ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2009 | ມີ 26 ຄຳເຫັນ ແລະ 0 trackback(s)

ປາສະຫວັນທອດ

ເຄື່ອງປະກອບ:

ປາ..........................................................................500g

- ແປ້ງເຂົ້າຈີ່.................................1 ຖ້ວຍ

- ຜັກທຽມແຫ້ງ............................. 1ຫົວ.

- ພິກໄທ..................................... 1ບ່ວງຊາ

- ແປ້ງສິງກະໂປ...........................1 ບ່ວງແກງ

- ເກືອ........................................ 1 ບ່ວງຊາ

- ນ້ຳພືດ(ສຳຫລັບທອດ )  ພໍປະມານ.

- ນ້ຳຕານ.............................1 ບ່ວງແກງ.

ການກະກຽມ:

ນຳປາມາລອກໜັງອອກເອົາແຕ່ຊີ້ນ ຝັກໃຫ້ແຫຼກຕຳໃສ່ກັບຜັກທຽມໃຫ້ແຫຼກ ແລ້ວນຳເຄື່ອງປຸ່ງທຸກຢ່າງມາໃສ່ແລ້ວນວດໃຫ້ເຂົ້າກັນ

ພ້ອມດ້ວຍແປ້ງແລ້ວນຳຊີ້ນມາແພເປັນຕ່ອນບ່າງໆແລ້ວຕັດເປັນຕ່ອນສີ່ຫຼຽມ ຂະໜາດກວ້າງ 1ນິ້ວຍາວ 5m

ວິທີຈືນ:

ເອົານ້ຳມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນຂະໜາດກາງ ແລ້ວນຳປາມາເກືອກແປ້ງລົງຈືນໃນນ້ຳມັນທີ່ຮ້ອນໃຫ້ສຸກເຫຼືອງ.

ຮັບປະທານກັບແຈ່ວສົ້ມຫວານ.

ປລ: ສູດອັນນີ້ໝູ່ສົ່ງມາໃຫ້.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

alt

 

ຢາກລວຍທາງລັດ ແຕ່ບໍ່ມີດວງທາງນີ້ ທ້າວຫຼານຊາຍເອີ້ຍຍ alt

ມີອາຈານວັດໜຶ່ງໃຫ້ເລກເດັດ ໃຜໄດ້ເລກເດັດກັບອາຈານຕ້ອງຖືກ  ຫຼານຊາຍອາຈານມາຕໍ່ວ່າ

ຫຼາຍຊາຍ: ອາຈານໃຫ້ເລກຜູ້ອື່ນຖືກຈົນຮັ່ງ ບາດຂະນ້ອຍໄດ້ເລກນຳອາຈານຄືກັນຊື້ບໍ່ເຫັນຖືກຈັກເທື່ອ

ອາຈານ: ໂຕນັ້ນມັນບໍ່ມີຫວາດສະໝານາກັບຫວຍກັບເລກ, ບອກເລກກົງໆກະບໍ່ຖືກ ບອກໃບ້ກະບໍ່ຖືກ

ຫຼານຊາຍ: ມື້ນີ້ຂະນ້ອຍຂໍຈັກໂຕຄັກໆເບິ່ງນາ ມັນຊິບໍ່ມີຫວາດສະໝາແທ້ໆບໍ່?

ອາຈານ: ບໍ່ ກູບໍ່ໃຫ້ໂຕດອກ.

ຫຼາຍຊາຍ: ຂະນ້ອຍຂັດສົນແທ້ໆ ເອົາຈັກງວດນ່າ ຂະນ້ອຍຊິເຊື່ອເລີຍວ່າອາຈານໃຫ້ເລກຄີ້ວແທ້

ອາຈານ: ເອົາກະເອົາ ກູລືມໄປແລ້ວ, ໂຕໄປເບິ່ງດຸ ຢູ່ກ້ອງເສົານັ້ນຍັງບໍ່ ?

ຫານຊາຍ: ໄປຊອກຫາຢູ່ກ້ອງເສົາ ຈົນເມື່ອຍກໍ່ບໍ່ເຫັນ ທາງອາຈານກໍ່ເຂົ້າຫ້ອງໄປ ຄິດໃນໃຈວ່າອາຈານຕົວະ

ມື້ອື່ນຕອນເຊົ້າມາ ຊາຍຄົນນັ້ນມາວັດແຕ່ເຊົ້າ ອາຈານຖາມວ່າ

ອາຈານ: ເປັນຈັ່ງໃດຖືກບໍ່ເລກນະ?

ຫຼານຊາຍ: ບໍ່ຖືກ ຂະນ້ອຍ.

ອາຈານ: ມັນອອກຫຍັງ ?

ຫຼານຊາຍ: ເກົ້າ ສອງ "92"

ອາຈານ: 92 ກ້ອງເສົາ, ກ້ອງເສົາ 92 ເວົ້າແລ້ວກະຢ່າງເຂົ້າໄປກຸຕິເລຍ....

ຫຼານຊາຍ: ບຸນນໍບຸນ......................ຮຶໆໆໆໆໆໆໆໆໆໆໆໆໆໆໆ alt

ຣ່າາາາາາາ ສົມແນ່ ບອກຕົງໆປານນັ້ນລະ ຍັງບໍ່ຣູ້ກາຊ່ອຍບໍ່ໄດ້ລະ alt

                             ກະແຕນ້ອຍ ຂີ້ດື້ alt

alt

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

alt

 

ບໍ່ຣູ້ວ່າມີໃຜເອົາມາລົງກັນຈັກເທື່ອລະແຕ່ຈັ່ງໃດກາຊ່າງເທາະເນາະ

ເພື່ອຄົນທີ່ຍັງບໍ່ທັນໄດ້ອ່ານແມ່ນບໍ່ພີ່ນ້ອງພັນລາວແຣະໆ alt

 ສັ້ນໆມື້ນີ້ ເອົ້າເຂົ້າເລື່ອງເລີຍບາດນີ້ນະ ເວົ້າຫລາຍຢາຍຫ່າງ

 

 

ມື້ນື່ງຕຳຫລວດຈັບໂຈນໄດ້ຄົນນື່ງ ແລະ

 

ກຳລັງພາໄປນະຄອນບານໃນລະຫວ່າງກາງທາງທີ່ໄປສົ່ງນັ້ນບັງເອີນຕຳຫລວດ


ຢາກສູບຢາແຕ່ບໍ່ມີ ດັ່ງນັ້ນໂຈນເລີຍເວົ້າຂື້ນວ່າ:


ໂຈນ: ມ໋ະ!!ນ້ອງຊິໄປຊື້ໃຫ້.


ຕໍາຫລວດ: ແຮະ!!ແຮະ!! ໂຕຢ່າມາຫົວໃຫ່ຍໃສ່ເຣົາ

 

ໂຕຄິດວ່າເຣົາໂງ່ຫວະ!!!???

 

ຖ້າເຣົາໃຫ້ໂຕໄປຊື້ໂຕກະລັກໜີຫັ້ນຕີ້.!!

 

ໂຕຢູ່ນີ້ແຫລະ!!ເຣົາຈະໄປເອງ!

 

ດຽວເຣົາກັບມາ ໂຕຢ່າໄປໃສເດີ້ ເຂົ້າໃຈບໍ່?

 

ໂຈນ: ໂດຍ ແຕ່ຄິດໃຈໃນວ່າ

 

ຂ້ອຍສິຖ້າໃຫ້ອີ່ພໍ່ມາຈັບໄປທ່ຽວຫ້ອງກົງຢູ່ດອກເດີ້ ອິອິອິອິອິalt

 

ຍີ້ມວັນລະນິດຈິດມແຈ່ມໃສເດີ້ ພີ່ນ້ອງ ອາດຈະມຸກເກົ່າໄປແນ່ …..alt

 

ກະແຕນ້ອຍ ຂີ້ດື້ alt

 

alt

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2009 | ມີ 29 ຄຳເຫັນ ແລະ 0 trackback(s)

 

ເອົາໆ ຕາລົກສະໝັກຫຼີ້ນມາອີກກກກກກກລະເດີ້ alt

 

 

ຫລັງຈາກສອງສ່ຽວສອບວິຊາພາສາອັງກິດແລ້ວສອງສ່ຽວສັກດາ ແລະ ສົມຊາຍ

ເຂົາຖາມກັນວ່າ..

