫົລງຣັກໃຜ ຫລືຢາກບອກຣັກໃຜກາຫີບບອກສະເດີ້

ຖ້າບໍ່ເວົ້າອີກຟ່າຍກໍ່ຄົງບໍ່ຣູ້ ຢ່າເກັບໄວ້ໃນໃຈຄົນດຽວ alt

ຢ່າມອງຂ້າມໃຜຄົນ1ໄປ ພຽງແຕ່ເຫດຜົນທີ່ຈະຣັກບໍ່ໄດ້

ຖ້າເຣົາເກີດມາ ເພື່ອຈະຣັກໃຜຈັກຄົນ…….ຄົນໆນັ້ນຈະຣັກເຣົາຕອບ

ແຕ່ຖ້າເຣົາເກີດມາ…….ເພື່ອທີ່ຈະຣັກໃຜຫລາຍໆໆໆຄົນ

ເຊື່ອໄດ້ເລີຍວ່າຈະບໍ່ມີໃຜຣັກເຣົາແທ້ເລີຍ…….ພຽງແຕ່ຄົນດຽວ

ບາງຄັ້ງຄວາມຣັກອາດເດີນຜ່ານເຂົ້າມາ……ໃນຊີວິດເຣົາພຽງແຕ່ຄັ້ງດຽວ

 

ແລະບໍ່ມີວັນຫວນຄືນກັບມາອີກ …..ເຣົາບໍ່ອາດຣູ້ໄດ້ເລີຍວ່າ….

 

 

ຄວາມຣັກຄັ້ງນີ້ ຫຼືວ່າຄັ້ງໃດຈະເປັນເທື່ອສຸດທ້າຍ….

 

ມີຫລາຍເທື່ອທີ່ເຣົາພະຍາຍາມຕາມຫາຣັກ

 

ແຕ່ຄວາມຣັກກາໝີຈາກເຣົາໄປ ມີຫລາຍເທື່ອທີ່ເຣົາບໍ່ສົນໃຈ

 

ແຕ່ຄວາມຣັກພັດເຂົ້າມາຫາ ຢ່າຖາມຫາເຫດຜົນເມື່ອຈະຣັກໃຜ

 

ໃຫ້ຄວາມສໍາພັດຈາກຫົວໃຈວ່າຣູ້ສືກແນວໃດ

 

ຢ່າມອງຫາຄວາມຣັກດ້ວຍສາຍຕາ ແຕ່ໃຫ້ມອງຫາຄວາມຣັກດ້ວຍຫົວໃຈ

 

ຢ່າເຊື່ອຄວາມຣັກທີ່ໄດ້ຍີນຈາກຫູທັງສອງຂ້າງ

 

ແຕ່ໃຫ້ເຊື່ອຄໍາທີ່ດັງກ້ອງມາຈາກຄວາມຣູ້ສືກ ແລະສ່ວນເລີກຂອງຫົວໃຈ

 

ຄວາມຣັກເປັນສີ່ງທີ່ມີຄ່າ ແຕ່ມັນຈະໄລ້ຄ່າຖ້າບໍ່ມອບໃຫ້ໃຜ

 

ຫາກມື້1ເຣົາເຈີໃຜຈັກຄົນ ທີ່ແນມເຫັນຄວາມຣັກຂອງເຣົາ

 

ເຣົາຄວນມອບຣັກເຣົາໃຫ້ເຂົາໄປ ແລະເຣົາຈະຣູ້ວ່າຄວາມຣັກຫັ້ນ

 

ມີຄ່າແລະມີຄວາມໝາຍຊໍ່າໃດ

 

ຈົບ alt

 

               ກະແຕນ້ອຍ ຂີ້ດື້ alt

 

Photobucket

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ມື້ນີ້ເປັນວັນກົງກັບວັນ Christmas ພໍດີ ມີຄອບຄົວ1ມີສອງພໍ່ລູກອາໃສຢູ່ນໍາກັນ

 

ລູກສາວລາວໄດ້ລັກເງີນໄປຊື້ເຈ້ຍຫໍ່ຂອງຂັວນສີທອງໂດຍທີ່ບໍ່ໄດ້ຣັບອະນຸຍາດຈາກລາວກ່ອນ

 

ພໍ່ຢາກຣ້າຍລູກສາວລາວສຸດໆ ແຖມລາຄາກໍ່ແພງໃນຄະນະທີ່ການເງີນທາງບ້ານບໍ່ຄ່ອຍດີປານໃດ

 

ແລະພໍ່ກໍ່ໄດ້ອາລົມເສຍອີກເທື່ອ1ເມື່ອເຫັນລູກສາວເອົາເຈ້ຍຫໍ່ຂອງຂັວນລາຄາແພງ

 

ມາຫໍ່ກ່ອງຂອງຂັວນເພື່ອວາງໄວ້ກ້ອງຕົ້ນ Christmas

 

ແລະເຊົ້າຕໍ່ມາ ລູກສາວກໍ່ໄດ້ມອບກ່ອງຂອງຂັວນສີທອງນັ້ນໃຫ້ພໍ່

 

ນີ້ແມ່ນຂອງຂັວນ Christmas ຈາກລູກເດີ້ພໍ່ ພໍ່ຣູ້ສືກຜິດກັບເລື່ອງທີ່ເວົ້າບໍ່ດີກັບລູກສາວໄປວານນີ້

 

ແຕ່ຫຼັງຈາກພໍ່ໄດ້ຣັບຂອງຂັວນຈາກລູກສາວແລ້ວແທນທີ່ສິດີໃຈແຫ່ງຢາກຣ້າຍຂື້ນກົ່ວເກົ່າອີກ

 

ພໍ່ໄດ້ແກະກ່ອງຂອງຂັວນອອກປະກົດວ່າບໍ່ມີຫັຍງເລີຍໃນກ່ອງລາວຢາກຣ້າຍລູກສາວສຸດໆ

 

ແລ້ວພໍ່ກໍ່ເວົ້າກັບລູກສາວວ່າ ລູກບໍ່ຣູ້ແທ້ໆບໍ່ວ່າການສິໃຫ້ຂອງຂັວນໃຜຈັກຄົນ

 

ມັນຕ້ອງມີຂອງຂັວນໃນກ່ອງພ້ອມນະ? ລູກສາວໄດ້ແນມໄປເບີ່ງໝ້າພໍ່ແລ້ວບອກພໍ່ວ່າ

 

ມັນບໍ່ແມ່ນກ່ອງເປົ່າໃດຫັ້ນ

 

ລູກເອົາຄວາມຣັກທີ່ມີຕໍ່ພໍ່ໃສ່ເຕັມໃນກ່ອງເລີຍໃດ

 

ພໍ່ຣູ້ສືກຕື້ນຕັນໃຈກັບຄໍາເວົ້າຂອງລູກສາວ7ປີຂອງຕົນເອງ ລາວນັ່ງລົງລະກອດລູກພ້ອມດ້ວຍນໍ້າຕາ

 

ພໍ່ໄດ້ເວົ້າກັບລູກສາວວ່າຍົກໂທດໃຫ້ກັບພໍ່ໄດ້ບໍ່ທີ່ເວົ້າບໍ່ດີກັບລູກ

 

ລູກສາວ:ໂດຍ ລູກຣັກພໍ່ທີ່ສຸດໃນໂລກເລີຍ ລູກບໍ່ເຄີຍຄິດຄຽດໃຫ້ພໍ່ຫລືຊັງພໍ່ເລີຍ

 

ພໍ່ສະບາຍໃຈໄດ້ ພໍ່ເວົ້າຕໍ່ໄປວ່າ:ຊ່າງເປັນວັນ Christmas ທີ່ພິເສດໃນຊີວິດພໍ່ເລີຍກໍ່ວ່າໄດ້

 

ຕໍ່ໄປບໍ່ດົນອຸບັດເຫດກໍ່ໄດ້ເກີດຂື້ນກັບລູກສາວຂອງລາວຈົນເສຍຊີວິດໄປ

 

ຫັລງຈາກນັ້ນມາພໍ່ກໍ່ໄດ້ເກັບກ່ອງຂອງຂັວນສີທອງຂອງລູກສາວໄວ້ຂ້າງຕຽງຕະຫລອດຊີວິດຂອງພໍ່ເລີຍ

 

ລະບໍ່ວ່າພໍ່ຈະເຈີເລື່ອງທີ່ລໍາບາກ ຫລືທໍ້ແທ້

 

ພໍ່ກໍ່ຈະເອົາກ່ອງຂອງຂັວນອອກມາແລ້ວລົມກັບກ່ອງຂອງຂັວນ

 

ມັນປຽບເໝືອນຕົວແທນລູກສາວລາວເອີ້ນວ່າເປັນກ່ອງຂອງຂັວນທີ່ມີຄ່າທີ່ສຸດໃນຊີວິດຂອງລາວກໍ່ວ່າໄດ້

 

ຈົບ alt

        

ກະແຕນ້ອຍ ຂີ້ດື້ alt

 

 

alt

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 19 ຄຳເຫັນ ແລະ 0 trackback(s)

ຊາຍໜຸ່ມຄົນໜຶ່ງ ຍ່າງເຂົ້າໄປຮ້ານຂາຍຢາແລ້ວບອກເຈົ້າຂອງຮ້ານວ່າ: ຂໍຊື້ຖົງຢາງ( No: 1 )ແດ່ ມື້ແລງຊິໄປກິນເຂົ້າຢູ່ບ້ານແຟນ ມື້ແລງນີ້ຕ້ອງມີເຮ..! ເຈົ້າຂອງຮ້ານກໍ່ເອົາຖົງຢາງໃຫ້ຊາຍຄົນນັ້ນ ໃນຂະນະທີ່ກຳລັງຈະຍ່າງອອກຈາກຮ້ານ

ຊາຍໜຸ່ມຄົນນັ້ນກໍ່ຫັນໜ້າກັບມາອີກແລ້ວບອກວ່າ ຂ້ອຍຂໍຊື້ຕື່ມອີກແດ່ຖົງ1 ເພາະວ່ານ້ອງສາວຂອງແຟນຂ້ອຍກະໜ້າຮັກ ເວລາເຫັນຂ້ອຍໄປຫລີ້ນນຳເອື້ອຍລາວໆ ມັກນຸ່ງເຂີນໆໃຫ້ທ່າຂ້ອຍ ຂ້ອຍວ່າບາງທີອາດໂຊກດີກະໄດ້ມື້ແລງນິ.

ຄົນຂາຍຢາກໍ່ເອົາຖົງຢາງໃຫ້ອີກ ຊາຍໜຸ່ມຄົນນັ້ນກໍ່ຈະອອກໄປບຶດໜຶ່ງ ກໍ່ຫັນໜ້າກັບມາອີກແລ້ວບອກວ່າ: ຂ້ອຍຂໍອີກແດ່ຖົງໜຶ່ງ ເພາະວ່າແມ່ຂອງແຟນຂ້ອຍກໍ່ງາມໜ້າຮັກ ເວລາເຫັນຂ້ອຍລາວມັກເຫັນຕາຫວານໃສ່ຂ້ອຍ

ແລະລາວກະເປັນຄົນເຊີນຂ້ອຍໄປກິນເຂົ້າຢູ່ບ້ານອີກ ຂ້ອຍຄິດວ່າມື້ແລງຂ້ອຍຕ້ອງໂຊກດີສາມຊັ້ນແທ້ໆ..

ຫລັງຈາກນັ້ນຄົນຂາຍຢາ ກໍ່ເອົາຖົງຢາງໃຫ້ ຊາຍໜຸ່ມກໍ່ຍ່າງອອກໄປຈາກຮ້ານ ເມືອໄປຮອດບ້ານແຟນກໍ່ເຫັນແຟນ ນ້ອງສາວແຟນ ແລະ ແມ່ຂອງແຟນນັ່ງຢູ່ໃນບ້ານ ເມື່ອເຂົ້າໄປແລ້ວແມ່ແລະນ້ອງສາວແຟນກໍ່ລຸກອອກຈາກບ່ອນນັ່ງແລ້ວ

ໄປຈັດແຈງອາຫານເພື່ອຈະມາກິນ ເມື່ອຈັດແຈງອາຫານໃສ່ໂຕະຮຽບຮ້ອຍແລ້ວ ກໍ່ເອີ້ນກັນມານັ່ງອອ້ມພາເຂົ້າ ຂະນະກຳລັງຈະກິນກໍ່ໄດ້ຍິນສຽງລົດມາຈອດກ້ອງຕະລ່າງບ້ານ

ແມ່ກໍ່ຮ້ອງບອກໃຫ້ນ້ອງສາວແຟນໄປໄຂປະຕູແດ່ ພໍ່ມາແລ້ວ ພໍດີມາກິນເຂົ້າພ້ອມກັນເລີຍ....

ເມື່ອພໍ່ເຂົ້າມາໃນເຮືອນ ຊາຍໜຸ່ມກໍ່ຫລຽວກັບຫລັງເພື່ອຈະຍໍມືນົບສະບາຍດີ ພວມຈະຍໍມືນົບຢູ່ນັ້ນ ຊາຍໜຸ່ມກະຕົກສະເງິກກັບບາດ ແລ້ວກົມໜ້າລົງ ຈົ່ມຄ່ອຍໆ..ກູບໍ່ໜ້າໄປຊື້ຖົງຢ່າງຮ້ານນັ້ນເລີຍ..( ຄົນຂາຍຢາແມ່ນພໍ່ຂອງແຟນ )

ແຮະໆໆ

( ຂຽນທົດລອງໄດອາຣີ້ )

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2008 | ມີ 24 ຄຳເຫັນ ແລະ 0 trackback(s)

ຣັກແມ່ ເລີຍຢອກແມ່ຫຼີ້ນ alt

 

 ລູກຈະຂຽນຈົດໝາຍນີ້ຊ້າໆເດີ ເພາະລູກຮູ້ວ່າ ແມ່ອ່ານໜັງສືບໍ່ຄ່ອຍໄວ.!

ອັນເສື້ອທີ່ແມ່ສົ່ງໃຫ້ລູກນະ ລູກໄດ້ຮັບລະເດີ ຂອບໃຈແມ່ຫລາຍໆ!

ຕອນນີ້ລູກໄດ້ຍ້າຍຫໍພັກລະເດີ, ຍ້າຍມາຢູ່ນຳແຟນ!

ແມ່ຍັງຈຳໄດ້ເບາະຕອນທີ່ແມ່ມາສົ່ງລູກຢູ່ເດີນຍົນວັດໄຕນະ!

ມີຜູ້ຍິງຄົນນື່ງຂາວໆ ຈ່ອຍໆໜ້ອຍນື່ງ!

ທີ່ຈິງແລ້ວລາວກະມາຮຽນຢູ່ໂຮງຮຽນດຽວກັບລູກ.

ລາວເປັນຄົນໜ້າຮັກ ແລະ ສຸພາບດີ. ສະນັ້ນພວກເຮົາຈື່ງຍ້າຍມາຢູ່ນຳກັນເປັນແຟນກັນ

ລູກໃຫ້ຄວາມເຄົາລົບຕໍ່ລາວແລະ ລາວກໍ່ໃຫ້ກຽດລູກ

ແຕ່ມີມື້ນື່ງພວກເຮົາທັງສອງໄປງານລ້ຽງໝູ່ຈື່ງມີການດື່ມເບຍຈົນເມົາ. alt

ເມື່ອກັບມາຮອດເຮືອນພວກລູກໄດ້ເຜິຫລົງສະຕິຍ້ອນຄວາມເມົາຈື່ງມີອັນໃດອັນນື່ງກັນເກີດຂື້ນ

.!ລູກຕ້ອງຂໍໂທດແມ່ຫລາຍໆ ດຽວນີ້ລາວຕັ້ງຄັນ ( ມີລູກ ) ແລ້ວ 3ເດືອນ.

