ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2008 | ມີ 7 ຄຳເຫັນ ແລະ 0 trackback(s)

 

ກາບໍ່ຣູ້ວ່າເປັນຫັຍງອັນພໍ່ເຖົ້າກັບລູກເຂີຍ ແມ່ຍ່າກັບລູກໄພ້ນີ້

 

ຈື່ງບໍ່ມັກກີນເສັ້ນກັນເກືອບທຸກຫຼັງຄາເຣືອນ

 

ເອົາມື້ນີ້ຂໍເວົ້າເລື່ອງພໍ່ເຖົ້າກັບລູກເຂີຍສະເນາະ

 

ເຂົ້າເລື່ອງເລີຍ ເຂົ້າເລື່ອງເລີຍ alt

 


ພໍ່ເຖົ້້໊າ: ແລະ ລູກເຂີຍ ບໍ່ຄ່ອຍຖືກກັນພໍປານໃດ...

 

ທັງສອງຖ້າມີໂອກາດ ຕອບໂຕ້ກັນເປັນປະຈຳ


ແລະ ມື້ນີ້, ຂະນະທີ່ທັງຄອບຄົວ ກຳລັງນັ່ງກິນເຂົ້າສວາຍຮ່ວມກັນ,

 

ພໍ່ເຖົ້າກໍ່ຫາເລື່ອງເວົ້າໃຫ້ລູກເຂີຍໂຕເອງ

ພໍ່ເຖົ້າ:ໂອ໋ ບັກລູກເຂີຍນີ້... ກິນເຂົ້າເປັນຕາຊັງແທ້ລະ !!!


ລູກເຂີຍ: ອ້າວ,,, !!ອີ່ພໍ່ ກະຊ່າງເວົ້າແທ້... ມັນເປັນຕາຊັງຢູ່ບ່ອນໃດລະ?

ພໍ່ເຖົ້າ: ເປັນຕາຊັງລະບໍ່. ກິນເຂົ້າຄືເປັດກີນນີ້... ກິນຄຳໃດ ກິນນ້ຳໃສ່ຄຳນັ້ນເວີ້ຍ....

ລູກເຂີຍ: ແຄ້ນໃຈຢ່າງໜັກທີ່ພໍ່ເຖົ້າເວົ້າໃຫ້ ວ່າເປັນເປັດຈິ່ງຫາທາງເອົາຄືນ

ພາຍຫຼັງກິນເຂົ້າແລ້ວ, ລູກເຂີຍຈິ່ງໄປເອົານ້ຳ ມາໃຫ້ພໍ່ເຖົ້າກິນ ...

ລູກເຂີຍ: ເອົາ ອີພໍ່... ກິນນ້ຳເດີ້!alt

ຝ່າຍພໍ່ເຖົ້າ ຄິດໃນໃຈວ່າ ລູກເຂີຍ ຕ້ອງວາງແຜນເອົາຄືນ ຈິ່ງຕອບໄປວ່າ

ພໍ່ເຖົ້າ:ບໍ່,​ຕູ໋ບໍ່ກິນ


ລູກເຂີຍ: ໂອ໋  ເຮັດຄືໝາແທ້ ກິນເຂົ້າແລ້ວບໍ່ກິນນ້ຳ ເນາະພໍ່ເຖົ້ານີ້ກາດາຍ .... alt


ພໍ່ເຖົ້າ: (ຈົ່ມໃນໃຈ) ອາໂກ້ຍ ...!!! ຕູ໋ຄິດໄວ້ລະ...ບັກລູກເຂີຍມັນເຣັດຕູ໋ອະຫຼີ

 

ພໍ່ເຖົ້າ: ລູກເຂີຍໆໆໆໆໆ

 

ລູກເຂີຍ: ໂດຍ ໆ

 

ພໍ່ເຖົ້າ: ເອົາມານີ້ນ້ຳຫັ້ນ

ລູກເຂີຍ: ແຣະໆ ອີ່ພໍ່ສິກີນນ້ຳແລ້ວ ເຢ້ໆໆໆ ດີໃຈເດະ ອີ່ພໍ່ສິບໍ່ໄດ້ຄືໝາລະ

ພໍ່ເຖົ້າ: ບັກເຂີຍ!!!!ບັກເຂີຍ ມືງ!!!!!!ມືງໆໆໆalt

 

ແຣະ ໆ ຈົບພໍດີ alt

 


Thanks Comments
 

 

 

Delicious Digg Fark Twitter