ສັກດາ: ເຮ້,,, ສົມຊາຍເຮັດຂໍ້ສອບໄດ້ບໍ່ເພື່ອນ,,

ສົມຊາຍ: ຂໍ້ສອບຍາກແທ້ຍາກວ່າເລີຍ ຄຳສັບ 20 ຄຳ

ກູຫມັ້ນໃຈຄຳດຽວ..

ສັກດາ: ມືງຫມັ້ນໃຈຄຳໃດຫວ໋ະສ່ຽວ ?

ສົມຊາຍ: ກູຫມັ້ນໃຈຄຳວ່າ ແມ້ງໂກ

ສັກດາ: ແມ້ງໂກ ມືງແປວ່າອິຫຍັງຊັ້ນນະ?

ສົມຊາຍ; ກູແປວ່າ ມັງຄຸດ

ສັກດາ: ຕາຍຫ່າ...ນັ້ນກູກໍ່ຜິດຕີ໋ ເພາະກູແປວ່າຫມາກມ່ວງໄປແລ້ວ...

ຕາຍ ເຮີ້ຍໄປໆ ໄປກັນດີກວ່າສ່ຽວ ໂກໂກ alt

ສອງສ່ຽວ ໂກໆ ບໍ່ແມ່ນສອງສ່ຽວ ແມງໂກຊ້ຳ alt

 

ກະແຕນ້ອຍ ຂີ້ດື້ alt

 

alt

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

 

alt

 

 

ມາອີກກກກລ້ຽວalt

 

ລຸງສີຜິດກັນກັບເມຍເຖິງຂັ້ນຮຸ້ນແຮງຈົນຈະແຕກຫັກພຸ້ນແລ້ວ

 

ລາວນັ່ງຄິດຫຼາຍມື້.ເລີຍຕັດສິນໃຈຈະຂ້າຕົວຕາຍ.


ລຸງສີ: ລາວຍ່າງໄປແຄມນ້ຳຂອງໂດຍໃຕ້ກະບອງ


ທິດດໍາ: ເມື່ອເຫັນລຸງສີຍ່າງກາຍໜ້າບ້ານໂດຍຖືກະບອງໄຟແຈ້ງຈ່າງປາງ


ລາວເລີຍຮ້ອງໃສ່ວ່າ: ລຸງສີ...!!!ລຸງສີ ເຈົ້າຊິໄປໃສ?


ລຸງສີ: ຕອບວ່າຂ້ອຍຊິໄປໂຕນນ້ຳຂອງຕາຍ


ທິດດໍາ: ເອົ້າ!!!! ເປັນຫຍັງຄືໃຕ້ໄຟແຈ້ງແທ້ຊັ້ນນະ...


ລຸງສີ : ຢ້ານງູຕອດຕາຍ
ເດະ alt


ທິດດໍາ: ຂ້ອຍຢາກຫົວເດະ ຣ່າາາາາາາາາ!!!!!!!!

 

ລຸງສີ: ຢາກໂດດນ້ຳຕາຍ ບໍ່ໄດ້ຢາກຕາຍຍ້ອນງູກັດ

 

 

ຈົບ

 

                                          ກະແຕນ້ອຍ ຂີ້ດື້  alt

alt

 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

alt

 

ຕາລົກບໍ່ຕາລົກກາຫົວໃຫ້ກໍາລັງຈາຍຄົນຂຽນແດ່ເດີ້ ພີ່ນ້ອງເອີ້ຍຍຍ alt

ເຂົ້າເລື່ອງເລີຍເນາະ ບາດນີ້ ເຊີນອ່ານຊັນລັນລະ alt

 

 

ຄືນນື່ງ .ຈ້ອຍ . .ຈຽບ ແລະ .ກະເລີ່ . !!

 

ໄດ້ພາກັນດື່ມເບຍທີ່ບາແຫ່ງນື່ງຈົນເມົາແລ້ວກໍ່ພາກັນກັບບ້ານ


ເມື່ອມາຮອດເຄີ່ງທາງ ທັງສາມຄົນຮູ້ສຶກປວດຊີງຊ່ອງຈື່ງຈອດລົດແລ້ວພາກັນລົງຊີງຊ່ອງຕາມປ່າ!

 

ເມື່ອຊີງຊ່ອງແລ້ວ.


. ຈ້ອຍ ແລະ .ຈຽບກໍ່ມາຖ້າທ.ກະເລີ່.ຖ້າໄປຖ້າມາກາບໍ່ເຫັນມາຈັກເທື່ອຈື່ງຊ່ອງໆໆໄປແນມເຫັນ

 

.ກະເລີ່ ກົ້ມໆເງີຍໆຢູ່.ບໍ່ຮູ້ວ່າລາວເປັນຫຍັງ.? ຄາວນື່ງທ.ກະເລີ່ຈື່ງຮ້ອງຂື້ນວ່າ ຊ່ອຍແດ່!! ຊ່ອຍແດ່.!

 

ສູ.ສູ! ຜີອຳຕູ໋.!!ຕູ໋ເງີຍຫົວບໍ່ຂື້ນ...ຈຽບໆ...

 

ມາຊ່ອຍຕູ໋ແດ່.


. ຈຽບກໍ່ແລ່ນມາຊ່ວຍດຶງ.! ດຶງແນວໃດກະບໍ່ໄດ້

 

.ຈ້ອຍ ຜູ້ທີ່ມາຕາມຫລັງໄດ້ສັງເກດເຫັນຈື່ງເອົາຝາມືຟາດຫົວ


.ກະເລີ່ ບັກແຮງໆ.!ຈົນດັງຕັບໆໆ alt....ບາດນື່ງ.ແລ້ວເວົ້າຂື້ນວ່າ:


ບັກກະເລີ່ ເອີ້ຍ! ຜີອຳຕ່າຍ5ຫຍັງ

 

ຫົວມື ງພັດເສືອກເອົາກະດູມເສື້ອໄປໃສ່ກະດຸມໂສ້ງ ມັນກະຈ່ອງຄໍມື ງໄວ້ຊັ້ນຕົວ.!!


ກະເລີ່: ແຮະ ແຮະ ແຮະ ຕູ໋ລືມເບີ່ງ.ໂຕດໆ
ສ່ຽວ alt

ຈ້ອຍກັບຈຽບ: ພວກຕູ໋ລະບໍ່ແປກໃຈກັບຊື່ຂອງມື ງເລີຍ!!!!!!!

ກະເລີ່: ແຣະ ແຣະ alt

ກະແຕນ້ອຍ ຂີ້ດື້ alt

 

alt

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

alt

 

ມາອີກລະ ມາອີກລະເດີ້ ພີ່ນ້ອງເອີ້ຍຍຍ ເອົາຕາລົກມາສົ່ງເຖີງບ້ານອີກລະ  (。◕‿◕。) alt

ມື໊ນື່ງພັນລະເມຍຂອງທ່ານຄົນດີດີ ອອກຮ້ອນກະວົນກະວາຍໃນການລໍຄອຍທ່ານຄົນດີດີກັບບ້ານທີ່ກັບບ້ານຊ້າຜິດປົກກະຕິ.!

ຖ້າໄປຖ້າມາຈົນຄ່ຳມຶດຈືດຕາ!ຄາວນື່ງຈຶ່ງເຫັນທ່ານຄົນດີດີກັບມາດ້ວຍຄວາມຍີ໊ມແຍ້ມແຈ່ມໃສ.alt

ຜົວ: ມື໊ນີ້ທີ່ຣັກຄືໜ໊າແດງເປັນຕາຮັກແທ້ມີຫຍັງເປັນພິເສດນໍ ? alt

ເມຍ: ມີແຕ່ສາກກະເບືອນິ້ຕີເປັນພິເສດນະ!! ມື້ນີ້ຄືກັບບ້ານຄ່ຳແທ້!!! ບໍ່ແມ່ນໄປແວ່ຮ້ານເລັກຮ້ານນ້ອຍອີກລະບໍ່ນິ!alt

ຜົວ: ບໍ່ແມ່ນຈັ່ງຊັ້ນທີ່ຣັກ ຟັງອ້າຍກ່ອນ.! ຄືວ່າຈັ່ງຊີ້ນະທີ່ຮັກ.!