ແມ່ຈະດ່າຈະປ້ອຍລູກແນວໃດລູກກໍ່ຂໍຍອມຮັບຜິດ

ແຕ່ກໍ່ຂໍໃຫ້ແມ່ຄິດເຫັນລູກນ້ອຍໆໃນທ້ອງລາວແດ່ ເພາະຈັ່ງໃດກໍ່ເປັນຫລານຂອງແມ່

ສຸດທ້າຍ: ຂໍໃຫ້ແມ່ຈົ່ງມີສຸຂພາບແຂງແຮງເດີ! ຢ່າຄິດຫລາຍເດີກັບເຫດການທີ່ລູກໄດ້ເລົ່າໃຫ້ແມ່ຟັງຂ້າງເທີງນະ

ບໍ່ມີຫຍັງດອກລູກເວົ້າຢອກແມ່ຊື່ໆ! ອິອິອິອິອິ!!  alt

 ຣັກແມ່ ທີ່ສຸດໃນໂລກກກກກກເລີຍ ເດືອນໝ້າຝາກເງີນມາໃຫ້ລູກຕື່ມອີກແນ່ ...ແຣະໆ alt

 ຈາກລູກຊາຍ ທີ່ຣັກແມ່ ແຣະ

 

          ກະແຕນ້ອຍ ຂີ້ດື້ alt

Photobucket

ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2008 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ອ່ານລະກາຄິດດີໆ ກ່ອນຈະຕອບຫັຍງພໍ່ກັບແມ່ ເດີ້ພີ່ນ້ອງ alt

 

ມີພໍ່ຕູ້ຄົນໝື່ງ ລົມກັບລູກຊາຍທີ່ກັບມາຢາມບ້ານ ເນື່ອງຈາກແຕ່ງງານອອກໄປ

ເລີຍກັບມາຢາມພໍ່ຢູ່ ບ້ານນອກ

ພໍ່ກໍ່ດີໃຈຫລາຍທີ່ລູກຊາຍມາຢາມ ເລີຍຊວນລູກຊາຍອອກໄປນັ່ງຫຼີ້ນໝ້າບ້ານ

ພໍດີມີງົວຍ່າງຜ່ານມາພໍດີ ພໍ່ເລີຍຖາມລູກວ່າ

ພໍ່:ລູກໆໆ...ແມ່ນຫັຍງຍ່າງກາຍໝ້າພໍ່ໄປກີ້ນີ້

ລູກຊາຍ: ເອາະ...... ງົວນະພໍ່

ຜ່ານໄປປະມານ1-2 ນາທີ ພໍ່ກໍ່ໄດ້ຖາມປະໂຫຍກເກົ່າອີກ

ພໍ່: ລູກໆໆ......ແມ່ນຫັຍງຍ່າງກາຍໝ້າພໍ່ໄປ

ລູກຊາຍ: ງົວນະພໍ່ .........ກາງົວໂຕເກົ່າຫັ້ນລະ

ຜ່ານໄປບໍ່ພໍ 1-2ນາທີພໍ່ກໍ່ໄປຖາມລູກຊາຍປະໂຫຍກເກົ່າອີກ

ພໍ່: ລູກໆໆ......ແມ່ນຫັຍງຍ່າງກາຍໝ້າພໍ່ໄປ

ລູກຊາຍ: ຣູ້ສືກຢາກຣ້າຍແດ່ແລ້ວ ເພາະພໍ່ຖາມແຕ່ແນວເກົ່າ

ລູກຊາຍ: ເຣົາສິບອກພໍ່ເປັນເທື່ອສຸດທ້າຍເດີ້ ລະຢ່າຖາມອີກ

ກາງົວ ໂຕເກົ່າຫັ້ນລະ ພໍ່ນີ້ເຖົ້າແກ່ມາລະກາ ຫູຕາບໍ່ດີເນາະ

ແຖມສະໝອງຍັງເຫຼີເລືອນອີກ ຫາກໍ່ບອກໄປກີ້ນີ້ ລືມລະບໍ່?

ພໍ່: ຍ້ອນຄວາມຢາກລົມກັບລູກຊາຍ ບໍ່ຣູ້ວ່າຈະຖາມຫັຍງ

ກໍ່ຖາມປະໂຫຍກເກົ່າອີກ.........

ພໍ່:ລູກໆໆ...... ແມ່ນຫັຍງຍ່າງກາຍໝ້າພໍ່ໄປກີ້ນີ້

ລູກຊາຍ: ຫ້ວຍ.........ພໍ່ນີ້ເວີ້ຍຊ່າງບໍ່ເຂົ້າໃຈພາສາແທ້ ກາຍັງວ່າໂຕງົວ ໂຕງົວ

ໄປດອກ ບໍ່ລົມນໍາລະ ລໍາຄານແລ້ວລູກຊາຍກໍ່ຍ່າງໝີ ຈາກພໍ່ໄປ

ຈົນຣອດຕອນຄໍ່າວັນດຽວກັນ ເປັນຊ້ວງແລງໆ

ລູກຊາຍບໍ່ເຫັນພໍ່ລົງມາແຕ່ຫ້ອງ ເລີຍຂື້ນໄປຣ້ອງພໍ່ມາກີນເຂົ້າ

ເຄາະປະຕູເອີ້ນ ພໍ່ໆກີນເຂົ້າເດີ້

ປະກົດວ່າບໍ່ໄດ້ຍີນສຽງພໍ່ຕອບຣັບລາວເລີຍໄຂປະຕູເຂົ້າໄປ

ເຫັນພໍ່ກໍາລັງນອນຢູ່ ແລະລາວກໍ່ໄດ້ແນມເຫັນປື້ມຫົວ1

ວາງໄວ້ໝ້າໂຕະຂອງພໍ່ ລາວຄິດແປກໃຈຫລາຍເພາະມັນເກົ່າຫລາຍ

ລາວເລີຍຈັບຂື້ນມາອ່ານ ລາວໄດ້ອ່ານປື້ມບັນທືກຂອງພໍ່ລາວຂຽນໄວ້

ແຕ່ສະໄໝລາວຍັງນ້ອຍໆຢູ່ ພໍ່ລາວຂຽນວ່າມື້ນີ້ເປັນມື້ທີ່ອາກາດດີທີ່ສຸດ

ຂ້ອຍແລະລູກຊາຍໄດ້ພາກັນອອກມານັ່ງຫຼີ້ນຢູ່ໝ້າບ້ານ

ລູກຊາຍຂ້ອຍອາຍຸປະມານ2ປີ ກໍາລັງຣຽນເວົ້າ ໝັາຣັກໝ້າຊັງແທ້ໆ

ພໍດີຕອນນັ້ນມີງົວຍ່າງຜ່ານມາ ລູກຊາຍຖາມຂ້ອຍວ່າ

ລູກຊາຍ: ພໍ່ໆໆ ........ນັ້ນແມ່ນໂຕຫັຍງ?

ພໍ່: ເອາະ..........ງົວນະລູກ

ຜ່ານບໍ່ພໍໄປ1-2ນາທີ ລູກຊາຍກໍ່ຖາມຄໍາຖາມເກົ່າອີກ

ລູກຊາຍ: ພໍ່ໆໆ..... ນັ້ນແມ່ນໂຕຫັຍງ?

ພໍ່: ງົວຕົ່ວຫັ້ນ ລູກ

ລູກໄດ້ແຕ່ຖາມຄໍາຖາມ ເກົ່າໆ ຫລາຍໆໆເທື່ອ

ແຕ່ພໍ່ບໍ່ຣູ້ສືກເບື່ອເລີຍ ກັບຣູ້ສືກດີໃຈຫລາຍ

ແຕ່ມື້ນີ້ ເປັນຄໍາຖາມອັນເກົ່າ ທີ່ຄົນສອງຄົນເຄີຍຖາມເຄີຍຕອບກັນ

ກັບມາຖາມອີກ ແຕ່ປ່ຽນຈາກຜູ້ຕອບມາເປັນຜູ້ຖາມ

ພໍ່ຖາມລູກ ບໍ່ພໍ2-3ເທື່ອ ລູກກາຢາກຣ້າຍແລ້ວ ລັງກຽດຣອດສິລົມກັບພໍ່

ແຕ່ຈັ່ງໃດ ພໍ່ກໍ່ຢາກບອກລູກວ່າ ພໍ່ຣັກລູກທີ່ສຸດໃນໂລກ

ພໍລາວໄດ້ອ່ານປື້ມບັນທືກຈົບ ນ້ຳຕາກໍ່ໄຫຼອອກມາຈາກຕາຂອງລາວທັນທີ

ທັນໃດນັ້ນລາວຄິດຢາກຈະຂໍໂທດພໍ່ ເລື່ອງມື້ສວຍນີ້ ລາວເລີຍວ່າຈະປຸກພໍ່

ໃນຂະນະທີ່ລາວຣູ້ສືກຜິດນັ້ນມັນກໍ່ສາຍໄປແລ້ວ

ພໍ່ຂອງລາວໄດ້ຈາກໂລກນີ້ໄປແລ້ວ ພໍ່ລາວນອນລັບແບບບໍ່ມີມື້ຕື່ນ

ລາວໄດ້ແຕ່ກອດສົບຂອງພໍ່ລາວ ແລ້ວກ່າວຄໍາວ່າ

ພໍ່ໆໆໆໆໆໆ.........ລູກຂໍໂທດ  alt alt alt

 

ຈົບ alt

 

                   ກະແຕນ້ອຍ ຂີ້ດື້ alt


alt
 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2008 | ມີ 18 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ເປັນເລື່ອງຈີງທີ່ ຂພຈ ໄດ້ຟັງມາເຕັມສອງຫູ ເລື່ອງມີຢູ່ວ່າ ມີຊາຍຄົນໝື່ງໄປເຣັດວຽກຢູ່ຕ່າງປະເທດ ກ່ອນໄປກໍ່ຄິດວ່າເປັນເມືອງສະຫັວນບົນດີນພູ້ນລະໄປ

ແຕ່ມັນກໍ່ບໍ່ເປັນຄືຄິດໄວ້ເລີຍ ແຕ່ອະນຸຍາດບໍ່ອອກຊື່ປະເທດເດີ້

ຊາຍຄົນນີ້ມີອາຍຸປະມານ38ປີ ເອື້ອຍລາວຣັບປະກັນໄປຕ່າງປະເທດແລ້ວລາວກໍ່ໄປເຣັດວຽກແນ່ນອນ ວີຊ້າລາວຂາດແລ້ວ

ໄດ້ລັກໆລີ້ໆຢູ່ ຕອນໄປເຣັດວຽກໃໝ່ໆເຂົາກໍ່ບໍ່ກ້າເວົ້າຫັຍງຫລືເຣັດຫັຍງລາວຫລາຍດອກ

ພໍແຕ່ ວີຊ້າລາວຂາດລາວຣູ້ສືກວ່າທຸກຄົນໃນໂຣງງານຂອງລາວກໍ່ປ່ຽນໄປ

ລັກສະນະຢາກຂົ່ມລາວ ຄິດວ່າລາວບໍ່ມີທາງໄປຢາກເວົ້າຫັຍງ ຢາກເຣັດຫັຍງກັບລາວກໍ່ໄດ້

ຄວາມຣູ້ສືກຂອງລາວຕອນນັ້ນຄ້າຍໆກັບວ່າ ໄປເຣັດວຽກຊໍ່າກັບໄປຂໍທານ

 ຢາກຕັດເງີນເດືອນລາວກໍ່ຕັດ ໂດຍທີ່ບໍ່ໄດ້ເຣັດຫັຍງຜິດຫລືເສຍຫາຍ ຕາມຄວາມເປັນຈີງບໍ່ມີໝ້ອງໄປກໍ່ໄດ້ອົດ

 ໂຕເອງຢູ່ບໍ່ຖືກຕ້ອງ ຈະໄປຟ້ອງກໍ່ເຣັດບໍ່ໄດ້

ແຕ່ລະມື້ບໍ່ຣູ້ວ່າຈະເກີດຫັຍງຂື້ນກັບໂຕເອງ ຈະຖືກເວົ້າຫັຍງໃສ່ແນ່ ເຣັດຫັຍງໃສ່ແນ່

ຄອຍຫວາດພະຫວາຢູ່ຕະຫລອດ

ເຈົ້ານາຍອາລົມບໍ່ດີມາແຕ່ໃສກາບໍ່ຣູ້ກາມາລະບາຍໃສ່ທີ່ລາວ ເລື່ອງບໍ່ກ່ຽວກັບລາວກໍ່ເອົາມາລະບາຍໃສ່ລາວ

ລາວໄດ້ແຕ່ທ່ອງໃນໃຈວ່າ ລູກກັບເມຍ ລູກກັບເມຍຜູ້ທີ່ຕັ້ງໝ້າຕັ້ງຕາລໍຖ້າລາວກັບມາ

ແນ່ນອນ ລາວບໍ່ໄດ້ກັບມາໂຕເປົ່າເພາະລູກເມຍກໍ່ຣູ້ວ່າເຣັດວຽກຫາເງີນ

ມີຫລາຍເທື່ອທີ່ຫົວໝ້າລາວມາໃຊ້ອາລົມກັບລາວ ເຊັ່ນວ່າລົມກັນບໍ່ເຂົ້າພາສາກາຫງຸດຫງິດໃສ່ລາວ

ເພາະລາວຍັງບໍ່ເກັ່ງພາສາເຂົາ ປູໆປາໆ ມີມື້ໝື່ງບໍ່ຣູ້ວ່ານາຍໃຈຣ້າຍຫັຍງມາແຕ່ໃສ

ມາກໍາຄໍເສື້ອລາວ ລະມີຫລາຍເທື່ອຍູ້ລາວໃສ່ກອງໄຟທີ່ກໍາລັງລຸກໄໝ້ຢູ່

ຖ້າຫລີກບໍ່ທັນ ເຖີງບໍ່ຕາຍກໍ່ໄຟໄໝ້ໂຕ ບໍ່ຫລາຍກາໝ້ອຍ

ແຖມຍັງບໍ່ໄດ້ເຣັດຫັຍງຜິດເຂົາກໍ່ບອກລາວ ນົບຕີນ3ບາດເພື່ອເປັນການຂໍໂທດ

ຈື່ງຈະໃຫ້ອະໄພ ບໍ່ຊັ້ນລະມື້ອື່ນໄປໃຫ້ມຶງພັກການ1ເດືອນ

ລາວອົດເກືອບຕາຍ ຄິດເຫັນແຕ່ໝ້າລູກໝ້າເມຍ

ລາວຈົນຍອມໄດ້ເຣັດຕາມເຂົາບອກ ທັງໆທີ່ບໍ່ຣູ້ຄວາມຜິດຂອງຕົນເອງເລີຍ

ຂພຈ ໄດ້ຍີນຣອດໝ້ອງນີ້ ບໍ່ຣູ້ວ່ານ້ຳຕາໄຫຼອອກມາຕອນໃດalt

ບໍ່ຄິດວ່າຄົນທີ່ເຄີຍເປັນນັກເລັງຫົວໂຕຄືອ້າຍຄົນໃນເລື່ອງນີ້ ຈະຣັກລູກຣັກເມຍ

ແລະອົດທົນໄດ້ຣອດປານນີ້ ເພາະວ່າ ຂພຈກໍ່ແມ່ນຜູ້ໝື່ງທີ່ຣູ້ປະຫັວດຂອງລາວດີ

ສະໄໝກ່ອນລາວເຄີຍເປັນຫົວໝ້ານັກເລັງຄຸມຊອຍກາວ່າໄດ້

ລາວອາດຈະແມ່ນ ຈິກໂກກັບໃຈ ຖ້ານາຍຢາກຣ້າຍກໍ່ມັກຈະຂູ່ລາວວ່າໂທບອກເອື້ອຍມືງມາເວົ້າກັນແມະ

ລາວອົດຍ້ອນວ່າບໍ່ຢາກລົບກວນເອື້ອຍແລະອ້າຍເຂີຍ ລາວກໍ່ໄດ້ແຕ່ນົບຂໍໂທດ

ທັງໆທີ່ລາວບໍ່ໄດ້ຜິດ ພາສາກໍ່ບໍ່ໄດ້ ບໍ່ຜິດກໍ່ໄດ້ຂໍໂທດ ລາວຄິດກັບໂຕເອງວ່ານີ້ບໍ່ຊີວິດຢູ່ຕ່າງປະເທດນະ?

ຈະມີໃຜຖືກແບບກູບໍ່ ຫລືວ່າຈະມີອີກຫລາຍໆຄົນທີ່ຖືກຫລາຍກົ່ວກູບໍ່?ລາວຕັ້ງຄໍາຖາມກັບໂຕເອງ

ຈັ່ງແມ່ນມັນຕົງກັບຄໍາວ່າ ຄັບຖີ່ຢູ່ໄດ້ ຄັບໃຈຢູ່ຍາກແທ້ໆ

ມີເທື່ອ1ນາຍລາວບອກວ່າໂທໄປເອີ້ນເອື້ອຍມືງມາແມະ ລາວກໍ່ຕອບກັບວ່າບໍ່ຕ້ອງເອີ້ນເອື້ອຍມາດອກ

ໂທເອີ້ນຕໍາຫລວດຫັ້ນມາໂລດ ນາຍກໍ່ມິດໄປເພາະຢ້ານຖືກໄໝທີ່ຣັບເອົາຄົນບໍ່ມີ ວີຊ້າມາເຣັດວຽກຄືກັນ

ອົດມາສອງປີ ໂອ໋ລາວຄິດກັບໂຕເອງ ອີ່ມເດະຊີວິດຢູ່ຕ່າງປະເທດນີ້ ຖ້າເລືອກໄດ້ບໍ່ຂໍມາອີກລະ......

