ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2008 | ມີ 26 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ມືໃຫ່ມເດີ້ພີ່ນ້ອງຜິດພາດໝ້ອງໃດກໍ່ຕິຊົມແນ່ alt

 

ມີໝູ່ບ້ານແຫ່ງໝື່ງມີຜົວກັບເມຍອາໃສຢູ່ ທັງສອງແຕ່ງງານກັນມາດົນນານພໍສົມຄວນແຕ່ບໍ່ມີລູກນໍາເພີ່ນຈັກເທື່ອ ທັງສອງລຸງປ້າ ເປັນຄົນທີ່ຣັກເດັກນ້ອຍຫລາຍຢາກໄດ້ລູກແຣງທັງຜົວທັງເມຍ ແຕ່ງງານກັນມາເປັນ10ໆປີ ຈື່ງໄດ້ລູກຊາຍຊື່ທ້າວແອນ້ອຍ”ນາມສົມມຸດ”ທັງສອງ ທັງຣັກທັງຖະນຸຖະໝອມທ້າວແອນ້ອຍເປັນຢ່າງດີ ທ້າວແອນ້ອຍເປັນເດັກນ້ອຍທີ່ມີຄວາມສຸກຄົນໝື່ງ ທີ່ພໍ່ແມ່ ໃຫ້ຄວນຣັກມາຕະລອດ ຫລາຍປີຕໍ່ມາພໍ່ແມ່ກໍ່ເລີ້ມເຖົ້າແກ່ລົງ ສ່ວນທ້າວແອນ້ອຍກໍ່ໃຫ່ຍເປັນບ່າວ ມີມື້ໝື່ງພໍ່ຂອງທ້າວແອນ້ອຍຂາກັບຈາກເລີກວຽກໄດ້ເກີດອຸບັດເຫດເຣັດໃຫ້ພໍ່ຂອງທ້າວແອນ້ອຍເສຍຊີວິດໃນອຸບັດເຫດຄັ້ງນັ້ນ ເມື່ອຂາດຫົວໝ້າຄອບຄົວຄືຜູ້ເປັນພໍ່ທັງແມ່ແລະທ້າວແອນ້ອຍ ກໍ່ກີນຢູ່ ແບບຂາດໆເຂີນໆ ບໍ່ໄດ້ກີນດີຄືແບບຕອນພໍ່ຢູ່ ຕໍ່ມາຫລາຍປີແມ່ກໍ່ເຖົ້າສະລາລົງ ທ້າວແອນ້ອຍກໍ່ໃຫ່ຍເຕັມບ່າວ ລາວເບື່ອການຄອງຊີບແບບນີ້ແບບທຸກໆຍາກໆຍ້ອນຄວາມທີ່ເປັນບ່າວລາວກໍ່ເລີ້ມບໍ່ຟັງຄວາມແມ່ ຄືຜ່ານໆມາລາວມັກຈະເວົ້າໃຫ້ແມ່ວ່າເກີດເຣົາມາຫັຍງ ເກີດມາລະໃຫ້ມາທຸກໆຍາກໆບໍ່ມີຄວາມສຸກແບບນີ້ ລາວເວົ້າແບບບໍ່ສົນວ່າແມ່ຈະຄິດແບບໃດ ຈະເສຍໃຈຊໍ່າໃດ ຍ້ອນຄວາມທີ່ແມ່ຣັກລູກມີໝ້ອຍກາໃຫ້ລູກກີນ ຕົວະລູກວ່າແມ່ບໍ່ຢາກ ບໍ່ຊັ້ນກະກາວ່າແມ່ອີ່ມລະ ເພາະຢາກໃຫ້ລູກໄດ້ກີນໃຫ້ອີ່ມ