ຕອນທີ່ອ້າຍລົງຈາກລົດເມນະ.! ອ້າຍໄດ້ເຫັນແມ່ຕູ້ນື່ງລາວເຮັດເງິນເຮ່ຍທາງລົງອ້າຍກໍ່ເລີຍ............!

ເມຍ: ຍີ້ມ alt  ແລ້ວກໍ່ເວົ້າຂື້ນວ່າ:

ເມຍ: ນ້ອງຂໍໂທດເດີທີ່ເຂົ້າໃຈອ້າຍຜິດຄິດວ່າອ້າຍໄປແວ່ຫລີ້ນສາວນ້ອຍຕາມທາງມາຊັ້ນດອກ,

ທີ່ແທ້ອ້າຍໄປຊ່ວຍແມ່ຕູ້ຫາເງິນທີ່ລາວເຮັດເຮັ່ຍ! ອ້າຍເປັນຄົນດີສົມຊື່ອະຫລີ!!alt

ຜົວ: ບໍ່ແມ່ນຈັ່ງຊັ້ນທີ່ຮັກອັນທີ່ອ້າຍມາຊ້ານີ້ກໍ່ເພາະວ່າອ້າຍຢືນຢຽບເງິນໄວ້ຈົນແມ່ຕູ້ໜີອ້າຍຈື່ງກັບມາ alt

ເມຍ: ອາໂກ້ຍ ຜົວຕູ໋ alt alt

 

ຈົບ alt

ກະແຕນ້ອຍ ຂີ້ດື້  (。◕‿◕。) alt

 

alt

ຂຽນເມື່ອ ຂຽນເມື່ອ: ມ.ສ.. 26, 2009 | ມີ 41 ຄຳເຫັນ ແລະ 0 trackback(s)

alt

 

ມາອີກລ້ຽວເດີ້ ພີ່ນ້ອງ ກະແຕນ້ອຍເຈົ້າເກົ່າເອົາຍີ້ມມາຝາກເຖີງບ້ານ alt

ດຳ ກັບ ແຫລ້ ເປັນສ່ຽວຮັກສ່ຽວແພງ ກັນມາແຕ່ນ້ອຍ (ດຳລົງຊີວິດຢູ່ຕ່າງປະເທດເມກາ)

ແຕ່ລະປີ ກໍ່ຈະລາພັກມາຢາມບ້ານເກີດ ແຕ່ວ່າສອງສ່ຽວນີ້ ບໍ່ມີໂອກາດໄດ້ມາພ້ອມກັນຈັກເທື່ອ.

ມີປີນຶ່ງ ພາຍຫລັງທີ່ທ້າວດຳ ກັບມາແຕ່ລາວ ທ້າວແຫລ້ ພັດມີໂອກາດໄດ້ເມືອ.

ສອງສາມມື້ຜ່ານມາ ທ້າວດຳຜູ້ຫາກະຈາກເມຍມາ ດ້ວຍຄວາມຄິດຮອດນາງເມຍ

ເລີຍໂທລະສັບເມືອ.........ແຕ່ແປກໃຈ !!!!!!!! ເອະ...... ສຽງຜູ້ຊາຍເປັນຄົນຮັບ...!!!!!!

(ເຮືອນເຮົາຄືບໍ່ມີຜູ້ຊາຍນ່າ........) ແຕ່......ສຽງນີ້ສີຄຸ້ນໆໆໆໆໆ ຫວະ...... ເລີຍຮ້ອງວາກຂຶ້ນວ່າ:

ທ້າວດຳ: ບັກແຫລ້.......... ແມ໋ງໂຕໄປເຮັດຫຍັງຢູ່ເຮືອນເມຍຕູ໋ ???????????? alt

ທ້າວແຫລ້: ອ້າວ...........ຕູ໋ກະມາຢູ່ນຳເມຍຕູ໋ແຫລະ........!!!!!!!!!!! (ຕອບໜ້າຕາເສິຍ)alt

ທ້າວດຳ: ເມຍໂຕຈັ່ງໃດ..........ເມຍຕູ໋ນ່າ ຕູ໋ແຕ່ງເອົາຄັກແນ່.....ເຮືອນນັ້ນກໍຄືກັນ.....ຕູ໋ປຸກໃຫ້ລາວຫາກະປຸກແລ້ວປີນີ້.....( 2009 )

ທ້າວແຫລ້: ຕູ໋ກະແຕ່ງເອົາຄືກັນ.....ເຮືອນນີ້ ຕູ໋ກະຝາກເງິນມາໃຫ້ລາວປຸກ.... ກັບຊື້ລົດວິໂກ ຄັນນີ້ອີກ...!!!!!!

ທ້າວດຳ, ທ້າວແຫລ້: ອຸທານພ້ອມກັນ...ຫາ....ສອງສ່ຽວເຮົາ.....!!!!!!!! ອິອິອິອິອອິອິອິອິ(ຖືກຫລອກຕົ່ວນີ້) ?????????altaltalt

ຈົບ alt

ກະແຕນ້ອຍ ຂີ້ດື້ alt

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 21, 2009 | ມີ 34 ຄຳເຫັນ ແລະ 0 trackback(s)


alt 

ແຣະ ຯ ມາອີກລະເດີ້ ພີ່ນ້ອງ1000ລາວເອີ້ຍຍຍຍ alt

ບໍ່ຍີ້ມກາຫົວ ບໍ່ຫົວກາຍີ້ມເອົາກາພໍເດີ້ ແຣະ ຯ ເຊີນອ່ານຊາລັນລາ

 

ທ້າວສັນຕິ ເປັນນັກຮຽນຢູ່ວຽງຈັນແຕ່ພັດຖືກໄປຝຶກງານຢູ່ເມືອງຫລວງ

ມີມື້ນື່ງ ລາວໄດ້ນັດຜູ້ສາວໄປເບີ່ງບຸນຊ່ວງເຮືອ, ເມື່ອຄອບແມ່ຜູ້ສາວແລ້ວກໍ່ອອກໄປແຕ່ເຊົ້າຈົນຮອດຄໍ່າ

ເວລາກັບມາແມ່ກະເລີຍຖາມທ້າວສັນຕິເພາະວ່າໄປຫມົດມື້ຄືສິມ່ວນເນາະ

ແມ່ : ໄປຫລີ້ນບຸນຊ່ວງເຮືອມາ ມ່ວນບໍ່ລູກ?

ທ້າວສັນຕິ : ກະມ່ວນຫລາຍລະບໍ່ ແມ່

ແມ່ : ໄດ້ຍິນເຂົາເຈົ້າເວົ້າໃຫ້ຟັງວ່າ ສູສີກັນນະ ( ສຽງເວົ້າເປັນສຳນຽງເມືອງຫລວງ ) alt

ທາງຝ່າຍຊາຍຕົກໃຈຢ່າງແຣງວ່າເປັນຫັຍງແມ່ຈີ່ງຖາມແນວນັ້ນ

ກະເລີຍຕອບແມ່ໄປວ່າ ບໍ່ແມ່ນຄວາມຈິງດອກແມ່ ແມ່ນໃຜເວົ້າໄຫ້ແມ່ຟັງແນວນັ້ນ

ພວກລູກບໍ່ໄດ້ເຮັດຫັຍງກັນດອກແມ່ ລູກມີແຕ່ຈູບ ກັບກອດກັນ ລ້າໆ

ຜູ້ສາວອາຍແຮງກະເລີຍເວົ້າວ່າອ້າຍອັນນີ້ ແມ່ບໍ່ໄດ້ຖາມແບບອ້າຍຄິດນະ

ແມ່ :ເວົ້າໃໝ່ເບີ່ງດຸ!!!!!!!!!!!!!!!!!!!!!alt alt alt

ຜູ້ບ່າວ: ອູ້ຍ...........ອ້າຍເຂົ້າໃຈຜິດບໍ່ນີ້ alt

ຈົບ alt

 

ກະແຕນ້ອຍ ຂີ້ດື້ alt

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 15, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

ຕາລົກເຈົ້າເກົ່າ ມາອີກລະ alt

ເຊີນອ່ານເລີຍເນາະ ຊາລະຯ

 

ເນື່ອງໃນໂອກາດທີ່ໄວຫນຸ່ມຫລາຍໆຊາດມາພົບປະກັນ,ໃນນັ້ນມີຄົນຍີ່ປຸ່ນ,ຈີນ,ເກົາຫລີ,ລາວ,ຫວຽດນາມ...