ຈົນມາມື້ໝື່ງລາວຖືກຫົວໝ້າຂົ່ມເຫັງແຣງ ລາວຕັດສີນໃຈວ່າຈະລາອອກ

ເພາະໄປເຣັດວຽກນໍາກັນກໍ່ແກ້ງລາວຕ່າງໆນາໆ ຄົນອື່ນໄດ້ພັກທ່ຽງ1ຊ/ມ

ແຕ່ກັບລາວໃຫ້ພັກພຽງແຕ່20ນາທີ ກໍ່ໃຫ້ເຣັດວຽກຕໍ່ເລີຍ ເກີດຫັຍງກັບກູ ກູເຣັດຫັຍງຜິດ

ລາວບໍ່ຣູ້ສາເຫດເລີຍ ຄືວ່າຫັ້ນລະແລະເນາະ ອົດຈົນຣອດຂີດສຸດທ້າຍຍຍ

ລາວກໍ່ເລີຍຂໍລາອອກ ເພາະຢ້ານອົດບໍ່ໄດ້ສິຫົລງໄດ້ຂ້າຄົນຕາຍຍ້ອນ ມັນສິບໍ່ຄູ້ມຄ່າ ລູກເມຍຄອງຄອຍ ໃນທີ່ສຸດລາວກໍ່ຂໍລາອອກ

ແລ້ວກໍ່ກັບມາຫາລູກເມຍ ທີ່ເມືອງລາວ

 

 

ຈົບ alt

ລືມບອກໄປວ່າວຽກລາວແມ່ນວຽກກໍາມະກອນ

 

           ກະແຕນ້ອຍ ຂີ້ດື້ alt


Thanks Comments
 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2008 | ມີ 23 ຄຳເຫັນ ແລະ 0 trackback(s)

ແຣະໆ ມາອີກກກກກກກກກກກກ ແດ້ວຕາລົກເຈົ້າເກົ່າ  alt

 

ລອງເດົາເບີ່ງດຸ ວ່າໂຕເອງຖືກກັບຂໍ້ໃດໃນຈໍານວນ12ຂໍ້ຕໍ່ໄປນີ້  alt

 

 

1: ຄົນທີ່ຕົດສຽງດັງບໍ່ມີກິ່ນ ເປັນຄົນ ດີແຕ່ມັກເວົ້າຄູ່


2: ຄົນທີ່ຕົດບໍ່ມີສຽງແຕ່ໂຄດເຫມັນ ເປັນຄົນ ອຳມະຫິດ


3:
ຄົນທີ່ຕົດພອ້ມກັບໄອໄປພອ້ມ ເປັນຄົນ ເລ້ຫລ່ຽມ


4: ຄົນທີ່ຕົດສຽງດັງເຣັດຫັຍງໄປພອ້ມແຕ່ພາດ ໂຄດຊວຍ


5:
ຄົນທີ່ຢືນດົມຕົດໂຕເອັງຄົນດຽວ ໂຄດເຫີງກ


6:
ຄົນທີ່ຕົດສຽງດັງສະນັ່ນແລ້ວຫົວເລາະພໍໃຈ ເປັນຄົນ ຂີ້ໂມ້


7:
ຄົນທີ່ຕົດແລ້ວຫລຽວເບິ່ງຫນ້າຄົນອື່ນ ເປັນຄົນ ບໍ່ຈິງໃຈ


8:
ຄົນທີ່ອົດກັ້ນຈົນທົນບໍ່ໃຫວຈຶ່ງປອ່ຍອອກ ໂຄດໃຈເຢັນ


9:
ຄົນທີ່ຕົດໃນຜ້າຫົ່ມໃຫ້ຄົນອື່ນດົມ ເປັນຄົນ ຊາດິດ


10:
ຄົນທີ່ອົດໄວ້ກັບໄປຕົດຢູ່ບ້ານ ເປັນຄົນ ຜູ້ດີ


11:
ຄົນທີ່ຂໍໂທດກອ່ນ ແລະ ຫລົງຕົດທັງໆທີ່ຢູ່ຄົນດຽວ ເປັນຄົນ ສຸພາບ


12:
ຄົນທີ່ຕົດແລ້ວກຳໃຫ້ຫມູ່ດົມ ນັ້ນເປັນຄົນ ໃຈກວ້າງຮັກຫມູ່ຮັກກອງ

 


ແລ້ວເພື່ອນໆເດ້ເປັນຄົນແບບໃດລະ ແຣະໆ? alt

 

      ກະແຕນ້ອຍ ຂີ້ດື້ alt

 


Thanks Comments
 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2008 | ມີ 49 ຄຳເຫັນ ແລະ 0 trackback(s)

 

ມາອີກກກກກກກກແຢ້ວເດີ້

 

ມາພ້ອມກັບຄໍາດີໆຂອງຄົນບໍ່ມີແຟນ  30 ຂໍ້alt

 

1: ມີເວລາຢູ່ກັບໝູ່ຫລາຍຂື້ນ

2: ກັບບ້ານຊ້າກາບໍ່ຕ້ອງໂທລາຍງານໃຜ

3: ບໍ່ຕ້ອງຜິດກັບໃຜ

4:ປະຢັດຄ່າໃຊ້ຈ່າຍ ບໍ່ຕ້ອງໄປທ່ຽວໃສກັບແຟນ

5:ບໍ່ຕ້ອງຄອຍເອົາອົກເອົາໃຈແຟນ

6: ບໍ່ຕ້ອງໄປເຈີໝູ່ຂອງແຟນ ທີ່ເຣົາບໍ່ຢາກເຈີ

7: ບໍ່ຕ້ອງຢ້ານວ່າໃຜສິມາຍາດແຟນເຣົາ

8:ບໍ່ຕ້ອງຫືງ ບໍ່ຕ້ອງຫວງໃຜໃຫ້ເມື່ອຍ

9:ບໍ່ຕ້ອງຫ່ວງວ່າເຂົາສະບາຍດີຫລືບໍ່?

10: ມີເວລາໃຫ້ໂຕເອງຫລາຍຂື້ນ

11: ບໍ່ຕ້ອງຢ້ານວ່າສິອົກຫັກ

12: ບໍ່ຕ້ອງກັງວົນວ່າ ແຕ່ລະມື້ສິໃສ່ສຸດໃດໃຫ້ຖືກໃຈເຂົາ

13: ຢາກຈີບໃຜກາໄດ້ ບໍ່ຕ້ອງເກັງໃຈໃຜ

14: ພໍ່ແມ່ ກາຣັກຫລາຍຂື້ນເພາະຢູ່ແຕ່ບ້ານ

15: ບໍ່ຕ້ອງປ່ຽນໂຕເອງເພື່ອເອົາໃຈແຟນ

16: ບໍ່ຕ້ອງໃຫ້ ຍາມເມື່ອເຂົາຈາກໄປ

17: ໄດ້ເຣັດແນວໂຕມັກ ແບບບໍ່ຫ່ວງໝ້າຫ່ວງຫັລງ

18: ຄິດຣອດຫລາຍໆຄົນພ້ອມກັນໄດ້ ໂດຍບໍ່ຕ້ອງເກັງໃຈແຟນ

19: ລື້ງກັບຄວາມຢູ່ບ້ານ ເພາະບໍ່ຕ້ອງອອກເດດ

20: ຫຼີ້ນເນັດຈັກຊ/ມ ກາໄດ້ລົມກັບໃຜກາໄດ້ບໍ່ມີແຟນຮ້າຍ

21: ບໍ່ຕ້ອງຖ້າໂທລະສັບຈາກແຟນ

22: ບໍ່ຕ້ອງເປືອງຄ່າໂທລະສັບໂທຫາແຟນ

23: ໝູ່ກາບໍ່ໄດ້ເວົ້າໃຫ້ວ່າລືມໝູ່ຍ້ອນມີແຟນ

24: ຄິດຣອດໃຜກາໄດ້ ທີ່ຢາກຈະຄິດຣອດ

25: ໃຜຈີບມາກາລົມໄປເພາະຍັງບໍ່ມີແຟນ

26: ບໍ່ຕ້ອງເອົາໃຈຄົນໃນຄອບຄົວຂອງແຟນ

27: ສາມາດລົມກັບເພດຕົງຂ້າມໄດ້ແບບສະບາຍໃຈ

28: ບໍ່ຕ້ອງໄປຣັບໄປສົ່ງໃຫ້ເປືອງນ້ຳມັນລົດ

29: ຢາກນອນຈັກໂມງການອນ

30: ຢາກຕື່ນຈັກໂມງກາຕື່ນ

 

ມີແຕ່ແນວດີໆກັບໂຕເອງເນາະ ບໍ່ມີແຟນນີ້ alt

 

                      ກະແຕນ້ອຍ ຂີ້ດື້ alt


Thanks Comments

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2008 | ມີ 12 ຄຳເຫັນ ແລະ 0 trackback(s)

ມືສະໝັກຫຼີ້ນມາອີກແຢ້ວວວວວວວວວalt

 

ມີຄອບຄົວໝື່ງ ມີສາມຄົນພໍ່ແມ່ລະກາລູກຊາຍ ກໍາລັງໝ້າຣັກໝ້າຊັງ

ລູກຊາຍກໍາລັງນັ່ງເບີ່ງໂທລະທັດຢູ່ ພໍ່ກໍ່ຢູ່ໃສຫ້ອງ

ແມ່ ກໍາລັງເຣັດກີນໃນເຣືອນຄົວ  ພໍດີມີຄົນມາເຄາະປະຕູພໍດີ

ແມ່: ຣ້ອງອອກມາແຕ່ເຣືອນຄົວວ່າ ລູກໆເປີດປະຕູເບີ່ງດຸວ່າໃຜມາ ແມ່ມືເປື້ອນ

ລູກຊາຍ: ໂດຍໆໆ ແລ້ວລາວກໍ່ຍ່າງໄປເປີດປະຕູ

ແອດດດດດດດດດດດດດດດດດດ...........

ລາວໄດ້ເຫັນຜູ້ຊາຍໂຕໃຫ່ຍ ທັງເນື້ອຕົວມອມແມມ

ແມ່: ແນມອອກມາແຕ່ເຣືອນຄົວເຫັນຊາຍຄົນນັ້ນພໍດີ

ເລີຍຣ້ອງໃສ່ລູກຊາຍວ່າ ຣ້ອງພໍ່ແມະ

ລູກຊາຍ: ງົງແລະຄິດໃນໃຈວ່າເປັນຫັຍງແມ່ ຈື່ງໃຫ້ເອີ້ນຊາຍຜູ້ຄົນນີ້ວ່າພໍ່

ແມ່: ເອີ້ນພໍ່ແມະ ເອີ້ນພໍ່ແມະ ລູກ

ລູກຊາຍ: ມິດ.................ໄປໝ້ອຍໝື່ງ

ແມ່: ຍ່າງອອກມາແຕ່ເຣືອນຄົວ ເອີ້ນນພໍ່ແມະ ລູກ alt

ລູກຊາຍ: ເກົາຫົວງ໋ອກໆ -_-a

ແມ່: ເລີຍຈິກໝາກກອກໃສ່ຫົວ ໂປກກກກກກກບາດ1 ເອີ້ນພໍ່ແມະ

ລູກຊາຍ: ຢ້ານໄດ້ກີນໝາກກອກໝັງອີກບາດໝື່ງກາເລີຍເອີ້ນຂື້ນສຸດແຣງ

ພໍ່ໆໆໆໆໆໆໆໆໆໆໆໆ.............!!!?????????

ພໍ່: ໄດ້ຍີນກໍ່ຍ່າງອອກມາແຕ່ຫ້ອງພໍດີ

ໂດຍ ແມ່ນຫັຍງ

ແມ່: ຄົນມາແປງແອນະອ້າຍ

ລູກຊາຍ: ຣ໋ະ...........!!!!!!!????????ຄົນແປງແອດອກຫວາ?

ຄິດວ່າແມ່ນພໍ່ໃໝ່ ຂອງແນວວ່າແມ່ບອກໃຫ້ເອີ້ນພໍ່

ແມ່+ພໍ່: ຣ່າາາາາາາາາາາາາາາາາາາາາາາalt

ລູກຊາຍ: ຣູ້ແບບນີ້ແຕ່ຕອນແລກ ຕູ໋ກາບໍ່ໄດ້ກີນໝາກກອກໝັງລະເດະalt

ແມ່: ບໍ່ເອີ້ນພໍ່ອອກມາ ດຽວເພີ່ນກາໄປບ້ານອື່ນຕົ່ວລູກເອີ້ຍຍ

ແມ່ ກາຍັງບອກໃຫ້ເອີ້ນພໍ່ແຕ່ດົນໆລະ

ລູກຊາຍ: ສົມພໍຕາສະເໝັ່ນເບື້ອງຂວາໝົດມື້

 

ຈົບ

 

ບໍ່ຫົວກາຍີ້ມກາຍັງດີເດີ້ ພີ່ນ້ອງ ແຣະໆalt

              ແຕ່ງໂດຍ: ກະແຕນ້ອຍ ຂີ້ດື້ alt

 

 


Thanks Comments

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

10: ເຫດຜົນທີ່ເຮັດໃຫ້ເຮົາບໍ່ກ້າບອກ

 

 


'Love
 

 

ຄົນທີ່ເຂົາບໍ່ຮັກເຮົາ alt

 

 

1: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເປັນຈຸດຈົບຂອງທຸກຢ່າງ  

 

2: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເຮັດໃຫ້ເຮົາບໍ່ເຫຼືອຮອດຄໍາວ່າເພື່ອນ  

 

3: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເຮັດໃຫ້ເຮົາກັບເຂົາາຮ່າງໄກກັນ  

 

4: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ສິເຮັດໃຫ້ເຮົາເບີ່ງໝ້າກັນບໍ່ຕິດ  

 

5: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເຮັດໃຫ້ເຫຼືອແຕ່ເຮົາພຽງຄົນດຽວ  

 

6: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ສິເຮັດໃຫ້ຝັນຂອງເຮົາບໍ່ມີເຂົາອີກ  

 

7: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເຮັດໃຫ້ເຮົາອ້າງຫ້ວາງຕະຫລອດໄປ  

 

8: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເຮັດໃຫ້ເຮົາເຈີກັບຄວາມຈີງທີ່ໂຫດຮ້າຍ  

 

9: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເຮັດໃຫ້ເຮົາບໍ່ມີເຂົາອີກ  

 

10: ການບອກຮັກ ຄົນທີ່ເຂົາບໍ່ຮັກເຮົາ ຈະເຮັດໃຫ້ທຸກຢ່າງຈົບດ້ວຍຄວາມເສົ້າalt

 

ຈົບ

 

                   ກະແຕນ້ອຍ ຂີ້ດື້ alt


'Thank
 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ເຈີກັນອີກຕາມເຄີຍກັບມືສະໝັກຫຼີ້ນ alt

 

ມີຄອບຄົວໝື່ງ ມີພໍ່ແມ່ ລູກນ້ອຍອີກ2ຄົນ

ແຕ່ອານິຈາຟ້າຊ່າງບໍ່ເປັນໃຈ ຄອບຄົວກໍາລັງມີຖານະ

ແຕ່ຜູ້ເປັນພໍ່ກັບມາຕາຍຈາກໄປ

ເລີຍຕ້ອງເຣັດໃຫ້ແມ່ ແລະລູກນ້ອຍຕ້ອງສູ້ຊີວິດ

ທຸກຍາກລໍາບາກເພາະຂາດຫົວໝ້າຄອບຄົວ

ແຕ່ແມ່ກໍ່ສູ້ຊົນ ລ້ຽງລູກດີມາຕະຫລອດ

ໝັກກໍ່ເອົາ ເບົາກໍ່ສູ້

 

ສູ້ເພື່ອລູກທີ່ເປັນດວງໃຈ

ລູກນ້ອຍກໍາລັງໝ້າຣັກ ໝ້າຊັງ

ແຕ່ມີມື້ໝື່ງອາກາດຣ້ອນຫລາຍ

ຄ້າຍວ່າຟ້າຈະລົງໂທດໃຜບາງຄົນ

ໃຫ້ໄດ້ຣັບຄວາມເດືອດຣ້ອນ

ໂດຍປົກກະຕິແມ່ຈະໄປຕະຫລາດຊື້ອາຫານມາໃຫ້ລູກນ້ອຍ

ເປັນປະຈໍາ ມື້ນີ້ກໍ່ເຊັ່ນດຽວກັນ

ລູກນ້ອຍທັງສອງນອນພໍດີ

 

ແມ່ໄດ້ອອກໄປຕະຫລາດແລ້ວໃສ່ກຸນແຈເຣືອນໄວ້

ເພື່ອບໍ່ໃຫ້ລູກນ້ອຍອອກໄປນອກບ້ານ

ແມ່ກໍາລັງຊື້ເຄື່ອງຢູ່ຕະຫລາດທີ່ບໍ່ໄກຈາກເຣືອນປານໃດ

ທັນໄດ້ນັ້ນໄດ້ຍີນສຽງລົດດັບເພີງ ບີບແກ

ສົ່ງສັນຍານວ່າເກີດໄຟໄໝ້ ຄົນໃນຕະຫລາດບາງຄົນ

ກໍ່ຣ້ອງວ່າ ໄຟໄໝ້ ໄຟໄໝ້.............

ແມ່ຍັງຊື້ເຄື່ອງຢູ່ ຈົນມີຄົນມາບອກວ່າ

ໄຟໄໝ້ແຖວເຣືອນເຈົ້າແລ້ວ......

ພໍໄດ້ຍີນແຕ່ຊໍ່ານັ້ນລະ ແມ່ເຖີງກັບຖີ້ມກະຕ່າເຄື່ອງ

ພ້ອມດ້ວຍກະເປົາເງີນໂດຍບໍ່ຄິດເຖີງອັນໃດເລີຍ

ຄິດແຕ່ວ່າ ລູກໆ ....ລູກຂ້ອຍ......

ລາວອຸທານອອກມາ ລູກແມ່ເປັນແນວໃດ?

ເທວະດາເອີ້ຍຍ ຂໍຢ່າໃຫ້ໄຟໄໝ້ມາຣອດເຣຶອນຜູ້ຂ້າເດີ້..

ແຕ່ຄວາມໄວຂອງໄຟໄດ້ລາມມາຣອດເຣືອນຂອງລາວ

ເພາະວ່າເປັນມື້ທີ່ມີລົມແຣງ

ແມ່ເພີ່ນແລ່ນ ເອົາແທ້ເອົາວ່າ ໂດຍບໍ່ຄິດຫາຊີວິດໂຕເອງເລີຍ

ເພາະໃນໃຈເປັນຫ່ວງແຕ່ລູກສອງຄົນ

ຣ້ອງຫາແຕ່ວ່າ ລູກໆ ລູກໆ...

