ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2009 | ມີ 26 ຄຳເຫັນ ແລະ 0 trackback(s)

ປາສະຫວັນທອດ

ເຄື່ອງປະກອບ:

ປາ..........................................................................500g

- ແປ້ງເຂົ້າຈີ່.................................1 ຖ້ວຍ

- ຜັກທຽມແຫ້ງ............................. 1ຫົວ.

- ພິກໄທ..................................... 1ບ່ວງຊາ

- ແປ້ງສິງກະໂປ...........................1 ບ່ວງແກງ

- ເກືອ........................................ 1 ບ່ວງຊາ

- ນ້ຳພືດ(ສຳຫລັບທອດ )  ພໍປະມານ.

- ນ້ຳຕານ.............................1 ບ່ວງແກງ.

ການກະກຽມ:

ນຳປາມາລອກໜັງອອກເອົາແຕ່ຊີ້ນ ຝັກໃຫ້ແຫຼກຕຳໃສ່ກັບຜັກທຽມໃຫ້ແຫຼກ ແລ້ວນຳເຄື່ອງປຸ່ງທຸກຢ່າງມາໃສ່ແລ້ວນວດໃຫ້ເຂົ້າກັນ

ພ້ອມດ້ວຍແປ້ງແລ້ວນຳຊີ້ນມາແພເປັນຕ່ອນບ່າງໆແລ້ວຕັດເປັນຕ່ອນສີ່ຫຼຽມ ຂະໜາດກວ້າງ 1ນິ້ວຍາວ 5m

ວິທີຈືນ:

ເອົານ້ຳມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນຂະໜາດກາງ ແລ້ວນຳປາມາເກືອກແປ້ງລົງຈືນໃນນ້ຳມັນທີ່ຮ້ອນໃຫ້ສຸກເຫຼືອງ.

ຮັບປະທານກັບແຈ່ວສົ້ມຫວານ.

ປລ: ສູດອັນນີ້ໝູ່ສົ່ງມາໃຫ້.

Delicious Digg Fark Twitter