ທັນໃດນັ້ນຊາວຫນຸ່ມຍີ່ປຸ່ນກໍ່ສະແດງຄວາມອວດອ້າງວ່າຊາດຕົວເອງລວຍເລີຍດຶກເຄື່ອງຫລິ້ນເອັມພີ3


ທີ່ມີລາຄາແພງລົງນ້ຳ,ຫມູ່ເພື່ອນໄດ້ເຫັນເລີຍທັກທ້ວງວ່າເຮີ້ຍ!ບໍ່ເສຍດາຍຫວ໋າ?

ຊາວຫນຸ່ມຍີ່ປຸ່ນຄົນນັ້ນກໍ່ເລີຍຕອບວ່າ:ຢູ່ບ້ານຂ້ອຍມີຫລາຍບໍ່ຕ້ອງຫ່ວງ!

ທັນໃດນັ້ນຊາວຫນຸ່ມເກົາຫລີກໍ່ບໍ່ນ້ອຍຫນ້າຈັບໂທລະສັບ

ຍີ່ຫໍ້ຊຳຊຸງດຶກຖິ້ມຄືກັນ,ເພື່ອນໆເລີຍງົງ..?..ໂຮ້!ພວກນີ້ຄືບໍ່ຮູ້ເສຍດາຍຫວະ?

ຊາວຫນຸ່ມເກົາຫລີກໍ່ຕອບຄືກັນວ່າ:"ຢູ່ບ້ານຂ້ອຍກໍ່ບໍ່ອຶດອັນຂອງແບບນີ້!

ພໍຊາວຫນຸ່ມຈີນເຫັນເພື່ອນບ້ານແບບນັ້ນກໍ່ຄິດຢູ່ດົນເຕີບວ່າຕູ໋ຊິເອົາຫຍັງມາອວດຫມູ່ນໍ?

ແລ້ວກໍ່ຈັບເອົາລົດຖີບທີ່ຕົນນັ່ງຢູ່ຖິ້ມ!ພ້ອມກັບເວົ້າວ່າຢູ່ບ້ານຕູ໋ກໍ່ບໍ່ອຶດສ່ຳລົດຖີບຊື່ໆ.

ມາຮອດທີ່ຊາວຫນຸ່ມລາວຄິດຫນັກກວ່າຊາວຫນຸ່ມຈີນເສຍອີກວ່າຈະເອົາຫຍັງມາອວດໃຫ້ຫມູ່ນໍ?


ຄິດດົນເຕີບແລ້ວໄອເດຍກໍ່ປິ້ງອອກມາ alt ພ້ອມກັບອູ້ມເອົາຊາວຫນຸ່ມຈີນຄົນນັ້ນທຸ່ມລົງຫນອງທັນທີ

ພ້ອມກັບເວົ້າຂຶ້ນວ່າ"ຢູ່ບ້ານຕູ໋ກໍ່ບໍ່ອຶດພວກນີ້"!!!!!55555 alt alt

ຈົບ

ກະແຕນ້ອຍ ຂີ້ດື້ alt

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 13, 2009 | ມີ 23 ຄຳເຫັນ ແລະ 0 trackback(s)

 

ຕາລົກ ຟືດໝ້ອຍ1 ມາອີກລ້ຽວວວວວວalt

 

ເຊີນອ່ານເລີຍເນາະ ຊາລະ ຯ

 

 

ມີ ຄູບາ ກັບ ຈົວນອ້ຍ ພາກັນໄປສູດມຸງຄຸນທີ່ບ້ານ, ພໍເທດໄປເທດມາ

 ອາຈານ:ເທດຈົບຈົວນອ້ຍກໍເທດນຳຫຼັງ,
 

ຈົວນ້ອຍ:ບໍ່ໄດ້ບົດໃດວັກໃດ ກໍນັ່ງນົບຢູ່ເສີຍໆ,

ອາຈານ:ເລີຍຢາກໃຈຮ໊າຍ ກໍເລີຍຢຸດເທດແລ້ວເວົ້າໃຫ້ຈົວນອ້ຍວ່າ

  ອາຈານ: ສົມນ້ຳຫນ້າຫັ້ນລະ ບອກໃຫ້ຣຽນເທດກະບໍ່ເທດ ຄັກບໍ່? ມີແຕ່ນັ່ງເປົ່າແຄນຢູ່ນັ້ນລະ.
-

ຈົວນອ້ຍ: ເວົ້າລະວ່າມີແຕ່ເປົ່າແຄນມີແຕ່ເປົ່າແຄນໆໆໆໆໆໆໆ. ມັນຊີມີເວລາໃດຣຽນເທດ.

....ມື້ເຊົ້າມື້ແລງໃດກໍມີແຕ່ບີບເອັນ...ບີບເອັນ......ໆໆໆໆໆໆໆໆ.

 ອາຈານ: ປາກບໍ່ໄດ້..................ໆໆໆໆໆໆໆໆໆໆໆໆໆ.ໂຢະ ຈົວນ້ອຍນີ້!!!!!!

 

ຈົບເອົາຊື່ຯ ພີ່ນ້ອງເອີ້ຍຍ alt alt

 

ກະແຕນ້ອຍ ຂີ້ດື້ alt

ຂຽນເມື່ອ ຂຽນເມື່ອ: ມ.ສ.. 1, 2009 | ມີ 35 ຄຳເຫັນ ແລະ 0 trackback(s)

 

 

ຫຼັງຈາກຫ່າງຫາຍໄປດົນເນາະ ມື້ນີ້ກາເລີຍວ່າຖືໂອກາດ


ແວະມາທັກທາຍ ພີ່ນ້ອງ1000ລາວທີ່ໝ້າຣັກທັງຫຼາຍ


ເຂົ້າເລື່ອງເລີຍເນາະ

ກວ່າເຣົາຈະຣູ້ວ່າເຣົາຖືກຕົວະ ກໍ່ຕໍ່ເມື່ອ ເຣົາອ່ານຂໍ້ຄວາມນີ້ຈົບ


ຣ່າາາາາາາາາາາາາ ຫ້າມດ່າອີ່ແມ່ກັນເດີ້ພີ່ນ້ອງ

 

ເພາະມັນແມ່ນມື້ຂອງມັນນະ ພີ່ນ້ອງ ວັນທີ1 ເດືອນ4


ຣັກແພງເດີ້ alt

 

ກະແຕນ້ອຍ ຂີ້ດື້ alt

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2009 | ມີ 28 ຄຳເຫັນ ແລະ 0 trackback(s)