ໃນຂະນະນັ້ນເອງ ໄຟເລີ້ມໄໝ້ແຣງຂື້ນແລ້ວ

ໝ່ວຍດັບເພີງບໍ່ກ້າເຂົ້າໄປໃນເຣືອນ

ແຕ່ແມ່ບໍ່ໄດ້ຄິດຢ້ານຈັກໝ້ອຍ ບອກໝ່ວຍດັບເພີງວ່າ

ປ່ອຍຂ້ອຍເຂົ້າໄປ ປ່ອຍຂ້ອຍເຂົ້າໄປ

ລູກຂ້ອຍຢູ່ໃນເຣືອນຫັ້ນ ຣື້ໆໆໆໆໆໆລູກ ໆ alt

ເປັນແນວໃດແລ້ວລູກແມ່................ທັງຣ້ອງທັງໃຫ້

ລາວບໍ່ຍອມຟັງໝ່ວຍດັບເພີງລາວຕັດສີນໃຈແລ່ນເຂົ້າໄປໃນເພີງໄຟ

ທີ່ກໍາລັງລຸກໄໝ້ຢ່າງແຣງໂດຍບໍ່ຄິດວ່າໂຕຈະເປັນຫລືຕາຍ

ເພື່ອຈະເຂົ້າໄປຊ່ອຍລູກນ້ອຍ

ເຂົ້າໄປແລ້ວເຫັນລູກນ້ອຍທັງສອງຄົນນັ່ງກອດກັນຢູ່

ເພື່ອລໍຖ້າການຊ່ວຍເຫຼືອ ລາວຟ້າວໂດດຜ່ານກອງໄຟທີ່ຣ້ອນແຣງ

ເຂົ້າໄປໂອບກອດລູກໄວ້ ໃນຂະນະທີ່ທັງສາມຄົນຈະອອກມາຈາກ

ກອງໄຟທີ່ກໍາລັງລຸກແຣງຢູ່ນັ້ນ ປະກົດວ່າມີໄມ້ເຣືອນທີ່ຖືກໄໝ້ຕົກມາໃສ່ຫັລງແມ່ພໍດີ

ປານນັ້ນແມ່ຍັງບໍ່ຣູ້ສືກເຈັບປວດເລີຍ ລາວກອດລູກໄວ້ເພື່ອບໍ່ໃຫ້ລູກຖືກໄຟ

ໂຕເອງສິຕາຍແມ່ກໍ່ບໍ່ເສຍດາຍຊີວິດ ຄິດຢູ່ຢ່າງດຽວວ່າຕ້ອງຊ່ອຍລູກໃຫ້ປອດໄພ

ພໍແມ່ພາລູກອອກມານອກໄດ້ດ້ວຍຄວາມປອດໄພ ພາຍຫັລງນັ້ນແມ່ກໍ່ໄດ້ໝົດສະຕິໄປ

ເພາະຖືກໄມ້ທີ່ມີໄຟຕົກໃສ່ ແລະຍັງໄດ້ດົມຄັວນໄຟອີກ ຈື່ງເຣັດໃຫ້ແມ່ໝົດສະຕິໄປທັນທີ

ເຫຼືອແຕ່ລູກນ້ອຍ ນັ່ງໃຫ້ຢູ່ຂ້າງໆໆໆໆ

ພໍດີໝ່ວຍດັບເພີງເຂົ້າມາຊ່ອຍ ແລ້ວພາໄປສົ່ງໂຣງໝໍ

ປະມານຊົ່ວໂມງແມ່ກໍ່ໄດ້ສະຕິ ຫັລງຈາກໄດ້ສະຕິ

ຄໍາແລກທີ່ແມ່ອອກປາກຄື ລູກໆໆ ລູກໆໆໆ...

ລູກຂ້ອຍເດະໄປໃສແລ້ວ ປອດໄພບໍ່?

ລູກນ້ອຍທັງສອງຄົນກໍ່ຢູ່ຂ້າງໆ ແລ່ນເຂົ້າໄປກອດແມ່

ດ້ວຍນ້ຳຕາທີ່ດີໃຈ ແມ່ໆໆໆ ແມ່ໆໆໆalt

ຜູ້ເປັນແມ່ ລູກໆໆໆ ລູກຂອງແມ່ປອດໄພແລ້ວ...

ຂອບໃຈເທວະດາ ແທ້ໆທີ່ຣັກສາລູກແມ່ໃຫ້ປອດໄພ

ເວລາຜ່ານໄປຫລາຍປີ ລູກທັງສອງກໍ່ຣຽນຈົບ

ແລະເບີ່ງແຍງແມ່ ເປັນຢ່າງດີ ...

ຈົບ alt

 

ກະແຕນ້ອຍ ຂີ້ດື້ alt


'Thank
 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 4, 2008 | ມີ 7 ຄຳເຫັນ ແລະ 0 trackback(s)

ມາອີກກກກລ້ຽວalt

 

ລຸງສີຜິດກັນກັບເມຍເຖິງຂັ້ນຮຸ້ນແຮງຈົນຈະແຕກຫັກພຸ້ນແລ້ວ

 

ລາວນັ່ງຄິດຫຼາຍມື້.ເລີຍຕັດສິນໃຈຈະຂ້າຕົວຕາຍ.


ລຸງສີ: ລາວຍ່າງໄປແຄມນ້ຳຂອງໂດຍໃຕ້ກະບອງ


ທິດດໍາ: ເມື່ອເຫັນລຸງສີຍ່າງກາຍໜ້າບ້ານໂດຍຖືກະບອງໄຟແຈ້ງຈ່າງປາງ


ລາວເລີຍຮ້ອງໃສ່ວ່າ: ລຸງສີ...!!!ລຸງສີ ເຈົ້າຊິໄປໃສ?


ລຸງສີ: ຕອບວ່າຂ້ອຍຊິໄປໂຕນນ້ຳຂອງຕາຍ


ທິດດໍາ: ເອົ້າ!!!! ເປັນຫຍັງຄືໃຕ້ໄຟແຈ້ງແທ້ຊັ້ນນະ...


ລຸງສີ : ຢ້ານງູຕອດຕາຍ
ເດະ alt


ທິດດໍາ: ຂ້ອຍຢາກຫົວເດະ ຣ່າາາາາາາາາ!!!!!!!!

 

ລຸງສີ: ຢາກໂດດນ້ຳຕາຍ ບໍ່ໄດ້ຢາກຕາຍຍ້ອນງູກັດ

 

 

ຈົບ

 

                                          ກະແຕນ້ອຍ ຂີ້ດື້  alt


'Thank
 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 4, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ນັກຂຽນສະໝັກຫຼີ້ນມາອີກລະເດີ້ ພີ່ນ້ອງalt

ໃນໝູ່ບ້ານແຫ່ງໝື່ງ ມີສອງແມ່ລູກອາໃສຢູ່ນໍາກັນ

ເຊີ່ງແມ່ກໍ່ເຖົ້າແກ່ຫລາຍແລ້ວ ລູກຊາຍກໍ່ດູແລແມ່ມາດົນພໍສົມຄວນ

 

ແຕ່ລ້ຽງໄປໄດ້ໄລຍະ1 ຈື່ງຄິດເບື່ອໝ່າຍ

ເພາະແມ່ລາວ ໄປມາກໍ່ຍາກແລ້ວ ຍ້ອນຄວາມແກ່ສະລາຕ້ອງອາໃສລາວ

ບໍ່ວ່າຈະໄປໃສມາໃສ ລວມທັງເຂົ້າຫ້ອງນ້ຳ ທຸກໆຢ່າງ

ລາວໄດ້ແຕ່ຄິດວ່າ ເປັນຫັຍງແມ່ໂຕເອງຈື່ງເປັນແບບນີ້

ແມ່ຄົນອື່ນບໍ່ເຫັນເຂົາຈະເປັນແບບນີ້

ໄດ້ແຕ່ຕັ້ງຄໍາຖາມກັບຕົວເອງ

ລາວຄິດວ່າຈະເຣັດແນວໃດດີ ຈື່ງຈະບໍ່ໄດ້ລ້ຽງແມ່ຕໍ່ໄປອີກ

ບໍ່ວ່າແມ່ຈະເວົ້າຫັຍງບອກຫັຍງລາວກໍ່ບໍ່ຟັງແລ້ວ

ເພາະໃນໃຈລາວຄິດວ່າປານໃດສິຕາຍຫຸ ຢູ່ກາລໍາບາກລູກເຕົ້າ

ຫລາຍເດືອນຜ່ານໄປລາວຄິດຫາວິທີອອກວ່າ

ຈະເຣັດແບບໃດທີ່ຈະບໍ່ເປັນພາລະໃນການລ້ຽງແມ່ຕໍ່ໄປອີກ

ເຊົ້າຕໍ່ມາລາວຊວນແມ່ວ່າ ໄປແມ່ໆລູກສິພາໄປຫຼີ້ນໃນປ່າ

ແຕ່ໃນຄວາມເປັນຈີງມັນບໍ່ເປັນແບບລາວເວົ້າເລີຍ

ລາວຄິດຈະເອົາແມ່ໄປປ່ອຍປ່າເພື່ອໝີປັນຫາ

ຫັລງຈາກນັ້ນລາວກໍ່ແບກແມ່ໃສ່ຫັລງແລ້ວກໍ່ຍ່າງເຂົ້າປ່າໄປ

ລາວພາແມ່ເຂົ້າປ່າໄກພໍສົມຄວນລາວກໍ່ວາງແມ່ລົງ

ແມ່ ແມ່ ຖ້າລູກຢູ່ນີ້ເດີ້ ດຽວລູກມາຣັບລູກລືມເຄື່ອງ

ແຕ່ໃນຂະນະນັ້ນແມ່ເຂົ້າໃຈແລ້ວວ່າ ລູກຊາຍຕັ້ງໃຈເອົາແມ່ມາປະໄວ້ໃນປ່າ

ແມ່ກໍ່ບໍ່ປາກບໍ່ຕີງ ເພາະຄິດເຫັນໃຈລູກຊາຍທີ່ຕ້ອງເບີ່ງແຍງໂຕ

ໃນຂະນະທີ່ລູກຊາຍ ຍ່າງຫັນຫັລງກັບບ້ານນັ້ນ ແມ່ໄດ້ຣ້ອງໃສ່ລູກຊາຍວ່າ

ລູກໆ ລູກໆ ລູກໆເອີ້ຍ.........ແຕ່ລູກກໍ່ບໍ່ຍອມຟັງສຽງແມ່ເລີຍ

ລູກເອີ້ຍຍ..................

ໄປຕາມທາງທີ່ແມ່ ຫັກໄມ້ໄວ້ຫັ້ນເດີ້ຈື່ງບໍ່ຫົລງທາງກັບບ້ານ......

ພໍລາວກັບບ້ານໄດ້ໄລຍະ1 ລາວກໍ່ບັງເອີນໄດ້ໄປເຫັນ ຈ.ມ

ທີ່ແມ່ລາວຂຽນໄວ້ ວ່າເຖີງລູກຣັກຂອງແມ່ເອີ້ຍຍ

ລູກຊ່າງເປັນລູກທີ່ດີຂອງແມ່ແທ້ໆ ເຣັດທຸກຢ່າງເພື່ອແມ່

ແມ່ຄົນອື່ນຫັ້ນເຫັນແຕ່ເຂົາເຣັດເພື່ອລູກ ແຕ່ລູກຂອງແມ່ ກັບເຣັດເພື່ອແມ່

ແມ່ຕ້ອງຂອບໃຈລູກຫລາຍໆໆ ຖ້າມື້ໃດແມ່ໄປສະຫັວນຫາພໍ່ໂຕລະ

ແມ່ ຈະໄດ້ເລົ່າເລື່ອງລູກຂອງແມ່ໃຫ້ຄົນຢູ່ສະຫັວນໄດ້ຟັງ

ແມ່ລັບລອງວ່າ ໃຜໆກໍ່ຕ້ອງອິດສາແມ່ ທີ່ແມ່ມີລູກດີແບບລູກນີ້

ຂອບໃຈລູກຫລາຍໆ.....

ພໍລາວອ່ານ ຈ.ມ ຂອງແມ່ຈົບລາວກໍ່ຄິດຫາແມ່

ໂອ໋ ຕາຍລະ....ກູເຣັດຫັຍງກັບແມ່ຂອງກູ

ລາວຟ້າວແລ່ນກັບຄືນເພື່ອຈະໄປຣັບແມ່ກັບບ້ານ

ແຕ່ມັນກໍ່ສາຍໄປແລ້ວ ຍ້ອນອາກາດທີ່ໝາວ

ແມ່ກໍ່ໄດ້ໝົດລົມຫາຍໃຈກ່ອນລາວຈະໄປເຖີງ

ລາວໄດ້ແຕ່ນັ່ງກອດສົບຂອງແມ່ ພ້ອມກັບນຳ້ຕາ

ກູຂ້າແມ່ ກູຂ້າແມ່ ແມ່ ຕື່ນໆໆ ກັບບ້ານເຣົາ ກັບບ້ານເຣົາ

 

ລູກມາຣັບແມ່ກັບບ້ານແລ້ວ.......

ຣື້ໆໆໆໆໆໆໆໆໆໆໆ alt

 

 

ຈົບ

 

             ຂຽນໂດຍ: ກະແຕນ້ອຍ ຂີ້ດື້ alt


'Thank
 

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 2, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມືສະໝັກຫຼີ້ນມາອີກແລ້ວ alt

 

ໃນທຸກໆປີເປັນເລື່ອງປົກກະຕິທີ່ ບ່າວ

ສາວຕ້ອງແລກຂອງຂັວນກັນຫລືວ່າບອກຣັກກັນຕາມພາສາຄົນຣັກກັນ

 

"ໃນວັນແຫ່ງຄາວມຣັກ"

 

ປີນີ້ກໍ່ເຊັ່ນດຽວກັນ ຊາຍໝຸ່ມຄົນ1ລາວກໍ່ໄດ້ຣັບຂອງຂັວນຈາກແຟນລາວ

ແລະຍັງໄດ້ຟັງຄໍາບອກຣັກຈາກແຟນສາວອີກ

 

ແລະເຊັ່ນດຽວກັນລາວກໍ່ໄດ້ຕຽມຂອງຂັວນໃຫ້ແຟນສາວລາວເຊັ່ນດຽວກັນນັ້ນກໍ່ຄືຜ້າຂົນໝູ ທີ່ໝ້າຣັກ

 

ເຊົ້າວັນນັ້ນເອງ ລາວກໍ່ໄດ້ໂທໄປຫາແຟນສາວ ບອກຣັກບອກຄິດຣອດຕາມພາສາ ບ່າວ ສາວ

 

ແລະໄດ້ວາງຜ້າເສັດໝ້າທີ່ວ່າຈະເອົາໄປເປັນຂອງຂັວນໃຫ້ແຟນໄວ້ໝ້າໂຕະ ພ້ອມດ້ວຍ ຈ.ມ ບອກຣັກ

 

ຫລັງຈາກນັ້ນຊາຍໝຸ່ມຄົນນັ້ນກໍ່ຍ່າງອອກມາໝ້າບ້ານເພື່ອຈະມາກຽມລົດອອກໄປຫາຜູ້ສາວ

 

ທັນໃດນັ້ນພໍ່ກໍ່ຍ່າງອອກມາໝ້າບ້ານພ້ອມດ້ວຍຜ້າຂົນໝູ

 

ຂອງລາວທີ່ຕຽມໄວ້ເປັນຂອງຂັວນວັນແຫ່ງຄວາມຣັກໃຫ້ຜູ້ສາວ

 

ແລະພ້ອມດ້ວຍຄໍາເວົ້າທີ່ວ່າ ລູກເອີ້ຍ ລູກເອີ້ຍຍ ພໍ່ຂໍໂທດ ພໍ່ຂໍໂທດໆໆໆ

 

ຜ້າຂົນໝູລູກໄດ້ເປື້ອນໝ້ອຍ1ແລ້ວ

 

ລູກຊາຍ:ໂອ໋......!!!?ພໍ່ເຣັດຫັຍງແນວນີ້ ຄືບໍ່ເບີ່ງໃຫ້ຄັກໆກ່ອນເນາະ

 

ຜ້າຂົນໝູນີ້ ລູກກຽມໄວ້ໃຫ້ແຟນເປັນຂອງຂັວນ ວັນແຫ່ງຄວາມຣັກໃດ alt

 

ພໍ່ຂໍໂທດລູກ...............ພໍ່ຂໍໂທດໆໆໆໆໆ

 

ລູກຊາຍ: ຂໍໂທດລະໄດ້ຫັຍງ ເປື້ອນປານນີ້ແລ້ວ ຈະເຣັດແນວໃດລະບາດນີ້?

