ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 2, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມືສະໝັກຫຼີ້ນມາອີກແລ້ວ alt

 

ໃນທຸກໆປີເປັນເລື່ອງປົກກະຕິທີ່ ບ່າວ

ສາວຕ້ອງແລກຂອງຂັວນກັນຫລືວ່າບອກຣັກກັນຕາມພາສາຄົນຣັກກັນ

 

"ໃນວັນແຫ່ງຄາວມຣັກ"

 

ປີນີ້ກໍ່ເຊັ່ນດຽວກັນ ຊາຍໝຸ່ມຄົນ1ລາວກໍ່ໄດ້ຣັບຂອງຂັວນຈາກແຟນລາວ

ແລະຍັງໄດ້ຟັງຄໍາບອກຣັກຈາກແຟນສາວອີກ

 

ແລະເຊັ່ນດຽວກັນລາວກໍ່ໄດ້ຕຽມຂອງຂັວນໃຫ້ແຟນສາວລາວເຊັ່ນດຽວກັນນັ້ນກໍ່ຄືຜ້າຂົນໝູ ທີ່ໝ້າຣັກ

 

ເຊົ້າວັນນັ້ນເອງ ລາວກໍ່ໄດ້ໂທໄປຫາແຟນສາວ ບອກຣັກບອກຄິດຣອດຕາມພາສາ ບ່າວ ສາວ

 

ແລະໄດ້ວາງຜ້າເສັດໝ້າທີ່ວ່າຈະເອົາໄປເປັນຂອງຂັວນໃຫ້ແຟນໄວ້ໝ້າໂຕະ ພ້ອມດ້ວຍ ຈ.ມ ບອກຣັກ

 

ຫລັງຈາກນັ້ນຊາຍໝຸ່ມຄົນນັ້ນກໍ່ຍ່າງອອກມາໝ້າບ້ານເພື່ອຈະມາກຽມລົດອອກໄປຫາຜູ້ສາວ

 

ທັນໃດນັ້ນພໍ່ກໍ່ຍ່າງອອກມາໝ້າບ້ານພ້ອມດ້ວຍຜ້າຂົນໝູ

 

ຂອງລາວທີ່ຕຽມໄວ້ເປັນຂອງຂັວນວັນແຫ່ງຄວາມຣັກໃຫ້ຜູ້ສາວ

 

ແລະພ້ອມດ້ວຍຄໍາເວົ້າທີ່ວ່າ ລູກເອີ້ຍ ລູກເອີ້ຍຍ ພໍ່ຂໍໂທດ ພໍ່ຂໍໂທດໆໆໆ

 

ຜ້າຂົນໝູລູກໄດ້ເປື້ອນໝ້ອຍ1ແລ້ວ

 

ລູກຊາຍ:ໂອ໋......!!!?ພໍ່ເຣັດຫັຍງແນວນີ້ ຄືບໍ່ເບີ່ງໃຫ້ຄັກໆກ່ອນເນາະ

 

ຜ້າຂົນໝູນີ້ ລູກກຽມໄວ້ໃຫ້ແຟນເປັນຂອງຂັວນ ວັນແຫ່ງຄວາມຣັກໃດ alt

 

ພໍ່ຂໍໂທດລູກ...............ພໍ່ຂໍໂທດໆໆໆໆໆ

 

ລູກຊາຍ: ຂໍໂທດລະໄດ້ຫັຍງ ເປື້ອນປານນີ້ແລ້ວ ຈະເຣັດແນວໃດລະບາດນີ້?

 

ບໍ່ເປັນຫັຍງ ພໍ່ສິຊັກໃຫ້ ຜ້າຂົນໝູໄດ້ເປື້ອນເລືອດໝ້ອຍ1 ແຕ່ລາວກໍ່ຢາກຣ້າຍໃຫ້ພໍ່

 

ຢ່າງແຣງ ໂດຍບໍ່ຖາມວ່າແມ່ນເລືອດໃຜ ຫລືວ່າໃຜເປັນຫັຍງເລີຍໆໆໆ

 

ໄດ້ແຕ່ຣ້າຍພໍ່ແນວນັ້ນ ແນວນີ້ ໂດຍບໍ່ຄິດຈະຖາມຫັຍງກັບທີ່ມາທີ່ໄປຂອງເລືອດ

 

ທີ່ຕິດຜ້າຂົນໝູນັ້ນເລີຍ ລາວໃຊ້ແຕ່ອາລົມກັບພໍ່

 

ພໍ່ກໍ່ບໍ່ໄດ້ເວົ້າຫັຍງ ໄດ້ແຕ່ກົ້ມໝ້າແລ້ວກໍ່ເວົ້າວ່າ ພໍ່ຂໍໂທດລູກ ພໍ່ຂໍໂທດລູກ

 

ຫັລງຈາກນັ້ນລາວກໍ່ເຂົ້າຫ້ອງປິດປະຕູໃສ່ລ໋ອກ ບໍ່ຍອມລົມກັບພໍ່ແລະແມ່

 

ເຂົ້າກໍ່ບໍ່ຍອມລົງມາກີນເລີຍ ພໍ່ແມ່ ເປັນຫ່ວງຫລາຍເຄາະປະຕູກໍ່ບໍ່ຍອມອອກມາ

 

ພໍ່ຈື່ງໄດ້ບອກແມ່ ເອົາອາຫານຂື້ນໄປໃຫ້ລູກກີນຢູ່ເທີງຫ້ອງຊະ ອີ່ຕົນລາວບໍ່ໄດ້ກີນຫັຍງໝົດມື້ແລ້ວ