ທັງໆທີ່ແມ່ບໍ່ໄດ້ກີນເຂົ້າມາ 2-3ມື້ຕິດຕໍ່ກັນ ທ້າວແອນ້ອຍລາວກໍ່ເລີ້ມເບື່ອຊີວິດແບບນີ້ເຕັມທີຫລາຍມື້ຜ່ານໄປລາວໄດ້ຍີນຄົນໃນໝູ່ບ້ານລົມກັນວ່າ ຢູ່ເທີງພູມີໝໍເທວະດາ ຂໍຫັຍງແມ່ນໄດ້ໝົດ ຍ້ອນຄວາມຢາກໄດ້ຂອງລາວ ລາວກໍ່ລັກອອກບ້ານໄປໂດຍບໍ່ໄດ້ບອກແມ່ຈັກຄໍາ ແມ່ຜູ້ຖ້າຢູ່ບ້ານກໍ່ເປັນຫ່ວງເພາະລູກຊາຍບໍ່ເຄີຍເຣັດໂຕແບບນີ້ຈັກເທື່ອ ໄດ້ແຕ່ຄິດຣອດລູກ ເປັນຫ່ວງລູກອາກາດກໍ່ໝາວ ຈະໄດ້ກີນຫັຍງແລ້ວບໍ່ ?ຈະເປັນຈະຕາຍຈັ່ງໃດ ໄດ້ແຕ່ຕັ້ງຄໍາຖາມກັບໂຕເອງ ທ້າວແອນ້ອຍລາວພະຍາຍາມຕັ້ງໝ້າຕັ້ງຕາຍ່າງຂື້ນພູໝ່ວຍນັ້ນເພື່ອຈະໄປຫາໝໍເທວະດາເພື່ອຈະໄດ້ຂໍສີ່ງທີ່ຕົວເອງຕ້ອງການ ທັງໝາວທັງຫີວເຂົ້າ ຍ່າງ2ມື້ຕິດຕໍ່ກັນພໍລາວໄປຣອດໝໍເທວະດາ ລາວກໍ່ບໍ່ລໍຖ້າລະ ຂໍສີ່ງທີ່ຢາກໄດ້ກັບໝໍທັນທີ ພໍແຕ່ໝໍເທວະດາເຫັນໝ້າລາວກໍ່ຣູ້ລະວ່າລາວຢາກໄດ້ຫັຍງ ໝໍເທວະດາເລີຍຖາມວ່າເວົ້າມາດຸໂຕຢາກໄດ້ຫັຍງ ລາວກໍ່ເວົ້າທຸກຢ່າງທີ່ລາວຢາກໄດ້ ບໍ່ພໍທໍ່ໃດ ໝໍກໍ່ຕັດບົດລາວວ່າມື້ນີ້ໃຫ້ເຈົ້າກັບບ້ານກ່ອນສະ ດຽວມັນແຫ່ງສິຄໍ່າສິມືດກ່ອນນີ້ ສິກັບຍາກ ທ້າວແອນ້ອຍຢາກຣ້າຍສຸດໆໆວ່າເປັນຫັຍງໝໍເທວະດາຄືເວົ້າແບບນີ້ ແຖມບໍ່ເຫັນຈະໃຫ້ຫັຍງຄືຄໍາເລົ່າລືເລີຍ ໝໍໄດ້ເວົ້າກັບລາວວ່າເຈົ້າມີແນວທີ່ດີທີ່ສຸດ ແລະວິເສດທີ່ສຸດໃນບ້ານລະເຈົ້າຍັງຢາກໄດ້ຫັຍງອີກ ຫລາຍໆຄົນຍັງບໍ່ມີຄືເຈົ້າເລີຍ ທ້າວແອນ້ອຍກໍ່ຄິດຄົນດຽວວ່າມີຫັຍງວິເສດ ຄືບໍ່ເຫັນສິມີຫັຍງມີແຕ່ ບ້ານເກົ່າໆເຄື່ອງໃຊ້ໂຊມໆ ນອກນັ້ນກໍ່ບໍ່ມີຫັຍງ ລະຂອງວິເສດທີ່ໝໍໝາຍເຖີງນັ້ນມັນຢູ່ໃສ? ຂອງດີອີ່ຫັຍງທີ່ຂະນ້ອຍມີນະ ໃສບອກມາເບີ່ງດຸ?ໝໍກໍ່ໄດ້ເວົ້າວ່າ ໃຫ້ເຈົ້າກັບບ້ານໄປເຈົ້າຈະເຫັນຜູ້ເຖົ້າຜູ້1 ໃສ່ເສື້ອເກົ່າໆ ກະດຸມເສື້ອບໍ່ຕົງກັນ ໃສ່ເກີບຄົນລະກີ່ງນັ້ນລະແມ່ນຂອງວິເສດທີ່ສຸດໃນຊີວິດເຈົ້ານະ