 

ບໍ່ເປັນຫັຍງ ພໍ່ສິຊັກໃຫ້ ຜ້າຂົນໝູໄດ້ເປື້ອນເລືອດໝ້ອຍ1 ແຕ່ລາວກໍ່ຢາກຣ້າຍໃຫ້ພໍ່

 

ຢ່າງແຣງ ໂດຍບໍ່ຖາມວ່າແມ່ນເລືອດໃຜ ຫລືວ່າໃຜເປັນຫັຍງເລີຍໆໆໆ

 

ໄດ້ແຕ່ຣ້າຍພໍ່ແນວນັ້ນ ແນວນີ້ ໂດຍບໍ່ຄິດຈະຖາມຫັຍງກັບທີ່ມາທີ່ໄປຂອງເລືອດ

 

ທີ່ຕິດຜ້າຂົນໝູນັ້ນເລີຍ ລາວໃຊ້ແຕ່ອາລົມກັບພໍ່

 

ພໍ່ກໍ່ບໍ່ໄດ້ເວົ້າຫັຍງ ໄດ້ແຕ່ກົ້ມໝ້າແລ້ວກໍ່ເວົ້າວ່າ ພໍ່ຂໍໂທດລູກ ພໍ່ຂໍໂທດລູກ

 

ຫັລງຈາກນັ້ນລາວກໍ່ເຂົ້າຫ້ອງປິດປະຕູໃສ່ລ໋ອກ ບໍ່ຍອມລົມກັບພໍ່ແລະແມ່

 

ເຂົ້າກໍ່ບໍ່ຍອມລົງມາກີນເລີຍ ພໍ່ແມ່ ເປັນຫ່ວງຫລາຍເຄາະປະຕູກໍ່ບໍ່ຍອມອອກມາ

 

ພໍ່ຈື່ງໄດ້ບອກແມ່ ເອົາອາຫານຂື້ນໄປໃຫ້ລູກກີນຢູ່ເທີງຫ້ອງຊະ ອີ່ຕົນລາວບໍ່ໄດ້ກີນຫັຍງໝົດມື້ແລ້ວ

 

ແລງມື້ນັ້ນເອງ ລາວໄດ້ສັງເກດເຫັນວ່າແມ່ ມີນ້ຳຕາ

 

ພ້ອມດ້ວຍອາຫານ 

 

ທີ່ເອົາຂື້ນມາໃຫ້ລາວ

 

ລາວຍອມອອກມາຈາກຫ້ອງ ແລ້ວກໍ່ຍ່າງໄປທີ່ໝ້ອງຊັກຜ້າແລ້ວກໍ່ປະກົດເຫັນວ່າ

 

ມີເສື້ອຜ້າຫລາຍຜືນແລະປະກົດເຫັນຜ້ານ້ອຍທີ່ມີເລືອດຕິດຢູ່

 

ລາວເລີຍຄິດໄດ້ວ່າ ຢາກຂໍໂທດພໍ່ ພໍ່ອາດບໍ່ສະບາຍເຈັບໝ້ອງໃດໝ້ອງໝື່ງ

 

ເລືອດພໍ່ຈື່ງອອກ ເລີຍຢາກຂໍໂທດພໍ່ ທັນໃດນັ້ນເອງ

 

ແມ່ລາວໄດ້ແລ່ນອອກມາດ້ວຍສີໝ້າອັນຕື່ນ ຕົກໃຈແລ້ວມາກອດລາວໄວ້

 

ກັບຄໍາເວົ້າທີ່ວ່າ ລູກເອີ້ຍຍຍ.....ພໍ່ ໆໆໆໆ ພໍ່ຂອງເຈົ້າ...

 

ລູກຊາຍ: ແມ່ ພໍ່ເປັນຫັຍງ..!!!!!!!!!???????????

 

ພໍ່ຂອງເຈົ້າ ເສຍຍຍຍຍຍຍແລ້ວ

 

ລາວເວົ້າຫັຍງບໍ່ອອກເລີຍໆໆ ຕໍ່ມາແມ່ກໍ່ເລົ່າເຫດການໃຫ້ຟັງວ່າ

 

ພໍ່ເປັນໂລກຕິດເຊື້ອ ແຕ່ດົນແລ້ວ ເວລາຈາມຫລືໄອຈະມີເລືອດອອກ

 

ພໍ່ແນມບໍ່ເຫັນຜ້າຂົນໝູຂອງລູກທີ່ວາງໄວ້ເລີຍຈາມອອກ ເລືອດເລີຍຟົ້ງ

 

ຕິດຜ້າຂົນໝູຂອງລູກ ພໍ່ເປັນຫ່ວງຢ້ານລູກເສຍໃຈເລີຍເອົາໄປຊັກ

 

ແຕ່ເລືອດກໍ່ຊັກອອກບໍ່ໝົດ ແຕ່ພໍ່ກໍ່ບອກແມ່ວ່າຫ້າມບອກລູກເດີ້

 

ກ່ຽວກັບເລື່ອງທີ່ພໍ່ບໍ່ສະບາຍ ບໍ່ຢາກໃຫ້ລູກເປັນຫ່ວງ

 

ແລະກາຢາກໃຫ້ລູກໄດ້ໄປພົບແຟນ

 

ພໍ່ບໍ່ຢາກເຫັນລູກເສຍໃຈ

 

ທີ່ຈະພາດໂອກາດໄດ້ບອກຣັກແຟນສາວ ໃນວັນແຫ່ງຄວາມຣັກ

 

ພໍ່ສັ່ງແມ່ໄວ້ວ່າ ພໍ່ໄດ້ຊັກຜ້າຂົນໝູໃຫ້ລູກແລ້ວ ແຕ່ມັນກໍ່ແຫ້ງບໍ່ທັນ

 

ແຖມເລືອດກໍ່ຍັງຊັກບໍ່ອອກໝົດອີກ ແຕ່ພໍ່ກໍ່ຍັງໄດ້ສັ່ງຄວາມວ່າ

 

ພໍ່ເຣັດດີທີ່ສຸດແລ້ວ ຫລັງຈາກທີ່ລາວໄດ້ຟັງເລື່ອງຈາກແມ່ຈົບແລ້ວ

 

ລາວທັງຂຸເຂົ່າກອດແມ່ທັງໃຫ້ ເສຍໃຈທີ່ໄດ້ເວົ້າໃຫ້ພໍ່ແບບນັ້ນ

 

ເສຍດາຍລູກບໍ່ຄິດຈະເອົາຫັຍງໃຫ້ ພໍ່ແລະແມ່ໃນວັນແຫ່ງຄວາມຣັກເລີຍ

 

ລູກກັບໄປຄິດຫາສາວຫລາຍກົ່ວ ຣື້ໆໆໆໆໆໆalt

 

ລູກມັນບໍ່ດີ ລູກມັນຊົ່ວ

 

ມັນຊ່າງເປັນວັນແຫ່ງຄວາມຣັກ ທີ່ລູກບໍ່ຢາກຈົດຈໍາ

 

ແລະລູກຢາກບອກພໍ່ວ່າ ພໍ່ ລູກຂໍໂທດໆໆໆໆໆໆໆໆໆໆໆໆ

 

 

ຈົບ alt

 

 ຂຽນໂດຍ: ກະແຕນ້ອຍ ຂີ້ດື້

 

 

MyHotComments.com

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

 

ເອົາຍີ້ມມາຝາກເດີ້ ພີ່ນ້ອງ alt

 

 

( ອັນວ່າຜົວໆເມຍໆນີ້ ມືງໆກູງໆ ປ້ອຍດ່າກັນບໍ່ແມ່ນເດີພີ່ນ້ອງ!! )

 

ເຄີຍໄດ້ຍີນແຕ່ຜູ້ເຖົ້າເພີ່ນວ່າ ໄດ້ກັນແລ້ວຂາແປ້ວຈື່ງຄ່ອຍເຫັນ ຄືສິແມ່ນalt

 

 ມີຜົວເມຍຄູ່1 ມັກຜິດກັນເປັນປະຈໍາ ຈົນວ່າຊາວບ້ານເບື່ອຟັງພູ້ນລະໄປ

 

 

 

 ສັງເກດວ່າເທື່ອນີ້ ຈະຣູນແຣງກົ່ວທຸກເທື່ອ ວ່າຊ້ານຊະໄປ໋

 

 

 ອິອິ ເຂົ້າເລື່ອງເລີຍ!!

 

 

ຜິດກັນຍາມໃດ ດ່າກັນຈົນວ່າ8ຫລັງຄາເຮືອນກະໄດ້ຍິນພຸ້ນລະ! ໄປ໋ !

 

 

 

ຜົວ: ປ້າໂທ໋!! ຕູ໋ລະບໍ່ໜ້າເຊື່ອເລີຍວ່າມືງຈະກ້ານອກໃຈຕູ໋

 

 ລັກໄປມີຊູ້ກັບບັກຫົວລ້ານທ້ອງປູ້ງຂ້າງບ້ານໄດ້ນະ.!!alt

 

ເມຍ: ມືງເອົາຫຍັງມາເວົ້າ ຢ່າມາເວົ້າໂດ໋ໆ!! ເດ໋ໆເດີ້! ຂໍບອກ !!

 

ຜົວ: ຕູ໋ເຫັນກັບຕາຕົວເອງປານນີ້ມືງຍັງຊິມາແກ້ຕົວອິກຫວະ !!

 

ອີ່ ກົ້ນປານເອີ້ຍ!!! alt

 

ຝ່າຍເມຍເມື່ອໄດ້ຍິນຈັ່ງຊັ້ນກໍ່ໜ້າແດງປານກົ້ນລີງ

 

ອາຍຊາວບ້ານທີ່ໄດ້ຍິນຜົວຕົນເອງເວົ້າ

 

ແນວນັ້ນ!!!!ຈື່ງຕອບສວນກັບວ່າ:

 

 

ເມຍ: ພີ່ນ້ອງເອີຍ !! ພີ່ນ້ອງເອີ້ຍຢ່າໄປເຊື່ອມັນ !! ບັກຂອງບ້ຽວຫັ້ນ !!

 

ຜົວ: ອາໂກ້ຍ....!!ຊ່າງເອົາຕູ໋ ມາຂາຍຄັກແທ້ ແຣະໆ alt

 

ເຂົາກາຣູ້ກັນໝົດບ້ານລະບາດນີ້ວ່າຂອງບ້ຽວນະ..ເມຍກາດາຍເນາະ....

 

                           ຈົບ

 

 

zwani.com myspace graphic comments

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2008 | ມີ 26 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ມືໃຫ່ມເດີ້ພີ່ນ້ອງຜິດພາດໝ້ອງໃດກໍ່ຕິຊົມແນ່ alt

 

ມີໝູ່ບ້ານແຫ່ງໝື່ງມີຜົວກັບເມຍອາໃສຢູ່ ທັງສອງແຕ່ງງານກັນມາດົນນານພໍສົມຄວນແຕ່ບໍ່ມີລູກນໍາເພີ່ນຈັກເທື່ອ ທັງສອງລຸງປ້າ ເປັນຄົນທີ່ຣັກເດັກນ້ອຍຫລາຍຢາກໄດ້ລູກແຣງທັງຜົວທັງເມຍ ແຕ່ງງານກັນມາເປັນ10ໆປີ ຈື່ງໄດ້ລູກຊາຍຊື່ທ້າວແອນ້ອຍ”ນາມສົມມຸດ”ທັງສອງ ທັງຣັກທັງຖະນຸຖະໝອມທ້າວແອນ້ອຍເປັນຢ່າງດີ ທ້າວແອນ້ອຍເປັນເດັກນ້ອຍທີ່ມີຄວາມສຸກຄົນໝື່ງ ທີ່ພໍ່ແມ່ ໃຫ້ຄວນຣັກມາຕະລອດ ຫລາຍປີຕໍ່ມາພໍ່ແມ່ກໍ່ເລີ້ມເຖົ້າແກ່ລົງ ສ່ວນທ້າວແອນ້ອຍກໍ່ໃຫ່ຍເປັນບ່າວ ມີມື້ໝື່ງພໍ່ຂອງທ້າວແອນ້ອຍຂາກັບຈາກເລີກວຽກໄດ້ເກີດອຸບັດເຫດເຣັດໃຫ້ພໍ່ຂອງທ້າວແອນ້ອຍເສຍຊີວິດໃນອຸບັດເຫດຄັ້ງນັ້ນ ເມື່ອຂາດຫົວໝ້າຄອບຄົວຄືຜູ້ເປັນພໍ່ທັງແມ່ແລະທ້າວແອນ້ອຍ ກໍ່ກີນຢູ່ ແບບຂາດໆເຂີນໆ ບໍ່ໄດ້ກີນດີຄືແບບຕອນພໍ່ຢູ່ ຕໍ່ມາຫລາຍປີແມ່ກໍ່ເຖົ້າສະລາລົງ ທ້າວແອນ້ອຍກໍ່ໃຫ່ຍເຕັມບ່າວ ລາວເບື່ອການຄອງຊີບແບບນີ້ແບບທຸກໆຍາກໆຍ້ອນຄວາມທີ່ເປັນບ່າວລາວກໍ່ເລີ້ມບໍ່ຟັງຄວາມແມ່ ຄືຜ່ານໆມາລາວມັກຈະເວົ້າໃຫ້ແມ່ວ່າເກີດເຣົາມາຫັຍງ ເກີດມາລະໃຫ້ມາທຸກໆຍາກໆບໍ່ມີຄວາມສຸກແບບນີ້ ລາວເວົ້າແບບບໍ່ສົນວ່າແມ່ຈະຄິດແບບໃດ ຈະເສຍໃຈຊໍ່າໃດ ຍ້ອນຄວາມທີ່ແມ່ຣັກລູກມີໝ້ອຍກາໃຫ້ລູກກີນ ຕົວະລູກວ່າແມ່ບໍ່ຢາກ ບໍ່ຊັ້ນກະກາວ່າແມ່ອີ່ມລະ ເພາະຢາກໃຫ້ລູກໄດ້ກີນໃຫ້ອີ່ມ

ທັງໆທີ່ແມ່ບໍ່ໄດ້ກີນເຂົ້າມາ 2-3ມື້ຕິດຕໍ່ກັນ ທ້າວແອນ້ອຍລາວກໍ່ເລີ້ມເບື່ອຊີວິດແບບນີ້ເຕັມທີຫລາຍມື້ຜ່ານໄປລາວໄດ້ຍີນຄົນໃນໝູ່ບ້ານລົມກັນວ່າ ຢູ່ເທີງພູມີໝໍເທວະດາ ຂໍຫັຍງແມ່ນໄດ້ໝົດ ຍ້ອນຄວາມຢາກໄດ້ຂອງລາວ ລາວກໍ່ລັກອອກບ້ານໄປໂດຍບໍ່ໄດ້ບອກແມ່ຈັກຄໍາ ແມ່ຜູ້ຖ້າຢູ່ບ້ານກໍ່ເປັນຫ່ວງເພາະລູກຊາຍບໍ່ເຄີຍເຣັດໂຕແບບນີ້ຈັກເທື່ອ ໄດ້ແຕ່ຄິດຣອດລູກ ເປັນຫ່ວງລູກອາກາດກໍ່ໝາວ ຈະໄດ້ກີນຫັຍງແລ້ວບໍ່ ?ຈະເປັນຈະຕາຍຈັ່ງໃດ ໄດ້ແຕ່ຕັ້ງຄໍາຖາມກັບໂຕເອງ ທ້າວແອນ້ອຍລາວພະຍາຍາມຕັ້ງໝ້າຕັ້ງຕາຍ່າງຂື້ນພູໝ່ວຍນັ້ນເພື່ອຈະໄປຫາໝໍເທວະດາເພື່ອຈະໄດ້ຂໍສີ່ງທີ່ຕົວເອງຕ້ອງການ ທັງໝາວທັງຫີວເຂົ້າ ຍ່າງ2ມື້ຕິດຕໍ່ກັນພໍລາວໄປຣອດໝໍເທວະດາ ລາວກໍ່ບໍ່ລໍຖ້າລະ ຂໍສີ່ງທີ່ຢາກໄດ້ກັບໝໍທັນທີ ພໍແຕ່ໝໍເທວະດາເຫັນໝ້າລາວກໍ່ຣູ້ລະວ່າລາວຢາກໄດ້ຫັຍງ ໝໍເທວະດາເລີຍຖາມວ່າເວົ້າມາດຸໂຕຢາກໄດ້ຫັຍງ ລາວກໍ່ເວົ້າທຸກຢ່າງທີ່ລາວຢາກໄດ້ ບໍ່ພໍທໍ່ໃດ ໝໍກໍ່ຕັດບົດລາວວ່າມື້ນີ້ໃຫ້ເຈົ້າກັບບ້ານກ່ອນສະ ດຽວມັນແຫ່ງສິຄໍ່າສິມືດກ່ອນນີ້ ສິກັບຍາກ ທ້າວແອນ້ອຍຢາກຣ້າຍສຸດໆໆວ່າເປັນຫັຍງໝໍເທວະດາຄືເວົ້າແບບນີ້ ແຖມບໍ່ເຫັນຈະໃຫ້ຫັຍງຄືຄໍາເລົ່າລືເລີຍ ໝໍໄດ້ເວົ້າກັບລາວວ່າເຈົ້າມີແນວທີ່ດີທີ່ສຸດ ແລະວິເສດທີ່ສຸດໃນບ້ານລະເຈົ້າຍັງຢາກໄດ້ຫັຍງອີກ ຫລາຍໆຄົນຍັງບໍ່ມີຄືເຈົ້າເລີຍ ທ້າວແອນ້ອຍກໍ່ຄິດຄົນດຽວວ່າມີຫັຍງວິເສດ ຄືບໍ່ເຫັນສິມີຫັຍງມີແຕ່ ບ້ານເກົ່າໆເຄື່ອງໃຊ້ໂຊມໆ ນອກນັ້ນກໍ່ບໍ່ມີຫັຍງ ລະຂອງວິເສດທີ່ໝໍໝາຍເຖີງນັ້ນມັນຢູ່ໃສ? ຂອງດີອີ່ຫັຍງທີ່ຂະນ້ອຍມີນະ ໃສບອກມາເບີ່ງດຸ?ໝໍກໍ່ໄດ້ເວົ້າວ່າ ໃຫ້ເຈົ້າກັບບ້ານໄປເຈົ້າຈະເຫັນຜູ້ເຖົ້າຜູ້1 ໃສ່ເສື້ອເກົ່າໆ ກະດຸມເສື້ອບໍ່ຕົງກັນ ໃສ່ເກີບຄົນລະກີ່ງນັ້ນລະແມ່ນຂອງວິເສດທີ່ສຸດໃນຊີວິດເຈົ້ານະ