ໃຜກາໄດ້ຊ່ອຍ ຂພຈ ແດ່ alt

ມື້ນີ້ ຂພຈ ໄດ້ຣັບໂທລະສັບຈາກເພື່ອນຣັກ ພ້ອມທັງສຽງຣ້ອງໄຫ້

ຄໍາຕໍ່ຈາກ5ໂຫຼກາຄື ຊ່ອຍເຣົາແນ່ ເນື່ອງຈາກວ່າແຟນຂອງລາວໄດ້ຂໍເລີກກັບລາວ

ລາວຕ້ອງການໃຫ້ ຂພຈໄປປອບໃຈນີ້ລະຄືປັນຫາຂອງ ຂພຈ ຕອນນີ້

ເພາະ ຂພຈ ຍັງຄິດບໍ່ອອກວ່າຈະໄປປອບໃຈໝູ່ວ່າແນວໃດດີ

ຕອນເຂົາຣັກກັນເຂົາບໍ່ມາສົນໃຈກັບ ຂພຈ ບາດວ່າເລີກກັນລະໂທມາໄວປານຫັຍງ

ແຕ່ກາຊ່າງທໍ ຈັ່ງໃດກາໝູ່ຣັກກັນ ຊ່ອຍກັນໄດ້ກາຊ່ອຍກັນໄປ ທີເພີ່ນ ທີໂຕ

ກາເລີຍຢາກຂໍຄວາມກະລຸນາ ເພື່ອນໆ1000ລາວແດ່

ຖ້າໃຜມີຄວາມຄິດດີໆ ກາມາບອກກັນແນ່ ເພາະ ຂພຈ ກໍ່ໄດ້ນັດໝູ່ໄວ້ວ່າວັນເສົາຈະໄປຫາ

ແນ່ນອນ ຕ້ອງໄດ້ຕຽມຄໍາເວົ້າໄປນໍາເພາະຈາກຟັງນ້ຳສຽງຂອງລາວລະ

ຣູ້ສືກວ່າລາວເສຍໃຈຫລາຍທີ່ສຸດ ປົກກະຕິລາວກໍ່ເປັນຄົນໃຈແຂງ ບໍ່ຄ່ອຍໃຫ້ໃຜເຫັນນ້ຳຕາງ່າຍໆ

ເລື່ອງອີ່ຕົນ ກໍ່ສຸດແຕ່ອີ່ຕົນແຕ່ ຂພຈ ຈະຊ່ອຍໝູ່ ຂພຈ ແນວໃດ

ຖ້າເພື່ອນໆ1000ລາວຢູ່ໃນກໍລະນີແບບ ຂພຈຈະເຣັດຈັ່ງໃດ?

ຂພຈ ຣູ້ສືກວ່າບໍ່ຢາກໃຫ້ຣອດວັນເສົາເລີຍ ຈັ່ງໃດກາຊ່ອຍ ຂພຈ ແນ່ເດີ້

ໃຜມີຄໍາແນະນໍາດີໆກາແນະນໍາ ຂພຈແນ່ ຂພຈຈະໄດ້ເອົາໄປໃຊ້ກັບໝູ່ ຂພຈ

ເລື່ອງແບບຊີ້ກາຍັງບໍ່ຖືກກັບໂຕເອງ ກາເລີຍບໍ່ທັນມີປະສົບປະການ

ເວົ້າແບບນີ້ບໍ່ໄດ້ໝາຍຄວາມວ່າຢາກເຈີເດີ້ ບໍ່ເຈີເລີຍແຫ່ງດີ alt

ຕອນນີ້ກາເດີກຫລາຍລະ ໄວ້ຫັລງວັນເສົາຈະມາເລົ່າໃຫ້ຟັງຕໍ່ເດີ້

ຖ້າມີຄົນຟັງດອກລະ ຣ່າາາາາາາາາ ນອນລັບຝັນດີທຸກຄົນ alt

ກະແຕນ້ອຍ ຂີ້ດື້ alt


Photobucket




PhotobucketPhotobucketPhotobucketPhotobucketPhotobucket

















 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

 

ກວນໆ ຊວນຫົວ ບໍ່ຢາກຫົວກາຍີ້ມໃຫ້ແດ່ເດີ້ພີ່ນ້ອງalt

 

ອາຈານ: ວັນເວລາຂອງມື້ເສັງກະນັບມື້ນັບຈໍ້ເຂົ້າມາແລ້ວ

ໃຫ້ພວກນ້ອງທັງຫຼາຍຕັ້ງໃຈທົບທວນບົດຮຽນຄືນເດີ້

ເພາະວ່າຂໍ້ສອບອາຈານໄດ້ສົ່ງໄປໃຫ້ໂຮງພີມແລ້ວ,

ຖ້າພວກນ້ອງມີບັນຫາໃດກໍ່ເຊີນຖາມໄດ້ເນາະ ............


ນັກຮຽນ: ຮຽນອາຈານ,ນ້ອງຂໍຖາມແດ່ວ່າສົ່ງໄປໂຮງພີມໃດຫັ້ນ??????alt

ອາຈານ: alt

ຈົບເອົາຊື່ໆ alt

ກະແຕນ້ອຍ ຂີ້ດື້  alt


Photobucket





PhotobucketPhotobucketPhotobucketPhotobucketPhotobucket



















 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2009 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບົດສົນທະນາບ່າວ ສາວຄູ່ໝື່ງ ຊື່ງເປັນແຟນກັນ

 


Photobucket



 

ຍ/: ເຈົ້າເຄີຍຄິດຣອດ ຂ້ອຍບໍ່?

ຊ/: ບໍ່ເຄີຍ

ຍ/: ເຈົ້າມັກ ຂ້ອຍບໍ່?

ຊ/: ບໍ່

ຍ/: ເຈົ້າຢາກໄດ້ ຂ້ອຍບໍ່?

ຊ/: ບໍ່

ຍ/: ເຈົ້າສິໄຫ້ບໍ່ ຖ້າຂ້ອຍຈາກໄປ

ຊ/: ບໍ່

ຍ/: ເຈົ້າສິຢູ່ເພື່ອ ຂ້ອຍໄດ້ບໍ່?

ຊ/: ບໍ່

ຍ/: ເຈົ້າສິເຣັດຫັຍງເພື່ອ ຂ້ອຍໄດ້ບໍ່?

ຊ/: ບໍ່ໄດ້

ຍ/: ເຈົ້າລະເລືອກຫັຍງລະຫ່ວາງ ຊີວິດຂ້ອຍກັບຊີວິດ ເຈົ້າ?

ຊ/: ຊີວິດຂ້ອຍ

ຝ່າຍຍີງຣູ້ສືກເສຍໃຈຫລາຍ ລາວຫັນຫລັງແລ້ວແລ່ນໝີຈາກຊາຍໝຸ່ມ

 

ທີ່ຂື້ນຊື່ວ່າເປັນແຟນລາວແຕ່ຊາຍຄົນນັ້ນກໍ່ແລ່ນນໍາ ທັງຣ້ອງບອກວ່າ

ເຫດຜົນທີ່ຂ້ອຍບໍ່ຄິດຣອດເຈົ້າ…………ເພາະວ່າເຈົ້າຢູ່ໃນຄວາມຄິດຂອງຂ້ອຍສະເໝີ

ເຫດຜົນທີ່ຂ້ອຍບໍ່ມັກເຈົ້າ …………..ເພາະວ່າ ຂ້ອຍຣັກເຈົ້າ

ເຫດຜົນທີ່ຂ້ອຍບໍ່ຢາກໄດ້ເຈົ້າ……….ເພາະຂ້ອຍຕ້ອງການ ແລະຈໍາເປັນຕ້ອງມີເຈົ້າ

ເຫດຜົນທີ່ຂ້ອຍບໍ່ໄຫ້ ຕອນເຈົ້າຈາກໄປ…….ເພາະຂ້ອຍຄົງຕາຍທັງເປັນ ຖ້າບໍ່ມີເຈົ້າ

ເຫດຜົນທີ່ຂ້ອຍບໍ່ຢູ່ເພື່ອເຈົ້າ……..ເພາະຂ້ອຍຈະຕາຍເພື່ອເຈົ້າ

ເຫດຜົນທີ່ຂ້ອຍເຣັດຫັຍງໃຫ້ເຈົ້າຈັກຢ່າງບໍ່ໄດ້……….ເພາະຂ້ອຍຍີນດີແລະເຕັມໃຈເຣັດທຸກຢ່າງ

ເຫດຜົນທີ່ຂ້ອຍເລືອກຊີວິດຂ້ອຍ……..ເພາະເຈົ້າຄືຊີວິດຂ້ອຍ

ກະແຕນ້ອຍ ຂີ້ດື້ alt

 


Photobucket




Photobucket
PhotobucketPhotobucketPhotobucketPhotobucket



















 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

 ບໍ່ຫົວກາຍີ້ມນ້ອຍກາໄດ້ເດີ້ ພີ່ນ້ອງ

ພໍໃຫ້ເຈົ້າຂອງກະທູ້ ດີເຈີ alt

 

ລະອຽດເປັນຄົນທີ່ເຮັດວຽກຫ້າວຫັນ ແລະ ຍຶດໝັ້ນອຸດົມການ ...