ທ້າວແອນ້ອຍທັງຢາກຣ້າຍທັງປະສົມກັບຄວາມຫີວເຂົ້າ ຍ່າງກັບບ້ານທັງໝາວສັ່ນ ຕອນທີ່ລາວຍ່າງຣອດໝ້າບ້ານແມ່ລາວກໍ່ຄິດວ່າແມ່ນລູກຊາຍກັບມາບ້ານແລ້ວຫີບຟ້າວຢີບເສື້ອກັນໝາວມານຸ່ງດ້ວຍຄວາມຟ້າວກະດຸມກໍ່ໃສ່ບໍ່ຖືກກັນ ແລະດ້ວຍຄວາມຟ້າວເກີບກໍ່ໃສ່ຄົນລະກີ່ງຫີບຟ້າວເປີດປະຕູໃຫ້ລູກຊາຍ

ແມ່:ຈັ່ງໃດ ຫີວເຂົ້າບໍ່ ໝາວບໍ່!? ມາໆເຂົ້າມາທາງໃນລ້າງມືກີນເຂົ້າກີນນໍ້າກ່ອນມາລູກມາ ໂດຍທີ່ແມ່ບໍ່ຖາມວ່າຫາຍໄປໃສມາລະກາບໍ່ຣ້າຍຈັກຄໍາ ທ້າວແອນ້ອຍແນມເບີ່ງແມ່ ແລະຄິດເຫັນຄໍາເວົ້າຂອງໝໍເທວະດາວ່າ ຄົນແລກທີ່ເຈົ້າຈະເຈີເປັນຜູ້ເຖົ້າ ນຸ່ງເຄື່ອງເກົ່າໆ ໃສ່ກະດຸມເສື້ອບໍ່ຕົງກັນ ເກີບຄົນລະກີ່ງນັ້ນລະຂອງພິເສດທີ່ສຸດໃນຊີວິດນະ ລາວຄິດໄດ້ຊໍ່ານັ້ນລາວກໍ່ນັ່ງລົງ ກາບຕີນແມ່ທັນທີ ພ້ອມດ້ວຍນໍ້າຕາalt ໂອ໋ ທີ່ແທ້ຂອງວິເສດທີ່ສຸດໃນຊີວິດເຣົາກໍ່ແມ່ນ ແມ່ນີ້ເອງເນາະ ແມ່ເປັນຫ່ວງລູກ ເຣັດເພຶ່ອລູກ ເປັນຫັຍງລູກຄືແນມບໍ່ເຫັນ ຖ້າລູກບໍ່ໄປຫາໝໍເທວະດາລູກກາຄືຈະບໍ່ຣູ້ ທັງເວົ້າທັງໃຫ້ ລາວສັນຍາກັບແມ່ວ່າ ຕໍ່ຈາກນີ້ໄປລູກຈະເປັນລູກທີ່ດີຂອງແມ່ ຟັງຄວາມແມ່ ແມ່ລາວກໍ່ງົງວ່າລູກເປັນຫັຍງ ເປັນຫັຍງ ຫລັງຈາກນັ້ນທັງສອງກໍ່ນັ່ງກີນເຂົ້ານໍາກັນແບບມີຄວາມສຸກ ລະຫັລງຈາກນັ້ນມາທ້າວແອນ້ອຍກໍ່ເປັນລູກທີ່ດີຂອງແມ່ ຈົບ

 

 

ແຕ່ງໂດຍ: ກະແຕນ້ອຍ ຂີ້ດື້ alt


Thanks Comments
 

 

 

Delicious Digg Fark Twitter