ທ້າວແອນ້ອຍທັງຢາກຣ້າຍທັງປະສົມກັບຄວາມຫີວເຂົ້າ ຍ່າງກັບບ້ານທັງໝາວສັ່ນ ຕອນທີ່ລາວຍ່າງຣອດໝ້າບ້ານແມ່ລາວກໍ່ຄິດວ່າແມ່ນລູກຊາຍກັບມາບ້ານແລ້ວຫີບຟ້າວຢີບເສື້ອກັນໝາວມານຸ່ງດ້ວຍຄວາມຟ້າວກະດຸມກໍ່ໃສ່ບໍ່ຖືກກັນ ແລະດ້ວຍຄວາມຟ້າວເກີບກໍ່ໃສ່ຄົນລະກີ່ງຫີບຟ້າວເປີດປະຕູໃຫ້ລູກຊາຍ

ແມ່:ຈັ່ງໃດ ຫີວເຂົ້າບໍ່ ໝາວບໍ່!? ມາໆເຂົ້າມາທາງໃນລ້າງມືກີນເຂົ້າກີນນໍ້າກ່ອນມາລູກມາ ໂດຍທີ່ແມ່ບໍ່ຖາມວ່າຫາຍໄປໃສມາລະກາບໍ່ຣ້າຍຈັກຄໍາ ທ້າວແອນ້ອຍແນມເບີ່ງແມ່ ແລະຄິດເຫັນຄໍາເວົ້າຂອງໝໍເທວະດາວ່າ ຄົນແລກທີ່ເຈົ້າຈະເຈີເປັນຜູ້ເຖົ້າ ນຸ່ງເຄື່ອງເກົ່າໆ ໃສ່ກະດຸມເສື້ອບໍ່ຕົງກັນ ເກີບຄົນລະກີ່ງນັ້ນລະຂອງພິເສດທີ່ສຸດໃນຊີວິດນະ ລາວຄິດໄດ້ຊໍ່ານັ້ນລາວກໍ່ນັ່ງລົງ ກາບຕີນແມ່ທັນທີ ພ້ອມດ້ວຍນໍ້າຕາalt ໂອ໋ ທີ່ແທ້ຂອງວິເສດທີ່ສຸດໃນຊີວິດເຣົາກໍ່ແມ່ນ ແມ່ນີ້ເອງເນາະ ແມ່ເປັນຫ່ວງລູກ ເຣັດເພຶ່ອລູກ ເປັນຫັຍງລູກຄືແນມບໍ່ເຫັນ ຖ້າລູກບໍ່ໄປຫາໝໍເທວະດາລູກກາຄືຈະບໍ່ຣູ້ ທັງເວົ້າທັງໃຫ້ ລາວສັນຍາກັບແມ່ວ່າ ຕໍ່ຈາກນີ້ໄປລູກຈະເປັນລູກທີ່ດີຂອງແມ່ ຟັງຄວາມແມ່ ແມ່ລາວກໍ່ງົງວ່າລູກເປັນຫັຍງ ເປັນຫັຍງ ຫລັງຈາກນັ້ນທັງສອງກໍ່ນັ່ງກີນເຂົ້ານໍາກັນແບບມີຄວາມສຸກ ລະຫັລງຈາກນັ້ນມາທ້າວແອນ້ອຍກໍ່ເປັນລູກທີ່ດີຂອງແມ່ ຈົບ

 

 

ແຕ່ງໂດຍ: ກະແຕນ້ອຍ ຂີ້ດື້ alt


Thanks Comments
 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2008 | ມີ 7 ຄຳເຫັນ ແລະ 0 trackback(s)

 

ກາບໍ່ຣູ້ວ່າເປັນຫັຍງອັນພໍ່ເຖົ້າກັບລູກເຂີຍ ແມ່ຍ່າກັບລູກໄພ້ນີ້

 

ຈື່ງບໍ່ມັກກີນເສັ້ນກັນເກືອບທຸກຫຼັງຄາເຣືອນ

 

ເອົາມື້ນີ້ຂໍເວົ້າເລື່ອງພໍ່ເຖົ້າກັບລູກເຂີຍສະເນາະ

 

ເຂົ້າເລື່ອງເລີຍ ເຂົ້າເລື່ອງເລີຍ alt

 


ພໍ່ເຖົ້້໊າ: ແລະ ລູກເຂີຍ ບໍ່ຄ່ອຍຖືກກັນພໍປານໃດ...

 

ທັງສອງຖ້າມີໂອກາດ ຕອບໂຕ້ກັນເປັນປະຈຳ


ແລະ ມື້ນີ້, ຂະນະທີ່ທັງຄອບຄົວ ກຳລັງນັ່ງກິນເຂົ້າສວາຍຮ່ວມກັນ,

 

ພໍ່ເຖົ້າກໍ່ຫາເລື່ອງເວົ້າໃຫ້ລູກເຂີຍໂຕເອງ

ພໍ່ເຖົ້າ:ໂອ໋ ບັກລູກເຂີຍນີ້... ກິນເຂົ້າເປັນຕາຊັງແທ້ລະ !!!


ລູກເຂີຍ: ອ້າວ,,, !!ອີ່ພໍ່ ກະຊ່າງເວົ້າແທ້... ມັນເປັນຕາຊັງຢູ່ບ່ອນໃດລະ?

ພໍ່ເຖົ້າ: ເປັນຕາຊັງລະບໍ່. ກິນເຂົ້າຄືເປັດກີນນີ້... ກິນຄຳໃດ ກິນນ້ຳໃສ່ຄຳນັ້ນເວີ້ຍ....

ລູກເຂີຍ: ແຄ້ນໃຈຢ່າງໜັກທີ່ພໍ່ເຖົ້າເວົ້າໃຫ້ ວ່າເປັນເປັດຈິ່ງຫາທາງເອົາຄືນ

ພາຍຫຼັງກິນເຂົ້າແລ້ວ, ລູກເຂີຍຈິ່ງໄປເອົານ້ຳ ມາໃຫ້ພໍ່ເຖົ້າກິນ ...

ລູກເຂີຍ: ເອົາ ອີພໍ່... ກິນນ້ຳເດີ້!alt

ຝ່າຍພໍ່ເຖົ້າ ຄິດໃນໃຈວ່າ ລູກເຂີຍ ຕ້ອງວາງແຜນເອົາຄືນ ຈິ່ງຕອບໄປວ່າ

ພໍ່ເຖົ້າ:ບໍ່,​ຕູ໋ບໍ່ກິນ


ລູກເຂີຍ: ໂອ໋  ເຮັດຄືໝາແທ້ ກິນເຂົ້າແລ້ວບໍ່ກິນນ້ຳ ເນາະພໍ່ເຖົ້ານີ້ກາດາຍ .... alt


ພໍ່ເຖົ້າ: (ຈົ່ມໃນໃຈ) ອາໂກ້ຍ ...!!! ຕູ໋ຄິດໄວ້ລະ...ບັກລູກເຂີຍມັນເຣັດຕູ໋ອະຫຼີ

 

ພໍ່ເຖົ້າ: ລູກເຂີຍໆໆໆໆໆ

 

ລູກເຂີຍ: ໂດຍ ໆ

 

ພໍ່ເຖົ້າ: ເອົາມານີ້ນ້ຳຫັ້ນ

ລູກເຂີຍ: ແຣະໆ ອີ່ພໍ່ສິກີນນ້ຳແລ້ວ ເຢ້ໆໆໆ ດີໃຈເດະ ອີ່ພໍ່ສິບໍ່ໄດ້ຄືໝາລະ

ພໍ່ເຖົ້າ: ບັກເຂີຍ!!!!ບັກເຂີຍ ມືງ!!!!!!ມືງໆໆໆalt

 

ແຣະ ໆ ຈົບພໍດີ alt

 


Thanks Comments
 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

 

ບໍ່ຣູ້ວ່າມີໃຜເອົາມາລົງກັນຈັກເທື່ອລະແຕ່ຈັ່ງໃດກາຊ່າງເທາະເນາະ

ເພື່ອຄົນທີ່ຍັງບໍ່ທັນໄດ້ອ່ານແມ່ນບໍ່ພີ່ນ້ອງພັນລາວແຣະໆ alt

 ສັ້ນໆມື້ນີ້ ເອົ້າເຂົ້າເລື່ອງເລີຍບາດນີ້ນະ ເວົ້າຫລາຍຢາຍຫ່າງ

 

 

ມື້ນື່ງຕຳຫລວດຈັບໂຈນໄດ້ຄົນນື່ງ ແລະ

 

ກຳລັງພາໄປນະຄອນບານໃນລະຫວ່າງກາງທາງທີ່ໄປສົ່ງນັ້ນບັງເອີນຕຳຫລວດ


ຢາກສູບຢາແຕ່ບໍ່ມີ ດັ່ງນັ້ນໂຈນເລີຍເວົ້າຂື້ນວ່າ:


ໂຈນ: ມ໋ະ!!ນ້ອງຊິໄປຊື້ໃຫ້.


ຕໍາຫລວດ: ແຮະ!!ແຮະ!! ໂຕຢ່າມາຫົວໃຫ່ຍໃສ່ເຣົາ

 

ໂຕຄິດວ່າເຣົາໂງ່ຫວະ!!!???

 

ຖ້າເຣົາໃຫ້ໂຕໄປຊື້ໂຕກະລັກໜີຫັ້ນຕີ້.!!

 

ໂຕຢູ່ນີ້ແຫລະ!!ເຣົາຈະໄປເອງ!

 

ດຽວເຣົາກັບມາ ໂຕຢ່າໄປໃສເດີ້ ເຂົ້າໃຈບໍ່?

 

ໂຈນ: ໂດຍ ແຕ່ຄິດໃຈໃນວ່າ

 

ຂ້ອຍສິຖ້າໃຫ້ອີ່ພໍ່ມາຈັບໄປທ່ຽວຫ້ອງກົງຢູ່ດອກເດີ້ ອິອິອິອິອິalt

 

ຍີ້ມວັນລະນິດຈິດມແຈ່ມໃສເດີ້ ພີ່ນ້ອງ ອາດຈະມຸກເກົ່າໄປແນ່ …..alt


Thanks Comments
 


 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2008 | ມີ 13 ຄຳເຫັນ ແລະ 0 trackback(s)

ແຣະໆ ເອົາຣອຍຍີ້ມມາຝາກອີກລະເດີ້ alt

 

ອັນວ່າເລື່ອງ ຜົວໆເມຍໆນີ້ ບໍ່ເອົາເບີ່ງກາຄືສິບໍ່ຣູ້ ຜູ້ບໍ່ມີຢາກໄດ້

ຜູ້ມີພັດຢາກປະ " ບາງຄົນ " ສະນັ້ນໃຜທີ່ຄິດຈະແຕ່ງງານຕ້ອງຄິດໃຫ້ດີໆກ່ອນເດີ້

ເອົາໆເຂົ້າເລື່ອງເລີຍເນາະ

ຕອນຣັກກັນ ຫັ້ນນະ ອ້າຍໆ ນ້ອງໆ ເວລາຜ່ານໄປໄດ້ໄຍ1 ເວົ້າຕອນຜ່ານໄປຊະເນາະ

 

ຕອນຮັກກັນ ນໍ້າຕົ້ມຜັກກໍ່ວ່າຫວານ.

ພໍເວລາຜ່ານໄປໄລຍະໝື່ງ ຄວາມຊັງກໍ່ເຂົ້າມາແທນ
ຕອນຊັງກັນ: ເມຍຖາມ: ເປັນແນວໃດອ້າຍເອີ້ຍຍເມື່ອຍບໍ່!!????

 ຜົວ: ເປັນແນວນີ້ແລະ ຄືຕາເຈົ້າເຫັນນີ້ແລະ…ເຫັນຊົງເມື່ອຍບໍ່ລະ!!!
ເມຍ: ອ້າຍເອີຍ!!! ຫົວປານີ້ຈະແກງໃສ່ຫຍັງ???

 ຜົວ: ກາແກງໃສ່ຫມໍ້ຊັ້ນຕົ່ວຖາມໄດ້…!!!
ເມຍ: ອ້າຍກັບມາແຕ່ການແລ້ວຫວ່າ???

 ຜົວ: ກາກັບມາຕົວຈິ່ງເຫັນຢູ່ນີ້….!!!!
ເມຍ: ຊິ້ນຫມູນີ້ອ້າຍຊື້ມາເຮັດຫຍັງ?

ຜົວ: ຊິ້ນກາຊື້ມາກິນຊັ້ນຕົ່ວ ສິຊື້ມາຖີ້ມຫວາ !!??? ຖາມແຕ່ແນວໂງ່ໆ…!!!!
ເມຍ: ອ້າຍກາພະຍາຍາມເວົ້າໃຫ້ມ່ວນໆແດ່!

 ຜົວ: ຊີມ່ວນແນວໃດຂ້ອຍບໍ່ແມ່ນໝໍລຳ!

ເມຍ: ຫ່າຜົວເອີ້ຍຍເນາະ…….ຖາມຫັຍງກາບໍ່ມີໄດ້alt

ຜົວ: ຣູ້ລະຍັງຄືມາຖາມຢູ່ຊັ້ນalt

ເມຍ: ຕອບກວນ ບາທາຂະໝາດເລີຍເວີ້ຍຍ !!!!!!!!alt

ຜົວ: ຣຶ!!!!!!!!!????????ໂຣ້ ບາທາalt ອ້າຍເວົ້າຢອກນະນ້ອງ ແຣະໆໃຈເຢັນໆ ....ໃຈເຢັນໆalt


 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ຄາຍຄຽດມາອີກລະເດີ້ ແຣະໆ alt

 

ມີຫນູ3ໂຕນັ່ງໂສ່ກັນຫລີ້ນ ແລະ ເວົ້າໂມ້ຕ່າງໆນາໆ.!!!!
ຫນູໂຕທີ 1 : ສ່ຽວເຊື່ອເຮົາເບາະ!!?? ມື້ນີ້ເຮົາໄປຢຽບກັບໃສ່ຫນູແລະ

ເຮົາກໍ່ໄປໄງ້ຂື້ນແລ້ວເອົາໝາກກ້ວຍມາກິນຫຼີ້ນເສີຍເລີຍ!! alt
ຫນູໂຕທີ 2 : ອະໂກ້ຍ!!! ...ຊໍ່ານັ້ນກາມາອ້າງນະ! ເຮົາແຮງຄັກກ່ວາໂຕ

ມື້ວານນີ້ເຈົ້າຂອງເຮືອນເອົາສານຫນູມາວາງໃສ່ທາງອອກຮູເຣົາຢູ່.
ເຮົາຍັງໄປເອົາມາທັບບົດໃຫ້ມຸ່ນໆແລ້ວມາຊົງໃສ່ກາເຟກິນເປັນຢາບຳລຸງເສີຍ!! alt
ຫນູໂຕທີ 3 : ໃຫ້ສູ່ນັ່ງລົມກັນຢູ່ນີ້ເດີ ກູຊິໄປກ່ອນເພາະກູມີນັດກິນເຂົ້າກັບສາວແມວ

ໄປລະເດີບ່າຍໆ.......

ຫນູໂຕທີ2ກັບ3: ໂອຍໆໆບັກໂມ້ຂີ້ໂມ້

ຫນູໂຕທີ1:  ພວກເຣົາສົມເປັນສ່ຽວກັນເນາະວ່າບໍ່!!!???? ຂີ້ໂມ້ຄືກັນ

ຫນູໂຕທີ2ແລະ3: ອືມໆ ... ພວກຕູ໋ກາຄິດແບບນັ້ນແລະ

ແຣະໆ......................ຈົບalt

ອ່ານແລ້ວເຖີງຈະບໍ່ຫົວພຽງແຕ່ຍີ້ມຄົນຂຽນກາດີໃຈລະ alt

 


Thanks Comments



 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2008 | ມີ 14 ຄຳເຫັນ ແລະ 0 trackback(s)

ແຣະໆ ຊ້ວງນີ້ສາວກະແຕນ້ອຍ ຂໍມາຈັບບິກຈັບສໍທາງດ້ານຂຽນຕາລົກຄາຍຄຽດຈັກບາດກ່ອນເດີ້ພີ່ນ້ອງ ແຣະໆ alt

ຄືນນື່ງ .ຈ້ອຍ , .ຈຽບ ແລະ .ກະເລີ່ . !!

 

ໄດ້ພາກັນດື່ມເບຍທີ່ບາແຫ່ງນື່ງຈົນເມົາແລ້ວກໍ່ພາກັນກັບບ້ານ


ເມື່ອມາຮອດເຄີ່ງທາງ ທັງສາມຄົນຮູ້ສຶກປວດຊີງຊ່ອງຈື່ງຈອດລົດແລ້ວພາກັນລົງຊີງຊ່ອງຕາມປ່າ!