ຈົນເປັນທີ່ໄວ້ວາງໃຈຂອງຫົວໜ້າ... ໂດຍສະເພາະເລື່ອງວຽກງານເອກະສານ

ລະອຽດແມ່ນສາມາດເປັນບັນນາທິການໃຫ້ຫ້ອງການລາວເລີຍ...

ແລະ ເປັນທີ່ໜ້າແປກ ເພາະທຸກຄັ້ງທີ່ຫົວໜ້າໃຊ້ລາວໄປສຳເນົາ (ກອບປີ) ເອກະສານ,

  ລະອຽດແມ່ນໃຊ້ເວລາເປັນຊົ່ວໂມງ ຈຶ່ງເອົາມາສົ່ງ ແລະ ເປັນແບບນີ້ ເກືອບທຸກຄັ້ງ..ຈົນເຮັດໃຫ້ຫົວໜ້າ ສົງໃສ

ຫົວໜ້າ: ສະຫາຍ, ເຮົາຂໍຖາມຈັກໜ່ອຍແດ່

ລະອຽດ: ມີຫຍັງບໍ່ ່ຫົວໝ້າ?


ຫົວໜ້າ: ທຸກຄັ້ງທີ່ສະຫາຍໄປກອບປີເອກະສານໃຫ້ເຮົາ, ສະຫາຍຄືໃຊ້ເວລາດົນແທ້?


ລະອຽດ: ໂອ໋... ເພື່ອຄວາມໝັ້ນໃຈ ນ້ອງກະເລີຍອ່ານຄືນ ຢ້ານວ່າມັນຊິມີບ່ອນຜິດ...ຫັ້ນນາ:


ຫົວໜ້າ: ໂອ້ຍໆໆໆໆ!!!!ສົມພໍມັນດົນດອກ

ຫົວໝ້າ: ລະອຽດຫັຍງປານນັ້ນ

ລະອຽດ: ແຣະ ໆ ມັນຈື່ງສົມຊື່ເຣົາ alt

ກະແຕນ້ອຍ ຂີ້ດື້ alt


Photobucket





PhotobucketPhotobucketPhotobucketPhotobucketPhotobucket



















 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

 


Photobucket

 

ເລື່ອງນີ້ເປັນເລື່ອງຈີງ ທີ່ເກີດຂື້ນກັບຄົນພິເສດຂອງ ຂພຈເອງ

ເກີດຂື້ນລະຫ່ວາງກ່ອນປີໃໝ່ມື້ສອງມື້ ນີ້ແລະ

ເລື່ອງມີຢູ່ວ່າ ລາວລ້ຽງແມວແຕ່ລ້ຽງແມວມັນບໍ່ແປກຫັຍງດອກ

ໃຜໆກໍ່ລ້ຽງກັນແຕ່ແປກແລະວິເສດກໍ່ຄື ແມວລາວສາມາດບອກເລກໄດ້

ແຖມຖືກອີກຕ່າງຫາກ ຕາມປົກກະຕິຖ້າມັນຫີວມັນກໍ່ຈະຣ້ອງ ແມວ ໆ

 ເປັນປົກກະຕິຂອງແມວຖົ່ວໄປ ແຕ່ມີມື້ໝື່ງຣູ້ສືກວ່າມັນບໍ່ຄ່ອຍປົກກະຕິ

ລາວກໍ່ນັ່ງແຊັດຕາມປົກກະຕິ ແຕ່ບັງເອີນມື້ນັ້ນແມວໂຕນັ້ນກໍ່ໂດດຂື້ນມານັ່ງຢູ່ຂາຂອງລາວ

ຄ້າຍໆວ່າ ມັນຢາກບອກອັນໃດອັນໝື່ງ ທັງໆທີ່ແມວໂຕນີ້ມັນບໍ່ມັກຊູຊີປານໃດ

ລາວກໍ່ຣູ້ສືກວ່າຜິດສັງເກດ ມັນຂື້ນມານັ່ງແລ້ວກໍ່ຣູ້ສືກ ງຸດງິດແນວໃດຫຸ

ພະຍາຍາມຄ້າຍໆວ່າ ເອົາມືໝີ ເອົາມືອອກແນ່ປະມານນີ້

ລະມັນກາເອົາມືມັນ ມົ້ວຄີບ໋ອດ ແບບບໍ່ເຄີຍເຫັນອາການແບບນີ້ມາກ່ອນ

ລາວຈື່ງໄດ້ເອົາມືໂຕເອງອອກ ແມວກໍ່ໄດ້ເອົາມືມັນມົ້ວຄີບ໋ອດ

ຫລາຍເທື່ອເຕີບ ຕັບໆໆໆ..........ປະກົດວ່າຫັລງຈາກນັ້ນໄດ້ມີ

ເລກປະກົດຂື້ນມາ3ໂຕທີ່ໝ້າຈໍຄອມຂອງລາວ 093 ແຕ່ລາວກໍ່ບໍ່ຄ່ອຍໄດ້ໃສ່ໃຈປານໃດ

ມື້ຕໍ່ມາມີໝູ່ຂອງລາວບອກວ່າມີໃຜສິຊື້ເລກບໍ່?ສິອອກໄປຊື້ເລກ ຄົນພິເສດຂອງ ຂພຈ ກາເລີຍຄິດອອກ

ວ່າລອງຊື້ເລກທີ່ແມວບອກເບີ່ງກ່ອນນະ ແຕ່ກາບໍ່ຄິດດອກວ່າຈະຖືກ

ຈົກເງີນອອກມາໝົດກະເປົາກາມີແຕ່ 10$alt ກາເລີຍຕັດສີນໃຈຊື້ 093

5$ ປະກົດວ່າ ເລກອອກ093 ອີ່ຫລີ ຈາກ 5$ ກາຍເປັນ 2.500$

ຫລັງຈາກມື້ນັ້ນມາ ແມວມັນກາບໍ່ເຫັນມາສົນໃຈຫັຍງເລີຍ ອູ້ມຂື້ນມານັ່ງມັນກາໂດດລົງ

ສະແດງວ່າມັນຕັ້ງໃຈຢາກບອກເລກກ່ອນປີໃໝ່ ຊື່ໆເນາະ

                            

ຈົບ ແຣະ ໆalt

 

ກະແຕນ້ອຍ ຂີ້ດື້ alt

 


Photobucket


Photobucket


Photobucket


Photobucket


Photobucket

ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ອ່ານລະກາຍີ້ມໄປນໍາເດີ້ພີ່ນ້ອງ ບໍ່ຢາກກາຕ້ອງຍີ້ມ

ແຣະ ໆ ບັງຂັບກັນຂະໝາດດເລີຍເວີ້ຍຍ alt

ນີ້ຄືການປຽບທຽບລະຫ່ວາງຫ້ອງການ ກັບຫ້ອງຂັງ

 