 

ແລງມື້ນັ້ນເອງ ລາວໄດ້ສັງເກດເຫັນວ່າແມ່ ມີນ້ຳຕາ

 

ພ້ອມດ້ວຍອາຫານ 

 

ທີ່ເອົາຂື້ນມາໃຫ້ລາວ

 

ລາວຍອມອອກມາຈາກຫ້ອງ ແລ້ວກໍ່ຍ່າງໄປທີ່ໝ້ອງຊັກຜ້າແລ້ວກໍ່ປະກົດເຫັນວ່າ

 

ມີເສື້ອຜ້າຫລາຍຜືນແລະປະກົດເຫັນຜ້ານ້ອຍທີ່ມີເລືອດຕິດຢູ່

 

ລາວເລີຍຄິດໄດ້ວ່າ ຢາກຂໍໂທດພໍ່ ພໍ່ອາດບໍ່ສະບາຍເຈັບໝ້ອງໃດໝ້ອງໝື່ງ

 

ເລືອດພໍ່ຈື່ງອອກ ເລີຍຢາກຂໍໂທດພໍ່ ທັນໃດນັ້ນເອງ

 

ແມ່ລາວໄດ້ແລ່ນອອກມາດ້ວຍສີໝ້າອັນຕື່ນ ຕົກໃຈແລ້ວມາກອດລາວໄວ້

 

ກັບຄໍາເວົ້າທີ່ວ່າ ລູກເອີ້ຍຍຍ.....ພໍ່ ໆໆໆໆ ພໍ່ຂອງເຈົ້າ...

 

ລູກຊາຍ: ແມ່ ພໍ່ເປັນຫັຍງ..!!!!!!!!!???????????

 

ພໍ່ຂອງເຈົ້າ ເສຍຍຍຍຍຍຍແລ້ວ

 

ລາວເວົ້າຫັຍງບໍ່ອອກເລີຍໆໆ ຕໍ່ມາແມ່ກໍ່ເລົ່າເຫດການໃຫ້ຟັງວ່າ

 

ພໍ່ເປັນໂລກຕິດເຊື້ອ ແຕ່ດົນແລ້ວ ເວລາຈາມຫລືໄອຈະມີເລືອດອອກ

 

ພໍ່ແນມບໍ່ເຫັນຜ້າຂົນໝູຂອງລູກທີ່ວາງໄວ້ເລີຍຈາມອອກ ເລືອດເລີຍຟົ້ງ

 

ຕິດຜ້າຂົນໝູຂອງລູກ ພໍ່ເປັນຫ່ວງຢ້ານລູກເສຍໃຈເລີຍເອົາໄປຊັກ

 

ແຕ່ເລືອດກໍ່ຊັກອອກບໍ່ໝົດ ແຕ່ພໍ່ກໍ່ບອກແມ່ວ່າຫ້າມບອກລູກເດີ້

 

ກ່ຽວກັບເລື່ອງທີ່ພໍ່ບໍ່ສະບາຍ ບໍ່ຢາກໃຫ້ລູກເປັນຫ່ວງ

 

ແລະກາຢາກໃຫ້ລູກໄດ້ໄປພົບແຟນ

 

ພໍ່ບໍ່ຢາກເຫັນລູກເສຍໃຈ

 

ທີ່ຈະພາດໂອກາດໄດ້ບອກຣັກແຟນສາວ ໃນວັນແຫ່ງຄວາມຣັກ

 

ພໍ່ສັ່ງແມ່ໄວ້ວ່າ ພໍ່ໄດ້ຊັກຜ້າຂົນໝູໃຫ້ລູກແລ້ວ ແຕ່ມັນກໍ່ແຫ້ງບໍ່ທັນ

 

ແຖມເລືອດກໍ່ຍັງຊັກບໍ່ອອກໝົດອີກ ແຕ່ພໍ່ກໍ່ຍັງໄດ້ສັ່ງຄວາມວ່າ

 

ພໍ່ເຣັດດີທີ່ສຸດແລ້ວ ຫລັງຈາກທີ່ລາວໄດ້ຟັງເລື່ອງຈາກແມ່ຈົບແລ້ວ

 

ລາວທັງຂຸເຂົ່າກອດແມ່ທັງໃຫ້ ເສຍໃຈທີ່ໄດ້ເວົ້າໃຫ້ພໍ່ແບບນັ້ນ

 

ເສຍດາຍລູກບໍ່ຄິດຈະເອົາຫັຍງໃຫ້ ພໍ່ແລະແມ່ໃນວັນແຫ່ງຄວາມຣັກເລີຍ

 

ລູກກັບໄປຄິດຫາສາວຫລາຍກົ່ວ ຣື້ໆໆໆໆໆໆalt

 

ລູກມັນບໍ່ດີ ລູກມັນຊົ່ວ

 

ມັນຊ່າງເປັນວັນແຫ່ງຄວາມຣັກ ທີ່ລູກບໍ່ຢາກຈົດຈໍາ

 

ແລະລູກຢາກບອກພໍ່ວ່າ ພໍ່ ລູກຂໍໂທດໆໆໆໆໆໆໆໆໆໆໆໆ

 

 

ຈົບ alt

 

 ຂຽນໂດຍ: ກະແຕນ້ອຍ ຂີ້ດື້

 

 

MyHotComments.com

 

 

 

 

 

 

Delicious Digg Fark Twitter