 

ເມື່ອຊີງຊ່ອງແລ້ວ.


. ຈ້ອຍ ແລະ .ຈຽບກໍ່ມາຖ້າທ.ກະເລີ່.ຖ້າໄປຖ້າມາກາບໍ່ແລ້ວມາຈັກເທື່ອຈື່ງຊ່ອງໆໆໄປແນມເຫັນ

 

.ກະເລີ່ ກົ້ມໆເງີຍໆຢູ່.ບໍ່ຮູ້ວ່າລາວເປັນຫຍັງ.? ຄາວນື່ງທ.ກະເລີ່ຈື່ງຮ້ອງຂື້ນວ່າ ຊ່ອຍແດ່!! ຊ່ອຍແດ່.!

 

ສູ.ສູ! ຜີອຳຕູ໋.!!ຕູ໋ເງີຍຫົວບໍ່ຂື້ນ...ຈຽບໆ...

 

ມາຊ່ອຍຕູ໋ແດ່.


. ຈຽບກໍ່ແລ່ນມາຊ່ວຍດຶງ.! ດຶງແນວໃດກະບໍ່ໄດ້

 

.ຈ້ອຍ ຜູ້ທີ່ມາຕາມຫລັງໄດ້ສັງເກດເຫັນຈື່ງເອົາຝາມືຟາດຫົວ


.ກະເລີ່ ບັກແຮງໆ.!ຈົນດັງຕັບໆໆ alt....ບາດນື່ງ.ແລ້ວເວົ້າຂື້ນວ່າ:


ບັກກະເລີ່ ເອີ້ຍ! ຜີອຳຕ່າຍຫ່າຫຍັງ

 

ຫົວມຶງພັດເສືອກເອົາກະດູມເສື້ອໄປໃສ່ກະດຸມໂສ້ງ ມັນກະຈ່ອງຄໍມຶງໄວ້ຊັ້ນຕົວ.!!


ກະເລີ່: ແຮະ ແຮະ ແຮະ ຕູ໋ລືມເບີ່ງ.ໂຕດໆ
ສ່ຽວ alt

ຈ້ອຍກັບຈຽບ: ພວກຕູ໋ລະບໍ່ແປກໃຈກັບຊື່ຂອງມືງເລີຍ!!!!!!!

ກະເລີ່: ແຣະ ແຣະ altalt

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

 

ຂຽນເລື່ອງຊີລຽດກ່ຽວກັບຄວາມຣັກມາກາ2-3ເລື່ອງລະ ລອງປ່ຽນມາແບບຄາຍຄຽດຈັກບາດກ່ອນ ແຣະໆalt

 ມີມື້ນື່ງທ່ານນາຍົກລັດຖະມົນຕຣີໄດ້ໄປຢ້ຽມຢາມຝຣັ່ງ ແລະ

 

ໄດ້ໃຫ້ການສຳພາດແກ່ນັກຂ່າວຫລາຍບັນຫາທີ່ນັກຂ່າວສົນໃຈ


ນັກຂ່າວ: ທ່ານນາຍົກພໍຈະອະທິບາຍໄດ້ບໍ່ ? ກ່ຽວກັບປະຊາຊົນເຮົາບາງສວ່ນໄດ້ລັກລອບຂ້າມນ້ຳອົບພະຍົກ


ໄປຢູ່ປະເທດອື່ນ...


ນາຍົກຍີ້ມ ຕອບ: ໃຈເຢັນໆ...
ໃຈເຢັນໆ... alt ບັນຫານີ້ພວກເຮົາຍັງຫາທາງແກ້ໄຂ ຂໍໃຫ້ໃຈເຢັນໆ!!!ໃຈເຢັນໆ!!!alt


ນັກຂ່າວ: ແລ້ວບັນຫາທີ່ມີຄວາມຫຍຸ້ງຍາກໃນການສັນຈອນຕາມຖະໜົນຫົນທາງເດເຊື່ງເປັນບັນຫາທີ່ຄວນແກ້ໄຂດ່ວນໃດທ່ານ!!


ນາຍົກຍີ້ມຕອບ: ໃຈເຢັນໆ...ໃຈເຢັນໆ...alt  ບັນຫານີ້ຕ້ອງໄດ້ຮັບການແກ້ໄຂແນ່ນອນ!ໃຈເຢັນໆ...ໃຈເຢັນໆໆ !:alt


ນັກຂ່າວຖາມຕໍ່: ດຽວນີ້ມີສາຍລາຍງານເຂົ້າມາດ່ວນວ່າໄຟໄໝ້ເຮືອນທ່ານຢູ່ ທ່ານຈະແກ້ໄຂແນວໃດ?


ນາຍົກຍີ້ມ ຕອບ: ໃຈເຢັນໆ... ໃຈເຢັນໆ...... altalt ຮື້ !!!???alt alt ໂອ້....ຣ່າສູ....ໄປໆໆໆ...ໄວໆໆ

 

ຮີບໄປດັບໄຟບ້ານຕູ໋ດ່ວນໆໆໆໆ!!

 

ນັກຂ່າວ: ທ່ານໃຈເຢັນໆໆ.... ໃຈເຢັນໆໆ ຄ່ອຍໆແກ້ໄຂໄປ altaltalt

 

ນາຍຍົກ: !!!!!!!!!!!! altaltalt

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2008 | ມີ 11 ຄຳເຫັນ ແລະ 0 trackback(s)

ທ້າວດໍາກັບທ້າວຂາວເປັນໝູ່ກັນ ທັງສອງກໍ່ລົມກັນຕາມພາສາສ່ຽວກັນຫັ້ນລະໄປ
ທ້າວດໍາ: ຂາວໆຕູ໋ ມີເລື່ອງ"ໜ້າທີ່"ຂອງຜົວເມຍຄູ່ນື່ງອິເລົ່າໃຫ້ຟັງ ມືງອິຟັງເບາະ ?
ທ້າວຂາວ: ຟັງ ! ເລົ່າມາໂລດ ກູ ອິນັ່ງຟັງ !!
ທ້າວດໍາ: ມື້ 1 ເມຍໄດ້ໃຊ້ໃຫ້ຜົວໄປຊື້ແຝັບມາຊັກເຄື່ອງທີ່ຕະຫລາດ! ເມື່ອກັບມາຜົວພັດເອົານ້ຳຢາລ້າງຖ້ວຍມາໃຫ້
ເມຍກະເລີຍດ່າໃຫ້ຜົວວ່າ: ຕູ໋! ບອກໃຫ້ມືງໄປຊື້ແຝັບມຶງຄືໄປຊື້ນ້ຳຢາລ້າງຖ້ວຍມາ
ຜົວກະເລີຍຕອບວ່າ: ເອີນ່າ ! ມຶງມີໜ້າທີ່ຊັກກະຊັກໄປຫັ້ນນ່າ ...
ມື້ທີ່ 2 ເມຍຢາກຮ້າຍຈື່ງຫາທາງແກ້ຄືນalt ເມື່ອຮອດຍາມກິນເຂົ້າເມຍກໍ່ເອົາແຕ່ເຂົ້າລ້າໆມາໃຫ້ກິນ
ຜົວຢາກຮ້າຍກໍ່ເລີຍຖາມວ່າ: ຫ້ວຍ! ຄືເອົາແຕ່ເຂົ້າລ້າໆມາໃຫ້ຕູ໋ກິນ ຂອງກີນກັບເຂົ້າບໍ່ມີຫວະ!! ?
ເມຍກໍ່ຕອບຄືນວ່າ:ເອີນ່າ.. ມຶງມີໜ້າທີ່ກິນກະກິນໄປຫັ້ນນນ່າ!!ອິອິອິອິອິອິ!

ທ້າວດໍາເວົ້າຕໍ່: ຕໍ່ມາມື້ທີ່ 4
ທ້າວຂາວ:  ອ້າວ!! ມຶງຄືຫາກະເລົ່າຮອດມື້ທີ່ 2 . ມື້ທີ 3 ເດ!? ຄືມາຮອດມື້ທີ່ 4 ແລ້ວ.
ທ້າວດໍາ: ເອີນ່າ!! ມືງມີໜ້າທີ່ຟັງ ກະຟັງໄປຫັ່ນນ່າ!!

ທ້າວຂາວ: ຫ້ວຍ ຣ່ານີ້ສໍ້ຊໍ່ານີ້ກາບໍ່ໄດ້ເນາະ!!

ທ້າວດໍາ: ຕູ໋ຄິດໄວ້ແລ້ວ ວ່າມືງຕ້ອງສໍ້ altalt

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໄດອາຣີ້ນີ້ຢາກເຕືອນໃຫ້ເພື່ອນໆທຸກໆຄົນບໍ່ວ່າຈະຢູ່ໄກ້ຫລືໄກ

 

ພໍ່ແມ່ບໍ່ຄວນຄິດແບບໃນຕົວລະຄອນເລື່ອງນີ້ບໍ່ຄວນເຫັນແຟນສໍາຄັນກົ່ວພໍ່ແມ່.

 

ຂ້ອຍບໍ່ຣູ້ວ່າຈະເລົ່າໄດ້ຊໍ່າໃດແຕ່ຈັ່ງໃດກາສິພະຍາຍາມເລົ່າສຸດຄວາມສາມາດ

 

ເຊົ້າມື້ນີ້ເອງຂ້ອຍແລະຫມູ່ຂອງຂ້ອຍອີກ33ຊີວິດໄດ້ຟັງເລື່ອງນີ້ຈາກອາຈານໃນຫ້ອງຣຽນຂອງຂ້ອຍ ເຂົ້າເລື່ອງເລີຍບາດນີ້.

 

ມີໄວລູ້ນຄົນໝື່ງລາວໄດ້ຈາກປະເທດ ພໍ່ແມ່ເອື້ອຍອ້າຍນ້ອງໄປຣຽນຕໍ່ຢູ່ຕ່າງປະເທດ

 

ລາວໄດ້ໄປພົບຣັກຢູ່ຫັ້ນ ຕາມພາສາໄວລູ້ນແຕ່ລະມື້ກໍ່ລົມໂທລະສັບກັນເປັນເວລາຫລາຍໆຊ/ມຕາມພາສາຄົນຣັກກັນ

 

ເຊັ່ນດຽວກັນແຕ່ລະມື້ແມ່ຂອງລາວກໍ່ໂທລະສັບຖາມຂ່າວ ການຢູ່ການກີນ ການໄປການມາ

 

ດີນຟ້າອາກາດຕາມພາສາຜູ້ເປັນແມ່ທີ່ຣັກແລະຄິດຣອດລູກ ເວລາຜ່ານໄປ

 

5-6ເດືອນທັງສອງກໍ່ຍັງຫວານແຫ໋ວວເໝືອນເດີມລົມກັນທຸກໆມື້ຄືເກົ່າ

 

ມີມື້ໝື່ງລາວລົມສາຍກັບແຟນຢູ່ ແມ່ໂທມາລາວຈະຣູ້ເພາະເບີແລະຊື່ແມ່ຂອງລາວໂຊ

 

ເປັນເວລາທີ່ລາວກໍາລັງລົມມ່ວນໆກັບແຟນລາວຢູ່ລາວບໍ່ຍອມຣັບສາຍແມ່ລາວ

 

ເພາະລາວຄິດວ່າຈັ່ງໃດແມ່ກາຄົງໂທມາຖາມເລື່ອງເກົ່າໆຄືທຸກມື້ອີກ...... ບາດນັ້ນເພີ່ນຫາກສິໂທມາອີກຕີ້ບໍ່?

 

ຈົນລາວວາງສາຍຈາກແຟນລາວແມ່ກໍ່ໂທມາຫລາຍເທື່ອຕິດຕໍ່ກັນຍ້ອນຄວາມເປັນຫ່ວງລູກ

 

ແຕ່ລະເທື່ອກາເປັນແນວລູກລາວຄິດໄວ້ບໍ່ມີຫັຍງພິເສດພຽງຢາກໄດ້ຍີນສຽງລູກວ່າສະບາຍດີຄືທຸກມື້ແມ່ກໍ່ດີໃຈລະແມ່ລາວວ່າ.

 

ມື້ຕໍ່ມາລາວລົມສາຍກັບແມ່ລາວວ່າ ແມ່ໆ ລູກຢາກໄດ້ຊີດີຂອງຜູ້ນັ້ນນະ…ແມ່ຊື້ຝາກໃຫ້ລູກໄດ້ບໍ່?

 

ແມ່ເລີຍວ່າຊັ້ນຕອນແມ່ເລີກການແມ່ຈະແວ່ຊື້ໃຫ້ເລີຍ ແລ້ວມື້ອື່ນເຊົ້າແມ່ສິໄປຝາກໃຫ້ລູກແຕ່ເຊົ້າໆເລີຍ

 

ລູກຈື່ງຈະບໍ່ໄດ້ຖ້າດົນ

 

ແລ້ວອັນອື່ນໆໆເດະ ມີຫັຍງຢາກໄດ້ເພີ້ມບໍ່ອາຫານການກີນຂອງລາວເຣົາເດະບໍ່ຢາກບໍ່ ມີຫັຍງແດ່ບໍ່ທີ່ພໍຈະຝາກໄປໄດ້

 

ຕາມພາສາແມ່ທີ່ຣັກແລະຫ່ວງໄຍລູກ.

 

ລູກ:ບໍ່ໆ ບໍ່ຕ້ອງຝາກຫັຍງມາເດີ້ ອາຍເຂົາຕອນກີນເຂົາກາເບີ່ງ ເຂົາກາຖາມ

 

ແມ່: ໂດຍໆຊັ້ນແມ່ສິຊື້ຊີດີໃຫ້ ລະກັບຣອດບ້ານດຽວແມ່ໂທຫາລູກໃຫ່ມເດີ້ມື້ແລງ ລູກ:ໂດຍ

 

ແມ່:ຣັກສາສຸຂະພາບໃຫ້ດີໆເດີ້ລູກ ອາກາດກໍ່ເລີ້ມໝາວມາລະ ໂຊກດີ......

 

ໃຜຈະຄິດວ່ານັ້ນແມ່ນຄັ້ງສຸດທ້າຍທີ່ລາວຈະໄດ້ລົມແລະໄດ້ຍີນສຽງຜູ້ເປັນແມ່ລາວ

 

ຜູ້ທີ່ຄອຍຣັກແລະເປັນຫ່ວງລາວມາຕະຫລອດ

 

ແລງວັນນັ້ນເອງຂາກັບຈາກຊື້ ຊີດີ ແມ່ຂອງລາວໄດ້ເກີດອຸບັດເຫດຕໍາກັບລົດ10ລໍ້

 

ໃນເວລານັ້ນແທນທີ່ແມ່ລາວຈະຄິດໂທຫາ191

 

ຫລືບໍ່ກໍ່ຫາຄົນທີ່ຈະມາຊ່ອຍໄດ້ໃນເວລານັ້ນ ແມ່ລາວກັບຄິດຫາຄົນແລກແມ່ນລູກ

 

ແມ່ຕັ້ງໃຈໂທຫາລູກຫລາຍໆເທື່ອຕິດຕໍ່ກັນ...

 

ແຕ່ລູກລາວກາພັດຄາລົມສາຍກັບແຟນຕາມເຄີຍ ລູກລາວກໍ່ເຫັນເບີແມ່ອອກ ກໍ່ຄິດວ່າບາດນັ້ນຈື່ງໂທກັບກາໄດ້

 

ບໍ່ຊັ້ນກາແມ່ກໍ່ຄົງໂທມາອີກດອກຄືສິບໍ່ມີຫັຍງຕີ້ບໍ່? ລາວບໍ່ສົນໃຈກັບໂທລະສັບແມ່ລາວເລີຍ

 

ລາວບໍ່ສາມາດຣູ້ໄດ້ວ່າມັນຈະແມ່ນຄັ້ງສຸດທ້າຍທີ່ແມ່ລາວຈະສາມາດໂທຫາລາວໄດ້ຈົນລາວລົມກັບແຟນລາວແລ້ວ

 

ລາວໄດ້ເປີດຟັງສຽງແມ່ລາວຝາກຂໍ້ຄວາມໄວ້ໃນໂທລະສັບວ່າ ລູກທີ່ຣັກຊອງແມ່ເອີ້ຍຍ

 

ແມ່ຕ້ອງຂໍໂທດລູກຫລາຍໆ ທີ່ແມ່ບໍ່ສາມາດໄປຝາກຊີດີໃຫ້ລູກໄດ້ ເພາະນີ້ກໍ່ຄົງຈະເປັນຄັ້ງສຸດທ້າຍທີ່ແມ່ຈະໂທຫາລູກໄດ້

 

ເຊັ່ນດຽວກັນ.ແຕ່ໝ້າເສຍດາຍແມ່ບໍ່ສາມາດໄດ້ຍີນສຽງລູກໄດ້ເປັນຄັ້ງສຸດທ້າຍ ແຕ່ຈັ່ງໃດກາໃຫ້ລູກຣັກສາສຸຂະພາບໃຫ້ດີ

 

ກີນອີ່ມນອນອຸ່ນເດີ້ ຕັ້ງໃຈຣໍ່າຣຽນເດີ້ເປັນຄົນດີຂອງສັງຄົມ ຊໍ່ານີ້ແມ່ກໍ່ດີໃຈແລ້ວທີ່ຈີງແມ່ຢາກເວົ້າຫລາຍໆຢ່າງກົ່ວນີ້ຢູ່

 

ແຕ່ແມ່ຄືສິບໍ່ໄຫວລະເພາະຕອນນີ້ແມ່ເກີດອຸບັດເຫດໃຫ່ຍ ເທວະດາເພີ່ນມາຣັບແມ່ໄປຢູ່ນໍາລະ ລູກບໍ່ຕ້ອງເປັນຫ່ວງແມ່ເດີ້

 

ແມ່ຈະຄອຍເບີ່ງແຍງລູກຢູ່ທີ່ສູງໆບໍ່ໃຫ້ຄ໋າດສາຍຕາ ຕອນນີ້ຕາແມ່ແນມຫັຍງບໍ່ເຫັນແລ້ວ ຄ້າຍໆໄຟດັບ

 

ໄຄແຕ່ເທວະດາເພີ່ນຍັງເຫັນໃຈແມ່ ຍັງບໍ່ເອົາສຽງຂອງແມ່ໄປພ້ອມກັບໝ່ວຍຕາ

 

ບໍ່ຊັ້ນແມ່ຄົງໃຈຂາດຕາຍກ່ອນຕອນເພີ່ນຈະເອົາດວງຕາຂອງແມ່ໄປລະ.