ໄປເຮັດວຽກຕອ້ງໄດ້ຕື່ນແຕ່ເຊົ້າເພື່ອໄປທັນບໍ່ດັ່ງນັ້ນເຈົ້ານາຍດ່າ

ຢູ່ຫອ້ງຂັງຈະມີຄົນມາປຸກບໍ່ຕອ້ງຮິບຮອ້ນ

ໄປການຕອ້ງໄດ້ແຕ່ງເຂົ້າໄປກິນໂຮງການ

ຢູ່ຫອ້ງຂັງມີຄົນແຕ່ງໃຫ້ກິນ

ເວລາທ່ຽງມີເວລາ30ນາທີບາງມື້ອາດຈະບໍ່ຮອດຊ້ຳ

ຢູ່ຫອ້ງຂັງມີເວລາຫລາຍເພື່ອກິນເຂົ້າ

ທຸກຕົ້ນເດືອນເລິກວຽກແລ້ວຕອ້ງໄດ້ໄປຈ່າຍຄ່າບິນ<ຄ່ານ້ຳຄ່າໄຟຄ່າບ້ານ.....>

ຢູ່ຫອ້ງຂັງບໍ່ຕອ້ງກັງວົນຫຍັງກິນຟຣີຢູ່ຟຣີ

ເຂົ້າຫອ້ງການຕອ້ງໄດ້ເປິດປະຕູເອງ

ຢູ່ຫອ້ງຂັງຈະເຂົ້າຈະອອກມີຄົນເປິດປິດປະຕູໃຫ້

ກັບບ້ານຕອ້ງໄດ້ຊັກເສື້ອຜ້າເອງ

ຢູ່ຫອ້ງຂັງມີຄົນຊັກໃຫ້

ບາງມື້ຕອ້ງໄດ້ທຳອານາໄມບ້ານທີ່ເຊົ່າ

ຢູ່ຫອ້ງຂັງມີຄົນອານາໄມໃຫ້

ຕອ້ງໄດ້ຊື້ເສື້ອຜ້າເພື່ອໃສ່ໄປເຮັດວຽກ

ຢູ່ຫອ້ງຂັງເຂົາຈະເບິກໃຫ້

ແລງວັນເສົາອາທິດຕອ້ງໄດ້ລີດເສື້ອຜ້າເອງ

ຢູ່ຫອ້ງຂັງບໍ່ຕອ້ງເພາະມີຄົນລີດໃຫ້

ເຮັດວຽກບໍ່ຄອ່ຍມີເວລາໃຫ້ກັບໂຕເອງ

ຢູ່ຫອ້ງຂັງມີເວລາໃຫ້ໂຕເອງຢ່າງເຫລືອເຟືອ

ເຮັດການກໍ່ຍັງກັງວົນກັບເສດຖະກິດທີ່ນັບມື້ນັບແພງ

ຢູ່ຫ້ອງຂັງ ບໍ່ກ່ຽວ ກີນແຊບ ນອນລັບ

ຈົບ

ແຣະ ໆ ບໍ່ໄດ້ເຊຍໃຫ້ເພື່ອນໆ ໄປຢູ່ຫ້ອງຂັງເດີ້

ໃຫ້ຄິດວ່າ ຕາລົກ ຕາລົກ ແກ້ຄຽດ alt alt alt

 

ກະແຕນ້ອຍ ຂີ້ດື້ alt

 

Photobucket


PhotobucketPhotobucketPhotobucketPhotobucketPhotobucket
 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

 

ບໍ່ຫົວກາຍີ້ມ ກາພໍເນາະພີ່ນ້ອງເນາະ alt

 

ເປັນເລື່ອງແປກທີ່ທ້າວປືກຕ້ອງ ໂທລະສັບໄປຊວນໝູ່ ທຸກໆຄືນຂອງວັນເສົາ ເພື່ອໄປຫຼິ້ນເທັກນຳລາວ...

ແຕ່ສິ່ງທີ່ແປກກໍ່ຄືວ່າ ເວລາທີ່ທ້າວປືກ ໂທຫາໝູ່ໄປນຳນັ້ນຢ່າງໜ້ອຍຕ້ອງໃຫ້ໄດ້17ຄົນ

ຫຼາຍຄັ້ງຜ່ານໄປຈົນເຮັດໃຫ້ ທ້າວງົງ ຊື່ງເປັນສ່ຽວຂອງທ້າວປືກສົງໄສວ່າເປັນຫຍັງເພື່ອນຕົນເອງຈື່ງມັກໂທເອົາໝູ່ໄປຫຼາຍຂະໜາດນັ້ນ

ທ້າວງົງ: ບັກປືກ, ແຕ່ລະຄັ້ງ ກູລະງົງກັບມຶງ ...ເປັນຫຍັງມຶງຄືໂທເອົາໝູ່ເອົາຄູ່ເຮົາມາຫຼາຍແທ້...???

ທ້າວປືກ: ບັກຈ້າເອີ້ຍ..!!!!.ມຶງບໍ່ມີຕາອ່ານຢູ່ ທາງເຂົ້າຫວາ?

ທ້າວງົງ: ພັດແຫ່ງງົງຕື່ມ: ແມ່ນຫັຍງລະ?????..?

ທ້າວປືກ: ເຂົາຂຽນໄວ້ວ່າ ຕ່ຳກວ່າ 18 ຫ້າມເຂົ້າ... ຄັນມີແຕ່ກູກັບມືງມາສອງຄົນ ຊິໄດ້ເຂົ້າສະບໍ່?

ທ້າວງົງ: ໂອ້ຍ, ກູລະຫາກໍ່ຄິດອອກ ແຣະໆ ມືງນີ້ບໍ່ໄດ້ປືກສົມຊື່ໃດເນາະ????

ທ້າວປືກ: ຕູ໋ ປືກແຕ່ຊື່ເວີ້ຍຍ alt

 

ຈົບ alt

 

ກະແຕນ້ອຍ ຂີ້ດື້ alt

Photobucket

PhotobucketPhotobucketPhotobucketPhotobucketPhotobucket
 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ຍີ້ມວັນລະນິດ ຈິດແຈ່ມໃສເດີ້ ພີ່ນ້ອງຊາວ1000ລາວເອີ້ຍຍ alt

 

 

       ທ້າວກິ ທັງດີໃຈທັງຮອ້ງແລ່ນໄປຫາສ່ຽວ,,,,ຊື່ທ້າວຫອຍ......

ທ້າວກີ: ໂອຍ......ດີໃຈ...........ດີໃຈ.........ເມຍກູມີລູກແລ້ວຫອຍ.

 ທ້າວຫອຍ: ຫະ!!!????.......ແມ່ນຫວະ.?....ແລ້ວມືງສົງໃສໃຜລະ?alt

 ທ້າວກິ: ........!........!.........ເອີ..ລືມໄປວ່າກູເປັນໝັນ

 

ອ້າວລະເມຍກູມັນໄປມີລູກກັບໃຜລະ ???

 

ທ້າວຫອຍ: ບໍ່ຈັກ ...ບໍ່ຈັກ ..ໄປລະເດີ້ .....ບາຍໆໆ

 ທ້າວຫອຍ: ໂອ້ຍ....ດີໃຈ..ດີໃຈ .......ເມຍກູມີລູກແລ້ວ .......ກິalt

 

ເອົາໄປ ເອົາມາ ຕົກລົງນາງເມຍມີລູກກັບຫ້າວຫອຍເດີ້ ພີ່ນ້ອງ

ບໍ່ແມ່ນກັບທ້າວກິ ຄືລາວຄິດຊ້ຳ

 

ກະແຕນ້ອຍ ຂີ້ດື້ alt

 

Photobucket

PhotobucketPhotobucketPhotobucketPhotobucketPhotobucket
 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2009 | ມີ 21 ຄຳເຫັນ ແລະ 0 trackback(s)

  ອັນນີ້ຜູ້ຂຽນບໍ່ໄດ້ມີເຈດຕະນາ ຫັຍງເດີ້

ໃຫ້ຄິດວ່າເປັນຕາລົກ ເອົາຊະເນາະ......alt

 

ໜຸ່ມລາວເອົາເມຍຄົນໄທມາຢາມພໍ່ແມ່ຢູ່ບ້ານ ບ້ານເຂດຊົນນະບົດແນ່

ໃນຂະນະທີ່ພວມນັ່ງກິນເຂົ້າຢ່າງແຊບນົວຕາມພາສາຄອບຄົວ

ລູກໄພ້ຄົນໄທນັ້ນພັດຕົດອອກມາດັງ "ແປ໋ດ!!" ເຮັດໃຫ້ພໍ່ແມ່ໃນພາເຂົ້າແນມເບິ່ງໜ້າກັນ

ງົງດ້ວຍຄຳຖາມໃນໃຈວ່າ: "ໂອ໋ຍ!! ຄືມາເປັນຈັ່ງຊີ້ນໍ" ລູກໄພ້..ຕູ໋!!!

ທາງລູກໄພ້ກະອາຍພໍສົມຄວນບໍ່ຮູ້ຈະເຮັດແນວໃດກະເລີຍເວົ້າອອກໄປວ່າ

(ເວົ້າເປັນພາສາໄທ ) "ປົກກະຕິຫນູຢູ່ທີ່ບ້ານຕົດວັນລະຄັ້ງເອງຄ໋ະ"

ເມື່ອພໍ່ແມ່ໄດ້ຍິນດັ່ງນັ້ນ ກໍງຶກຫົວຄິດວ່າ ຄັ້ງ1ຄັ້ງດຽວບໍ່ເປັນຫັຍງດອກໄປ

ກິນໄປອີກບຶດໜຶ່ງຜູ້ເປັນລູກໄພ້ພັດຕົດອີກ "ແປ໋ດໆ!!!!"

ບາດນີ້ພໍ່ແມ່ກະຢຸດຄຳເຂົ້າ ແລ້ວແນມເບິ່ງໜ້າກັນ

ແລະ ກະມີຄຳຖາມໃນໃຈເກີດຂຶ້ນອີກວ່າ: "ວ່າງກີ້ນີ້ ຄືວ່າຕົດວັນລະຄັ້ງ" ???

ທາງຝ່າຍລູກໄພ້ກະຮູ້ສຶກອາຍຄືກັນເພາະມັນຄາຄວາມເວົ້າໂຕເອງ

ເລີຍເວົ້າແບບອາຍໆອອກໄປວ່າ:(ເວົ້າເປັນພາສາໄທ) "ຢ່າງມາກໄມ້ເກີນສອງຕໍ່ວັນ" alt

ວ່າແລ້ວພໍ່ກັບແມ່ກະງຶກຫົວໃສ່ກັນອີກຄິດວ່າ ເອີ!! ມັນກະ ຊິມີບາດຫຼຸດບາດລື່ນແນ່ຫັ້ນແຫຼະ

ພໍແຕ່ສຸດຄວາມຄິດໄດ້ເທົ່ານັ້ນ ທາງວ່າທີ່ລູກໄພກະຕົດອອກອີກ ສຽງດັງແຮງກວ່າເກົ່າ "ປູ໊ດດດດ!!!"

ທາງພໍ່ອົດບໍ່ໄດ້ກະເລີຍຮ້ອງໃສ່ລູກຊາຍວ່າ: "ບັກທິດ ພາເມຍມຶງໄປຂີ້ສາ

ບໍ່ແມ່ນມັນປວດຂີ້ແຮງບໍ່ຫັ້ນ" ວ່າແລ້ວລູກຊາຍກະພາເມຍໄປຂີ້

ແຕ່ທາງວ່າທີ່ລູກໄພ້ພັດຍັງຢ້ານເສຍຟອມກັບຄວາມເປັນຄົນໃນເມືອງ

ໃນຂະນະທີ່ລຸກອອກຈາກພາເຂົ້າ ແລະ ຍ່າງໄປຫ້ອງນ້ຳ ໄດ້ງວກໜ້າມາຫາພໍ່ແມ່ແລ້ວເວົ້າແບບອາຍໆຂຶ້ນວ່າ:

"ສາມຄັ້ງພຶ້ງຈະເຄີຍນີ້ລະຄ໋ະ ແຣະ ໆ" alt

ພໍ່.ແມ່ :..............ເວນເອີ້ຍ....

 

ກະແຕນ້ອຍ ຂີ້ດື້ alt

 

 

Photobucket

PhotobucketPhotobucketPhotobucketPhotobucketPhotobucket

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ແຣະໆ ບໍ່ຕາລົກກາຫົວໃຫ້ ກໍາລັງໃຈກັນແດ່ເດີ້ ພີ່ນ້ອງເອີ້ຍຍ alt

ສອງສ່ຽວລົມກັນ ຕາມພາສາສ່ຽວກັນຫັ້ນລະ


ນາຍ ກັບ ນາຍ ລົມກັນ

ນາຍກ:ໂອ້ຍ...ກູເມົາ

ນາຍຂ: ຄັນຢ້ານເມົາກໍ່ບໍ່ຕ້ອງກິນຕົ່ວ

ນາຍກ: ກູ...ກິນແລ້ວ

ນາຍຂ: ກິນແລ້ວກໍ່ຢ່າເມົາຕົ່ວ

ນາຍກ:.....!!!!!!!???????ມັນເມົາໄປແລ້ວ

ຈົບເອົາຊື່ໆ alt

 

 

ກະແຕນ້ອຍ ຂີ້ດື້ alt

 

Photobucket

PhotobucketPhotobucketPhotobucketPhotobucketPhotobucket

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 4, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ຫ້າມຄິດເລິກເດີ້ ພີ່ນ້ອງໃຫ້ຄິດຕື້ນໆລະຈະພົບຄໍາຕອບທີ່ໝ້າພໍໃຈ alt

 

ນະທີ່ບ້ານຕານປ່ຽວສອງນ້ອງອ້າຍເພີ່ນລົມກັນ

ນາງ: ອ້າຍເປີ້ນ ! ອ້າຍໄປເຮັດຫຍັງມາ ຄືຍ່າງແອວຂົດ ແອວໂຂງແທ້?

ອ້າຍເປີ້ນ: ກະໄປເຮັດແບບດຽວກັນກັບນ້ອງເຄີຍເຮັດຫັ້ນລະ !

ນາງ: ແບບດຽວກັນ ??? ແບບໃດວະ ຈື່ບໍ່ໄດ້ ບອກໃຫ້ຮູ້ດຸ!

ອ້າຍເປີ້ນ: ກະເຮັດແບບ "ທັງອຸ້ມ ທັງກອດ ທັງຖອດ ທັງສຽບ" ຫັ້ນລະ!

ນາງ: ອ້າຍລາມົກ..ເວົ້າໂລເລ..ຂ້ອຍຊິບອກອີ່ພໍ່ໃຫ້ຮູ້ ໃຫ້ມາຮ້າຍເຈົ້າ

ອ້າຍເປີ້ນ: ສາບານໄດ້..ບໍ່ແມ່ນແນວລາມົກເດັດຂາດ..ນ້ອງຍິ່ງເຮັດເກັ່ງກວ່າອ້າຍຊ້ຳ

ນາງ: ແມ່ນຫຍັງວະ??? "ທັງອຸ້ມ ທັງກອດ ທັງຖອດ ທັງສຽບ" ??????alt

ໃຜມີຄວາມສາມາດ ກາບອກສາວນາງໃຫ້ຫາຍງົງແດ່ເດີ້ ພີ່ນ້ອງ

ບອກອີກຣອບຫ້າມຄິດເລິກເປັນເດັກຂາດເດີ້ພີ່ນ້ອງ  alt

 

ກະແຕນ້ອຍ ຂີ້ດື້ alt

 

Photobucket

PhotobucketPhotobucketPhotobucketPhotobucketPhotobucket
 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 1, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ເອົາໆ ຕາລົກສະໝັກຫຼີ້ນມາອີກກກກກກກລະເດີ້ alt

 

 

ຫລັງຈາກສອງສ່ຽວສອບວິຊາພາສາອັງກິດແລ້ວສອງສ່ຽວສັກດາ ແລະ ສົມຊາຍ

ເຂົາຖາມກັນວ່າ..

ສັກດາ: ເຮ້,,, ສົມຊາຍເຮັດຂໍ້ສອບໄດ້ບໍ່ເພື່ອນ,,

ສົມຊາຍ: ຂໍ້ສອບຍາກແທ້ຍາກວ່າເລີຍ ຄຳສັບ 20 ຄຳ

ກູຫມັ້ນໃຈຄຳດຽວ..

ສັກດາ: ມືງຫມັ້ນໃຈຄຳໃດຫວ໋ະສ່ຽວ ?

ສົມຊາຍ: ກູຫມັ້ນໃຈຄຳວ່າ ແມ້ງໂກ

ສັກດາ: ແມ້ງໂກ ມືງແປວ່າອິຫຍັງຊັ້ນນະ?

ສົມຊາຍ; ກູແປວ່າ ມັງຄຸດ

ສັກດາ: ຕາຍຫ່າ...ນັ້ນກູກໍ່ຜິດຕີ໋ ເພາະກູແປວ່າຫມາກມ່ວງໄປແລ້ວ...

ຕາຍ ເຮີ້ຍໄປໆ ໄປກັນດີກວ່າສ່ຽວ ໂກໂກ alt

ສອງສ່ຽວ ໂກໆ ບໍ່ແມ່ນສອງສ່ຽວ ແມງໂກຊ້ຳ alt

 

ກະແຕນ້ອຍ ຂີ້ດື້ alt

 alt

alt


 

PhotobucketPhotobucketPhotobucketPhotobucketPhotobucket