 

ລູກທັງຟັງສຽງຄັ້ງສຸດທ້າຍຂອງແມ່ ດ້ວຍຄວາມເສຍໃຈແລະທັງຣ້ອງໃຫ້

 

ເພາະລາວຄິດວ່ານັບແຕ່ວິນາທີນີ້ຕໍ່ໄປລາວຈະບໍ່ມີແມ່

 

ທີ່ມາຄອຍໂທຖາມສາລະສຸກທຸກດີບລາວອີກແລ້ວ ລາວກໍ່ໂທດໂຕເອງວ່າເປັນຫັຍງຕອນນັ້ນລາວຈື່ງບໍ່ຍອມຣັບສາຍແມ່ລາວ

 

ເປັນຫັຍງລາວຈື່ງຕ້ອງສັ່ງໃຫ້ແມ່ຊື້ຊີດີໃຫ້ ຖ້າບໍ່ຊັ້ນເລື່ອງນີ້ກໍ່ຄົງບໍ່ເກີດຂື້ນກັບແມ່.......

 

 ທີ່ຈີງເລື່ອງນີ້ມັນຊື້ງຫລາຍກົ່ວນີ້ແຕ່ຂ້ອຍຈໍາໄດ້ເທົ່ານີ້ ເພາະຕອນຟັງຂ້ອຍກໍ່ໃຫ້ ເລີຍບໍ່ຄ່ອຍຈໍາເນື້ອໃນໄດ້ໝົດ

 

ຕອນຂຽນຢູ່ນີ້ການໍ້າຕານອງແກ້ມ alt ເອົາຊໍ່ານີ້ກ່ອນເດີ້ ຈໍາໄດ້ແຕ່ຊໍ່ານີ້ລະ


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2008 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ກ່ອນອື່ນຕ້ອງຂໍແນະນໍາຕົວລະຄອນໃນເລື່ອງນີ້ກ່ອນ ຕົວເອກແມ່ນ1ສ່ວນ2ແມ່ນສ່ຽວຣັກຂອງ1


3ແມ່ນຄົນຣັກຂອງ1 ເລື່ອງມີຢູ່ວ່າ1ກັບ2ເປັນຫມູ່ກັນມາແຕ່ມໍ3ຣອດມໍ6

 

ທັງສອງຣັກກັນຫລາຍລະກາຣຽນຫ້ອງດຽວກັນມາຕະຫລອດແຖມນັ່ງໂຕະດຽວກັນອີກ

 

ທັງສອງຣູ້ສືກວ່າຣັກແພງກັນຫລາຍກົ່ວຄົນໃນຄອບຄົວເພາະເວລາຢູ່ນໍາກັນຈະຫລາຍກ່ອນຄົນໃນຄອບຄົວ

 

ລວມເຖີງການໄປການມາຂອງຣ/ຣກໍ່ໄປກັບ ພ້ອມກັນ


ຕໍ່ມາ1ກໍ່ໄດ້ມີແຟນຊື່ວ່າ3ເລີຍໄປແນະນໍາໃຫ້2”ສ່ຽວຣັກ”ຣູ້ຈັກ ແຕ່ໃຜຈະຣູ້ວ່າຫຼັງຈາກນັ້ນ 2ກັບ3

 

ຈະລັກຄົບກັນແບບບໍ່ໃຫ້1ຣູ້

 

ເວລາຜ່ານໄປໄລຍະໝື່ງ ຫມູ່ຂອງ1ຄື4 ມາຖາມ1ວ່າ 1ໆ ໂຕກາຣູ້ຈັກຢູ່ຫວາ ວ່າ2ກັບ

 

3ເຂົາລັກເປັນແຟນກັນ? 1ງົງ

 

ລະກາຄິດຢາກຫົວໃນໃຈ ຈະເປັນໄປໄດ້ແນວໃດສອງຄົນນັ້ນເຂົາຫາກໍ່ເຈີກັນເທື່ອດຽວຄືຕອນເຣົາແນະນໍາ

 

1ຄິດໃນໃຈວ່າ ສົງໃສ4

 

ຢາກມາເຣັດໃຫ້1ກັບ2ຜິດໃຈກັນເລີຍສ້າງເລື່ອງຂື້ນມາ. 1ຕອບ4ໄປວ່າ

 

4ຫຼົງຄົນແລ້ວສອງຄົນນັ້ນເຂົາບໍ່ໄດ້ຣູ້ຈັກກັນ

 

ເຈີກັນເທື່ອດຽວຕອນ1ແນະນໍານີ້ລະ ຫຼັງຈາກນັ້ນເຂົາກໍ່ບໍ່ໄດ້ເຈີກັນອີກ ແຕ່ກາຂອບຈາຍ4ເດີ້ທີ່ມາບອກ.

 

ມື້ໃຫ່ມມາ1ກໍ່ລອງມາຖາມ

 

2ຫລີ້ນໆບໍ່ຄິດວ່າເລື່ອງທີ່ 4ມາຖາມຈະເປັນຄວາມຈີງ 1ຖາມ2ພ້ອມກັບຍີ້ມນ້ອຍໝື່ງວ່າ

 

2ໆມື້ນີ້ຕາຫົວຂະໝາດເລີຍ

 

4ລາວສ້າງເລື່ອງຂື້ນມາໃຫ້ເຣົາຜິດໃຈກັນ 2ຖາມ1ກັບວ່າ ເລື່ອງຫັຍງລະ? 4ລາວວ່າ

 

2ກັບ3ຫັ້ນລັກເປັນແຟນກັນບໍ່ໃຫ້1ຣູ້ວ່າຊັ້ນ

 

1ລະຢາກຫົວໃນໃຈຢູ່ 2ບໍ່ຕອບໄດ້ແຕ່ກົ້ມໝ້າ ແລ້ວເວົ້າກັບ1ວ່າ 1ເຣົາຂໍໂທດ ເຣັດໃຫ້1ງົງອ້າວ

 

ມາຂໍໂທດເຣັດຫັຍງລະບາດນີ້

 

1ຍັງບໍ່ເຂົ້າໃຈ ຕໍ່ມາ2ໄດ້ບອກກັບ1ວ່າ 2ກັບ3ລັກຄົບກັນແທ້ 4ບໍ່ໄດ້ສ້າງເລື່ອງ ມັນແມ່ນແທ້ 1ທັງອື້ງ

 

ທັງບໍ່ຄິດບໍ່ຝັນວ່າຈະໄດ້ຍີນຄໍານີ້ອອກມາຈາກ2ສ່ຽວໂຕ ດ້ວຍຄວາມໃຈຣ້ອນຂອງ1 ລາວເລີຍເວົ້າກັບ2ວ່າ

 

ຖ້າເປັນແບບນີ້ແທ້

 

1ກາຄົງຈະຄົບກັບ2ຕໍ່ໄປບໍ່ໄດ້ອີກລະ ເພາະ1ບໍ່ສາມາດມີແຟນຄົນດຽວກັບ2”ຫມູ່ຣັກ”ໄດ້

 

2ໄດ້ແຕ່ກົ້ມໝ້າລະກາຂໍໂທດ1


1ຕັດສີນໃຈຂໍຕັດມິດຕະພາບກັບ2 ຫຼັງຈາກນັ້ນ1ໄດ້ໄປຖາມ3ວ່າແມ່ນຄື4ກັບ2ເວົ້າແທ້ບໍ່?

 

3ກໍ່ຕອບວ່າແມ່ນແທ້ ຫຼັງຈາກມື້1ແນະນໍາ

 

3ໃຫ້ຣູ້ຈັກ2.

3ກໍ່ທຽວໄປຫຼີ້ນບ້ານ2ປະຈໍາ ຈົນເກີດຄວາມຜູກພັນແລະຣັກ2 ໂດຍທີ່3ບໍ່ຣູ້ໂຕ


ທັງ3ແລະ2 ກໍ່ບໍ່ຣູ້ວ່າຈະບອກ1ແນວໃດດີ ທີ່ຈະໃຫ້1ເສຍໃຈໝ້ອຍທີ່ສຸດທີ່ຈະເຣັດໄດ້

 

1ກໍ່ຕັດສີນໃຈຂໍເລີກກັບ3.


1ເສຍທັງ ເພື່ອນຣັກແລະຄົນຣັກໄປໃນຂະນະດຽວກັນ


ເວລາຜ່ານໄປໄລຍະໝື່ງ 2ມາຫາ1ດ້ວຍຄໍາຂໍໂທດແລະຢາກໃຫ້1ຍົກໂທດໃຫ້


2ບອກ1ວ່າ 2ຂໍເລີກກັບ3ແລ້ວ ເພາະບໍ່ມີໃຜທີ່ຈະມາແທນ1ໄດ້ 2ກໍ່ຄິດຄືກັນວ່າຖ້າ3ກ້າຖີ້ມ1ໄປໄດ້ ມີມື້ໝື່ງ

 

3ກໍ່ຄົງຈະຖີ້ມ

 

2ໄປຫາຄົນໃຫ່ມໄດ້ຄືກັນ ຜົນສຸດທ້າຍ1ກໍ່ໃຫ້ອະໄພ2


ລະກັບມາເປັນເພື່ອນຣັກກັນເໝືອນເດີມ ຕອນນີ້2ໄປຣຽນຕໍ່ຢູ່ AUSແລະກໍ່ຍັງໂທລົມກັບ1ບໍ່ຂາດ

 

ບາງມື້ທັງສອງກໍ່ຍັງລົມເລື່ອງ3

 

ລະກາພາກັນຫົວ ບໍ່ຣູ້ວ່າລາວຈະເປັນແນວໃດລະເນາະ ເວົ້າມາລະກາຢາກເຈີ


ເລື່ອງນີ້ແມ່ນເລື່ອງຈີງ ທີ່ເກີດກັບຄົນໄກ້ໂຕຂະນ້ອຍເອງ


ລະມັນຍັງໄດ້ບອກເຖີງ ມິດຕະພາບອັນບໍ່ມີມື້ປ່ຽນລະຫ່ວາງ1ແລະ2 ຈົບ ^__^

 


ລະຄອນເລື່ອງນີ້ ມີເພງປະກອບນໍາເດີ້ ໃຫ້ເພື່ອນໆຟັງເບີ່ງ

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2008 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ປຽບທຽບຄວາມສູງທີ່ແຕກຕ່າງກັນຫຼິບລັບ

 

 

Photobucket - Video and Image Hosting

 

 

TaiPei 101

 

 

Photobucket - Video and Image Hosting

 

 

Shanghai World Financial Center

 

Photobucket - Video and Image Hosting

 

 

Petronas ToWer

 

Photobucket - Video and Image Hosting

 

 

Sears ToWer ເປັນຕາເຈັບ

 

Photobucket - Video and Image Hosting

 

 

Almas ToWer

 

 

 

Photobucket - Video and Image Hosting

 

 

 

Ryugyong HoTel  ຂ້ອຍມັກໂຕນີ້ ແຣະໆ^__^

 

 

Photobucket - Video and Image Hosting

 

 

 

Q1 ToWer

 

Photobucket - Video and Image Hosting

 

 

Baiyoke ToWer

 

Photobucket - Video and Image Hosting

 

 

 

KingDom CenTre ແມ່ນຫັຍງອັນນີ້ -_-a

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2008 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ອາຫານ ພິດສະດານ alt

 

snake Head     ລາດຊ໋ອດ

 

alt

 

 

ຫນູນ້ອຍທີ່ໝ້າສົງສານ

 

 

alt

 

 

 

ຍໍາລວມມິດ

 

 

alt

 

 

 

HotDog ສະໝອງ

 

 

alt

 

 

 

Spaghetti ຂີ້ກະເດືອນ

 

 

alt 

 

 

ໜອນທະເລ

 

 

 

 

alt

 

 

Soup ຈີ່ນາຍ

 

 

alt

 

 

 

ຕົບຖ້າຍດ້ວຍຂອງຫວານ cake  ໝອນ

 

                                                                           

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

 

ມີມື້ນື່ງສາມສ່ຽວຄື:ບັກຈິດ, ບັກຈຽບ ແລະ ບັກຈ້ອຍ ໄດ້ພາກັນໄປທ່ຽວຢູ່ປ່າແຫ່ງນື່ງ ແລະ ກໍ່ພາກັນຫລົງທາງບໍ່ຮູ້ທາງອອກ ແລະ ກໍ່ຖືກຄົນປ່າຈັບໄປ .ເພື່ອຈະຂ້າບູຊາຍັນ!ແຕ່ຫົວໜ້າເຜົ່າໃຈດີ!! ຈື່ງມີເງື່ອນໄຂໃຫ້ທັງສາມຄົນວ່າ: ຖ້າຜູ້ໃດໄປຊອກຫາໝາກໄມ້ໄດ້10ໜ່ວຍມາໃຫ້ຈະບໍ່ຂ້າແລ້ວຈະໄປສົ່ງເມືອບ້ານ. ປະມານ 10 ນາທີ.ກໍ່ເຫັນທ້າວຈິດພ້ອມກັບໝາກມ່ວງ10ໜ່ວຍອອກມາແຕ່ປ່າ ແລ້ວຫົວໜ້າເຜົ່າກໍ່ສັ່ງຕື່ມອິກວ່າ:ເຈົ້າຈົ່ງເອົາໝາກມ່ວງຍັດໃສ່ກົ້ນເຈົ້າແລ້ວຫ້າມເຮັດໜ້າບິດໜ້າບ້ຽວເປັນອັນຂາດ ຖ້າບໍດັ່ງນັ້ນຕາຍ!!!!alt ທ້າວຈິດກໍ່ຍັດໝາກມ່ວງເຂົ້າກົ້ນໄດ້ສອງໜ່ວຍຕໍ່ມາໜ່ວຍທີ່ສາມທ້າວຈິດມີອາການໜ້າແລ້ໜ້າກ່ຳບິດບ້ຽວ! ຫົວໜ້າເຜົ່າກໍ່ສັ່ງໃຫ້ລູກນ້ອງຂ້າຕາຍ!!!!!! ບືດນື່ງກໍ່ເຫັນທ້າວຈຽບອອກມາຈາກປ່າພ້ອມກັບໝາກຍົມ 10 ໜ່ວຍ. ຫົວໜ້າເຜົ່າ:ເຈົ້າຈົ່ງເອົາໝາກຍົມຍັດໃສ່ກົ້ນເຈົ້າແລ້ວຫ້າມສະແດງອາການໃດໆອອກມາບໍ່ດັ່ງນັ້ນຕາຍ!!!!alt ທ້າວຈຽບກໍ່ປະຕິບັດຕາມຈົນໄດ້9ໜ່ວຍເມື່ອຈະຍັດໜ່ວຍທີ່10 ທ້າວຈຽບກໍ່ຫົວຂື້ນ!ອັກ!ອັກ!ອັກ! ຫົວໜ້າເຜົ່າກໍ່ ສັ່ງໃຫ້ລູກນ້ອງຂ້າຕາຍ!!!!!

 

ກ່າວເທີງສະຫວັນເມື່ອທັງສອງຖືກຂ້າໄດ້ພົບກັນທີ່ສະຫວັນ:

ທ້າວຈິດ: ຈຽບເອີຍມືງກະດ່າຍ!!ຍັງອິກໜ່ວຍດຽວເທົ່ານັ້ນມືງຄືບໍ່ອົດເອົາ!!ມືງພັດຫົວຫາຊິແຕກເຮັດຫຍັງ? ທ້າວຈຽບ: alt ມືງຊິບໍ່ໃຫ້ກູຫົວແນວໃດຕອນກູພວມຊິຍັດໜ່ວຍທີ່10 ພັດຫລຽວໄປເຫັນບັກຫ່າຈ້ອຍສ່ຽວເຮົານະ!! ອູ້ມໝາກຖຸລຽນອອກມາແຕ່ປ່າ,ໃຫ້ມືງຄິດເບີງດຸ ຖ້າມັດຍັດພຽງແຕ່ໜ່ວຍດຽວຕູດ!ມັນຊິເປັນແນວໃດ!! alt

ຈິດ: ໂອ້ຈ໋ອດ!!! ......................alt